ຄຳອະທິບາຍກ່ຽວກັບ “ມະຕິຕົກລົງຂອງສູນກາງພັກກອມມູນິດຈີນ ກ່ຽວກັບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດ ຈາກການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາ”

2021-11-24 19:41:15

 

ຄຳອະທິບາຍກ່ຽວກັບ “ມະຕິຕົກລົງຂອງສູນກາງພັກກອມມູນິດຈີນ
ກ່ຽວກັບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດ
ຈາກການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາ”

ໂດຍ: ທ່ານ ສີຈິ້ນຜິງ

 

ໂດຍໄດ້ຮັບການມອບໝາຍຈາກກົມການເມືອງສູນກາງພັກ, ຂ້າພະເຈົ້າຂໍກ່າວຄຳອະທິບາຍສະ ພາບການຮ່າງ “ມະຕິຕົກລົງຂອງສູນກາງພັກກອມມູນິດຈີນ ກ່ຽວກັບຜົນງານອັນໃຫຍ່ຫຼວງ ແລະ ບົດ ຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາ” ຕໍ່ກອງປະຊຸມຄົບຄະນະ.

I.  ການພິຈາລະນາກ່ຽວກັບຫົວຂໍ້ຫາລືຂອງກອງປະຊຸມຄົບຄະນະຂອງສູນກາງພັກຄັ້ງທີ 6 ສະ ໄໝທີ 19

ແຕ່ໃດມາ, ພັກພວກເຮົາກໍໄດ້ໃຫ້ຄວາມສຳຄັນຢ່າງສູງຕໍ່ການສະຫຼຸບບົດຮຽນປະຫວັດສາດ. ຕັ້ງ ແຕ່ສະໄໝຢູ່ຢຽນອ່ານ, ສະຫາຍ ເໝົາເຈີຕຸ່ງ ກໍໄດ້ຊີ້ໃຫ້ເຫັນວ່າ: “ຖ້າບໍ່ຮູ້ແຈ້ງກ່ຽວກັບປະຫວັດສາດຂອງພັກ, ບໍ່ຮູ້ແຈ້ງເສັ້ນທາງທີ່ພັກໄດ້ເດີນຜ່ານໃນປະຫວັດສາດ, ກໍບໍ່ສາມາດເຮັດວຽກໃຫ້ດີຍິ່ງຂຶ້ນໄດ້.” ໃນເວລາອັນສຳຄັນ ແຫ່ງການຍາດເອົາໄຊຊະນະຄັ້ງສຸດທ້າຍຂອງສົງຄາມຕໍ່ຕ້ານຟາຊິດຍີ່ປຸ່ນ, ປີ 1945, ກອງປະຊຸມຄົບຄະນະຂອງຄະນະກຳມະການສູນກາງພັກຄັ້ງທີ 7 ສະໄໝທີ 6 ໄດ້ຮັບຮອງເອົາ “ມະຕິຕົກລົງກ່ຽວກັບບາງບັນຫາປະຫວັດສາດ”, ໂດຍໄດ້ສະຫຼຸບປະຫວັດສາດ ພ້ອມດ້ວຍບົດ ຮຽນຂອງພັກ ນັບແຕ່ການສ້າງຕັ້ງພັກເປັນຕົ້ນມາ ໂດຍສະເພາະ ນັບແຕ່ກອງປະຊຸມຄົບຄະນະຂອງສູນກາງພັກຄັ້ງທີ 4 ສະໄໝທີ 6 ຈົນຮອດກ່ອນກອງປະຊຸມຈຸ່ນຢີ້, ໄດ້ມີຂໍ້ສະຫຼຸບຕໍ່ບາງບັນຫາປະ ຫວັດສາດທີ່ໃຫຍ່ຫຼວງ, ຈຶ່ງເຮັດໃຫ້ທົ່ວພັກ ໂດຍສະເພາະແມ່ນ ພະນັກງານຊັ້ນສູງຂອງພັກ ມີຄວາມຮັບຮູ້ຢ່າງເປັນເອກະພາບກັນຕໍ່ບັນຫາພື້ນຖານຂອງການປະຕິວັດຈີນ, ໄດ້ເພີ່ມຄວາມສາມັກຄີຂອງທົ່ວພັກ, ໄດ້ສ້າງເງື່ອນໄຂຢ່າງເຕັມສ່ວນໃຫ້ແກ່ການໄຂກອງປະຊຸມໃຫຍ່ຄັ້ງທີ 7 ຂອງພັກຢ່າງມີໄຊ, ທັງໄດ້ຊຸກຍູ້ການພັດທະນາພາລະກິດການປະຕິວັດຈີນຢ່າງແຂງແຮງ.

