ຄຳອະທິບາຍ “ຂໍ້ສະເໜີຂອງສູນກາງພັກຄອມມູນິດຈີນ ກ່ຽວກັບການວາງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ XV”

2025-11-03 16:10:49 | Source:theorychina

ຄຳອະທິບາຍ “ຂໍ້ສະເໜີຂອງສູນກາງພັກຄອມມູນິດຈີນ

ກ່ຽວກັບການວາງແຜນພັດທະນາເສດຖະກິດ-ສັງຄົມ

 ແຫ່ງຊາດ 5 ປີ ຄັ້ງທີ XV

ໂດຍ ສະຫາຍ ສີຈິ້ນຜິງ


ບັນດາສະຫາຍ:

ໂດຍໄດ້ຮັບການມອບໝາຍຈາກກົມການເມືອງສູນກາງພັກ, ຂ້າພະເຈົ້າຂໍສະເໜີຄຳອະທິບາຍສະພາບການທີ່ກ່ຽວຂ້ອງໃນການຮ່າງ “ຂໍ້ສະເໜີຂອງສູນກາງພັກຄອມມູນິດຈີນກ່ຽວກັບການວາງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ XV” (ຕໍ່ໄປຈະເອີ້ນຫຍໍ້ວ່າ “ຂໍ້ສະເໜີ”) ຕໍ່ກອງປະຊຸມຄົບຄະນະ.

.  ຂັ້ນຕອນການຮ່າງຂໍ້ສະເໜີ

ການວາງແຜນໄລຍະກາງ ແລະ ໄລຍະຍາວ ເພື່ອຊີ້ນຳການພັດທະນາເສດຖະກິດ-ສັງຄົມ ແມ່ນວິທີສຳຄັນໜຶ່ງຂອງພັກຄອມມູນິດຈີນໃນການປົກຄອງປະເທດ. “ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ XIV” ຈະສຳເລັດພາຍໃນປີນີ້, ດັ່ງນັ້ນ ຈຶ່ງຕ້ອງຄົ້ນຄວ້າ ແລະ ວາງ “ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ XV” (ຕໍ່ໄປເອີ້ນຫຍໍ້ວ່າ “ແຜນພັດທະນາ 5 ປີ ຄັ້ງທີ XV”). ການຄົ້ນຄວ້າ ແລະ ວາງແຜນພັດທະນາດັ່ງກ່າວໃຫ້ດີຈະມີຄວາມໝາຍສຳຄັນເປັນຢ່າງຍິ່ງຕໍ່ການຊຸກຍູ້ໃຫ້ເສດຖະກິດ-ສັງຄົມຈີນສືບຕໍ່ພັດທະນາຢ່າງປອດໃສ  ແລະ ສ້າງພື້ນຖານທີ່ໜັກແໜ້ນກວ່າເກົ່າໃຫ້ແກ່ການບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານ ຕາມເວລາກຳນົດ.

ເດືອນມັງກອນປີ 2025, ກົມການເມືອງສູນກາງພັກ ໄດ້ຕົກລົງວ່າ: ກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະກຳມະການສູນກາງພັກ ສະໄໝທີ XX ຈະພິຈາລະນາ ແລະ ຄົ້ນຄວ້າ “ຂໍ້ສະເໜີ” ແລະ ສ້າງຕັ້ງຄະນະຮັບຜິດຊອບຮ່າງ “ຂໍ້ສະເໜີ” ໂດຍມອບໃຫ້ຂ້າພະເຈົ້າເປັນຫົວໜ້າຄະນະ, ສະຫາຍ ຫຼີສຽງ, ວາງຮູ້ນິງ, ຊ້າຍຊີ ແລະ ສະຫາຍ ຕິ່ງເຊສຽງ ເປັນຮອງຫົວໜ້າຄະນະ ພ້ອມທັງມີສະຫາຍຜູ້ຮັບຜິດຊອບວຽກງານທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ, ມີໜ້າທີ່ຮ່າງຂໍ້ສະເໜີພາຍໃຕ້ການນຳພາຂອງຄະນະປະຈຳກົມການເມືອງສູນກາງພັກ. ວັນທີ 11 ກຸມພາ 2025, ຄະນະຮ່າງ “ຂໍ້ສະເໜີ” ໄດ້ໄຂກອງປະຊຸມຄົບຄະນະຄັ້ງທຳອິດ ເພື່ອເລີ່ມດຳເນີນວຽກງານຮ່າງຂໍ້ສະເໜີຢ່າງເປັນທາງການ.

