2025-11-03 16:06:49 | Source:theorychina
ຂໍ້ສະເໜີຂອງສູນກາງພັກຄອມມູນິດຈີນ ກ່ຽວກັບການວາງ
ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ XV
(ຮັບຮອງເອົາໃນກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ XX ໃນວັນທີ 23 ຕຸລາປີ 2025)
ກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ XX ໄດ້ວິເຄາະສະພາບການທັງພາຍໃນ ແລະ ຕ່າງປະເທດຢ່າງເລິກເຊິ່ງ ແລະ ສະເໜີຂໍ້ສະເໜີກ່ຽວກັບການວາງແຜນພັດທະນາເສດຖະກິດ-ສັງ ຄົມ ແຫ່ງຊາດ 5 ປີ ຄັ້ງທີ XV (ຕໍ່ໄປຈະເອີ້ນຫຍໍ້ວ່າ “ຂໍ້ສະເໜີ”) ດັ່ງນີ້:
ໜຶ່ງ: ໄລຍະຈັດຕັ້ງປະຕິບັດແຜນພັດທະນາ 5 ປີ ຄັ້ງທີ XV ເປັນໄລຍະຂໍກຸນແຈໃນການບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານ
(1) ຈີນໄດ້ຮັບຜົນງານດ້ານການພັດທະນາທີ່ສຳຄັນຢ່າງຍິ່ງໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາ 5 ປີ ຄັ້ງທີ XIV. ໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາດັ່ງກ່າວ, ການພັດທະນາຂອງຈີນເປັນຂະບວນການທີ່ບໍ່ປົກກະຕິທີ່ສຸດ ແລະ ບໍ່ທຳມະດາທີ່ສຸດ. ເມື່ອຜະເຊີນໜ້າກັບສະພາບການສາກົນທີ່ສັບສົນ ກໍຄືໜ້າທີ່ການປະຕິຮູບ, ການພັດທະນາ ແລະ ຄວາມໝັ້ນຄົງພາຍໃນປະເທດທີ່ລຳບາກໜັກໜ່ວງ, ສູນກາງພັກຄອມມູນິດຈີນທີ່ມີ ສະຫາຍ ສີຈິ້ນຜິງ ເປັນແກນນຳ ໄດ້ສາມັກຄີນຳພາທົ່ວພັກ ແລະ ປະຊາຊົນບັນດາຊົນເຜົ່າໃນທົ່ວປະເທດບຸກບືນກ້າວໄປຂ້າງໜ້າດ້ວຍຄວາມກ້າຫານ ແລະ ທໍລະຫົດອົນທົນ, ຮັບມືກັບຜົນກະທົບຮ້າຍແຮງຈາກການແພ່ລະບາດຂອງພະຍາດໂຄວິດ-19 ເຊິ່ງເປັນເຫດການໜັກໜ່ວງທີ່ສຸດໃນສະຕະວັດນີ້, ຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍຕ່າງໆ ທີ່ຮ້າຍແຮງໄດ້ຢ່າງມີປະສິດທິຜົນ, ຊຸກຍູ້ໃຫ້ພາລະກິດຂອງພັກ ແລະ ລັດ ໄດ້ຮັບຜົນງານອັນສຳຄັນ ແລະ ຍິ່ງໃຫຍ່ຄັ້ງໃໝ່. ການເຄື່ອນໄຫວດ້ານເສດຖະກິດໄດ້ຮັບຄວາມຄືບໜ້າບົນພື້ນຖານຄວາມໝັ້ນທ່ຽງ, ການພັດທະນາດ້ວຍຄຸນນະພາບສູງໄດ້ຮັບການຊຸກຍູ້ຢ່າງໜັກແໜ້ນ; ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີໄດ້ຮັບໝາກຜົນຢ່າງອຸດົມສົມບູນ, ກຳລັງການຜະລິດໃນຄຸນນະພາບໃໝ່ໄດ້ຮັບການພັດທະນາຢ່າງໝັ້ນທ່ຽງ; ການລົງເລິກການປະຕິຮູບຢ່າງຮອບດ້ານໄດ້ຮັບການຊຸກຍູ້ຕື່ມອີກ, ການເປີດປະຕູສູ່ພາຍນອກໃນລະດັບສູງໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ; ປະຊາທິປະໄຕປະຊາຊົນທົ່ວຂະບວນການໄດ້ຮັບການພັດທະນາຢ່າງເລິກເຊິ່ງ, ການປົກຄອງປະເທດຕາມກົດໝາຍຢ່າງຮອບດ້ານໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ; ພາລະກິດວັດທະນະທຳ ແລະ ອຸດສາຫະກຳວັດທະນະທຳໄດ້ຮັບການພັດທະນາສູ່ຄວາມຈະເລີນຮຸ່ງເຮືອງ, ຜະລິດຕະພັນວັດທະນະທຳທາງຈິດໃຈມີຄວາມຫຼາກຫຼາຍ; ການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນມີຄວາມໜັກແໜ້ນ ແລະ ໝັ້ນທ່ຽງ, ຜົນງານດ້ານການລຶບລ້າງຄວາມທຸກຍາກໄດ້ຮັບການຮັດແໜ້ນ ແລະ ຂະຫຍາຍກວ້າງອອກ; ບາດກ້າວການຫັນເປັນສີຂຽວ ແລະ ກາກບອນຕ່ຳໄດ້ເລັ່ງລັດໄວຂຶ້ນ, ຄຸນນະພາບດ້ານສິ່ງແວດລ້ອມນິເວດໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ; ຄວາມສາມາດດ້ານຄວາມໝັ້ນຄົງແຫ່ງຊາດໄດ້ຮັບການຍົກສູງຂຶ້ນຢ່າງມີປະສິດທິພາບ, ປະສິດທິພາບ ແລະ ຄວາມສາມາດດ້ານການຄຸ້ມຄອງສັງຄົມໄດ້ເພີ່ມຂຶ້ນ, ຮັກສາສະພາບລວມຂອງສັງຄົມໃຫ້ມີສະຖຽນລະພາບ; ການປ້ອງກັນປະເທດ ແລະ ການກໍ່ສ້າງກອງທັບໄດ້ຮັບຄວາມຄືບໜ້າທີ່ສຳຄັນຢ່າງຍິ່ງ; ການປະຕິບັດພຶດຕິກຳ “ປະເທດດຽວ ສອງລະບອບ” ໄດ້ຮັບການຊຸກຍູ້ເຂົ້າສູ່ລວງເລິກ; ວຽກງານການຕ່າງປະເທດໃນຖານະເປັນເທດໃຫຍ່ທີ່ມີສີສັນພິເສດຂອງຈີນໄດ້ຮັບການເປີດກວ້າງຢ່າງຮອບດ້ານ; ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານມີປະສິດທິຜົນຢ່າງພົ້ນເດັ່ນ, ການຕໍ່ສູ້ຕ້ານກັບການສໍ້ລາດບັງຫຼວງໄດ້ຮັບການຊຸກຍູ້ຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ກຳລັງການປະດິດສ້າງ, ກຳລັງເຕົ້າໂຮມ ແລະ ກຳລັງການຕໍ່ສູ້ຂອງພັກໄດ້ຮັບການຍົກສູງຂຶ້ນຢ່າງເດັ່ນຊັດ. ກຳລັງຕົວຈິງດ້ານເສດຖະກິດ, ກຳລັງຕົວຈິງດ້ານວິທະຍາສາດເຕັກໂນໂລຊີ ແລະ ກຳລັງສັງລວມແຫ່ງຊາດໄດ້ຮັບການຍົກສູງຂຶ້ນສູ່ລະດັບໃໝ່, ຄວາມທັນສະໄໝແບບຈີນໄດ້ຢວ່າງບາດກ້າວໃໝ່ທີ່ໜັກແໜ້ນ ແລະ ຂະບວນການອອກເດີນທາງຄັ້ງໃໝ່ ເພື່ອບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີປະການທີ 2 ໄດ້ບັນລຸການເລີ່ມຕົ້ນທີ່ດີສົມຄວນ. ສາເຫດຕົ້ນຕໍທີ່ເຮັດໃຫ້ໄດ້ຮັບຜົນງານອັນຍິ່ງໃຫຍ່ ແລະ ມີຄວາມສຳຄັນເຫຼົ່ານີ້ ແມ່ນຍ້ອນການນຳພາຂອງສູນກາງພັກຄອມມູນິດຈີນທີ່ມີ ສະຫາຍ ສີຈິ້ນຜິງ ເປັນແກນນຳ ກໍຄືການນຳພາຢ່າງມີວິທະຍາສາດຂອງແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່.
(2) ໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ XV (ຕໍ່ໄປເອີ້ນຫຍໍ້ວ່າ “ແຜນພັດທະນາ 5 ປີ ຄັ້ງທີ XV”) ມີຖານະສຳຄັນທີ່ເປັນຂອດສືບທອດອັນເກົ່າ ແລະ ບຸກເບີກໄປສູ່ອັນໃໝ່ໃນຂະບວນການບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານ. ການບັນລຸສັງຄົມນິຍົມທັນສະໄໝເປັນຂະບວນການທາງປະຫວັດສາດທີ່ກ້າວໄປຂ້າງໜ້າເທື່ອລະກ້າວ ແລະ ພັດທະນາຄືບໜ້າຢ່າງບໍ່ຢຸດຢັ້ງ, ຕ້ອງການຄວາມພະຍາຍາມຢ່າງບໍ່ລົດລະ ແລະ ສູ້ຊົນຢ່າງບໍ່ຢຸດຢັ້ງ. ໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາ 5 ປີ ຄັ້ງທີ XV ເປັນໄລຍະຂໍກຸນແຈສຳລັບການສ້າງພື້ນຖານໃຫ້ໜັກແໜ້ນ ແລະ ອອກແຮງຢ່າງຮອບດ້ານໃນການບັນລຸຄວາມທັນສະໄໝຂອງສັງຄົມນິຍົມໂດຍພື້ນຖານ, ຕ້ອງຮັດແໜ້ນ ແລະ ເສີມຂະຫຍາຍທ່າແຮງ, ລຶບລ້າງຂໍ້ຈຳກັດ ແລະ ເສີມສ້າງຈຸດອ່ອນ ແລະ ຂໍ້ບົກຜ່ອງໃຫ້ເຂັ້ມແຂງຂຶ້ນ, ຍາດໃຫ້ໄດ້ຖານະເປັນເຈົ້າການທາງດ້ານຍຸດທະສາດໃນການແຂ່ງຂັນສາກົນທີ່ດຸເດືອດ, ຊຸກຍູ້ໃຫ້ໜ້າທີ່ວຽກງານທາງດ້ານຍຸດທະສາດທີ່ກ່ຽວຂ້ອງກັບສະພາບລວມຂອງຄວາມທັນສະໄໝແບບຈີນໄດ້ຮັບການບຸກທະລຸທີ່ສຳຄັນ ແລະ ຍິ່ງໃຫຍ່ ເພື່ອສ້າງພື້ນຖານທີ່ໜັກແໜ້ນກວ່າເກົ່າໃຫ້ແກ່ການບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານ.
(3) ສະພາບແວດລ້ອມດ້ານການພັດທະນາຂອງຈີນ ຈະຜະເຊີນໜ້າກັບການປ່ຽນແປງທີ່ເລິກເຊິ່ງ ແລະ ສັບສົນກວ່າເກົ່າໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາ 5 ປີ ຄັ້ງທີ XV. ການພົວພັນລະຫວ່າງປະເທດໃຫຍ່ສົ່ງຜົນສະທ້ອນຕໍ່ສະພາບການສາກົນ, ການຜັນແປຂອງສະພາບການສາກົນສົ່ງຜົນສະທ້ອນຕໍ່ການພັດທະນາພາຍໃນປະເທດຈີນຢ່າງເລິກເຊິ່ງ, ການພັດທະນາຂອງຈີນຈະຢູ່ໃນໄລຍະທີ່ມີໂອກາດທາງດ້ານຍຸດທະສາດ, ມີຄວາມສ່ຽງ ແລະ ສິ່ງທ້າທາຍໄປພ້ອມກັນ ກໍຄືປັດໄຈທີ່ບໍ່ແນ່ນອນ ແລະ ຄາດຄະເນຍາກເພີ່ມຂຶ້ນ. ເມື່ອສັງເກດຈາກສະພາບການສາກົນແລ້ວເຫັນວ່າ, ສະພາບການຂອງໂລກທີ່ເກີດມີການປ່ຽນແປງຢ່າງໃຫຍ່ຫຼວງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີຜ່ານມາໄດ້ຜັນແປໄວຂຶ້ນ, ການປຽບທຽບກັນລະຫວ່າງກຳລັງສາກົນມີການຜັນແປຢ່າງເລິກເຊິ່ງ, ການປະຕິວັດວິທະຍາສາດເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ດ້ານອຸດສາຫະກຳຮອບໃໝ່ເລັ່ງລັດການບຸກທະລຸ, ຈີນໄດ້ມີປັດໄຈຕ່າງໆ ທີ່ມີຜົນດີສຳລັບການວາງແຜນກ່ຽວກັບພື້ນທີ່ສາກົນ ແລະ ການເສີມສ້າງສະພາບແວດລ້ອມພາຍນອກທີ່ດີ. ແຕ່ຂະນະດຽວກັນ, ຄວາມສະຫຼັບຊັບຊ້ອນ ແລະ ຄວາມວຸ້ນວາຍປັ່ນປ່ວນໃນໂລກຮຸນແຮງຂຶ້ນ, ການປະທະກັນໃນພາກພື້ນເກີດຂຶ້ນງ່າຍ ແລະ ເກີດຂຶ້ນເລື້ອຍໆ; ລັດທິຝ່າຍດຽວ ແລະ ລັດທິປົກປ້ອງເງີຍຫົວຂຶ້ນ, ໄພຂົ່ມຂູ່ຈາກລັດທິເຈົ້າອຳນາດ ແລະ ການເມືອງມະຫາອຳນາດເພີ່ມຂຶ້ນ, ລະບຽບເສດຖະກິດການຄ້າສາກົນປະສົບກັບສິ່ງທ້າທາຍທີ່ຂ້ຽວຂາດ, ພະລັງຂັບເຄື່ອນການເຕີບໂຕຂອງເສດຖະກິດໂລກບໍ່ພຽງພໍ; ການໂຕ້ແຍ້ງກັນລະຫວ່າງປະເທດໃຫຍ່ມີຄວາມສັບສົນ ແລະ ຮຸນແຮງຂຶ້ນ. ເມື່ອສັງເກດຈາກສະພາບການພາຍໃນປະເທດຈີນແລ້ວເຫັນວ່າ, ເສດຖະກິດຈີນມີພື້ນຖານທີ່ໜັກແໜ້ນ, ມີທ່າແຮງທີ່ຫຼາກຫຼາຍ, ມີຄວາມທົນທານໜຽວແໜ້ນທີ່ແຂງແຮງ ແລະ ມີກຳລັງບົ່ມຊ້ອນທີ່ໃຫຍ່ຫຼວງ, ເງື່ອນໄຂຄ້ຳປະກັນ ແລະ ທ່າອ່ຽງພື້ນຖານທີ່ພັດທະນາຕາມທິດທາງທີ່ດີໃນໄລຍະຍາວບໍ່ມີການປ່ຽນແປງ, ທ່າແຮງລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ທ່າແຮງຕະຫຼາດຂະໜາດໃຫຍ່ພິເສດ, ທ່າແຮງລະບົບອຸດສາຫະກຳຄົບຖ້ວນ ແລະ ທ່າແຮງຊັບພະຍາກອນຜູ້ມີຄວາມຮູ້ຄວາມສາມາດມີຄວາມພົ້ນເດັ່ນຫຼາຍຂຶ້ນ. ແຕ່ຂະນະດຽວກັນ, ບັນຫາການພັດທະນາບໍ່ດຸນດ່ຽງ ແລະ ບໍ່ເຕັມທີ່ຍັງພົ້ນເດັ່ນຢູ່; ຄວາມຕ້ອງການຕົວຈິງບໍ່ພຽງພໍ, ຮອບໝູນວຽນທາງເສດຖະກິດພາຍໃນຍັງມີຈຸດບໍ່ໂລ່ງລ່ຽນ ແລະ ຈຸດຕັນ; ການຫັນປ່ຽນຈາກພະລັງຂັບເຄື່ອນແບບເກົ່າໃຫ້ກາຍເປັນແບບໃໝ່ຍັງມີໜ້າທີ່ລຳບາກຢ່າງຫຼວງຫຼາຍ; ຄວາມທັນສະໄໝຂອງວຽກງານກະສິກຳ ແລະ ຊົນນະບົດຍັງມີລັກສະນະອ່າວຊັກຊ້າ; ການເພີ່ມຂຶ້ນຂອງການປະກອບອາຊີບ ແລະ ລາຍໄດ້ຂອງພົນລະເມືອງມີຄວາມກົດດັນອ່າວຫຼາຍຢູ່, ການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນມີຈຸດອ່ອນ ແລະ ຂໍ້ບົກຜ່ອງ; ການປ່ຽນແປງໂຄງປະກອບຂອງປະຊາກອນໄດ້ສ້າງບັນຫາໃໝ່ທີ່ຕ້ອງຄົ້ນຄວ້າເພື່ອແກ້ໄຂໃຫ້ແກ່ການພັດທະນາເສດຖະກິດ, ການຄຸ້ມຄອງສັງຄົມ ແລະ ອື່ນໆ; ຂົງເຂດຈຸດສຸມຍັງມີຄວາມສ່ຽງ ແລະ ໄພຂົ່ມຂູ່ທີ່ແຝງຊ້ອນຢູ່.
ການປ່ຽນແປງຂອງສະພາບການນຳມາເຊິ່ງໂອກາດ, ສິ່ງທ້າທາຍທີ່ກະຕຸ້ນມານະຈິດແຫ່ງການຕໍ່ສູ້. ທົ່ວພັກຕ້ອງເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມໝາຍທີ່ມີລັກສະນະຕັດສິນຂອງ “2 ກຳນົດ”, ເພີ່ມທະວີ “4 ສະຕິ”, ຍຶດໝັ້ນ “4 ໝັ້ນໃຈຕົນເອງ”, ປະຕິບັດ “2 ປົກປັກຮັກສາ”, ຍຶດໝັ້ນຄວາມໜັກແໜ້ນທາງດ້ານຍຸດທະສາດ, ເພີ່ມຄວາມໝັ້ນໃຈທີ່ຈະຕ້ອງຊະນະຢ່າງແນ່ນອນ, ຕັ້ງໜ້າຮັບຮູ້ກ່ຽວກັບການປ່ຽນແປງ, ຮັບມືກັບການປ່ຽນແປງ ແລະ ສະແຫວງຫາການປ່ຽນແປງ, ກ້າຕໍ່ສູ້ ແລະ ຮູ້ວິທີຕໍ່ສູ້, ກ້າຜະເຊີນໜ້າກັບການທົດສອບທີ່ໜັກໜ່ວງ ຈົນເຖິງຂັ້ນໜັກໜ່ວງທີ່ສຸດ, ຜ່ານຜ່າຄວາມຫຍຸ້ງຍາກ, ຕໍ່ສູ້ກັບຄວາມສ່ຽງ ແລະ ຮັບມືກັບສິ່ງທ້າທາຍດ້ວຍຈິດໃຈຢ່າງເປັນເຈົ້າການທາງປະຫວັດສາດ, ສຸມກຳລັງແຮງເຂົ້າໃນການປະຕິບັດວຽກງານຂອງຕົນເອງໃຫ້ດີ ເພື່ອສືບຕໍໍ່ຂຽນປະຫວັດສາດໜ້າໃໝ່ກ່ຽວກັບ 2 ມະຫັດສະຈັນ ຄື: ບັນລຸໃຫ້ເສດຖະກິດພັດທະນາຢ່າງວ່ອງໄວ ແລະ ສັງຄົມມີສະຖຽນລະພາບຢ່າງຍາວນານ, ສູ້ຊົນສ້າງສະພາບການໃໝ່ແຫ່ງການສ້າງສາຄວາມທັນສະໄໝແບບຈີນ.
ສອງ: ທິດທາງຊີ້ນຳ ແລະ ເປົ້າໝາຍຕົ້ນຕໍໃນການພັດທະນາເສດຖະກິດ-ສັງຄົມໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາ 5 ປີ ຄັ້ງທີ XV
(4) ແນວຄິດຊີ້ນຳການພັດທະນາເສດຖະກິດ-ສັງຄົມໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາ 5 ປີ ຄັ້ງທີ XV. ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດເໝົາເຈີຕຸ່ງ, ທິດສະດີເຕິ້ງສຽວຜິງ, ແນວຄິດສຳຄັນ “3 ຕົວແທນ” ແລະ ທັດສະນະພັດທະນາຕາມຫຼັກວິທະຍາສາດ, ຈັດຕັ້ງຜັນຂະຫຍາຍແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຢ່າງຮອບດ້ານ, ລົງເລິກຈັດຕັ້ງປະຕິບັດຕາມຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກຄອມມູນິດຈີນ ແລະ ກອງປະຊຸມຄົບຄະນະທຸກຄັ້ງທີ່ຜ່ານມາຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ XX ໂດຍປິ່ນອ້ອມການສ້າງປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງໃຫ້ສຳເລັດຢ່າງຮອບດ້ານ ແລະ ບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີປະການທີ 2, ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊົນຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ, ປະສານສົມທົບຊຸກຍູ້ວາງແຜນເປັນເອກະພາບກັນໃນການຊຸກຍູ້ການຈັດວາງແຜນຍຸດທະສາດລວມ “5 ພາລະກິດເປັນອັນໜຶ່ງອັນດຽວກັນ”, ປະສານສົມທົບກັນຊຸກຍູ້ແຜນຍຸດທະສາດ “4 ຮອບດ້ານ”, ປະສານສົມທົບສະພາບການພາຍໃນປະເທດກັບສະພາບການສາກົນ, ຈັດຕັ້ງປະຕິບັດແນວຄວາມຄິດການພັດທະນາແບບໃໝ່ຢ່າງຄົບຖ້ວນ ແລະ ຖືກຕ້ອງ, ເລັ່ງການສ້າງສະພາບການພັດທະນາແບບໃໝ່, ຍຶດໝັ້ນຫຼັກການພື້ນຖານລວມແຫ່ງການເຮັດວຽກແບບສະແຫວງຫາການພັດທະນາຢ່າງໜັກແໜ້ນ, ຍຶດໝັ້ນການຖືເອົາການສ້າງສາເສດຖະກິດເປັນໃຈກາງ, ຖືເອົາການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງເປັນຫົວຂໍ້ຫຼັກ, ຖືເອົາການປະຕິຮູບ ແລະ ການປະດິດສ້າງໃໝ່ເປັນພະລັງຂັບເຄື່ອນພື້ນຖານ, ຖືເອົາການຕອບສະໜອງຄວາມຕ້ອງການດ້ານຊີວິດການເປັນຢູ່ອັນດີງາມທີ່ນັບມື້ນັບເພີ່ມຂຶ້ນຂອງປະຊາຊົນເປັນເປົ້າໝາຍພື້ນຖານ, ຖືເອົາການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານເປັນການຄໍ້າປະກັນພື້ນຖານ, ຊຸກຍູ້ໃຫ້ເສດຖະກິດບັນລຸການຍົກລະດັບໃຫ້ສູງຂຶ້ນດ້ານຄຸນນະພາບຢ່າງມີປະສິດທິຜົນ ແລະ ການເຕີບໂຕດ້ານປະລິມານຢ່າງສົມເຫດສົມຜົນ, ຢວ່າງບາດກ້າວອັນໜັກແໜ້ນເພື່ອການພັດທະນາຢ່າງຮອບດ້ານຂອງປະຊາຊົນ ແລະ ຄວາມຮັ່ງມີຮ່ວມກັນຂອງທົ່ວປວງຊົນ ເພື່ອຮັບປະກັນໃຫ້ການບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານໄດ້ຮັບຄວາມຄືບໜ້າທີ່ມີລັກສະນະຕັດສິນ.
(5) ຫຼັກການທີ່ຕ້ອງປະຕິບັດຕາມໃນການພັດທະນາເສດຖະກິດ-ສັງຄົມໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາ 5 ປີ ຄັ້ງທີ XV.
—— ຍຶດໝັ້ນການນຳພາຢ່າງຮອບດ້ານຂອງພັກ. ປົກປ້ອງຄວາມສັກສິດ ແລະ ການນຳພາລວມສູນເປັນເອກະພາບຂອງສູນກາງພັກ, ຍົກສູງຄວາມສາມາດດ້ານການກຳແໜ້ນທິດທາງ, ວາງແຜນລວມ, ກຳນົດນະໂຍບາຍ ແລະ ຊຸກຍູ້ການປະຕິຮູບຂອງພັກ, ເຮັດໃຫ້ການນຳພາຂອງພັກສອດຫ້ອຍເຂົ້າໃນທຸກດ້ານ ແລະ ທົ່ວຂະບວນການຂອງການພັດທະນາເສດຖະກິດ-ສັງຄົມ ເພື່ອເປັນສິ່ງຄໍ້າປະກັນພື້ນຖານໃຫ້ແກ່ການສ້າງສັງຄົມນິຍົມທັນສະໄໝຂອງຈີນ.
—— ຍຶດໝັ້ນປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງ. ເຄົາລົບຖານະຫຼັກແຫຼ່ງຂອງປະຊາຊົນ, ເພິ່ງພາອາໄສປະຊາຊົນຢ່າງສະໜິດແໜ້ນ, ປົກປ້ອງຜົນປະໂຫຍດພື້ນຖານຂອງປະຊາຊົນ, ສົ່ງເສີມຄວາມຍຸຕິທຳ ແລະ ຄວາມເປັນທຳຂອງສັງຄົມ, ເນັ້ນໃສ່ການຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນໃນຂະບວນການພັດທະນາ, ເປີດກວ້າງພື້ນທີ່ການພັດທະນາທ່າມກາງການຕອບສະໜອງຄວາມຕ້ອງການຂອງປະຊາຊົນ, ຊຸກຍູ້ໃຫ້ເສດຖະກິດກັບສັງຄົມພັດທະນາຢ່າງກົມກຽວກັນ ແລະ ຄວາມສີວິໄລທາງດ້ານວັດຖຸກັບຄວາມສີວິໄລທາງດ້ານຈິດໃຈຊ່ວຍຊູຍູ້ໜູນກັນ ເພື່ອເຮັດໃຫ້ໝາກຜົນຂອງການສ້າງສາຄວາມທັນສະໄໝສາມາດສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທຸກຖ້ວນໜ້າໃຫ້ຫຼາຍກວ່າເກົ່າ ແລະ ຍຸຕິທຳກວ່າເກົ່າ.
—— ຍຶດໝັ້ນການພັດທະນາດ້ວຍຄຸນນະພາບສູງ. ນຳພາການພັດທະນາດ້ວຍແນວຄວາມຄິດການພັດທະນາແບບໃໝ່, ພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ຕາມສະພາບຕົວຈິງຂອງທ້ອງຖິ່ນ, ສ້າງຮອບໝູນວຽນທາງເສດຖະກິດຢູ່ພາຍໃນປະເທດໃຫ້ເຂັ້ມແຂງ, ເຮັດໃຫ້ຮອບໝູນວຽນທາງເສດຖະກິດຢູ່ພາຍໃນປະເທດ ແລະ ສາກົນມີຄວາມລຸລ່ວງ, ປະສານສົບທົບການເປີດກວ້າງຄວາມຕ້ອງການພາຍໃນກັບການລົງເລິກການປະຕິຮູບໂຄງປະກອບດ້ານການສະໜອງ, ເລັ່ງບົ່ມເພາະສ້າງກຳລັງຂັບເຄື່ອນໃໝ່, ຊຸກຍູ້ໃຫ້ໂຄງປະກອບເສດຖະກິດໄດ້ຮັບການຍົກລະດັບ ແລະ ປັບປຸງໃຫ້ດີຂຶ້ນ, ເຮັດໃຫ້ສ່ວນທີ່ເພີ່ມຂຶ້ນມີຄຸນນະພາບດີ ແລະ ເຮັດໃຫ້ສ່ວນທີ່ມີຢູ່ແລ້ວນັ້ນມີຊີວິດຊີວາຂຶ້ນ, ຊຸກຍູ້ໃຫ້ເສດຖະກິດມີການພັດທະນາຢ່າງຕໍ່ເນື່ອງ ແລະ ປອດໃສ ແລະ ສັງຄົມມີຄວາມຄືບໜ້າຢ່າງຮອບດ້ານ.
—— ຍຶດໝັ້ນການລົງເລິກການປະຕິຮູບຢ່າງຮອບດ້ານ. ສຸມໃສ່ແກ້ໄຂອຸປະສັກດ້ານລະບົບ ແລະ ກົນໄກທີ່ຈຳກັດການພັດທະນາດ້ວຍຄຸນນະພາບສູງ, ຊຸກຍູ້ການປະຕິຮູບຊັ້ນເລິກ, ເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ, ຊຸກຍູ້ໃຫ້ການພົວພັນດ້ານການຜະລິດກັບກຳລັງການຜະລິດ, ໂຄງບົນກັບພື້ນຖານເສດຖະກິດ, ການປົກຄອງປະເທດກັບການພັດທະນາຂອງສັງຄົມສາມາດເຂົ້າກັນໄດ້ດີກວ່າເກົ່າ, ສືບຕໍ່ເພີ່ມພະລັງຂັບເຄື່ອນດ້ານການພັດທະນາ ແລະ ຄວາມມີຊີວິດຊີວາທາງສັງຄົມ.
—— ຍຶດໝັ້ນການປະສົມປະສານລະຫວ່າງຕະຫຼາດທີ່ມີປະສິດທິຜົນກັບລັດຖະບານທີ່ມີຄວາມສາມາດປະຕິບັດງານໄດ້ເປັນຢ່າງດີ. ເສີມຂະຫຍາຍບົດບາດຕັດສິນຊີ້ຂາດຂອງຕະຫຼາດໃນການຈັດສັນຊັບພະຍາກອນຢ່າງເຕັມທີ່, ເສີມຂະຫຍາຍບົດບາດຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນໃຫ້ດີກວ່າເກົ່າ, ສ້າງລະບົບຕະຫຼາດທີ່ມີຄວາມເປັນເອກະພາບ, ເປີດປະຕູສູ່ພາຍນອກ, ແຂ່ງຂັນກັນ ແລະ ເປັນລະບຽບແບບແຜນ, ສ້າງສາເສດຖະກິດທີ່ປົກຄອງຕາມກົດໝາຍ ແລະ ເສດຖະກິດສິນເຊື່ອ, ສ້າງສະພາບແວດລ້ອມໃນການດຳເນີນທຸລະກິດທີ່ນຳໜ້າໃຫ້ດຳເນີນງານຕາມກົນໄກຕະຫຼາດ, ປົກຄອງຕາມກົດໝາຍ ແລະ ມີຄວາມທັນສະໄໝລະດັບສາກົນ, ສ້າງລະບຽບການດ້ານເສດຖະກິດທີ່ມີທັງ “ກະຈາຍສິດອຳນາດຢ່າງຄ່ອງຕົວ” ທັງ “ຄຸ້ມຄອງໄດ້ດີ”.
—— ຍຶດໝັ້ນການປະສານສົມທົບການພັດທະນາກັບຄວາມໝັ້ນຄົງ. ຮັດແໜ້ນຄວາມໝັ້ນຄົງໃນຂະບວນການພັດທະນາ ແລະ ສະແຫວງຫາການພັດທະນາບົນພື້ນຖານຄວາມໝັ້ນຄົງ, ເພີ່ມທະວີແນວຄິດເສັ້ນເພດານຕ່ຳສຸດ, ປ້ອງກັນ ແລະ ແກ້ໄຂຄວາມສ່ຽງປະເພດຕ່າງໆຢ່າງມີປະສິດທິຜົນ, ເພີ່ມທະວີຄວາມໜຽວແໜ້ນຂອງເສດຖະກິດ ແລະ ສັງຄົມ, ຮັບປະກັນສະພາບການພັດທະນາແບບໃໝ່ດ້ວຍສະພາບຄວາມໝັ້ນຄົງແບບໃໝ່.
(6) ເປົ້າໝາຍຕົ້ນຕໍໃນການພັດທະນາເສດຖະກິດ-ສັງຄົມໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາ 5 ປີ ຄັ້ງທີ XV.
—— ການພັດທະນາດ້ວຍຄຸນນະພາບສູງຕ້ອງໄດ້ຮັບຜົນສຳເລັດຢ່າງພົ້ນເດັ່ນ. ການເຕີບໂຕຂອງເສດຖະກິດຮັກສາຢູ່ໃນລະດັບທີ່ສົມເຫດສົມຜົນ, ປະສິດທິພາບການຜະລິດທຸກປັດໄຈທີ່ສຳຄັນໄດ້ຮັບການຍົກສູງຂຶ້ນຢ່າງໝັ້ນທ່ຽງ, ອັດຕາການອຸປະໂພກ-ບໍລິໂພກຂອງພົນລະເມືອງໄດ້ຮັບການຍົກສູງຂຶ້ນຢ່າງເດັ່ນຊັດ, ບົດບາດຂອງຄວາມຕ້ອງການພາຍໃນທີ່ເປັນກຳລັງຂັບເຄື່ອນຫຼັກໃນການຖ່ວງດຶງການພັດທະນາຂອງເສດຖະກິດນັ້ນສືບຕໍ່ເພີ່ມຂຶ້ນ, ຄວາມສາມາດບົ່ມຊ້ອນດ້ານການເຕີບໂຕຂອງເສດຖະກິດໄດ້ຫຼັ່ງໄຫຼອອກມາຢ່າງເຕັມທີ່, ການສ້າງສາຕະຫຼາດໃຫຍ່ທີ່ມີຄວາມເປັນເອກະພາບກັນໃນທົ່ວປະເທດໄດ້ຮັບການຊຸກຍູ້ຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ທ່າແຮງຂອງຕະຫຼາດທີ່ມີຂະໜາດໃຫຍ່ພິເສດສືບຕໍ່ພົ້ນເດັ່ນຂຶ້ນ, ການຫັນເປັນອຸດສາຫະກຳແບບໃໝ່, ການຫັນເປັນຂໍ້ມູນຂ່າວສານ, ການຫັນເປັນຕົວເມືອງ ແລະ ການຫັນເປັນທັນສະໄໝດ້ານກະສິກຳໄດ້ຮັບຄວາມຄືບໜ້າທີ່ໃຫຍ່ຫຼວງ, ການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່, ການສ້າງສະພາບການພັດທະນາແບບໃໝ່ ແລະ ການສ້າງສາລະບົບເສດຖະກິດທີ່ທັນສະໄໝໄດ້ຮັບການບຸກທະລຸຢ່າງໃຫຍ່ຫຼວງ.
—— ລະດັບການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນດ້ານວິທະຍາສາດເຕັກໂນໂລຊີໄດ້ຮັບການຍົກສູງຂຶ້ນຢ່າງໃຫຍ່ຫຼວງ. ປະສິດທິພາບ ແລະ ຄວາມສາມາດໂດຍລວມຂອງລະບົບການປະດິດສ້າງໃໝ່ຂອງຈີນໄດ້ຮັບການຍົກສູງຂຶ້ນຢ່າງເດັ່ນຊັດ, ສະພາບການພັດທະນາທີ່ມີການສຶກສາ, ວິທະຍາສາດເຕັກໂນໂລຊີ ແລະ ຜູ້ມີຄວາມຮູ້ຄວາມສາມາດເຊື່ອມໂຍງເປັນອັນໜຶ່ງອັນດຽວກັນນັ້ນສ້າງສຳເລັດໂດຍພື້ນຖານ, ການຄົ້ນຄວ້າແບບພື້ນຖານ ແລະ ຄວາມສາມາດການປະດິດສ້າງໃໝ່ຕົ້ນສະບັບເພີ່ມຂຶ້ນຢ່າງເດັ່ນຊັດ, ເຕັກໂນໂລຊີແກນກາງທີ່ເປັນຂໍກຸນແຈໃນຂົງເຂດທີ່ສຳຄັນມີການບຸກທະລຸຢ່າງວ່ອງໄວ, ຂົງເຂດທີ່ພັດທະນາໄປພ້ອມກັນ ແລະ ນຳໜ້າການພັດທະນາເພີ່ມຂຶ້ນຢ່າງເດັ່ນຊັດ, ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ ແລະ ການປະດິດສ້າງໃໝ່ດ້ານອຸດສາຫະກຳ ເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ ແລະ ບົດບາດທີ່ເປັນກຳລັງຂັບເຄື່ອນຂອງການປະດິດສ້າງໃໝ່ເພີ່ມຂຶ້ນຢ່າງເດັ່ນຊັດ.
—— ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກໄດ້ຮັບການບຸກທະລຸໃໝ່. ການຫັນເປັນທັນສະໄໝດ້ານລະບົບ ແລະ ຄວາມສາມາດການປົກຄອງບໍລິຫານປະເທດ ໄດ້ຮັບການຊຸກຍູ້ເຂົ້າສູ່ລວງເລິກ, ໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມມີຄວາມສົມບູນຂຶ້ນກວ່າເກົ່າ, ລະບົບ ແລະ ກົນໄກເປີດປະຕູສູ່ພາຍນອກໃນລະດັບສູງມີຄວາມສົມບູນກວ່າເກົ່າ, ລະດັບການຫັນເປັນລະບົບ, ຫັນເປັນລະບຽບແບບແຜນ ແລະ ຫັນເປັນຂະບວນການຂອງປະຊາທິປະໄຕປະຊາຊົນທົ່ວຂະບວນການໄດ້ຮັບການຍົກສູງຂຶ້ນຕື່ມອີກ, ການສ້າງປະເທດສັງຄົມນິຍົມທີ່ປົກຄອງຕາມກົດໝາຍໄດ້ກ້າວຂຶ້ນສູ່ລະດັບສູງກວ່າເກົ່າ.
—— ລະດັບຄວາມສີວິໄລຂອງສັງຄົມໄດ້ຮັບການຍົກສູງຂຶ້ນຢ່າງເດັ່ນຊັດ. ຄວາມໝັ້ນໃຈຕົນເອງດ້ານວັດທະນະທຳມີຄວາມເດັດດ່ຽວໜຽວແໜ້ນຫຼາຍກວ່າເກົ່າ, ແນວຄິດ ແລະ ຫາງສຽງແກນກາງໄດ້ຮັບການປັບປຸງໃຫ້ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ, ຄ່ານິຍົມແກນກາງສັງຄົມນິຍົມໄດ້ຮັບການປະຕິບັດຢ່າງກວ້າງຂວາງ, ຄວາມມີຊີວິດຊີວາດ້ານການປະດິດສ້າງໃໝ່ ແລະ ຫົວຄິດປະດິດສ້າງດ້ານວັດທະນະທຳຂອງຊາດໄດ້ຮັບການປຸກປັ້ນຢ່າງບໍ່ຢຸດຢັ້ງ, ຊີວິດວັດທະນະທຳທາງດ້ານຈິດໃຈຂອງປະຊາຊົນມີຄວາມອຸດົມສົມບູນຂຶ້ນ, ກຳລັງເຕົ້າໂຮມຄວາມສາມັກຄີຂອງຊົນຊາດຈີນ ແລະ ອິດທິພົນຂອງວັດທະນະທຳຈີນເພີ່ມຂຶ້ນຢ່າງເດັ່ນຊັດ, ກຳລັງໄມ້ອ່ອນດ້ານວັດທະນະທຳຂອງຈີນຍົກສູງຂຶ້ນຢ່າງຕໍ່ເນື່ອງ.
—— ຄຸນນະພາບດ້ານຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ການປະກອບອາຊີບຢ່າງເຕັມສ່ວນ ແລະ ມີຄຸນນະພາບສູງໄດ້ຮັບຄວາມຄືບໜ້າໃໝ່, ການເພີ່ມຂຶ້ນຂອງລາຍຮັບພົນລະເມືອງກັບການເຕີບໂຕຂອງເສດຖະກິດໄປພ້ອມກັນ, ການຍົກສູງຂອງຄ່າແຮງງານກັບການຍົກສູງຂອງປະສິດທິພາບການຜະລິດຂອງແຮງງານໄປພ້ອມກັນ, ໂຄງປະກອບການແບ່ງປັນໄດ້ຮັບການປັບປຸງໃຫ້ດີຂຶ້ນ, ກຸ່ມຄົນທີ່ມີລາຍຮັບປານກາງສືບຕໍ່ຂະຫຍາຍກວ້າງອອກ, ລະບົບປະກັນສັງຄົມໄດ້ຮັບການບູລະນະໃຫ້ດີຂຶ້ນ ແລະ ມີຄວາມຍືນຍົງກວ່າເກົ່າ, ລະດັບຄວາມສະເໝີພາບຂອງການບໍລິການສາທາລະນະພື້ນຖານໄດ້ຮັບການຍົກສູງຂຶ້ນຢ່າງເດັ່ນຊັດ.
—— ການສ້າງປະເທດຈີນທີ່ສວຍງາມໄດ້ຮັບຄວາມຄືບໜ້າທີ່ສຳຄັນອັນໃໝ່. ວິທີການຜະລິດ ແລະ ວິຖີຊີວິດແບບສີຂຽວສ້າງສຳເລັດໂດຍພື້ນຖານ, ບັນລຸເປົ້າໝາຍການລະບາຍກາກບອນເຖິງຈຸດສູງສຸດຕາມເວລາກຳນົດ, ລະບົບພະລັງງານຮູບແບບໃໝ່ທີ່ສະອາດ, ກາກບອນຕ່ຳ, ປອດໄພ ແລະ ມີປະສິດທິພາບສູງນັ້ນ ໄດ້ຮັບການສ້າງຕັ້ງຂຶ້ນໃນຂັ້ນເບື້ອງຕົ້ນ, ຍອດປະລິມານການລະບາຍມົນລະພິດຫຼັກສືບຕໍ່ຫຼຸດໜ້ອຍລົງ, ຊີວະນາໆ ພັນ, ຄວາມໝັ້ນທ່ຽງ ແລະ ຄວາມຍືນຍົງຂອງລະບົບນິເວດໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.
—— ກຳແພງຄວາມໝັ້ນຄົງແຫ່ງຊາດມີຄວາມໜາແໜ້ນຫຼາຍຂຶ້ນ. ລະບົບ ແລະ ຄວາມສາມາດດ້ານຄວາມໝັ້ນຄົງແຫ່ງຊາດ ມີຄວາມເຂັ້ມແຂງຂຶ້ນຕື່ມອີກ, ຄວາມສ່ຽງໃນຂົງເຂດຈຸດສຸມໄດ້ຮັບການປ້ອງກັນ ແລະ ແກ້ໄຂຢ່າງມີປະສິດທິຜົນ, ລະດັບການຄຸ້ມຄອງສັງຄົມ ແລະ ປ້ອງກັນຄວາມສະຫງົບສາທາລະນະໄດ້ຮັບການຍົກສູງຂຶ້ນຢ່າງເດັ່ນຊັດ, ບັນລຸເປົ້າໝາຍສູ້ຊົນໃນໂອກາດສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 100 ປີຕາມເວລາກຳນົດ ແລະ ການສ້າງປະເທດຈີນທີ່ສະຫງົບປອດໄພທີ່ມີລະດັບສູງກວ່າເກົ່າໄດ້ຮັບການຊຸກຍູ້ຢ່າງໜັກແໜ້ນ.
ສູ້ຊົນອີກ 5 ປີບົນພື້ນຖານດັ່ງກ່າວ, ເມື່ອຮອດປີ 2035, ຈະເຮັດໃຫ້ກຳລັງຕົວຈິງດ້ານເສດຖະກິດ, ກຳລັງຕົວຈິງດ້ານວິທະຍາສາດເຕັກໂນໂລຊີ, ກຳລັງຕົວຈິງດ້ານການປ້ອງກັນປະເທດ, ກຳລັງສັງລວມແຫ່ງຊາດ ແລະ ບົດບາດອິດທິພົນໃນສາກົນຂອງຈີນ ໄດ້ຮັບການຍົກສູງຂຶ້ນຢ່າງຫຼວງຫຼາຍ, ລວມຍອດຜະລິດຕະພັນພາຍໃນສະເລ່ຍໃສ່ຫົວຄົນບັນລຸເຖິງລະດັບຂອງປະເທດທີ່ພັດທະນາແລ້ວໃນລະດັບປານກາງ, ຊີວິດການເປັນຢູ່ຂອງປະຊາຊົນມີຄວາມຜາສຸກ ແລະ ດີງາມກວ່າເກົ່າ, ທັງບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານ.
ສາມ: ສ້າງລະບົບອຸດສາຫະກຳທີ່ທັນສະໄໝ ແລະ ຮັດແໜ້ນພື້ນຖານຂອງເສດຖະກິດຮູບປະທຳ
ລະບົບອຸດສາຫະກຳທັນສະໄໝ ແມ່ນພື້ນຖານດ້ານວັດຖຸ ແລະ ເຕັກໂນໂລຊີຂອງຄວາມທັນສະໄໝແບບຈີນ. ຕ້ອງຍຶດໝັ້ນຖືເອົາການອອກແຮງຊຸກຍູ້ເສດຖະກິດຮູບປະທຳໄວ້ຢູ່ໃນຖານະສຳຄັນແຫ່ງການພັດທະນາເສດຖະກິດ, ຍຶດໝັ້ນການຫັນເປັນອັດສະລິຍະ, ການຫັນເປັນສີຂຽວ ແລະ ການຫັນເປັນການເຊື່ອມໂຍງເຂົ້າກັນ, ເລັ່ງລັດສ້າງສາປະເທດເຂັ້ມແຂງດ້ານການຜະລິດ, ປະເທດເຂັ້ມແຂງດ້ານຄຸນນະພາບ, ປະເທດເຂັ້ມແຂງດ້ານການບິນອະວະກາດ, ປະເທດເຂັ້ມແຂງດ້ານຄົມມະນາຄົມ ແລະ ປະເທດເຂັ້ມແຂງດ້ານເຄືອຂ່າຍອິນເຕີເນັດ, ຮັກສາອັດຕາສ່ວນຂອງອຸດສາຫະກຳການຜະລິດໃຫ້ມີຄວາມສົມເຫດສົມຜົນ, ສ້າງລະບົບອຸດສາຫະກຳທັນສະໄໝໂດຍຖືເອົາອຸດສາຫະກຳການຜະລິດທີ່ທັນສະໄໝເປັນຫຼັກ.
(7) ປັບປຸງ ແລະ ຍົກລະດັບອຸດສາຫະກໍາແບບດັ້ງເດີມໃຫ້ສູງຂຶ້ນ. ຊຸກຍູ້ການຍົກສູງຄຸນນະພາບ ແລະ ການຍົກລະດັບຂອງອຸດສາຫະກຳທີ່ສຳຄັນ, ປັບປຸງ ແລະ ຍົກລະດັບຖານະ ແລະ ຄວາມສາມາດໃນການແຂ່ງຂັນຂອງອຸດສາຫະກຳບໍ່ແຮ່, ຫຼໍ່ຫຼອມໂລຫະ, ອຸດສາຫະກໍາເຄມີ, ອຸດສາຫະກໍາເບົາ, ອຸດສາຫະກຳຕັດຫຍິບ, ກົນຈັກ, ກຳປັ່ນ, ການກໍ່ສ້າງ ແລະ ອຸດສາຫະກຳອື່ນໆ ໃນການແບ່ງງານຂອງອຸດສາຫະກຳທົ່ວໂລກ. ຍົກລະດັບຄວາມເປັນເຈົ້າຕົນເອງ ແລະ ຄວາມສາມາດຄວບຄຸມໄດ້ຂອງຕ່ອງໂສ້ອຸດສາຫະກຳ, ເພີ່ມທະວີການສ້າງພື້ນຖານອຸດສາຫະກຳຄືນໃໝ່ ແລະ ການແກ້ໄຂຂອດຫຍຸ້ງຍາກກ່ຽວກັບເຕັກໂນໂລຊີ ແລະ ອຸປະກອນທີ່ສຳຄັນ, ດຳເນີນການເຄື່ອນໄຫວພັດທະນາດ້ວຍຄຸນນະພາບສູງຂອງຕ່ອງໂສ້ອຸດສາຫະກຳທີ່ສຳຄັນຂອງອຸດສາຫະກຳການຜະລິດ ຕາມລຳດັບ, ພັດທະນາກຸ່ມອຸດສາຫະກຳການຜະລິດທີ່ທັນສະໄໝ. ຊຸກຍູ້ການປັບປຸງ ແລະ ຍົກລະດັບດ້ານເຕັກໂນໂລຊີ, ຊຸກຍູ້ການຫັນເປັນດີຈີຕອນ ແລະ ຫັນເປັນອັດສະລິຍະຂອງອຸດສາຫະກຳການຜະລິດ, ພັດທະນາການຜະລິດແບບອັດສະລິຍະ, ການຜະລິດແບບສີຂຽວ ແລະ ການຜະລິດແບບບໍລິການ, ເລັ່ງລັດການປະຕິຮູບດ້ານຮູບແບບອຸດສາຫະກຳ ແລະ ຮູບແບບການຈັດຕັ້ງຂອງວິສາຫະກິດ. ເພີ່ມຄວາມສາມາດພື້ນຖານໃນດ້ານຄຸນນະພາບ ແລະ ເຕັກໂນໂລຊີ, ເພີ່ມທະວີການນຳພາໂດຍມາດຕະຖານ ແລະ ຍົກສູງລະດັບການຫັນເປັນສາກົນ, ເພີ່ມທະວີການສ້າງຍີ່ຫໍ້ທີ່ມີຊື່ສຽງໂດ່ງດັງ. ປັບປຸງໂຄງປະກອບອຸດສາຫະກໍາໃຫ້ດີຂຶ້ນ, ຊຸກຍູ້ການຍົກຍ້າຍອຸດສາຫະກຳທີ່ສຳຄັນພາຍໃນປະເທດຢ່າງເປັນລະບຽບແບບແຜນ.
(8) ບົ່ມເພາະສ້າງອຸດສາຫະກໍາຈະເລີນໃໝ່ ແລະ ອຸດສາຫະກໍາອະນາຄົດ. ອອກແຮງສ້າງອຸດສາຫະກຳເສົາຄ້ຳຈະເລີນໃໝ່. ປະຕິບັດໂຄງການປະດິດສ້າງໃໝ່ດ້ານອຸດສາຫະກໍາ, ຊຸກຍູ້ການສ້າງສິ່ງກໍ່ສ້າງດ້ານການປະດິດສ້າງໃໝ່, ການຄົ້ນຄວ້າພັດທະນາເຕັກໂນໂລຊີ ແລະ ການຍົກລະດັບຂອງຜະລິດຕະພັນໄປພ້ອມກັນ, ເລັ່ງລັດການພັດທະນາຂອງກຸ່ມອຸດສາຫະກຳຈະເລີນໃໝ່ລັກສະນະຍຸດທະສາດ ເຊັ່ນ: ພະລັງງານໃໝ່, ວັດສະດຸໃໝ່, ການບິນ ແລະ ການບິນອະວະກາດ, ເສດຖະກິດເຂດອາກາດຕ່ຳ ແລະ ອື່ນໆ. ປັບປຸງລະບົບນິເວດອຸດສາຫະກຳ, ດຳເນີນການເຄື່ອນໄຫວສາທິດການປະຍຸກໃຊ້ຢ່າງຂະໜາດໃຫຍ່ຂອງກໍລະນີໃໝ່,ເຕັກໂນໂລຊີໃໝ່ ແລະ ຜະລິດຕະພັນໃໝ່, ເລັ່ງລັດການພັດທະນາຢ່າງເປັນຂະໜາດໃຫຍ່ຂອງອຸດສາຫະກຳຈະເລີນໃໝ່.
ລ້ຳຍຸກວາງແຜນອຸດສາຫະກຳອະນາຄົດ, ຊອກຄົ້ນເສັ້ນທາງເຕັກໂນໂລຊີທີ່ມີຄວາມຫຼາກຫຼາຍ, ກໍລະນີການປະຍຸກໃຊ້ທີ່ເປັນແບບຢ່າງ, ຮູບແບບທຸລະກິດທີ່ເປັນໄປໄດ້, ລະບຽບການຕິດຕາມຄຸ້ມຄອງຕະຫຼາດ, ຊຸກຍູ້ວິທະຍາສາດເຕັກໂນໂລຊີ “ກວນຕົມ”, ການຜະລິດດ້ານຊີວະພາບ, ພະລັງງານຮີໂດຣແຊນ ແລະ ພະລັງງານຈາກການເຕົ້າໂຮມຂອງນິວເຄລຍ, ການເຊື່ອມຕໍ່ສະໝອງຄົນກັບຄອມພິວເຕີ, ປັນຍາປະດິດປະສານກາຍະພາບ, ໂທລະຄົມເຄື່ອນທີ່ລຸ້ນທີ 6 (6G) ແລະອື່ນໆ ໄດ້ກາຍເປັນຈຸດເຕີບໂຕໃໝ່ຂອງເສດຖະກິດ. ປະດິດສ້າງໃໝ່ດ້ານວິທີຕິດຕາມຄຸ້ມຄອງ, ພັດທະນາການລົງທຶນເພື່ອສ້າງທຸລະກິດ, ສ້າງກົນໄກເພີ່ມການລົງທຶນ ແລະ ແບ່ງປັນຄວາມສ່ຽງສຳລັບອຸດສາຫະກຳອະນາຄົດ. ຊຸກຍູ້ການພັດທະນາຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ ໃນຂົງເຂດວິຊາສະເພາະ, ຂົງເຂດ ເຕັກໂນໂລຊີຍອດຍິ່ງ, ຂົງເຂດພິເສດ ແລະ ຂົງເຂດໃໝ່, ບົ່ມເພາະສ້າງວິສາຫະກິດທີ່ມີທ່າແຮງເດັດຖານ.
(9) ຊຸກຍູ້ໃຫ້ອຸດສາຫະກຳການບໍລິການພັດທະນາຢ່າງມີຄຸນນະພາບສູງ ແລະ ມີປະສິດທິພາບສູງ. ປະຕິບັດການເຄື່ອນໄຫວເປີດກວ້າງຄວາມສາມາດ ແລະ ການຍົກສູງລະດັບຄຸນນະພາບ, ເປີດກວ້າງການເປີດປະຕູສູ່ພາຍນອກຂອງອຸດສາຫະກຳບໍລິການ, ລົງເລິກການປະຕິຮູບດ້ານການຕິດຕາມຄຸ້ມຄອງ, ປັບປຸງລະບົບນະໂຍບາຍສະໜັບສະໜູນໃຫ້ສົມບູນຂຶ້ນ, ເປີດກວ້າງອົງປະກອບທາງທຸລະກິດທີ່ມີຄຸນນະພາບດີ, ຊຸກຍູ້ອຸດສາຫະກຳການບໍລິການດ້ານການຜະລິດຫັນໄປສູ່ຄວາມເປັນມືອາຊີບ ແລະ ລະດັບສູງຂອງຕ່ອງໂສ້ມູນຄ່າຕາມຂົງເຂດຕ່າງໆ, ຊຸກຍູ້ອຸດສາຫະກຳການບໍລິການດ້ານຊີວິດການເປັນຢູ່ພັດທະນາໃຫ້ມີຄຸນນະພາບດີ, ມີຄວາມຫຼາກຫຼາຍ ແລະ ມີຄວາມສະດວກສະບາຍ. ຍົກສູງລະດັບການພັດທະນາແບບເຊື່ອມໂຍງເຂົ້າກັນຂອງອຸດສາຫະກຳການບໍລິການໃນຍຸກປັດຈຸບັນກັບອຸດສາຫະກຳການຜະລິດທີ່ທັນສະໄໝ ແລະ ກະສິກຳທີ່ທັນສະໄໝ, ຊຸກຍູ້ການຫັນເປັນດີຈີຕອນ ແລະ ຫັນເປັນອັດສະລິຍະຂອງອຸດສາຫະກຳບໍລິການ. ເພີ່ມທະວີການສ້າງມາດຕະຖານການບໍລິການ ແລະ ຍີ່ຫໍ້ທີ່ມີຄຸນນະພາບດີ. ປັບປຸງລະບົບສະຖິຕິ ແລະ ການຕິດຕາມກວດກາຂອງອຸດສາຫະກຳບໍລິການໃຫ້ສົມບູນຂຶ້ນ.
(10) ເສີມສ້າງລະບົບພື້ນຖານໂຄງລ່າງທີ່ທັນສະໄໝ. ເພີ່ມທະວີການປະສານສົມທົບ ແລະ ການວາງແຜນກ່ຽວກັບພື້ນຖານໂຄງລ່າງ, ປັບປຸງການຈັດວາງ ແລະ ໂຄງປະກອບໃຫ້ດີຂຶ້ນ, ຊຸກຍູ້ການຮວບຮວມ ແລະ ການເຊື່ອມໂຍງເຂົ້າກັນ, ຍົກສູງຄວາມໜຽວແໜ້ນດ້ານຄວາມປອດໄພ ແລະ ຄວາມຍືນຍົງຂອງການດຳເນີນງານ. ສ້າງພື້ນຖານໂຄງລ່າງແບບໃໝ່ລ່ວງໜ້າຢ່າງເໝາະສົມ, ຊຸກຍູ້ການກໍ່ສ້າງ ແລະ ນຳໃຊ້ຢ່າງຮວບຮວມ ແລະ ປະຢັດ, ທັງມີປະສິດທິພາບສູງຕໍ່ເຄືອຂ່າຍຂໍ້ມູນຂ່າວສານ ແລະ ໂທລະຄົມ, ເຄືອຂ່າຍພະລັງປະມວນຜົນທີ່ເປັນອັນໜຶ່ງອັນດຽວກັນແຫ່ງຊາດ, ພື້ນຖານໂຄງລ່າງດ້ານວິທະຍາສາດເຕັກໂນໂລຊີທີ່ສຳຄັນ, ຊຸກຍູ້ການບູລະນະຄືນໃໝ່ ແລະ ການດັດສ້າງໃຫ້ເປັນແບບດີຈີຕອນ ແລະ ອັດສະລິຍະສຳລັບພື້ນຖານໂຄງລ່າງແບບດັ້ງເດີມ. ປັບປຸງລະບົບຄົມມະນາຄົມຂົນສົ່ງສັງລວມທີ່ທັນສະໄໝ, ເພີ່ມທະວີການເຊື່ອມຕໍ່ຂອງການປະສົມປະສານການວາງແຜນຂ້າມເຂດແຄວ້ນ ແລະ ໃຊ້ຫຼາຍຮູບແບບ, ເພີ່ມທະວີການຮັບປະກັນການປົກຄຸມ ແລະ ການເຊື່ອມຕໍ່ຂອງເຂດແຄວ້ນທີ່ອ່ອນແອ. ປັບປຸງລະບົບຊ່ອງທາງການຂົນສົ່ງສາກົນທີ່ມີຄວາມຫຼາກຫຼາຍ ແລະ ຄວາມໜຽວແໜ້ນໃຫ້ສົມບູນຂຶ້ນ. ປັບປຸງການຈັດວາງຊ່ອງທາງຫຼັກຂອງພະລັງງານໃຫ້ດີຂຶ້ນ, ເພີ່ມກຳລັງແຮງກໍ່ສ້າງພື້ນຖານໂຄງລ່າງພະລັງງານແບບໃໝ່. ເລັ່ງລັດກໍ່ສ້າງເຄືອຂ່າຍນ້ຳທີ່ທັນສະໄໝ, ເພີ່ມທະວີຄວາມສາມາດໃນການປ້ອງກັນໄພນ້ຳຖ້ວມ, ການວາງແຜນຈັດສົ່ງຊັບພະຍາກອນນ້ຳ ແລະ ຮັບປະກັນການສະໜອງນ້ຳປະປາໃນຕົວເມືອງ ແລະ ຊົນນະບົດ. ຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງສາທາລະນະໃນຕົວເມືອງໃຫ້ສາມາດນຳໃຊ້ທັງກໍລະນີປົກກະຕິ ແລະ ກໍລະນີສຸກເສີນ.
ສີ່: ເລັ່ງລັດການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດເຕັກໂນໂລຊີໃນລະດັບສູງ ແລະ ນຳພາການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່
ຄວາມທັນສະໄໝແບບຈີນ ຕ້ອງອາໄສຄວາມທັນສະໄໝດ້ານວິທະຍາສາດເຕັກໂນໂລຊີເປັນສິ່ງຄ້ຳປະກັນ. ກຳເອົາໂອກາດທາງປະຫວັດສາດຂອງການປະຕິວັດດ້ານວິທະຍາສາດເຕັກໂນໂລຊີ ແລະ ການປ່ຽນແປງດ້ານອຸດສາຫະກຳຮອບໃໝ່, ປະສານສົມທົບລະຫວ່າງການສ້າງສາປະເທດໃຫ້ເຂັ້ມແຂງດ້ວຍການສຶກສາ, ດ້ວຍວິທະຍາສາດເຕັກໂນໂລຊີ ແລະ ສ້າງສາປະເທດໃຫ້ເຂັ້ມແຂງດ້ວຍຜູ້ມີຄວາມຮູ້ຄວາມສາມາດ, ຍົກສູງປະສິດທິພາບໂດຍລວມຂອງລະບົບປະດິດສ້າງໃໝ່ແຫ່ງຊາດ, ເພີ່ມທະວີຄວາມສາມາດປະດິດສ້າງໃໝ່ທີ່ເປັນເຈົ້າຕົນເອງຢ່າງຮອບດ້ານ, ຍາດເອົາຈຸດສູງສຸດແຫ່ງການພັດທະນາວິທະຍາສາດເຕັກໂນໂລຊີ ແລະ ຊຸກຍູ້ການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງການຜະລິດໃນຄຸນນະພາບໃໝ່ຢ່າງບໍ່ຢຸດຢັ້ງ.
(11) ເພີ່ມທະວີການປະດິດສ້າງໃໝ່ຕົ້ນສະບັບ ແລະ ແກ້ໄຂຂອດຫຍຸ້ງຍາກໃນດ້ານເຕັກໂນໂລຊີແກນກາງທີ່ສຳຄັນ. ບູລະນະໂຄງປະກອບໂຮມສູນກຳລັງທົ່ວປະເທດແບບໃໝ່ໃຫ້ສົມບູນຂຶ້ນ, ປະຕິບັດມາດຕະການທີ່ຢູ່ເໜືອປົກກະຕິ, ແກ້ໄຂຂອດຫຍຸ້ງຍາກໃນດ້ານເຕັກໂນໂລຊີແກນກາງທີ່ສຳຄັນຕ່າງໆ ເຊັ່ນ: ໄຟຟ້າວົງຈອນລວມ, ແມ່ຈັກອຸດສາຫະກຳ, ອຸປະກອນລະດັບສຸດຍອດ, ຊອບແວພື້ນຖານ, ວັດຖຸທີ່ທັນສະໄໝ, ການຜະລິດດ້ານຊີວະພາບ ແລະ ອື່ນໆ ໃຫ້ມີການບຸກທະລຸທີ່ມີລັກສະນະຕັດສິນ. ເນັ້ນໃສ່ຄວາມຕ້ອງການທາງຍຸດທະສາດແຫ່ງຊາດ, ວາງແຜນ ແລະ ຈັດຕັ້ງປະຕິບັດໜ້າທີ່ວຽກງານດ້ານວິທະຍາສາດເຕັກໂນໂລຊີທີ່ສຳຄັນລະດັບຊາດຕ່າງໆ. ເພີ່ມທະວີການວາງໂຄງສ້າງທີ່ມີລັກສະນະທາງຍຸດທະສາດ, ລັກສະນະລ້ຳຍຸກ ແລະ ເປັນລະບົບຂອງການຄົ້ນຄວ້າພື້ນຖານ, ຍົກສູງອັດຕາສ່ວນການລົງທຶນເຂົ້າໃນການຄົ້ນຄວ້າພື້ນຖານ, ເພີ່ມທະວີການສະໜັບສະໜູນທີ່ເປັນໄລຍະຍາວນານ ແລະ ໝັ້ນທ່ຽງ. ເພີ່ມທະວີການຖືເອົາການປະດິດສ້າງໃໝ່ເປັນທິດຊີ້ນຳໃຫ້ແກ່ການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາເຕັກໂນໂລຊີ, ປັບປຸງສະພາບແວດລ້ອມທີ່ມີຜົນດີຕໍ່ການປະດິດສ້າງໃໝ່ຕົ້ນສະບັບທີ່ມີລັກສະນະປະດິດສ້າງໂດຍຕົນເອງ ແລະ ມີລັກສະນະໂຄ່ນລົ້ມອັນເກົ່າ ເພື່ອສ້າງໝາກຜົນແຫ່ງການປະດິດສ້າງໂດຍຕົນເອງທີ່ມີລັກສະນະເປັນຂີດໝາຍໃຫ້ຫຼາຍກວ່າເກົ່າ.
(12) ຊຸກຍູ້ໃຫ້ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ ແລະ ການປະດິດສ້າງໃໝ່ດ້ານອຸດສາຫະກຳພັດທະນາແບບເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ. ວາງແຜນລວມເພື່ອສ້າງສາກຳລັງວິທະຍາສາດເຕັກໂນໂລຊີທາງຍຸດທະສາດແຫ່ງຊາດ ແລະ ເພີ່ມຄວາມສາມາດແກ້ໄຂຂອດຫຍຸ້ງຍາກຢ່າງເປັນລະບົບ. ເພີ່ມທະວີການຮັບປະກັນເງື່ອນໄຂພື້ນຖານດ້ານວິທະຍາສາດເຕັກໂນໂລຊີຢ່າງເປັນເຈົ້າຕົນເອງ, ວາງແຜນລວມກໍ່ສ້າງເວທີການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ. ປັບປຸງລະບົບການປະດິດສ້າງໃໝ່ຂອງເຂດແຄວ້ນໃຫ້ດີຂຶ້ນ, ວາງແຜນສ້າງສູນປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ ແລະ ຈຸດສູງການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີຂອງອຸດສາຫະກຳ, ເພີ່ມທະວີບົດບາດທີ່ເປັນແຫຼ່ງກຳເນີດຂອງສູນການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີສາກົນ. ເລັ່ງລັດໃຫ້ການຄົ້ນຄວ້າວິທະຍາສາດເຕັກໂນໂລຊີທີ່ສຳຄັນຫັນເປັນໝາກຜົນຕົວຈິງຢ່າງມີປະສິດທິພາບສູງ, ວາງແຜນກໍ່ສ້າງເວທີພິສູດມະໂນພາບລ້ຳຍຸກ ແລະ ເວທີພິສູດການທົດລອງໃນຂະບວນການ, ເພີ່ມທະວີການກໍ່ສ້າງກໍລະນີການປະຍຸກໃຊ້ ແລະ ລະດັບການເປີດປະຕູສູ່ພາຍນອກ, ເພີ່ມທະວີການປົກປ້ອງ ແລະ ນຳໃຊ້ຊັບສິນທາງປັນຍາ. ສ້າງລະບົບນິເວດທີ່ເປີດປະຕູສູ່ພາຍນອກ ແລະ ປະດິດສ້າງໃໝ່ ທີ່ມີຄວາມສາມາດແຂ່ງຂັນໃນທົ່ວໂລກ. ສະໜັບສະໜູນຊາວໜຸ່ມຜູ້ມີຄວາມຮູູ້ຄວາມສາມາດໃນດ້ານວິທະຍາສາດເຕັກໂນໂລຊີໃຫ້ມີການປະດິດສ້າງໃໝ່ ແລະ ສ້າງພາລະກິດເປັນຂອງຕົນເອງ. ເພີ່ມທະວີການເຜີຍແຜ່ວິທະຍາສາເຕັກໂນໂລຊີໃຫ້ທົ່ວເຖິງ, ບົ່ມເພາະສ້າງວັດທະນະທຳທີ່ມີຫົວຄິດປະດິດສ້າງ, ສົ່ງເສີມຈິດໃຈນັກວິທະຍາສາດ. ເພີ່ມທະວີການກໍ່ສ້າງການປົກຄອງຕາມກົດໝາຍ, ຈະລິຍະທຳ, ຊື່ສັດ ແລະ ຄວາມໝັ້ນຄົງທາງດ້ານວິທະຍາສາດເຕັກໂນໂລຊີ.
ເພີ່ມຖານະຂອງວິສາຫະກິດທີ່ເປັນຫຼັກແຫຼ່ງໃນການດຳເນີນການປະດິດສ້າງໃໝ່ທາງດ້ານວິທະຍາສາດເຕັກໂນໂລຊີ, ຊຸກຍູ້ໃຫ້ຊັບພະຍາກອນດ້ານການປະດິດສ້າງໃໝ່ເຕົ້າໂຮມເຂົ້າສູ່ວິສາຫະກິດ, ສະໜັບສະໜູນວິສາຫະກິດນຳໜ້າສ້າງຕັ້ງສະຫະພາບການປະດິດສ້າງໃໝ່ ແລະ ປະຕິບັດໜ້າທີ່ວຽກງານເພື່ອຜ່ານຜ່າຂອດຫຍຸ້ງຍາກດ້ານວິທະຍາສາດເຕັກໂນໂລຊີແຫ່ງຊາດໃຫ້ຫຼາຍກວ່າເກົ່າ, ສົ່ງເສີມໃຫ້ວິສາຫະກິດເພີ່ມທະວີການລົງທຶນເຂົ້າໃນການຄົ້ນຄວ້າພື້ນຖານ, ຊຸກຍູ້ໃຫ້ຕ່ອງໂສ້ການປະດິດສ້າງໃໝ່, ຕ່ອງໂສ້ອຸດສາຫະກຳ, ຕ່ອງໂສ້ທຶນຮອນ ແລະ ຕ່ອງໂສ້ຜູ້ມີຄວາມຮູ້ຄວາມສາມາດເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ. ບົ່ມເພາະສ້າງວິສາຫະກິດນຳໜ້າດ້ານວິທະຍາສາດເຕັກໂນໂລຊີໃຫ້ເຂັ້ມແຂງ, ສະໜັບສະໜູນການພັດທະນາຂອງວິສາຫະກິດເຕັກໂນໂລຊີລະດັບສູງ ແລະ ໃໝ່ ກໍຄື ວິສາຫະກິດວິທະຍາສາດເຕັກໂນໂລຊີຂະໜາດກາງ ແລະ ຂະໜາດນ້ອຍ, ຍົກສູງອັດຕາສ່ວນຫັກອາກອນລາຍໄດ້ຂອງງົບປະມານຄົ້ນຄວ້າພັດທະນາຂອງວິສາຫະກິດ. ລັດຖະບານເພີ່ມການຈັດຊື້ຜະລິດຕະພັນທີ່ປະດິດສ້າງໃໝ່ໂດຍຕົນເອງ.
