ຖະແຫຼງການກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະກຳມະການ

2025-11-03 16:02:47 | Source:theorychina

ຖະແຫຼງການກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະກຳມະການ

ສູນກາງພັກຄອມມູນິດຈີນ ສະໄໝທີ XX

(ຮັບຮອງເອົາໃນກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ XX, ວັນທີ 23 ຕຸລາ 2025)

 

ກອງປະຊຸມຄົບຄະນະ ຄັ້ງທີ 4  ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ XX ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ ລະຫວ່າງວັນທີ 20 – 23 ຕຸລາ 2025.

ຜູ້ເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງນີ້ມີ: ກຳມະການສູນກາງພັກ 168 ສະຫາຍ, ກຳມະການສຳຮອງສູນກາງພັກ 147 ສະຫາຍ. ກຳມະການປະຈຳຄະນະກວດກາລະບຽບວິໄລສູນກາງພັກ ແລະ ສະຫາຍຮັບຜິດຊອບຝ່າຍທີ່ກ່ຽວຂ້ອງໄດ້ເຂົ້າຮ່ວມຟັງໃນກອງປະຊຸມ. ຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກບາງສະຫາຍທີ່ເຮັດວຽກຢູ່ຂັ້ນຮາກຖານ ພ້ອມດ້ວຍຜູ້ຊ່ຽວຊານ ແລະ ນັກວິຊາການຈຳນວນໜຶ່ງກໍໄດ້ເຂົ້າຮ່ວມຟັງໃນກອງປະຊຸມເຊັ່ນດຽວກັນ.

ກອງປະຊຸມຄົບຄະນະຄັ້ງນີ້ ໄດ້ໄຂຂຶ້ນໂດຍມີກົມການເມືອງສູນກາງພັກເປັນປະທານ. ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ ໄດ້ ກ່າວຄຳປາໄສອັນສຳຄັນ.

ກອງປະຊຸມຄົບຄະນະ ໄດ້ຮັບຟັງ ແລະ ປຶກສາຫາລືກ່ຽວກັບບົດລາຍງານວຽກງານທີີ່ສະເໜີໂດຍ ສະຫາຍ ສີຈິ້ນຜິງ ເຊິ່ງໄດ້ຮັບການມອບໝາຍຈາກກົມການເມືອງສູນກາງພັກ, ໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາ “ຂໍ້ສະເໜີຂອງສູນກາງພັກຄອມມູນິດຈີນ ກ່ຽວກັບການວາງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ XV” (ຕໍ່ໄປຈະເອີ້ນຫຍໍ້ວ່າ “ຂໍ້ສະເໜີ”). ສະຫາຍ ສີຈິ້ນຜິງ ໄດ້ອະທິບາຍກ່ຽວກັບ “ຂໍ້ສະເໜີ (ສະບັບປຶກສາຫາລື)” ຕໍ່ກອງປະຊຸມຄົບຄະນະ.

ກອງປະຊຸມຄົບຄະນະ ໄດ້ຢືນຢັນຢ່າງເຕັມທີ່ຕໍ່ວຽກງານຂອງກົມການເມືອງສູນກາງພັກ ນັບແຕ່ໄຂກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກ ສະໄໝທີ XX ເປັນຕົ້ນມາ, ໂດຍມີຄວາມເຫັນເປັນເອກະພາບກັນວ່າ: ກົມການເມືອງສູນກາງພັກ ໄດ້ຈັດຕັ້ງປະຕິບັດຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກ ແລະ ກອງປະຊຸມຄົບຄະນະທຸກຄັ້ງທີ່ຜ່ານມາຂອງຄະນະກຳມະການສູນກາງພັກ ສະໄໝທີ XX ຢ່າງຕັ້ງໜ້າ, ຍຶດໝັ້ນຫຼັກການພື້ນຖານລວມແຫ່ງການເຮັດວຽກທີ່ສະແຫວງຫາຄວາມກ້າວໜ້າໃນຄວາມໝັ້ນທ່ຽງ, ຈັດຕັ້ງປະຕິບັດແນວຄວາມຄິດການພັດທະນາອັນໃໝ່ຢ່າງຄົບຖ້ວນ, ຖືກຕ້ອງ ແລະ ຮອບດ້ານ, ວາງແຜນເປັນເອກະພາບກັນໃນການຊຸກຍູ້ການຈັດວາງແຜນຍຸດທະສາດລວມ “5 ພາລະກິດເປັນອັນໜຶ່ງອັນດຽວກັນ”, ປະສານສົມທົບກັນຊຸກຍູ້ແຜນຍຸດທະສາດ “4 ຮອບດ້ານ”, ວາງແຜນເປັນເອກະພາບກັນກ່ຽວກັບສະພາບການລວມທັງພາຍໃນ ແລະ ສາກົນ, ຍຶດໝັ້ນກາປະສານສົມທົບການພັດທະນາກັບຄວາມໝັ້ນຄົງ, ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ, ຊຸກຍູ້ການສ້າງປະຊາທິປະໄຕ ແລະ ການປົກຄອງປະເທດຕາມກົດໝາຍສັງຄົມນິຍົມຢ່າງໜັກແໜ້ນ, ເພີ່ມທະວີວຽກງານໂຄສະນາ, ແນວຄິດ ແລະ ວຽກງານວັດທະນະທຳຢ່າງບໍ່ຢຸດຢັ້ງ, ກຳແໜ້ນການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ແລະ ການອະນຸລັກສິ່ງແວດລ້ອມນິເວດຢ່າງແທ້ຈິງ, ເດັດດ່ຽວປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ ແລະ ສະຖຽນລະພາບທາງສັງຄົມ, ຈັດຕັ້ງປະຕິບັດການຮຽນຮູ້ ແລະ ສຶກສາອົບຮົມກ່ຽວກັບຈິດໃຈ “ກົດເຫຼັກ 8 ຂໍ້” ຂອງສູນກາງພັກ, ລົງເລິກຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ, ເພີ່ມທະວີການສ້າງສາຄວາມທັນສະໄໝດ້ານການປ້ອງກັນປະເທດ ແລະ ກອງທັບ, ສືບຕໍ່ເຮັດວຽກງານຮົງກົງ-ມາເກົາ ແລະ ວຽກງານກ່ຽວກັບກັບໄຕ້ຫວັນໃຫ້ດີ, ລົງເລິກຊຸກຍູ້ວຽກງານການຕ່າງປະເທດໃນຖານະເປັນປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນ, ຊຸກຍູ້ໃຫ້ເສດຖະກິດບັນລຸການຟື້ນຟູດີຂຶ້ນຢ່າງຕໍ່ເນື່ອງ, ໜ້າທີ່ເປົ້າໝາຍຕົ້ນຕໍໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ XIV ໃກ້ຈະສຳເລັດຜົນຢ່າງຈົບງາມ, ພິທີລະນຶກວັນໄຊຊະນະສົງຄາມປະຊາຊົນຈີນຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນ ແລະ ສົງຄາມຕໍ່ຕ້ານຟາດຊິດໂລກ ຄົບຮອບ 80 ປີ ໄດ້ປຸກລະດົມຈິດໃຈຊົນຊາດ, ນ້ຳໃຈຮັກຊາດ ແລະ ເຕົ້າໂຮມກຳລັງແຮງສູ້ຊົນ.