ໃນຂັ້ນຕອນການຮ່າງຂໍ້ສະເໜີສະບັບນີ້, ສູນກາງພັກໄດ້ສົ່ງເສີມປະຊາທິປະໄຕ ແລະ ເຕົ້າໂຮມຄຳຄິດເຫັນຈາກວົງກວ້າງ ເຊິ່ງສອດຫ້ອຍເຂົ້າໃນທົ່ວຂະບວນການຮ່າງເອກະສານ, ໄດ້ລົງເລິກສຳຫຼວດຄົ້ນຄວ້າ ແລະ ຂໍຄວາມເຫັນຈາກຝ່າຍຕ່າງໆ. ວັນທີ 22 ມັງກອນ 2025, ສູນກາງພັກໄດ້ອອກ “ແຈ້ງການກ່ຽວກັບການທາບທາມຄວາມເຫັນຕໍ່ການທີ່ກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະກຳມະການສູນກາງພັກ ສະໄໝທີ XX ຈະຄົ້ນຄວ້າແຜນພັດທະນາ 5 ປີ ຄັ້ງທີ XV” ແລະ ໄດ້ຂໍຄວາມເຫັນໃນຂອບເຂດທີ່ແນ່ນອນຢູ່ພາຍໃນພັກ ແລະ ນອກພັກ. ໃນທ້າຍເດືອນກຸມພາ, ສູນກາງພັກໄດ້ຈັດຕັ້ງ 6 ຄະນະເພື່ອລົງໄປສຳຫຼວດຄົ້ນຄວ້າກ່ຽວກັບຫົວຂໍ້ສະເພາະຢູ່ 12 ແຂວງ, ເຂດປົກຄອງຕົນເອງ ແລະ ກຳແພງນະຄອນ. ພ້ອມດຽວກັນນີ້, ສູນກາງພັກຍັງໄດ້ຈັດວາງໃຫ້ອົງການພັກຂັ້ນສູນກາງ ແລະ ອົງການລັດຈຳນວນໜຶ່ງດຳເນີນການຄົ້ນຄວ້າກ່ຽວກັບ 35 ຫົວຂໍ້ສຳຄັນ. ວັນທີ 30 ເມສາ, ຂ້າພະເຈົ້າໄດ້ເປັນປະທານກອງປະຊຸມສຳມະນາກ່ຽວກັບການພັດທະນາເສດຖະກິດ-ສັງຄົມໃນໄລຍະ “ແຜນພັດທະນາ 5 ປີ ຄັ້ງທີ XV” ຂອງແຂວງ, ເຂດປົກຄອງຕົນເອງ ແລະ ກຳແພງນະຄອນຈຳນວນໜຶ່ງຢູ່ນະຄອນຊຽງໄຮ້. ຫຼັງຈາກນັ້ນ, ໄດ້ມອບໝາຍໃຫ້ ສະຫາຍ ຫຼີສຽງ ຈັດ 3 ກອງປະຊຸມສຳມະນາກັບວົງການເສດຖະກິດ, ວົງການວິທະຍາສາດເຕັກໂນໂລຊີ ແລະ ຜູ້ຕາງໜ້າຮາກຖານ ຕາມລຳດັບ. ພວກຂ້າພະເຈົ້າຍັງໄດ້ຈັດການທາບທາມຄວາມເຫັນຜ່ານທາງອິນເຕີເນັດ ແລະ ໄດ້ຮັບຂໍ້ຄວາມຫຼາຍກວ່າ 3.000.000 ຂໍ້ ແລ້ວພາກສ່ວນທີ່ກ່ຽວຂ້ອງໄດ້ສັບຊ້ອນຂໍ້ສະເໜີດັ່ງກ່າວເຂົ້າເປັນຫຼາຍກວ່າ 1.500 ຂໍ້ ເຊິ່ງຝ່າຍຕ່າງໆ ມີຄວາມເຫັນໂດຍທົ່ວໄປວ່າ: ການທີ່ກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະກຳມະການສູນກາງພັກສະໄໝທີ XX ຄົ້ນຄວ້າຂໍ້ສະເໜີກ່ຽວກັບ    “ແຜນພັດທະນາ 5 ປີ ຄັ້ງທີ XV” ຈະມີຄວາມໝາຍສຳຄັນຕໍ່ການເສີມຂະຫຍາຍບົດບາດທີ່ເປັນທິດທາງຍຸດທະສາດຂອງແຜນພັດທະນາແຫ່ງຊາດໃຫ້ດີກວ່າເກົ່າ, ເຕົ້າໂຮມກຳລັງວັງຊາທີ່ເຂັ້ມແຂງຂອງທົ່ວພັກ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດ ຕື່ມອີກ ເພື່ອສາມັກຄີບຸກບືນກ້າວໄປຂ້າງໜ້າ, ຊຸກຍູ້ການສ້າງສາປະເທດໃຫ້ເຂັ້ມແຂງຢ່າງຮ້ອບດ້ານ ແລະ ພາລະກິດອັນຍິ່ງໃຫຍ່ໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດດ້ວຍຄວາມທັນສະໄໝແບບຈີນ. ໂດຍຜ່ານການວິເຄາະສັງລວມແລ້ວເຫັນວ່າ: ໃນໄລຍະ “ແຜນພັດທະນາ 5 ປີ ຄັ້ງທີ XV”, ການພັດທະນາຂອງຈີນຈະເຂົ້າສູ່ໄລຍະທີ່ມີໂອກາດທາງດ້ານຍຸດທະສາດ, ມີຄວາມສ່ຽງ ແລະ ສິ່ງທ້າຍທາຍໄປພ້ອມກັນ ກໍຄືປັດໄຈທີ່ບໍ່ແນ່ອນ ແລະ ຄາດຄະເນຍາກເພີ່ມຂຶ້ນ, ແຕ່ເງື່ອນໄຂຄ້ຳປະກັນ ແລະ ທ່າອ່ຽງພື້ນຖານທີ່ພັດທະນາຕາມທິດທາງທີ່ດີໃນໄລຍະຍາວບໍ່ມີການປ່ຽນແປງ. ຝ່າຍຕ່າງໆ ມີຄວາມຫວັງໂດຍທົ່ວໄປໃຫ້ກຳນົດແນວຄວາມຄິດລວມ, ຫຼັກການສຳຄັນ, ເປົ້າໝາຍຕົ້ນຕໍ, ໜ້າທີ່ຍຸດທະສາດ ແລະ ມາດຕະການສຳຄັນແຫ່ງການພັດທະນາເສດຖະກິດ-ສັງຄົມໃນແຜນພັດທະນາ 5 ປີຕໍ່ໜ້າ ເພື່ອຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງໃນໄລຍະ“ແຜນພັດທະນາ 5 ປີ ຄັ້ງທີ XV” ແລະ ສ້າງພື້ນຖານທີ່ໜັກແໜ້ນກວ່າເກົ່າໃຫ້ແກ່ການບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານ.

ວັນທີ 4 ສິງຫາ 2025, “ຂໍ້ສະເໜີ” ໄດ້ແຈກຢາຍໄປ ເພື່ອຂໍຄວາມເຫັນໃນຂອບເຂດທີ່ແນ່ນອນພາຍໃນພັກ ເພື່ອຂໍຄວາມເຫັນຈາກສະມາຊິກພັກອາວຸໂສຈຳນວນໜຶ່ງ, ຮັບຟັງຄຳເຫັນຈາກສູນກາງຂອງພັກຝ່າຍປະຊາທິປະໄຕຕ່າງໆ, ຜູ້ຮັບຜິດຊອບສະຫະພັນອຸດສາຫະກຳ-ການຄ້າທົ່ວປະເທດ ແລະ ຜູ້ຕາງໜ້າບຸກຄົນທີ່ບໍ່ຂຶ້ນກັບພັກຝ່າຍໃດ ເປັນການສະເພາະ. ເມື່ອເບິ່ງຈາກຄຳເຫັນເຫຼົ່ານີ້ແລ້ວເຫັນວ່າ: ເຂດແຄ້ວນຕ່າງໆ ແລະ ພາກສ່ວນຕ່າງໆ ໄດ້ຢືນຢັນຢ່າງເຕັມທີ່ຕໍ່ “ຂໍ້ສະເໜີ”. ບັນດາສະຫາຍໄດ້ມີຄວາມເຫັນເປັນເອກະພາບກັນວ່າ: “ຂໍ້ສະເໜີ” ໄດ້ກຳແໜ້ນທິດທາງ ແລະ ທີ່ຕັ້ງປະຫວັດສາດແຫ່ງການພັດທະນາພາລະກິດຂອງພັກ-ລັດໃນໄລຍະ “ແຜນພັດທະນາ 5 ປີ ຄັ້ງທີ XV” ຢ່າງຖືກຕ້ອງ, ໄດ້ລົງເລິກວິເຄາະການປ່ຽນແປງທີ່ເລິກເຊິ່ງ ແລະ ສັບສົນໃນສະພາບແວດລ້ອມການພັດທະນາຂອງຈີນ, ໄດ້ອອກແບບມາຈາກຂັ້ນເທິງສູງສຸດ ແລະ ວາດມະໂນພາບດ້ານຍຸດທະສາດກ່ຽວກັບການພັດທະນາໃນ 5 ປີຕໍ່ໜ້າ, ມີທິດທາງຊີ້ນຳຕາມຫຼັກວິທະຍາສາດທີ່ຖືກຕ້ອງ, ມີເປົ້າໝາຍຕົ້ນຕໍທີ່ຈະແຈ້ງ, ມີໜ້າທີ່ວຽກງານ ແລະ ມາດຕະການທີ່ ຕິດແທດຕົວຈິງ, ເປັນການປຸກລະດົມຂົນຂວາຍລວມ ແລະ ວາງແຜນການລວມອີກຄັ້ງໜຶ່ງແຫ່ງການສືບຕໍ່ຊຸກຍູ້ການສ້າງສາຄວາມທັນສະໄໝແບບຈີນຕາມທ່າອ່ຽງການພັດທະນາ, ໄດ້ສະແດງໃຫ້ເຫັນເຖິງຄວາມເປັນເຈົ້າການທາງດ້ານປະຫວັດສາດໃນການສືບຕໍ່ຂຽນປະຫວັດສາດໜ້າໃໝ່ແຫ່ງ 2 ມະຫັດສະຈັນ ຄື: ບັນລຸໃຫ້ເສດຖະກິດພັດທະນາຢ່າງວ່ອງໄວ ແລະ ສັງຄົມມີສະຖຽນລະພາບຢ່າງຍາວນານ ພ້ອມທັງບຸກບືນເປີດສະພາບການໃໝ່ແຫ່ງການສ້າງສາຄວາມທັນສະໄໝແບບຈີນ, ຍ່ອມຈະສ້າງຜົນສະທ້ອນອັນເລິກເຊິ່ງຍາວໄກໃຫ້ແກ່ການພັດທະນາພາລະກິດຂອງພັກ-ລັດ ຢ່າງແນ່ນອນ. ພ້ອມດຽວກັນນີ້, ຝ່າຍຕ່າງໆ ໄດ້ສະເໜີຄຳເຫັນ ແລະ ຂໍ້ສະເໜີທີ່ດີຫຼາຍຂໍ້. ຄະນະຮ່າງຂໍ້ສະເໜີໄດ້ຄົ້ນຄວ້າຄຳເຫັນ ແລະ ຂໍ້ສະເໜີຢ່າງຈົດຈໍ່ເພື່ອຮັບເອົາຄຳເຫັນໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ໄດ້ເພີ່ມເນື້ອໃນ, ປັບປຸງ ແລະ ສັບຊ້ອນເນື້ອໃນຂໍ້ສະເໜີໃຫ້ກະທັດຮັດ ເຊິ່ງລວມມີທັງໝົດ 218 ຈຸດ ໂດຍກວມເອົາຄຳເຫັນ ແລະ ຂໍ້ສະເໜີຈາກຝ່າຍຕ່າງໆ 452 ຂໍ້.