(13) ຊຸກຍູ້ການພັດທະນາການສຶກສາ, ວິທະຍາສາດເຕັກໂນໂລຊີ ແລະ ຜູ້ມີຄວາມຮູ້ຄວາມສາມາດໃຫ້ເປັນອັນໜຶ່ງອັນດຽວກັນ. ສ້າງຕັ້ງ ແລະ ປັບປຸງກົນໄກປະສານງານທີ່ຊຸກຍູ້ໃຫ້ເປັນອັນໜຶ່ງອັນດຽວກັນ, ເພີ່ມທະວີການເຊື່ອມຕໍ່ການວາງແຜນ, ຄວາມກົມກຽວກັນດ້ານນະໂຍບາຍ, ການວາງແຜນໂດຍລວມກ່ຽວກັບຊັບພະຍາກອນ ແລະ ການປະສານງານດ້ານການປະເມີນ, ຊຸກຍູ້ໃຫ້ການປະດິດສ້າງໃໝ່ໂດຍຕົນເອງດ້ານວິທະຍາສາດເຕັກໂນໂລຊີ ແລະ ການສ້າງຜູ້ມີຄວາມຮູ້ຄວາມສາມາດໂດຍຕົນເອງມີການປະສານງານກັນ ແລະ ຊ່ວຍຊູຍູ້ໜູນກັນເປັນຢ່າງດີ, ສ້າງສູນການສຶກສາ, ສູນວິທະຍາສາດເຕັກໂນໂລຊີ ແລະ ສູນຜູ້ມີຄວາມຮູ້ຄວາມສາມາດທີ່ມີອິດທິພົນໃນຂອບເຂດທົ່ວໂລກ. ປະສານງານກັນບົ່ມເພາະສ້າງຜູ້ມີຄວາມຮູ້ຄວາມສາມາດໂດຍປິ່ນອ້ອມການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ, ການພັດທະນາອຸດສາຫະກຳ ແລະ ຄວາມຕ້ອງການທາງຍຸດທະສາດແຫ່ງຊາດ, ປັບປຸງການຈັດສັນທີ່ຕັ້ງຂອງມະຫາວິທະຍາໄລ, ດຳເນີນການປະຕິຮູບໂດຍແບ່ງເປັນປະເພດ ແລະ ວາງແຜນໂດຍລວມກ່ຽວກັບການສ້າງຕັ້ງຂະແໜງວິຊາຕ່າງໆ, ລົງເລິກຊຸກຍູ້ການສ້າງມະຫາວິທະຍາໄລ “ 2 ລະດັບແຖວໜ້າ” ແລະ ສູນຂະແໜງວິຊາປະສົມລະດັບຊາດ, ເພີ່ມທະວີບົດບາດເຕົ້າໂຮມ ແລະ ບົ່ມເພາະສ້າງຜູ້ມີຄວາມຮູ້ຄວາມສາມາດຂອງສະຖາບັນຄົ້ນຄວ້າວິທະຍາສາດ, ເວທີການປະດິດສ້າງໃໝ່, ວິສາຫະກິດ ແລະ ແຜນການດ້ານວິທະຍາສາດເຕັກໂນໂລຊີ, ບົ່ມເພາະສ້າງຜູ້ມີຄວາມຮູ້ຄວາມສາມາດດ້ານການປະດິດສ້າງໃໝ່ລະດັບຍອດຍິ່ງ. ເລັ່ງລັດສ້າງກຳລັງຜູ້ມີຄວາມຮູ້ຄວາມສາມາດທາງຍຸດທະສາດລະດັບຊາດ, ບົ່ມເພາະສ້າງຜູ້ມີຄວາມຮູ້ຄວາມສາມາດປະເພດຕ່າງໆ ເຊັ່ນ: ນັກວິທະຍາສາດທາງຍຸດທະສາດ, ຜູ້ນຳໜ້າໃນດ້ານວິທະຍາສາດເຕັກໂນໂລຊີ, ວິສະວະກອນຜູ້ດີເດັ່ນ, ນາຍຊ່າງລະດັບປະເທດໃຫຍ່, ຜູ້ທີ່ມີສີມືດ້ານເຕັກໂນໂລຊີລະດັບສູງ ແລະ ອື່ນໆ ໃຫ້ຫຼາຍກວ່າເກົ່າ. ເພີ່ມທະວີການປະສານງານຂອງຜູ້ມີຄວາມຮູ້ຄວາມສາມາດ, ປັບປຸງໂຄງປະກອບຂອງຜູ້ມີຄວາມຮູ້ຄວາມສາມາດໃຫ້ດີຂຶ້ນ, ພັດທະນາຜູ້ມີຄວາມຮູ້ຄວາມສາມາດຢູ່ເຂດແຄວ້ນຕ່າງໆຢ່າງກົມກຽວກັນ. ຖືເອົາຄວາມສາມາດ, ຄຸນນະພາບ, ປະສິດທິຜົນຕົວຈິງ ແລະ ການປະກອບສ່ວນດ້ານການປະດິດສ້າງໃໝ່ເປັນທິດທາງການປະເມີນ, ລົງເລິກການປະເມີນກວດກາໂຄງການ, ການປະເມີນອົງການຈັດຕັ້ງ, ການປະເມີນຜູ້ມີຄວາມຮູ້ຄວາມສາມາດ ແລະ ການປະຕິຮູບດ້ານການແບ່ງປັນລາຍຮັບ, ເຮັດໃຫ້ຊ່ອງທາງການແລກປ່ຽນຜູ້ມີຄວາມຮູ້ຄວາມສາມາດລະຫວ່າງມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ວິສາຫະກິດ ມີຄວາມລຸໂລ່ງດີ, ກະຕຸ້ນພະລັງຂັບເຄື່ອນ ແລະ ຄວາມມີຊີວິດຊີວາດ້ານການປະດິດສ້າງໃໝ່ ແລະ ການປະດິດຄິດສ້າງ. ລົງເລິກການແລກປ່ຽນ ແລະ ການຮ່ວມມືສາກົນ, ສ້າງລະບຽບການຍົກຍ້າຍສຳລັບຜູ້ມີຄວາມຮູ້ຄວາມສາມາດດ້ານເຕັກໂນໂລຊີສູງ, ນຳເຂົ້າຜູ້ມີຄວາມຮູ້ຄວາມສາມາດລະດັບຍອດຍິ່ງຂອງໂລກ.
(14) ລົງເລິກຊຸກຍູ້ການສ້າງສາປະເທດຈີນດີຈີຕອນ. ບູລະນະລະບຽບການພື້ນຖານດ້ານປັດໄຈຂໍ້ມູນໃຫ້ສົມບູນຂຶ້ນ, ສ້າງຕະຫຼາດຂໍ້ມູນທີ່ເປັນເອກະພາບກັນທົ່ວປະເທດທີ່ເປີດປະຕູສູ່ພາຍນອກ, ຊົມໃຊ້ຮ່ວມກັນ ແລະ ມີຄວາມປອດໄພ, ລົງເລິກການພັດທະນາ ແລະ ນຳໃຊ້ຊັບພະຍາກອນຂໍ້ມູນ. ຊຸກຍູ້ໃຫ້ເສດຖະກິດຮູບປະທຳ ແລະ ເສດຖະກິດດີຈີຕອນເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ, ປະຕິບັດໂຄງການປະດິດສ້າງໃໝ່ເພື່ອການພັດທະນາຂອງອິນເຕີເນັດອຸດສາຫະກຳ. ເລັ່ງລັດການປະດິດສ້າງໃໝ່ດ້ານປັນຍາປະດິດ, ເຕັກໂນໂລຊີດີຈີຕອນ ແລະ ອັດສະລິຍະອື່ນໆ, ບຸກທະລຸທິດສະດີພື້ນຖານ ແລະ ເຕັກໂນໂລຊີແກນກາງ, ເພີ່ມທະວີການສະໜອງພະລັງປະມວນຜົນ, ວິທີປະມວນຜົນ, ຂໍ້ມູນ ແລະ ອື່ນໆ ຢ່າງມີປະສິດທິພາບສູງ. ປະຕິບັດການເຄື່ອນໄຫວ “ປັນຍາປະດິດ+” ຢ່າງຮອບດ້ານ, ນຳພາການປະຕິຮູບດ້ານຮູບແບບການຄົ້ນຄວ້າວິທະຍາສາດໂດຍປັນຍາປະດິດ, ເພີ່ມທະວີການປະສານສົມທົບລະຫວ່າງປັນຍາປະດິດກັບການພັດທະນາອຸດສາຫະກຳ, ການສ້າງສາວັດທະນະທຳ, ການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ແລະ ການຄຸ້ມຄອງສັງຄົມ, ຍາດເອົາຈຸດສູງຂອງການປະຍຸກໃຊ້ປັນຍາປະດິດເຂົ້າໃນອຸດສາຫະກຳ ເພື່ອເພີ່ມພະລັງໃຫ້ແກ່ອຸດສາຫະກຳຕ່າງໆຢ່າງຮອບດ້ານ. ເພີ່ມທະວີການຄຸ້ມຄອງປັນຍາປະດິດ, ປັບປຸງກົດໝາຍ ແລະ ລະບຽບການ, ລະບົບນະໂຍບາຍ, ລະບຽບການປະຍຸກໃຊ້ ແລະ ຫຼັກຈະລິຍະທຳທີ່ກ່ຽວຂ້ອງໃຫ້ສົມບູນຂຶ້ນ. ປັບປຸງການຕິດຕາມຄຸ້ມຄອງໃຫ້ສົມບູນຂຶ້ນ, ຊຸກຍູ້ໃຫ້ເສດຖະກິດມີເວທີການປະດິດສ້າງໃໝ່ ແລະ ພັດທະນາຢ່າງປອດໃສ.
ຫ້າ: ສ້າງສາຕະຫຼາດພາຍໃນທີ່ເຂັ້ມແຂງ ແລະ ເລັ່ງລັດສ້າງສະພາບການພັດທະນາໃໝ່
ຕະຫຼາດພາຍໃນປະເທດທີ່ເຂັ້ມແຂງເປັນຮາກຖານທາງຍຸດທະສາດຂອງຄວາມທັນສະໄໝແບບຈີນ. ຍຶດໝັ້ນການເປີດກວ້າງຄວາມຕ້ອງການພາຍໃນທີ່ເປັນຈຸດພື້ນຖານທາງຍຸດທະສາດ, ຍຶດໝັ້ນໃຫ້ການສ້າງຜົນປະໂຫຍດແກ່ຊີວິດການເປັນຢູ່ຂອງປະຊາຊົນກັບການສົ່ງເສີມການບໍລິໂພກພາຍໃນປະເທດ ກໍຄື ການລົງທຶນເຂົ້າໃນດ້ານວັດຖຸກັບການລົງທຶນເຂົ້າໃນດ້ານບຸກຄະລາກອນປະສານສົມທົບກັນຢ່າງແໜ້ນແຟ້ນ, ນຳພາການສະໜອງໃໝ່ໂດຍຄວາມຕ້ອງການໃໝ່, ສ້າງຄວາມຕ້ອງການໃໝ່ດ້ວຍການສະໜອງໃໝ່, ເຮັດໃຫ້ການບໍລິໂພກກັບການລົງທຶນ ແລະ ການສະໜອງກັບຄວາມຕ້ອງການມີການຊ່ວຍຊູຍູ້ໜູນກັນເປັນຢ່າງດີ, ເພີ່ມທະວີພະລັງຂັບເຄື່ອນໃນໂຕ ແລະ ຄວາມໜ້າໄວ້ວາງໃຈໄດ້ຂອງຮອບໝູນວຽນໃຫຍ່ທາງເສດຖະກິດພາຍໃນປະເທດ.
(15) ອອກແຮງກະຕຸ້ນການບໍລິໂພກ. ລົງເລິກປະຕິບັດການເຄື່ອນໄຫວສະເພາະເພື່ອກະຕຸ້ນການບໍລິໂພກ, ວາງແຜນລວມຊຸກຍູ້ການປະກອບອາຊີບ, ເພີ່ມ ລາຍຮັບ ແລະ ເຮັດໃຫ້ການຄາດຄະເນມີຄວາມໝັ້ນທ່ຽງ, ຍົກສູງອັດຕາສ່ວນຂອງລາຍຈ່າຍດ້ານການບໍລິການສາທາລະນະໃນລາຍຈ່າຍງົບປະມານ ຢ່າງສົມເຫດສົມຜົນ, ເພີ່ມທະວີຄວາມສາມາດໃນການບໍລິໂພກຂອງພົນລະເມືອງ. ເພີ່ມທະວີການສະໜອງເຄື່ອງບໍລິໂພກ ແລະ ການບໍລິການທີ່ມີຄຸນນະພາບດີ. ເປີດກວ້າງການບໍລິໂພກດ້ານການບໍລິການໂດຍຖືເອົາການຜ່ອນຜັນການອະນຸມັດເຂົ້າ ແລະ ການເຊື່ອມໂຍງຂອງຮູບແບບຂະແໜງການເປັນຈຸດສຸມ, ເພີ່ມທະວີການນຳພາໂດຍຍີ່ຫໍ້, ຍົກລະດັບມາດຕະຖານ ແລະ ການນຳໃຊ້ເຕັກໂນໄລຊີໃໝ່, ຊຸກຍູ້ໃຫ້ເປີດກວ້າງ ແລະ ຍົກລະດັບການບໍລິໂພກສິນຄ້າທີ່ຈັບຕ້ອງໄດ້, ສ້າງຮູບແບບໃໝ່ຕ່າງໆ ດ້ານການບໍລິໂພກທີ່ນຳພາຂອບເຂດຢ່າງກວ້າງຂວາງ ແລະ ມີເອກະລັກທີ່ພົ້ນເດັ່ນ. ບົ່ມເພາະສ້າງຕົວເມືອງໃຈກາງການບໍລິໂພກສາກົນ, ເປີດກວ້າງການບໍລິໂພກຂອງຄົນເຂົ້າເມືອງ. ເພີ່ມຄວາມແຮງຂອງນະໂຍບາຍທີ່ສ້າງຜົນປະໂຫຍດໃຫ້ທົ່ວເຖິງແກ່ຜູ້ບໍລິໂພກໂດຍກົງ, ເພີ່ມງົບປະມານລັດຖະບານເພື່ອໃຊ້ເຂົ້າໃນການຄ້ຳປະກັນຊີວິດການເປັນຢູ່ຂອງປະຊາຊົນ. ປັບປຸງລະບົບກົນໄກທີ່ສົ່ງເສີມການບໍລິໂພກ, ແກ້ໄຂມາດຕະການຈຳກັດການບໍລິໂພກດ້ານລົດຍົນ, ເຮືອນຢູ່ ແລະ ອື່ນໆ ທີ່ບໍ່ສົມເຫດສົມຜົນ, ສ້າງຕັ້ງ ແລະ ບູລະນະລະບຽບການຄຸ້ມຄອງທີ່ສອດຄ່ອງກັບຂະແໜງການໃໝ່, ຮູບແບບໃໝ່ ແລະ ກໍລະນີໃໝ່ດ້ານການບໍລິໂພກ, ປະຕິບັດວັນພັກການແບບກະຈາຍ ແລະ ບໍ່ຫັກເງິນເດືອນ. ເພີ່ມການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ບໍລິໂພກ.
(16) ເປີດກວ້າງການລົງທຶນທີ່ມີປະສິດທິຜົນ. ຮັກສາໃຫ້ການລົງທຶນເພີ່ມຂຶ້ນຢ່າງສົມເຫດສົມຜົນ, ຍົກສູງຜົນໄດ້ຮັບຈາກການລົງທຶນ. ປັບປຸງໂຄງປະກອບການລົງທຶນຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ, ຍົກສູງອັດຕາສ່ວນການລົງທຶນຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນເຂົ້າໃນຊີວິດການເປັນຢູ່ຂອງປະຊາຊົນ, ຊຸກຍູ້ການປະຕິບັດຍຸດທະສາດສຳຄັນແຫ່ງຊາດ ແລະ ການກໍ່ສ້າງໂຄງການຄວາມສາມາດດ້ານຄວາມໝັ້ນຄົງໃນຂົງເຂດຈຸດສຸມຢ່າງມີຄຸນນະພາບສູງ. ປັບປຸງການຈັດສັນພື້ນຖານໂຄງລ່າງ ແລະ ອຸປະກອນການບໍລິການສາທາລະນະ ເພື່ອໃຫ້ສອດຄ່ອງກັບການປ່ຽນແປງຂອງໂຄງປະກອບ ແລະ ທ່າອ່ຽງການເຄື່ອນໄຫວຂອງປະຊາກອນ, ເພີ່ມທະວີການພັດທະນາຊັບພະຍາກອນມະນຸດ ແລະ ການລົງທຶນເພື່ອການພັດທະນາຢ່າງຮອບດ້ານຂອງບຸກຄະລາກອນ. ວາງແຜນລວມເພື່ອນຳໃຊ້ການລົງທຶນປະເພດຕ່າງໆ ຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນໃຫ້ດີ, ຄົ້ນຄວ້າວາງແຜນການລົງທຶນຂອງລັດຖະບານຢ່າງຄົບຖ້ວນຢູ່ເຂດທີ່ມີພື້ນຖານວຽກງານອ່າວດີ. ເພີ່ມທະວີການຄຸ້ມຄອງທົ່ວຂະບວນການການລົງທຶນຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ. ລົງເລິກການປະຕິຮູບລະບຽບການອະນຸມັດການລົງທຶນ, ໃຫ້ຄວາມກະຈ່າງແຈ້ງຕື່ມອີກຕໍ່ທິດທາງ ແລະ ຈຸດສຸມການລົງທຶນຂອງສູນກາງ ແລະ ທ້ອງຖິ່ນ. ເພີ່ມທະວີການວາງແຜນ, ພິສູດ ແລະ ຢືນຢັນ, ປະຕິບັດໂຄງການຕ່າງໆ ທີ່ສຳຄັນ ແລະ ຍິ່ງໃຫຍ່ທີ່ເປັນສັນຍະລັກ. ປັບປຸງກົນໄກຍາວນານທີ່ວິສາຫະກິດເອກະຊົນເຂົ້າຮ່ວມການກໍ່ສ້າງໂຄງການທີ່ສຳຄັນ, ເສີມຂະຫຍາຍບົດບາດນຳພາ ແລະ ຊຸກຍູ້ການລົງທຶນຂອງກອງທຶນຈາກລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ, ກະຕຸ້ນຄວາມມີຊີວິດຊີວາຂອງການລົງທຶນຈາກປະຊາຊົນ ແລະ ເພີ່ມອັດຕາສ່ວນຂອງການລົງທຶນຈາກປະຊາຊົນ, ເພີ່ມພະລັງຂັບເຄື່ອນການເຕີບໂຕຂອງການລົງທຶນທີ່ມີປະສິດທິພາບສູງທີ່ນຳພາໂດຍຕະຫຼາດ.
(17) ທຳລາຍຈຸດຕັນ ແລະ ຈຸດບໍ່ໂລ່ງລ່ຽນທີ່ກີດຂວາງການສ້າງຕະຫຼາດໃຫຍ່ທີ່ເປັນເອກະພາບກັນໃນທົ່ວປະເທດ. ສ້າງລະບຽບການ ແລະ ຫຼັກການພື້ນຖານຂອງຕະຫຼາດໃຫຍ່ທີ່ເປັນເອກະພາບກັນ, ບູລະນະລະບຽບການປົກປ້ອງກຳມະສິດ, ການອະນຸຍາດເຂົ້າເຖິງຕະຫຼາດ, ການເປີດເຜີຍຂໍ້ມູນ, ຄວາມໜ້າເຊື່ອຖືໃນສັງຄົມ, ການລວມຊື້ ແລະ ສັບຊ້ອນຄືນໃໝ່, ການຖອນຕົວອອກຈາກຕະຫຼາດ ແລະ ລະບຽບການອື່ນໆ, ລຶບລ້າງກຳແພງການຮັບເອົາປັດໄຈສຳຄັນ, ການຮັບຮອງຄຸນນະພາບ, ການປະມູນ, ການຈັດຊື້ຂອງລັດຖະບານ ແລະອື່ນໆ, ສ້າງການເຄື່ອນໄຫວສົ່ງເສີມເສດຖະກິດຂອງອົງການປົກຄອງທ້ອງຖິ່ນໃຫ້ເປັນລະບຽບແບບແຜນ, ລຶບລ້າງລັດທິປົກປ້ອງທ້ອງຖິ່ນ ແລະ ການແບ່ງແຍກຕະຫຼາດ. ປັບປຸງແກ້ໄຂໂດຍສັງລວມຕໍ່ການແຂ່ງຂັນແບບອະຄະຕິ. ສ້າງການຕິດຕາມ ຄຸ້ມຄອງ ແລະ ການປະຕິບັດກົດໝາຍຂອງຕະຫຼາດໃຫ້ເປັນເອກະພາບກັນ, ເພີ່ມທະວີການຕິດຕາມຄຸ້ມຄອງຄຸນນະພາບ, ບູລະນະຫຼັກການພື້ນຖານໃນການຕັດສິນ ແລະ ພິຈາລະນາທາງບໍລິຫານ. ເພີ່ມທະວີການປະຕິບັດກົດໝາຍ ແລະ ຕຸລາການຕໍ່ການຕ້ານການຜູກຂາດ ແລະ ການຕ້ານການແຂ່ງຂັນທີ່ບໍ່ຍຸຕິທຳ, ສ້າງລະບຽບການຕະຫຼາດທີ່ມີຄຸນນະພາບດີ, ລາຄາເປັນກັນເອງ ແລະ ມີການແຂ່ງຂັນໃນທາງສ້າງສັນ. ບູລະນະລະບຽບການ ແລະ ມາດຕະຖານການຈໍລະຈອນທີ່ເຊື່ອມຈອດໃຫ້ເປັນອັນໜຶ່ງອັນດຽວກັນ, ເຮັດໃຫ້ສິ່ງກໍ່ສ້າງຕະຫຼາດເຊື່ອມຈອດກັນຢ່າງມີມາດຕະຖານສູງ, ຫຼຸດຕົ້ນທຶນການຈໍລະຈອນສິນຄ້າໃນທົ່ວສັງຄົມໃຫ້ຕ່ຳລົງ. ບູລະນະລະບຽບການເກັບກຳສະຖິຕິ, ລະບຽບການການເງິນ-ສ່ວຍສາອາກອນ ແລະ ລະບຽບການກວດກາຕີລາຄາ ທີ່ມີຜົນດີຕໍ່ການສ້າງຕະຫຼາດໃຫຍ່ທີ່ເປັນເອກະພາບກັນ, ປັບປຸງການແບ່ງປັນຜົນກຳໄລລະຫວ່າງສຳນັກງານໃຫຍ່ຂອງວິສາຫະກິດກັບສາຂາວິສາຫະກິດ ກໍຄື ສະຖານທີ່ຜະລິດກັບສະຖານທີ່ບໍລິໂພກໃຫ້ດີຂຶ້ນ.
ຫົກ: ເລັ່ງລັດສ້າງໂຄງປະກອບເສດຖະກິດສັງຄົມນິຍົມທີ່ມີລະດັບສູງ, ເພີ່ມທະວີພະລັງຂັບເຄື່ອນຂອງການພັດທະນາດ້ວຍຄຸນນະພາບສູງ
ໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມທີ່ມີລະດັບສູງ ເປັນສິ່ງຄ້ຳປະກັນທີ່ສຳຄັນສຳລັບຄວາມທັນສະໄໝແບບຈີນ. ຍຶດໝັ້ນ ແລະ ປັບປຸງລະບອບເສດຖະກິດພື້ນຖານສັງຄົມນິຍົມໃຫ້ສົມບູນ, ເສີມຂະຫຍາຍບົດບາດນຳພາຂອງການປະຕິຮູບໂຄງປະກອບເສດຖະກິດໃຫ້ດີກວ່າເກົ່າ, ປັບປຸງລະບົບຄຸ້ມຄອງເສດຖະກິດມະຫາພາກໃຫ້ສົມບູນຂຶ້ນ, ບັນລຸໃຫ້ຕະຫຼາດມີປະສິດທິພາບ ແລະ ເປັນລະ
ບຽບແບບແຜນ, ຮັບປະກັບໃຫ້ການພັດທະນາດ້ວຍຄຸນນະພາບສູງສາມາດກ້າວໄປໜ້າເປັນເວລາຍາວນານຢ່າງໜັກແໜ້ນ.
(18) ກະຕຸກຊຸກຍູ້ຄວາມມີຊີວິດຊີວາຂອງອົງກອນທຸລະກິດປະເພດຕ່າງໆຢ່າງເຕັມສ່ວນ. ຍຶດໝັ້ນ ແລະ ປະຕິບັດການ “ປັບປຸງ ແລະ ພັດທະນາເສດຖະກິດລະບອບກຳມະສິດສ່ວນລວມຢ່າງບໍ່ຫວັ່ນໄຫວຄອນແຄນ, ສົ່ງເສີມ, ສະໜັບສະໜູນ ແລະ ນຳພາການພັດທະນາເສດຖະກິດທີ່ບໍ່ແມ່ນລະບອບກຳມະສິດສ່ວນ ລວມຢ່າງບໍ່ຫວັ່ນໄຫວຄອນແຄນ”, ຊຸກຍູ້ໃຫ້ເສດຖະກິດລະບອບກຳມະສິດປະເພດຕ່າງໆ ມີທ່າແຮງຊ່ວຍຊູຍູ້ໜູນກັນ ແລະ ພັດທະນາຮ່ວມກັນ. ລົງເລິກການປະຕິຮູບທຶນຂອງລັດ ແລະ ລັດວິສາຫະກິດ, ຊຸກຍູ້ການພັດທະນາທຶນຂອງລັດ ແລະ ລັດວິສາຫະກິດໃຫ້ເຂັ້ມແຂງຂຶ້ນ, ດີຂຶ້ນ ແລະ ມີຂະໜາດໃຫຍ່ຂຶ້ນ, ຊຸກຍູ້ປັບປຸງການຈັດວາງ ແລະ ສັບຊ້ອນອົງປະກອບເສດຖະກິດແຫ່ງລັດ, ເພີ່ມທະວີບົດບາດແກນກາງ ແລະ ຍົກສູງກຳລັງແຂ່ງຂັນຕົ້ນຕໍຂອງລັດວິສາຫະກິດ. ຈັດຕັ້ງປະຕິບັດກົດໝາຍເພື່ອສົ່ງເສີມເສດຖະກິດເອກະຊົນ, ຮັບປະກັນໃຫ້ສາມາດນຳໃຊ້ປັດໄຈສຳຄັນໃນການຜະລິດຢ່າງສະເໝີພາບ, ເຂົ້າຮ່ວມການແຂ່ງຂັນໃນຕະຫຼາດຢ່າງຍຸຕິທຳ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດທີ່ຊອບດ້ວຍກົດໝາຍຢ່າງບັງເກີດຜົນໂດຍຜ່ານກົດໝາຍ ແລະ ລະບຽບການ, ພັດທະນາເສດຖະກິດເອກະຊົນໃຫ້ເຂັ້ມແຂງຂຶ້ນ. ສະໜັບສະໜູນການພັດທະນາວິສາຫະກິດຂະໜາດກາງ-ວິສາຫະກິດຂະໜາດນ້ອຍ ແລະ ວິສາຫະກິດສ່ວນບຸກຄົນ, ຊຸກຍູ້ໃຫ້ວິສາຫະກິດຂະໜາດໃຫຍ່-ວິສາຫະກິດຂະໜາດກາງ-ວິສາຫະກິດຂະໜາດນ້ອຍພັດທະນາຢ່າງປະສານສົມທົບ ແລະ ເຊື່ອມໂຍງເຂົ້າກັນ. ເພີ່ມທະວີການປົກປ້ອງສິດກຳມະສິດດ້ວຍການປະຕິບັດກົດໝາຍ ແລະ ຕຸລາການ, ເພີ່ມການຕິດຕາມກວດກາດ້ານຕຸລາການຕໍ່ມາດຕະການບັງຄັບຕ່າງໆ ເຊັ່ນ: ການປະກາດຫ້າມ, ການກັກກັນ, ການອາຍັດ ແລະ ອື່ນໆ. ບູລະນະລະບຽບການວິສາຫະກິດທັນສະໄໝທີ່ມີສີສັນພິເສດຂອງຈີນໃຫ້ສົມບູນຂຶ້ນ, ສົ່ງເສີມຈິດໃຈຂອງນັກວິສາຫະກິດ, ເລັ່ງລັດສ້າງວິສາຫະກິດລະດັບນຳໜ້າຂອງໂລກໃຫ້ຫຼາຍກວ່າເກົ່າ.
(19) ເລັ່ງລັດປັບປຸງໂຄງປະກອບກົນໄກຈັດສັນປັດໄຈສຳຄັນຕາມຫຼັກການຕະຫຼາດໃຫ້ສົມບູນຂຶ້ນ. ຊຸກຍູ້ການຈັດສັນຊັບພະຍາກອນປັດໄຈສຳຄັນປະເພດຕ່າງໆ ຢ່າງມີປະສິດທິພາບສູງ, ສ້າງຕັ້ງ ແລະ ບູລະນະຕະຫຼາດທີ່ດິນປຸກສ້າງເປັນເອກະພາບກັນຢູ່ຕົວເມືອງ ແລະ ຊົນນະບົດ, ຕະຫຼາດທຶນທີ່ມີບົດບາດສົມບູນ, ຕະຫຼາດແຮງງານທີ່ເຄື່ອນໄຫວຢ່າງສະດວກ ແລະ ຕະຫຼາດດ້ານເຕັກໂນໂລຊີທີ່ຫັນເປັນໝາກຜົນຕົວຈິງຢ່າງມີປະສິດທິພາບສູງ. ວາງບັນຊີງົບດຸນມະຫາພາກ, ກວດຄືນຈຳນວນຊັບພະຍາກອນ ແລະ ຊັບສິນທີ່ມີຢູ່ໃນປັດຈຸບັນໃຫ້ຈະແຈ້ງຢ່າງຮອບດ້ານ, ປັບປຸງໂຄງປະກອບງົບດຸນທາງຊັບສິນໃຫ້ສົມບູນຂຶ້ນ. ປັບປຸງນະໂຍບາຍການລວມຊື້, ການລົ້ມລະລາຍ, ການປ່ຽນແທນ ແລະ ອື່ນໆໃຫ້ສົມບູນ, ຟື້ນຟູຄວາມມີຊີວິດຊີວາ ແລະ ນຳໃຊ້ທີ່ດິນທີ່ມີປະສິດທິພາບຕ່ຳ, ເຮືອນເປົ່າຫວ່າງ ແລະ ພື້ນຖານໂຄງລ່າງທີ່ມີຢູ່ໃນປັດຈຸບັນໃຫ້ດີ. ປັບປຸງກົດໝາຍ ແລະ ລະບຽບການວ່າດ້ວຍການຕໍ່ເວລາສິດນຳໃຊ້ທີ່ດິນດ້ານອຸດສາຫະກຳ ແລະ ທຸລະກິດໃຫ້ສົມບູນ, ຊຸກຍູ້ວຽກງານຕໍ່ເວລາຕາມກົດໝາຍຢ່າງໝັ້ນທ່ຽງ ແລະ ເໝາະສົມ. ຊຸກຍູ້ການຟື້ນຟູຄວາມມີຊີວິດຊີວາ ແລະ ຊົມໃຊ້ຊັບສິນແຫ່ງລັດທີ່ມີຢູ່ໃນປັດຈຸບັນຮ່ວມກັນຂອງຫົວໜ່ວຍບໍລິຫານ ແລະ ໜ່ວຍງານພາລະກິດໃນທົ່ວປະເທດ, ຊຸກຍູ້ການເຊື່ອມຕໍ່ແບບກາຍອິນຊີລະຫວ່າງການປະຕິບັດຄຳຕັດສິນດ້ານຕຸລາການ ແລະ ລະບຽບການທີ່ກ່ຽວກັບການລົ້ມລະລາຍ, ຟື້ນຟູຄວາມມີຊີວິດຊີວາຂອງຊັບສິນທີ່ຖືກກວດກາ ແລະ ອາຍັດຕາມກົດໝາຍຢ່າງມີປະສິດທິພາບ.
(20) ຍົກສູງປະສິດທິພາບ ແລະ ຄວາມສາມາດໃນການຄຸ້ມຄອງເສດຖະກິດມະຫາພາກ. ເພີ່ມທະວີບົດບາດນຳພາທາງດ້ານຍຸດທະສາດຂອງແຜນການພັດທະນາແຫ່ງຊາດ, ເພີ່ມທະວີການປະສານສົບທົບກັນລະຫວ່າງນະໂຍບາຍການເງິນ ແລະ ນະໂຍບາຍເງິນຕາ, ເສີມຂະຫຍາຍບົດບາດຂອງນະໂຍບາຍຕ່າງໆ ໃນດ້ານອຸດສາຫະກຳ, ລາຄາ, ການປະກອບອາຊີບ, ການບໍລິໂພກ, ການລົງທຶນ, ການຄ້າ, ເຂດແຄວ້ນ, ການອະນຸລັກສິ່ງແວດລ້ອມ, ການຕິດຕາມຄຸ້ມຄອງ ແລະ ອື່ນໆ, ຊຸກຍູ້ການສ້າງຮູບແບບພັດທະນາເສດຖະກິດທີ່ນຳພາໂດຍຄວາມຕ້ອງການພາຍໃນ, ຂັບເຄື່ອນໂດຍການບໍລິໂພກ ແລະ ມີກຳລັງຂັບເຄື່ອນການເຕີບໂຕໃນໂຕ. ເພີ່ມທະວີການດັດແກ້ແບບທວນຮອບວຽນ ແລະ ຂ້າມຮອບວຽນ, ປະຕິບັດນະໂຍບາຍມະຫາພາກທີ່ຕັ້ງໜ້າກວ່າເກົ່າ, ສືບຕໍ່ຮັກສາຄວາມໝັ້ນທ່ຽງດ້ານການເຕີບໂຕ, ການປະກອບອາຊີບ ແລະ ການຄາດຄະເນ. ເພີ່ມທະວີຄວາມເປັນເອກະພາບກັນດ້ານທິດທາງຂອງນະໂຍບາຍມະຫາພາກ, ເພີ່ມທະວີການປະເມີນ ແລະ ຕີລາຄາຕໍ່ການປະຕິບັດນະໂຍບາຍ, ບູລະນະກົນໄກຄຸ້ມຄອງການຄາດຄະເນໃຫ້ສົມບູນຂຶ້ນ, ປັບປຸງການກວດກາຕີລາຄາຜົນງານ ແລະ ປະສິດທິພາບສັງລວມດ້ານການພັດທະນາດ້ວຍຄຸນນະພາບສູງ.
ເສີມຂະຫຍາຍບົດບາດຂອງນະໂຍບາຍການເງິນທີ່ຕັ້ງໜ້າ, ເພີ່ມຄວາມຍືນຍົງດ້ານການເງິນ. ເພີ່ມທະວີການຄຸ້ມຄອງການເງິນຕາມຫຼັກວິທະຍາສາດ, ເພີ່ມການວາງແຜນລວມກ່ຽວກັບຊັບພະຍາກອນການເງິນ ແລະ ງົບປະມານ, ເພີ່ມການຮັບປະກັນດ້ານການເງິນໃຫ້ແກ່ໜ້າທີ່ວຽກງານຍຸດທະສາດສຳຄັນແຫ່ງຊາດ ແລະ ຊີວິດການເປັນຢູ່ທີ່ເປັນພື້ນຖານຂອງປະຊາຊົນ. ລົງເລິກການປະຕິຮູບດ້ານງົບປະມານ, ສ້າງສິດແບ່ງປັນງົບປະມານໃຫ້ເປັນເອກະພາບກັນ, ປັບປຸງໂຄງປະກອບລາຍຈ່າຍງົບປະມານ, ເພີ່ມທະວີການຄຸ້ມຄອງຜົນງານ ແລະ ປະສິດທິພາບຂອງງົບປະມານ. ປັບປຸງລະບົບອາກອນທ້ອງຖິ່ນ ແລະ ລະບົບອາກອນໂດຍກົງໃຫ້ດີຂຶ້ນ, ບູລະນະນະໂຍບາຍສ່ວຍສາອາກອນຂອງລາຍໄດ້ໃນການດຳເນີນທຸລະກິດ, ລາຍໄດ້ຈາກທຶນ ແລະ ລາຍໄດ້ຈາກຊັບສິນໃຫ້ສົມບູນຂຶ້ນ, ປັບປຸງນະໂຍບາຍພິເສດດ້ານອາກອນໃຫ້ເປັນລະບຽບແບບແຜນ, ຮັກສາລະດັບງົບດຸນດ້ານອາກອນມະຫາພາກໃຫ້ຢູ່ໃນລະດັບສົມເຫດສົມຜົນ. ເພີ່ມສິດໃນການປະຕິບັດງານຂັ້ນສູນກາງ ແລະ ຍົກສູງອັດຕາສ່ວນຂອງລາຍຈ່າຍງົບປະມານຂັ້ນສູນກາງ. ເພີ່ມກຳລັງດ້ານການເງິນແບບເປັນເຈົ້າຕົນເອງຂອງທ້ອງຖິ່ນ. ເພີ່ມການຕິດຕາມກວດກາດ້ານການເງິນ ແລະ ບັນຊີ. ເລັ່ງລັດສ້າງກົນໄກທີ່ມີປະສິດທິຜົນໄລຍະຍາວໃນດ້ານການຄຸ້ມຄອງໜີ້ສິນລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ທີ່ສອດຄ່ອງກັບການພັດທະນາດ້ວຍຄຸນນະພາບສູງ.