ກອງປະຊຸມຄົບຄະນະ ໄດ້ຕີລາຄາສູງຕໍ່ຜົນງານອັນສຳຄັນເປັນຢ່າງຍິ່ງແຫ່ງການພັດທະນາປະເທດໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາ 5 ປີ ຄັ້ງທີ XIV. ໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາດັ່ງກ່າວ, ການພັດທະນາຂອງຈີນເປັນຂະບວນການທີ່ບໍ່ປົກກະຕິທີ່ສຸດ ແລະ ບໍ່ທຳມະດາທີ່ສຸດ. ເມື່ອຜະເຊີນໜ້າກັບສະພາບການສາກົນທີ່ສັບສົນຂ້ຽວຂາດ ກໍຄື ໜ້າທີ່ທີ່ລຳບາກໜັກໜ່ວງໃນການປະຕິຮູບ, ການພັດທະນາ ແລະ ສະຖຽນລະພາບພາຍໃນປະເທດ, ສູນກາງພັກຄອມມູນິດຈີນ ທີ່ມີ ສະຫາຍ ສີຈິ້ນຜິງ ເປັນແກນນຳ ໄດ້ສາມັກຄີນຳພາທົ່ວພັກ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດບຸກບືນກ້າວໄປຂ້າງໜ້າດ້ວຍຄວາມກ້າຫານ ແລະ ທໍລະຫົດອົນທົນ, ຮັບມືກັບຜົນກະທົບຮ້າຍແຮງຈາກການແພ່ລະບາດຂອງພະຍາດໂຄວິດ-19 ເຊິ່ງເປັນເຫດການໜັກໜ່ວງທີ່ສຸດໃນສະຕະວັດນີ້, ຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍຕ່າງໆ ທີ່ຮ້າຍແຮງໄດ້ຢ່າງມີປະສິດທິຜົນ, ຊຸກຍູ້ໃຫ້ພາລະກິດຂອງພັກ ແລະ ລັດ ໄດ້ຮັບຜົນງານອັນສຳຄັນ ແລະ ຍິ່ງໃຫຍ່ຄັ້ງໃໝ່. ກຳລັງຕົວຈິງດ້ານເສດຖະກິດ, ກຳລັງຕົວຈິງດ້ານວິທະຍາສາດເຕັກໂນໂລຊີ ແລະ ກຳລັງແຮງສັງລວມແຫ່ງຊາດໄດ້ຮັບການຍົກສູງຂຶ້ນສູ່ລະດັບໃໝ່, ຄວາມທັນສະໄໝແບບຈີນໄດ້ຢວ່າງບາດກ້າວໃໝ່ທີ່ໜັກແໜ້ນ ແລະ ຂະບວນການອອກເດີນທາງຄັ້ງໃໝ່ເພື່ອບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີ ປະການທີ 2 ໄດ້ມີການເລີ່ມຕົ້ນທີ່ດີສົມຄວນ.

ກອງປະຊຸມຄົບຄະນະ ຊີ້ອອກວ່າ: ການບັນລຸຄວາມທັນສະໄໝຂອງສັງຄົມນິຍົມເປັນຂະບວນການທາງປະຫວັດສາດທີ່ກ້າວໄປຂ້າງໜ້າເທື່ອລະກ້າວ ແລະ ພັດທະນາຄືບໜ້າຢ່າງບໍ່ຢຸດຢັ້ງ, ຕ້ອງການຄວາມພະຍາຍາມຢ່າງບໍ່ລົດລະ ແລະ ສູ້ຊົນຢ່າງບໍ່ຢຸດຢັ້ງ. ໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາ 5 ປີ ຄັ້ງທີ XV ເປັນໄລຍະຂໍກຸນແຈສຳລັບການສ້າງພື້ນຖານໃຫ້ໜັກແໜ້ນ ແລະ ອອກແຮງຢ່າງຮອບດ້ານໃນການບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານ, ມີຖານະສຳຄັນທີ່ເປັນຂອດສືບທອດອັນເກົ່າ ແລະ ບຸກເບີກໄປສູ່ອັນໃໝ່ໃນຂະບວນການບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານ. ໃນໄລຍະຈັດຕັ້ງປະຕິບັດແຜນດັ່ງກ່າວ, ສະພາບແວດລ້ອມດ້ານການພັດທະນາຂອງຈີນຈະຜະເຊີນໜ້າກັບການປ່ຽນແປງທີ່ເລິກເຊິ່ງ ແລະ ສັບສົນກວ່າເກົ່າ. ການພັດທະນາຂອງຈີນຈະຢູ່ໃນໄລຍະທີ່ມີໂອກາດທາງດ້ານຍຸດທະສາດ, ມີຄວາມສ່ຽງ ແລະ ສິ່ງທ້າຍທາຍໄປພ້ອມກັນ ກໍຄືປັດໄຈທີ່ບໍ່ແນ່ນອນ ແລະ ຄາດຄະເນຍາກເພີ່ມຂຶ້ນ. ແຕ່ດ້ວຍເສດຖະກິດຈີນມີພື້ນຖານທີ່ໜັກແໜ້ນ, ມີທ່າແຮງທີ່ຫຼາກຫຼາຍ, ມີຄວາມທົນທານໜຽວແໜ້ນທີ່ແຂງແຮງ ແລະ ມີກຳລັງແຮງບົ່ມຊ້ອນທີ່ໃຫຍ່ຫຼວງ, ເງື່ອນໄຂຄ້ຳປະກັນ ແລະ ທ່າອ່ຽງພື້ນຖານທີ່ພັດທະນາຕາມທິດທາງທີ່ດີໃນໄລຍະຍາວບໍ່ມີການປ່ຽນແປງ, ທ່າແຮງລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ທ່າແຮງຕະຫຼາດຂະໜາດໃຫຍ່ພິເສດ, ທ່າແຮງລະບົບອຸດສາຫະກຳຄົບຖ້ວນ ແລະ ທ່າແຮງຊັບພະຍາກອນຜູ້ມີຄວາມຮູ້ຄວາມສາມາດມີຄວາມພົ້ນເດັ່ນຫຼາຍຂຶ້ນ. ທົ່ວພັກຕ້ອງເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມໝາຍທີ່ມີລັກສະນະຕັດສິນຂອງ “2 ກຳນົດ”, ເພີ່ມທະວີ “4 ສະຕິ”, ຍຶດໝັ້ນ “4 ໝັ້ນໃຈຕົນເອງ”, ປະຕິບັດ “2 ປົກປັກຮັກສາ”, ຍຶດໝັ້ນຄວາມໜັກແໜ້ນທາງດ້ານຍຸດທະສາດ, ເພີ່ມຄວາມໝັ້ນໃຈທີ່ຈະຕ້ອງຊະນະຢ່າງແນ່ນອນ, ຕັ້ງໜ້າຮັບຮູ້ກ່ຽວກັບການປ່ຽນແປງ, ຮັບມືກັບການປ່ຽນແປງ ແລະ ສະແຫວງຫາການປ່ຽນແປງ, ກ້າຫານຕໍ່ສູ້ ແລະ ຮູ້ວິທີຕໍ່ສູ້, ກ້າຜະເຊີນໜ້າກັບການທົດສອບທີ່ໜັກໜ່ວງ ຈົນເຖິງຂັ້ນໜັກໜ່ວງທີ່ສຸດ, ຜ່ານຜ່າຄວາມຫຍຸ້ງຍາກ, ຕໍ່ສູ້ກັບຄວາມສ່ຽງ ແລະ ຮັບມືກັບສິ່ງທ້າທາຍດ້ວຍຈິດໃຈຢ່າງເປັນເຈົ້າການທາງປະຫວັດສາດ, ສຸມກຳລັງແຮງເຂົ້າໃນການປະຕິບັດວຽກງານຂອງຕົນເອງໃຫ້ດີ ເພື່ອສືບຕໍໍ່ຂຽນປະຫວັດສາດໜ້າໃໝ່ກ່ຽວກັບ 2 ມະຫັດສະຈັນ ຄື: ບັນລຸໃຫ້ເສດຖະກິດພັດທະນາຢ່າງວ່ອງໄວ ແລະ ສັງຄົມມີສະຖຽນລະພາບຢ່າງຍາວນານ, ສູ້ຊົນສ້າງສະພາບການໃໝ່ແຫ່ງການສ້າງສາຄວາມທັນສະໄໝແບບຈີນ.