ໃນໄລຍະເຮັດວຽກຮ່າງ “ຂໍ້ສະເໜີ”, ຄະນະປະຈຳກົມການເມືອງສູນກາງພັກໄດ້ຈັດກອງປະຊຸມຄົບຄະນະ 3 ຄັ້ງ, ກົມການເມືອງສູນກາງພັກໄດ້ຈັດກອງປະຊຸມ 2 ຄັ້ງ ເພື່ອຄົ້ນຄວ້າພິຈາລະນາ ແລະ ປັບປຸງ, ຫຼັງຈາກນັ້ນ ຈຶ່ງໄດ້ຮ່າງ “ຂໍ້ສະເໜີ” ອອກມາ ເພື່ອສະເໜີຕໍ່ກອງປະຊຸມຄົບຄະນະຄັ້ງນີ້ຄົ້ນຄວ້າພິຈາລະນາ.

ສາມາດເວົ້າໄດ້ວ່າ: ວຽກງານການຮ່າງ “ຂໍ້ສະເໜີ” ຄັ້ງນີ້ ແມ່ນພຶດຕິກຳຕົວຈິງທີ່ມີຊີວິດຊີວາອີກຄັ້ງໜຶ່ງໃນການສົ່ງເສີມປະຊາທິປະໄຕພາຍໃນພັກ ແລະ ປະຊາທິປະໄຕປະຊາຊົນທົ່ວຂະບວນການ.

. ການພິຈາລະນາຕົ້ນຕໍໃນການຮ່າງຂໍ້ສະເໜີ ແລະ ເນື້ອໃນພື້ນຖານຂອງຂໍ້ສະເໜີ

ການພິຈາລະນາລວມຂອງການຮ່າງ “ຂໍ້ສະເໜີ” ແມ່ນ: ອີງຕາມການວາງແຜນຍຸດທະສາດໂດຍແບ່ງເປັນສອງບາດກ້າວ ເພື່ອສ້າງສາປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງໃຫ້ສຳເລັດຢ່າງຮອບດ້ານໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກ, ກຳແໜ້ນຖານະບົດບາດສຳຄັນຂອງໄລຍະ “ແຜນພັດທະນາ 5 ປີ ຄັ້ງທີ XV” ໃນຂະບວນການບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານຢ່າງຖືກຕ້ອງ, ລົງເລິກວິເຄາະສະພາບການທັງພາຍໃນ ແລະ ຕ່າງປະເທດ, ແລ້ວວາງແຜນ ແລະ ຈັດວາງຍຸດທະສາດຢ່າງເປັນລະບົບຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຈີນໃນໄລຍະ “ແຜນພັດທະນາ 5 ປີ ຄັ້ງທີ XV”.

ໃນຂະບວນການຮ່າງ “ຂໍ້ສະເໜີ”, ພວກຂ້າພະເຈົ້າໄດ້ກຳແໜ້ນບາງຈຸດດັ່ງນີ້: ໜຶ່ງ ຍຶດໝັ້ນຖືເອົາເປົ້າໝາຍ ແລະ ການແກ້ໄຂບັນຫາເປັນທິດຊີ້ນຳ, ອີງໃສ່ຈຸດທີ່ຕັ້ງພື້ນຖານທີ່ຮັດແໜ້ນພື້ນຖານ ແລະ ອອກແຮງຮອບດ້ານ, ວາງແຜນຢ່າງເປັນລະບົບເພື່ອສ້າງພື້ນຖານທີ່ໜັກແໜ້ນກວ່າເກົ່າໃຫ້ແກ່ການບັນລຸເປົ້າໝາຍສັງຄົມນິຍົມທັນສະໄໝໂດຍພື້ນຖານ, ແກ້ໄຂບັນຫາຈຸດບົກຜ່ອງ ແລະ ເພີ່ມທະວີຄວາມເຂັ້ມແຂງໃນບັນຫາຈຸດອ່ອນດ້ວຍການຮັບມືກັບສະພາບການປ່ຽນແປງໃນຮອບ 100 ປີຂອງໂລກ ແລະ ບັນຫາທີ່ພົ້ນເດັ່ນໃນການພັດທະນາຢ່າງເຂັ້ມແຂງ, ເປັນລະບຽບ ແລະ ມີປະສິດທິຜົນ. ສອງ ຍຶດໝັ້ນແນວຄວາມຄິດຄວາມເປັນລະບົບ, ອີງຕາມຄວາມຮຽກຮ້ອງໃນການວາງແຜນເປັນເອກະພາບກັນໃນການຊຸກຍູ້ການຈັດວາງແຜນຍຸດທະສາດລວມ “5 ພາລະກິດເປັນອັນໜຶ່ງອັນດຽວກັນ” ແລະ ການປະສານສົມທົບກັນຊຸກຍູ້ແຜນຍຸດທະສາດ “4 ຮອບດ້ານ”, ຈັດວາງວຽກງານຕ່າງໆ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ແລະ ການກໍ່ສ້າງພັກຢ່າງຮອບດ້ານ. ສາມ ຍຶດໝັ້ນລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ເອົາໃຈໃສ່ການແກ້ໄຂຂອດຫຍຸ້ງຍາກແຫ່ງການພັດທະນາດ້ວຍວິທີການປະຕິຮູບ ເພື່ອເພີ່ມພະລັງຂັບເຄື່ອນ ແລະ ຄວາມມີຊີວິດຊີວາໃຫ້ແກ່ການພັດທະນາ. ສີ່ ຍຶດໝັ້ນເປີດກວ້າງການເປີດປະຕູສູ່ພາຍນອກ, ສຸມກຳລັງເຂົ້າໃນການພັດທະນາກຳລັງພື້ນຖານຂອງຕົນ, ທັງນຳໃຊ້ຊັບພະຍາດກອນດ້ານປັດໄຈສຳຄັນ ແລະ ຕະຫຼາດຂອງໂລກໃຫ້ດີ.