ເລັ່ງລັດສ້າງປະເທດທີ່ເຂັ້ມແຂງດ້ານການທະນາຄານ. ປັບປຸງລະບຽບການທະນາຄານກາງໃຫ້ສົມບູນຂຶ້ນ, ສ້າງລະບົບນະໂຍບາຍເງິນຕາທີ່ໜັກແໜ້ນຕາມ ຫຼັກວິທະຍາສາດ ແລະ ລະບົບຄຸ້ມຄອງການກວດກາມະຫາພາກທີ່ປົກຄຸມຢ່າງຮອບດ້ານ, ສ້າງຄວາມໂລ່ງລ່ຽນໃຫ້ແກ່ກົນໄກເຜີຍແຜ່ ແລະ ນຳພານະໂຍບາຍເງິນຕາ. ອອກແຮງພັດທະນາການທະນາຄານດ້ານວິທະຍາສາດເຕັກໂນໂລຊີ, ການທະນາຄານສີຂຽວ, ການທະນາຄານທີ່ສ້າງຜົນປະໂຫຍດໃຫ້ທົ່ວເຖິງ, ການທະນາຄານສຳລັບການລ້ຽງດູຜູ້ເຖົ້າ ແລະ ການທະນາຄານດີຈີຕອນ. ຍົກສູງລັກສະນະກວມລວມ ແລະ ລັກສະນະປັບຕົວຂອງລະບຽບການຕະຫຼາດທຶນຮອນ, ບູລະນະບົດບາດຕະຫຼາດທຶນຮອນທີ່ການລົງທຶນ ແລະ ການລະດົມທຶນປະສານສົມທົບກັນ. ຕັ້ງໜ້າພັດທະນາການລະດົມທຶນໂດຍກົງ ເຊັ່ນ: ສິດຫຸ້ນສ່ວນ, ພັນທະບັດ ແລະອື່ນໆ, ພັດທະນາຜະລິດຕະພັນສິນຄ້າປະເພດຊື້-ຂາຍລ່ວງໜ້າ, ອະນຸພັນທາງການເງິນ ແລະ ການຫັນເປັນພັນທະບັດຂອງຊັບສິນຢ່າງໝັ້ນທ່ຽງ. ປັບປຸງລະບົບອົງການການທະນາຄານໃຫ້ດີຂຶ້ນ, ຊຸກຍູ້ອົງການການທະນາຄານຕ່າງໆ ສຸມໃສ່ທຸລະກິດຕົ້ນຕໍຂອງຕົນເອງ, ປັບປຸງການບໍລິຫານ ແລະ ພັດທະນາໃນຂົງເຂດທີ່ແຕກຕ່າງກັນ. ສ້າງພື້ນຖານໂຄງລ່າງດ້ານການທະນາຄານທີ່ປອດໄພ ແລະ ມີປະສິດທິພາບສູງ. ພັດທະນາເງິນຢວນດີຈີຕອນຢ່າງໝັ້ນທ່ຽງ. ເລັ່ງລັດກໍ່ສ້າງສູນກາງການທະນາຄານສາກົນຊຽງໄຮ້. ເພີ່ມທະວີການຕິດຕາມຄຸ້ມຄອງດ້ານການທະນາຄານຢ່າງຮອບດ້ານ, ເພີ່ມທະວີການປະສານສົມທົບກັນໃນການຕິດຕາມຄຸ້ມຄອງລະຫວ່າງຂັ້ນສູນກາງກັບຂັ້ນທ້ອງຖິ່ນ, ສ້າງຄວາມອຸດົມສົມບູນໃນດ້ານຊັບພະຍາກອນ ແລະ ວິທີແກ້ໄຂຄວາມສ່ຽງ, ເສີມສ້າງລະບົບປ້ອງກັນ ແລະ ແກ້ໄຂຄວາມສ່ຽງ, ຮັບປະກັນໃຫ້ດ້ານການທະນາຄານສາມາດດຳເນີນງານໄດ້ຢ່າງໝັ້ນທ່ຽງ ແລະ ປອດໃສ.
ເຈັດ: ເປີດກວ້າງການເປີດປະຕູສູ່ພາຍນອກທີ່ມີລະດັບສູງ, ສ້າງສະພາບການໃໝ່ແຫ່ງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ
ຍຶດໝັ້ນການເປີດປະຕູສູ່ພາຍນອກ, ການຮ່ວມມື ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເປັນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຂອງຄວາມທັນສະໄໝແບບຈີນ. ເປີດກວ້າງການເປີດປະຕູສູ່ພາຍນອກດ້ານລະບຽບການຢ່າງໝັ້ນທ່ຽງ, ປົກປ້ອງລະບົບການຄ້າຫຼາຍຝ່າຍ, ເປີດກວ້າງຮອບໝູນວຽນເສດຖະກິດສາກົນ, ຊຸກຍູ້ການປະຕິຮູບ ແລະ ການພັດທະນາດ້ວຍການເປີດປະຕູສູ່ພາຍນອກ, ຊົມໃຊ້ໂອກາດຮ່ວມກັນ ແລະ ພັດທະນາຮ່ວມກັນກັບບັນດາປະເທດໃນໂລກ.
(21) ຕັ້ງໜ້າເປີດກວ້າງການເປີດປະຕູສູ່ພາຍນອກຢ່າງເປັນເຈົ້າຕົນເອງ. ເຊື່ອມຕໍ່ກັບລະບຽບການດ້ານເສດຖະກິດການຄ້າສາກົນທີ່ມີມາດຕະຖານສູງ, ເປີດກວ້າງການອະນຸຍາດເຂົ້າເຖິງຕະຫຼາດ ແລະ ຂົງເຂດເປີດປະຕູສູ່ພາຍນອກທີ່ຖືເອົາອຸດສາຫະກຳການບໍລິການເປັນຈຸດສຸມ, ເປີດກວ້າງຂົງເຂດ ແລະ ເຂດແຄວ້ນທີ່ເປີດປະຕູສູ່ພາຍນອກພຽງຝ່າຍດຽວ. ເລັ່ງລັດຊຸກຍູ້ຂະບວນການບັນລຸສັນຍາວ່າດ້ວຍການຄ້າການລົງທຶນຂອງເຂດແຄວ້ນ ແລະ ສອງຝ່າຍ, ຂະຫຍາຍເຄືອຂ່າຍເຂດການຄ້າເສລີທີ່ມີມາດຕະຖານສູງ. ປັບປຸງການຈັດວາງການເປີດປະຕູສູ່ພາຍນອກຂອງເຂດແຄວ້ນ, ສ້າງສູນເປີດປະຕູສູ່ພາຍນອກທີ່ມີຫຼາກຫຼາຍຮູບແບບ. ປະຕິບັດຍຸດທະສາດຍົກລະດັບເຂດທົດລອງການຄ້າເສລີ, ສ້າງທ່າການຄ້າເສລີໄຫຫຼຳຕາມມາດຕະຖານສູງ. ວາງແຜນລວມສ້າງເວທີການເປີດປະຕູສູ່ພາຍນອກ ແລະ ການຮ່ວມມືທີ່ສຳຄັນຕ່າງໆ ໃນດ້ານການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ, ການຄ້າການບໍລິການ, ການພັດທະນາອຸດສາຫະກຳ ແລະ ອື່ນໆ. ຊຸກຍູ້ຂະບວນການຫັນເປັນສາກົນຂອງເງິນຢວນຈີນ, ຍົກສູງລະດັບການຄຸ້ມຄອງ ແລະ ການເປີດປະຕູສູ່ພາຍນອກຂອງໂຄງການທຶນຮອນ, ສ້າງລະບົບຊຳລະຂ້າມຊາດດ້ວຍເງິນຢວນຈີນທີ່ເປັນເຈົ້າຕົນເອງ ແລະ ສາມາດຄວບຄຸມໄດ້. ຊຸກຍູ້ການປະຕິຮູບດ້ານເສດຖະກິດ ແລະ ການທະນາຄານທົ່ວໂລກ, ຊຸກຍູ້ການສ້າງ ແລະ ປົກປັກຮັກສາລະບຽບການດ້ານເສດຖະກິດສາກົນທີ່ຍຸຕິທໍາ, ມີຄວາມເປັນທຳ, ເປີດປະຕູສູ່ພາຍນອກ, ກວມລວມ, ຮ່ວມມື ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
(22) ຊຸກຍູ້ການພັດທະນາແບບມີການປະດິດສ້າງໃໝ່ດ້ານການຄ້າ. ຊຸກຍູ້ໃຫ້ການຄ້າກັບຕ່າງປະເທດຍົກສູງຄຸນນະພາບ ແລະ ປະສິດທິພາບ, ເລັ່ງລັດກໍ່ສ້າງປະເທດເຂັ້ມແຂງດ້ານການຄ້າ. ຊຸກຍູ້ຄວາມຫຼາກຫຼາຍໃນຕະຫຼາດ ແລະ ຊຸກຍູ້ໃຫ້ການຄ້າພາຍໃນກັບການຄ້າກັບຕ່າງປະເທດພັດທະນາແບບເຊື່ອມໂຍງເຂົ້າກັນ, ປັບປຸງ ແລະ ຍົກລະດັບການຄ້າສິນຄ້າປະເພດຈັບຕ້ອງໄດ້, ເປີດກວ້າງການຄ້າຜະລິດຕະພັນກ່ອນສຳເລັດຮູບ ແລະ ການຄ້າສີຂຽວ, ຊຸກຍູ້ໃຫ້ການນຳເຂົ້າກັບການສົ່ງອອກພັດທະນາຢ່າງດຸນດ່ຽງ. ອອກແຮງພັດທະນາການຄ້າການບໍລິການ, ສົ່ງເສີມການສົ່ງອອກການບໍລິການ, ບູລະນະລະບຽບການຄຸ້ມຄອງບັນຊີທາງລົບດ້ານການຄ້າການບໍລິການຂ້າມຊາດໃຫ້ສົມບູນ, ຍົກສູງລະດັບການຫັນເປັນມາດຕະຖານຂອງການຄ້າການບໍລິການ. ພັດທະນາການຄ້າດີຈີຕອນຢ່າງມີຫົວຄິດປະດິດສ້າງ, ເປີດກວ້າງການເປີດປະຕູສູ່ພາຍນອກຂອງຂົງເຂດດີຈີຕອນຢ່າງເປັນລະບຽບແບບແຜນ. ຍົກສູງບົດບາດຂອງເວທີສົ່ງເສີມການຄ້າ, ສະໜັບສະໜູນການພັດທະນາທຸລະກິດເອເລັກໂຕຣນິກຂ້າມຊາດ ແລະ ຮູບແບບໃໝ່ ແລະ ຂະແໜງການໃໝ່ອື່ນໆ. ບູລະນະກົນໄກຄວບຄຸມການສົ່ງອອກ ແລະ ການກວດກາຄວາມປອດໄພໃຫ້ສົມບູນຂຶ້ນ.
(23) ເປີດກວ້າງພື້ນທີ່ການຮ່ວມມືດ້ານການລົງທຶນຕໍ່ກັນ. ເສີມສ້າງທ່າແຮງໃໝ່ທີ່ດຶງດູດການລົງທຶນຈາກຕ່າງປະເທດ, ປະຕິບັດ “ທັງອະນຸຍາດໃຫ້ເຂົ້າ ທັງອະນຸຍາດໃຫ້ດຳເນີນທຸລະກິດ”, ຫຼຸດບັນຊີທາງລົບໃນການອະນຸມັດໃຫ້ທຶນຕ່າງປະເທດເຂົ້າເຖິງຕະຫຼາດ, ຊຸກຍູ້ໃຫ້ທຶນຕ່າງປະເທດທີ່ຢູ່ພາຍໃນປະເທດຈີນດຳເນີນການລົງທຶນຕື່ມອີກ. ບູລະນະລະບົບການບໍລິການ ແລະ ຮັບປະກັນການລົງທຶນຂອງນັກທຸລະກິດຕ່າງປະເທດໃຫ້ສົມບູນ, ປະຕິບັດຄວາມສະເໝີພາບລະຫວ່າງພົນລະເມືອງຈີນກັບນັກລົງທຶນຕ່າງປະເທດຢ່າງຮອບດ້ານ, ຊຸກຍູ້ໃຫ້ຂໍ້ມູນເຄື່ອນໄຫວຂ້າມຊາດຢ່າງມີປະສິດທິພາບສູງ, ສະດວກ ແລະ ປອດໄພ, ສ້າງສະພາບແວດລ້ອມດ້ານລະບຽບການທີ່ໂປ່ງໃສ, ໝັ້ນທ່ຽງ ແລະ ສາມາດຄາດຄະເນໄດ້. ປະຕິບັດການຄຸ້ມຄອງຕໍ່ການລົງທຶນຢູ່ຕ່າງປະເທດຢ່າງມີປະສິດທິຜົນ, ບູລະນະລະບົບການບໍລິການສັງລວມຢູ່ຕ່າງປະເທດໃຫ້ສົມບູນ, ຊຸກຍູ້ໃຫ້ການຄ້າ ແລະ ການລົງທຶນເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນ, ນຳພາຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງໃຫ້ຈັດວາງຂ້າມຊາດຢ່າງເປັນລະບຽບແບບແຜນ.
(24) ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ. ເພີ່ມທະວີການເຊື່ອມຕໍ່ດ້ານຍຸດທະສາດກັບປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເພີ່ມທະວີການຄຸ້ມຄອງການວາງແຜນກ່ຽວກັບການຮ່ວມມື. ລົງເລິກການເຊື່ອມຈອດກັນດ້ານພື້ນຖານໂຄງລ່າງ ແລະ ການເຊື່ອມຈອດກັນດ້ານລະບຽບການ ແລະ ມາດຕະຖານ, ບັນລຸການເຊື່ອມສານຈິດໃຈປະຊາຊົນກັບບັນດາປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ບູລະນະການຈັດວາງເຄືອຂ່າຍການເຊື່ອມໂຍງເຊື່ອມຈອດຢ່າງຮອບດ້ານໃຫ້ສົມບູນ, ວາງແຜນລວມເພື່ອຊຸກຍູ້ການກໍ່ສ້າງໂຄງການທີ່ເປັນສັນລະຍັກ ແລະ ໂຄງການດ້ານຊີວິດການເປັນຢູ່ຂອງປະຊາຊົນທີ່ “ນ້ອຍ ແລະ ງາມ”. ຍົກສູງລະດັບການພັດທະນາຂອງຂະບວນລົດໄຟຈີນ-ເອີຣົບ, ຈີນ-ອາຊີ. ເລັ່ງສ້າງແລວທາງໃໝ່ທາງບົກ ແລະ ທາງທະເລຢູ່ເຂດພາກຕາເວັນຕົກ. ລົງເລິກການຮ່ວມມືທີ່ຕິດແທດກັບສະພາບຕົວຈິງໃນດ້ານການຄ້າ, ການລົງທຶນ, ອຸດສາຫະກຳ ແລະ ວັດທະນະທຳ, ເປີດກວ້າງພື້ນທີ່ການຮ່ວມມືໃນດ້ານການພັດທະນາແບບສີຂຽວ, ປັນຍາປະດິດ, ເສດຖະກິດດີຈີຕອນ, ສຸຂະພາບ ແລະ ສາທາລະນະສຸກ, ການທ່ອງທ່ຽວ, ກະສິກຳ ແລະ ຂົງເຂດອື່ນໆ. ບູລະນະລະບົບການລົງທຶນ ແລະ ການລະດົມທຶນທີ່ມີຄວາມຫຼາກຫຼາຍ, ມີຄວາມຍືນຍົງ ແລະ ສາມາດຄວບຄຸມຄວາມສ່ຽງ. ເພີ່ມທະວີການປົກປ້ອງຜົນປະໂຫຍດຢູ່ຕ່າງປະເທດ.
ແປດ: ເລັ່ງລັດສ້າງຄວາມທັນສະໄໝດ້ານກະສິກຳ ແລະ ຊົນນະບົດ, ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ
ຄວາມທັນສະໄໝແບບຈີນໃນດ້ານກະສິກຳ ແລະ ຊົນນະບົດກ່ຽວຂ້ອງກັບສະພາບລວມ ແລະ ລະດັບຜົນງານຂອງຄວາມທັນສະໄໝແບບຈີນ. ຍຶດໝັ້ນຖືເອົາການແກ້ໄຂບັນຫາກ່ຽວຂ້ອງກັບກະສິກຳ, ຊົນນະບົດ ແລະ ຊາວກະສິກອນເປັນບັນຫາຈຸດສຸມທີ່ສຳຄັນຍິ່ງຂອງວຽກງານທົ່ວພັກ, ຊຸກຍູ້ການພັດທະນາແບບເຊື່ອມໂຍງເຂົ້າກັນລະຫວ່າງຕົວເມືອງກັບຊົນນະບົດ, ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍໝາກຜົນທີ່ໄດ້ຮັບຈາກການລຶບລ້າງຄວາມທຸກຍາກ, ຊຸກຍູ້ໃຫ້ຊົນນະບົດມີເງື່ອນໄຂດຳລົງຊີວິດທັນສະໄໝໂດຍພື້ນຖານ, ເລັ່ງລັດສ້າງປະເທດໃຫ້ເຂັ້ມແຂງດ້ານກະສິກຳ.
(25) ຍົກສູງຄວາມສາມາດການຜະລິດສັງລວມ, ຄຸນນະພາບ ແລະ ປະສິດທິພາບດ້ານກະສິກຳ. ຍຶດໝັ້ນການເອົາໃຈໃສ່ດ້ານປະລິມານ ແລະ ຄວາມສາມາດດ້ານການຜະລິດ, ສິ່ງແວດລ້ອມນິເວດດ້ານການຜະລິດ, ຊຸກຍູ້ການເພີ່ມປະລິມານການຜະລິດ ແລະ ຜົນຜະລິດໄປພ້ອມກັນ, ວາງແຜນລວມພັດທະນາກະສິກຳເຕັກໂນໂລຊີ, ກະສິກຳສີຂຽວ, ກະສິກຳທີ່ມີຄຸນນະພາບ, ກະສິກຳທີ່ມີຍີ່ຫໍ້ໂດ່ງດັງ, ສ້າງກະສິກຳໃຫ້ກາຍເປັນອຸດສາຫະກຳໃຫຍ່ທີ່ທັນສະໄໝ. ອອກແຮງດຳເນີນການເຄື່ອນໄຫວເພື່ອເພີ່ມປະລິມານການຜະລິດສະບຽງອາຫານໃຫ້ໄດ້ 50 ຕື້ກິໂລຮອບໃໝ່, ເພີ່ມຄວາມສາມາດຄ້ຳປະກັນດ້ານການສະໜອງສະບຽງອາຫານ ແລະ ຜະລິດຕະພັນກະສິກຳທີ່ສຳຄັນອື່ນໆ. ຮັກສາເສັ້ນແດງຂອງດິນປູກຝັງຢ່າງເດັດຂາດ, ຄຸ້ມຄອງການຈັບຈອງກັບການຊົດເຊີຍໃຫ້ມີຄວາມດຸນດ່ຽງຢ່າງເຂັ້ມງວດ, ວາງແຜນລວມປັບປຸງການຈັດວາງທີ່ດິນກະສິກຳໃຫ້ດີ. ຊຸກຍູ້ການສ້າງນາມາດຕະຖານສູງຢ່າງມີຄຸນນະພາບສູງ, ເພີ່ມການອະນຸລັກດິນດຳ ແລະ ນຳໃຊ້ດິນເຄັມໂດຍສັງລວມ, ຍົກສູງຄຸນນະພາບຂອງດິນປູກຝັງ. ລົງເລິກປະຕິບັດໂຄງການສ້າງອຸດສາຫະກຳແນວພັນໃຫ້ຈະເລີນ, ຊຸກຍູ້ການຄົ້ນຄວ້າພັດທະນາ ແລະ ປະຍຸກໃຊ້ອຸປະກອນກົນຈັກກະເສດລະດັບສູງແບບອັດສະລິຍະ ແລະ ເໝາະສົມກັບເຂດພູດອຍ, ຊຸກຍູ້ການເຊື່ອມໂຍງເຂົ້າກັນລະຫວ່າງດິນປູກຝັງທີ່ດີ, ແນວພັນທີ່ດີ, ກົນຈັກທີ່ດີ ແລະ ວິທີປູກຝັງທີ່ດີ ເພື່ອເພີ່ມປະສິດທິພາບ. ຍຶດໝັ້ນການພັດທະນາດ້ານກະສິກຳ, ປ່າໄມ້, ການລ້ຽງສັດ ແລະ ການປະມົງໄປພ້ອມກັນ, ພັດທະນາສິ່ງກໍ່ສ້າງກະສິກຳທີ່ທັນສະໄໝ, ສ້າງລະບົບສະໜອງອາຫານດ້ວຍຫຼາກຫຼາຍຊ່ອງທາງ. ພັດທະນາເສດຖະກິດເຂດກ້ອງປ່າໄມ້, ພັດທະນາຂະແໜງການປ່າໄມ້ ແລະ ທົ່ງຫຍ້າໃຫ້ເຕີບໃຫຍ່ຂະຫຍາຍຕົວ. ສ້າງຄວາມໝັ້ນທ່ຽງໃຫ້ແກ່ການພົວພັນມອບເໝົາທີ່ດິນ, ຊຸກຍູ້ໃຫ້ການມອບເໝົາທີ່ດິນຮອບທີ 2 ໝົດອາຍຸແລ້ວທົດລອງແກ່ຍາວເວລາອີກ 30 ປີຢ່າງໝັ້ນທ່ຽງ. ພັດທະນາທຸລະກິດດ້ານກະສິກຳທີ່ມີຂະໜາດໃຫຍ່ຢ່າງເໝາະສົມ, ຍົກສູງຄຸນນະພາບການພັດທະນາຂອງອົງກອນທຸລະກິດດ້ານກະສິກຳຮູບແບບໃໝ່, ປັບປຸງລະບົບການບໍລິການການຫັນເປັນສັງຄົມກະສິກຳທີ່ສະດວກ ແລະ ມີປະສິດທິຜົນສູງ, ຊຸກຍູ້ໃຫ້ຄອບຄົວຊາວກະສິກອນ ແລະ ການພັດທະນາກະສິກຳທັນສະໄໝເຊື່ອມໂຍງເຂົ້າກັນແບບກາຍອິນຊີ.
(26) ຊຸກຍູ້ການສ້າງຊົນນະບົດກົມກຽວປອງດອງ ແລະ ສວຍງາມທີ່ໜ້າຢູ່ແລະ ໜ້າທຳມາຫາກິນ. ຖອດຖອນ ແລະ ນຳໃຊ້ບົດຮຽນ “ໂຄງການພັນບ້ານແບບຢ່າງ ແລະ ໝື່ນບ້ານປັບປຸງ”, ປັບປຸງກົນໄກປະຕິບັດການກໍ່ສ້າງຊົນນະບົດຕາມສະພາບຕົວຈິງຂອງທ້ອງຖິ່ນ, ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນໂດຍແບ່ງເປັນປະເພດ, ເປັນລະບຽບແບບແຜນ ແລະ ແບ່ງເປັນເຂດແຄວ້ນ, ຍົກສູງລະດັບຄວາມຄົບຖ້ວນຂອງສິ່ງກໍ່ສ້າງພື້ນຖານໂຄງລ່າງ, ລະດັບຄວາມສະດວກຂອງການບໍລິການສາທາລະນະ ແລະ ລະດັບໜ້າຢູ່ຂອງສະພາບແວດລ້ອມຢູ່ຊົນນະບົດ. ວາງແຜນລວມປັບປຸງການຈັດວາງບ້ານ ແລະ ຕາແສງໃຫ້ດີ, ຊຸກຍູ້ການວາງແຜນ, ການກໍ່ສ້າງ, ການຄຸ້ມຄອງ ແລະ ການບູລະນະພື້ນຖານໂຄງລ່າງຢູ່ເຂດຂັ້ນເມືອງຢ່າງເປັນເອກະພາບກັນ. ປະສານສົມທົບກັນຊຸກຍູ້ການຄຸ້ມຄອງພື້ນທີ່ດິນແຫ່ງຊາດໃນຂອບເຂດຂັ້ນເມືອງຢ່າງໝັ້ນທ່ຽງ, ດຳເນີນການແກ້ໄຂສັງລວມຕໍ່ດິນແດນທົ່ວຂອບເຂດຂັ້ນເມືອງ, ສືບຕໍ່ແກ້ໄຂ ແລະ ຍົກສູງສະພາບແວດລ້ອມທີ່ຢູ່ອາໄສຂອງຊົນນະບົດ, ປັບປຸງຫ້ອງນ້ຳ, ແກ້ໄຂບັນຫາຂີ້ເຫຍື້ອອ້ອມບ້ານ ແລະ ບັນຫາອື່ນໆ ດ້ວຍຈິດໃຈຕອກຕະປູ, ເລັ່ງແກ້ໄຂຂໍ້ບົກຜ່ອງດ້ານເງື່ອນໄຂການດຳລົງຊີວິດແບບທັນສະໄໝຢູ່ຊົນນະບົດ, ສ້າງພື້ນທີ່ດຳລົງຊີວິດທີ່ມີຄຸນນະພາບດີຢູ່ຊົນນະບົດ. ພັດທະນາເສດຖະກິດຂັ້ນເມືອງທີ່ມີເອກະລັກພິເສດຂອງໃຜລາວ, ພັດທະນາກະສິກຳໃນຫຼາກຫຼາຍບົດບາດ , ຊຸກຍູ້ໃຫ້ອຸດສາຫະກຳທີໜຶ່ງ, ອຸດສາຫະກຳທີສອງ ແລະ ອຸດສາຫະກຳທີສາມເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ, ບົ່ມເພາະສ້າງອຸດສາຫະກຳທີ່ມີເອກະລັກພິເສດຢູ່ຊົນນະບົດໃຫ້ເຂັ້ມແຂງ, ບູລະນະກົນໄກພົວພັນກັບຊາວກະສິກອນ ແລະ ນຳພາການພັດທະນາຂອງຊາວກະສິກອນ , ຊຸກຍູ້ໃຫ້ຊາວກະສິກອນມີລາຍຮັບເພີ່ມຂຶ້ນຢ່າງໝັ້ນທ່ຽງ.
(27) ຍົກສູງປະສິດທິພາບ ແລະ ຄວາມສາມາດຂອງນະໂຍບາຍສ້າງຄວາມເຂັ້ມແຂງດ້ານກະສິກຳ, ສ້າງຜົນປະໂຫຍດໃຫ້ແກ່ຊົນນະບົດ ແລະ ສ້າງຄວາມຮັ່ງມີໃຫ້ແກ່ຊາວກະສິກອນ. ບູລະນະສະພາບການທີ່ມີການລົງທຶນຫຼາຍຊ່ອງທາງ ຄື: ຕ້ອງຮັບປະກັນບຸລິມະສິດດ້ານການເງິນ, ການທະນາຄານໃຫ້ການອຸດໜູນເປັນພິເສດ ແລະ ສັງຄົມເຂົ້າຮ່ວມຢ່າງຕັ້ງໜ້າ, ຮັບປະກັນເພີ່ມການລົງທຶນເຂົ້າໃນການພັດທະນາຊົນນະບົດໃຫ້ຈະເລີນຢ່າງບໍ່ຢຸດຢັ້ງ. ປົກປ້ອງ ແລະ ປຸກລະດົມຄວາມຫ້າວຫັນຂອງຊາວກະສິກອນໃນການເຮັດການກະເສດ ແລະ ປູກພືດພັນທັນຍາຫານ, ເພີ່ມການສະໜັບສະໜູນ ແລະ ການປະສານສົມທົບດ້ານລາຄາ, ເງິນອຸດໜູນ, ການປະກັນໄພ ແລະ ນະໂຍບາຍອື່ນໆ. ເພີ່ມການຊົດເຊີຍຜົນປະໂຫຍດຢູ່ເຂດຜະລິດສະບຽງອາຫານຕົ້ນຕໍ, ປະຕິບັດການແບ່ງປັນຜົນປະໂຫຍດລະຫວ່າງແຂວງທີ່ຜະລິດສະບຽງອາຫານກັບແຂວງທີ່ຈຳໜ່າຍສະບຽງອາຫານ. ເພີ່ມທະວີການຄຸ້ມຄອງການຈັດຊື້, ການຈຳໜ່າຍ ແລະ ການສະສົມສະບຽງອາຫານ. ຊຸກຍູ້ການນຳເຂົ້າຜະລິດຕະພັນກະສິກຳໃຫ້ມີຫຼາຍຊ່ອງທາງ, ຊຸກຍູ້ໃຫ້ການຄ້າກັບການຜະລິດປະສານສົມທົບກັນ. ຊຸກຍູ້ໃຫ້ປັດໄຈສຳຄັນໃນຕົວເມືອງກັບປັດໄຈສຳຄັນໃນເຂດຊົນນະບົດປະສານສົມທົບກັນ, ຊຸກຍູ້ສົ່ງເສີມໃຫ້ຜູ້ມີຄວາມຮູ້ຄວາມສາມາດດ້ານຕ່າງໆ ໄປຮັບໃຊ້, ສ້າງພາລະກິດ ແລະ ປະກອບອາຊີບຢູ່ຊົນນະບົດ. ນຳໃຊ້ດິນປຸກສ້າງສ່ວນລວມຢູ່ຊົນນະບົດທີ່ມີລັກສະນະທຸລະກິດຢ່າງປະຢັດມັດທະຍັດ ແລະ ມີປະສິດທິຜົນສູງ, ຟື້ນຟູຄວາມມີຊີວິດຊີວາ ແລະ ນຳໃຊ້ທີ່ດິນ ແລະ ເຮືອນເປົ່າຫວ່າງຕາມກົດໝາຍ, ຮັບປະກັນດິນທີ່ນຳໃຊ້ເຂົ້າໃນການພັດທະນາຢູ່ຊົນນະບົດໂດຍແບ່ງຕາມປະເພດ. ສະໜັບສະໜູນເສດຖະກິດຮວມໝູ່ຊົນນະບົດຮູບແບບໃໝ່.
ວາງແຜນລວມສ້າງຕັ້ງກົນໄກປ້ອງກັນບໍ່ໃຫ້ເກີດການກັບຄືນໄປທຸກຍາກ ແລະ ບໍ່ໃຫ້ເກີດມີຄວາມທຸກຍາກຢ່າງເປັນປົກກະຕິ, ຍຶດໝັ້ນການຊ່ວຍເຫຼືອຢ່າງຖືກຕາມເປົ້າໝາຍ, ບູລະນະການປະກັນໄພຂັ້ນພື້ນຖານໃຫ້ສົມບູນ, ເພີ່ມທະວີການຊ່ວຍເຫຼືອດ້ວຍການພັດທະນາ, ເພີ່ມທະວີພະລັງຂັບເຄື່ອນໃນໂຕ, ຊ່ວຍເຫຼືອເຂດແຄວ້ນທີ່ດ້ອຍພັດທະນາໂດຍແບ່ງເປັນລະດັບ ແລະ ປະເພດຕ່າງໆ, ບູລະນະນະໂຍບາຍສະໜັບສະໜູນເມືອງຈຸດສຸມໃນການພັດທະນາຊົນນະບົດໃຫ້ຈະເລີນ, ຮັບປະກັນບໍ່ໃຫ້ເກີດການກັບຄືນໄປທຸກຍາກຢ່າງຂະໜາດໃຫຍ່.
ເກົ້າ: ປັບປຸງການຈັດວາງເສດຖະກິດໃນເຂດແຄວ້ນໃຫ້ດີຂຶ້ນ, ຊຸກຍູ້ການພັດທະນາເຂດແຄວ້ນຕ່າງໆ ຢ່າງກົມກຽວກັນ
ການພັດທະນາເຂດແຄວ້ນຕ່າງໆ ຢ່າງກົມກຽວກັນເປັນຄວາມຕ້ອງການໃນໂຕຂອງຄວາມທັນສະໄໝແບບຈີນ. ເສີມຂະຫຍາຍບົດບາດຂອງຍຸດທະສາດພັດທະນາເຂດແຄວ້ນຕ່າງໆ ຢ່າງກົມກຽວກັນ, ຍຸດທະສາດທີ່ສຳຄັນຂອງເຂດແຄວ້ນ, ຍຸດທະສາດກ່ຽວກັບເຂດບົດບາດຕົ້ນຕໍ ແລະ ຍຸດທະສາດການຫັນເປັນຕົວເມືອງແບບໃໝ່ທີ່ເຊື່ອມໂຍງເຂົ້າກັນ, ປັບປຸງແຜນຈັດວາງກຳລັງການຜະລິດທີ່ສຳຄັນໃຫ້ດີຂຶ້ນ, ເສີມຂະຫຍາຍບົດບາດທີ່ເປັນແຫຼ່ງເຕີບໂຕຂອງເຂດແຄວ້ນຈຸດສຸມ, ສ້າງສະພາບການຈັດວາງເສດຖະກິດເຂດແຄວ້ນ ແລະ ລະບົບພື້ນທີ່ດິນແດນແຫ່ງຊາດທີ່ມີທ່າແຮງຊ່ວຍຊູຍູ້ໜູນກັນ ແລະ ພັດທະນາດ້ວຍຄຸນນະພາບສູງ.
(28) ເພີ່ມຄວາມກົມກຽວກັນໃນການພັດທະນາເຂດແຄວ້ນ. ຊຸກຍູ້ໃຫ້ການພັດທະນາພາກຕາເວັນຕົກຢ່າງຂະໜາດໃຫຍ່ຈໍ່ຕົວຂຶ້ນເປັນສະພາບການໃໝ່, ການຟື້ນຟູຄວາມຈະເລີນຢ່າງຮອບດ້ານຂອງພາກຕາເວັນອອກສຽງເໜືອໃຫ້ໄດ້ຮັບການບຸກທະລຸໃໝ່, ການພັດທະນາຂອງເຂດພາກກາງເລັ່ງຄວາມໄວຂຶ້ນ ແລະ ເຂດພາກຕາເວັນອອກເລັ່ງການຫັນເປັນທັນສະໄໝໃຫ້ໄວຂຶ້ນຢ່າງໜັກແໜ້ນ, ຊຸກຍູ້ໃຫ້ພາກຕາເວັນອອກ, ພາກກາງ ແລະ ພາກຕາເວັນຕົກ ກໍຄື ພາກເໜືອ ແລະ ພາກໃຕ້ ພັດທະນາຢ່າງກົມກຽວກັນ. ຍົກສູງບົດບາດທີ່ເປັນແຫຼ່ງພະລັງຂັບເຄື່ອນຂອງການພັດທະນາດ້ວຍຄຸນນະພາບສູງຂອງເຂດປັກກິ່ງ-ທຽນສິນ-ເຮີເປີຍ, ເຂດສາມຫຼ່ຽມປາກແມ່ນ້ຳຢາງຊີກຽງ ແລະ ເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາເກົາ. ສືບຕໍ່ຊຸກຍູ້ການພັດທະນາຢູ່ຕາມແລວເສດຖະກິດແມ່ນ້ຳຢາງຊີກຽງ, ຊຸກຍູ້ການອະນຸລັກສິ່ງແວດລ້ອມນິເວດ ແລະ ການພັດທະນາດ້ວຍຄຸນນະພາບສູງຢູ່ຕາມເຂດ ລ່ອງແມ່ນ້ຳເຫຼືອງ. ຊຸກຍູ້ໃຫ້ສ້າງເມືອງໃໝ່ຊົງອ່ານກາຍເປັນຕົວເມືອງທັນສະໄໝດ້ວຍມາດຕະຖານ ແລະ ຄຸນນະພາບສູງ, ຍົກລະດັບການພັດທະນາຂອງວົງເສດຖະກິດສອງຕົວເມືອງຢູ່ເຂດເສີງຕູ່-ຈຸ່ງກິ່ງ. ຊຸກຍູ້ສົ່ງເສີມທ້ອງຖິ່ນຕ່າງໆ ເສີມຂະຫຍາຍທ່າແຮງຂອງຕົນ, ສະໜັບສະໜູນແຂວງທີ່ມີຄວາມເຂັ້ມແຂງດ້ານເສດຖະກິດນັ້ນເສີມຂະຫຍາຍບົດບາດຫຼັກແຫຼ່ງ, ນຳໜ້າ ແລະ ເປັນແບບຢ່າງໃນຂະບວນການຄວາມທັນສະໄໝແບບຈີນ. ເພີ່ມການສະໜັບສະໜູນດ້ວຍນະໂຍບາຍທີ່ແຕກຕ່າງກັນ ເພື່ອຊຸກຍູ້ການສ້າງເຂດປະຕິວັດເກົ່າ, ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດຊາຍແດນໃຫ້ມີຄວາມຈະເລີນຮຸ່ງເຮືອງ.