ກອງປະຊຸມຄົບຄະນະ ເນັ້ນໜັກວ່າ: ການພັດທະນາເສດຖະກິດ-ສັງຄົມໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາ 5 ປີ ຄັ້ງທີ XV ຕ້ອງຍຶດໝັ້ນລັດທິມາກ-ເລນິນ, ແນວຄິດເໝົາເຈີຕຸ່ງ, ທິດສະດີເຕິ້ງສຽວຜິງ, ແນວຄິດສຳຄັນ “3 ຕົວແທນ” ແລະ ທັດສະນະພັດທະນາຕາມຫຼັກວິທະຍາສາດ, ຈັດຕັ້ງຜັນຂະຫຍາຍແນວຄິດສີຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຢ່າງຮອບດ້ານ, ລົງເລິກຈັດຕັ້ງປະຕິບັດຕາມຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກ ແລະ ກອງປະຊຸມຄົບຄະນະທຸກຄັ້ງທີ່ຜ່ານມາຂອງຄະນະກຳມະການສູນກາງພັກ ສະໄໝທີ XX ໂດຍປິ່ນອ້ອມການສ້າງປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງໃຫ້ສຳເລັດຢ່າງຮອບດ້ານ ແລະ ບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີ ປະການທີ 2, ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊົນຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ, ວາງແຜນເປັນເອກະພາບກັນໃນການຊຸກຍູ້ການຈັດວາງແຜນຍຸດທະສາດລວມ “5 ພາລະກິດເປັນອັນໜຶ່ງອັນດຽວກັນ”, ປະສານສົມທົບກັນຊຸກຍູ້ແຜນຍຸດທະສາດ “4 ຮອບດ້ານ”, ປະສານສົມທົບສະພາບການລວມທັງພາຍໃນ ແລະ ສາກົນ, ຈັດຕັ້ງປະຕິບັດແນວຄວາມຄິດການພັດທະນາແບບໃໝ່ຢ່າງຄົບຖ້ວນ ແລະ ຖືກຕ້ອງ, ເລັ່ງສ້າງສະພາບການພັດທະນາແບບໃໝ່, ຍຶດໝັ້ນຫຼັກການພື້ນຖານລວມແຫ່ງການເຮັດວຽກແບບສະແຫວງຫາການພັດທະນາຢ່າງໜັກແໜ້ນ, ຍຶດໝັ້ນການຖືເອົາການສ້າງສາເສດຖະກິດເປັນໃຈກາງ, ຖືເອົາການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງເປັນຫົວຂໍ້ຫຼັກ, ຖືເອົາການປະຕິຮູບ ແລະ ການປະດິດສ້າງໃໝ່ເປັນພະລັງຂັບເຄື່ອນພື້ນຖານ, ຖືເອົາການຕອບສະໜອງຄວາມຕ້ອງການດ້ານຊີວິດການເປັນຢູ່ອັນດີງາມຂອງປະຊາຊົນທີ່ນັບມື້ນັບເພີ່ມຂຶ້ນເປັນເປົ້າໝາຍພື້ນຖານ, ຊຸກຍູ້ໃຫ້ເສດຖະກິດບັນລຸການຍົກລະດັບໃຫ້ສູງຂຶ້ນດ້ານຄຸນນະພາບຢ່າງມີປະສິດທິຜົນ ແລະ ການເຕີບໂຕດ້ານປະລິມານຢ່າງສົມເຫດສົມຜົນ, ຢວ່າງບາດກ້າວອັນໜັກແໜ້ນເພື່ອການພັດທະນາຢ່າງຮອບດ້ານຂອງປະຊາຊົນ ແລະ ຄວາມຮັ່ງມີຮ່ວມກັນຂອງທົ່ວປວງຊົນ ເພື່ອຮັບປະກັນໃຫ້ການບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານໄດ້ຮັບຄວາມຄືບໜ້າທີ່ມີລັກສະນະຕັດສິນຊີ້ຂາດ.

ກອງປະຊຸມຄົບຄະນະ ຊີ້ອອກວ່າ: ການພັດທະນາເສດຖະກິດ-ສັງຄົມໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາ 5 ປີ ຄັ້ງທີ XV ຕ້ອງປະຕິບັດຕາມຫຼັກການດັ່ງນີ້: ຍຶດໝັ້ນການນຳພາຢ່າງຮອບດ້ານຂອງພັກ, ຍຶດໝັ້ນປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງ, ຍຶດໝັ້ນການພັດທະນາດ້ວຍຄຸນນະພາບສູງ, ຍຶດໝັ້ນການລົງເລິກການປະຕິຮູບຢ່າງຮອບດ້ານ, ຍຶດໝັ້ນການປະສົມປະສານລະຫວ່າງຕະຫຼາດທີ່ມີປະສິດທິຜົນກັບລັດຖະບານທີ່ສາມາດປະຕິບັດງານໄດ້ເປັນຢ່າງດີ ແລະ ຍຶດໝັ້ນການປະສານສົມທົບການພັດທະນາກັບຄວາມໝັ້ນຄົງ.

ກອງປະຊຸມຄົບຄະນະ ໄດ້ສະເໜີເປົ້າໝາຍຕົ້ນຕໍໃນການພັດທະນາເສດຖະກິດ-ສັງຄົມໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາ 5 ປີ ຄັ້ງທີ XV ຄື: ການພັດທະນາດ້ວຍຄຸນນະພາບສູງໄດ້ຮັບຜົນສຳເລັດຢ່າງພົ້ນເດັ່ນ, ລະດັບການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນດ້ານວິທະຍາສາດເຕັກໂນໂລຊີໄດ້ຮັບການຍົກສູງຂຶ້ນຢ່າງໃຫຍ່ຫຼວງ, ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກໄດ້ຮັບການບຸກທະລຸໃໝ່, ລະດັບຄວາມສີວິໄລຂອງສັງຄົມໄດ້ຮັບການຍົກສູງຂຶ້ນຢ່າງເດັ່ນຊັດ, ຄຸນນະພາບດ້ານຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ການສ້າງປະເທດຈີນທີ່ສວຍງາມໄດ້ຮັບຄວາມຄືບໜ້າທີ່ສຳຄັນອັນໃໝ່ ແລະ ກຳແພງຄວາມໝັ້ນຄົງແຫ່ງຊາດມີຄວາມໜາແໜ້ນຫຼາຍຂຶ້ນ. ສູ້ຊົນອີກ 5 ປີບົນພື້ນຖານດັ່ງກ່າວ, ເມື່ອຮອດປີ 2035, ກຳລັງຕົວຈິງດ້ານເສດຖະກິດ, ດ້ານວິທະຍາສາດເຕັກໂນໂລຊີ ແລະ ກຳລັງຕົວຈິງດ້ານການປ້ອງກັນປະເທດ, ລວມທັງກຳລັງສັງລວມແຫ່ງຊາດ ແລະ ບົດບາດອິດທິພົນໃນສາກົນຂອງຈີນໄດ້ຮັບການຍົກສູງຂຶ້ນຢ່າງຫຼວງຫຼາຍ, ລວມຍອດຜະລິດຕະພັນພາຍໃນສະເລ່ຍໃສ່ຫົວຄົນບັນລຸເຖິງລະດັບຂອງປະເທດທີ່ພັດທະນາແລ້ວໃນລະດັບປານກາງ, ຊີວິດການເປັນຢູ່ຂອງປະຊາຊົນມີຄວາມຜາສຸກ ແລະ ດີງາມກວ່າເກົ່າ, ທັງບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານ.

ກອງປະຊຸມຄົບຄະນະ ສະເໜີວ່າ: ຕ້ອງສ້າງລະບົບອຸດສາຫະກຳທັນສະໄໝ ແລະ ຮັດແໜ້ນຮາກຖານເສດຖະກິດຮູບປະທຳໃຫ້ເຂັ້ມແຂງ. ຕ້ອງຍຶດໝັ້ນຖືເອົາການອອກແຮງຊຸກຍູ້ເສດຖະກິດຮູບປະທຳໄວ້ຢູ່ໃນຖານະສຳຄັນແຫ່ງການພັດທະນາເສດຖະກິດ, ຍຶດໝັ້ນການຫັນເປັນອັດສະລິຍະ, ການຫັນເປັນສີຂຽວ ແລະ ການຫັນເປັນການເຊື່ອມໂຍງເຂົ້າກັນ, ເລັ່ງລັດສ້າງສາປະເທດໃຫ້ເຂັ້ມແຂງດ້ານການຜະລິດ, ດ້ານຄຸນນະພາບ, ດ້ານການບິນອະວະກາດ, ດ້ານຄົມມະນາຄົມ ແລະ ເຂັ້ມແຂງດ້ານເຄືອຂ່າຍອິນເຕີເນັດ, ຮັກສາອັດຕາສ່ວນຂອງອຸດສາຫະກຳການຜະລິດໃຫ້ມີຄວາມສົມເຫດສົມຜົນ, ສ້າງລະບົບອຸດສາຫະກຳທັນສະໄໝໂດຍຖືເອົາອຸດສາຫະກຳການຜະລິດທີ່ທັນສະໄໝເປັນຫຼັກ. ຕ້ອງປັບປຸງ ແລະ ຍົກລະດັບອຸດສາຫະກໍາແບບດັ້ງເດີມໃຫ້ສູງຂຶ້ນ, ບົ່ມເພາະສ້າງອຸດສາຫະກໍາຈະເລີນໃໝ່ ແລະ ອຸດສາຫະກໍາອະນາຄົດ, ຊຸກຍູ້ໃຫ້ອຸດສາຫະກຳການບໍລິການພັດທະນາຢ່າງມີຄຸນນະພາບສູງ ແລະ ມີປະສິດທິພາບສູງ ພ້ອມທັງເສີມສ້າງລະບົບພື້ນຖານໂຄງລ່າງທີ່ທັນສະໄໝ.

