ຄຳອະທິບາຍ "ຂໍ້ຕົກລົງຂອງສູນກາງພັກຄອມມູນິດຈີນ ກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ"

2024-07-22 12:05:32

ຄຳອະທິບາຍ "ຂໍ້ຕົກລົງຂອງສູນກາງພັກຄອມມູນິດຈີນ
ກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ

ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ"


ໂດຍ: ສະຫາຍ ສີຈິ້ນຜິງ

 

ບັນດາສະຫາຍ:


ໂດຍໄດ້ຮັບການມອບໝາຍຈາກກົມການເມືອງສູນກາງພັກ, ຂ້າພະເຈົ້າຂໍສະເໜີຄຳອະທິບາຍ ສະພາບການທີ່ກ່ຽວຂ້ອງໃນການຮ່າງ “ຂໍ້ຕົກລົງຂອງສູນກາງພັກຄອມມູນິດຈີນກ່ຽວກັບການລົງເລິກ ການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ” ຕໍ່ກອງປະຊຸມຄົບຄະນະ.


Ⅰ. ການພິຈາລະນາກ່ຽວກັບຫົວຂໍ້ຫາລືໃນກອງປະຊຸມຄົບຄະນະ


ການວາງແຜນ ແລະ ຈັດວາງການປະຕິຮູບ ໂດຍປິ່ນອ້ອມໜ້າທີ່ໃຈກາງຂອງພັກ ເປັນບົດຮຽນທີ່ ປະສົບຜົນສໍາເລັດຈາກການນໍາພາການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງພັກ. ໂດຍອີງໃສ່ ບົດຮຽນປະສົບການຕົວຈິງ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງ,  ກົມການເມືອງສູນກາງພັກໄດ້ ຕົກລົງໃຫ້ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກໍາມະການສູນກາງພັກ ສະໄໝທີ XX ຄົ້ນ ຄວ້າກ່ຽວກັບບັນຫາລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ, ໂດຍມີການພິຈາລະນາໃນບາງດ້ານຕົ້ນຕໍດັ່ງນີ້:


ໜຶ່ງ. ນີ້ເປັນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ໃນການເຕົ້າໂຮມຈິດໃຈ ແລະ ກໍາລັງແຮງ ເພື່ອເຮັດສໍາເລັດໜ້າທີ່ໃຈກາງຂອງພັກ ໃນການອອກເດີນທາງຄັ້ງໃໝ່ໃນຍຸກໃໝ່. ຜ່ານພຶດຕິກໍາຕົວ ຈິງໄດ້ຢັ້ງຢືນໃຫ້ເຫັນຢ່າງເຕັມສ່ວນແລ້ວວ່າ: ໃນໄລຍະໃໝ່ແຫ່ງການດໍາເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ກໍຄືສ້າງສັງຄົມນິຍົມທັນສະໄໝ, ສາເຫດທີ່ປະເທດເຮົາສາມາດທ່ວງທັນກັບ ຍຸກສະໄໝດ້ວຍບາດກ້າວໃຫຍ່ນັ້ນແມ່ນຍ້ອນໄດ້ອາໄສການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ. ນັບແຕ່ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XVIII ຂອງພັກເປັນຕົ້ນມາ, ພາລະກິດຂອງພັກ ແລະ ປະເທດຊາດໄດ້ຮັບຜົນງານຄັ້ງປະຫວັດສາດ ພ້ອມທັງເກີດການປ່ຽນແປງຄັ້ງປະຫວັດສາດ ກໍແມ່ນຍ້ອນອາໄສການປະຕິຮູບ ແລະ ເປີດປະຕູສູ່ພາຍນອກເຊັ່ນດຽວກັນ. ໃນການອອກເດີນທາງ ຄັ້ງໃໝ່ໃນຍຸກໃໝ່, ຖ້າຢາກສ້າງສະພາບການໃໝ່ແຫ່ງການສ້າງຄວາມທັນສະໄໝແບບຈີນ, ຍັງຕ້ອງ ອາໄສການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກ ໄດ້ກໍານົດໜ້າທີ່ໃຈກາງໃນການສ້າງສາປະເທດສັງຄົມນິຍົມທັນສະໄໝເຂັ້ມແຂງໃຫ້ສໍາເລັດ ຜົນຮອບດ້ານ ບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີ ເຫດການທີ 2 ກໍຄືຊຸກຍູ້ການຟື້ນຟູຄວາມ ຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານ ດ້ວຍຄວາມທັນສະໄໝແບບຈີນ, ໄດ້ ບັນຍາຍສີສັນພິເສດຂອງຈີນ ຄວາມຮຽກຮ້ອງໃນດ້ານທາດແທ້ ແລະ ຫຼັກການສໍາຄັນເປັນຕົ້ນຂອງ ຄວາມທັນສະໄໝແບບຈີນ, ພ້ອມທັງໄດ້ວາງແຜນຍຸດທະສາດ ຕໍ່ການຊຸກຍູ້ຄວາມທັນສະໄໝແບບ ຈີນ. ຖ້າຢາກຈັດຕັ້ງປະຕິບັດແຜນຍຸດທະສາດເຫຼົ່ານີ້ຢ່າງເປັນຮູບປະທໍາ ແລະ ຫັນຄວາມທັນສະ ໄໝແບບຈີນຈາກແຜນແມ່ບົດໃຫ້ກາຍເປັນຮູບປະທໍາຕົວຈິງ, ສິ່ງສໍາຄັນແມ່ນຕ້ອງລົງເລິກການປະຕິ ຮູບຢ່າງຮອບດ້ານຕື່ມອີກ, ປັບປຸງໂຄງປະກອບ ແລະ ກົນໄກດ້ານຕ່າງໆໃຫ້ຄົບຖ້ວນຢ່າງບໍ່ຢຸດຢັ້ງ ເພື່ອສະໜອງສິ່ງຄໍ້າປະກັນດ້ານລະບອບລະບຽບການ ໃຫ້ແກ່ການຊຸກຍູ້ຄວາມທັນສະໄໝແບບຈີນ.


ສອງ. ນີ້ເປັນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ໃນການປັບປຸງ ແລະ ພັດທະນາລະບອບ ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ຊຸກຍູ້ການສ້າງຄວາມທັນສະໄໝດ້ານລະບົບ ແລະ ຄວາມສາ ມາດດ້ານການບໍລິຫານຂອງຊາດ. ນັບແຕ່ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XVIII ຂອງພັກເປັນຕົ້ນມາ, ພວກເຮົາໄດ້ສຸມໃສ່ສ້າງລະບອບລະບຽບການເປັນທິດທາງຫຼັກ, ໂດຍໄດ້ປັບ ປຸງລະບອບລະບຽບການໃນດ້ານຕ່າງໆໃຫ້ຄົບຖ້ວນ ດ້ວຍການລົງເລິກການປະຕິຮູບຢ່າງຮອບດ້ານ, ໄດ້ຊຸກຍູ້ໃຫ້ລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນມີຄວາມສົມບູນ ແລະ ໝັ້ນທ່ຽງກວ່າເກົ່າ, ຄວາມທັນສະໄໝດ້ານລະບົບ ແລະ ຄວາມສາມາດດ້ານການບໍລິຫານຂອງຊາດມີລະດັບສູງຂຶ້ນຢ່າງ ເດັ່ນຊັດ ໂດຍໄດ້ສະໜອງສິ່ງຄໍ້າປະກັນດ້ານລະບອບລະບຽບການທີ່ເຂັ້ມແຂງ ໃຫ້ແກ່ການສ້າງສັງ ຄົມອີ່ມໜໍາສໍາລານໃຫ້ສໍາເລັດຜົນຢ່າງຮອບດ້ານ. ພ້ອມດຽວກັນນີ້, ຕ້ອງສັງເກດເຫັນຢ່າງຈະແຈ້ງວ່າ: ການປັບປຸງລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃຫ້ຄົບຖ້ວນນັ້ນ ເປັນຂະບວນວິວັດທີ່ຕ້ອງ ດໍາເນີນໄປຢູ່ຕະຫຼອດ, ຄຽງຄູ່ກັບການປະຕິບັດຕົວຈິງ ແນ່ນອນຈະຕ້ອງໄດ້ຮັບການພັດທະນາຢ່າງບໍ່ ຢຸດຢັ້ງ, ລະບອບລະບຽບການທີ່ມີຢູ່ແລ້ວ ຕ້ອງໄດ້ຮັບການປັບປຸງໃຫ້ຄົບຖ້ວນຢ່າງບໍ່ຢຸດຢັ້ງ, ຂົງ ເຂດໃໝ່ ແລະ ການປະຕິບັດຕົວຈິງອັນໃໝ່ ຕ້ອງຊຸກຍູ້ການປະດິດສ້າງ ແລະ ການເພີ່ມເຕີມດ້ານລະບອບລະບຽບການ. ເມື່ອຜະເຊີນໜ້າກັບສະພາບການ ແລະ ໜ້າທີ່ອັນໃໝ່, ຕ້ອງລົງເລິກການປະ ຕິຮູບຢ່າງຮອບດ້ານຕື່ມອີກ, ສືບຕໍ່ປັບປຸງລະບຽບການ ແລະ ກົນໄກດ້ານຕ່າງໆໃຫ້ຄົບຖ້ວນ, ສ້າງ ພື້ນຖານໃຫ້ໜັກແໜ້ນ, ເສີມຂະຫຍາຍທ່າແຮງ, ແກ້ໄຂບັນຫາຈຸດອ່ອນ ແລະ ສ້າງຄວາມເຂັ້ມແຂງ ໃຫ້ກັບຈຸດດ້ອຍ, ຫັນທ່າແຮງດ້ານລະບອບຂອງປະເທດເຮົາ ໃຫ້ກາຍເປັນສະມັດຖະພາບໃນການ ຄຸ້ມຄອງປະເທດໃຫ້ດີກວ່າເກົ່າຢ່າງບໍ່ຢຸດຢັ້ງ.