(29) ຊຸກຍູ້ການພັດທະນາເຂດແຄວ້ນຕ່າງໆ ຢ່າງປະສານສົມທົບກັນ. ຊຸກຍູ້ການສ້າງຊ່ອງທາງໃຫຍ່ຂ້າມເຂດແຄວ້ນ ແລະ ຂ້າມເຂດລ່ອງແມ່ນ້ຳ, ເພີ່ມທະວີການເຊື່ອມໂຍງ-ເຊື່ອມຈອດກັນດ້ານພື້ນຖານໂຄງລ່າງລະຫວ່າງເຂດແຄວ້ນ. ເພີ່ມທະວີການພັດທະນາແບບປະສານສົມທົບກັນລະຫວ່າງກຸ່ມຕົວເມືອງທີ່ສຳຄັນຕ່າງໆ, ຊຸກຍູ້ການປະສານງານຢ່າງມີປະສິດທິພາບສູງຂອງຕ່ອງໂສ້ການປະດິດສ້າງໃໝ່ ແລະ ຕ່ອງໂສ້ອຸດສາຫະກຳຂອງເຂດແຄວ້ນຕ່າງໆ. ຊຸກຍູ້ໃຫ້ກຸ່ມຕົວເມືອງຢູ່ເຂດຍ່ານກາງແມ່ນ້ຳຢາງຊີກຽງ ແລະ ອື່ນໆ ພັດທະນາໄວຂຶ້ນ, ບົ່ມເພາະສ້າງຕົວເມືອງໃຈກາງເຂດແຄວ້ນຈຳນວນໜຶ່ງ, ເສີມຂະຫຍາຍບົດບາດຄ້ຳປະກັນ ແລະ ນຳພາຂອງເຂດເຊື່ອມຕໍ່ເຂດແຄວ້ນໃຫ້ດີ. ລົງເລິກການຮ່ວມມືຂ້າມເຂດບໍລິຫານ, ບູລະນະການວາງແຜນລວມ, ການປະສານສົມທົບດ້ານອຸດສາຫະກຳ, ການຊົມໃຊ້ຜົນປະໂຫຍດຮ່ວມກັນ ແລະ ກົນໄກອື່ນໆ ລະຫວ່າງເຂດແຄວ້ນຕ່າງໆ, ບຸກເບີກເສດຖະກິດລ່ອງແມ່ນ້ຳ ແລະ ຮູບແບບອື່ນໆ.
(30) ປັບປຸງສະພາບການພັດທະນາພື້ນທີ່ດິນແດນແຫ່ງຊາດໃຫ້ດີຂຶ້ນ. ເພີ່ມທະວີການປະຕິບັດຍຸດທະສາດກ່ຽວກັບເຂດບົດບາດຕົ້ນຕໍ, ຮັກສາໂຄງປະກອບລວມຂອງເຂດການຫັນເປັນຕົວເມືອງ, ເຂດຜະລິດກະສິກຳຕົ້ນຕໍ ແລະ ເຂດທີ່ມີບົດບາດສຳຄັນດ້ານສິ່ງແວດລ້ອມນິເວດໃຫ້ມີຄວາມໝັ້ນທ່ຽງໂດຍລວມ, ກຳນົດເຂດບົດບາດພິເສດຢ່າງລະອຽດ, ປັບປຸງນະໂຍບາຍສະໜັບສະໜູນ ແລະ ກົນໄກການປະເມີນ ແລະ ຕີລາຄາ. ຊຸກຍູ້ການປັບປຸງແຜນຈັດວາງອຸດສາຫະກຳທີ່ມີລັກສະນະຍຸດທະສາດ, ຖານຊັບພະຍາກອນພະລັງງານ ແລະ ອື່ນໆ ໃຫ້ດີຂຶ້ນ. ປັບປຸງລະບົບວາງແຜນກ່ຽວກັບພື້ນທີ່ດິນແດນແຫ່ງຊາດ, ຈັດຕັ້ງປະຕິບັດ ແລະ ປັບປຸງເສັ້ນຄວບຄຸມຕ່າງໆ ເຊັ່ນ: ດິນປູກຝັງ ແລະ ນາເຂົ້າພື້ນຖານຖາວອນ, ເສັ້ນແດງອະນຸລັກສິ່ງແວດລ້ອມນິເວດ, ເສັ້ນເຂດແດນການພັດທະນາຕົວເມືອງ ແລະ ອື່ນໆ, ປະຕິບັດການຄຸ້ມຄອງ ແລະ ຄວບຄຸມບົດບາດການນຳໃຊ້ທີ່ແຕກຕ່າງກັນຢ່າງລະອຽດໂດຍແບ່ງຕາມເຂດແຄວ້ນ ແລະ ປະເພດ. ມອບສິດເປັນເຈົ້າຕົນເອງຫຼາຍກວ່າເກົ່າໃຫ້ອົງການປົກຄອງຂັ້ນແຂວງໃນການວາງແຜນລວມນຳໃຊ້ທີ່ດິນປຸກສ້າງ, ຄົ້ນຄວ້າປະຕິບັດຮູບແບບການຄຸ້ມຄອງ ແລະ ຄວບຄຸມຈຳນວນທີ່ດິນປຸກສ້າງໂດຍອີງຕາມໄລຍະແຜນການ, ປະຕິບັດການສະໜອງທີ່ດິນໂດຍປະສານສົມທົບລະຫວ່າງຈຳນວນທີ່ມີຢູ່ແລ້ວ ແລະ ຈຳນວນທີ່ເພີ່ມໃໝ່.
(31) ລົງເລິກຊຸກຍູ້ການຫັນເປັນຕົວເມືອງຮູບແບບໃໝ່ທີ່ຖືຄົນເປັນກົກ. ຊຸກຍູ້ຂະບວນການຫັນຊາວກະສິກອນທີ່ຍົກຍ້າຍມາໃຫ້ເປັນຊາວເມືອງຕາມຫຼັກວິທະຍາສາດຢ່າງເປັນລະບຽບແບບແຜນ, ຊຸກຍູ້ລະບຽບການສະໜອງການບໍລິການສາທາລະນະພື້ນຖານ ໂດຍອີງຕາມການຂຶ້ນທະບຽນສຳມະໂນຄົວຕາມທີ່ຢູ່ຄົງທີ່. ຊຸກຍູ້ຄວາມທັນສະໄໝຂອງການຄຸ້ມຄອງຕົວເມືອງຂະໜາດໃຫຍ່ ແລະ ຂະໜາດໃຫຍ່ພິເສດ, ຊຸກຍູ້ການເຊື່ອມໂຍງເຂົ້າກັນຂອງກຸ່ມຕົວເມືອງ ແລະ ການຫັນເປັນວົງແຫວນຕົວເມືອງໃຫ້ເປັນຄືເມືອງອັນດຽວກັນ, ປັບປຸງຂະໜາດ ແລະ ໂຄງປະກອບຕົວເມືອງ, ຊຸກຍູ້ການພັດທະນາແບບປະສານສົມທົບກັນ, ການຈັດວາງຢ່າງໜາແໜ້ນ ແລະ ແບບປະຢັດມັດທະຍັດລະຫວ່າງຕົວເມືອງຂະໜາດໃຫຍ່, ຂະໜາດກາງ, ຂະໜາດນ້ອຍ ແລະ ເມືອງນ້ອຍ. ຊຸກຍູ້ການສ້າງການຫັນເປັນຕົວເມືອງທີ່ຖືເອົາເທດສະບານເມືອງເປັນພາກສ່ວນສຳຄັນທີ່ສຸດໂດຍແບ່ງເປັນປະເພດ, ຍົກສູງຄວາມສາມາດຄ້ຳປະກັນດ້ານອຸດສາຫະກຳ ແລະ ລະດັບການບໍລິການສາທາລະນະ. ຍຶດໝັ້ນການພັດທະນາແບບມີເນື້ອໃນແກ່ນສານຂອງຕົວເມືອງ, ອອກແຮງຊຸກຍູ້ການປັບປຸງຕົວເມືອງໃຫ້ມີໂສມໜ້າໃໝ່, ສ້າງຕົວເມືອງປະຊາຊົນທັນສະໄໝທີ່ມີການປະດິດສ້າງໃໝ່, ໜ້າຢູ່, ສວຍງາມ, ໜຽວແໜ້ນ, ສີວິໄລ ແລະ ອັດສະລິຍະ. ຊຸກຍູ້ການກໍ່ສ້າງຕົວເມືອງຢູ່ເຂດຊາຍແດນຢ່າງໜັກແໜ້ນ.
(32) ເພີ່ມທະວີການພັດທະນາ, ນຳໃຊ້ ແລະ ປົກປ້ອງທະເລ. ຍຶດໝັ້ນການວາງແຜນລວມກ່ຽວກັບທາງບົກ ແລະ ທາງທະເລ, ຍົກສູງຄວາມສາມາດໃນການວາງກົນລະຍຸດກ່ຽວກັບທະເລ, ຊຸກຍູ້ການພັດທະນາເສດຖະກິດທາງທະເລດ້ວຍຄຸນນະພາບສູງ, ເລັ່ງລັດສ້າງປະເທດເຂັ້ມແຂງທາງທະເລ. ເພີ່ມທະວີການປະດິດສ້າງໃໝ່ດ້ານເຕັກໂນໂລຊີທາງທະເລ, ຮັດແໜ້ນ ແລະ ຍົກສູງທ່າແຮງດ້ານອຸດສາຫະກຳການຜະລິດອຸປະກອນທາງທະເລ, ສ້າງຄວາມເຂັ້ມແຂງໃຫ້ແກ່ອຸດສາຫະກຳຈະເລີນໃໝ່ທາງທະເລ ແລະ ພັດທະນາອຸດສາຫະກຳການບໍລິການຂົນສົ່ງທາງທະເລທີ່ທັນສະໄໝ. ປະຕິບັດການສຳຫຼວດ ແລະ ຕິດຕາມກວດກາທາງທະເລ, ຊຸກຍູ້ການພັດທະນາ ແລະ ນຳໃຊ້ພະລັງງານ, ຊັບພະຍາກອນ ແລະ ເກາະດອນຢູ່ເຂດທະເລ, ເພີ່ມທະວີການອະນຸລັກ ແລະ ຟື້ນຟູສິ່ງແວດລ້ອມນິເວດຢູ່ເຂດທະເລທີ່ເປັນຈຸດສຸມ. ສ້າງລະບົບຮັບປະກັນການສໍາຫຼວດຢູ່ທະເລເລິກ ແລະ ເຂດຂົ້ວໂລກໃຫ້ເຂັ້ມແຂງ. ຍຶດໝັ້ນປົກປ້ອງສິດຜົນປະໂຫຍດ ແລະ ຄວາມໝັ້ນຄົງທາງທະເລ, ຍົກສູງຄວາມສາມາດປະຕິບັດກົດໝາຍທາງທະເລ ແລະ ຄວາມສາມາດດ້ານຕຸລາການກ່ຽວກັບວຽກງານທາງທະເລ.
ສິບ: ກະຕຸກຊຸກຍູ້ພະລັງຊີວິດການປະດິດສ້າງໃໝ່ ແລະ ການປະດິດຄິດສ້າງດ້ານວັດທະນະທຳຂອງທົ່ວຊົນຊາດຈີນ, ພັດທະນາວັດທະນະທຳສັງຄົມນິຍົມໃຫ້ມີຄວາມຈະເລີນຮຸ່ງເຮືອງ
ຄວາມຈະເລີນຮຸ່ງເຮືອງດ້ານວັດທະນະທຳ ແມ່ນຂີດໝາຍສຳຄັນແຫ່ງຄວາມທັນສະໄໝແບບຈີນ. ຍຶດໝັ້ນຖານະຊີ້ນຳຂອງລັດທິມາກໃນຂົງເຂດຮູບຖານຈິດສຳນຶກ, ຝັງຮາກເລິກເຂົ້າໃນອະລິຍະທຳຈີນທີ່ອຸດົມສົມບູນ ແລະ ພັດທະນາໄປຕາມກະແສການພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອພັດທະນາວັດທະນະທຳສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ທີ່ມີກຳລັງນຳພາດ້ານແນວຄິດ, ກຳລັງເຕົ້າໂຮມດ້ານຈິດໃຈ, ແຮງຈູງໃຈດ້ານຄຸນຄ່າ ແລະ ບົດບາດອິດທິພົນໃນສາກົນທີ່ເຂັ້ມແຂງ, ພ້ອມທັງຊຸກຍູ້ການສ້າງສາປະເທດເຂັ້ມແຂງດ້ານວັດທະນະທຳຢ່າງໜັກແໜ້ນ.
(33) ສົ່ງເສີມ ແລະ ຈັດຕັ້ງປະຕິບັດຄ່ານິຍົມແກນກາງສັງຄົມນິຍົມ. ລົງເລິກການຮ່ຳຮຽນ, ໂຄສະນາ ແລະ ສຶກສາອົບຮົມທິດສະດີປະດິດສ້າງໃໝ່ຂອງພັກ, ເຕົ້າໂຮມແນວຄິດ ແລະ ສ້າງຈິດວິນຍານດ້ວຍແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຢ່າງບໍ່ລົດລະ. ປະຕິບັດໂຄງການຄົ້ນຄວ້າ ແລະ ສ້າງສາທິດສະດີລັດທິມາກຢ່າງມີຫົວຄິດປະດິດສ້າງ ແລະ ເລັ່ງລັດການສ້າງລະບົບຄວາມຮູ້ເປັນເຈົ້າຕົນເອງດ້ານປັດຊະຍາວິທະຍາສາດສັງຄົມຈີນ. ນຳພາການສ້າງສາວັດທະນະທຳດ້ວຍຄ່ານິຍົມແກນກາງສັງຄົມນິຍົມ, ເສີມຂະຫຍາຍບົດບາດບຳລຸງສ້າງເຈຕະນາລົມ ແລະ ອາລົມຄວາມຄິດຂອງວັດທະນະທຳ, ບົ່ມເພາະສ້າງຈິດສຳນຶກທີ່ບຸກບືນສູ້ຊົນຢ່າງສະຫງ່າຜ່າເຜີຍຂອງທົ່ວຊົນຊາດ. ສົ່ງເສີມວັດທະນະທຳທີ່ມີຄວາມໜ້າເຊື່ອຖື ແລະ ວັດທະນະທຳທີ່ປອດໃສບໍ່ມີມົນທິນ. ເພີ່ມທະວີ ແລະ ປັບປຸງວຽກງານການເມືອງແນວຄິດ, ຊຸກຍູ້ການສ້າງສາວັດທະນະທຳໃນໂຮງຮຽນ, ນຳໃຊ້ຊັບພະຍາກອນປະຫວັດສາດການປະຕິວັດ ແລະ ເພີ່ມທະວີການສຶກສາອົບຮົມດ້ານອຸດົມການ ແລະ ຄວາມເຊື່ອຖືຂອງຊາວໜຸ່ມ-ເຍົາວະຊົນ. ຊຸກຍູ້ການສ້າງສາອະລິຍະທຳທາງດ້ານຈິດໃຈໃນຕົວເມືອງ ແລະ ຊົນນະບົດຢ່າງເປັນເອກະພາບກັນ, ຍົກລະດັບຄຸນທາດດ້ານອະລິຍະທຳຂອງປະຊາຊົນ ແລະ ລະດັບອະລິຍະທຳທາງສັງຄົມໃຫ້ສູງຂຶ້ນ. ເພີ່ມທະວີການພັດທະນາ ແລະ ຄຸ້ມຄອງເນື້ອໃນທາງອິນເຕີເນັດ ແລະ ຍົກລະດັບຄວາມສາມາດດ້ານການຄຸ້ມຄອງຂົງເຂດວັດທະນະທຳພາຍໃຕ້ເງື່ອນໄຂຂໍ້ມູນຂ່າວສານ.
(34) ອອກແຮງພັດທະນາພາລະກິດວັດທະນະທຳໃຫ້ຈະເລີນຮຸ່ງເຮືອງ. ສ້າງລະບົບນິເວດວັດທະນະທຳທີ່ດີງາມ, ຍົກລະດັບຄວາມສາມາດໃນການປະດິດສ້າງດ້ານວັດທະນະທຳໃຫ້ສູງຂຶ້ນ, ຊຸກຍູ້ການປະດິດຄິດແຕ່ງບົດປະພັນດີເດັ່ນໃນຂົງເຂດຖະແຫຼງຂ່າວ, ພິມຈຳໜ່າຍ, ວິທະຍຸ, ຮູບເງົາ, ໂທລະພາບ, ວັນນະຄະດີ, ສິລະປະ ແລະ ອື່ນໆ. ບົ່ມເພາະສ້າງຖັນແຖວຜູ້ມີຄວາມຮູ້ຄວາມສາມາດດ້ານວັດທະນະທຳລະດັບສູງທີ່ມີຂະໜາດໃຫຍ່, ມີລະດັບໂຄງສ້າງທີ່ສົມເຫດສົມຜົນ ແລະ ມີຫົວຄິດປະດິດສ້າງທີ່ແຫຼມຄົມ. ຈັດກິດຈະກຳດ້ານວັດທະນະທຳທີ່ມີລັກສະນະມວນຊົນຢ່າງກວ້າງຂວາງ, ພັດທະນາສິລະປະວັນນະຄະດີທົ່ວປວງຊົນໃໝ່ພາຍໃຕ້ເງື່ອນໄຂອິນເຕີເນັດ. ລົງເລິກການປ່ຽນແປງທີ່ເປັນລະບົບຂອງສື່ມວນຊົນຫຼັກ, ຊຸກຍູ້ການຄຸ້ມຄອງວຽກງານຖະແຫຼງຂ່າວ, ໂຄສະນາເຜີຍແຜ່ ແລະ ຫາງສຽງທາງອິນເຕີເນັດໃຫ້ເປັນອັນໜຶ່ງອັນດຽວກັນ, ຍົກລະດັບຄວາມສາມາດນຳພາຫາງສຽງຕົ້ນຕໍໃຫ້ສູງຂຶ້ນ. ລົງເລິກຈັດຕັ້ງປະຕິບັດໂຄງການສືບທອດ ແລະ ພັດທະນາວັດທະນະທຳທີ່ມີມູນເຊື້ອດີເດັ່ນຂອງຊົນຊາດຈີນ, ຊຸກຍູ້ການປົກປ້ອງທີ່ເປັນລະບົບ ແລະ ການຕິດຕາມຄຸ້ມຄອງກວດກາທີ່ເປັນເອກະພາບກັນຕໍ່ມໍລະດົກວັດທະນະທຳ, ເພີ່ມທະວີການປົກປ້ອງຢ່າງບັງເກີດຜົນ ແລະ ການສືບທອດແບບມີຊີວິດຊີວາຕໍ່ຕົວເມືອງ, ຄຸ້ມຖະໜົນ ແລະ ບ້ານປະຫວັດສາດວັດທະນະທຳທີ່ມີຊື່ສຽງ. ສ້າງ ແລະ ນຳໃຊ້ສວນສາທາລະນະວັດທະນະທຳແຫ່ງຊາດໃຫ້ດີ. ເສີມສ້າງລະບົບເຄື່ອງໝາຍອະລິຍະທຳຈີນ. ຍຶດໝັ້ນສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນດ້ວຍວັດທະນະທຳ, ຈັດຕັ້ງປະຕິບັດການຍົກສູງຄຸນນະພາບ ແລະ ເພີ່ມປະສິດທິພາບຂອງການບໍລິການດ້ານວັດທະນະທຳສາທາລະນະ. ຊຸກຍູ້ການສ້າງສັງຄົມມັກອ່ານ. ຊຸກຍູ້ໃຫ້ກິລາມວນຊົນ ແລະ ກິລາປະເພດແຂ່ງຂັນໄດ້ຮັບການພັດທະນາຢ່າງເປັນເອກະພາບກັນ ເພື່ອເລັ່ງລັດການສ້າງປະເທດເຂັ້ມແຂງດ້ານກິລາ .
(35) ເລັ່ງລັດການພັດທະນາອຸດສາຫະກຳວັດທະນະທຳ. ປັບປຸງລະບຽບການຄຸ້ມຄອງວັດທະນະທຳ, ກົນໄກການຜະລິດ ແລະ ດໍາເນີນທຸລະກິດດ້ານວັດທະນະທຳໃຫ້ສົມບູນຂຶ້ນ. ບູລະນະລະບົບອຸດສາຫະກຳ ແລະ ລະບົບການຕະຫຼາດວັດທະນະທຳໃຫ້ສົມບູນຂຶ້ນ, ບົ່ມເພາະສ້າງວິສາຫະກິດ ແລະ ຍີ່ຫໍ້ວັດທະນະທຳທີ່ດີເດັ່ນ, ປະຕິບັດຍຸດທະສາດນຳພາຂອງໂຄງການອຸດສາຫະກຳວັດທະນະທຳທີ່ສຳຄັນ ແລະ ຍິ່ງໃຫຍ່ ແລະ ປະຕິບັດນະໂຍບາຍເສດຖະກິດວັດທະນະທຳທີ່ຕັ້ງໜ້າ. ຊຸກຍູ້ໃຫ້ວັດທະນະທຳ ແລະ ວິທະຍາສາດເຕັກໂນໂລຊີພັດທະນາແບບເຊື່ອມໂຍງເຂົ້າກັນ, ຊຸກຍູ້ການພັດທະນາວັດທະນະທຳແບບດີຈີຕອນ, ອັດສະລິຍະ ແລະ ຫັນເປັນແບບຂໍ້ມູນຂ່າວສານ, ພ້ອມທັງພັດທະນາພາລະກິດວັດທະນະທຳແບບໃໝ່. ນຳພາວັນນະຄະດີອິນເຕີເນັດ, ເກມອິນເຕີເນັດ, ວິດີໂອອິນເຕີເນັດ, ຜະລິດຕະພັນສຽງທາງອິນເຕີເນັດ ແລະ ອື່ນໆ ໃຫ້ພັດທະນາຢ່າງປອດໃສ ແລະ ເປັນແບບສະບັບ ພ້ອມທັງເພີ່ມທະວີການຄຸ້ມຄອງດ້ານອິນເຕີເນັດຕໍ່ຜູ້ທີ່ມີອາຍຸບໍ່ເຖິງກະສຽນ. ຊຸກຍູ້ການສ້າງສາປະເທດເຂັ້ມແຂງດ້ານການທ່ອງທ່ຽວ, ເພີ່ມທະວີການສະໜອງຜະລິດຕະພັນທ່ອງທ່ຽວຄຸນນະພາບສູງໃຫ້ມີຄວາມຫຼາກຫຼາຍ ແລະ ຍົກຄຸນນະພາບດ້ານການບໍລິການທ່ອງທ່ຽວໃຫ້ສູງຂຶ້ນ. ເຮັດໃຫ້ການເຂົ້າມາທ່ອງທ່ຽວຈີນມີຄວາມສະດວກສະບາຍ ແລະ ເປັນແບບສາກົນກວ່າເກົ່າ. ຊຸກຍູ້ໃຫ້ການພັດທະນາວັດທະນະທຳ ແລະ ການພັດທະນາການທ່ອງທ່ຽວເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ ແລະ ອອກແຮງພັດທະນາອຸດສາຫະກຳການທ່ອງທ່ຽວວັດທະນະທຳ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມດ້ວຍວັດທະນະທຳ.
(36) ຍົກຄວາມສາມາດໂຄສະນາເຜີຍແຜ່ ແລະ ອິດທິພົນຂອງອະລິຍະທຳຈີນໃຫ້ສູງຂຶ້ນ. ປັບປຸງລະບົບ ແລະ ກົນໄກໂຄສະນາເຜີຍແຜ່ຕໍ່ສາກົນໃຫ້ສົມບູນຂຶ້ນ, ປະດິດສ້າງຊ່ອງທາງໃໝ່ ແລະ ວິທີໂຄສະນາໃໝ່, ເພີ່ມທະວີການສ້າງຖານສຳຄັນ, ເພີ່ມທະວີຄວາມສາມາດດ້ານການໂຄສະນາເຜີຍແຜ່ຕໍ່ສາກົນຂອງສື່ມວນຊົນຫຼັກໃຫ້ສູງຂຶ້ນ, ຍົກລະດັບສິດປະກອບຄຳເຫັນໃນສາກົນໃຫ້ສູງຂຶ້ນຢ່າງຮອບດ້ານ, ເລົ່າເລື່ອງຂອງຈີນໃຫ້ດີ ເພື່ອສະແດງໃຫ້ເຫັນເຖິງພາບພົດຂອງຈີນທີ່ໜ້າເຊື່ອຖື, ໜ້າຮັກ ແລະ ໜ້າເຄົາລົບນັບຖື. ເພີ່ມທະວີການສຶກສາຄົ້ນຄວ້າກ່ຽວກັບພາກພື້ນ ແລະ ປະເທດຕ່າງໆ ເພື່ອຍົກປະສິດທິພາບດ້ານການໂຄສະນາເຜີຍແຜ່ຕໍ່ສາກົນໃຫ້ສູງຂຶ້ນ. ລົງເລິກການແລກປ່ຽນ ແລະ ການຮຽນຮູ້ເຊິ່ງກັນ ແລະ ກັນດ້ານອະລິຍະທຳ, ດຳເນີນການແລກປ່ຽນ ແລະ ຮ່ວມມືດ້ານວັດທະນະທຳສາກົນຢ່າງກວ້າງຂວາງ, ສົ່ງເສີມໃຫ້ວິສາຫະກິດວັດທະນະທຳ ແລະ ຜະລິດຕະພັນວັດທະນະທຳທີ່ດີເດັ່ນກ້າວໄປສູ່ໂລກຫຼາຍກວ່າເກົ່າ.
ສິບເອັດ: ເພີ່ມທະວີການຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຊຸກຍູ້ຄວາມຮັ່ງມີຮ່ວມກັນຂອງທົ່ວປວງຊົນຢ່າງໜັກແໜ້ນ
ບັນລຸຄວາມປາດຖະໜາຂອງປະຊາຊົນທີ່ມີຕໍ່ຊີວິດທີ່ດີງາມແມ່ນຈຸດເລີ່ມຕົ້ນ ແລະ ຈຸດໝາຍປາຍທາງຂອງຄວາມທັນສະໄໝແບບຈີນ. ຍຶດໝັ້ນພະຍາຍາມຢ່າງສຸດຄວາມສາມາດ ແລະ ປະຕິບັດຕາມຄວາມສາມາດ, ເພີ່ມທະວີການສ້າງຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນປະໂຫຍດຢ່າງທົ່ວເຖິງ, ມີລັກສະນະພື້ນຖານ ແລະ ມີເສັ້ນເພດານຕ່ຳສຸດ, ແກ້ໄຂບັນຫາທີ່ເຮັດໃຫ້ປະຊາຊົນມີຄວາມ ເດືອດຮ້ອນ, ຫຍຸ້ງຍາກ ແລະ ມີຄວາມກັງວົນໃຈ, ເຮັດໃຫ້ຊ່ອງທາງການເຄື່ອນ ໄຫວທາງສັງຄົມມີຄວາມລຸລ່ວງກວ່າເກົ່າ ແລະ ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ.
(37) ຊຸກຍູ້ການປະກອບອາຊີບທີ່ມີຄຸນນະພາບສູງຢ່າງເຕັມທີ່. ລົງເລິກຈັດຕັ້ງປະຕິບັດຍຸດທະສາດໃຫ້ບຸລິມະສິດແກ່ການປະກອບອາຊີບ, ບູລະນະກົນໄກຊຸກຍູ້ການປະກອບອາຊີບໃຫ້ສົມບູນຂຶ້ນ ແລະ ສ້າງວິທີການພັດທະນາແບບເປັນມິດຕໍ່ການປະກອບອາຊີບ. ເພີ່ມທະວີໃຫ້ອຸດສາຫະກຳ ແລະ ການປະກອບອາຊີບພັດທະນາແບບຊ່ວຍຊູຍູ້ໜູນກັນ, ຕັ້ງໜ້າບົ່ມເພາະສ້າງອາຊີບໃໝ່ ແລະ ຕຳແໜ່ງງານໃໝ່ ພ້ອມທັງສະໜັບສະໜູນໃຫ້ວິສາຫະກິດຮັກສາຕຳແໜ່ງງານທີ່ມີຢູ່ໃນປັດຈຸບັນ ແລະ ເພີ່ມຕຳແໜ່ງງານໃໝ່. ປັບປຸງກົນໄກປະສານສົມທົບການສະໜອງ ແລະ ຄວາມຕ້ອງການດ້ານຊັບພະຍາກອນມະນຸດໃຫ້ສົມບູນຂຶ້ນ, ປັບປຸງລະບຽບການຝຶກອົບຮົມສີມືແຮງງານ ແລະ ວິຊາຊີບຕະຫຼອດຊີວິດໃຫ້ສົມບູນຂຶ້ນ, ເພີ່ມທະວີການນຳພາທັດສະນະຄະຕິດ້ານການເລືອກອາຊີບ ແລະ ການນຳໃຊ້ບຸກຄະລາກອນໃຫ້ດີ ພ້ອມທັງສຸມໃສ່ແກ້ໄຂຄວາມຂັດແຍ້ງດ້ານການປະກອບອາຊີບລັກສະນະໂຄງປະກອບ. ບູລະນະລະບົບການສະໜັບສະໜູນດ້ານການປະກອບອາຊີບ ແລະ ການບໍລິການສາທາລະນະໃຫ້ສົມບູນຂຶ້ນ, ຮັກສາ ແລະ ເປີດກວ້າງການປະກອບອາຊີບຂອງກຸ່ມຄົນສຳຄັນຕ່າງໆ ເຊັ່ນ: ນັກສຶກສາ, ແຮງງານຊົນນະບົດ, ທະຫານເກົ່າ ແລະ ອື່ນໆ, ຊຸກຍູ້ການປະກອບອາຊີບແບບຄ່ອງແຄ້ວ ແລະ ຮູບແບບການປະກອບອາຊີບໃໝ່ໃຫ້ໄດ້ຮັບການພັດທະນາຢ່າງປອດໃສ. ເພີ່ມຄວາມແຮງໃນການສະໜັບສະໜູນດ້ານການສ້າງພາລະກິດ ແລະ ເພີ່ມທະວີໃຫ້ການສ້າງພາລະກິດນຳພາການປະກອບອາຊີບ. ບູລະນະລະບົບມາດຕະຖານການອອກແຮງງານ ແລະ ກົນໄກປຶກສາຫາລື ແລະ ປະສານງານກ່ຽວກັບການພົວພັນອອກແຮງງານໃຫ້ສົມບູນຂຶ້ນ, ເພີ່ມທະວີການຮັບປະກັນສິດ ແລະ ຜົນປະໂຫຍດຂອງຊາວຜູ້ອອກແຮງງານ ແລະ ສ້າງສະພາບແວດລ້ອມຂອງການປະກອບອາຊີບທີ່ຍຸຕິທຳ ແລະ ເປັນລະບຽບແບບແຜນ. ປັບປຸງການປະເມີນ, ການຕິດຕາມ ແລະ ການເຕືອນໄພຕໍ່ຜົນສະທ້ອນຂອງການປະກອບອາຊີບໃຫ້ສົມບູນຂຶ້ນ, ຮັບມືກັບຜົນສະທ້ອນຈາກການປ່ຽນແປງຂອງສະພາບແວດລ້ອມພາຍນອກ ແລະ ການພັດທະນາດ້ານເຕັກໂນໂລຊີໃໝ່ທີ່ມີຕໍ່ການປະກອບອາຊີບຢ່າງສັງລວມ.
(38) ປັບປຸງລະບຽບການແບ່ງປັນລາຍຮັບໃຫ້ສົມບູນຂຶ້ນ. ຍຶດໝັ້ນຖືເອົາການແບ່ງປັນຕາມການອອກແຮງງານເປັນຫຼັກ ທັງມີຮູບແບບການແບ່ງປັນຫຼາຍປະເພດຢູ່ຮ່ວມກັນ, ເພີ່ມອັດຕາສ່ວນຂອງລາຍຮັບປະຊາຊົນໃນການແບ່ງປັນລາຍຮັບແຫ່ງຊາດ ແລະ ເພີ່ມອັດຕາສ່ວນຂອງຄ່າແຮງງານໃນການແບ່ງປັນຄັ້ງທຳອິດ. ບູລະນະກົນໄກແບ່ງປັນຄັ້ງທຳອິດທີ່ໃຫ້ຕະຫຼາດຕີລາຄາການປະກອບສ່ວນຂອງປັດໄຈສຳຄັນປະເພດຕ່າງໆ ແລະ ຕັດສິນຄ່າແຮງງານຕາມການປະກອບສ່ວນ, ຊຸກຍູ້ໃຫ້ຜູ້ອອກແຮງງານຫຼາຍມີລາຍຮັບສູງ, ຜູ້ມີສີມືດີມີລາຍຮັບສູງ ແລະ ຜູ້ມີການປະດິດສ້າງໃໝ່ຫຼາຍມີລາຍຮັບສູງ. ປັບປຸງກົນໄກຮັບປະກັນການຕົກລົງເງິນເດືອນ, ການຮັກສາເງິນເດືອນເພີ່ມຂຶ້ນຢ່າງເໝາະສົມ ແລະ ການເບີກຈ່າຍເງິນເດືອນຂອງຜູ້ອອກແຮງງານໃຫ້ສົມບູນຂຶ້ນ, ປະຕິບັດລະບຽບການປຶກສາຫາລືເງິນເດືອນແບບລວມໝູ່, ບູລະນະກົນໄກປັບມາດຕະຖານເງິນເດືອນຂັ້ນຕ່ຳສຸດໃຫ້ສົມບູນຂຶ້ນ ແລະ ເພີ່ມທະວີການຊີ້ນຳດ້ານມະຫາພາກຕໍ່ການແບ່ງປັນເງິນເດືອນຂອງວິສາຫະກິດ. ເພີ່ມລາຍຮັບລັກສະນະຊັບສິນຂອງປະຊາຊົນໃນຕົວເມືອງ ແລະ ຊົນນະບົດຈາກຫຼາຍຊ່ອງທາງ. ເພີ່ມທະວີການດັດສົມການແບ່ງປັນຄັ້ງທີສອງດ້ວຍສ່ວຍສາອາກອນ, ການປະກັນສັງຄົມ ແລະ ການປ່ຽນໂອນການຈ່າຍເປັນຕົ້ນ. ຊຸກຍູ້ການພັດທະນາພາລະກິດສາທາລະນະປະໂຫຍດ ແລະ ການກຸສົນໃຫ້ເປັນແບບສະບັບ, ເຮັດໃຫ້ລະບຽບການແບ່ງປັນລາຍຮັບ ແລະ ກົນໄກສະສົມຊັບສົມບັດເປັນແບບສະບັບ, ສະໜັບສະໜູນການສ້າງຄວາມຮັ່ງມີດ້ວຍຄວາມດຸໝັ່ນ ແລະ ການປະດິດສ້າງໃໝ່ທີ່ຖືກຕ້ອງຕາມກົດໝາຍ, ສົ່ງເສີມໃຫ້ຜູ້ຮັ່ງມີກ່ອນນຳພາຜູ້ຮັ່ງມີຕາມຫຼັງ ເພື່ອບັນລຸການສ້າງຄວາມຮັ່ງມີຮ່ວມກັນ. ປະຕິບັດແຜນການເພີ່ມລາຍຮັບຂອງປະຊາຊົນໃນຕົວເມືອງ ແລະ ຊົນນະບົດ, ເພີ່ມລາຍຮັບຂອງກຸ່ມຄົນທີ່ມີລາຍຮັບຕ່ຳໃຫ້ສູງຂຶ້ນຢ່າງບັງເກີດຜົນ, ເປີດກວ້າງຂະໜາດຂອງກຸ່ມຄົນທີ່ມີລາຍຮັບປານກາງຢ່າງໜັກແໜ້ນ, ດັດສົມລາຍຮັບສູງເກີນໄປ ແລະ ຮິບເອົາລາຍຮັບທີ່ຜິດກົດໝາຍ ເພື່ອຊຸກຍູ້ສະພາບການແບ່ງປັນທີ່ມີຜູ້ມີລາຍຮັບສູງ ແລະ ຕ່ຳໜ້ອຍ ແລະ ຜູ້ມີລາຍຮັບປານກາງຫຼາຍ.