ກອງປະຊຸມຄົບຄະນະ ສະເໜີວ່າ: ຕ້ອງເລັ່ງລັດຍົກສູງລະດັບການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນດ້ານວິທະຍາສາດເຕັກໂນໂລຊີ, ນຳພາການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່. ກຳເອົາໂອກາດທາງປະຫວັດສາດຂອງການປະຕິວັດດ້ານວິທະຍາສາດເຕັກໂນໂລຊີ ແລະ ການປ່ຽນແປງດ້ານອຸດສາຫະກຳຮອບໃໝ່, ປະສານສົມທົບລະຫວ່າງການສ້າງສາປະເທດໃຫ້ເຂັ້ມແຂງດ້ວຍການສຶກສາ, ດ້ວຍວິທະຍາສາດເຕັກໂນໂລຊີ ແລະ ສ້າງສາປະເທດເຂັ້ມແຂງດ້ວຍຜູ້ມີຄວາມຮູ້ຄວາມສາມາດ,  ຍົກສູງປະສິດທິພາບໂດຍລວມຂອງລະບົບປະດິດສ້າງໃໝ່ແຫ່ງຊາດ, ເພີ່ມທະວີຄວາມສາມາດປະດິດສ້າງໃໝ່ທີ່ເປັນເຈົ້າຕົນເອງຢ່າງຮອບດ້ານ, ຍາດເອົາຈຸດສູງສຸດແຫ່ງການພັດທະນາວິທະຍາສາດເຕັກໂນໂລຊີ  ແລະ ຊຸກຍູ້ການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງການຜະລິດໃນຄຸນນະພາບໃໝ່ຢ່າງບໍ່ຢຸດຢັ້ງ. ເພີ່ມທະວີການປະດິດສ້າງໃໝ່ທີ່ເປັນຕົ້ນສະບັບ ແລະ ແກ້ໄຂຂອດຫຍຸ້ງຍາກໃນດ້ານເຕັກໂນໂລຊີແກນກາງທີ່ສຳຄັນ, ຊຸກຍູ້ໃຫ້ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ ແລະ ການປະດິດສ້າງໃໝ່ດ້ານອຸດສາຫະກຳພັດທະນາແບບເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ, ຊຸກຍູ້ການພັດທະນາການສຶກສາ, ວິທະຍາສາດເຕັກໂນໂລຊີ ແລະ ຜູ້ມີຄວາມຮູ້ຄວາມສາມາດໃຫ້ເປັນອັນໜຶ່ງອັນດຽວກັນ ພ້ອມທັງລົງເລິກສ້າງສາປະເທດຈີນດີຈີຕອນ.

ກອງປະຊຸມຄົບຄະນະ ສະເໜີວ່າ: ຕ້ອງສ້າງຕະຫຼາດພາຍໃນປະເທດທີ່ເຂັ້ມແຂງ ແລະ ເລັ່ງລັດສ້າງສະພາບການພັດທະນາໃໝ່. ຍຶດໝັ້ນການເປີດກວ້າງຄວາມຕ້ອງການພາຍໃນທີ່ເປັນຈຸດພື້ນຖານທາງດ້ານຍຸດທະສາດ, ຍຶດໝັ້ນໃຫ້ການສ້າງຜົນປະໂຫຍດແກ່ຊີວິດການເປັນຢູ່ຂອງປະຊາຊົນກັບການສົ່ງເສີມການບໍລິໂພກພາຍໃນປະເທດ ກໍຄື ການລົງທຶນເຂົ້າໃນດ້ານວັດຖຸກັບການລົງທຶນເຂົ້າໃນດ້ານບຸກຄະລາກອນປະສານສົມທົບກັນຢ່າງແໜ້ນແຟ້ນ, ນຳພາການສະໜອງໃໝ່ດ້ວຍຄວາມຕ້ອງການໃໝ່, ສ້າງຄວາມຕ້ອງການໃໝ່ດ້ວຍການສະໜອງໃໝ່, ເຮັດໃຫ້ການບໍລິໂພກກັບການລົງທຶນ ແລະ ການສະໜອງກັບຄວາມຕ້ອງການມີການຊ່ວຍຊູຍູ້ໜູນກັນເປັນຢ່າງດີ, ເພີ່ມທະວີພະລັງຂັບເຄື່ອນພາຍໃນ ແລະ ຄວາມໜ້າໄວ້ວາງໃຈໄດ້ຂອງຮອບໝູນວຽນທາງເສດຖະກິດພາຍໃນປະເທດ. ຕ້ອງອອກແຮງກະຕຸ້ນການບໍລິໂພກ, ເປີດກວ້າງການລົງທຶນທີ່ມີປະສິດທິຜົນ ແລະ ແກ້ໄຂຈຸດຕັນ ແລະ ຈຸດບໍ່ໂລ່ງລ່ຽນທີ່ກີດຂວາງການສ້າງຕະຫຼາດໃຫຍ່ທີ່ເປັນເອກະພາບກັນໃນທົ່ວປະເທດ.

ກອງປະຊຸມຄົບຄະນະ ສະເໜີວ່າ: ຕ້ອງເລັ່ງລັດສ້າງໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມທີ່ມີລະດັບສູງ ແລະ ເພີ່ມທະວີພະລັງຂັບເຄື່ອນການພັດທະນາດ້ວຍຄຸນນະພາບສູງ. ຍຶດໝັ້ນ ແລະ ປັບປຸງລະບອບເສດຖະກິດພື້ນຖານສັງຄົມນິຍົມໃຫ້ສົມບູນ, ເສີມຂະຫຍາຍບົດບາດນຳພາຂອງການປະຕິຮູບໂຄງປະກອບເສດຖະກິດໃຫ້ດີກວ່າເກົ່າ, ປັບປຸງລະບົບຄຸ້ມຄອງເສດຖະກິດມະຫາພາກໃຫ້ສົມບູນຂຶ້ນ, ລັດຖະບານສາມາດປະຕິບັດງານໄດ້ເປັນຢ່າງດີ ແລະ ມີຂອບເຂດສິດອຳນາດທີ່ແນ່ນອນ, ຮັບປະກັບໃຫ້ການພັດທະນາດ້ວຍຄຸນນະພາບສູງສາມາດກ້າວໄປໜ້າເປັນໄລຍະຍາວນານຢ່າງໜັກແໜ້ນ. ຕ້ອງກະຕຸກຊຸກຍູ້ຄວາມມີຊີວິດຊີວາຂອງອົງກອນເສດຖະກິດປະເພດຕ່າງໆ ຢ່າງເຕັມທີ່, ເລັ່ງລັດປັບປຸງໂຄງປະກອບກົນໄກຈັດສັນປັດໄຈສຳຄັນຕາມຫຼັກການຕະຫຼາດໃຫ້ສົມບູນຂຶ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດໃນການຄຸ້ມຄອງເສດຖະກິດມະຫາພາກ.

    ກອງປະຊຸມຄົບຄະນະ ສະເໜີວ່າ: ຕ້ອງເປີດກວ້າງການເປີດປະຕູສູ່ພາຍນອກທີ່ມີລະດັບສູງ ແລະ ສ້າງສະພາບການໃໝ່ແຫ່ງການຮ່ວມມື ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ເປີດກວ້າງການເປີດປະຕູສູ່ພາຍນອກດ້ານລະບຽບການຢ່າງໝັ້ນທ່ຽງ, ປົກປ້ອງລະບົບການຄ້າຫຼາຍຝ່າຍ, ເປີດກວ້າງຮອບໝູນວຽນທາງເສດຖະກິດສາກົນ, ຊຸກຍູ້ການປະຕິຮູບ ແລະ ການພັດທະນາດ້ວຍການເປີດປະຕູສູ່ພາຍນອກ, ຊົມໃຊ້ໂອກາດຮ່ວມກັນ ແລະ ພັດທະນາຮ່ວມກັນກັບບັນດາປະເທດໃນໂລກ. ຕ້ອງຕັ້ງໜ້າເປີດກວ້າງການເປີດປະຕູສູ່ພາຍນອກຢ່າງເປັນເຈົ້າຕົນເອງ, ຊຸກຍູ້ການພັດທະນາແບບມີການປະດິດສ້າງໃໝ່ດ້ານການຄ້າ, ເປີດກວ້າງພື້ນທີ່ການຮ່ວມມືດ້ານການລົງທຶນຕໍ່ກັນ ແລະ ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ.