ສາມ. ນີ້ເປັນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ໃນການຊຸກຍູ້ການພັດທະນາທີ່ມີຄຸນນະ ພາບສູງ ແລະ ປັບໂຕໃຫ້ເຂົ້າກັບການປ່ຽນແປງດ້ານຂໍ້ຂັດແຍ້ງຕົ້ນຕໍໃນສັງຄົມຂອງປະເທດເຮົາໃຫ້ ດີກວ່າເກົ່າ. ປັດຈຸບັນ, ບັນຫາພົ້ນເດັ່ນໃນການຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງຍັງແມ່ນການ ພັດທະນາແບບບໍ່ກໍ້າເກິ່ງກັນ ແລະ ບໍ່ເຕັມສ່ວນ. ຕົວຢ່າງວ່າ: ລະບົບການຕະຫຼາດຍັງບໍ່ທັນຄົບຖ້ວນ, ການເຕີບໂຕຂອງຕະຫຼາດຍັງບໍ່ທັນເຕັມສ່ວນ, ການພົວພັນລະຫວ່າງລັດຖະບານກັບຕະຫຼາດ ຍັງບໍ່ ທັນຄ່ອງຕົວ, ຄວາມສາມາດດ້ານການປະດິດສ້າງ ບໍ່ທັນສອດຄ່ອງກັບຄວາມຕ້ອງການຂອງການພັດ ທະນາທີ່ມີຄຸນນະພາບສູງ, ລະບົບອຸດສາຫະກໍາໂດຍລວມແມ່ນມີຂະໜາດໃຫຍ່ແລ້ວ ແຕ່ຍັງບໍ່ທັນ ເຂັ້ມແຂງ ມີຄົບຊຸດແລ້ວແຕ່ຍັງບໍ່ທັນດີເລີດ, ສະພາບການເຕັກໂນໂລຊີແກນກາງ ແລະ ເປັນຂໍກຸນ ແຈສໍາຄັນ ທີ່ຖືກຕ່າງປະເທດຈໍາກັດນັ້ນ ຍັງບໍ່ທັນມີການປ່ຽນແປງໃນຂັ້ນພື້ນຖານ, ພື້ນຖານດ້ານກະ ສິກໍາຍັງບໍ່ທັນໝັ້ນຄົງ, ການພັດທະນາລະຫວ່າງຕົວເມືອງກັບຊົນນະບົດ ແລະ ການແບ່ງປັນລາຍຮັບ ຍັງຂາດຄວາມດຸນດ່ຽງຂ້ອນຂ້າງຫຼາຍ, ການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ແລະ ການ ອະນຸລັກຮັກສາສິ່ງແວດລ້ອມທໍາມະຊາດຍັງມີຈຸດອ່ອນເປັນຕົ້ນ. ສະຫຼຸບແລ້ວ, ບັນຫາເຫຼົ່ານີ້ລ້ວນແຕ່ ໄດ້ສ່ອງແສງໃຫ້ເຫັນເຖິງການປ່ຽນແປງຂອງຂໍ້ຂັດແຍ້ງຕົ້ນຕໍໃນສັງຄົມ, ແມ່ນບັນຫາໃນການພັດທະ ນາ, ສະນັ້ນ ຕ້ອງລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ແກ້ໄຂບັນຫາເຫຼົ່ານີ້ໃນດ້ານ ໂຄງປະກອບ ແລະ ກົນໄກ.


ສີ່.  ນີ້ເປັນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ໃນການຮັບມືກັບສິ່ງທ້າທາຍ ແລະ ຄວາມ ສ່ຽງອັນໃຫຍ່ຫຼວງ ພ້ອມທັງຊຸກຍູ້ພາລະກິດຂອງພັກ ແລະ ປະເທດຊາດ ໃຫ້ກ້າວເດີນໄປໄກ ແລະ ໝັ້ນທ່ຽງ. ການຊຸກຍູ້ຄວາມທັນສະໄໝແບບຈີນ ເປັນພາລະກິດອັນໃໝ່ອ່ຽມ ເຊິ່ງບົນເສັ້ນທາງກ້າວ ເດີນໄປຈະ ພົບກັບຂໍ້ຂັດແຍ້ງ ຄວາມສ່ຽງ ແລະ ສິ່ງທ້າທາຍປະເພດຕ່າງໆຢ່າງແນ່ນອນ. ໂດຍ ສະເພາະແມ່ນໃນ ປັດຈຸບັນນີ້ ການປ່ຽນແປງຢ່າງໃຫຍ່ຫຼວງແບບບໍ່ເຄີຍມີມາກ່ອນໃນຮອບ 100 ປີ ຂອງໂລກພວມເລັ່ງຜັນແປໄປຢ່າງໄວວາ, ການປະທະກັນ ແລະ ຄວາມປັ່ນປ່ວນຢູ່ບາງພາກພື້ນເກີດ ຂຶ້ນຢູ່ເລື້ອຍໆ, ບັນຫາທີ່ມີລັກສະນະທົ່ວໂລກຮຸນແຮງຂຶ້ນ, ການບີບບັງຄັບ ແລະ ສະກັດກັ້ນຈາກ ພາຍນອກຍົກລະດັບສູງຂຶ້ນຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ການພັດທະນາຂອງປະເທດເຮົາໄດ້ເຂົ້າສູ່ໄລຍະ ທີ່ມີທັງໂອກາດຍຸດທະສາດກັບຄວາມສ່ຽງ ແລະ ສິ່ງທ້າທາຍ, ປັດໄຈບໍ່ແນ່ນອນ ແລະ ຄາດຄະເນ ໄດ້ຍາກນັ້ນເພີ່ມຂຶ້ນ, ເຫດການບໍ່ແນ່ນອນ ມີຄວາມສ່ຽງອັນຕະລາຍແບບຄາດຄິດບໍ່ເຖິງ ແລະ ມີຜົນ ກະທົບຢ່າງໃຫຍ່ຫຼວງ ປະເພດຕ່າງໆນັ້ນ ອາດຈະເກີດຂຶ້ນໄດ້ໃນທຸກເວລາ. ເພື່ອຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍເຫຼົ່ານີ້ຢ່າງມີປະສິດທິຜົນ, ພ້ອມທັງຍາດໄດ້ຄວາມເປັນເຈົ້າການດ້ານຍຸດທະສາດ ໃນການແຂ່ງຂັນກັບສາກົນທີ່ນັບມື້ນັບຮຸນແຮງຂຶ້ນເລື້ອຍໆ, ພວກເຮົາຕ້ອງລົງເລິກການປະຕິຮູບຢ່າງ ຮອບດ້ານຕື່ມອີກ, ນໍາໃຊ້ລະບອບລະບຽບການທີ່ຄົບຖ້ວນມາປ້ອງກັນ ແລະ ແກ້ໄຂຄວາມສ່ຽງ ພ້ອມທັງຮັບມືກັບສິ່ງ ທ້າທາຍຢ່າງມີປະສິດທິຜົນ, ສ້າງໂອກາດໃໝ່ຢູ່ທ່າມກາງວິກິດການ ແລະ ສ້າງສະພາບການໃໝ່ ຢູ່ທ່າມກາງສະພາບການປ່ຽນແປງ.