(39) ພັດທະນາການສຶກສາທີ່ປະຊາຊົນເພິ່ງພໍໃຈ. ປະຕິບັດກິດຈະກຳບຳລຸງສ້າງຄຸນສົມບັດ ແລະ ຄວາມສາມາດຂອງຊັບພະຍາກອນມະນຸດໃນຍຸກໃໝ່, ຊຸກຍູ້ໃຫ້ຫ້ອງຮຽນການເມືອງແນວຄິດ ແລະ ຫ້ອງຮຽນທາງສັງຄົມພັດທະນາແບບເຊື່ອມໂຍງເຂົ້າກັນຢ່າງບັງເກີດຜົນ, ເພີ່ມທະວີດ້ານພະລະສຶກສາ, ສິລະປະສຶກສາ ແລະ ດ້ານແຮງງານສຶກສາ, ປັບປຸງລະບົບປະເມີນການສຶກສາໃຫ້ສົມບູນຂຶ້ນ. ບູລະນະກົນໄກຈັດສັນຊັບພະຍາກອນການສຶກສາທີ່ສອດຄ່ອງກັບການປ່ຽນແປງຂອງປະຊາກອນໃຫ້ສົມບູນຂຶ້ນ ແລະ ເປີດກວ້າງການສະໜອງຊັບພະຍາກອນການສຶກສາໃຫ້ແກ່ຕົວເມືອງທີ່ມີປະຊາກອນເຂົ້າຮຽນເຄື່ອນຍ້າຍເຂົ້າສຸດທິ, ເປີດກວ້າງຂອບເຂດການສຶກສາທີ່ຍົກເວັ້ນຄ່າຮຽນຢ່າງໜັກແໜ້ນ ແລະ ຄົ້ນຄວ້າຂະຫຍາຍເວລາການສຶກສາພາກບັງຄັບ. ເພີ່ມຊັບພະຍາກອນທີ່ເປັນທ່າແຮງໃຫ້ແກ່ການສຶກສາຂັ້ນພື້ນຖານ ແລະ ເຮັດໃຫ້ການສຶກສາເຫຼົ່ານີ້ມີຄຸນນະພາບສູງຂຶ້ນກວ່າເກົ່າ, ຊຸກຍູ້ໃຫ້ການສຶກສາພາກບັງຄັບພັດທະນາດ້ວຍຄຸນນະພາບສູງ ແລະ ດຸນດ່ຽງກັນ, ຊຸກຍູ້ການສຶກສາກ່ອນເຂົ້າຮຽນໃຫ້ພັດທະນາດ້ວຍຄຸນນະພາບສູງ ແລະ ສ້າງຜົນປະໂຫຍດໃຫ້ທົ່ວເຖິງ, ເພີ່ມການສ້າງໂຮງຮຽນຊັ້ນມັດທະຍົມ ຕອນປາຍໃຫ້ຫຼາຍຂຶ້ນ, ປະຕິບັດການສຶກສາພິເສດ ແລະ ການສຶກສາສະເພາະໃຫ້ດີ. ຊຸກຍູ້ໃຫ້ການສຶກສາຊັ້ນສູງມີຄຸນນະພາບດີກວ່າເກົ່າ ແລະ ມີຂະໜາດໃຫຍ່ກວ່າເກົ່າ, ເປີດກວ້າງຂະໜາດຮອງຮັບນັກສຶກສາລະດັບປະລິນຍາຕີທີ່ມີຄຸນນະພາບສູງ. ຍົກຄວາມສາມາດຂອງໂຮງຮຽນອາຊີວະສຶກສາໃຫ້ສູງຂຶ້ນ ແລະ ສ້າງສາສະຖາບັນການສຶກສາວິຊາຊີບທີ່ມີສີສັນພິເສດຢ່າງຈະແຈ້ງ. ນຳພາການພັດທະນາການສຶກສາດ້ວຍທຶນເອກະຊົນເປັນແບບສະບັບ. ເປີດກວ້າງການເປີດປະຕູສູ່ພາຍນອກຂອງການສຶກສາໃນລະດັບສູງ. ເສີມຂະຫຍາຍຈິດໃຈນັກການສຶກສາ, ອົບຮົມບົ່ມສ້າງຖັນແຖວຄູອາຈານທີ່ມີຄຸນທາດສູງ ແລະ ເພີ່ມທະວີການຮັບປະກັນລາຍຮັບຂອງຄູອາຈານ. ບູລະນະກົນໄກໃຫ້ໂຮງຮຽນ, ຄອບຄົວ ແລະ ສັງຄົມບົ່ມເພາະສ້າງບຸກຄະລາກອນຢ່າງກົມກຽວກັນໃຫ້ສົມບູນຂຶ້ນ. ລົງເລິກຈັດຕັ້ງປະຕິບັດຍຸດທະສາດຫັນການສຶກສາເປັນແບບດີຈີຕອນ ແລະ ປັບປຸງການບໍລິການສາທາລະນະສຳລັບການຮ່ຳຮຽນຕະຫຼອດຊີວິດໃຫ້ດີຂຶ້ນ.
(40) ບູລະນະລະບົບປະກັນສັງຄົມໃຫ້ສົມບູນຂຶ້ນ. ປັບປຸງ ແລະ ຈັດຕັ້ງປະຕິບັດລະບຽບການຈັດສັນການປະກັນໄພບຳນານພື້ນຖານທົ່ວປະເທດໃຫ້ເປັນເອກະພາບກັນ, ເລັ່ງການພັດທະນາລະບົບປະກັນໄພບຳນານທີ່ມີຫຼາຍລະດັບ ແລະ ຫຼາຍເສົາຄ້ຳ, ບູລະນະກົນໄກການກຳນົດ ແລະ ປັບປຸງຄ່າປະກັນໄພໃຫ້ສົມບູນຂຶ້ນ ແລະ ຍົກຄ່າປະກັນໄພບຳນານພື້ນຖານຂອງປະຊາຊົນໃນຕົວເມືອງ ແລະ ຊົນນະບົດໃຫ້ສູງຂຶ້ນເທື່ອລະກ້າວ. ບູລະນະລະບົບປະກັນສຸຂະພາບທີ່ມີຫຼາຍລະດັບໃຫ້ສົມບູນຂຶ້ນ, ຊຸກຍູ້ການປະສົມປະສານເປັນເອກະພາບກັນຂອງຂັ້ນແຂວງທາງດ້ານການປະກັນສຸຂະພາບຂັ້ນພື້ນຖານ, ປັບປຸງນະໂຍບາຍຈັດຊື້ຢາປົວພະຍາດແບບລວມໝູ່, ການຊຳລະຄ່າປະກັນສຸຂະພາບ ແລະ ເງິນປະກັນໄພສ່ວນເຫຼືອໃຫ້ດີຂຶ້ນກວ່າເກົ່າ. ເປີດກວ້າງການປົກຄຸມຂອງການປະກັນໄພວ່າງງານ ແລະ ອຸດບັດເຫດແຮງງານ ພ້ອມທັງສ້າງ ແລະ ບູລະນະລະບຽບການຄ້ຳປະກັນການເຈັບເປັນຍ້ອນການເຮັດວຽກໃຫ້ສົມບູນຂຶ້ນ. ປັບປຸງນະໂຍບາຍໂອນ-ຮັບ ແລະ ສືບຕໍ່ການພົວພັນປະກັນສັງຄົມໃຫ້ສົມບູນຂຶ້ນ, ຍົກອັດຕາເຂົ້າຮ່ວມການປະກັນໄພຂອງຜູ້ທີ່ປະກອບອາຊີບແບບຄ່ອງແຄ້ວ, ແຮງງານຊົນນະບົດ ແລະ ຜູ້ປະກອບອາຊີບຮູບແບບໃໝ່. ບູລະນະລະບຽບການໄລ່ລຽງປະກັນສັງຄົມຢ່າງຖືກຕ້ອງໃຫ້ສົມບູນຂຶ້ນ, ສືບຕໍ່ໂອນທຶນລັດເຂົ້າໃນກອງທຶນປະກັນສັງຄົມ, ບູລະນະກົນໄກລະດົມທຶນໄລຍະຍາວ, ຈັດສັນເປັນເອກະພາບກັນ, ຮັກສາ ແລະ ເພີ່ມຂະໜາດທຶນ ແລະ ຕິດຕາມຄຸ້ມຄອງຄວາມປອດໄພຂອງກອງທຶນປະກັນສັງຄົມໃຫ້ສົມບູນຂຶ້ນ. ເສີມຂະຫຍາຍບົດບາດເພີ່ມເຕີມ ແລະ ບົດບາດຄ້ຳປະກັນຂອງການປະກັນໄພດ້ານການຄ້າທຸກປະເພດ. ປັບປຸງເວທີການບໍລິການສາທາລະນະ ແລະ ການບໍລິການປະຕິບັດ ແລະ ຄຸ້ມຄອງການປະກັນສັງຄົມທີ່ເປັນເອກະພາບກັນໃນທົ່ວປະເທດໃຫ້ດີຂຶ້ນ. ບູລະນະລະບົບຊ່ວຍເຫຼືອທາງສັງຄົມໃຫ້ສົມບູນຂຶ້ນ. ບູລະນະລະບົບຮັບປະກັນການບໍລິການກຸ່ມຄົນຕ່າງໆ ເຊັ່ນ: ຜູ້ເຖົ້າຢູ່ໂດດດ່ຽວ, ເດັກນ້ອຍທີ່ຢູ່ໃນສະພາບຄວາມຫຍຸ້ງຍາກ, ຄົນພິການ ແລະ ອື່ນໆ. ສ້າງ ແລະ ບູລະນະລະບຽບການບໍລິການສົ່ງສະການພື້ນຖານໃຫ້ສົມບູນຂຶ້ນ. ຍຶດໝັ້ນນະໂຍບາຍພື້ນຖານແຫ່ງຊາດທີ່ຍິງ-ຊາຍສະເໝີພາບກັນ, ຮັບປະກັນສິດ ແລະ ຜົນປະໂຫຍດຊອບດ້ວຍກົດໝາຍຂອງແມ່ຍິງ ແລະ ເດັກນ້ອຍ. ເພີ່ມທະວີການຮັບປະກັນການບໍລິການທະຫານເກົ່າ.
(41) ຊຸກຍູ້ການພັດທະນາອະສັງຫາລິມະຊັບດ້ວຍຄຸນນະພາບສູງ. ເລັ່ງການສ້າງຮູບແບບໃໝ່ແຫ່ງການພັດທະນາອະສັງຫາລິມະຊັບ, ບູລະນະລະບຽບການພື້ນຖານແຫ່ງການພັດທະນາ, ລະດົມທຶນ ແລະ ຈຳໜ່າຍເຮືອນຢູ່ທີ່ສາມາດຊື້-ຂາຍໄດ້ໃຫ້ສົມບູນຂຶ້ນ. ປັບປຸງການສະໜອງເຮືອນຢູ່ທີ່ມີລັກສະນະຄ້ຳປະກັນໃຫ້ດີຂຶ້ນ ເພື່ອຕອບສະໜອງກັບຄວາມຕ້ອງການເຮືອນຢູ່ຂັ້ນພື້ນຖານຂອງກຸ່ມຄົນທີ່ອາໄສແຕ່ເງິນເດືອນໃນຕົວເມືອງ ແລະ ຄອບຄົວທີ່ມີຄວາມຫຍຸ້ງຍາກປະເພດຕ່າງໆ. ປະຕິບັດນະໂຍບາຍເພີ່ມການສະໜອງເຮືອນຢູ່ທີ່ມີລັກສະນະປັບປຸງຕາມສະພາບການຂອງແຕ່ລະຕົວເມືອງ. ກໍ່ສ້າງ “ເຮືອນຢູ່ທີ່ດີ” ທີ່ປອດໄພ, ສະບາຍ, ສີຂຽວ ແລະ ອັດສະລິຍະ, ປະຕິບັດໂຄງການຍົກຄຸນນະພາບຂອງເຮືອນຢູ່ ແລະ ຍົກຄຸນນະພາບດ້ານການບໍລິການໃຫ້ແກ່ຄຸ້ມຊຸມຊົນ ແລະ ຕຶກຫ້ອງການ. ສ້າງລະບຽບການຄຸ້ມຄອງຄວາມປອດໄພຕະຫຼອດການຕໍ່ເຮືອນຢູ່.
(42) ເລັ່ງການສ້າງຈີນທີ່ມີສຸຂະພາບແຂງແຮງ. ປະຕິບັດຍຸດທະສາດການພັດທະນາທີ່ໃຫ້ບຸລິມະສິດແກ່ສຸຂະພາບ, ບູລະນະລະບົບນະໂຍບາຍ ແລະ ລະບຽບການຊຸກຍູ້ສຸຂະພາບ, ຍົກປະສິດທິພາບຂອງຂະບວນການອະນາໄມຮັກຊາດ, ຍົກອາຍຸຍືນຄາດຄະເນສະເລ່ຍຕໍ່ຄົນ ແລະ ລະດັບສຸຂະພາບຂອງປະຊາຊົນໃຫ້ສູງຂຶ້ນ. ເພີ່ມຄວາມສາມາດດ້ານສາທາລະນະສຸກທົ່ວປວງຊົນ, ເພີ່ມທະວີການສ້າງລະບົບຄວບຄຸມພະຍາດ, ປ້ອງກັນ ແລະ ຄວບຄຸມພະຍາດຕິດແປດຂະໜາດໃຫຍ່ທີ່ສຳຄັນ. ບູລະນະກົນໄກພັດທະນາ ແລະ ຄຸ້ມຄອງຢ່າງປະສານສົມທົບກັນລະຫວ່າງການປິ່ນປົວພະຍາດ, ການປະກັນສຸຂະພາບ ແລະ ຢາປົວພະຍາດ ພ້ອມທັງຊຸກຍູ້ການບົ່ງມະຕິ ແລະ ປິ່ນປົວພະຍາດຫຼາຍຂັ້ນ. ລົງເລິກການປະຕິຮູບຈຳນວນພະນັກງານ, ລາຄາຄ່າບໍລິການ, ລະບຽບການກ່ຽວກັບເງິນເດືອນ ແລະ ການຕິດຕາມຄຸ້ມຄອງສັງລວມຕໍ່ໂຮງໝໍລັດທີ່ເນັ້ນໃສ່ລັກສະນະສາທາລະນະປະໂຫຍດ, ເພີ່ມທະວີການຮັບປະກັນຕໍ່ການປະຕິບັດງານຂອງອົງການປິ່ນປົວຂັ້ນເມືອງ ແລະ ຂັ້ນຮາກຖານ. ປັບປຸງພາລະບົດບາດ ແລະ ຈຸດທີ່ຕັ້ງຂອງອົງການປິ່ນປົວໃຫ້ດີຂຶ້ນ, ປະຕິບັດໂຄງການສ້າງຄວາມເຂັ້ມແຂງຂັ້ນພື້ນຖານດ້ານການປິ່ນປົວ ແລະ ສາທາລະນະສຸກ ພ້ອມທັງຊຸກຍູ້ການພັດທະນາດ້ານດີຈີຕອນ ແລະ ອັດສະລິຍະໃນຂົງເຂດສຸຂະພາບທົ່ວປວງຊົນ. ເພີ່ມທະວີການປ້ອງກັນ ແລະ ຄວບຄຸມສັງລວມຕໍ່ພະຍາດຊຳເຮື້ອ, ພັດທະນາການບໍລິການທົ່ວຂະບວນການຕໍ່ການປ້ອງກັນ ແລະ ປິ່ນປົວພະຍາດ ແລະ ການຄຸ້ມຄອງສຸຂະພາບ. ຍົກຄວາມສາມາດປິ່ນປົວສຸກເສີນ, ປະຖົມພະຍາບານ, ຮັບປະກັນໃນການໃຊ້ເລືອດ ແລະ ຮັບມືສຸກເສີນໃຫ້ສູງຂຶ້ນຢ່າງຮອບດ້ານ. ເພີ່ມຄວາມສາມາດ ແລະ ການກໍ່ສ້າງແບບແຜນຂອງຖັນແຖວພະນັກງານດ້ານການປິ່ນປົວ ແລະ ສາທາລະນະສຸກ. ຊຸກຍູ້ການສືບທອດ ແລະ ປະດິດສ້າງໃໝ່ກ່ຽວກັບຢາ ແລະ ການແພດພື້ນເມືອງຈີນ ພ້ອມທັງຊຸກຍູ້ແພດພື້ນເມືອງຈີນ ແລະ ແພດສາກົນປະສານສົມທົບກັນ. ສະໜັບສະໜູນການພັດທະນາຢາປະເພດປະດິດສ້າງໃໝ່ ແລະ ອຸປະກອນປິ່ນປົວ. ເພີ່ມທະວີການບໍລິການດ້ານສຸຂະພາບທາງຈິດໃຈ ແລະ ສາທາລະນະສຸກທາງຈິດໃຈ.
(43) ຊຸກຍູ້ການພັດທະນາປະຊາກອນດ້ວຍຄຸນນະພາບສູງ. ບູລະນະລະບົບການບໍລິການປະຊາກອນທີ່ປົກຄຸມທຸກກຸ່ມຄົນ ແລະ ຕະຫຼອດຊີວິດ. ສົ່ງເສີມທັດສະນະການແຕ່ງດອງ ແລະ ການປະສູດທີ່ຕັ້ງໜ້າ, ປັບປຸງນະໂຍບາຍສະໜັບສະໜູນແລະ ມາດຕະການຊຸກຍູ້ສົ່ງເສີມການປະສູດໃຫ້ດີຂຶ້ນ, ເສີມຂະຫຍາຍບົດບາດຂອງນະໂຍບາຍເງິນອຸດໜູນການປະສູດ ແລະ ຫັກອັດຕາອາກອນລາຍຮັບສ່ວນບຸກຄົນໃຫ້ຕ່ຳລົງເພື່ອຫຼຸດຄ່າປະສູດ, ການລ້ຽງດູ ແລະ ການສຶກສາອົບຮົມລູກຂອງຄອບຄົວໃຫ້ຕ່ຳລົງ. ບູລະນະລະບຽບການປະກັນໄພການປະສູດໃຫ້ສົມບູນຂຶ້ນ, ຈັດຕັ້ງປະຕິບັດລະບຽບການພັກການສຳລັບການປະສູດໃຫ້ດີ, ປະຕິບັດການເຄື່ອນໄຫວເອົາໃຈໃສ່ການຖືພາໃນໄລຍະຕົ້ນ ແລະ ແຜນການຍົກຄວາມສາມາດປ້ອງກັນ ແລະ ປິ່ນປົວຕອນຖືພາ ແລະ ການປະສູດທີ່ມີຄວາມບົກຜ່ອງ. ລົງເລິກດຳເນີນຈຸດທົດລອງຕົວແບບໃຫ້ເງິນອຸດໜູນແກ່ການບໍລິການພະຍາບານລູກ ແລະ ການປະສູດ, ພັດທະນາການບໍລິການການປະສູດ ແລະ ການລ້ຽງດູລູກອ່ອນເປັນເອກະພາບກັນແບບສ້າງຜົນປະໂຫຍດໃຫ້ທົ່ວເຖິງ ພ້ອມທັງບູລະນະລະບຽບການທີ່ກ່ຽວຂ້ອງໃຫ້ສົມບູນຂຶ້ນ. ເພີ່ມທະວີການບໍລິການດ້ານສຸຂະພາບຕໍ່ແມ່ຍິງ ແລະ ເດັກນ້ອຍ. ຕັ້ງໜ້າຮັບມືກັບສະພາບການທີ່ມີປະຊາກອນຜູ້ອາຍຸສູງຫຼາຍຂຶ້ນ, ບູລະນະນະໂຍບາຍ ແລະ ກົນໄກໃຫ້ພາລະກິດ ແລະ ອຸດສາຫະກຳລ້ຽງດູຜູ້ເຖົ້າພັດທະນາຢ່າງກົມກຽວກັນ. ປັບປຸງການສະໜອງການບໍລິການລ້ຽງດູຜູ້ເຖົ້າຂັ້ນພື້ນຖານໃຫ້ດີຂຶ້ນ, ບູລະນະເຄືອຂ່າຍບໍລິການລ້ຽງດູຜູ້ເຖົ້າໃນຕົວເມືອງ ແລະ ຊົນນະບົດໃຫ້ສົມບູນຂຶ້ນ, ເພີ່ມທະວີການດັດສ້າງສິ່ງກໍ່ສ້າງສາທາລະນະທີ່ເປັນມິດຕໍ່ຜູ້ເຖົ້າ ແລະ ສິ່ງອຳນວຍຄວາມສະດວກສຳລັບຄົນພິການ. ພັດທະນາການບໍລິການການປິ່ນປົວ ແລະ ການອົບຮົມ, ການປິ່ນປົວ ແລະ ການລ້ຽງດູປະສານສົມທົບກັນ. ປະຕິບັດການປະກັນໄພສຳລັບການບົວລະບັດຄົນເຈັບໄລຍະຍາວ, ປັບປຸງລະບົບເບິ່ງແຍງດູແລຜູ້ເຖົ້າທີ່ເສຍຄວາມສາມາດຊ່ວຍເຫຼືອຕົນເອງ ແລະ ເສຍສະຕິໃຫ້ສົມບູນຂຶ້ນ, ເປີດກວ້າງການສະໜອງການບໍລິການດ້ານການບົວລະບັດເພື່ອຟື້ນຟູສຸຂະພາບ, ການປິ່ນປົວ ແລະ ການບົວລະບັດຄົນເຈັບໃຫ້ຢູ່ຢ່າງສະຫງົບ. ຈັດຕັ້ງປະຕິບັດການແກ່ຍາວເວລາອອກຮັບບຳນານຕາມກົດໝາຍແບບຄ່ອຍເປັນຄ່ອຍໄປ, ບູລະນະນະໂຍບາຍຈຳກັດອາຍຸໃນດ້ານການປະກອບອາຊີບ ແລະ ການປະກັນສັງຄົມໃຫ້ສົມບູນຂຶ້ນ, ຕັ້ງໜ້າພັດທະນາຊັບພະຍາກອນມະນຸດທີ່ເປັນຜູ້ເຖົ້າ ພ້ອມທັງພັດທະນາເສດຖະກິດກ່ຽວກັບຜູ້ເຖົ້າ(ເສດຖະກິດຜົມງອກ).
(44) ຊຸກຍູ້ຄວາມສະເໝີພາບດ້ານການບໍລິການສາທາລະນະຂັ້ນພື້ນຖານຢ່າງໜັກແໜ້ນ. ສ້າງມາດຕະຖານຕີລາຄາຄວາມສະເໝີພາບດ້ານການບໍລິການສາທາລະນະຂັ້ນພື້ນຖານ, ບູລະນະຂອບເຂດ ແລະ ເນື້ອໃນການບໍລິການສາທາລະນະຂັ້ນພື້ນຖານໃຫ້ສົມບູນຂຶ້ນ, ວາງເປົ້າໝາຍ, ຊ່ອງທາງ ແລະ ມາດຕະການ ເພື່ອບັນລຸຄວາມສະເໝີພາບດ້ານການບໍລິການສາທາລະນະຂັ້ນພື້ນຖານ, ຊຸກຍູ້ການໃຫ້ການບໍລິການສາທາລະນະໄປເຖິງຂັ້ນຮາກຖານ, ປົກຄຸມຊົນນະບົດ ແລະ ງ່ຽງໄປສູ່ເຂດຫ່າງໄກສອກຫຼີກ ແລະ ປະຊາຊົນທີ່ມີຄວາມຫຍຸ້ງຍາກດ້ານການດຳລົງຊີວິດໃຫ້ຫຼາຍກວ່າເກົ່າ, ບູລະນະກົນໄກຈັດສັນຊັບພະຍາກອນສາທາລະນະທີ່ສອດຄ່ອງກັບປະຊາກອນຢູ່ຄົງທີ່. ເພີ່ມທະວີການປະສານສົມທົບການສະໜອງການບໍລິການສາທາລະນະຂັ້ນພື້ນຖານໃນຂັ້ນເມືອງຢ່າງເປັນເອກະພາບກັນ ແລະ ບູລະນະກົນໄກໄລຍະຍາວແຫ່ງການຮັບປະກັນການລົງທຶນໃຫ້ສົມບູນຂຶ້ນ. ລົງເລິກການປະຕິຮູບໜ່ວຍງານພາລະກິດຢ່າງຮອບດ້ານ.
ສິບສອງ: ເລັ່ງລັດການພັດທະນາເສດຖະກິດ-ສັງຄົມ ໃຫ້ຫັນເປັນສີຂຽວຢ່າງຮອບດ້ານ, ສ້າງສາປະເທດຈີນທີ່ສວຍງາມ
ການພັດທະນາແບບສີຂຽວແມ່ນສີພື້ນຖານທີ່ສົດໃສແຫ່ງຄວາມທັນສະໄໝແບບຈີນ. ສ້າງ ແລະ ຈັດຕັ້ງປະຕິບັດແນວຄວາມຄິດພູຂຽວນ້ຳໃສກໍແມ່ນພູເງິນພູຄຳຢ່າງໝັ້ນແກ່ນ, ຖືເອົາການລະບາຍກາກບອນເຖິງລະດັບສູງສຸດ ແລະ ການປອດການລະບາຍກາກບອນເປັນການນຳພາ, ປະສານສົມທົບຊຸກຍູ້ການຫຼຸດການລະບາຍກາກບອນ, ຫຼຸດການລະບາຍມົນລະພິດ, ເປີດກວ້າງພື້ນທີ່ສີຂຽວ ແລະ ຮັກສາການເຕີບໂຕໄປພ້ອມກັນ, ສ້າງກຳແພງຄວາມປອດໄພດ້ານນິເວດທີ່ໝັ້ນຄົງ ແລະ ເພີ່ມພະລັງຂັບເຄື່ອນການພັດທະນາແບບສີຂຽວ.
(45) ລົງເລິກຊຸກຍູ້ການປ້ອງກັນ ແລະ ປົວແປງມົນລະພິດ ແລະ ປັບປຸງລະບົບນິເວດໃຫ້ດີຂຶ້ນຢ່າງຕໍ່ເນື່ອງ. ຍຶດໝັ້ນການອະນຸລັກສິ່ງແວດລ້ອມເພື່ອປະຊາຊົນ, ຈັດຕັ້ງປະຕິບັດການປົວແປງມົນລະພິດຕາມກົດໝາຍ ແລະ ຫຼັກວິທະຍາສາດຢ່າງຖືກຕ້ອງທີ່ສຸດ ແລະ ຮອບດ້ານ. ຍິ່ງເອົາໃຈໃສ່ການປົວແປງຕົ້ນກຳເນີດ, ເພີ່ມທະວີການປະສານສົມທົບລະຫວ່າງການຫຼຸດການລະບາຍມົນລະພິດກັບການຫຼຸດການລະບາຍກາກບອນ, ການປະສານສົມທົບກັນໃນການຄວບຄຸມມົນລະພິດຫຼາຍຊະນິດ ແລະ ການປະສານສົມທົບກັນລະຫວ່າງຫຼາຍເຂດແຄວ້ນ, ລົງເລິກປະຕິບັດບັ້ນປົກປ້ອງທ້ອງຟ້າສີຄາມ, ນ້ຳໃສ ແລະ ດິນສະອາດ. ເລັ່ງຈັດຕັ້ງປະຕິບັດລະບຽບການຕິດຕາມຄຸ້ມຄອງແຫຼ່ງລະບາຍມົນລະພິດຄົງທີ່ທີ່ຖືເອົາລະບຽບການອະນຸມັດການລະບາຍມົນລະພິດເປັນແກນກາງ. ຈັດຕັ້ງປະຕິບັດການເຄື່ອນໄຫວປົວແປງສັງລວມຕໍ່ສິ່ງເສດເຫຼືອເປັນກ້ອນ. ເພີ່ມທະວີການປ້ອງກັນ ແລະ ຄວບຄຸມຕໍ່ຄວາມສ່ຽງດ້ານສິ່ງແວດລ້ອມ, ລົງເລິກຊຸກຍູ້ການປົວແປງມົນລະພິດໃໝ່. ບູລະນະມາດຕະຖານ, ການຕິດຕາມກວດກາ, ລະບຽບການປະເມີນ ແລະ ກວດສອບສິ່ງແວດລ້ອມນິເວດໃຫ້ສົມບູນຂຶ້ນ.
ຍຶດໝັ້ນການອະນຸລັກຢ່າງເປັນເອກະພາບ ແລະ ການປົວແປງຢ່າງເປັນລະບົບຕໍ່ພູຜາ, ແມ່ນ້ຳ, ປ່າໄມ້, ທົ່ງນາ, ໜອງບຶງ, ທົ່ງຫຍ້າ ແລະ ທະເລຊາຍ, ຊຸກຍູ້ການອະນຸລັກລະບົບນິເວດສຳຄັນ ແລະ ໂຄງການປົວແປງຟື້ນຟູສຳຄັນຢ່າງເປັນເອກະພາບກັນ. ຮັກສາເສັ້ນແດງໃນການອະນຸລັກລະບົບນິເວດຢ່າງເດັດຂາດ, ຊຸກຍູ້ການສ້າງສາລະບົບເຂດສະຫງວນທຳມະຊາດທີ່ຖືເອົາສວນສາທາລະນະແຫ່ງຊາດເປັນຫຼັກ ແລະ ສ້າງຕັ້ງສວນສາທາລະນະແຫ່ງຊາດໃໝ່ຢ່າງເປັນລະບຽບ. ເພີ່ມທະວີການປົກປ້ອງຊີວະນາໆ ພັນ. ດຳເນີນການປະເມີນປະສິດທິຜົນໃນການອະນຸລັກ ແລະ ປົວແປງຟື້ນຟູລະບົບນິເວດ. ດຳເນີນການເຄື່ອນໄຫວຫັນປ່ຽນດິນແດນແຫ່ງຊາດໃຫ້ກາຍເປັນສີຂຽວຢ່າງຂະໜາດໃຫຍ່ຕາມຫຼັກວິທະຍາສາດ, ເອົາຊະນະໃນບັ້ນສ້າງໂຄງການປ່າໄມ້ປ້ອງກັນຢູ່ພາກຕາເວັນຕົກສຽງເໜືອ, ພາກເໜືອ ແລະ ພາກຕາເວັນອອກສຽງເໜືອເປັນຢ່າງດີ. ເພີ່ມທະວີການສ້າງກຳແພງນິເວດຢູ່ພູພຽງຊິງໄຫ-ຕິເບດ ແລະ ເຂດອື່ນໆ. ບູລະນະກົນໄກຊົດເຊີຍນິເວດທີ່ມີຫຼາຍຮູບແບບ ແລະ ເປີດກວ້າງຊ່ອງທາງບັນລຸຄຸນຄ່າຜະລິດຕະພັນນິເວດຕາມສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ. ເພີ່ມທະວີການປົວແປງຢ່າງເປັນລະບົບ ແລະ ການອະນຸລັກສິ່ງແວດລ້ອມນິເວດຢູ່ຕາມແມ່ນ້ຳລຳເຊ, ໜອງບຶງ ແລະ ອ່າງເກັບນ້ຳຕ່າງໆ ທີ່ສຳຄັນ. ປະຕິບັດການຫ້າມປະມົງຢູ່ແມ່ນ້ຳຢາງຊີກຽງເປັນເວລາ 10 ປີໃຫ້ດີ.
(46) ເລັ່ງການສ້າງລະບົບພະລັງງານແບບໃໝ່. ຍົກອັດຕາສ່ວນການສະໜອງພະລັງງານໃໝ່ຢ່າງຕໍ່ເນື່ອງ ເພື່ອຊຸກຍູ້ການເຂົ້າທົດແທນພະລັງງານຟອດຊິວຢ່າງປອດໄພ, ໄວ້ໃຈໄດ້ ແລະ ຢ່າງເປັນລະບຽບ, ສຸມໃສ່ການສ້າງສາລະບົບພະລັງງານໄຟຟ້າແບບໃໝ່ ເພື່ອສ້າງປະເທດພະລັງງານທີ່ເຂັ້ມແຂງ. ຍຶດໝັ້ນພັດທະນາພະລັງງານລົມ, ພະລັງງານແສງຕາເວັນ, ພະລັງງານ້ຳ ແລະ ພະລັງງານນິວເຄລຍໄປພ້ອມກັນ, ພິຈາລະນາໃຫ້ໃຊ້ພະລັງງານເຫຼົ່ານີ້ຢູ່ກັບທີ່ ແລະ ສົ່ງໄປຕ່າງຖິ່ນຢ່າງເປັນເອກະພາບກັນ, ຊຸກຍູ້ການພັດທະນາພະລັງງານສະອາດດ້ວຍຄຸນນະພາບສູງ. ເພີ່ມທະວີການນຳໃຊ້ພະລັງງານຟອດຊິວຢ່າງສະອາດ ແລະ ມີປະສິດທິພາບສູງ, ຊຸກຍູ້ການຍົກລະດັບການຜະລິດໄຟຟ້າດ້ວຍຖ່ານຫີນ ແລະ ການທົດແທນຖ່ານຫີນຍ່ອຍ. ຍົກຄວາມດຸນດ່ຽງ, ຄວາມສະໝ່ຳສະເໝີ, ລະດັບຄວາມປອດໄພ ແລະ ຄວາມໜຽວແໜ້ນຂອງລະບົບພະລັງງານໄຟຟ້າໃຫ້ສູງຂຶ້ນຢ່າງຮອບດ້ານ, ສ້າງຕັ້ງລະບົບເປັ່ງນ້ຳເພື່ອສະສົມພະລັງງານຕາມຫຼັກວິທະຍາສາດ, ອອກແຮງພັດທະນາການສະສົມພະລັງງານແບບໃໝ່, ເລັ່ງສ້າງຕາຂ່າຍໄຟຟ້າອັດສະລິຍະ ແລະ ຕາຂ່າຍໄຟຟ້າຂະໜາດນ້ອຍພິເສດ. ຍົກລະດັບການໃຊ້ໄຟຟ້າຢູ່ຜະລິດຕະພັນປາຍທາງໃຫ້ສູງຂຶ້ນ, ຊຸກຍູ້ການບໍລິໂພກພະລັງງານແບບສີຂຽວ ແລະ ກາກບອນຕ່ຳ. ເລັ່ງການບູລະນະກົນໄກຕະຫຼາດ ແລະ ກົນໄກລາຄາທີ່ສອດຄ່ອງກັບລະບົບພະລັງງານແບບໃໝ່ໃຫ້ສົມບູນຂຶ້ນ.