ຫຼັງຈາກເຂົ້າສູ່ໄລຍະໃໝ່ແຫ່ງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ສະຫາຍ ເຕີ້ງສຽວພິງ ໄດ້ກ່າວວ່າ: “ບົດຮຽນສຳເລັດຜົນໃນປະຫວັດສາດ ແມ່ນຊັບສົມບັດອັນລ້ຳຄ່າ, ບົດຮຽນທີ່ຜິດພາດ ແລະ ບໍ່ສຳເລັດຜົນນັ້ນ ກໍແມ່ນຊັບສົມບັດອັນລ້ຳຄ່າເຊັ່ນກັນ. ສະຫຼຸບແລ້ວຈຶ່ງມາຈັດວາງທິດທາງນະ ໂຍບາຍ, ກໍຈະສາມາດເຮັດໃຫ້ແນວຄິດຂອງສະມາຊິກທົ່ວພັກ ເປັນເອກະພາບກັນໄດ້, ແລ້ວບັນລຸຄວາມສາມັກຄີອັນໃໝ່. ພື້ນຖານແບບນີ້ ແມ່ນໄວ້ໃຈໄດ້ທີ່ສຸດ.” ປີ 1981 ກອງປະຊຸມຄົບຄະນະຂອງຄະນະກຳມະການສູນກາງພັກຄັ້ງທີ 6 ສະໄໝທີ 11 ໄດ້ຮັບຮອງເອົາ “ມະຕິຕົກລົງກ່ຽວກັບບາງບັນ ຫາປະຫວັດສາດຂອງພັກ ນັບແຕ່ການສະຖາປະນາປະເທດເປັນຕົ້ນມາ”, ໂດຍໄດ້ຫວນຄືນປະຫວັດ ສາດຂອງພັກ ກ່ອນການສ້າງຕັ້ງ ສປ ຈີນ, ໄດ້ສະຫຼຸບບົດຮຽນປະຫວັດສາດຂອງການປະຕິວັດ ແລະ ການກໍ່ສ້າງສັງຄົມນິຍົມ, ໄດ້ຕີລາຄາບາງເຫດການທີ່ສຳຄັນ ແລະ ບຸກຄົນທີ່ສຳຄັນ, ໂດຍສະເພາະແມ່ນ ໄດ້ຕີລາຄາຢ່າງຖືກຕ້ອງ ຕໍ່ສະຫາຍ ເໝົາເຈີຕຸ່ງ ແລະ ແນວຄິດເໝົາເຈີຕຸ່ງ, ເຊິ່ງໄດ້ຈຳແນກຄວາມຖືກຄວາມຜິດ, ໄດ້ແກ້ໄຂທັດສະນະອັນຜິດພາດຂອງຝ່າຍຊ້າຍ ແລະ ຝ່າຍຂວາ, ເຮັດໃຫ້ສະ ມາຊິກທົ່ວພັກມີແນວຄິດທີ່ເປັນເອກະພາບກັນ, ທັງໄດ້ເກີດມີຜົນສະທ້ອນອັນໃຫຍ່ຫຼວງ ຕໍ່ການຊຸກຍູ້ພັກໃຫ້ສາມັກຄີເປັນເອກະພາບກັນເບິ່ງໄປໜ້າ, ຊຸກຍູ້ການປະຕິຮູບ-ເປີດປະຕູສູ່ພາຍນອກ ແລະ ການສ້າງສັງຄົມນິຍົມທັນສະໄໝໃຫ້ດີຍິ່ງຂຶ້ນ.