Ⅱ. ຂັ້ນຕອນການຮ່າງຂໍ້ຕົກລົງ


ເດືອນພະຈິກປີ 2023, ກົມການເມືອງສູນກາງພັກໄດ້ຕົກລົງສ້າງຕັ້ງໜ່ວຍງານຮ່າງຂໍ້ຕົກລົງ ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກໍາມະການສູນກາງພັກ ສະໄໝທີ XX ໂດຍມອບໃຫ້ ຂ້າພະເຈົ້າເປັນຫົວໜ້າໜ່ວຍງານ, ສະຫາຍ ວາງຮູ້ນິງ ສະຫາຍ ຊ້າຍຊີ ແລະ ສະຫາຍ ຕິ່ງເຊວ່ຊຽງ ເປັນຮອງຫົວໜ້າ, ມີໜ້າທີ່ຮ່າງຂໍ້ຕົກລົງພາຍໃຕ້ການນຳພາຂອງຄະນະກຳມະການປະຈຳກົມການ ເມືອງສູນກາງພັກ. ວັນທີ 8 ທັນວາ 2023, ໜ່ວຍງານຮ່າງຂໍ້ຕົກລົງໄດ້ໄຂກອງປະຊຸມຄົບ ຄະນະຄັ້ງທໍາອິດ ໂດຍໄດ້ເລີ່ມດໍາເນີນວຽກງານຮ່າງຂໍ້ຕົກລົງຢ່າງເປັນທາງການ. ໃນໄລຍະ 7 ເດືອນປາຍ, ໜ່ວຍງານຮ່າງຂໍ້ຕົກລົງ ໄດ້ລົງເລິກສໍາຫຼວດ ແລະ ເກັບກໍາຂໍ້ມູນ, ຂໍຄວາມເຫັນຈາກ ວົງກວ້າງ, ພ້ອມທັງໄດ້ດໍາເນີນການຄົ້ນຄວ້າວິໄຈກ່ຽວກັບຫົວຂໍ້ສະເພາະ ແລະ ໄດ້ເປິກສາຫາລື ປັບປຸງຂໍ້ຕົກລົງຄັ້ງແລ້ວຄັ້ງອີກ.


ໃນຂັ້ນຕອນການຮ່າງຂໍ້ຕົກລົງ, ພວກຂ້າພະເຈົ້າໄດ້ກໍາແໜ້ນບາງຈຸດທີ່ເປັນຈຸດສຸມດັ່ງນີ້: ໜຶ່ງ ສະຫຼຸບ ແລະ ນໍາໃຊ້ບົດຮຽນອັນລໍ້າຄ່າ ນັບແຕ່ດໍາເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ໂດຍສະເພາະແມ່ນການລົງເລິກການປະຕິຮູບຢ່າງຮອບດ້ານໃນຍຸກໃໝ່ເປັນຕົ້ນມາ, ກໍານົດຫຼັກການ ປະຕິບັດ, ຍຶດໝັ້ນທິດທາງດ້ານການເມືອງທີ່ຖືກຕ້ອງ. ສອງ ປິ່ນອ້ອມການຊຸກຍູ້ຄວາມທັນສະໄໝ ແບບຈີນ ແລະ ການຈັດຕັ້ງປະຕິບັດແຜນຍຸດທະສາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກຢ່າງແໜ້ນແຟ້ນ ເພື່ອວາງແຜນກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ຍຶດໝັ້ນຖືເອົາການແກ້ໄຂບັນຫາເປັນທິດທາງ. ສາມ ກໍາແໜ້ນຈຸດສຸມ, ເນັ້ນໜັກການປະຕິຮູບ ໂຄງປະກອບ ແລະ ກົນໄກ, ເນັ້ນໜັກການປະຕິຮູບອັນສໍາຄັນທີ່ມີລັກສະນະຍຸດທະສາດ ແລະ ກວມລວມ, ເນັ້ນໜັກບົດບາດນໍາພາຂອງການປະຕິຮູບໂຄງປະກອບເສດຖະກິດ, ສ່ອງແສງໃຫ້ເຫັນ ເຖິງບົດບາດນໍາພາຂອງການປະຕິຮູບ. ສີ່ ຍຶດໝັ້ນຖືປະຊາຊົນຢູ່ເໜືອກວ່າທຸກສິ່ງທຸກຢ່າງ, ວາງ ແຜນ ແລະ ຊຸກຍູ້ການປະຕິຮູບໂດຍອີງໃສ່ຜົນປະໂຫຍດລວມ ຜົນປະໂຫຍດພື້ນຖານ ແລະ ຜົນປະ ໂຫຍດຍາວນານຂອງປະຊາຊົນ. ຫ້າ ເພີ່ມທະວີການລວມສູນດ້ານລະບົບ, ເພີ່ມທະວີການວາງ ແຜນລວມ ແລະ ເປັນລະບົບຕໍ່ການປະຕິຮູບ, ເຮັດໃຫ້ການປະຕິຮູບດ້ານຕ່າງໆ ສາມາດປະສານ ສົບທົບກັນ ແລະ ມີປະສິດທິພາບສູງ.


ໃນຂັ້ນຕອນການຮ່າງຂໍ້ຕົກລົງກອງປະຊຸມຄົບຄະນະຄັ້ງນີ້ ໄດ້ສົ່ງເສີມປະຊາທິປະໄຕ ແລະ ເຕົ້າໂຮມຄໍາຄິດເຫັນຈາກວົງກວ້າງ. ວັນທີ 27 ພະຈິກ 2023 ສູນກາງພັກໄດ້ອອກແຈ້ງການ ໂດຍໄດ້ຂໍຄໍາຄິດເຫັນກ່ຽວກັບຫົວຂໍ້ເປິກສາຫາລືໃນກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກໍາ ມະການສູນກາງພັກ ສະໄໝທີ XX ຈາກທ້ອງຖິ່ນ ພາກສ່ວນ ແລະ ຝ່າຍຕ່າງໆ ກໍຄືພະນັກງານ ແລະ ປະຊາຊົນຈໍານວນໜຶ່ງ ແລ້ວໄດ້ຮັບຄວາມເຫັນເປັນເອກະພາບກັນວ່າ: ການທີ່ສູນກາງພັກ ຕົກລົງໃຫ້ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກໍາມະການສູນກາງພັກ ສະໄໝທີ XX ຄົ້ນຄວ້າບັນຫາລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນເປັນຕົ້ນ ຕໍນັ້ນ ແມ່ນໄດ້ສ່ອງແສງໃຫ້ເຫັນເຖິງຄວາມຕັດສິນໃຈຢ່າງເດັດດ່ຽວ ແລະ ຄວາມຮັບຜິດຊອບຢ່າງ ກ້າຫານ ໃນການດໍາເນີນການປະຕິຮູບຢ່າງເຖິງຖອງ, ເປັນການປະກາດກ້ອງອີກຄັ້ງໜຶ່ງກ່ຽວກັບ ຄວນເຊີດຊູຄັນທຸງຄືແນວໃດ? ແລະ ກ້າວເດີນໄປຕາມທິດທາງຄືແນວໃດ? ໃນການອອກເດີນທາງ ຄັ້ງໃໝ່ໃນຍຸກໃໝ່ ເຊິ່ງມີຄວາມໝາຍສໍາຄັນ ແລະ ເລິກເຊິ່ງເປັນຢ່າງຍິ່ງ ຕໍ່ການຊຸກຍູ້ການສ້າງ ສາປະເທດທີ່ເຂັ້ມແຂງ ກໍຄືພາລະກິດອັນຍິ່ງໃຫຍ່ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງ ຂອງປະຊາຊາດຈີນຄືນໃໝ່ຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ. ທ້ອງຖິ່ນ ພາກສ່ວນ ແລະ ຝ່າຍຕ່າງໆ ໄດ້ສະເໜີຂໍ້ສະເໜີຫຼາຍຂໍ້ທີ່ມີຄຸນຄ່າຕໍ່ຫົວຂໍ້ ໂຄງປະກອບ ມາດຕະການທີ່ສໍາຄັນ ແລະອື່ນໆຂອງຂໍ້ຕົກລົງ ເຊິ່ງເປັນການສະໜອງບ່ອນອີງອັນສໍາຄັນໃຫ້ແກ່ການຮ່າງຂໍ້ຕົກລົງ.