(47) ຊຸກຍູ້ ແລະ ບັນລຸເປົ້າໝາຍການລະບາຍກາກບອນເຖິງຈຸດສູງສຸດຢ່າງຕັ້ງໜ້າ ແລະ ໜັກແໜ້ນ. ປະຕິບັດລະບຽບການຄວບຄຸມຍອດປະລິມານລະບາຍກາກບອນ ແລະ ຄວາມແຮງໃນການລະບາຍໄປພ້ອມກັນ. ລົງເລິກປະຕິບັດການດັດສ້າງແບບປະຢັດພະລັງງານ ແລະ ຫຼຸດການລະບາຍກາກບອນ. ຊຸກຍູ້ການບໍລິໂພກຖ່ານຫີນ ແລະ ນ້ຳມັນເຊື້ອໄຟໃຫ້ເຖິງຈຸດສູງສຸດ. ປັບປຸງລະບົບສະຖິຕິ ແລະ ໄລ່ລຽງການລະບາຍກາກບອນໃຫ້ສົມບູນຂຶ້ນ, ຈັດຕັ້ງປະຕິບັດນະໂຍບາຍ ແລະ ລະບຽບການຕ່າງໆ ເຊັ່ນ: ການກວດສອບກາກບອນທ້ອງຖິ່ນ, ການຄຸ້ມຄອງ ແລະ ຄວບຄຸມກາກບອນຕາມຂະແໜງການ, ການຄຸ້ມຄອງກາກບອນຕາມວິສາຫະກິດ, ການຕີລາຄາກາກບອນຕໍ່ໂຄງການ, ຮ່ອງຮອຍກາກບອນຂອງຜະລິດຕະພັນ ແລະ ອື່ນໆ. ພັດທະນາພະລັງງານແບບກະແຈກກະຈາຍ, ສ້າງໂຮງງານ ແລະ ເຂດສວນປອດການລະບາຍກາກບອນ. ເປີດກວ້າງຂອບເຂດປົກຄຸມຕະຫຼາດຄ້າ-ຂາຍສິດລະບາຍກາກບອນໃນຂອບເຂດທົ່ວປະເທດ, ເລັ່ງການສ້າງຕະຫຼາດຄ້າ-ຂາຍຫຼຸດການລະບາຍອາຍພິດເຮືອນແກ້ວແບບສະໝັກໃຈ. ສ້າງ ແລະ ບູລະນະລະບົບມາດຕະຖານສີຂຽວ ແລະ ກາກບອນຕ່ຳໃຫ້ສົມບູນຂຶ້ນ, ຊຸກຍູ້ ແລະ ນຳພາການປັບປຸງລະບຽບການ ແລະ ມາດຕະຖານສາກົນໃຫ້ສົມບູນຂຶ້ນ ພ້ອມທັງຊຸກຍູ້ ແລະ ນຳພາການເຊື່ອມຕໍ່ ແລະ ການຮັບຮອງລະບຽບການ ແລະ ມາດຕະຖານເຫຼົ່ານີ້ເຊິ່ງກັນ ແລະ ກັນກັບຝ່າຍກົງກັນຂ້າມ. ບູລະນະລະບົບປະຕິບັດງານທີ່ສອດຄ່ອງກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອຍົກສູງຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ໂດຍສະເພາະແມ່ນຮັບມືກັບສະພາບອາກາດທີ່ຜິດປົກກະຕິ.
(48) ເລັ່ງການສ້າງວິທີການຜະລິດ ແລະ ວິຖີຊີວິດສີຂຽວ. ລົງເລິກຊຸກຍູ້ການຄຸ້ມຄອງ ແລະ ຄວບຄຸມການແບ່ງເຂດສິ່ງແວດລ້ອມນິເວດ, ເພີ່ມທະວີການເຊື່ອມຕໍ່ກັບການວາງແຜນພື້ນທີ່ດິນແດນແຫ່ງຊາດ ແລະ ປະສານສົມທົບກັບການປັບປຸງສະພາບອຸດສາຫະກຳໃຫ້ດີຂຶ້ນ. ຊຸກຍູ້ການພັດທະນາໄປຕາມທິດສີຂຽວ ແລະ ກາກບອນຕ່ຳຢູ່ໃນຂົງເຂດຈຸດສຸມຕ່າງໆ ເຊັ່ນ: ອຸດສາຫະກຳ, ການສ້າງສາຕົວເມືອງ ແລະ ຊົນນະບົດ, ຄົມມະນາຄົມຂົນສົ່ງ, ພະລັງງານ ແລະ ອື່ນໆ. ບູລະນະລະບຽບການຄຸ້ມຄອງຍອດປະລິມານຊັບພະຍາກອນ ແລະ ປະຢັດຢ່າງຮອບດ້ານໃຫ້ສົມບູນຂຶ້ນ, ຍົກລະດັບການແບ່ງປະເພດ ແລະ ນຳໃຊ້ຂີ້ເຫຍື້ອມາເປັນຊັບພະຍາກອນໃຫ້ສູງຂຶ້ນ, ຊຸກຍູ້ການພັດທະນາເສດຖະກິດໝູນວຽນ. ສ້າງເຂດທົດລອງອະລິຍະທຳດ້ານນິເວດແຫ່ງຊາດຢ່າງຕໍ່ເນື່ອງ, ສ້າງເຂດນຳໜ້າການສ້າງປະເທດຈີນທີ່ສວຍງາມ ແລະ ສ້າງສະຖານທີ່ນຳໜ້າການພັດທະນາແບບສີຂຽວ. ຈັດຕັ້ງປະຕິບັດນະໂຍບາຍການເງິນ, ສ່ວຍສາອາກອນ, ການທະນາຄານ, ການລົງທຶນ, ລາຄາ, ວິທະຍາສາດເຕັກໂນໂລຊີ ແລະ ການອະນຸລັກສິ່ງແວດລ້ອມ ເພື່ອຊຸກຍູ້ການພັດທະນາສີຂຽວ ແລະ ກາກບອນຕ່ຳ. ບູລະນະກົນໄກຊຸກຍູ້ສົ່ງເສີມການບໍລິໂພກສີຂຽວໃຫ້ສົມບູນຂຶ້ນ, ເຜີຍແຜ່ວິຖີຊີວິດສີຂຽວ ແລະ ກາກບອນຕ່ຳ.
ສິບສາມ: ຊຸກຍູ້ຄວາມທັນສະໄໝຂອງລະບົບ ແລະ ຄວາມສາມາດດ້ານຄວາມໝັ້ນຄົງແຫ່ງຊາດ, ສ້າງສາຈີນທີ່ມີຄວາມສະຫງົບປອດໄພທີ່ມີລະດັບສູງກວ່າເກົ່າ
ການສ້າງຈີນທີ່ມີຄວາມສະຫງົບປອດໄພ ແມ່ນເນື້ອໃນສຳຄັນແຫ່ງຄວາມທັນສະໄໝແບບຈີນ. ຈັດຕັ້ງປະຕິດບັດທັດສະນະຄວາມໝັ້ນຄົງແຫ່ງຊາດໂດຍລວມຢ່າງເດັດດ່ຽວໜຽວແໜ້ນ, ເດີນຕາມເສັ້ນທາງຄຸ້ມຄອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຮັບປະກັນໃຫ້ສັງຄົມມີທັງຊີວິດຊີວາ ແລະ ຄວາມເປັນລະບຽບແບບແຜນ.
(49) ບູລະນະລະບົບຄວາມໝັ້ນຄົງແຫ່ງຊາດໃຫ້ສົມບູນຂຶ້ນ. ປັບປຸງລະບົບການນຳພາຄວາມໝັ້ນຄົງແຫ່ງຊາດທີ່ໂຮມສູນເປັນເອກະພາບກັນ, ມີປະສິດທິພາບສູງ ແລະ ມີອິດທິພົນ, ເລັ່ງການສ້າງສະພາບຄວາມໝັ້ນຄົງໃໝ່, ເພີ່ມທະວີການປົກປັກຮັກສາ ແລະ ເສີມສ້າງຄວາມເປັນເຈົ້າການແຫ່ງຍຸດທະສາດຄວາມໝັ້ນຄົງແຫ່ງຊາດ. ຍຶດໝັ້ນຖືເອົາຍຸດທະສາດເປັນການນຳພາ, ເອົານະໂຍບາຍມາເປັນການປະຕິບັດ, ການປົກຄອງຕາມກົດໝາຍເປັນສິ່ງຄ້ຳປະກັນ ແລະ ການປ້ອງກັນ ແລະ ຄວບຄຸມຄວາມສ່ຽງເປັນຈຸດເອົາໃຈໃສ່, ບູລະນະລະບົບການປົກຄອງຕາມກົດໝາຍ, ລະບົບຍຸດທະສາດ, ລະບົບນະໂຍບາຍ ແລະ ລະບົບປ້ອງກັນ ແລະຄວບຄຸມຄວາມສ່ຽງໃນຂົງເຂດຄວາມໝັ້ນຄົງແຫ່ງຊາດ. ເພີ່ມທະວີກົນໄກປະສານສົມທົບຕໍ່ຂົງເຂດຈຸດສຸມ ແລະ ບັນຫາສຳຄັນໃນດ້ານຄວາມໝັ້ນຄົງແຫ່ງຊາດ, ຍົກປະສິດທິພາບໃນການຮັບມືສຸກເສີນ ແລະ ຮັບມືກັບການປ່ຽນແປງໃຫ້ສູງຂຶ້ນ. ຈັດຕັ້ງປະຕິບັດລະບຽບການກ່ຽວກັບພາລະໜ້າທີ່ດ້ານຄວາມໝັ້ນຄົງແຫ່ງຊາດ, ຊຸກຍູ້ໃຫ້ທຸກຕ່ອງໂສ້ ແລະ ທຸກປັດໄຈສຳຄັນປະສານສົມທົບກັນ ເພື່ອຈໍ່ຕົວຂຶ້ນເປັນລະບົບ ແລະ ກຳລັງລວມ. ບູລະນະກົນໄກຄວາມໝັ້ນຄົງແຫ່ງຊາດທີ່ພົວພັນກັບຕ່າງປະເທດ, ສ້າງລະບົບຮັບປະກັນຄວາມໝັ້ນຄົງຢູ່ຕ່າງປະເທດ, ເພີ່ມທະວີການຕ້ານການລົງໂທດ, ການແຊກແຊງ ແລະ ຕ້ານການຄອບຄອງອຳນາດແບບກ້າວກ່າຍ, ລົງເລິກການຮ່ວມມືດ້ານຄວາມໝັ້ນຄົງການປະຕິບັດກົດໝາຍສາກົນ, ຊຸກຍູ້ການບູລະນະການບໍລິຫານດ້ານຄວາມໝັ້ນຄົງທົ່ວໂລກ. ເພີ່ມທະວີການສຶກສາອົບຮົມດ້ານຄວາມໝັ້ນຄົງແຫ່ງຊາດ ແລະ ສ້າງຮົ້ວປ້ອງກັນປະຊາຊົນໃຫ້ໝັ້ນແກ່ນ.
(50) ເພີ່ມທະວີການສ້າງສາຄວາມສາມາດດ້ານຄວາມໝັ້ນຄົງແຫ່ງຊາດໃນຂົງເຂດຈຸດສຸມ. ຫຼໍ່ຫຼອມຄວາມສາມາດດ້ານຄວາມໝັ້ນຄົງແຫ່ງຊາດທີ່ຕິດແທດຕົວຈິງ, ສຸມໃສ່ຮັບປະກັນຄວາມໝັ້ນຄົງສຳຄັນທີ່ພົວພັນເຖິງຄວາມໝັ້ນຄົງຖາວອນແຫ່ງຊາດ, ຄວາມປອດໃສ ແລະ ຄວາມໝັ້ນທ່ຽງດ້ານເສດຖະກິດ ລວມເຖິງຄວາມຢູ່ເຢັນເປັນສຸກຂອງປະຊາຊົນ, ຈັດເອົາການປົກປ້ອງຄວາມໝັ້ນຄົງທາງການເມືອງໄວ້ຢູ່ຖານະອັນດັບໜຶ່ງ. ສ້າງພື້ນຖານຄວາມໝັ້ນຄົງແຫ່ງຊາດທີ່ໜັກແໜ້ນ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຊັບພະຍາກອນພະລັງງານ, ຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງທີ່ສຳຄັນ ແລະ ສິ່ງກໍ່ສ້າງພື້ນຖານໂຄງລ່າງທີ່ສຳຄັນ, ເພີ່ມທະວີການສຳຫຼວດຊອກຄົ້ນ, ການຂຸດຄົ້ນ, ການພັດທະນາ ແລະ ການສະສົມຊັບພະຍາກອນບໍ່ແຮ່ທີ່ມີລັກສະນະຍຸດທະສາດ, ຍົກລະດັບການນຳໃຊ້ແບບປະຢັດ ແລະ ແບບມີຄວາມໝັ້ນຄົງຕໍ່ຊັບພະຍາກອນນ້ຳໃຫ້ສູງຂຶ້ນ, ປົກປັກຮັກສາຄວາມໝັ້ນຄົງຂອງຊ່ອງທາງຍຸດທະສາດ, ຊຸກຍູ້ການສ້າງເຂດທີ່ໝັ້ນຍຸດທະສາດແຫ່ງຊາດ ແລະ ອຸດສາຫະກຳສຳຄັນເປັນພິເສດສະບັບສຳຮອງ. ເພີ່ມທະວີການສ້າງສາຄວາມສາມາດໃນດ້ານຄວາມໝັ້ນຄົງແຫ່ງຊາດໃນຂົງເຂດຈະເລີນໃໝ່ຕ່າງໆ ເຊັ່ນ: ອິນເຕີເນັດ, ຂໍ້ມູນຂ່າວສານ, ປັນຍາປະດິດ, ຊີວະພາບ, ລະບົບນິເວດ, ນິວເຄລຍ, ອະວະກາດ, ທະເລຊັ້ນເລິກ, ເຂດຂົ້ວໂລກ, ເຂດອາກາດຕ່ຳ ແລະ ອື່ນໆ. ຍົກຄວາມສາມາດປ້ອງກັນ ແລະ ແກ້ໄຂຄວາມສ່ຽງໃນຂົງເຂດຈຸດສຸມຕ່າງໆ ໃຫ້ສູງຂຶ້ນ, ຊຸກຍູ້ການແກ້ໄຂຄວາມສ່ຽງໃນຂົງເຂດອະສັງຫາລິມະຊັບ, ໜີ້ສິນຂອງອົງການປົກຄອງທ້ອງຖິ່ນ ແລະ ອົງການການທະນາຄານຂະໜາດກາງ ແລະ ນ້ອຍຢ່າງເປັນລະບຽບ, ປ້ອງກັນບໍ່ໃຫ້ເກີດຄວາມສ່ຽງລັກສະນະທີ່ເປັນລະບົບ.
(51) ຍົກລະດັບການຄຸ້ມຄອງຄວາມໝັ້ນຄົງສາທາລະນະໃຫ້ສູງຂຶ້ນ. ບູລະນະລະບົບຄວາມໝັ້ນຄົງສາທາລະນະໃຫ້ສົມບູນຂຶ້ນ, ຊຸກຍູ້ໃຫ້ຮູບແບບຄຸ້ມຄອງຄວາມໝັ້ນຄົງສາທາລະນະຂະຫຍາຍໄປສູ່ການປ້ອງກັນເຫດ. ເພີ່ມທະວີການຕິດຕາມ, ການພະຍາກອນອາກາດ ແລະ ການເຕືອນໄພດ້ານອຸຕຸນິຍົມ, ລະບົບນ້ຳ ແລະ ທໍລະນີ, ຍົກຄວາມສາມາດແກ້ໄຂ ແລະ ຮັບປະກັນດ້ານການປ້ອງກັນໄພພິບັດ, ຫຼຸດຜ່ອນໄພພິບັດ ແລະ ຊ່ວຍເຫຼືອໄພພິບັດ, ລວມທັງເຫດການສຸກເສີນສາທາລະນະທີ່ສຳຄັນໃຫ້ສູງຂຶ້ນ, ເພີ່ມທະວີວຽກງານໃນດ້ານການບັນຊາຮັບມືສຸກເສີນ, ການຜະລິດຢ່າງປອດໄພ, ຄວາມປອດໄພທາງອາຫານການກິນ ແລະ ການຢາ ແລະ ອື່ນໆ. ຍົກລະດັບຄວາມປອດໄພຂອງສິ່ງກໍ່ສ້າງພື້ນຖານໂຄງລ່າງທີ່ສຳຄັນໃຫ້ສູງຂຶ້ນ, ສະກັດກັ້ນບໍ່ໃຫ້ເກີດອຸບັດເຫດໃຫຍ່ພິເສດຢ່າງບັງເກີດຜົນ. ລົງເລິກການສ້າງລະບົບ, ຄວາມສາມາດປ້ອງກັນ ແລະ ຄວບຄຸມໂດຍລວມຕໍ່ວຽກງານປ້ອງກັນຄວາມສະຫງົບທາງສັງຄົມ, ຈັດຕັ້ງປະຕິບັດພາລະໜ້າທີ່ປົກປັກຮັກສາສະຖຽນລະພາບທາງສັງຄົມ, ຂະຫຍາຍກຳລັງປ້ອງກັນ ແລະ ກຳລັງປົກຄອງດ້ວຍປວງຊົນໃຫ້ເຕີບໃຫຍ່ຂະຫຍາຍຕົວ, ບູລະນະກົນໄກການປາບປາມກຸ່ມອາດຊະຍາກຳຢ່າງເປັນປົກກະຕິໃຫ້ສົມບູນຂຶ້ນ, ເພີ່ມຄວາມແຮງໃນການປ້ອງກັນ ແລະ ປາບປາມການຫຼອກລວງທາງໂທລະຄົມ ແລະ ອິນເຕີເນັດ, ການກະທຳຜິດກ່ຽວກັບຢາເສບຕິດ ແລະ ອື່ນໆ. ຊຸກຍູ້ການສ້າງສູນປົກຄອງສັງລວມໃຫ້ເປັນແບບສະບັບ. ລົງເລິກການປົກຄອງສັງລວມຕໍ່ຄວາມປອດໄພດ້ານພື້ນທີ່ອິນເຕີເນັດ, ເພີ່ມທະວີການປົກປ້ອງຂໍ້ມູນສ່ວນບຸກຄົນ. ເພີ່ມທະວີການປ້ອງກັນ ແລະ ແກ້ໄຂຕໍ່ການກະທຳຜິດຂອງຜູ້ທີ່ມີອາຍຸບໍ່ເຖິງກະສຽນ. ຈັດຕັ້ງປະຕິບັດນະໂຍບາຍດ້ານອາຍາທີ່ຜ່ອນຍານ ແລະ ເຄັ່ງຄັດປະສົມປະສານກັນຢ່າງຖືກຕ້ອງ ແລະ ຮອບດ້ານ, ລົງໂທດການກະທຳຜິດຕ່າງໆ ຕາມກົດໝາຍ, ຍົກຄຸນນະພາບ ແລະ ປະສິດທິພາບໃນການລົງໂທດທາງອາຍາໃຫ້ສູງຂຶ້ນ.
(52) ບູລະນະລະບົບຄຸ້ມຄອງສັງຄົມໃຫ້ສົມບູນຂຶ້ນ. ຍຶດໝັ້ນການຄຸ້ມຄອງ ຢ່າງເປັນລະບົບ, ຄຸ້ມຄອງຕາມກົດໝາຍ, ຄຸ້ມຄອງແບບສັງລວມ ແລະ ຄຸ້ມຄອງ ຈາກຕົ້ນກຳເນີດ, ບູລະນະລະບຽບການຄຸ້ມຄອງທາງສັງຄົມທີ່ສ້າງສາຮ່ວມກັນ, ຄຸ້ມຄອງຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ, ຊຸກຍູ້ການຄຸ້ມຄອງທາງສັງຄົມເປັນແບບທັນສະໄໝ. ບູລະນະລະບົບ ແລະ ກົນໄກວຽກງານທາງສັງຄົມໃຫ້ສົມບູນຂຶ້ນ, ບູລະນະລະບົບນະໂຍບາຍ, ກົດໝາຍ ແລະ ກົດບັນຍັດໃນການຄຸ້ມຄອງທາງສັງຄົມໃຫ້ສົມບູນຂຶ້ນ. ເພີ່ມທະວີການກໍ່ສ້າງພັກຢູ່ຕາມອົງການຈັດຕັ້ງເສດຖະກິດໃໝ່, ອົງການຈັດຕັ້ງທາງສັງຄົມໃໝ່ ແລະ ກຸ່ມຄົນປະກອບອາຊີບໃໝ່. ເພີ່ມທະວີການບົ່ມເພາະສ້າງ ແລະ ການຄຸ້ມຄອງຕໍ່ອົງການຈັດຕັ້ງທາງສັງຄົມ, ຊຸກຍູ້ການປະຕິຮູບ ແລະ ການພັດທະນາຂອງສະມາຄົມຂະແໜງການ ແລະ ສະພາການຄ້າ. ເພີ່ມທະວີການກໍ່ສ້າງພັກນຳພາການປົກຄອງຂັ້ນຮາກຖານ ແລະ ການສ້າງສາອົງການປົກຄອງຂັ້ນຮາກຖານ, ປະຕິບັດບັນຊີລາຍຊື່ພາລະບົດບາດຂອງຕາແສງ (ຄຸ້ມຖະໜົນ) ຢ່າງຮອບດ້ານ, ບູລະນະລະບຽບການອະນຸມັດວຽກງານຂອງບ້ານ (ຄຸ້ມຊຸມຊົນ) ໃຫ້ສົມບູນຂຶ້ນ. ຍຶດໝັ້ນ ແລະ ເສີມຂະຫຍາຍ “ບົດຮຽນເຟີ່ງສຽວ” ໃນຍຸກໃໝ່, ເພີ່ມທະວີການປົກຄອງຊົນນະບົດ ແລະ ປັບປຸງການປົກຄອງຄຸ້ມຊຸມຊົນໃຫ້ສົມບູນຂຶ້ນ. ເສີມຂະຫຍາຍບົດບາດຫຼັກແຫຼ່ງຂອງປະຊາຊົນ, ນຳພາຝ່າຍຕ່າງໆ ເຂົ້າຮ່ວມການຄຸ້ມຄອງທາງສັງຄົມຢ່າງເປັນລະບຽບ. ຊຸກຍູ້ການຄຸ້ມຄອງແບບປະສົມປະສານກັນທາງອອນລາຍ ແລະ ອ໊ອຟລາຍ. ເພີ່ມທະວີການຈັດສັນກຳລັງບໍລິການ ແລະ ກຳລັງຄຸ້ມຄອງຂັ້ນຮາກຖານ, ບູລະນະກົນໄກຮັບປະກັນສິ່ງກໍ່ສ້າງບໍລິການ ແລະ ງົບປະມານໃຫ້ສົມບູນຂຶ້ນ. ເສີມຂະຫຍາຍບົດບາດຂອງຂໍ້ຜູກພັນສຳລັບປະຊາຊົນໃນເມືອງ ແລະ ກົດລະບຽບຂອງບ້ານ ແລະ ຊາວບ້ານໃຫ້ດີ, ເພີ່ມທະວີການສ້າງແບບແຜນການໃຊ້ຊີວິດ ແລະ ການສັ່ງສອນທີ່ດີໃນຄອບຄົວ, ຊຸກຍູ້ການປະລະຮີດຄອງປະເພນີທີ່ຫຼ້າຫຼັງ ແລະ ສົ່ງເສີມຮີດຄອງປະເພນີໃໝ່ທີ່ດີງາມ, ແກ້ໄຂບັນຫາຄວາມບົກຜ່ອງໃນພິທີແຕ່ງດອງ ແລະ ພິທີສົ່ງສະການຢ່າງບັງເກີດຜົນ.
ບູລະນະກົນໄກເຮັດວຽກທີ່ເຕົ້າໂຮມຈິດໃຈ ແລະ ຮັບໃຊ້ປະຊາຊົນໃຫ້ສົມບູນຂຶ້ນ, ສ້າງພື້ນຖານປະຊາຊົນທີ່ໝັ້ນແກ່ນໃຫ້ແກ່ການຄຸ້ມຄອງທາງສັງຄົມ. ເພີ່ມທະວີການນຳພາທາງການເມືອງແນວຄິດ, ປັບປຸງການບໍລິການ ແລະ ການຄຸ້ມຄອງກຸ່ມຄົນທາງສັງຄົມປະເພດຕ່າງໆ ໃຫ້ດີຂຶ້ນ, ບູລະນະລະບຽບການປະສານງານການພົວພັນດ້ານຜົນປະໂຫຍດ, ການຮັບປະກັນສິດ ແລະ ຜົນປະໂຫຍດທີ່ຊອບດ້ວຍກົດໝຍໃຫ້ສົມບູນຂຶ້ນ, ເອົາໃຈໃສ່ກຸ່ມຄົນທີ່ມີຄວາມຫຍຸ້ງຍາກ ແລະ ກຸ່ມຄົນດ້ອຍໂອກາດ. ບູລະນະລະບົບບໍລິການທາງດ້ານຈິດໃຈທາງສັງຄົມ ແລະ ກົນໄກແຊກແຊງວິກິດການທາງສັງຄົມໃຫ້ສົມບູນຂຶ້ນ. ເພີ່ມທະວີພາລະບົດບາດຂອງເວທີບໍລິການສາທາລະນະຕ່າງໆ ເຊັ່ນ: ສາຍດ່ວນປະຊາຊົນໃນເມືອງ ເປັນຕົ້ນ, ຊຸກຍູ້ “ປະຊາຊົນມີຄວາມຮຽກຮ້ອງຕ້ອງການ ແລະ ເຮົາຕ້ອງມີສຽງຕອບຮັບທີ່ສົມຄູ່ກັນ”. ພັດທະນາການບໍລິການອາສາສະໝັກ, ເພີ່ມທະວີການຄຸ້ມຄອງຕໍ່ອົງການຈັດຕັ້ງການບໍລິການອາສາສະໝັກ. ຊຸກຍູ້ວຽກງານການຮ້ອງທຸກໃຫ້ຖືກຕ້ອງຕາມກົດໝາຍ. ລົງເລິກຊຸກຍູ້ການແກ້ໄຂຄວາມຂັດແຍ້ງກັນຈາກຕົ້ນກຳເນີດ, ດ້ວຍຫຼາຍຮູບການ ແລະ ເປັນລະບຽບຮຽບຮ້ອຍ. ເພີ່ມທະວີການສ້າງຖັນແຖວພະນັກງານວຽກງານທາງສັງຄົມ ແລະ ຍົກລະດັບບໍລິການແບບວິຊາການໃຫ້ສູງຂຶ້ນ.
ສິບສີ່: ບັນລຸເປົ້າໝາຍສູ້ຊົນໃນໂອກາດສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 100 ປີ ຕາມເວລາກຳນົດ, ຊຸກຍູ້ຄວາມທັນສະໄໝດ້ານການປ້ອງກັນປະເທດ ແລະ ກອງທັບດ້ວຍຄຸນນະພາບສູງ
ປັບປຸງວຽກງານປ້ອງກັນປະເທດ ແລະ ສ້າງກອງທັບທີ່ເຂັ້ມແຂງແມ່ນສິ່ງຄ້ຳປະກັນທາງຍຸດທະສາດແຫ່ງຄວາມທັນສະໄໝແບບຈີນ. ຈັດຕັ້ງປະຕິບັດແນວຄິດສີຈິ້ນຜິງເພື່ອສ້າງກອງທັບທີ່ເຂັ້ມແຂງ, ຈັດຕັ້ງປະຕິບັດທິດທາງຍຸດທະສາດທາງການທະຫານໃນຍຸກໃໝ່, ຍຶດໝັ້ນການນຳພາເດັດຖານຂອງພັກຕໍ່ກອງທັບປະຊາຊົນ, ຈັດຕັ້ງປະຕິບັດລະບຽບການທີ່ປະທານຄະນະກຳມະການການທະຫານສູນກາງເປັນຜູ້ຮັບຜິດຊອບ, ອີງຕາມຍຸດທະສາດ “3 ບາດກ້າວ” ໃໝ່ແຫ່ງການຊຸກຍູ້ວຽກງານປ້ອງກັນປະເທດ ແລະ ສ້າງສາກອງທັບເປັນແບບທັນສະໄໝ, ຊຸກຍູ້ການສ້າງສາກອງທັບຈາກທາງການເມືອງ, ສ້າງກອງທັບທີ່ເຂັ້ມແຂງດ້ວຍການປະຕິຮູບ, ດ້ວຍວິທະຍາສາດເຕັກໂນໂລຊີ ແລະ ດ້ວຍຜູ້ມີຄວາມຮູ້ຄວາມສາດ ພ້ອມທັງຄຸ້ມຄອງກອງທັບຕາມກົດໝາຍ, ທັງຕໍ່ສູ້, ທັງກຽມພ້ອມສູ້ຮົບ, ທັງສ້າງສາ, ເລັ່ງການພັດທະນາແບບເຊື່ອມໂຍງເຂົ້າກັນລະຫວ່າງການຫັນເປັນແບບກົນຈັກ, ຫັນເປັນແບບຂໍ້ມູນຂ່າວສານ ແລະ ຫັນເປັນແບບອັດສະລິຍະ, ຍົກຄວາມສາມາດທາງດ້ານຍຸດທະສາດໃນການປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາແຫ່ງຊາດ.
(53) ເລັ່ງການສ້າງສາກຳລັງສູ້ຮົບທີ່ທັນສະໄໝ. ພັດທະນາກຳລັງນາບຂູ່ທາງຍຸດທະສາດໃຫ້ເຕີບໃຫຍ່ຂະຫຍາຍຕົວ, ປົກປັກຮັກສາຄວາມດຸນດ່ຽງ ແລະ ຄວາມໝັ້ນຄົງທາງຍຸດທະສາດທົ່ວໂລກ. ຊຸກຍູ້ກຳລັງສູ້ຮົບໃນຂົງເຂດໃໝ່ ແລະ ຄຸນນະພາບໃໝ່ໃຫ້ພັດທະນາທີ່ມີຂະໜາດໃຫຍ່, ສາມາດສູ້ຮົບຕົວຈິງ ແລະ ເປັນລະບົບ, ເລັ່ງການສ້າງກຳລັງສູ້ຮົບອັດສະລິຍະທີ່ບໍ່ໃຊ້ຄົນ ແລະ ຄວາມສາມາດຕອບໂຕ້ທີ່ສົມຄູ່ກັນ, ເພີ່ມທະວີການຍົກລະດັບ ແລະ ການດັດສ້າງຕໍ່ກຳລັງສູ້ຮົບດັ້ງເດີມ. ພິຈາລະນາການສ້າງສາ ແລະ ການນຳໃຊ້ລະບົບອິນເຕີເນັດ ແລະ ລະບົບຂໍ້ມູນຂ່າວສານຢ່າງເປັນເອກະພາບກັນ, ເພີ່ມທະວີການພັດທະນາ ແລະ ການນຳໃຊ້ຊັບພະຍາກອນຂໍ້ມູນຂ່າວສານ, ສ້າງລະບົບທາງການທະຫານແບບອັດສະລິຍະ. ເລັ່ງການສ້າງພະລາທິການທີ່ທັນສະໄໝ. ປະຕິບັດໂຄງການພັດທະນາວຽກງານປ້ອງກັນປະເທດໃຫຍ່ທີ່ສຳຄັນ, ເລັ່ງການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີປ້ອງກັນຊາດ ແລະ ຫັນເອົາເຕັກໂນໂລຊີທັນສະໄໝມານຳໃຊ້ຕົວຈິງ, ເລັ່ງການພັດທະນາອາວຸດຍຸດໂທປະກອນທີ່ທັນສະໄໝ. ປັບປຸງນະໂຍບາຍ ແລະ ລະບຽບການກ່ຽວກັບຊັບພະຍາກອນມະນຸດທາງການທະຫານໃຫ້ດີຂຶ້ນ, ຍົກລະດັບການສ້າງສະຖາບັນການສຶກສາທາງການທະຫານ ແລະ ການອົບຮົມບົ່ມສ້າງບຸກຄະລາກອນທາງການທະຫານໃຫ້ສູງຂຶ້ນ, ສ້າງຖັນແຖວບຸກຄະລາກອນທາງການທະຫານແບບໃໝ່ທີ່ມີຄຸນທາດສູງ ແລະ ເປັນແບບວິຊາການ. ປະຕິບັດໂຄງການຊຸກຍູ້ໃຫ້ທິດສະດີທາງການທະຫານເປັນແບບທັນສະໄໝ. ລົງເລິກການວາງແຜນຍຸດທະສາດ ແລະ ວາງແຜນການສູ້ຮົບ, ຊຸກຍູ້ການຝຶກຊ້ອມທາງການທະຫານແບບສູ້ຮົບຕົວຈິງຢ່າງໜັກແໜ້ນ, ເພີ່ມທະວີການລວມສູນລະບົບຄວາມສາມາດສູ້ຮົບ, ປະດິດສ້າງໃໝ່ໃນຮູບແບບສ້າງສາ ແລະ ນຳໃຊ້ກຳລັງສູ້ຮົບ, ເພີ່ມທະວີລັກສະນະແນໃສ່, ຄວາມເປັນເຈົ້າການ ແລະ ກຳລັງເສີມສ້າງດ້ານການຕໍ່ສູ້ທາງການທະຫານ.
(54) ຊຸກຍູ້ຄວາມທັນສະໄໝດ້ານການຄຸ້ມຄອງທາງການທະຫານ. ບູລະນະລະບຽບການ ແລະ ກົນໄກຄຸ້ມຄອງການນຳພາກອງທັບປະຊາຊົນໃຫ້ສົມບູນຂຶ້ນ, ປັບປຸງລະບົບສູ້ຮົບຮ່ວມໃຫ້ດີຂຶ້ນ. ເພີ່ມທະວີ ແລະ ປັບປຸງການຄຸ້ມຄອງທາງຍຸດທະສາດ, ລົງເລິກການພິຈາລະນາລະຫວ່າງການສູ້ຮົບ, ການສ້າງສາ ແລະ ການກຽມພ້ອມສູ້ຮົບຢ່າງເປັນເອກະພາບກັນ, ເພີ່ມທະວີການນຳພາຄວາມຕ້ອງການດ້ານການສູ້ຮົບ, ປະດິດສ້າງໃໝ່ວິທີ ແລະ ມາດຕະການຄຸ້ມຄອງ, ຍົກປະສິດທິພາບດ້ານການດຳເນີນງານຂອງລະບົບທາງການທະຫານ ແລະ ປະສິດທິພາບນຳໃຊ້ຊັບພະຍາກອນປ້ອງກັນປະເທດໃຫ້ສູງຂຶ້ນ. ເພີ່ມທະວີການຂໍຄຳປຶກສາ ແລະ ການປະເມີນຕໍ່ການຕັດສິນນະໂຍບາຍສຳຄັນ ແລະ ການຕິດຕາມຄຸ້ມຄອງໂຄງການທີ່ສຳຄັນ, ຊຸກຍູ້ການປະຕິຮູບການຄຸ້ມຄອງງົບປະມານທາງການທະຫານ, ປັບປຸງລະບຽບການຈັດຊື້ທາງການທະຫານໃຫ້ດີຂຶ້ນ, ບູລະນະລະບົບການເກັບກຳສະຖິຕິ ແລະ ການປະເມີນຜົນຕໍ່ການສ້າງສາກອງທັບໃຫ້ສົມບູນຂຶ້ນ, ຈັດຕັ້ງປະຕິບັດທິດທາງສ້າງສາກອງທັບແບບປະຢັດມັດທະຍັດຢ່າງຮອບດ້ານ, ເດີນຕາມເສັ້ນທາງພັດທະນາທີ່ມີປະສິດທິພາບສູງ, ຕົ້ນທຶນຕ່ຳ ແລະ ຍືນຍົງ. ລົງເລິກປັບປຸງການສຶກສາອົບຮົມທາງການເມືອງຢ່າງຕໍ່ເນື່ອງ, ເສີມຂະຫຍາຍມູນເຊື້ອທີ່ດີງາມ, ເພີ່ມທະວີການປັບປຸງການອົບຮົມ ແລະ ການແກ້ໄຂຕໍ່ຂະແໜງການ ແລະ ຂົງເຂດຈຸດສຸມ. ລົງເລິກຊຸກຍູ້ການສ້າງສາແບບຄຸ້ມຄອງຕາມກົດໝາຍໃນກອງທັບ, ເພີ່ມທະວີການອອກກົດລະບຽບ ແລະ ປະຕິບັດຕາມການຕິດຕາມກວດກາ, ບູລະນະລະບົບການຄຸ້ມຄອງຕາມກົດໝາຍທາງການທະຫານທີ່ມີສີສັນພິເສດຂອງຈີນໃຫ້ສົມບູນຂຶ້ນ.