“ຂໍ້ສະເໜີ” ໄດ້ແບ່ງອອກເປັນ 15 ພາກ ໂດຍມີເນື້ອໃນກວມເອົາ 3 ດ້ານ. ເນື້ອໃນດ້ານທີ 1: ເປັນຂໍ້ບັນຍາຍລວມທີ່ປະກອບດ້ວຍພາກທີ 1 ແລະ ພາກທີ 2 ເຊິ່ງຕົ້ນຕໍແມ່ນໄດ້ບັນຍາຍກ່ຽວກັບເນື້ອໃນຕ່າງໆ ເຊັ່ນ: ຜົນງານອັນສຳຄັນເປັນຢ່າງຍິ່ງໃນການພັດທະນາປະເທດຈີນໃນໄລຍະ “ແຜນພັດທະນາ 5 ປີ ຄັ້ງທີ XIV”, ຖານະບົດບາດສຳຄັນທີ່ເປັນການສືບທອດອັນເກົ່າ ແລະ ບຸກເບີກໄປສູ່ອັນໃໝ່ຂອງໄລຍະ “ແຜນພັດທະນາ 5 ປີ ຄັ້ງທີ XV” ໃນຂະບວນການບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານ, ການປ່ຽນແປງທີ່ເລິກເຊິ່ງ ແລະ ສັບສົນໃນສະພາບແວດລ້ອມການພັດທະນາຂອງຈີນທີ່ຈະຜະເຊີນໃນໄລຍະ “ແຜນພັດທະນາ 5 ປີ ຄັ້ງທີ XV”, ແນວຄິດຊີ້ນຳ, ຫຼັກການ ແລະ ເປົ້າໝາຍຕົ້ນຕໍແຫ່ງການພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 5 ປີຕໍ່ໜ້າ. ເນື້ອໃນດ້ານທີ 2 ມີ 12 ພາກ ຄື: ພາກທີ 2 ຫາ ພາກທີ 14 ເປັນຂໍ້ບັນຍາຍຍ່ອຍ ເຊິ່ງຕົ້ນຕໍໄດ້ສຸມໃສ່ບັນຫາສຳຄັນທີ່ພົວພັນເຖິງສະພາບການລວມເປັນໄລຍະຍາວ, ຈັດວາງໜ້າທີ່ຍຸດທະສາດ ແລະ ມາດຕະການອັນສຳຄັນຍິ່ງໃນໄລຍະ “ແຜນພັດທະນາ 5 ປີ ຄັ້ງທີ XV” ຕາມຂົງເຂດ, ກຳນົດແນວຄວາມຄິດ ແລະ ວຽກງານຈຸດສຸມໃນຂົງເຂດຕ່າງໆ ເຊັ່ນ: ການພັດທະນາອຸດສາຫະກຳ, ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ, ຕະຫຼາດພາຍໃນ, ໂຄງປະກອບເສດຖະກິດ, ການເປີດປະຕູສູ່ພາຍນອກ, ການພັດທະນາຊົນນະບົດໃຫ້ຈະເລີນ ແລະ ການພັດທະນາຂອງເຂດແຄ້ວນ ຕະຫຼອດຮອດການສ້າງສາດ້ານວັດທະນະທຳ, ການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ, ການພັດທະນາຕາມທິດສີຂຽວ, ການພັດທະນາຢ່າງມີຄວາມໝັ້ນຄົງ, ການສ້າງສາດ້ານການປ້ອງກັນປະເທດ ແລະ ອື່ນໆ. ເນື້ອໃນດ້ານທີ 3 ແມ່ນພາກທີ 15 ແລະ ບົດບັນຍັດສຸດທ້າຍ ເຊິ່ງຕົ້ນຕໍໄດ້ຈັດວາງໜ້າທີ່ຕ່າງໆ ເຊັ່ນ: ການຍຶດໝັ້ນ ແລະ ເພີ່ມທະວີການນຳພາແບບລວມສູນເປັນເອກະພາບຂອງສູນກາງພັກ, ຊຸກຍູ້ການສ້າງສາປະຊາທິປະໄຕ ແລະ ປົກຄອງຕາມກົດໝາຍສັງຄົມນິຍົມ, ວຽກງານຮົງກົງ, ມາເກົາ ແລະ ໄຕ້ຫວັນ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ແລະ ປຸກລະດົມຄວາມຫ້າວຫັນ, ຄວາມເປັນເຈົ້າການ,  ຫົວຄິດປະດິດສ້າງຂອງທົ່ວສັງຄົມຢ່າງເຕັມທີ່ ແລະ ອື່ນໆ.

. ຫຼາຍບັນຫາສຳຄັນທີ່ຕ້ອງການອະທິບາຍ

“ຂໍ້ສະເໜີ” ໄດ້ສະເໜີທັດສະນະ ແລະ ມາດຕະການສຳຄັນຈຳນວນໜຶ່ງ. ຢູ່ທີ່ນີ້, ຂ້າພະເຈົ້າຂໍອະທິບາຍໂດຍຫຍໍ້ຕໍ່ບາງບັນຫາສຳຄັນດັ່ງນີ້:

ໜຶ່ງ: ກ່ຽວກັບຖານະບົດບາດສຳຄັນຂອງໄລຍະປະຕິບັດ “ແຜນພັດທະນາ 5 ປີ ຄັ້ງທີ XV”. ການບັນລຸສັງຄົມນິຍົມທັນສະໄໝເປັນຂະບວນການທາງປະຫວັດສາທີ່ກ້າວໄປຂ້າງໜ້າເທື່ອລະກ້າວ ແລະ ພັດທະນາຄືບໜ້າຢ່າງບໍ່ຢຸດຢັ້ງ, ຕ້ອງການຄວາມພະຍາຍາມຢ່າງບໍ່ລົດລະ ແລະ ສູ້ຊົນຢ່າງບໍ່ຢຸດຢັ້ງ. “ຂໍ້ສະເໜີ” ໄດ້ສະເໜີວ່າ: ໄລຍະປະຕິບັດ “ແຜນພັດທະນາ 5 ປີ ຄັ້ງທີ XV” ມີຖານະບົດບາດສຳຄັນທີ່ສືບທອດອັນເກົ່າ ແລະ ບຸກເບີກໄປສູ່ອັນໃໝ່ໃນຂະບວນການບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານ, ນີ້ເປັນການວິນິດໄສຕາມໜ້າທີ່ທາງປະຫວັດສາດທີ່ຕ້ອງໄດ້ແບກຫາບໃນໄລຍະປະຕິບັດແຜນພັດທະນາດັ່ງກ່າວ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກ ໄດ້ກຳນົດໄວ້ວ່າ: ຈະບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານເມື່ອຮອດປີ 2035. ໄລຍະປະຕິບັດ “ແຜນພັດທະນາ 5 ປີ ຄັ້ງທີ XIV” ແມ່ນ 5 ປີທຳອິດ ເຊິ່ງໄດ້ສ້າງພື້ນຖານທີ່ໜັກແໜ້ນ ແລະ ເປັນການເລີ່ມຕົ້ນທີ່ດີແລ້ວ. ສ່ວນໄລຍະປະຕິບັດ “ແຜນພັດທະນາ 5 ປີ ຄັ້ງທີ XV ” ເປັນໄລຍະຂໍກຸນແຈທີ່ສ້າງພື້ນຖານຢ່າງໜັກແໜ້ນ ແລະ ອອກແຮງຢ່າງຮອບດ້ານ, ການຈັດວາງ ແລະ ປະຕິບັດແຜນພັດທະນາໃຫ້ດີຈະສາມາດສ້າງພື້ນຖານທີ່ໜັກແໜ້ນກວ່າເກົ່າໃຫ້ແກ່ການບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານເມື່ອຮອດປີ 2035.