ວັນທີ 7 ພຶດສະພາ 2024, “ຂໍ້ຕົກລົງ (ສະບັບຂໍຄວາມເຫັນ)” ໄດ້ແຈກຢາຍໄປ ເພື່ອຂໍ ຄວາມເຫັນໃນຂອບເຂດໃດໜຶ່ງຢູ່ພາຍໃນພັກ, ຂໍຄວາມເຫັນຈາກພະນັກງານອາວຸໂສຂອງພັກ, ຮັບ ຟັງຄໍາເຫັນຈາກສູນກາງຂອງພັກຝ່າຍປະຊາທິປະໄຕຕ່າງໆ ຜູ້ຮັບຜິດຊອບສະຫະພັນອຸດສາຫະ ກໍາ-ການຄ້າທົ່ວປະເທດ ແລະ ຜູ້ຕາງໜ້າບຸກຄົນທີ່ບໍ່ຂຶ້ນກັບພັກຝ່າຍໃດ, ຮັບຟັງຄໍາເຫັນຈາກວິສາ ຫະກິດ ແລະ ຜູ້ຊ່ຽວຊານ-ນັກວິຊາການທີ່ກ່ຽວຂ້ອງ. ເມື່ອເບິ່ງຈາກຄໍາເຫັນເຫຼົ່ານີ້ແລ້ວເຫັນວ່າ: ບັນ ດາສະຫາຍໄດ້ມີຄໍາເຫັນເປັນເອກະພາບກັນວ່າ: ຂໍ້ຕົກລົງໄດ້ວາດມະໂນພາບກ່ຽວກັບມາດຕະການ ທາງດ້ານຍຸດທະສາດໃນການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ໂດຍປິ່ນອ້ອມຫົວຂໍ້ຊຸກ ຍູ້ຄວາມທັນສະໄໝແບບຈີນຢ່າງແໜ້ນແຟ້ນ, ຍຶດໝັ້ນທິດທາງດ້ານການເມືອງທີ່ຖືກຕ້ອງ, ສຸມໃສ່ກໍາ ແໜ້ນບັນຫາສໍາຄັນດ້ານໂຄງປະກອບ ແລະ ກົນໄກທີ່ຕ້ອງໄດ້ແກ້ໄຂໃນການຊຸກຍູ້ຄວາມທັນສະ ໄໝແບບຈີນ ເພື່ອວາງແຜນການປະຕິຮູບ ເຊິ່ງມີຫົວຂໍ້ຢ່າງຈະແຈ້ງ ມີຈຸດສຸມພົ້ນເດັ່ນ ມີມາດຕະ ການທີ່ແທດເໝາະກັບສະພາບເງື່ອນໄຂຕົວຈິງ ແລະ ສາມາດປະຕິບັດໄດ້, ເປັນການປຸກລະດົມຂົນ ຂວາຍລວມ ແລະ ວາງແຜນການລວມ ແຫ່ງການຊຸກຍູ້ລົງເລິກການປະຕິຮູບຢ່າງຮອບດ້ານໃຫ້ ລົງສູ່ລວງກວ້າງ ແລະ ລວງເລິກໃນການອອກເດີນທາງຄັ້ງໃໝ່ໃນຍຸກໃໝ່, ໄດ້ສ່ອງແສງໃຫ້ເຫັນ ຢ່າງເຕັມທີ່ເຖິງຄວາມເປັນເຈົ້າການທາງດ້ານປະຫວັດສາດໃນການປັບປຸງ ແລະ ພັດທະນາລະ ບອບສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ກໍຄືຊຸກຍູ້ຄວາມທັນສະໄໝດ້ານລະບົບ ແລະ ຄວາມສາ ມາດດ້ານການບໍລິຫານຂອງຊາດ, ຍ່ອມຈະສະໜອງແຮງຂັບເຄື່ອນທີ່ແຂງແຮງ ແລະ ການຮັບປະ ກັນດ້ານລະບອບລະບຽບການໃຫ້ແກ່ຄວາມທັນສະໄໝແບບຈີນຢ່າງແນ່ນອນ. ພ້ອມດຽວກັນນີ້, ຝ່າຍຕ່າງໆໄດ້ສະເໜີຄໍາເຫັນ ແລະ ຂໍ້ສະເໜີທັງໝົດ 1.911 ຂໍ້. ໜ່ວຍງານຮ່າງຂໍ້ຕົກລົງໄດ້ຄົ້ນ ຄວ້າຄໍາເຫັນ ແລະ ຂໍ້ສະເໜີເຫຼົ່ານີ້ຢ່າງຈົດຈໍ່ ແລະ ໄດ້ປັບປຸງ 221 ຂໍ້ພາຍໃຕ້ຈິດໃຈຮັບເອົາຄໍາ ເຫັນໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້.


ໃນຂັ້ນຕອນເຮັດວຽກຮ່າງຂໍ້ຕົກລົງ, ຄະນະປະຈໍາກົມການເມືອງສູນກາງພັກໄດ້ຈັດກອງປະຊຸມ ຄົບຄະນະ 3 ຄັ້ງ, ກົມການເມືອງສູນກາງພັກໄດ້ຈັດກອງປະຊຸມ 2 ຄັ້ງ ເພື່ອຄົ້ນຄວ້າພິຈາ ລະນາ ແລະ ປັບປຸງ, ຈຶ່ງໄດ້ຮ່າງຂໍ້ຕົກລົງອອກມາ ເພື່ອສະເໜີໃຫ້ກອງປະຊຸມຄົບຄະນະຄັ້ງນີ້ຄົ້ນ ຄວ້າພິຈາລະນາ.


Ⅲ. ໂຄງປະກອບພື້ນຖານ ແລະ ເນື້ອໃນຕົ້ນຕໍຂອງຂໍ້ຕົກລົງ


ນອກຈາກຄຳນຳ ແລະ ບົດບັນຍັດສຸດທ້າຍແລ້ວ, ຂໍ້ຕົກລົງໄດ້ແບ່ງອອກເປັນ 15 ພາກ ໂດຍ ມີເນື້ອໃນ 3 ດ້ານ ມີທັງໝົດ 60 ມາດຕາ ເຊິ່ງໄດ້ຈັດລຽງລໍາດັບໝົດທັງສະບັບ. ໃນນັ້ນ ພາກທີ 1 ຄືເນື້ອໃນດ້ານທີ 1 ເປັນຂໍ້ບັນຍາຍລວມ, ເຊິ່ງຕົ້ນຕໍແມ່ນໄດ້ບັນຍາຍເຖິງຄວາມໝາຍສໍາຄັນຍິ່ງ ແລະ ຄວາມຮຽກຮ້ອງຕ້ອງການລວມໃນການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມ ທັນສະໄໝແບບຈີນ. ພາກທີ 2 ຫາ ພາກທີ 14 ຄືເນື້ອໃນດ້ານທີ 2 ເປັນຂໍ້ບັນຍາຍຍ່ອຍ ເຊິ່ງຕົ້ນຕໍແມ່ນໄດ້ວາງແຜນການປະຕິຮູບດ້ານຕ່າງໆ ເຊັ່ນ: ເສດຖະກິດ, ການເມືອງ, ວັດທະນະທໍາ, ສັງຄົມ, ຄວາມສີວິໄລດ້ານນິເວດ, ຄວາມໝັ້ນຄົງຂອງຊາດ, ວຽກງານປ້ອງກັນຊາດ ແລະ ກອງທັບ ເປັນຕົ້ນ. ພາກທີ 15 ຄືເນື້ອໃນດ້ານທີ 3 ເຊິ່ງຕົ້ນຕໍແມ່ນເວົ້າເຖິງການເພີ່ມທະວີການນໍາພາຕໍ່ການ ປະຕິຮູບຂອງພັກ ລົງເລິກປະຕິຮູບລະບຽບການກໍ່ສ້າງພັກ ການສ້າງແບບແຜນຂອງພັກ ການປົກ ຄອງແບບປອດໃສຂາວສະອາດຂອງລັດ ແລະ ການຕ້ານການສໍ້ລາດບັງຫຼວງ.


ຂໍ້ຕົກລົງໄດ້ແນໃສ່ບັນລຸເປົ້າໝາຍສ້າງສັງຄົມນິຍົມທັນສະໄໝໂດຍພື້ນຖານເມື່ອຮອດປີ 2035 ໂດຍໄດ້ວາງແຜນຕໍ່ມາດຕະການດ້ານການປະຕິຮູບທີ່ສໍາຄັນໃນ 5 ປີຕໍ່ໜ້າ ເຊິ່ງການຮ່າງເນື້ອໃນ ມີຈຸດພິເສດດັ່ງນີ້:


ໜຶ່ງ. ເນັ້ນໜັກການເສີມຂະຫຍາຍບົດບາດນຳພາຂອງການປະຕິຮູບໂຄງປະກອບເສດຖະກິດ. ການລົງເລິກການປະຕິຮູບໂຄງປະກອບເສດຖະກິດຍັງຄົງເປັນຈຸດສຳຄັນໃນການລົງເລິກປະຕິຮູບຢ່າງຮອບດ້ານຕື່ມອີກ, ເຊິ່ງມີໜ້າທີ່ຕົ້ນຕໍຄື: ປັບປຸງໂຄງປະກອບ ແລະ ກົນໄກທີ່ມີຜົນດີຕໍ່ການຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງນັ້ນໃຫ້ສົມບູນ, ສ້າງແຮງຂັບເຄື່ອນໃໝ່ ແລະ ທ່າແຮງໃໝ່ເຂົ້າໃນການພັດທະນາ, ຍຶດໝັ້ນ ແລະ ຈັດຕັ້ງປະຕິບັດ “2 ບໍ່ຫວັ່ນໄຫວຄອນແຄນແມ່ນແຕ່ໜ້ອຍດຽວ”, ສ້າງຕະຫຼາດໃຫຍ່ທີ່ເປັນເອກະພາບກັນໃນທົ່ວປະເທດ, ປັບປຸງລະບອບພື້ນຖານຂອງເສດຖະກິດຕະຫຼາດໃຫ້ສົມບູນ.