ປັດຈຸບັນ ການຈັດວາງມະຕິຕົກລົງປະຫວັດສາດສະບັບທຳອິດ ໄດ້ຜ່ານໄປ 76 ປີແລ້ວ, ການຈັດວາງມະຕິຕົກລົງປະຫວັດສາດສະບັບທີສອງ ກໍໄດ້ຜ່ານໄປ 40 ປີແລ້ວ. ໃນຮອບ 40 ປີທີ່ຜ່ານມາ, ພາລະກິດຂອງພັກ ແລະ ປະເທດຊາດໄດ້ຂະຫຍາຍຕົວໄປໜ້າຢ່າງຫຼວງຫຼາຍ, ທິດສະດີ ແລະ ພຶດຕິກຳຂອງພັກ ກໍໄດ້ຂະຫຍາຍຕົວໄປໜ້າຢ່າງຫຼວງຫຼາຍເຊັ່ນກັນ. ເມື່ອຢືນຢູ່ຈຸດເລີ່ມຕົ້ນຄັ້ງໃໝ່ໃນປະຫວັດສາດ, ບໍ່ວ່າຈະຫວນຄືນອະດີດ, ຫຼືວ່າຈະຈ້ອງມອງອະນາຄົດ, ການສະຫຼຸບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາຢ່າງຮອບ ດ້ານ ໂດຍສະເພາະແມ່ນຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການປະຕິຮູບ-ເປີດປະຕູສູ່ພາຍນອກເປັນເວລາ 40 ກວ່າປີນັ້ນ ທັງແມ່ນຄວາມຮຽກຮ້ອງຕ້ອງການທາງພາວະວິໄສ, ທັງມີເງື່ອນໄຂອັດຕະວິໄສນຳອີກ.

ສູນກາງພັກເຫັນວ່າ, ໃນເວລາປະຫວັດສາດທີ່ສຳຄັນ ຄື ການສ້າງຕັ້ງພັກຄົບຮອບ 100 ປີ, ໃນເວລາອັນສຳຄັນຄັ້ງປະຫວັດສາດທີ່ພັກ ແລະ ປະຊາຊົນໄດ້ບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດ ການທີໜຶ່ງຢ່າງມີໄຊ ຄື: ໄດ້ສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ ແລະ ພວມກ້າວໄປສູ່ເປົ້າໝາຍສູ້ຊົນຄົບຮອບຮ້ອຍປີເຫດການທີສອງ ຄື: ຈະສ້າງປະເທດສັງຄົມນິຍົມທັນສະໄໝເຂັ້ມ ແຂງໃຫ້ສຳເລັດຢ່າງຮອບດ້ານ, ການທີ່ສະຫຼຸບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກ ໃນຮອບ 100 ປີຜ່ານມາ ຢ່າງຮອບດ້ານນັ້ນ ແມ່ນມີຄວາມໝາຍສະ ເພາະໜ້າອັນໃຫຍ່ຫຼວງ ແລະ ຄວາມໝາຍປະຫວັດສາດທີ່ເລິກເຊິ່ງຍາວໄກ ຕໍ່ການຊຸກຍູ້ສະມາຊິກທົ່ວພັກໃຫ້ມີແນວຄິດທີ່ເປັນເອກະພາບກັນ ເຈຕະນາລົມທີ່ເປັນເອກະພາບກັນ ແລະ ການເຄື່ອນໄຫວທີ່ເປັນເອກະພາບກັນຕື່ມອີກ, ທັງສາມັກຄີ ແລະ ນຳພາປະຊາຊົນບັນດາເຜົ່າທົ່ວປະເທດຍາດເອົາໄຊ ຊະນະອັນຍິ່ງໃຫຍ່ຄັ້ງໃໝ່ໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່.