ກອງປະຊຸມຄົບຄະນະ ສະເໜີວ່າ: ຕ້ອງເລັ່ງລັດຄວາມທັນສະໄໝແບບຈີນໃນດ້ານກະສິກຳ ແລະ ຊົນນະບົດ, ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານດ້ວຍຄວາມໜັກແໜ້ນ. ຍຶດໝັ້ນຖືເອົາການແກ້ໄຂບັນຫາທີ່ກ່ຽວຂ້ອງກັບກະສິກຳ, ຊົນນະບົດ ແລະ ຊາວກະສິກອນເປັນບັນຫາຈຸດສຸມທີ່ສຳຄັນຍິ່ງຂອງວຽກງານທົ່ວພັກ, ຊຸກຍູ້ການພັດທະນາແບບເຊື່ອມໂຍງເຂົ້າກັນລະຫວ່າງຕົວເມືອງກັບ ຊົນນະບົດ, ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍໝາກຜົນທີ່ໄດ້ຮັບຈາກການລຶບລ້າງຄວາມທຸກຍາກ, ຊຸກຍູ້ໃຫ້ຊົນນະບົດມີເງື່ອນໄຂດຳລົງຊີວິດທີ່ທັນສະໄໝໂດຍພື້ນຖານ, ເລັ່ງລັດສ້າງປະເທດໃຫ້ເຂັ້ມແຂງດ້ານກະສິກຳ. ຕ້ອງຍົກສູງຄວາມສາມາດການຜະລິດສັງລວມ, ຄຸນນະພາບ ແລະ ປະສິດທິພາບດ້ານກະສິກຳ, ຊຸກຍູ້ການສ້າງຊົນນະບົດກົມກຽວປອງດອງ, ສວຍງາມທີ່ໜ້າຢູ່ ແລະ ໜ້າທຳມາຫາກິນ, ລວມທັງຍົກສູງປະສິດທິພາບ ແລະ ຄວາມສາມາດຂອງນະໂຍບາຍສ້າງຄວາມເຂັ້ມແຂງດ້ານກະສິກຳ, ສ້າງຜົນປະໂຫຍດໃຫ້ແກ່ຊົນນະບົດ ແລະ ສ້າງຄວາມຮັ່ງມີໃຫ້ແກ່ຊາວກະສິກອນ.

ກອງປະຊຸມຄົບຄະນະ ສະເໜີວ່າ: ຕ້ອງປັບປຸງສະພາບການຈັດວາງເສດຖະກິດເຂດແຄວ້ນໃຫ້ດີຂຶ້ນ ແລະ ຊຸກຍູ້ໃຫ້ເຂດແຄວ້ນຕ່າງໆ ພັດທະນາຢ່າງກົມກຽວກັນ. ເສີມຂະຫຍາຍບົດບາດຂອງຍຸດທະສາດພັດທະນາເຂດແຄວ້ນຕ່າງໆ ຢ່າງກົມກຽວກັນ, ຍຸດທະສາດທີ່ສຳຄັນຂອງເຂດແຄວ້ນ, ຍຸດທະສາດກ່ຽວກັບເຂດບົດບາດຕົ້ນຕໍ ແລະ ຍຸດທະສາດການຫັນເປັນຕົວເມືອງແບບໃໝ່ທີ່ເຊື່ອມໂຍງເຂົ້າກັນ, ປັບປຸງແຜນຈັດວາງກຳລັງການຜະລິດທີ່ສຳຄັນໃຫ້ດີຂຶ້ນ, ເສີມຂະຫຍາຍບົດບາດທີ່ເປັນແຫຼ່ງເຕີບໂຕຂອງເຂດແຄວ້ນຈຸດສຸມ, ສ້າງສະພາບການຈັດວາງເສດຖະກິດເຂດແຄວ້ນ ແລະ ລະບົບພື້ນທີ່ດິນແຫ່ງຊາດທີ່ມີທ່າແຮງຊ່ວຍຊູຍູ້ໜູນກັນ ແລະ ພັດທະນາດ້ວຍຄຸນນະພາບສູງ. ຕ້ອງເພີ່ມຄວາມກົມກຽວກັນໃນການພັດທະນາເຂດແຄວ້ນ, ຊຸກຍູ້ການພັດທະນາເຂດແຄວ້ນຕ່າງໆ ຢ່າງປະສານສົມທົບກັນ, ປັບປຸງສະພາບການພັດທະນາພື້ນທີ່ດິນແດນແຫ່ງຊາດໃຫ້ດີຂຶ້ນ, ລົງເລິກຊຸກຍູ້ການຫັນເປັນຕົວເມືອງຮູບແບບໃໝ່ທີ່ຖືຄົນເປັນກົກ ແລະ ເພີ່ມທະວີການພັດທະນາ, ນຳໃຊ້ ແລະ ປົກປ້ອງທະເລ.

    ກອງປະຊຸມຄົບຄະນະ ສະເໜີວ່າ: ຕ້ອງກະຕຸ້ນຄວາມມີຊີວິດຊີວາໃນການປະດິດສ້າງໃໝ່ດ້ານວັດທະນະທຳຂອງທົ່ວຊົນຊາດ ແລະ ພັດທະນາວັດທະນະທຳສັງຄົມນິຍົມໃຫ້ມີຄວາມຈະເລີນຮຸ່ງເຮືອງ. ຍຶດໝັ້ນຖານະຊີ້ນຳຂອງລັດທິມາກໃນຂົງເຂດຮູບຖານຈິດສຳນຶກ, ຝັງຮາກເລິກເຂົ້າໃນອະລິຍະທຳຈີນທີ່ອຸດົມສົມບູນ ແລະ ພັດທະນາໄປຕາມກະແສການພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອພັດທະນາວັດທະນະທຳສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ທີ່ມີກຳລັງນຳພາດ້ານແນວຄິດ, ກຳລັງເຕົ້າໂຮມດ້ານຈິດໃຈ, ແຮງຈູງໃຈດ້ານຄຸນຄ່າ ແລະ ບົດບາດອິດທິພົນໃນສາກົນທີ່ເຂັ້ມແຂງ, ພ້ອມທັງຊຸກຍູ້ການສ້າງສາປະເທດໃຫ້ເຂັ້ມແຂງດ້ານວັດທະນະທຳຢ່າງໜັກແໜ້ນ. ຕ້ອງສົ່ງເສີມ ແລະ ຈັດຕັ້ງປະຕິບັດຄ່ານິຍົມແກນກາງສັງຄົມນິຍົມ, ອອກແຮງພັດທະນາພາລະກິດວັດທະນະທຳໃຫ້ຈະເລີນຮຸ່ງເຮືອງ, ເລັ່ງລັດການພັດທະນາອຸດສາຫະກຳວັດທະນະທຳ ແລະ ຍົກຄວາມສາມາດໂຄສະນາເຜີຍແຜ່ ແລະ ອິດທິພົນຂອງອະລິຍະທຳຈີນໃຫ້ສູງຂຶ້ນ.