ຂໍ້ຕົກລົງໄດ້ປິ່ນອ້ອມການແກ້ໄຂບັນຫາແກນກາງ ຄື: ປັບປຸງສາຍພົວພັນລະຫວ່າງລັດຖະບານກັບຕະຫຼາດໃຫ້ດີ, ຖືເອົາການສ້າງໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມໃນລະດັບສູງນັ້ນໄວ້ຢູ່ໃນຖານະທີ່ພົ້ນເດັ່ນ, ວາງແຜນໃນຂົງເຂດສຳຄັນ ແລະ ຂອດທີ່ມີລັກສະນະເປັນຂໍກຸນແຈສຳຄັນຂອງການປະຕິຮູບໂຄງປະກອບເສດຖະກິດ. ສຸມໃສ່ເພີ່ມທະວີບົດບາດແກນກາງ ແລະ ຍົກສູງກຳລັງແຂ່ງຂັນແກນກາງຂອງລັດວິສາຫະກິດ, ສະເໜີໃຫ້ເພີ່ມທະວີການປະສານສົມທົບດ້ານຍຸດທະສາດລະຫວ່າງພາກສ່ວນຄຸ້ມຄອງຕ່າງໆ, ຊຸກຍູ້ການປັບປຸງສະພາບການແບ່ງເຂດໃຫ້ດີຂຶ້ນ ແລະ ປັບປຸງໂຄງປະກອບຕໍ່ກັບເສດຖະກິດພາກລັດ, ຊຸກຍູ້ໃຫ້ທຶນລັດ ແລະ ລັດວິສາຫະກິດພັດທະນາໄປຢ່າງເຂັ້ມແຂງ ດີຂຶ້ນ ແລະ ມີຂະໜາດໃຫຍ່ຂຶ້ນ; ສຸມໃສ່ຊຸກຍູ້ການພັດທະນາເສດຖະກິດທີ່ບໍ່ແມ່ນກຳມະສິດສ່ວນລວມ, ສະເໜີໃຫ້ສ້າງກົດໝາຍດ້ານສົ່ງເສີມເສດຖະກິດເອກະຊົນ, ເພີ່ມທະວີການປົກປ້ອງທາງຕຸລາການໃນການປະຕິບັດກົດໝາຍດ້ານສິດຊັບສິນ, ປ້ອງກັນບໍ່ໃຫ້ມີ ແລະ ແກ້ໄຂການກະທຳທີ່ແຊກແຊງຄວາມຂັດແຍ້ງດ້ານເສດຖະກິດດ້ວຍພາຫະນະດ້ານການບໍລິຫານ ແລະ ທາງອາຍາ. ສະເໜີໃຫ້ເພີ່ມທະວີການຜູກມັດແບບບັງຄັບໃນການກວດກາການແຂ່ງຂັນແບບຍຸຕິທຳ, ຊອກຮູ້-ຍົກເລີກຂໍ້ກຳນົດ ແລະ ການກະທຳປະເພດຕ່າງໆທີ່ເປັນອຸປະສັກກີດຂວາງຕະຫຼາດຢ່າງເປັນເອກະພາບກັນໃນທົ່ວປະເທດ ແລະ ການແຂ່ງຂັນແບບຍຸຕິທຳ, ປັບປຸງລະບຽບການ ແລະ ກົດລະບຽບຂອງຕະຫຼາດປັດໄຈການຜະລິດນັ້ນໃຫ້ສົມບູນ ແລະອື່ນໆ. ມາດຕະການເຫຼົ່ານີ້ຈະສາມາດກະຕຸກຊຸກຍູ້ແຮງຂັບເຄື່ອນພາຍໃນ ແລະ ພະລັງຊີວິດດ້ານການປະດິດສ້າງໃໝ່ໃນທົ່ວສັງຄົມໄດ້ເປັນຢ່າງດີກວ່າເກົ່າ.


ຂໍ້ຕົກລົງໄດ້ວາງແຜນຕໍ່ການປັບປຸງໂຄງປະກອບ ແລະ ກົນໄກຊຸກຍູ້ການພັດທະນາເສດຖະກິດ ທີ່ມີຄຸນນະພາບສູງ ແລະ ຊຸກຍູ້ການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ນັ້ນໃຫ້ຄົບຖ້ວນ. ໂດຍປິ່ນອ້ອມການພັດທະນາກຳລັງການຜະລິດທີ່ຖືເອົາເຕັກໂນໂລຊີສູງ ສະມັດຖະພາບສູງ ແລະ ຄຸນນະພາບສູງເປັນຈຸດພິເສດ, ສະເໜີໃຫ້ເພີ່ມທະວີການສະໜອງລະບຽບການໃນຂົງເຂດໃໝ່ ແລະ ຊ່ອງທາງການແຂ່ງຂັນໃໝ່, ສ້າງກົນໄກເຕີບໂຕດ້ານການລົງທຶນເຂົ້າໃນອຸດສາຫະກຳໃນອະນາຄົດ, ນຳພາຍົກລະດັບອຸດສາຫະກຳດັ້ງເດີມດ້ວຍມາດຕະຖານຂອງຊາດ, ຊຸກຍູ້ໃຫ້ປັດໄຈການຜະລິດທີ່ກ້າວໜ້າປະເພດຕ່າງໆລວມສູນເຂົ້າສູ່ການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່.


ຂໍ້ຕົກລົງໄດ້ວາງແຜນຕໍ່ການປັບປຸງລະບົບຄຸ້ມຄອງເສດຖະກິດມະຫາພາກນັ້ນໃຫ້ຄົບຖ້ວນ. ສະເໜີໃຫ້ປັບປຸງລະບົບແຜນຍຸດທະສາດແຫ່ງຊາດ ແລະ ກົນໄກປະສານງານດ້ານນະໂຍບາຍຢ່າງເປັນເອກະພາບກັນ; ວາງແຜນເປັນເອກະພາບເພື່ອຊຸກຍູ້ການປະຕິຮູບໂຄງປະກອບການເງິນ-ສ່ວຍສາອາກອນ, ເພີ່ມທະວີຄວາມເຂັ້ມແຂງດ້ານການເງິນທີ່ເປັນເຈົ້າຕົນເອງຂອງທ້ອງຖິ່ນ, ເປີດກວ້າງແຫຼ່ງສ່ວຍສາອາກອນຂອງທ້ອງຖິ່ນ, ເປີດກວ້າງຂອບເຂດສະໜັບສະໜູນດ້ວຍພັນທະບັດສະເພາະລາຍການຂອງອົງການປົກຄອງທ້ອງຖິ່ນຢ່າງສົມເຫດສົມຜົນ, ເພີ່ມທະວີສິດດຳເນີນງານຂັ້ນສູນກາງ ແລະ ຍົກສູງອັດຕາສ່ວນລາຍຈ່າຍດ້ານການເງິນຂອງສູນກາງໃນລະດັບທີ່ເໝາະສົມ; ປັບປຸງຖານະບົດບາດ ແລະ ການຄຸ້ມຄອງສະຖາບັນການເງິນໃຫ້ສົມບູນ, ປັບປຸງບົດບາດຂອງຕະຫຼາດທຶນທີ່ມີຄວາມກົມກຽວລະຫວ່າງການລົງທຶນ ແລະ ການລະດົມທຶນນັ້ນໃຫ້ຄົບຖ້ວນ, ປັບປຸງລະບົບຕິດຕາມຄຸ້ມຄອງການທະນາຄານໃຫ້ສົມບູນ.


ຂໍ້ຕົກລົງໄດ້ວາງແຜນຕໍ່ການປັບປຸງໂຄງປະກອບ ແລະ ກົນໄກພັດທະນາຕົວເມືອງກັບຊົນນະບົດແບບເຊື່ອມໂຍງເຂົ້າກັນນັ້ນໃຫ້ສົມບູນ. ສະເໜີໃຫ້ປັບປຸງໂຄງປະກອບ ແລະ ກົນໄກຊຸກຍູ້ການຫັນເປັນຕົວເມືອງແບບໃໝ່ນັ້ນໃຫ້ຄົບຖ້ວນ; ປັບປຸງແລະ ບູລະນະລະບຽບການທຸລະກິດພື້ນຖານຢູ່ຊົນນະບົດໃຫ້ສົມບູນ; ປັບປຸງລະບຽບການສະໜັບສະໜູນການສ້າງຄວາມເຂັ້ມແຂງໃຫ້ກະສິກຳ ສ້າງຜົນປະໂຫຍດໃຫ້ຊົນນະບົດ ແລະ ສ້າງຄວາມຮັ່ງມີໃຫ້ຊາວກະສິກອນນັ້ນໃຫ້ສົມບູນ; ລົງເລິກການປະຕິຮູບລະບຽບການດ້ານທີ່ດິນ.