ສູນກາງພັກເຫັນວ່າ, ຂະບວນການບຸກບືນສູ້ຊົນເປັນເວລາຮ້ອຍປີຂອງພັກພວກເຮົາ ມີຄວາມສະ ຫງ່າຜ່າເຜີຍ, ໃຊ້ເວລາຍາວນານ, ປົກຫຸ້ມຂອບເຂດກວ້າງຂວາງ, ທັງມີບັນຫາທີ່ຕ້ອງຄົ້ນຄວ້ານັ້ນຢ່າງຫຼວງຫຼາຍ. ເວົ້າລວມແລ້ວ, ຕ້ອງອີງຕາມຄວາມຮຽກຮ້ອງຕ້ອງການທີ່ສະຫຼຸບປະຫວັດສາດ ຄົ້ນ ຄວ້າໃຫ້ພົບກົດເກນ ສ້າງຄວາມໝັ້ນໃຈ ແລະ ກ້າວໄປສູ່ອະນາຄົດ, ສະຫຼຸບປະຫວັດສາດອັນສະຫງ່າລາສີຂອງພັກໃຫ້ດີ, ສະຫຼຸບຜົນງານອັນຍິ່ງໃຫຍ່ທີ່ພັກສາມັກຄີ ແລະ ນຳພາປະຊາຊົນໄດ້ຮັບນັ້ນໃຫ້  ດີ, ສະຫຼຸບບົດຮຽນອັນລ້ຳຄ່າຂອງພັກໃນການຊຸກຍູ້ການປະຕິວັດ ການກໍ່ສ້າງ ແລະ ການປະຕິຮູບ, ແລະ ສະຫຼຸບທິດສະດີ ແລະ ພຶດຕິກຳທີ່ພາລະກິດຂອງພັກ ແລະ ປະເທດຊາດໄດ້ຮັບຄວາມຄືບໜ້າຢ່າງບໍ່ຢຸດຢັ້ງ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ. ເວົ້າລະອຽດກໍຄື: ຕ້ອງລົງເລິກຄົ້ນຄວ້າປະຫວັດສາດຮ້ອຍປີທີ່ພັກໄດ້ນຳພາປະຊາຊົນດຳເນີນການປະຕິວັດ ການກໍ່ສ້າງ ແລະ ການປະຕິຮູບ, ສະຫຼຸບຂະບວນການປະຫວັດສາດອັນຍິ່ງໃຫຍ່ທີ່ຈາກໄຊຊະນະກ້າວໄປສູ່ໄຊຊະນະອີກຄັ້ງໜຶ່ງຂອງພັກ ແລະ ສ້າງຄຸນງາມຄວາມດີຄັ້ງປະຫວັດສາດອັນຍິ່ງໃຫຍ່ເພື່ອປະເທດຊາດ ແລະ ປະຊາຊາດຢ່າງຮອບດ້ານ; ລົງເລິກຄົ້ນຄວ້າປະຫວັດສາດຮ້ອຍປີທີ່ພັກໄດ້ຍຶດໝັ້ນເອົາຫຼັກມູນພື້ນຖານຂອງລັດທິມາກປະສົມປະສານສະພາບຄວາມເປັນຈິງຂອງຈີນ, ປະສົມປະສານກັບວັດທະນະທຳອັນເປັນມູນເຊື້ອທີ່ດີງາມຂອງປະຊາຊາດຈີນ ແລະ ຊຸກຍູ້ລັດທິມາກໃຫ້ຫັນເປັນແບບຈີນ, ລົງເລິກການເຂົ້າໃຈຕໍ່ທິດສະດີແບບປະດິດສ້າງໃໝ່ຂອງພັກໃນຍຸກໃໝ່; ລົງເລິກຄົ້ນຄວ້າປະຫວັດສາດຮ້ອຍປີທີ່ພັກໄດ້ປົກປັກຮັກສາຄວາມສາມັກຄີຂອງຕົນ, ປົກປັກຮັກສາສິດອຳນາດ ແລະ ການນຳພາຢ່າງໂຮມສູນເປັນເອ ກະພາບກັນຂອງສູນກາງພັກ, ລົງເລິກເຂົ້າໃຈການເພີ່ມທະວີການກໍ່ສ້າງດ້ານການເມືອງຂອງພັກ ທີ່ເປັນຈຸດພິເສດອັນພົ້ນເດັ່ນ ແລະ ທ່າແຮງດ້ານການເມືອງຂອງພັກການເມືອງລັດທິມາກ; ລົງເລິກຄົ້ນຄວ້າປະຫວັດສາດຮ້ອຍປີທີ່ພັກໄດ້ສະແຫວງຫາຄວາມສຸກໃຫ້ແກ່ປະຊາຊົນຈີນ ແລະ ສະແຫວງ ຫາການຟື້ນຟູຄວາມຈະເລີນຮຸ່ງເຮືອງຄືນໃໝ່ໃຫ້ແກ່ປະຊາຊາດຈີນ, ເຂົ້າໃຈຢ່າງເລິກເຊິ່ງຕໍ່ການພົວ ພັນແບບກາຍອິນຊີທີ່ພັກ ແລະ ປະຊາຊົນຮ່ວມເປັນຮ່ວມຕາຍຮ່ວມທຸກຮ່ວມສຸກ, ສະແຫວງຫາຄວາມ ສຸກໃຫ້ແກ່ປະຊາຊົນໃຫ້ດີກວ່າເກົ່າ ແລະ ອາໄສປະຊາຊົນສ້າງພາລະກິດອັນຍິ່ງໃຫຍ່ໃນປະຫວັດສາດ; ລົງເລິກຄົ້ນຄວ້າປະຫວັດສາດຮ້ອຍປີຂອງພັກໃນການເພີ່ມທະວີການກໍ່ສ້າງຕົນເອງ ແລະ ຊຸກຍູ້ການປະຕິວັດໂດຍຕົນເອງ, ເພີ່ມທະວີຄວາມເດັດດ່ຽວໜຽວແໜ້ນ ໃນການດຳເນີນການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານຕະຫຼອດໄປ, ຮັບປະກັນໃຫ້ພັກເປັນແກນນຳທີ່ເຂັ້ມແຂງໃນຂະບວນການຍຶດໝັ້ນ ແລະ ພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ຢ່າງສະເໝີຕົ້ນສະເໝີປາຍ; ລົງເລິກຄົ້ນຄວ້າກົດເກນ ແລະ ທ່າຂະຫຍາຍໃຫຍ່ໃນການພັດທະນາປະຫວັດສາດ, ກຳແໜ້ນຄວາມເປັນເຈົ້າການຄັ້ງປະຫວັດສາດໃນການພັດທະນາພາລະກິດຂອງພັກ ແລະ ປະເທດຊາດໃນຍຸກໃໝ່ຢ່າງສະເໝີຕົ້ນສະເໝີປາຍ, ເພີ່ມທະວີຄວາມອົງອາດກ້າຫານ ແລະ ພະລັງແຮງທີ່ແນໃສ່ເປົ້າໝາຍສູ້ຊົນທີ່ໄດ້ກຳ ນົດໄວ້ ແລະ ກ້າວໄປສູ່ອະນາຄົດດ້ວຍຈິດໃຈຫ້າວຫັນ.