ການທີ່ວາງແຜນພັດທະນາໃນໄລຍະຈັດຕັ້ງປະຕິບັດ “ແຜນພັດທະນາ 5 ປີ ຄັ້ງທີ XV” ໂດຍເລີ່ມຈາກຈຸດທີ່ຕັ້ງພື້ນຖານດັ່ງກ່າວ ແມ່ນໄດ້ຮັກສາຄວາມຕໍ່ເນື່ອງ ກັບ ທັດສະນະຄະຕິ ແລະ ແນວຄວາມຄິດທີ່ສະເໜີອອກໃນ “ແຜນພັດທະນາ 5 ປີຄັ້ງທີ XIV”, ທັງໄດ້ກຳແໜ້ນທ່າອ່ຽງການພັດທະນາໃນ 5 ປີຕໍ່ໜ້າຂອງຈີນຢ່າງຖືກຕ້ອງ, “ຂໍ້ສະເໜີ” ໄດ້ສະເໜີແນວຄວາມຄິດລວມ, ຫຼັກການສຳຄັນ, ເປົ້າໝາຍຕົ້ນຕໍ ແລະ ໜ້າທີ່ຍຸດທະສາດທີ່ຕິດແທດຕົວຈິງ ແລະ ລ້ຳຍຸກ. ຕ້ອງກຳແໜ້ນຈຸດເວລານີ້, ຮັດແໜ້ນ ແລະ ເສີມຂະຫຍາຍທ່າແຮງ, ລຶບລ້າງຂໍ້ຈຳກັດ ແລະ ເສີມສ້າງຈຸດອ່ອນ ແລະ ຂໍ້ບົກຜ່ອງໃຫ້ເຂັ້ມແຂງຂຶ້ນ, ຍາດໃຫ້ໄດ້ຖານະເປັນເຈົ້າການທາງດ້ານຍຸດທະສາດໃນການແຂ່ງຂັນສາກົນທີ່ດຸເດືອດ, ຊຸກຍູ້ໃຫ້ໜ້າທີ່ວຽກງານທາງດ້ານຍຸດທະສາດທີ່ກ່ຽວຂ້ອງກັບສະພາບລວມຂອງຄວາມທັນສະໄໝແບບຈີນໄດ້ຮັບການບຸກທະລຸທີ່ສຳຄັນ ແລະ ຍິ່ງໃຫຍ່ ເພື່ອຮັບປະກັນໃຫ້ການບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານໄດ້ຮັບຄວາມຄືບໜ້າທີ່ມີລັກສະນະຕັດສິນຊີ້ຂາດ.

ສອງ: ກ່ຽວກັບເປົ້າໝາຍການພັດທະນາເສດຖະກິດ-ສັງຄົມໃນໄລຍະ “ແຜນພັດທະນາ 5 ປີ ຄັ້ງທີ XV”. ການຕັ້ງເປົ້າໝາຍພັດທະນາຕາມຫຼັກວິທະຍາສາດມີຄວາມສຳຄັນຍິ່ງຕໍ່ການຈັດວາງ ແລະ ປະຕິບັດແຜນພັດທະນາ 5 ປີໃຫ້ດີ. “ຂໍ້ສະເໜີ” ໄດ້ກຳແໜ້ນຈຸດທີ່ຕັ້ງພື້ນຖານຂອງໄລຍະ “ແຜນພັດທະນາ 5 ປີ ຄັ້ງທີ XV” ແລະ ຄວາມຮຽກຮ້ອງຕ້ອງການໃນໄລຍະນີ້, ໄດ້ກຳນົດເປົ້າໝາຍຕົ້ນຕໍແຫ່ງການພັດທະນາເສດຖະກິດ-ສັງຄົມຢ່າງຈະແຈ້ງ. ຕົວຊີ້ວັດສຳຄັນຢ່າງໜຶ່ງທີ່ເປັນຂີດໝາຍວ່າ ຈີນໄດ້ບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານເມື່ອຮອດປີ 2035 ແມ່ນ: ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນໄດ້ບັນລຸລະດັບຂອງປະເທດທີ່ພັດທະນາແລ້ວໃນລະດັບປານກາງ ເຊິ່ງໄດ້ຮຽກຮ້ອງໃຫ້ການພັດທະນາເສດຖະກິດ-ສັງຄົມໃນໄລຍະ “ແຜນພັດທະນາ 5 ປີ ຄັ້ງທີ XV” ຕ້ອງໄດ້ຮັກສາຈັງຫວະການເຕີບໂຕທີ່ເໝາະສົມ. ຢູ່ບົນພື້ນຖານການລົງເລິກຄົ້ນຄວ້າ, ພິສູດ ແລະ ຢືນຢັນຕາມຫຼັກວິທະຍາສາດ, “ຂໍ້ສະເໜີ” ໄດ້ສະເໜີເປົ້າໝາຍສຳຄັນຕ່າງໆ ເຊັ່ນ: ຮັກສາຈັງຫວະການເຕີບໂຕຂອງເສດຖະກິດໃຫ້ຢູ່ໃນລະດັບທີ່ເໝາະສົມ, ຍົກສູງປະສິດທິພາບຂອງການຜະລິດທຸກປັດໄຈທີ່ສຳຄັນຢ່າງໝັ້ນທ່ຽງ, ຄວາມສາມາດບົ່ມຊ້ອນດ້ານການເຕີບໂຕຂອງເສດຖະກິດໄດ້ຫຼັ່ງໄຫຼອອກມາຢ່າງເຕັມທີ່, ການເພີ່ມຂຶ້ນຂອງລາຍຮັບພົນລະເມືອງ ແລະ ການເຕີບໂຕຂອງເສດຖະກິດໄປພ້ອມກັນ, ການຍົກສູງຂອງຄ່າແຮງງານ ແລະ ການຍົກສູງປະສິດທິພາບການຜະລິດຂອງແຮງງານໄປພ້ອມກັນ, ກຸ່ມຄົນທີ່ມີລາຍຮັບປານກາງສືບຕໍ່ຂະຫຍາຍກວ້າງອອກ. ພ້ອມດຽວກັນນີ້, ໂດຍແນໃສ່ບັນຫາພົ້ນເດັ່ນຕ່າງໆ ເຊັ່ນ: ເສດຖະກິດພາຍໃນປະເທດໃນໄລຍະປັດຈຸບັນມີຄວາມກົດດັນສູງທີ່ຈະເຕີບໂຕຊ້າລົງ ແລະ ມີຄວາມຕ້ອງການຕົວຈິງທີ່ບໍ່ພຽງພໍ ເປັນຕົ້ນ, “ຂໍ້ສະເໜີ” ໄດ້ສະເໜີເປົ້າໝາຍຕ່າງໆ ເຊັ່ນ: ອັດຕາການອຸປະໂພກ-ບໍລິໂພກຂອງພົນລະເມືອງຈະຍົກສູງຂຶ້ນຢ່າງເດັ່ນຊັດ, ບົດບາດຂອງຄວາມຕ້ອງການພາຍໃນທີ່ເປັນກຳລັງຂັບເຄື່ອນຫຼັກໃນການຖ່ວງດຶງການພັດທະນາຂອງເສດຖະກິດນັ້ນສືບຕໍ່ເພີ່ມຂຶ້ນ.

ໂດຍອີງຕາມການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ເປົ້າໝາຍກ່ຽວກັບການພັດທະນາເສດຖະກິດ-ສັງຄົມໃນໄລຍະ “ແຜນພັດທະນາ 5 ປີ ຄັ້ງທີ XV” ທີ່ສະເໜີອອກໃນ “ຂໍ້ສະເໜີ” ສະບັບນີ້ ຕົ້ນຕໍແມ່ນກຳນົດຄາດໝາຍເທົ່ານັ້ນ, ສ່ວນຄວາມຮຽກຮ້ອງກ່ຽວກັບປະລິມານທີ່ຈຳເປັນ ແລະ ການຈັດວາງບາງວຽກງານທີ່ລະອຽດຈະເອົາໄວ້ໃຫ້ຄົ້ນຄວ້າ ແລະ ກຳນົດໃນເວລາສ້າງໂຄງຮ່າງຂອງແຜນພັດທະນາ ເພື່ອສະແດງໃຫ້ເຫັນ ແລະ ເສີມຂະຫຍາຍບົດບາດນຳພາດ້ານມະຫາພາກຂອງ “ຂໍ້ສະເໜີ”.