ຂໍ້ຕົກລົງໄດ້ວາງແຜນຕໍ່ການປັບປຸງໂຄງປະກອບ ແລະ ກົນໄກເປີດປະຕູສູ່ພາຍນອກໃນລະດັບສູງນັ້ນໃຫ້ສົມບູນ. ສະເໜີໃຫ້ເປີດກວ້າງການເປີດປະຕູສູ່ພາຍນອກດ້ານລະບຽບການຢ່າງໜັກແໜ້ນ; ລົງເລິກປະຕິຮູບໂຄງປະກອບດ້ານການຄ້າກັບຕ່າງປະເທດ; ລົງເລິກປະຕິຮູບໂຄງປະກອບດ້ານຄຸ້ມຄອງການລົງທຶນຂອງຕ່າງປະເທດ ແລະ ການລົງທຶນຢູ່ຕ່າງປະເທດ; ປັບປຸງສະພາບການແບ່ງເຂດດ້ານການເປີດປະຕູສູ່ພາຍນອກໃຫ້ດີຂຶ້ນ; ປັບປຸງກົນໄກຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງນັ້ນໃຫ້ສົມບູນ.


ສອງ. ເນັ້ນໜັກການສ້າງໂຄງປະກອບ ແລະ ກົນໄກສະໜັບສະໜູນການປະດິດສ້າງໃໝ່ຢ່າງຮອບດ້ານ. ຂໍ້ຕົກລົງໄດ້ວາງແຜນເປັນເອກະພາບກັນ ໃນການຊຸກຍູ້ການປະຕິຮູບໂຄງປະກອບ ແລະ ກົນໄກດ້ານການສຶກສາ ວິທະຍາສາດເຕັກໂນໂລຊີ ແລະ ຜູ້ມີຄວາມຮູ້ຄວາມສາມາດຢ່າງເປັນອັນໜຶ່ງອັນດຽວກັນ, ໂດຍໄດ້ເນັ້ນໜັກເຖິງການລົງເລິກປະຕິຮູບແບບສັງລວມດ້ານການສຶກສາ ລົງເລິກປະຕິຮູບໂຄງປະກອບວິທະຍາສາດເຕັກໂນໂລຊີ ລົງເລິກປະຕິຮູບໂຄງປະກອບ ແລະ ກົນໄກພັດທະນາຜູ້ມີຄວາມຮູ້ຄວາມສາມາດ, ຍົກສູງສະມັດຖະພາບໂດຍລວມດ້ານລະບົບປະດິດສ້າງໃໝ່ຂອງຊາດ.


ໃນດ້ານການປະຕິຮູບໂຄງປະກອບການສຶກສາ ສະເໜີໃຫ້ຊຸກຍູ້ການປະຕິຮູບສະຖາບັນການສຶກສາຊັ້ນສູງໂດຍຈັດແບ່ງປະເພດ, ສ້າງກົນໄກປັບປຸງການຈັດຕັ້ງຂະແໜງວິຊາ ແລະ ຮູບການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດ ທີ່ນຳພາໂດຍຄວາມຕ້ອງການດ້ານການພັດທະນາວິທະຍາສາດເຕັກໂນໂລຊີ ແລະ ຍຸດທະສາດແຫ່ງຊາດ, ຈັດວາງແຜນການພັດທະນາຂະແໜງວິຊາທີ່ມີຄວາມຕ້ອງການດ່ວນດ້ວຍມາດຕະການພິເສດ; ປັບປຸງກົນໄກປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີຂອງສະຖາບັນການສຶກສາຊັ້ນສູງໃຫ້ສົມບູນ, ຍົກສູງສະມັດຖະພາບການຫັນຜົນງານໃຫ້ເປັນການນຳໃຊ້ຕົວຈິງ.


ໃນດ້ານການປະຕິຮູບໂຄງປະກອບວິທະຍາສາດເຕັກໂນໂລຊີ ສະເໜີໃຫ້ເພີ່ມທະວີການສ້າງກຳລັງດ້ານວິທະຍາສາດເຕັກໂນໂລຊີຕາມຍຸດທະສາດແຫ່ງຊາດ, ປັບປຸງຖານະບົດບາດ ແລະ ການແບ່ງເຂດຂອງອົງການຄົ້ນຄວ້າວິທະຍາສາດແຫ່ງຊາດ ມະຫາວິທະຍາໄລທີ່ຄົ້ນຄວ້າໃນລະດັບສູງ ແລະ ວິສາຫະກິດແຖວໜ້າດ້ານວິທະຍາສາດເຕັກໂນໂລຊີນັ້ນໃຫ້ດີຂຶ້ນ, ປັບປຸງການຄຸ້ມຄອງແຜນການວິທະຍາສາດເຕັກໂນໂລຊີ, ເພີ່ມທະວີການວາງແຜນພັດທະນາທີ່ມີລັກສະນະເບິ່ງກວ້າງມອງໄກ ແລະ ນຳໜ້າໃນຂົງເຂດຄົ້ນຄວ້າຂັ້ນພື້ນຖານ ຂົງເຂດຂະແໜງວິຊາທີ່ມີລັກສະນະລ້ຳຍຸກ ແລະ ປະສົມ ກໍຄືຂົງເຂດທິ່ເປັນຈຸດສຸມ; ເພີ່ມທະວີຖານະບົດບາດຕົ້ນຕໍຂອງວິສາຫະກິດໃນການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ, ສ້າງກົນໄກບຳລຸງສ້າງວິສາຫະກິດແຖວໜ້າດ້ານວິທະຍາສາດເຕັກໂນໂລຊີໃຫ້ເຕີບໃຫຍ່ຂຶ້ນ; ອະນຸຍາດໃຫ້ໜ່ວຍງານວິຊາການປະເພດຄົ້ນຄວ້າວິທະຍາສາດ ປະຕິບັດລະບຽບການຄຸ້ມຄອງທີ່ມີຄວາມຄ່ອງຕົວຫຼາຍກວ່າໜ່ວຍງານວິຊາການທົ່ວໄປ, ທົດລອງການຄຸ້ມຄອງແບບວິສາຫະກິດ; ລົງເລິກປະຕິຮູບການມອບສິດດ້ານຜົນງານວິທະຍາສາດເຕັກໂນໂລຊີທີ່ໄດ້ຮັບໃນໄລຍະດຳລົງຕຳແໜ່ງ.


ໃນດ້ານການປະຕິຮູບໂຄງປະກອບ ແລະ ກົນໄກພັດທະນາຜູ້ມີຄວາມຮູ້ຄວາມສາມາດ ສະເໜີໃຫ້ເລັ່ງລັດບຳລຸງສ້າງກຳລັງຜູ້ມີຄວາມຮູ້ຄວາມສາມາດດ້ານຍຸດທະສາດແຫ່ງຊາດ, ຍົກສູງຄຸນນະພາບຂອງຜູ້ມີຄວາມຮູ້ຄວາມສາມາດທຸກປະເພດ; ປັບປຸງກົນໄກຄົ້ນຫາ ຄັດເລືອກ ແລະ ບຳລຸງສ້າງຊາວໜຸ່ມທີ່ມີຄວາມຮູ້ຄວາມສາມາດດ້ານການປະດິດສ້າງໃໝ່, ຮັບປະກັນດ້ານນະໂຍບາຍຂອງນັກວິຊາການວິທະຍາສາດເຕັກໂນໂລຊີໜຸ່ມເປັນຢ່າງດີກວ່າເກົ່າ; ເພີ່ມທະວີກົນໄກຊຸກຍູ້ສົ່ງເສີມຜູ້ມີຄວາມຮູ້ຄວາມສາມາດ, ຍຶດໝັ້ນມອບສິດໃຫ້ໜ່ວຍງານທີ່ນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດ ແລະ ຫຼຸດຜ່ອນຂໍ້ຈຳກັດໃຫ້ຜູ້ມີຄວາມຮູ້ຄວາມສາມາດ; ປັບປຸງກົນໄກສະໜັບສະໜູນ ແລະ ຮັບປະກັນການນຳເຂົ້າຜູ້ມີຄວາມຮູ້ຄວາມສາມາດຈາກຕ່າງປະເທດນັ້ນໃຫ້ສົມບູນ.


ສາມ. ເນັ້ນໜັກການປະຕິຮູບຢ່າງຮອບດ້ານ. ຂໍ້ຕົກລົງໄດ້ວາງແຜນລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກພາຍໃຕ້ຂອບວາງແຜນເປັນເອກະພາບກັນໃນການຊຸກຍູ້ແຜນລວມ “5 ພາລະກິດເປັນອັນໜຶ່ງອັນດຽວກັນ” ແລະ ປະສານສົມທົບກັນຊຸກຍູ້ແຜນຍຸດທະສາດ “4 ຮອບດ້ານ”, ວາງແຜນເປັນເອກະພາບກັນກ່ຽວກັບການປະຕິຮູບໂຄງປະກອບເສດຖະກິດ ແລະ ການປະຕິຮູບຂົງເຂດອື່ນໆ.