ສູນກາງພັກເຫັນວ່າ, ການສະຫຼຸບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບຮ້ອຍປີຜ່ານມານັ້ນ ຕ້ອງຍຶດໝັ້ນວິທີການຂອງວັດຖຸນິຍົມສັດຈະວິພາກ ແລະ ວັດຖຸນິຍົມປະຫວັດສາ, ນຳໃຊ້ທັດສະນະທີ່ເປັນປະຫວັດສາດອັນລະອຽດ ພາວະວິໄສຮອບ ດ້ານ ແລະ ພົວພັນກັນທັງມີການພັດທະນານັ້ນ ມາຄົ້ນຄວ້າປະຫວັດສາດຂອງພັກ. ຕ້ອງຍຶດໝັ້ນທັດ ສະນະ ກ່ຽວກັບປະຫວັດສາດຂອງພັກຢ່າງຖືກຕ້ອງ ແລະ ຕ້ອງມີທັດສະນະປະຫວັດສາດໃນພາບ ໃຫຍ່, ເຂົ້າໃຈເສັ້ນທາງຫຼັກ ກະແສຫຼັກ ແລະ ທາດແທ້ໃນການພັດທະນາຂອງພັກໃນປະຫວັດສາດຢ່າງຖືກຕ້ອງ, ມີທັດສະນະຢ່າງຖືກຕ້ອງຕໍ່ກັບຄວາມຜິດພາດ ແລະ ຄວາມລະອິດລະອ້ຽວຂອງພັກທີ່ໄດ້ປະສົບບົນເສັ້ນທາງກ້າວໄປໜ້າ, ຖອດຖອນບົດຮຽນທາງບວກຈາກຄວາມສຳເລັດຜົນ, ຖອດຖອນບົດຮຽນທາງລົບຈາກຄວາມຜິດພາດ ທັງບຸກເບີກເສັ້ນທາງກ້າວໄປສູ່ໄຊຊະນະຢ່າງຕໍ່ເນື່ອງ. ຕ້ອງຊູຄັນທຸງອັນຄັກແນ່ໃນການຄັດຄ້ານລັດທິສູນຍະພາບປະຫວັດສາດ, ເພີ່ມທະວີການຊັກນຳດ້ານແນວຄິດ ແລະ ການວິໄຈໄຈ້ແກດ້ານທິດສະດີ, ໃຫ້ຄວາມກະຈ່າງແຈ້ງຕໍ່ກັບຄວາມເຂົ້າໃຈທີ່ບໍ່ແຈ້ງ ແລະ ບໍ່ຮອບດ້ານກ່ຽວກັບບາງບັນຫາອັນໃຫຍ່ຫຼວງໃນປະຫວັດສາດຂອງພັກ ເພື່ອເຂົ້າໃຈບັນຫາທາດແທ້ໃຫ້ດີກວ່າເກົ່າ.