    ກອງປະຊຸມຄົບຄະນະ ສະເໜີວ່າ: ຕ້ອງເພີ່ມທະວີການຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ພ້ອມທັງຊຸກຍູ້ຄວາມຮັ່ງມີຮ່ວມກັນຂອງປະຊາຊົນທຸກຖ້ວນໜ້າຢ່າງໜັກແໜ້ນ. ຍຶດໝັ້ນພະຍາຍາມຢ່າງສຸດຄວາມສາມາດ ແລະ ປະຕິບັດຕາມຄວາມສາມາດ, ເພີ່ມທະວີການສ້າງຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນປະໂຫຍດຢ່າງທົ່ວເຖິງ, ມີລັກສະນະພື້ນຖານ ແລະ ມີເສັ້ນເພດານຕ່ຳສຸດ, ແກ້ໄຂບັນຫາທີ່ເຮັດໃຫ້ປະຊາຊົນມີຄວາມເດືອດຮ້ອນ, ຫຍຸ້ງຍາກ ແລະ ມີ ຄວາມກັງວົນໃຈ, ເຮັດໃຫ້ຊ່ອງທາງການເຄື່ອນໄຫວທາງສັງຄົມມີຄວາມລຸລ່ວງ ກວ່າເກົ່າ ແລະ ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ. ຕ້ອງຊຸກຍູ້ການປະກອບອາຊີບທີ່ມີຄຸນນະພາບສູງຢ່າງເຕັມທີ່, ປັບປຸງລະບຽບການແບ່ງປັນລາຍຮັບໃຫ້ສົມບູນຂຶ້ນ, ພັດທະນາການສຶກສາທີ່ປະຊາຊົນເພິ່ງພໍໃຈ, ບູລະນະລະບົບປະກັນສັງຄົມໃຫ້ສົມບູນຂຶ້ນ, ຊຸກຍູ້ການພັດທະນາອະສັງຫາລິມະຊັບດ້ວຍຄຸນນະພາບສູງ, ເລັ່ງລັດການສ້າງຈີນທີ່ມີສຸຂະພາບແຂງແຮງ, ຊຸກຍູ້ການພັດທະນາປະຊາກອນດ້ວຍຄຸນນະພາບສູງ ແລະ ຊຸກຍູ້ຄວາມສະເໝີພາບດ້ານການບໍລິການສາທາລະນະຂັ້ນພື້ນຖານຢ່າງໜັກແໜ້ນ.

    ກອງປະຊຸມຄົບຄະນະ ສະເໜີວ່າ: ຕ້ອງເລັ່ງລັດການຫັນເປັນສີຂຽວຢ່າງຮອບດ້ານຂອງການພັດທະນາເສດຖະກິດ-ສັງຄົມ, ສ້າງສາປະເທດຈີນທີ່ສວຍງາມ. ສ້າງ ແລະ ຈັດຕັ້ງປະຕິບັດແນວຄວາມຄິດພູຂຽວນ້ຳໃສກໍແມ່ນພູເງິນພູຄຳຢ່າງໝັ້ນແກ່ນ, ຖືເອົາການລະບາຍກາກບອນເຖິງລະດັບສູງສຸດ ແລະ ການປອດການລະບາຍກາກບອນເປັນການນຳພາ, ປະສານສົມທົບການຫຼຸດການລະບາຍກາກບອນ, ຫຼຸດການລະບາຍມົນລະພິດ, ເປີດກວ້າງພື້ນທີ່ສີຂຽວ ແລະ ຮັກສາການເຕີບໂຕໄປພ້ອມກັນ, ສ້າງກຳແພງຄວາມປອດໄພດ້ານນິເວດທີ່ໝັ້ນຄົງ ແລະ ເພີ່ມພະລັງຂັບເຄື່ອນການພັດທະນາແບບສີຂຽວ. ຕ້ອງລົງເລິກຊຸກຍູ້ການປ້ອງກັນ ແລະ ປົວແປງມົນລະພິດ ພ້ອມທັງປັບປຸງລະບົບນິເວດໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, ເລັ່ງການສ້າງລະບົບພະລັງງານແບບໃໝ່, ຊຸກຍູ້ ແລະ ບັນລຸເປົ້າໝາຍການລະບາຍກາກບອນເຖິງຈຸດສູງສຸດຢ່າງຕັ້ງໜ້າ ແລະ ໜັກແໜ້ນ, ເລັ່ງການສ້າງວິທີການຜະລິດ ແລະ ວິຖີຊີວິດສີຂຽວ.

    ກອງປະຊຸມຄົບຄະນະ ສະເໜີວ່າ: ຊຸກຍູ້ຄວາມທັນສະໄໝຂອງລະບົບ ແລະ ຄວາມສາມາດດ້ານຄວາມໝັ້ນຄົງແຫ່ງຊາດ, ສ້າງຈີນທີ່ມີຄວາມສະຫງົບປອດໄພ ໃຫ້ມີລະດັບສູງກວ່າເກົ່າ. ຈັດຕັ້ງປະຕິດບັດທັດສະນະຄວາມໝັ້ນຄົງແຫ່ງຊາດໂດຍລວມຢ່າງເດັດດ່ຽວໜຽວແໜ້ນ, ເດີນຕາມເສັ້ນທາງຄຸ້ມຄອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຮັບປະກັນໃຫ້ສັງຄົມມີທັງຊີວິດຊີວາ ແລະ ຄວາມເປັນລະບຽບແບບແຜນ. ຕ້ອງບູລະນະລະບົບຄວາມໝັ້ນຄົງແຫ່ງຊາດໃຫ້ສົມບູນຂຶ້ນ, ເພີ່ມທະວີການສ້າງສາຄວາມສາມາດດ້ານຄວາມໝັ້ນຄົງແຫ່ງຊາດໃນຂົງເຂດຈຸດສຸມ, ຍົກລະດັບການຄຸ້ມຄອງຄວາມໝັ້ນຄົງສາທາລະນະໃຫ້ສູງຂຶ້ນ ແລະ ບູລະນະລະບົບຄຸ້ມຄອງສັງຄົມໃຫ້ສົມບູນຂຶ້ນ.

    ກອງປະຊຸມຄົບຄະນະ ສະເໜີວ່າ: ຕ້ອງບັນລຸເປົ້າໝາຍສູ້ຊົນໃນໂອກາດກອງທັບປົດປ່ອຍປະຊາຊົນຈີນ ສ້າງຕັ້ງຂຶ້ນຄົບຮອບ 100 ປີ ຕາມເວລາກຳນົດ, ຊຸກຍູ້ຄວາມທັນສະໄໝຂອງການປ້ອງກັນປະເທດ ແລະ ກອງທັບດ້ວຍຄຸນນະພາບສູງ. ຈັດຕັ້ງປະຕິບັດແນວຄິດສີຈິ້ນຜິງເພື່ອສ້າງກອງທັບທີ່ເຂັ້ມແຂງ, ຈັດຕັ້ງປະຕິບັດທິດທາງຍຸດທະສາດທາງການທະຫານໃນຍຸກໃໝ່, ຍຶດໝັ້ນການນຳພາເດັດຖານຂອງພັກຕໍ່ກອງທັບປະຊາຊົນ, ຈັດຕັ້ງປະຕິບັດລະບຽບການທີ່ປະທານຄະນະກຳມະການການທະຫານສູນກາງເປັນຜູ້ຮັບຜິດຊອບ, ອີງຕາມຍຸດທະສາດ “3 ບາດກ້າວ” ໃໝ່ແຫ່ງການຊຸກຍູ້ວຽກງານປ້ອງກັນປະເທດ ແລະ ກອງທັບເປັນແບບທັນສະໄໝ, ຊຸກຍູ້ການສ້າງສາກອງທັບຈາກທາງການເມືອງ, ສ້າງກອງທັບທີ່ເຂັ້ມແຂງດ້ວຍການປະຕິຮູບ, ດ້ວຍວິທະຍາສາດເຕັກໂນໂລຊີ ແລະ ດ້ວຍຜູ້ມີຄວາມຮູ້ຄວາມສາດ ພ້ອມທັງຄຸ້ມຄອງກອງທັບຕາມກົດໝາຍ, ທັງຕໍ່ສູ້, ທັງກຽມພ້ອມສູ້ຮົບ, ທັງສ້າງສາ, ເລັ່ງການພັດທະນາແບບເຊື່ອມໂຍງເຂົ້າກັນລະຫວ່າງການຫັນເປັນແບບກົນຈັກ, ຫັນເປັນແບບຂໍ້ມູນຂ່າວສານ ແລະ ຫັນເປັນແບບອັດສະລິຍະ, ຍົກຄວາມສາມາດທາງດ້ານຍຸດທະສາດໃນການປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາແຫ່ງຊາດ. ຕ້ອງເລັ່ງການພັດທະນາກຳລັງສູ້ຮົບທີ່ທັນສະໄໝ, ຊຸກຍູ້ຄວາມທັນສະໄໝດ້ານການປົກຄອງທາງການທະຫານ, ປັບປຸງ ແລະ ຍົກລະດັບລະບົບ ແລະ ຄວາມສາມາດດ້ານຍຸດທະສາດແຫ່ງຊາດທີ່ເປັນເອກະພາບກັນໃຫ້ສູງຂຶ້ນ.