ໃນດ້ານການປະຕິຮູບຂົງເຂດປະຊາທິປະໄຕ ແລະ ປົກຄອງປະເທດຕາມກົດໝາຍ ໄດ້ວາງ ແຜນການປັບປຸງລະບອບປະຊາທິປະໄຕປະຊາຊົນໃນທົ່ວຂະບວນການໃຫ້ຄົບຖ້ວນ ແລະ ປັບປຸງລະບົບການປົກຄອງປະເທດຕາມກົດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃຫ້ສົມບູນ. ສະເໜີໃຫ້ເພີ່ມທະວີການສ້າງລະບຽບການທີ່ປະຊາຊົນເປັນເຈົ້າຂອງປະເທດຊາດ; ປັບປຸງກົນໄກປະຊາທິປະໄຕແບບເປິກສາຫາລືໃຫ້ຄົບຖ້ວນ; ປັບປຸງລະບຽບການປະຊາທິປະໄຕຂັ້ນຮາກຖານໃຫ້ຄົບຖ້ວນ; ປັບປຸງການວາງແຜນເຮັດວຽກດ້ານແນວໂຮມເອກະພາບຂະໜາດໃຫຍ່ໃຫ້ສົມບູນ. ສະເໜີໃຫ້ເພີ່ມທະວີການສ້າງກົດໝາຍໃນຂົງເຂດສຳຄັນ ຂົງເຂດໃໝ່ ແລະ ຂົງເຂດທີ່ກ່ຽວຂ້ອງກັບຕ່າງປະເທດ; ປັບປຸງໂຄງປະກອບ ແລະ ກົນໄກທີ່ອົງການກວດກາ ອົງການປ້ອງກັນຄວາມສະຫງົບ ອົງການໄອຍະການ ອົງການສານ ອົງການຕຸລາການ ແລະ ອົງການບໍລິຫານ ຕ່າງກໍປະຕິບັດໜ້າທີ່ຂອງຕົນ, ສິດກວດກາ ສິດສືບສວນ ສິດໄອຍະການ ສິດພິພາກສາ ແລະ ສິດປະຕິບັດຄຳຕັດສິນຂອງສານນັ້ນປະສານສົມທົບກັນ ແລະ ຜູກມັດເຊິ່ງກັນແລະກັນ; ປັບປຸງກົນໄກຊຸກຍູ້ການສ້າງສັງຄົມທີ່ຄຸ້ມຄອງຕາມກົດໝາຍ.


ໃນດ້ານການປະຕິຮູບໂຄງປະກອບວັດທະນະທຳ, ສຸມໃສ່ຊຸກຍູ້ຄວາມທັນສະໄໝທີ່ປະສານສົມທົບລະຫວ່າງຄວາມສີວິໄລດ້ານວັດຖຸ ແລະ ຄວາມສີວິໄລດ້ານຈິດໃຈ. ສະເໜີໃຫ້ຊຸກຍູ້ການສຶກສາອົບຮົມດ້ານອຸດົມການ ແລະ ຄວາມເຊື່ອຖືຫັນເປັນແບບປະຈຳ ແລະ ຫັນເປັນລະບຽບການ, ປັບປຸງ ແລະ ປະດິດສ້າງກົນໄກເຮັດວຽກດ້ານການບຳລຸງສ້າງຄວາມສີວິໄລ ພຶດຕິກຳດ້ານຄວາມສີວິໄລ ແລະ ການປະດິດສ້າງຄວາມສີວິໄລ; ປັບປຸງກົນໄກສະໜອງການບໍລິການ ແລະ ຜະລິດຕະພັນດ້ານວັດທະນະທຳໃຫ້ດີຂຶ້ນ, ສ້າງກົນໄກທີ່ຊັບພະຍາກອນວັດທະນະທຳມີຄຸນນະພາບດີເດັ່ນເຂົ້າເຖິງຮາກຖານໂດຍກົງ; ປັບປຸງລະບົບຄຸ້ມຄອງອິນເຕີເນັດແບບສັງລວມນັ້ນໃຫ້ຄົບຖ້ວນ; ຊຸກຍູ້ການສ້າງໂຄງຮ່າງ ໂຄສະນາຕໍ່ສາກົນຄືນໃໝ່, ສ້າງລະບົບໂຄສະນາຕໍ່ສາກົນທີ່ມີປະສິດທິຜົນຫຼາຍກວ່າເກົ່າ.


ໃນດ້ານການປັບປຸງລະບົບລະບຽບການຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ຄົບຖ້ວນ ສະເໜີໃຫ້ປັບປຸງລະບຽບການແບ່ງປັນລາຍໄດ້ໃຫ້ສົມບູນ, ປັບປຸງລະບຽບແບ່ງປັນລາຍໄດ້ໃຫ້ເປັນລະບຽບແບບແຜນ; ປັບປຸງສະພາບແວດລ້ອມດ້ານນະໂຍບາຍຊຸກຍູ້ການປະກອບອາຊີບດ້ວຍການສ້າງທຸລະກິດໃໝ່, ສະໜັບສະໜູນ ແລະ ປັບປຸງການພັດທະນາຮູບການປະກອບອາຊີບແບບໃໝ່ໃຫ້ເປັນລະບຽບແບບແຜນ; ປັບປຸງລະບຽບການປະກັນສັງຄົມຂອງຜູ້ປະກອບອາຊີບແບບຄ່ອງຕົວ ແຮງງານເຄື່ອນຍ້າຍຈາກຊົນນະບົດ ແລະ ຜູ້ປະກອບອາຊີບໃນຮູບແບບໃໝ່ນັ້ນໃຫ້ຄົບຖ້ວນ, ຍົກເລີກຂໍ້ຈຳກັດສຳລັບຜູ້ປະກອບອາຊີບໃນເວລາເຂົ້າຮ່ວມການປະກັນສັງຄົມຢູ່ທ້ອງຖິ່ນທີ່ຕ້ອງມີສຳມະໂນຄົວຢູ່ທ້ອງຖິ່ນນັ້ນຢ່າງຮອບດ້ານ; ສະເໜີໃຫ້ເລັ່ງລັດສ້າງຮູບການໃໝ່ດ້ານການພັດທະນາເຮືອນຢູ່-ທີ່ດິນ, ມອບສິດເປັນເຈົ້າຕົນເອງຢ່າງເຕັມສ່ວນ ໃຫ້ແກ່ອົງການປົກຄອງຕົວເມືອງຕ່າງໆໃນການດັດສົມຕະ ຫຼາດເຮືອນຢູ່-ທີ່ດິນ; ສະເໜີໃຫ້ລົງເລິກປະຕິຮູບໂຄງປະກອບສາທາລະນະສຸກ, ປະຕິບັດຍຸດທະສາດຮັກສາສຸຂະພາບເປັນບຸລິມະສິດ; ສະເໜີໃຫ້ປັບປຸງລະບົບສະໜັບສະໜູນ ແລະ ຮັບໃຊ້ການພັດທະນາດ້ານປະຊາກອນນັ້ນໃຫ້ຄົບຖ້ວນ, ປັບປຸງລະບົບນະໂຍບາຍ ແລະ ກົນໄກທີ່ສະໜັບສະໜູນ ແລະ ຊຸກຍູ້ສົ່ງເສີມການເກີດ-ເບິ່ງແຍງລ້ຽງດູນັ້ນໃຫ້ສົມບູນ, ປັບປຸງນະໂຍບາຍ ແລະ ກົນໄກພັດທະນາວຽກງານລ້ຽງດູຜູ້ເຖົ້າ ແລະ ອຸດສາຫະກຳລ້ຽງດູຜູ້ເຖົ້າ, ຊຸກຍູ້ການປະຕິຮູບທີ່ເລື່ອນເວລາບຳນານຕາມກົດໝາຍແບບຄ່ອຍເປັນຄ່ອຍໄປຢ່າງສຸຂຸມຮອບຄອບ ແລະ ເປັນລະບຽບຕາມຫຼັກການສະໝັກໃຈ ແລະ ຄວາມຈຳເປັນ.


ໃນດ້ານການປະຕິຮູບໂຄງປະກອບຄວາມສີວິໄລດ້ານນິເວດ ສະເໜີໃຫ້ປັບປຸງໂຄງປະກອບພື້ນຖານຄວາມສີວິໄລດ້ານນິເວດໃຫ້ສົມບູນ, ບູລະນະລະບົບປັບປຸງສິ່ງແວດລ້ອມທຳມະຊາດໃຫ້ຄົບຖ້ວນ, ປັບປຸງກົນໄກພັດທະນາແບບສີຂຽວ ແລະ ກາກບອນຕ່ຳໃຫ້ຄົບຖ້ວນ; ສະເໜີໃຫ້ປະຕິບັດລະບຽບການຄຸ້ມຄອງສິ່ງແວດລ້ອມທຳມະຊາດທີ່ແບ່ງເຂດ ມີຄວາມແຕກຕ່າງ ຄຸ້ມຄອງ-ຄວບຄຸມຢ່າງຖືກເປົ້າໝາຍ, ປັບປຸງກົນໄກຊົດເຊີຍຕາມສາຍຂວາງເພື່ອອະນຸລັກລະບົບນິເວດ, ປະຕິບັດລະບົບນະໂຍບາຍ ແລະ ມາດຕະຖານດ້ານການເງິນ-ສ່ວຍສາອາກອນ ການທະນາຄານ ການລົງທຶນ ແລະ ລາຄາເພື່ອສະໜັບສະໜູນການພັດທະນາແບບສີຂຽວ ແລະ ກາກບອນຕ່ຳ, ເລັ່ງລັດວາງແຜນການສ້າງລະບົບພະລັງງານໃໝ່.