ສາມ: ກ່ຽວກັບການຖືເອົາການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງເປັນຫົວຂໍ້ຫຼັກ. “ຂໍ້ສະເໜີ” ຄັ້ງນີ້ແມ່ນສືບທອດມາຈາກ “ແຜນພັດທະນາ 5 ປີ ຄັ້ງທີ XIV”,  ສືບຕໍ່ກຳນົດເອົາການພັດທະນາດ້ວຍຄຸນນະພາບສູງເປັນຫົວຂໍ້ຫຼັກໃນການພັດທະນາເສດຖະກິດ-ສັງຄົມໃນໄລຍະ “ແຜນພັດທະນາ 5 ປີ ຄັ້ງທີ XV” ໂດຍໄດ້ຮຽກຮ້ອງໃຫ້ຍຶດໝັ້ນຖືເອົາການສ້າງສາເສດຖະກິດເປັນໃຈກາງ, ຈັດຕັ້ງປະຕິບັດແນວຄວາມຄິດການພັດທະນາແບບໃໝ່ຢ່າງຄົບຖ້ວນ, ຖືກຕ້ອງ ແລະ ຮອບດ້ານ ເພື່ອບັນລຸການຍົກສູງຄຸນນະພາບຢ່າງມີປະສິດທິຜົນ ແລະ ການເຕີບໂຕດ້ານປະລິມານທີ່ເໝາະສົມ, ຊຸກຍູ້ໃຫ້ເສດຖະກິດສືບຕໍ່ພັດທະນາຢ່າງປອດໄສ ແລະ ສັງຄົມມີຄວາມກ້າວໜ້າຢ່າງຮອບດ້ານ. ສິ່ງສຳຄັນທີ່ສຸດໃນການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ ແມ່ນຕ້ອງເລັ່ງບັນລຸການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນດ້ານວິທະຍາສາດເຕັກໂນໂລຊີທີ່ມີລະດັບສູງ, ຕັ້ງໜ້າພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ ເພື່ອໃຫ້ໄດ້ຮັບຄວາມຄືບໜ້າຕົວຈິງແບບບຸກທະລຸໃນການຊຸກຍູ້ການປະດິດສ້າງໃໝ່ໃນດ້ານວິທະຍາສາດເຕັກໂນໂລຊີ, ເລັ່ງລັດບົ່ມເພາະສ້າງກຳລັງຂັບເຄື່ອນໃໝ່, ຊຸກຍູ້ການຍົກລະດັບປັບປຸງໂຄງປະກອບເສດຖະກິດໃຫ້ດີຂຶ້ນຢ່າງແທ້ຈິງ ແລະ ມີການບຸກທະລຸ.

“ຂໍ້ສະເໜີ” ໄດ້ເນັ້ນໃສ່ບົດບາດນຳພາຂອງການປະດິດສ້າງໃໝ່ໃນດ້ານວິທະຍາສາດເຕັກໂນໂລຊີ, ໄດ້ຈັດວາງວຽກງານໃນດ້ານຕ່າງໆ ເຊັ່ນ: ການສ້າງລະບົບອຸດສາຫະກຳທັນສະໄໝ, ເລັ່ງບັນລຸການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນດ້ານວິທະຍາສາດເຕັກໂນໂລຊີທີ່ມີລະດັບສູງ ແລະ ເລັ່ງການຫັນປ່ຽນຮູບແບບການພັດທະນາເສດຖະກິດ-ສັງຄົມໄປຕາມທິດສີຂຽວຢ່າງຮອບດ້ານ, ໄດ້ສະເໜີໃຫ້ປັບປຸງ ແລະ ຍົກສູງອຸດສາຫະກຳດັ້ງເດີມ, ບົ່ມເພາະສ້າງອຸດສາຫະກຳທີ່ຈະເລີນໃໝ່ ແລະ ອຸດສາຫະກຳອະນາຄົດໃຫ້ເຕີບໃຫຍ່ຂະຫຍາຍຕົວ, ປັບປຸງພື້ນຖານຂອງເສດຖະກິດຮູບປະທຳໃຫ້ເຂັ້ມແຂງຂຶ້ນ; ສະເໜີໃຫ້ເພີ່ມທະວີການປະດິດສ້າງໃໝ່ຕົ້ນສະບັບ ແລະ ແກ້ໄຂຂອດຫຍຸ້ງຍາກກ່ຽວກັບເຕັກໂນໂລຊີແກນກາງທີ່ສຳຄັນ, ຊຸກຍູ້ໃຫ້ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ ກັບ ການປະດິດສ້າງໃໝ່ດ້ານອຸດສາຫະກຳເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ, ຊຸກຍູ້ການພັດທະນາການສຶກສາ, ວິທະຍາສາດເຕັກໂນໂລຊີ ແລະ ຜູ້ມີຄວາມຮູ້ຄວາມສາມາດໃຫ້ເປັນອັນໜຶ່ງອັນດຽວກັນ, ລົງເລິກຊຸກຍູ້ການສ້າງປະເທດຈີນດີຈີຕອນ; ໄດ້ສະເໜີໃຫ້ເລັ່ງສ້າງລະບົບພະລັງງານແບບໃໝ່ ແລະ ເລັ່ງສ້າງວິທີການຜະລິດ ແລະ ວິຖີຊີວິດສີຂຽວ. ສິ່ງທີ່ຄວນເອົາໃຈໃສ່ນັ້ນກໍແມ່ນ: ການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ຕ້ອງມີເງື່ອນໄຂເອື້ອອຳນວຍ, ຕ້ອງພິຈາລະນາຄວາມເປັນໄປໄດ້ຕົວຈິງຢ່າງເຕັມທີ່, ດັ່ງນັ້ນ, ເນື້ອໃນ “ຂໍ້ສະເໜີ” ຈຶ່ງເນັ້ນໜັກໃຫ້ພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ຕາມສະພາບເງື່ອນໄຂຕົວຈິງຂອງທ້ອງຖິ່ນ ເພື່ອຊີ້ນຳໃຫ້ທຸກຄົນເຮັດວຽກຕາມຫຼັກວິທະຍາສາດ, ສົມເຫດສົມຜົນ ແລະ  ຕິດແທດຕົວຈິງ, ປ້ອງກັນບໍ່ໃຫ້ເກີດສະພາບການທີ່ພາກັນຫຸ້ມໄປເຮັດແບບຫຼັບຫູຫຼັບຕາ.

ສີ່: ກ່ຽວກັບການສ້າງຮອບໝູນວຽນທາງເສດຖະກິດຢູ່ພາຍໃນປະເທດໃຫ້ເຂັ້ມແຂງຂຶ້ນ ທັງເຮັດໃຫ້ຮອບໝູນວຽນທາງເສດຖະກິດຢູ່ພາຍໃນປະເທດ ແລະ ສາກົນມີຄວາມລຸລ່ວງ. ສະພາບແວດລ້ອມພາຍນອກຍິ່ງສັບສົນ ແລະ ຂ້ຽວຂາດ, ຍິ່ງຕ້ອງເລັ່ງລັດສ້າງສະພາບການພັດທະນາແບບໃໝ່ ແລະ ກຳແໜ້ນສິດເປັນເຈົ້າການໃນການພັດທະນາ. ໃນໄລຍະປັດຈຸບັນ ແລະ ໄລຍະໜຶ່ງຕໍ່ໜ້ານີ້, ຕ້ອງຍຶດໝັ້ນຊຸກຍູ້ຮອບໝູນວຽນທາງເສດຖະກິດຢູ່ພາຍໃນປະເທດໃຫ້ເຂັ້ມແຂງຂຶ້ນ, ເລັ່ງສ້າງລະບົບຮອບໝູນວຽນທາງເສດຖະກິດຢູ່ພາຍໃນປະເທດທີ່ເຂັ້ມແຂງໃຫ້ສຳເລັດ ເພື່ອເຮັດໃຫ້ຄວາມໝັ້ງຄົງຂອງຮອບໝູນວຽນເສດຖະກິດພາຍໃນປະເທດສາມາດຮັບມືກັບຄວາມບໍ່ແນ່ນອນຂອງຮອບໝູນວຽນທາງເສດຖະກິດສາກົນ.