    ກອງປະຊຸມຄົບຄະນະ ເນັ້ນໜັກວ່າ: ທົ່ວພັກ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດຕ້ອງສາມັກຄີກັນເພື່ອສູ້ຊົນບັນລຸແຜນພັດທະນາ 5 ປີ ຄັ້ງທີ XV. ຍຶດໝັ້ນຖືເອົາການປະຕິວັດຕົນເອງຂອງພັກນຳພາການປະຕິວັດທາງສັງຄົມ, ຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ ແລະ ສະເໝີຕົ້ນສະເໝີປາຍ, ເພີ່ມກຳລັງນຳພາທາງການເມືອງ, ກຳລັງນຳພາທາງແນວຄິດ, ກຳລັງຈັດວາງປະຊາຊົນ ແລະ ກຳລັງປຸກລະດົມທາງສັງຄົມຂອງພັກ, ຍົກຄວາມສາມາດ ແລະ ລະດັບນຳພາການພັດທະນາເສດຖະກິດ-ສັງຄົມຂອງພັກໃຫ້ສູງຂຶ້ນ, ເຕົ້າໂຮມກຳລັງວັງຊາທີ່ເຂັ້ມແຂງເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ. ຕ້ອງຍຶດໝັ້ນ ແລະ ເພີ່ມທະວີການນຳພາແບບລວມສູນ ແລະ ເອກະພາບຂອງສູນກາງພັກ, ຊຸກຍູ້ການສ້າງສາປະຊາທິປະໄຕ ແລະ ການປົກຄອງຕາມກົດໝາຍສັງຄົມນິຍົມ, ຊຸກຍູ້ຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບຖາວອນຂອງຮົງກົງ ແລະ ມາເກົາ, ຊຸກຍູ້ການພົວພັນລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນຂະຫຍາຍຕົວໂດຍສັນຕິ ແລະ ຊຸກຍູ້ພາລະກິດທ້ອນໂຮມປະເທດຊາດເຂົ້າເປັນເອກະພາບກັນ ແລະ ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ກອງປະຊຸມຄົບຄະນະ ຊີ້ອອກວ່າ: ການສຶກສາຮ່ຳຮຽນ ແລະ ຈັດຕັ້ງປະຕິບັດຈິດໃຈກອງປະຊຸມຄົບຄະນະຄັ້ງນີ້ເປັນໜ້າທີ່ວຽກງານທີ່ສຳຄັນຢ່າງຍິ່ງໃນປັດຈຸບັນ ກໍຄື ໃນໄລຍະຕໍ່ໄປ. ຕ້ອງຈັດຕັ້ງການຮ່ຳຮຽນ, ປາຖະກະຖາ ແລະ ເຜີຍແຜ່ໂຄສະນາຈິດໃຈກອງປະຊຸມຄົບຄະນະຄັ້ງນີ້ໃຫ້ດີໂດຍຜ່ານຮູບການຕ່າງໆ, ເຮັດໃຫ້ທົ່ວພັກ ແລະ ທົ່ວສັງຄົມເຂົ້າໃຈຈິດໃຈກອງປະຊຸມຄົບຄະນະໃຫ້ດີ. ຕ້ອງຈັດຕັ້ງປະຕິບັດຈິດໃຈກອງປະຊຸມຄົບຄະນະໃຫ້ດີຢ່າງຕິດແທດຕົວຈິງ, ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງຢ່າງເດັດດ່ຽວໜຽວແໜ້ນ, ເລັ່ງລັດສ້າງສະພາບການພັດທະນາໃໝ່, ຊຸກຍູ້ໃຫ້ຢວ່າງບາດກ້າວອັນໜັກແໜ້ນເພື່ອຄວາມຮັ່ງມີຮ່ວມກັນຂອງທົ່ວປວງຊົນ, ປະສານສົມທົບການພັດທະນາກັບຄວາມໝັ້ນຄົງໃຫ້ດີກວ່າເກົ່າ, ວາງແຜນລວມເພື່ອຊຸກຍູ້ການສ້າງສາເສດຖະກິດ ແລະ ວຽກງານຂົງເຂດຕ່າງໆ ເພື່ອສ້າງພື້ນຖານທີ່ໜັກແໜ້ນກວ່າເກົ່າໃຫ້ແກ່ການບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານ.

     ກອງປະຊຸມຄົບຄະນະ ເນັ້ນໜັກວ່າ: ການປົກຄອງປະເທດຕ້ອງໃຫ້ການຄຸ້ມຄອງພັກມາກ່ອນ, ພັກມີຄວາມຈະເລີນແລ້ວຈຶ່ງຈະສາມາດສ້າງປະເທດໃຫ້ເຂັ້ມແຂງໄດ້. ການບໍລິຫານ ແລະ ຄຸ້ມຄອງພັກຍິ່ງມີປະສິດທິຜົນຫຼາຍເທົ່າໃດ, ການຮັບປະກັນດ້ານການພັດທະນາເສດຖະກິດ-ສັງຄົມຍິ່ງມີຄວາມເຂັ້ມແຂງຫຼາຍເທົ່ານັ້ນ. ຕ້ອງຊຸກຍູ້ການຄຸ້ມຄອງພັກທີ່ເຂັ້ມງວດຮອບດ້ານຢ່າງບໍ່ລົດລະດ້ວຍຄວາມໜຽວແໜ້ນ ແລະ ການຍຶດຕິດແບບຕ້ອງດຳເນີນຕະຫຼອດໄປ, ຈັດຕັ້ງປະຕິບັດການປະຕິວັດໂດຍຕົນເອງຂອງພັກໃຫ້ຖືກຕ້ອງຢ່າງເດັດຂາດ, ຊຸກຍູ້ການກໍ່ສ້າງແບບແຜນຂອງພັກຢ່າງເປັນປົກກະຕິ ແລະ ເປັນໄລຍະຍາວນານ, ດຳເນີນການຕໍ່ສູ້ຕ້ານກັບການສໍ້ລາດບັງຫຼວງຢ່າງເດັດດ່ຽວໜຽວແໜ້ນ ເພື່ອເປັນສິ່ງຄ້ຳປະກັນທີ່ເຂັ້ມແຂງໃຫ້ແກ່ການບັນລຸເປົ້າໝາຍໃນແຜນພັດທະນາ 5 ປີ ຄັ້ງທີ XV.

    ກອງປະຊຸມຄົບຄະນະ ໄດ້ຄົ້ນຄວ້າ ແລະ ວິເຄາະສະພາບການ ແລະ ໜ້າທີ່ວຽກງານໃນປັດຈຸບັນ ແລະ ເນັ້ນໜັກຈະບັນລຸເປົ້າໝາຍການພັດທະນາເສດຖະກິດ -ສັງຄົມໝົດປີຢ່າງເດັດດ່ຽວ. ຕ້ອງສືບຕໍ່ຈັດຕັ້ງປະຕິບັດຂໍ້ຕົກລົງ ແລະ ແຜນການຂອງສູນກາງພັກຢ່າງຖືກຕ້ອງ, ສຸມກຳລັງເຂົ້າໃນການສ້າງຄວາມໝັ້ນທ່ຽງໃຫ້ແກ່ການປະກອບອາຊີບ, ວິສາຫະກິດ, ຕະຫຼາດ ແລະ ການຄາດຄະເນ, ສ້າງຄວາມໝັ້ນທ່ຽງໃຫ້ແກ່ສະພາບການພື້ນຖານດ້ານເສດຖະກິດ, ປັບປັງທ່າອ່ຽງທີ່ເສດຖະກິດຟື້ນຕົວຄືນໃໝ່ ແລະ ພັດທະນາໄປຕາມທິດທາງທີ່ດີ. ນະໂຍບາຍມະຫາພາກຕ້ອງອອກແຮງຢ່າງຕໍ່ເນື່ອງ ແລະ ເພີ່ມກຳລັງແຮງໃນເວລາທີ່ເໝາະສົມ, ຈັດຕັ້ງປະຕິບັດນະໂຍບາຍຊ່ວຍເຫຼືອ ແລະ ສະໜັບສະໜູນວິສາຫະກິດໃຫ້ດີ, ລົງເລິກປະຕິບັດການເຄື່ອນໄຫວສະເພາະກິດເພື່ອກະຕຸ້ນການບໍລິໂພກ, ຍຶດໝັ້ນເສັ້ນເພດານຕ່ຳສຸດ “3 ປະກັນ” ຂອງຂັ້ນຮາກຖານ, ຕັ້ງໜ້າແກ້ໄຂຄວາມສ່ຽງດ້ານໜີ້ສິນຂອງອົງການປົກຄອງທ້ອງຖິ່ນຢ່າງໝັ້ນທ່ຽງ ແລະ ເໝາະສົມ.