ສີ່. ເນັ້ນໜັກການວາງແຜນເປັນເອກະພາບໃນດ້ານການພັດທະນາ ແລະ ຄວາມໝັ້ນຄົງ. ຄວາມໝັ້ນຄົງຂອງຊາດເປັນພື້ນຖານສຳຄັນ ສຳລັບຄວາມທັນສະໄໝແບບຈີນກ້າວເດີນໄປໄກຢ່າງໜັກແໜ້ນ. ຂໍ້ຕົກລົງໄດ້ຈັດເອົາການປົກປັກຮັກສາຄວາມໝັ້ນຄົງຂອງຊາດໄວ້ຢູ່ຈຸດທີ່ຕັ້ງທີ່ພົ້ນເດັ່ນກວ່າເກົ່າ, ໂດຍປິ່ນອ້ອມການຊຸກຍູ້ການຫັນເປັນທັນສະໄໝດ້ານລະບົບ ແລະ ຄວາມສາມາດດ້ານປ້ອງກັນຄວາມໝັ້ນຄົງຂອງຊາດ, ສະເໜີໃຫ້ສ້າງລະບົບປ້ອງກັນຄວາມໝັ້ນຄົງຂອງຊາດທີີ່ມີການປະສານສົມທົບກັນ ແລະ ມີປະສິດທິພາບສູງ, ຊຸກຍູ້ການປົກປັກຮັກສາຄວາມໝັ້ນຄົງຂອງຊາດດ້ວຍວິທະຍາສາດເຕັກໂນໂລຊີ; ປັບປຸງລະບົບຮັບປະກັນການແກ້ໄຂເຫດການສາທາລະນະແບບສຸກເສີນປະເພດຮຸນແຮງໃຫ້ຄົບຖ້ວນ, ສ້າງລະບຽບການຕິດຕາມຄຸ້ມຄອງຄວາມປອດໄພດ້ານປັນຍາປະດິດ; ທົດລອງສ້າງລະບຽບການຄຸ້ມຄອງປະຊາກອນທີ່ເປັນເອກະພາບກັນໃນທົ່ວປະເທດ; ປັບປຸງລະບົບປ້ອງກັນ ແລະ ຄວບຄຸມໂດຍລວມດ້ານການປ້ອງກັນຄວາມສະຫງົບທາງສັງຄົມນັ້ນໃຫ້ສົມບູນ, ປາບປາມອາດຊະຍາກຳທີ່ປະຊາຊົນມີຫາງສຽງຫຼາຍນັ້ນຢ່າງເຂັ້ມງວດຕາມກົດໝາຍ. ສະເໜີໃຫ້ສ້າງຕັ້ງ ແລະ ປັບປຸງກົນໄກປະສານງານດ້ານວຽກງານຄວາມໝັ້ນຄົງກັບປະເທດອ້ອມຂ້າງນັ້ນໃຫ້ຄົບຖ້ວນ; ປັບປຸງກົນໄກຕ້ານການລົງໂທດ ຕ້ານການແຊກແຊງ ແລະ ຕ້ານການໃຊ້ສິດອຳນາດເກີນຂອບເຂດໃຫ້ຄົບຖ້ວນ; ປັບປຸງກົນໄກປ້ອງກັນ ແລະ ຄວບຄຸມຄວາມສ່ຽງດ້ານການຄ້າໃຫ້ຄົບຖ້ວນ, ປັບປຸງລະບົບລະບຽບກົດໝາຍ ແລະ ລະບົບຈັດຕັ້ງປະຕິບັດກົດໝາຍທີ່ກ່ຽວຂ້ອງກັບຕ່າງປະເທດນັ້ນໃຫ້ສົມບູນ, ລົງເລິກການຮ່ວມມືກັບສາກົນດ້ານຕຸລາການໃນການປະຕິບັດກົດໝາຍ. ໂດຍປິ່ນອ້ອມການລົງເລິກການປະຕິຮູບດ້ານການປ້ອງກັນຊາດ ແລະ ກອງທັບຢ່າງຕໍ່ເນື່ອງ, ສະເໜີໃຫ້ປັບປຸງໂຄງປະກອບ ແລະ ກົນໄກນຳພາ-ຄຸ້ມຄອງກອງທັບປະຊາຊົນ, ລົງເລິກປະຕິຮູບລະບົບສູ້ຮົບຮ່ວມ, ລົງເລິກປະຕິຮູບທີ່ ກວມເອົາກອງທັບ-ທ້ອງຖິ່ນ.


ຫ້າ. ເນັ້ນໜັກເພີ່ມທະວີການນຳພາຂອງພັກຕໍ່ການປະຕິຮູບ. ການນຳພາຂອງພັກເປັນສິ່ງຮັບປະກັນຂັ້ນພື້ນຖານຕໍ່ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ. ຂໍ້ຕົກລົງສະເໜີໃຫ້ປັບປຸງກົນໄກຈັດຕັ້ງປະຕິບັດແຜນນະໂຍບາຍທີ່ສຳຄັນຂອງສູນກາງພັກນັ້ນໃຫ້ສົມບູນ; ລົງເລິກປະຕິຮູບລະບຽບການວຽກງານພະນັກງານ, ຕັ້ງທິດຊີ້ນຳທີ່ຖືກຕ້ອງໃນການ ຄັດເລືອກ ແລະ ນຳໃຊ້ຄົນຢ່າງຈະແຈ້ງ, ອອກແຮງຄັດເລືອກພະນັກງານທີ່ມີຄວາມເຂັ້ມແຂງດ້ານ ການເມືອງ ມີຄວາມກ້າຫານໃນການແບກຫາບໜ້າທີ່ຮັບຜິດຊອບ ມີຄວາມບຸກບືນໃນການປະຕິຮູບ ມີຜົນງານຕົວຈິງທີ່ພົ້ນເດັ່ນ ແລະ ມີຄວາມປອດໃສຂາວສະອາດ, ສຸມໃສ່ແກ້ໄຂບັນຫາຂອງພະນັກ ງານທີ່ເຮັດວຽກແບບຊະຊາຍ ປະລາໜ້າທີ່ ບໍ່ກ້າຮັບຜິດຊອບວຽກ ແລະ ບໍ່ຊໍານານໃນການເຮັດວຽກ. ສ້າງ ແລະ ປະຕິບັດຕາມທັດສະນະທີ່ຖືກຕ້ອງ ຕໍ່ກັບຜົນງານບໍລິຫານ. ຈັດຕັ້ງ ປະຕິບັດຕາມ “3 ຈຳແນກ”, ຊຸກຍູ້ສົ່ງເສີມໃຫ້ພະນັກງານບຸກບືນສູ້ຊົນ ແລະ ສ້າງຜົນງານ;ເພີ່ມທະ ວີບົດບາດການເມືອງ ແລະ ບົດບາດຈັດຕັ້ງຂອງອົງການຈັດຕັ້ງພັກ. ປັບປຸງລະບຽບການ ແລະ ກົນໄກປ້ອງກັນ-ແກ້ໄຂບັນຫາລັດທິຮູບການ ແລະ ລັດທິອາຍາສິດນັ້ນໃຫ້ຄົບຖ້ວນ, ປັບປຸງກົນໄກກວດກາ ແລະ ແກ້ໄຂປາກົດການຫຍໍ້ທໍ້ ແລະ ບັນຫາສໍ້ລາດບັງຫຼວງໄປພ້ອມກັນນັ້ນໃຫ້ຄົບຖ້ວນ, ເພີ່ມວິທີການປ້ອງກັນ ແລະ ແກ້ໄຂບັນຫາສໍ້ລາດບັງຫຼວງແບບໃໝ່ ແລະ ແບບແຝງຊ້ອນຢູ່ຢ່າງມີປະສິດທິຜົນໃຫ້ອຸດົມສົມບູນຂຶ້ນ.


ຫວັງວ່າບັນດາສະຫາຍຈະເຊື່ອມຊຶມຈິດໃຈຂອງສູນກາງພັກຢ່າງເລິກເຊິ່ງ, ເປິກສາຫາລືກັນໂດຍປິ່ນອ້ອມຫົວຂໍ້ຫຼັກຂອງກອງປະຊຸມຄົບຄະນະຢ່າງແໜ້ນແຟ້ນ, ສະເໜີຄວາມເຫັນ ແລະ ຂໍ້ສະເໜີປັບປຸງທີ່ມີລັກສະນະສ້າງສັນ, ຮ່ວມກັນຈັດກອງປະຊຸມຄົບຄະນະຄັ້ງນີ້ໃຫ້ມີຜົນສຳເລັດ ແລະ ປັບປຸງຂໍ້ຕົກລົງໃຫ້ດີ.