“ຂໍ້ສະເໜີ” ໄດ້ເນັ້ນໜັກໃຫ້ຊຸກຍູ້ຮອບໝູນວຽນທາງເສດຖະກິດຢູ່ພາຍໃນປະເທດໃຫ້ເຂັ້ມແຂງ, ໄດ້ຈັດວາງວຽກງານກ່ຽວກັບການສ້າງຕະຫຼາດພາຍໃນປະເທດໃຫ້ເຂັ້ມແຂງ ແລະ ເລັ່ງສ້າງໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມທີ່ມີລະດັບສູງ, ເນັ້ນໜັກໃຫ້ຍຶດໝັ້ນການເປີດກວ້າງຄວາມຕ້ອງການພາຍໃນທີ່ເປັນຈຸດພື້ນຖານທາງຍຸດທະສາດ, ຍຶດໝັ້ນການສ້າງຜົນປະໂຫຍດແກ່ຊີວິດການເປັນຢູ່ຂອງປະຊາຊົນກັບການສົ່ງເສີມການບໍລິໂພກ ກໍຄື ການລົງທຶນເຂົ້າໃນດ້ານວັດຖຸກັບການລົງທຶນເຂົ້າໃນດ້ານບຸກຄະລາກອນປະສານສົມທົບກັນຢ່າງແໜ້ນແຟ້ນ, ອອກແຮງກະຕຸ້ນການບໍລິໂພກ, ເປີດກວ້າງການລົງທຶນທີ່ມີປະສິດທິຜົນ, ທຳລາຍຈຸດຕັນ ແລະ ຈຸດບໍ່ໂລ່ງລ່ຽນທີ່ກີດຂວາງການສ້າງຕະຫຼາດໃຫຍ່ທີ່ເປັນເອກະພາບກັນໃນທົ່ວປະເທດ, ກະຕຸກຊຸກຍູ້ຄວາມມີຊີວິດຊີວາຂອງອົງກອນເສດຖະກິດປະເພດຕ່າງໆຢ່າງເຕັມສ່ວນ, ເລັ່ງລັດປັບປຸງໂຄງປະກອບກົນໄກຈັດສັນປັດໄຈສຳຄັນຕາມຫຼັກການຕະຫຼາດໃຫ້ສົມບູນຂຶ້ນ, ຍົກສູງປະສິດທິພາບ ແລະ ຄວາມສາມາດໃນການຄຸ້ມຄອງເສດຖະກິດມະຫາພາກ. ໃນຂະນະດຽວກັນ, ໄດ້ສະເໜີໃຫ້ເປີດກວ້າງຮອບໝູນວຽນທາງເສດຖະກິດສາກົນ, ເປີດກວ້າງການເປີດປະຕູສູ່ພາຍນອກດ້ານລະບຽບການຢ່າງໝັ້ນທ່ຽງ, ປົກປ້ອງລະບົບການຄ້າຫຼາຍຝ່າຍ, ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ.

ຫ້າ: ກ່ຽວກັບການສ້າງຄວາມຮັ່ງມີຮ່ວມກັນຂອງປະຊາຊົນທຸກຖ້ວນໜ້າ  ຢວ່າງບາດກ້າວທີ່ໜັກແໜ້ນ. ຄວາມທັນສະໄໝແບບຈີນ ແມ່ນຄວາມທັນສະໄໝທີ່ເຮັດໃຫ້ປະຊາຊົນທຸກຖ້ວນໜ້າສ້າງຄວາມຮັ່ງມີຮ່ວມກັນ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XVIII ຂອງພັກ ເປັນຕົ້ນມາ, ພວກຂ້າພະເຈົ້າໄດ້ຍຶດໝັ້ນອຸດົມການແຕ່ຫົວທີ, ໄດ້ພິຈາລະນາແກ້ໄຂບັນຫາໃນຫຼັກໝັ້ນປະຊາຊົນ, ໄດ້ຊຸກຍູ້ການພັດທະນາຢ່າງກົມກຽວກັນລະຫວ່າງເຂດແຄວ້ນຕ່າງໆ, ໄດ້ນຳໃຊ້ມາດຕະການທີ່ເຂັ້ມແຂງເພື່ອຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ໄດ້ເອົາຊະນະໃນບັ້ນລຶບລ້າງຄວາມທຸກຍາກ ແລະ ສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ ເຊິ່ງໄດ້ສ້າງເງື່ອນໄຂທີ່ດີໃຫ້ແກ່ການສ້າງຄວາມຮັ່ງມີ ຮ່ວມກັນ. ແນວຄິດຊີ້ນຳຂອງ “ຂໍ້ສະເໜີ” ໄດ້ເນັ້ນໜັກຢ່າງຈະແຈ້ງວ່າ: ການທີ່ ຄວາມຮັ່ງມີຮ່ວມກັນຂອງປະຊາຊົນທຸກຖ້ວນໜ້າຢວ່າງບາດກ້າວທີ່ໜັກແໜ້ນ ແມ່ນຄວາມຮຽກຮ້ອງລວມຂອງການຊີ້ນຳການພັດທະນາເສດຖະກິດ-ສັງຄົມໃນໄລຍະ “ແຜນພັດທະນາ 5 ປີ ຄັ້ງທີ XV”.

“ຂໍ້ສະເໜີ” ໄດ້ກຳແໜ້ນເປົ້າໝາຍ ແລະ ຄວາມຮຽກຮ້ອງຂອງຄວາມຮັ່ງມີຮ່ວມກັນ, ໂດຍປິ່ນອ້ອມການຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໄດ້ຈັດວາງນະໂຍບາຍ ແລະ ມາດຕະການຊຸດໜຶ່ງທີ່ດຸນດ່ຽງ ແລະ ສາມາດປະຕິບັດໄດ້ໃນດ້ານການຊຸກຍູ້ການປະກອບອາຊີບທີ່ມີຄຸນນະພາບສູງຢ່າງເຕັມທີ່, ປັບປຸງລະບຽບການແບ່ງປັນລາຍຮັບໃຫ້ສົມບູນຂຶ້ນ, ພັດທະນາການສຶກສາທີ່ປະຊາຊົນເພິ່ງພໍໃຈໃຫ້ດີ, ບູລະນະລະບົບປະກັນສັງຄົມໃຫ້ສົມບູນຂຶ້ນ, ຊຸກຍູ້ການພັດທະນາອະສັງຫາລິມະຊັບດ້ວຍຄຸນນະພາບສູງ, ເລັ່ງລັດການສ້າງຈີນທີ່ມີສຸຂະພາບແຂງແຮງ, ຊຸກຍູ້ການພັດທະນາປະຊາກອນດ້ວຍຄຸນນະພາບສູງ, ຊຸກຍູ້ຄວາມສະເໝີພາບດ້ານການບໍລິການສາທາລະນະຂັ້ນພື້ນຖານ ແລະອື່ນໆຢ່າງໜັກແໜ້ນ. ສຸມໃສ່ຫຼຸດຄວາມແຕກໂຕນກັນລະຫວ່າງເຂດແຄວ້ນ ແລະ ລະຫວ່າງຕົວເມືອງ ກັບ ຊົນນະບົດ, ດັ່ງນັ້ນ, ຈຶ່ງໄດ້ຈັດວາງມາດຕະການທີ່ຕິດແທດຕົວຈິງຊຸດໜຶ່ງໃນດ້ານຕ່າງໆ ເຊັ່ນ: ການເລັ່ງສ້າງສາຄວາມທັນສະໄໝໃນດ້ານກະສິກຳ ແລະ ຊົນນະບົດ, ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ ແລະ ໜັກແໜ້ນ, ປັບປຸງການຈັດສັນເສດຖະກິດເຂດແຄວ້ນໃຫ້ດີຂຶ້ນ ແລະ ຊຸກຍູ້ການພັດທະນາເຂດແຄວ້ນຢ່າງກົມກຽວກັນ ເປັນຕົ້ນ. ສຸມໃສ່ຊຸກຍູ້ໃຫ້ປະຊາຊົນສ້າງຄວາມຮັ່ງມີຮ່ວມກັນໃນດ້ານຊີວິດຈິດໃຈ, ໄດ້ສະເໜີໃຫ້ສົ່ງເສີມ ແລະ ປະຕິບັດຕາມຄ່ານິຍົມແກນກາງສັງຄົມນິຍົມ, ອອກແຮງພັດທະນາພາລະກິດວັດທະນະທຳໃຫ້ຈະເລີນຮຸ່ງເຮືອງ, ເລັ່ງລັດການພັດທະນາອຸດສາຫະກຳວັດທະນະທຳ, ຍົກຄວາມສາມາດໂຄສະນາເຜີຍແຜ່ ແລະ ອິດທິພົນຂອງອະລິຍະທຳຈີນໃຫ້ສູງຂຶ້ນ.