    ກອງປະຊຸມຄົບຄະນະ ຊີ້ອອກວ່າ: ຕ້ອງປະຕິບັດການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຢ່າງຕິດແທດຕົວຈິງ, ຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ວຍຫຼາຍຊ່ອງທາງ, ເພີ່ມທະວີວຽກງານຮັກສາຕຳແໜ່ງງານທີ່ມີຢູ່ໃນປັດຈຸບັນ ແລະ ຊຸກຍູ້ການປະກອບອາຊີບ, ຊຸກຍູ້ໃຫ້ກຸ່ມຄົນສຳຄັນປະກອບອາຊີບຢ່າງໜັກແໜ້ນ, ເພີ່ມທະວີການແກ້ໄຂການຕິດຄ້າງຄ່າແຮງງານ, ເພີ່ມທະວີການບໍລິການສາທາລະນະພື້ນຖານ, ແກ້ໄຂບັນຫາທີ່ເຮັດໃຫ້ປະຊາຊົນມີຄວາມເດືອດຮ້ອນ, ຫຍຸ້ງຍາກ ແລະ ມີຄວາມກັງວົນໃຈນັ້ນໃຫ້ດີ. ປະຕິບັດການກໍ່ສ້າງຄືນໃໝ່ຫຼັງໄພພິບັດ ແລະ ຈັດສັນປະຊາຊົນທີ່ປະສົບໄພໃຫ້ດີຢ່າງຕິດແທດຕົວຈິງ, ຮັບປະກັນໃຫ້ປະຊາຊົນຜູ້ປະສົບໄພຜ່ານຜ່າລະດູໜາວດ້ວຍຄວາມອົບອຸ່ນ.

    ກອງປະຊຸມຄົບຄະນະ ເນັ້ນໜັກວ່າ: ຕ້ອງປະຕິບັດການຜະລິດດ້ວຍຄວາມປອດໄພ ແລະ ວຽກງານຮັກສາຄວາມໝັ້ນຄົງໃຫ້ດີ, ຈັດຕັ້ງປະຕິບັດຄວາມຮັບຜິດຊອບການຜະລິດດ້ວຍຄວາມປອດໄພໃຫ້ໜັກແໜ້ນ, ຈັດຕັ້ງປະຕິບັດລະບຽບການຕິດຕາມຄຸ້ມຄອງຕ່າງໆ ຢ່າງເຂັ້ມງວດ. ເດັດດ່ຽວປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ເກີດອຸບັດເຫດໃຫຍ່ ແລະ ອຸບັດເຫດໃຫຍ່ພິເສດ. ເພີ່ມທະວີການຕິດຕາມຄຸ້ມຄອງທົ່ວຕ່ອງໂສ້ດ້ານຄວາມປອດໄພຂອງຢາ ແລະ ອາຫານ. ລົງເລິກສຳຫຼວດ ແລະ ແກ້ໄຂຂໍ້ຂັດແຍ້ງ ແລະ ຂໍ້ຜິດຖຽງ, ເພີ່ມທະວີການປ້ອງກັນ ແລະ ຄວບຄຸມດ້ານຄວາມສະຫງົບຂອງສັງຄົມ, ປາບປາມການລະເມີດກົດໝາຍ ແລະ ການກະທຳຜິດປະເພດຕ່າງໆ ຕາມກົດໝາຍ. ເພີ່ມທະວີການນຳພາດ້ວຍຫາງສຽງ, ປ້ອງກັນ ແລະ ແກ້ໄຂຄວາມສ່ຽງດ້ານຮູບຖານຈິດສຳນຶກຢ່າງມີປະສິດທິຜົນ.

    ກອງປະຊຸມຕົກລົງ ເພີ່ມ ສະຫາຍ ຈ່າງເຊີ່ງມິນ ເປັນຮອງປະທານຄະນະກຳມະການການທະຫານສູນກາງພັກ.

    ອີງຕາມເນື້ອໃນກົດລະບຽບພັກ, ກອງປະຊຸມຄົບຄະນະຕົກລົງ ເພີ່ມ ສະຫາຍ ຢູຮຸ້ຍເວີນ, ສະຫາຍ ມາຮັ້ນເສິງ, ສະຫາຍ ວາງຈ້ຽນ, ສະຫາຍ ວາງຊີ, ສະຫາຍ ວາງຢົງຫົງ, ສະຫາຍ ວາງຖິງໄຂ, ສະຫາຍ ວາງຊິນເວີຍ, ສະຫາຍ ເວີຍທາວ, ສະຫາຍ ເຕິ້ງຢີ້ອູ, ສະຫາຍ ເຕິ້ງຊິ່ວມິນ ແລະ ສະຫາຍ ລູຫົງ ທີ່ເປັນກຳມະການສຳຮອງສູນກາງພັກ ຂຶ້ນເປັນກຳມະການຄະນະກຳມະການສູນກາງພັກ ຕາມລຳດັບ.

    ກອງປະຊຸມຄົບຄະນະ ໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການສືບສວນສອບສວນຂອງຄະນະກຳມະການກວດກາວິໄນສູນກາງພັກ ກ່ຽວກັບບັນຫາລະເມີດກົດລະບຽບພັກ ແລະ ກົດໝາຍຂອງລັດຢ່າງໜັກໜ່ວງຂອງ ຖັງເຢິນຈ້ຽນ, ຈິ່ນຊ່ຽງຈຸ່ນ, ຫຼີສືຊົງ, ຢາງຟາເຊິນ ແລະ ຈູ່ຈືຊົງ, ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການສືບສວນສອບສວນຂອງຄະນະກຳມະການການທະຫານສູນກາງພັກ ກ່ຽວກັບບັນຫາລະເມີດກົດລະບຽບພັກ ແລະ ກົດໝາຍຂອງລັດຢ່າງໜັກໜ່ວງຂອງເຫີເວີ້ຍຕົ່ງ, ໝຽວຮວາ, ເຫີຫົງຈຸ່ນ, ວາງຊິ້ວປິ່ນ, ຫຼິນຊ້ຽງຢາງ, ສິນຊູຖຸງ, ຢວນຮວາຈື້, ວາງຊຸນນິງ ແລະ ຈ່າງເຟີ້ງຈຸ່ງ, ຢືນຢັນຕາມມາດຕະຖານລົງໂທດຂອງກົມການເມືອງສູນກາງພັກທີ່ໄດ້ປະຕິບັດກ່ອນໜ້ານີ້ ໂດຍຂັບ ເຫີເວີ້ຍຕົ່ງ, ໝຽວຮວາ, ຖັງເຢິນຈ້ຽນ, ຈິ່ນຊ່ຽງຈຸ່ນ, ເຫີຫົງຈຸ່ນ, ວາງຊິ້ວປິ່ນ, ຫຼິນຊ້ຽງຢາງ, ສິນຊູຖຸງ, ຢວນຮວາຈື້, ວາງຊຸນນິງ, ຫຼີສືຊົງ, ຢາງຟາເຊິນ, ຈູ່ຈືຊົງ ແລະ ຈ່າງເຟີ້ງຈຸ່ງ ອອກຈາກພັກ.

    ກອງປະຊຸມຄົບຄະນະ ໄດ້ຮຽກຮ້ອງໃຫ້ທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດຄວນສາມັກຄີກັນຢ່າງແໜ້ນແຟ້ນກວ່າເກົ່າຢູ່ອ້ອມຂ້າງສູນກາງພັກທີ່ມີ ສະຫາຍ ສີຈິ້ນຜິງ ເປັນແກນນຳ, ຮ່ວມກັນສູ້ຊົນຜ່ານຜ່າເພື່ອບັນລຸສັງຄົມນິຍົມທີ່ທັນສະໄໝໂດຍພື້ນຖານ, ສ້າງສະພາບການໃໝ່ແຫ່ງການຊຸກຍູ້ການສ້າງປະເທດທີ່ເຂັ້ມແຂງຢ່າງຮອບດ້ານ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນດ້ວຍຄວາມທັນສະໄໝແບບຈີນຢ່າງບໍ່ຢຸດຢັ້ງ.