(55) ປັບປຸງ ແລະ ຍົກລະດັບລະບົບ ແລະ ຄວາມສາມາດດ້ານຍຸດທະສາດແຫ່ງຊາດທີ່ເປັນເອກະພາບກັນໃຫ້ສູງຂຶ້ນ. ລົງເລິກການປະຕິຮູບການພົວພັນລະຫວ່າງກອງທັບ ແລະ ທ້ອງຖິ່ນ ເພື່ອສ້າງສະພາບການປະຕິບັດງານລະຫວ່າງກອງທັບ ແລະ ທ້ອງຖິ່ນທີ່ຕ່າງຝ່າຍຕ່າງປະຕິບັດພາລະໜ້າທີ່ຂອງຕົນ, ປະສານງານກັນຢ່າງແໜ້ນແຟ້ນ, ເປັນແບບສະບັບ ແລະ ເປັນລະບຽບຮຽບຮ້ອຍ. ເລັ່ງການສ້າງຄວາມສາມາດດ້ານຍຸດທະສາດໃນຂົງເຂດຈະເລີນໃໝ່, ຊຸກຍູ້ໃຫ້ກຳລັງການຜະລິດໃນຄຸນນະພາບໃໝ່ປະສານສົມທົບ ແລະ ຊ່ວຍຊູຍູ້ໜູນກັນກັບກຳລັງສູ້ຮົບໃນຄຸນນະພາບໃໝ່ຢ່າງມີປະສິດທິພາບສູງ. ສ້າງລະບົບອຸດສາຫະກຳວິທະຍາສາດເຕັກໂນໂລຊີປ້ອງກັນປະເທດທີ່ທັນສະໄໝ, ປັບປຸງສະພາບດ້ານອຸດສາຫະກຳວິທະຍາສາດເຕັກໂນໂລຊີປ້ອງກັນປະເທດໃຫ້ດີຂຶ້ນ, ຊຸກຍູ້ໃຫ້ມາດຕະຖານທາງການທະຫານ ແລະ ມາດຕະຖານການນຳໃຊ້ທາງພົນລະເຮືອນເປັນເອກະພາບກັນ. ເລັ່ງລັດໃຫ້ການສະເໜີຄວາມຕ້ອງການທາງການທະຫານໃນການສ້າງສາວຽກງານປ້ອງກັນປະເທດເຊື່ອມຕໍ່ກັບທ້ອງຖິ່ນ, ຊຸກຍູ້ໃຫ້ພື້ນຖານໂຄງລ່າງຂະໜາດໃຫຍ່ທີ່ສຳຄັນປະຕິບັດຕາມຄວາມຮຽກຮ້ອງຕ້ອງການດ້ານການປ້ອງກັນປະເທດຢ່າງຮອບດ້ານ, ເພີ່ມທະວີການວາງແຜນລ່ວງໜ້າທາງຍຸດທະສາດປ້ອງກັນປະເທດ. ເລັ່ງການສ້າງຄວາມສາມາດປຸກລະດົມດ້ານການປ້ອງກັນປະເທດ, ເພີ່ມທະວີການສ້າງສາກຳລັງໜູນຫຼັງ, ເພີ່ມທະວີການສ້າງສາວຽກງານປ້ອງກັນຊາຍແດນ, ປ້ອງກັນທະເລ ແລະ ປ້ອງກັນນ່ານຟ້າທີ່ທັນສະໄໝ, ຊຸກຍູ້ໃຫ້ພັກ, ລັດ, ກອງທັບ, ຕຳຫຼວດ ແລະ ປະຊາຊົນຮ່ວມແຮງຮ່ວມໃຈກັນເພື່ອປ້ອງກັນຊາຍແດນໄດ້ດີກວ່າເກົ່າ. ລົງເລິກການສຶກສາອົບຮົມວຽກງານປ້ອງກັນປະເທດທົ່ວປວງຊົນ, ເພີ່ມຄວາມສາມັກຄີລະຫວ່າງກອງທັບກັບລັດຖະບານ ແລະ ລະຫວ່າງກອງທັບກັບປະຊາຊົນ.
ສິບຫ້າ: ທົ່ວພັກ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ສາມັກຄີກັນສູ້ຊົນເພື່ອບັນລຸແຜນພັດທະນາ 5 ປີ ຄັ້ງທີ XV
ຍຶດໝັ້ນ ແລະ ເພີ່ມທະວີການນຳພາຮອບດ້ານຂອງພັກ ແມ່ນສິ່ງຄ້ຳປະກັນພື້ນຖານໃນການຊຸກຍູ້ຄວາມທັນສະໄໝແບບຈີນ. ຍຶດໝັ້ນຖືເອົາການປະຕິວັດຕົນເອງຂອງພັກນຳພາການປະຕິວັດທາງສັງຄົມ, ຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ ແລະ ສະເໝີຕົ້ນສະເໝີປາຍ, ເພີ່ມກຳລັງນຳພາທາງການເມືອງ, ກຳລັງນຳພາທາງແນວຄິດ, ກຳລັງຈັດວາງປະຊາຊົນ ແລະ ກຳລັງປຸກລະດົມທາງສັງຄົມຂອງພັກ, ຍົກຄວາມສາມາດ ແລະ ລະດັບນຳພາການພັດທະນາເສດຖະກິດ-ສັງຄົມຂອງພັກໃຫ້ສູງຂຶ້ນ, ເຕົ້າໂຮມກຳລັງວັງຊາທີ່ເຂັ້ມແຂງເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ.
(56) ຍຶດໝັ້ນ ແລະ ເພີ່ມທະວີການນຳພາແບບລວມສູນ ແລະ ເອກະພາບຂອງສູນກາງພັກ. ບູລະນະກົນໄກຈັດຕັ້ງປະຕິບັດນະໂຍບາຍສຳຄັນເປັນຢ່າງຍິ່ງຂອງສູນກາງພັກໃຫ້ສົມບູນຂຶ້ນ, ຮັບປະກັນໃຫ້ມີຄວາມລຸລ່ວງກັນລະຫວ່າງຂັ້ນເທິງ ແລະ ຂັ້ນລຸ່ມ ທັງຮັບການປະຕິບັດຢ່າງແຂງແຮງ. ເຕົ້າໂຮມແນວຄິດເປັນເອກະພາບກັນ, ເຕົ້າໂຮມມານະຈິດເປັນເອກະພາບກັນ ແລະ ເຕົ້າໂຮມການເຄື່ອນໄຫວເປັນເອກະພາບກັນດ້ວຍທິດສະດີປະດິດສ້າງໃໝ່ຂອງພັກຢ່າງຕໍ່ເນື່ອງ. ເສີມຂະຫຍາຍປະຊາທິປະໄຕພາຍໃນພັກ, ປັບປຸງ ແລະ ຈັດຕັ້ງປະຕິບັດລະບອບລວມສູນປະຊາທິປະໄຕໃຫ້ສົມບູນຂຶ້ນ, ຍຶດໝັ້ນການຕັດສິນນະໂຍບາຍຕາມຫຼັກວິທະຍາສາດ, ຕັດສິນນະໂຍບາຍແບບປະຊາທິປະໄຕ ແລະ ຕັດສິນນະໂຍບາຍຕາມກົດໝາຍ. ຍຶດໝັ້ນທິດທາງນຳໃຊ້ບຸກຄະລາກອນທີ່ຖືກຕ້ອງ, ຍຶດໝັ້ນການຈັດເອົາມາດຕະຖານການເມືອງໄວ້ຢູ່ຖານະອັນດັບໜຶ່ງ, ເສີມສ້າງ ແລະ ຈັດຕັ້ງປະຕິບັດຕາມທັດສະນະທີ່ຖືກຕ້ອງຕໍ່ກັບຜົນງານດ້ານການບໍລິການທີ່ຖືກຕ້ອງ, ປັບປຸງກົນໄກການກວດສອບ ແລະ ຕີລາຄາພະນັກງານໃຫ້ສົມບູນຂຶ້ນ, ສັບຊ້ອນພະນັກງານທີ່ບໍ່ມີຄວາມສາມາດເຮັດຫຼ້ອນໜ້າທີ່, ຊຸກຍູ້ການສ້າງກົນໄກທີ່ເຮັດໃຫ້ພະນັກງານການນຳຂຶ້ນດຳລົງຕຳແໜ່ງ ແລະ ອອກຈາກຕຳແໜ່ງໄດ້ຢ່າງເປັນປົກກະຕິ. ເພີ່ມທະວີການສຶກສາອົບຮົມ ແລະ ການຝຶກຝົນຫຼໍ່ຫຼອມຕົວຈິງ, ຍົກຄວາມປີຊາສາມາດສ້າງສາຄວາມທັນສະໄໝຂອງຖັນແຖວພະນັກງານໃຫ້ສູງຂຶ້ນ. ຖືເອົາການຄຸ້ມຄອງຢ່າງເຂັ້ມງວດປະສົມປະສານກັບຄວາມຮັກແພງເປັນຢ່າງດີ, ຖືເອົາການຊຸກຍູ້ສົ່ງເສີມປະສົມປະສານກັບການຜູກມັດ, ຊຸກຍູ້ສົ່ງເສີມພະລັງຂັບເຄື່ອນໃນໂຕ ແລະ ຄວາມມີຊີວິດຊີວາແບບກວມລວມຂອງຖັນແຖວພະນັກງານ. ຊຸກຍູ້ການສ້າງສາອົງການຮາກຖານຂອງພັກໃນທຸກຂົງເຂດຢ່າງເປັນເອກະພາບກັນ, ເພີ່ມທະວີບົດບາດການເມືອງ ແລະ ບົດບາດການຈັດຕັ້ງຂອງອົງການຈັດຕັ້ງພັກ, ເສີມຂະຫຍາຍບົດບາດນຳໜ້າ ແລະ ບົດບາດເປັນຕົວແບບຂອງສະມາຊິກພັກ. ຈັດຕັ້ງປະຕິບັດຈິດໃຈກົດເຫຼັກ 8 ຂໍ້ຂອງສູນກາງພັກຢ່າງບໍ່ລົດລະ, ສະກັດກັ້ນແບບແຜນທີ່ບໍ່ດີທຸກປະເພດຢ່າງເຂັ້ມງວດ, ຊຸກຍູ້ການກໍ່ສ້າງແບບແຜນເປັນແບບປົກກະຕິໃນໄລຍະຍາວ. ລົງເລິກດຳເນີນວຽກງານດັດແກ້ລັດທິຮູບການເພື່ອຫຼຸດພາລະໃຫ້ແກ່ຂັ້ນຮາກຖານ. ປັບປຸງລະບົບຕິດຕາມກວດກາຂອງພັກ ແລະ ລັດໃຫ້ສົມບູນຂຶ້ນ, ເພີ່ມທະວີການຕິດຕາມກວດກາຕໍ່ການຈັດສັນ ແລະ ນຳໃຊ້ອຳນາດໃຫ້ເປັນແບບສະບັບ. ຮັກສາຄວາມເດັດດ່ຽວ ແລະ ມີສະຕິຕື່ນຕົວສູງໃນການຕ້ານການສໍ້ລາດບັງຫຼວງຕະຫຼອດໄປ, ຊຸກຍູ້ການບໍ່ກ້າສໍ້ລາດບັງຫຼວງ, ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງຢ່າງເປັນເອກະພາບກັນ, ເດັດດ່ຽວເອົາຊະນະບັ້ນຕໍ່ສູ້ຕ້ານການສໍ້ລາດບັງຫຼວງທີ່ຫຍຸ້ງຍາກຢ່າງຖາວອນ ແລະ ກວມລວມ ເພື່ອສ້າງສະພາບນິເວດການເມືອງທີ່ປອດໃສຂາວສະອາດ.
(57) ຊຸກຍູ້ການສ້າງສາປະຊາທິປະໄຕ ແລະ ການປົກຄອງຕາມກົດໝາຍ ສັງຄົມນິຍົມ. ເດັດດ່ຽວເດີນຕາມເສັ້ນທາງພັດທະນາການເມືອງສັງຄົມນິຍົມທີ່ມີສີສັນພິເສດຢ່າງໝັ້ນໜຽວ ແລະ ບໍ່ປ່ຽນແປງ. ຍຶດໝັ້ນການນຳພາຂອງພັກ, ປະຊາຊົນເປັນເຈົ້າຂອງປະເທດຊາດ ແລະ ການປົກຄອງຕາມກົດໝາຍເປັນເອກະພາບກັນແບບກາຍອິນຊີ, ພັດທະນາປະຊາທິປະໄຕປະຊາຊົນທົ່ວຂະບວນການ, ບູລະນະລະບົບປົກຄອງຕາມກົດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃຫ້ສົມບູນຂຶ້ນ. ຍຶດໝັ້ນ, ປັບປຸງ ແລະ ປະຕິບັດລະບອບສະພາປະຊາຊົນເປັນຢ່າງດີ, ຮັບປະກັນໃຫ້ກົງຈັກລັດໃຊ້ອຳນາດ ແລະ ປະຕິບັດພາລະໜ້າທີ່ຕາມກົດໝາຍ, ຮັບປະກັນໃຫ້ສິດທິປະຊາທິປະໄຕ, ສິດ ແລະ ຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງປະຊາຊົນໄດ້ຮັບການປົກປັກຮັກສາ ແລະ ບັນລຸ. ຍຶດໝັ້ນ ແລະ ບູລະນະລະບອບຫຼາຍພັກຮ່ວມມື ແລະ ປຶກສາການເມືອງ ທີ່ນຳພາໂດຍພັກຄອມມູນິດຈີນໃຫ້ສົມບູນຂຶ້ນ, ເສີມຂະຫຍາຍບົດບາດທີ່ເປັນອົງການປຶກສາສະເພາະຂອງສະພາປຶກສາການເມືອງປະຊາຊົນ, ເພີ່ມທະວີການປະສານສົມທົບລະຫວ່າງຊ່ອງທາງປຶກສາຫາລືຕ່າງໆ, ຊຸກຍູ້ການປຶກສາຫາລືແບບປະຊາທິປະໄຕໃຫ້ພັດທະນາຢ່າງກວ້າງຂວາງ, ມີຫຼາຍລະດັບພັດທະນາ ແລະ ເປັນລະບຽບການ. ບູລະນະລະບຽບການປະຊາທິປະໄຕຂັ້ນຮາກຖານໃຫ້ສົມບູນຂຶ້ນ, ຮັບປະກັນໃຫ້ປະຊາຊົນຄຸ້ມຄອງວຽກງານສາທາລະນະ ແລະ ພາລະກິດສາທາລະນະປະໂຫຍດຂັ້ນຮາກຖານຕາມກົດໝາຍ. ບູລະນະກົນໄກປະຕິບັດງານທີ່ມີການຂໍຄວາມເຫັນຈາກປະຊາຊົນ ແລະ ເຕົ້າໂຮມສະຕິປັນຍາຈາກປະຊາຊົນ. ເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງທາງສັງຄົມຕ່າງໆ ເຊັ່ນ: ກຳມະບານ, ຄະນະຊາວໜຸ່ມ ແລະ ສະຫະພັນແມ່ຍິງໃຫ້ດີກວ່າເກົ່າ, ເພີ່ມທະວີການຮັບປະກັນດ້ານນະໂຍບາຍຕໍ່ການສ້າງສາຖັນແຖວກຳມະກອນໃນຂົງເຂດອຸດສາຫະກຳ, ການພັດທະນາຊາວໜຸ່ມ-ເຍົາວະຊົນ ແລະ ພາລະກິດກ່ຽວກັບແມ່ຍິງ ແລະ ເດັກນ້ອຍ. ຊຸກຍູ້ພາລະກິດກ່ຽວກັບສິດທິມະນຸດໄດ້ຮັບການພັດທະນາຢ່າງຮອບດ້ານ. ປັບປຸງສະພາບວຽກງານແນວໂຮມເອກະພາບໃຫຍ່ໃຫ້ສົມບູນຂຶ້ນ, ປັບປຸງ ແລະ ພັດທະນາແນວໂຮມເອກະພາບຮັກຊາດທີ່ກວ້າງຂວາງທີ່ສຸດ. ເສີມສ້າງສະຕິປະຊາຄົມຊົນຊາດຈີນຢ່າງໝັ້ນແກ່ນ, ຊຸກຍູ້ການສ້າງສາປະຊາຄົມຊົນຊາດຈີນ. ຍຶດໝັ້ນເຮັດໃຫ້ສາສະໜາຕ່າງໆ ຂະຫຍາຍໄປຕາມທິດທາງແບບຈີນ, ເພີ່ມທະວີຫັນການຄຸ້ມຄອງວຽກງານສາສະໜາຕາມກົດໝາຍ. ຈັດຕັ້ງປະຕິບັດນະໂຍບາຍວຽກງານຊາວຈີນຕ່າງດ້າວຂອງພັກຢ່າງຮອບດ້ານ ເພື່ອເຕົ້າໂຮມຈິດໃຈ ແລະ ກຳລັງວັງຊາຂອງຊາວຈີນຕ່າງດ້າວໃຫ້ໄດ້ດີກວ່າເກົ່າ.
ຍຶດໝັ້ນການປົກຄອງປະເທດຕາມກົດໝາຍຢ່າງຮອບດ້ານ, ປະສານສົມທົບຊຸກຍູ້ການນິຕິບັນຍັດຕາມຫຼັກວິທະຍາສາດ, ປະຕິບັດກົດໝາຍຢ່າງເຂັ້ມງວດ, ການຕຸລາການທີ່ຍຸຕິທຳ ແລະ ທົ່ວປວງຊົນປະຕິບັດຕາມກົດໝາຍ. ເພີ່ມທະວີການຕິດຕາມກວດກາ ແລະ ການປະຕິບັດລັດຖະທຳມະນູນ ແລະ ກົດໝາຍ, ບູລະນະລະບຽບການທີ່ເປັນເອກະພາບ ແລະ ກົນໄກການປົກຄອງປະເທດຕາມກົດໝາຍໃຫ້ສົມບູນຂຶ້ນ. ເພີ່ມທະວີການວາງແຜນດ້ານນິຕິບັນຍັດ ແລະ ການສຳຫຼວດກວດກາຕໍ່ການນິຕິບັນຍັດ, ຍົກຄຸນນະພາບດ້ານນິຕິບັນຍັດໃຫ້ສູງຂຶ້ນ. ເພີ່ມທະວີການສ້າງລັດຖະບານທີ່ປົກຄອງຕາມກົດໝາຍ, ສຳຫຼວດກວດກາການຂຶ້ນທະບຽນເອກະສານທີ່ເປັນແບບສະບັບທາງບໍລິຫານຢ່າງຮອບດ້ານ, ບູລະນະກົນໄກແກ້ໄຂຄວາມຂັດແຍ້ງທາງບໍລິຫານທີ່ມີລັກສະນະທາດແທ້ໃຫ້ສົມບູນຂຶ້ນ. ຊຸກຍູ້ການສ້າງສາແບບດີຈີຕອນຕໍ່ວຽກງານການເມືອງ ແລະ ກົດໝາຍ, ເພີ່ມທະວີການປະສານງານ ແລະ ການຕິດຕາມກວດກາດ້ານການປະຕິບັດກົດໝາຍ ແລະ ຕຸລາການຂ້າມພາກສ່ວນ. ເຮັດໃຫ້ສິດໃນດ້ານຕຸລາການໄດ້ຮັບການປະຕິບັດເປັນແບບສະບັບ, ບູລະນະກົນໄກບັນລຸ ແລະ ຕີລາຄາຄວາມຍຸຕິທຳດ້ານຕຸລາການໃຫ້ສົມບູນຂຶ້ນ, ຍົກຄວາມຍຸຕິທຳ, ຄວາມໝັ້ນທ່ຽງ ແລະ ຄວາມສັກສິດຂອງການຕັດສິນຕຸລາການໃຫ້ສູງຂຶ້ນ. ເພີ່ມທະວີການຕິດຕາມກວດກາດ້ານໄອຍະການ, ເພີ່ມທະວີການຮ້ອງຟ້ອງແບບສາທາລະນະປະໂຫຍດ. ປົກປ້ອງສິດທິສ່ວນບຸກຄົນ, ສິດຊັບສິນ ແລະ ສິດບຸກຄະລິກກະພາບຕາມກົດໝາຍ, ບູລະນະກົນໄກໄລຍະຍາວໃນການປະຕິບັດກົດໝາຍຕໍ່ວິສາຫະກິດເປັນແບບສະບັບໃຫ້ສົມບູນຂຶ້ນ, ປ້ອງກັນ ແລະ ດັດແກ້ການປະຕິບັດກົດໝາຍຕ່າງຖິ່ນແບບຜິດລະບຽບການ ແລະ ການປະຕິບັດກົດໝາຍແບບສະແຫວງຫາຜົນປະໂຫຍດ. ບູລະນະກົນໄກປະຕິບັດຂອງລັດໃຫ້ສົມບູນຂຶ້ນ, ແກ້ໄຂບັນຫາ “ການປະຕິບັດຍາກ” ຢ່າງບັງເກີດຜົນ. ເລັ່ງການສ້າງລະບົບ ແລະ ຄວາມສາມາດປົກຄອງຕາມກົດໝາຍທີ່ພົວພັນກັບຕ່າງປະເທດ, ບູລະນະກົນໄກໄກ່ເກ່ຍ, ຕັດສິນ ແລະ ຮ້ອງຟ້ອງກ່ຽວກັບທຸລະກິດສາກົນໃຫ້ສົມບູນຂຶ້ນ. ເພີ່ມທະວີພະນັກງານການນຳພາປະຕິບັດງານ ແລະ ຕິດຕາມກວດກາຕາມກົດໝາຍ, ບູລະນະກົນໄກວຽກງານຕີລາຄາການປົກຄອງຕາມກົດໝາຍທີ່ມີລັກສະນະສັງລວມໃຫ້ສົມບູນຂຶ້ນ. ຊຸກຍູ້ການສ້າງສັງຄົມທີ່ປົກຄອງຕາມກົດໝາຍ, ສ້າງສະພາບແວດລ້ອມທີ່ດີງາມແຫ່ງການເຄົາລົບການປົກຄອງຕາມກົດໝາຍ, ເຄົາລົບລະບຽບການ, ເຄົາລົບສັນຍາ ແລະ ປົກປັກຮັກສາຄວາມເປັນທຳຂອງທົ່ວສັງຄົມ.
(58) ຊຸກຍູ້ຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບຖາວອນຂອງຮົງກົງ ແລະ ມາເກົາ. ຈັດຕັ້ງປະຕິບັດທິດທາງ “ປະເທດດຽວ ສອງລະບອບ”, “ຊາວຮົງກົງປົກຄອງຮົງກົງ”, “ຊາວມາເກົາປົກຄອງມາເກົາ” ແລະ ປົກຄອງຕົນເອງໃນລະດັບສູງຢ່າງໝັ້ນໜຽວບໍ່ປ່ຽນແປງ, ປະຕິບັດຫຼັກການ “ຜູ້ຮັກຊາດປົກຄອງຮົງກົງ” ແລະ “ຜູ້ຮັກຊາດປົກຄອງມາເກົາ”, ຍົກປະສິດທິພາບໃນການປົກຄອງຮົງກົງ ແລະ ມາເກົາຕາມກົດໝາຍໃຫ້ສູງຂຶ້ນ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງຮົງກົງ ແລະ ມາເກົາ. ສະໜັບສະໜູນຮົງກົງ ແລະ ມາເກົາເຊື່ອມໂຍງເຂົ້າ ແລະ ຮັບໃຊ້ສະພາບການພັດທະນາຂອງປະເທດຊາດໃຫ້ໄດ້ດີກວ່າເກົ່າ, ເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າ, ວິທະຍາສາດເຕັກໂນໂລຊີ, ວັດທະນະທຳ ແລະ ອື່ນໆ ລະຫວ່າງຮົງກົງ ແລະ ມາເກົາກັບແຜ່ນດິນໃຫຍ່, ປັບປຸງນະໂຍບາຍແລະ ມາດຕະການ ພ້ອມທັງອຳນວຍຄວາມສະດວກໃຫ້ແກ່ປະຊາຊົນຮົງກົງ ແລະ ມາເກົາໄດ້ຮັບການພັດທະນາ ແລະ ດຳລົງຊີວິດຢູ່ແຜ່ນດິນໃຫຍ່. ເສີມຂະຫຍາຍທ່າແຮງພິເສດ ແລະ ບົດບາດສຳຄັນຂອງຮົງກົງ ແລະ ມາເກົາ ທີ່ເພິ່ງພາອາໄສປະເທດຊາດ ແລະ ເຊື່ອມຕໍ່ກັບໂລກ, ປັບປຸງ ແລະ ຍົກຖານະສູນກາງການທະນາຄານ, ສູນກາງການເດີນເຮືອ ແລະ ສູນກາງການຄ້າສາກົນຂອງຮົງກົງໃຫ້ສູງຂຶ້ນ, ສະໜັບສະໜູນຮົງກົງສ້າງສູນວິທະຍາສາດເຕັກໂນໂລຊີປະດິດສ້າງໃໝ່ສາກົນ, ເສີມຂະຫຍາຍບົດບາດທີ່ເປັນ “ໜຶ່ງໃຈກາງ, ໜຶ່ງເວທີ ແລະ ໜຶ່ງຖານ” ຂອງມາເກົາຢ່າງບໍ່ຢຸດຢັ້ງ, ຊຸກຍູ້ໃຫ້ເສດຖະກິດມາເກົາພັດທະນາດ້ວຍຫຼາຍຮູບແບບຢ່າງເໝາະສົມ, ສະໜັບສະໜູນໃຫ້ຮົງກົງ ແລະ ມາເກົາສ້າງເປັນຈຸດເຕົ້າໂຮມຜູ້ມີຄວາມຮູ້ຄວາມສາມາດຊັ້ນຍອດຂອງສາກົນ.
(59) ຊຸກຍູ້ການພົວພັນລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນຂະຫຍາຍຕົວໂດຍສັນຕິ ແລະ ຊຸກຍູ້ພາລະກິດທ້ອນໂຮມປະເທດຊາດເຂົ້າເປັນເອກະພາບກັນ. ລົງເລິກຈັດຕັ້ງປະຕິບັດທິດທາງຍຸດທະສາດລວມໃນການແກ້ໄຂບັນຫາໄຕ້ຫວັນຂອງພັກໃນຍຸກໃໝ່, ເດັດດ່ຽວປາບປາມອິດທິກຳລັງແບ່ງແຍກ “ໄຕ້ຫວັນເປັນເອກະລາດ”, ຄັດຄ້ານການແຊກແຊງຈາກອິດທິກຳລັງພາຍນອກ, ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງຊ່ອງແຄບໄຕ້ຫວັນ, ກຳແໜ້ນສິດນຳພາ ແລະ ສິດເປັນເຈົ້າຕົນເອງແຫ່ງການພົວພັນລະຫວ່າງສອງຝັ່ງ. ລົງເລິກການແລກປ່ຽນ ແລະ ຮ່ວມມືລະຫວ່າງສອງຝັ່ງ, ຮ່ວມກັນສືບທອດ ແລະ ສົ່ງເສີມວັດທະນະທຳຈີນ. ຊຸກຍູ້ການສ້າງເຂດສາທິດການພັດທະນາແບບເຊື່ອມໂຍງເຂົ້າກັນລະຫວ່າງສອງຝັ່ງດ້ວຍຄຸນນະພາບສູງ, ເພີ່ມທະວີການຮ່ວມມືດ້ານອຸດສາຫະກຳ, ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງສອງຝັ່ງ. ຈັດຕັ້ງປະຕິບັດນະໂຍບາຍທີ່ພີ່ນ້ອງຮ່ວມຊາດໄຕ້ຫວັນມີການປະພຶດຕໍ່ທີ່ເທົ່າທຽມກັນ, ສ້າງເງື່ອນໄຂທີ່ດີກວ່າເກົ່າໃຫ້ແກ່ພີ່ນ້ອງຮ່ວມຊາດໄຕ້ຫວັນໃນການຮ່ຳຮຽນ, ເຮັດວຽກ ແລະ ດຳລົງຊີວິດຢູ່ແຜ່ນດິນໃຫຍ່, ເພີ່ມຄວາມຜາສຸກໃຫ້ແກ່ພີ່ນ້ອງຮ່ວມຊາດສອງຝັ່ງ.
(60) ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ສົ່ງເສີມໂລກທີ່ມີຫຼາຍຂົ້ວຢ່າງສະເໝີພາບ ແລະ ເປັນລະບຽບຮຽບຮ້ອຍ, ສົ່ງເສີມເສດຖະກິດໂລກາພິວັດທີ່ສ້າງຜົນປະໂຫຍດໃຫ້ທົ່ວເຖິງ ແລະ ກວມລວມ, ຂະຫຍາຍເຄືອຂ່າຍການພົວພັນໝູ່ຄູ່ທົ່ວໂລກ, ຊຸກຍູ້ການເສີມສ້າງການພົວພັນສາກົນແບບໃໝ່. ລົງເລິກການເຊື່ອມໂຍງເຂົ້າກັນດ້ານການພັດທະນາກັບປະເທດອ້ອມຂ້າງ, ເພີ່ມທະວີຄວາມໝັ້ນຄົງຮ່ວມ, ປັບປຸງຄວາມໄວ້ເນື້ອເຊື່ອໃຈທາງຍຸດທະສາດໃຫ້ດີຂຶ້ນ, ເສີມສ້າງປະຊາຄົມຮ່ວມຊາຕາກຳກັບປະເທດອ້ອມຂ້າງ. ປົກປັກຮັກສາສະຖຽນລະພາບໂດຍລວມແຫ່ງການພົວພັນລະຫວ່າງປະເທດໃຫຍ່, ເພີ່ມຄວາມສາມັກຄີ ແລະ ລົງເລິກການຮ່ວມມືກັບປະເທດກຳລັງພັດທະນາ, ຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ, ຂໍ້ລິເລີ່ມອະລິຍະທຳທົ່ວໂລກ ແລະ ຂໍ້ລິເລີ່ມການບໍລິຫານທົ່ວໂລກ, ນຳພາໃຫ້ລະບຽບສາກົນຂະຫຍາຍໄປສູ່ທິດທາງທີ່ຍຸຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ. ສະໜັບສະໜູນເຂດໂລກໃຕ້ຮ່ວມກັນສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມຄວາມແຮງໃນການຊ່ວຍເຫຼືອຕ່າງປະເທດ ແລະ ສະໜອງຜະລິດຕະພັນສາທາລະນະສາກົນຫຼາຍກວ່າເກົ່າ. ເດັດດ່ຽວຄັດຄ້ານການກະທຳແບບລັດທິເຈົ້າອຳນາດ, ການກະທຳແບບເອົາແຕ່ໃຈໂຕເອງ ແລະ ການກະທຳແບບໃຊ້ອຳນາດບາດໃຫຍ່, ປົກປ້ອງຄວາມຍຸຕິທຳ ແລະ ຄວາມເປັນທຳສາກົນ, ປົກປ້ອງຜົນປະໂຫຍດຮ່ວມຂອງປະຊາຊົນປະເທດຕ່າງໆ. ສົ່ງເສີມຄຸນຄ່າຮ່ວມຂອງມວນມະນຸດ, ຊຸກຍູ້ການສ້າງໂລກທີ່ມີສັນຕິພາບຖາວອນ, ມີຄວາມໝັ້ນຄົງທົ່ວໄປ, ຈະເລີນຮຸ່ງເຮືອງຮ່ວມກັນ, ເປີດປະຕູສູ່ພາຍນອກ, ກວມລວມ, ໃສສະອາດ ແລະ ສວຍງາມ, ປະກອບສ່ວນກຳລັງຂອງຈີນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
(61) ປຸກລະດົມຄວາມຫ້າວຫັນ, ຄວາມເປັນເຈົ້າການ ແລະ ຫົວຄິດປະດິດສ້າງຂອງທົ່ວສັງຄົມຢ່າງເຕັມທີ່ເພື່ອເຂົ້າຮ່ວມການສ້າງສາຄວາມທັນສະໄໝແບບຈີນ. ອີງຕາມຈິດໃຈຂອງກອງປະຊຸມຄົບຄະນະຄັ້ງນີ້, ວາງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ທ້ອງຖິ່ນ 5 ປີ ຄັ້ງທີ XV ພ້ອມທັງການວາງແຜນສະເພາະຕ່າງໆ, ຈໍ່ຕົວຂຶ້ນເປັນລະບົບການວາງແຜນແຫ່ງຊາດທີ່ມີທີ່ຕັ້ງຖືກຕ້ອງທີ່ສຸດ, ຂອບເຂດຈະແຈ້ງ, ມີພາລະບົດບາດຊ່ວຍຊູຍູ້ໜູນ ແລະ ເຊື່ອມຕໍ່ເປັນເອກະພາບກັນ. ເພີ່ມທະວີການຕິດຕາມກວດກາ ແລະ ປະເມີນຜົນຕໍ່ແຜນພັດທະນາ, ບູລະນະກົນໄກປະສານສົມທົບດ້ານນະໂຍບາຍ ແລະ ປະສານສົມທົບດ້ານການປະຕິບັດງານ, ຮັບປະກັນໃຫ້ການຕັດສິນນະໂຍບາຍ ແລະ ການຈັດວາງຂອງສູນກາງພັກໄດ້ຮັບການຈັດຕັ້ງປະຕິບັດຢ່າງແທ້ຈິງ. ຈັດຕັ້ງປະຕິບັດທິດທາງເຄົາລົບການອອກແຮງງານ, ເຄົາລົບຄວາມຮູ້, ເຄົາລົບຜູ້ມີຄວາມຮູ້ຄວາມສາມາດ ແລະ ເຄົາລົບການປະດິດສ້າງ, ຊຸກຍູ້ສົ່ງເສີມຄວາມມີຊີວິດຊີວາຂອງທົ່ວສັງຄົມໃນການປະຕິບັດງານ, ການສ້າງພາລະກິດ, ການປະດິດສ້າງໃໝ່ ແລະ ການປະດິດຄິດສ້າງ, ຈໍ່ຕົວຂຶ້ນເປັນສະພາບຄວາມກະຕືລືລົ້ນທີ່ຜູ້ມີຄວາມຮູ້ຄວາມສາມາດໄດ້ເສີມຂະຫຍາຍຄວາມຮູ້ຂອງຕົນຢ່າງເຕັມທີ່, ຄວາມຮູ້ຕ່າງໆ ໄດ້ຖືກໝູນໃຊ້ຕົວຈິງຢ່າງເຕັມທີ່, ຮ່ວມເປັນຈິດໜຶ່ງໃຈດຽວກັນ ແລະ ຮ່ວມກັນບຸກບືນສູ້ຊົນ.
ທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດຄວນສາມັກຄີກັນຢ່າງແໜ້ນແຟ້ນກວ່າເກົ່າຢູ່ອ້ອມຂ້າງສູນກາງພັກທີ່ມີ ສະຫາຍ ສີຈິ້ນຜິງ ເປັນແກນນຳ, ຮ່ວມກັນສູ້ຊົນຜ່ານຜ່າເພື່ອບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານ, ສ້າງສະພາບການໃໝ່ແຫ່ງການຊຸກຍູ້ການສ້າງປະເທດທີ່ເຂັ້ມແຂງຢ່າງຮອບດ້ານ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນດ້ວຍຄວາມທັນສະໄໝແບບຈີນຢ່າງບໍ່ຢຸດຢັ້ງ.