ຫົກ: ກ່ຽວກັບການວາງແຜນເປັນເອກະພາບກັນໃນດ້ານການພັດທະນາ ແລະ ຄວາມໝັ້ນຄົງ. ຄວາມໝັ້ນຄົງແມ່ນເງື່ອນໄຂເບື້ອງຕົ້ນສຳລັບການພັດທະນາ ແລະ ການພັດທະນາແມ່ນເປັນສິ່ງຄ້ຳປະກັນໃຫ້ແກ່ຄວາມໝັ້ນຄົງ. ໃນ 5 ປີຕໍ່ໜ້າ, ຂະນະທີ່ຈີນຈະມີປັດໄຈທີ່ບໍ່ແນ່ອນ ແລະ ຄວາມສ່ຽງອັນຕະລາຍທີ່ຄາດຄະເນຍາກຕ່າງໆ ເພີ່ມຂຶ້ນຢ່າງເດັ່ນຊັດ, ໜ້າທີ່ວາງແຜນເປັນເອກະພາບກັນໃນດ້ານການພັດທະນາ ແລະ ຄວາມໝັ້ນຄົງຈະໜັກໜ່ວງກວ່າເກົ່າ. ໂດຍປິ່ນອ້ອມການຊຸກຍູ້ຄວາມທັນສະໄໝຂອງລະບົບ ແລະ ຄວາມສາມາດດ້ານຄວາມໝັ້ນຄົງແຫ່ງຊາດ, “ຂໍ້ສະເໜີ” ໄດ້ສະເໜີໃຫ້ບູລະນະລະບົບຄວາມໝັ້ນຄົງແຫ່ງຊາດໃຫ້ສົມບູນຂຶ້ນ, ເພີ່ມທະວີການສ້າງສາຄວາມສາມາດດ້ານຄວາມໝັ້ນຄົງແຫ່ງຊາດໃນຂົງເຂດຈຸດສຸມ, ຍົກລະດັບການຄຸ້ມຄອງຄວາມໝັ້ນຄົງສາທາລະນະໃຫ້ສູງຂຶ້ນ, ບູລະນະລະບົບຄຸ້ມຄອງສັງຄົມໃຫ້ສົມບູນຂຶ້ນ ແລະ ອື່ນໆ. ໂດຍປິ່ນອ້ອມການຊຸກຍູ້ຄວາມທັນສະໄໝໃນດ້ານການປ້ອງກັນປະເທດ ແລະ ກອງທັບດ້ວຍຄຸນນະພາບສູງ, ໄດ້ສະເໜີໃຫ້ເລັ່ງການສ້າງສາກຳລັງສູ້ຮົບທີ່ທັນສະໄໝ, ຊຸກຍູ້ຄວາມທັນສະໄໝດ້ານການຄຸ້ມຄອງທາງການທະຫານ, ປັບປຸງ ແລະ ຍົກລະດັບລະບົບ ແລະ ຄວາມສາມາດດ້ານຍຸດທະສາດແຫ່ງຊາດທີ່ເປັນເອກະພາບກັນໃຫ້ສູງຂຶ້ນ.

ເຈັດ: ກ່ຽວກັບການຍຶດໝັ້ນການນຳພາຮອບດ້ານຂອງພັກ. ຍຶດໝັ້ນ ແລະ ເພີ່ມທະວີການຮ່ວມມືຮອບດ້ານຂອງພັກແມ່ນສິ່ງຄ້ຳປະກັນພື້ນຖານໃນການຊຸກຍູ້ຄວາມທັນສະໄໝແບບຈີນ. “ຂໍ້ສະເໜີ" ໄດ້ພິຈາລະນາເຖິງການຍົກຄວາມສາມາດ ແລະ ລະດັບຂອງພັກໃນການນຳພາການພັດທະນາເສດຖະກິດ-ສັງຄົມ, ເນັ້ນໜັກການຍຶດໝັ້ນ ແລະ ເພີ່ມທະວີການນຳພາແບບໂຮມສູນເປັນເອກະພາບກັນຂອງສູນກາງພັກ, ປັບປຸງກົນໄກຈັດວາງ ແລະ ຈັດຕັ້ງປະຕິບັດນະໂຍບາຍທີ່ສຳຄັນຂອງສູນກາງພັກໃຫ້ສົມບູນຂຶ້ນ; ເຕົ້າໂຮມແນວຄິດເປັນເອກະພາບກັນ, ເຕົ້າໂຮມມານະຈິດເປັນເອກະພາບກັນ ແລະ ເຕົ້າໂຮມການເຄື່ອນໄຫວເປັນເອກະພາບກັນດ້ວຍທິດສະດີປະດິດສ້າງໃໝ່ຂອງພັກຢ່າງຕໍ່ເນື່ອງ; ຍຶດໝັ້ນທິດທາງນຳໃຊ້ບຸກຄະລາກອນທີ່ຖືກຕ້ອງ, ປັບປຸງກົນໄກການກວດສອບ ແລະ ຕີລາຄາພະນັກງານໃຫ້ສົມບູນຂຶ້ນ; ຊຸກຍູ້ການສ້າງສາອົງການຮາກຖານຂອງພັກໃນທຸກຂົງເຂດຢ່າງເປັນເອກະພາບກັນ; ຈັດຕັ້ງປະຕິບັດຈິດໃຈກົດເຫຼັກ 8 ຂໍ້ຂອງສູນກາງພັກຢ່າງບໍ່ລົດລະ; ປັບປຸງລະບົບຕິດຕາມກວດກາຂອງພັກ ແລະ ລັດໃຫ້ສົມບູນຂຶ້ນ; ເດັດດ່ຽວເອົາຊະນະບັ້ນຕໍ່ສູ້ຕ້ານການສໍ້ລາດບັງຫຼວງທີ່ຫຍຸ້ງຍາກຢ່າງຖາວອນ ແລະ ກວມລວມ.

ບັນດາສະຫາຍ, ການພິຈາລະນາຄົ້ນຄວ້າ ແລະ ຮັບຮອງຂໍ້ສະເໜີກ່ຽວກັບ “ແຜນພັດທະນາ 5 ປີ ຄັ້ງທີ XV” ແມ່ນໜ້າທີ່ຕົ້ນຕໍຂອງກອງປະຊຸມຄົບຄະນະຄັ້ງນີ້. ທຸກສະຫາຍຕ້ອງຕັ້ງໜ້າຕັ້ງໃຈພິຈາລະນາ ແລະ ລົງເລິກປຶກສາຫາລືກັນ ເພື່ອປະກອບຄຳເຫັນ ແລະ ຂໍ້ສະເໜີທີ່ມີລັກສະນະສ້າງສັນ, ຮ່ວມກັນຈັດກອງປະຊຸມຄົບຄະນະຄັ້ງນີ້ໃຫ້ດີ ແລະ ປັບປຸງຂໍ້ສະເໜີສະບັບຮ່າງນີ້ໃຫ້ດີ.