ກ່ຽວກັບການຮ່າງມະຕິຕົກລົງຂອງກອງປະຊຸມຄົບຄະນະຄັ້ງນີ້, ສູນກາງພັກໄດ້ມີຂໍ້ຮຽກຮ້ອງຢ່າງແຈ່ມແຈ້ງວ່າ ຕ້ອງເນັ້ນໜັກຫຼາຍຂໍ້ດັ່ງນີ້ໃຫ້ດີ ຄື:

ຂໍ້ທີໜຶ່ງ, ສຸມໃສ່ສະຫຼຸບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບຮ້ອຍປີຜ່ານມາ. ພັກພວກເຮົາ ໄດ້ຈັດວາງມະຕິຕົກລົງສອງສະບັບໃນປະຫວັດ ສາດຕາມລຳດັບ ເຊິ່ງໄດ້ແກ້ໄຂບັນຫາຄວາມຖືກຄວາມຜິດທີ່ສຳຄັນໃນປະຫວັດສາດຂອງພັກ ນັບແຕ່ການສ້າງຕັ້ງພັກ ຈົນຮອດໄລຍະຕົ້ນຂອງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກໂດຍພື້ນຖານ, ຈົນມາຮອດປັດຈຸບັນ, ຄຳບັນຍາຍ ແລະ ຂໍ້ສະຫຼຸບພື້ນຖານຂອງມະຕິຕົກລົງສອງສະບັບດັ່ງກ່າວ ຍັງ ເໝາະສົມຄືເກົ່າ. ນັບແຕ່ດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກເປັນຕົ້ນມາ, ເຖິງວ່າໃນການປະຕິບັດງານຂອງພັກ ກໍເຄີຍປາກົດມີບັນຫາຈຳນວນໜຶ່ງກໍຕາມ, ແຕ່ໂດຍລວມແລ້ວ ພາລະກິດຂອງພັກ ແລະ ປະເທດຊາດ ໄດ້ຮັບການພັດທະນາຢ່າງເດີນແມ່ນແລ່ນສະດວກ, ທິດທາງກ້າວໄປ  ໜ້າແມ່ນຖືກຕ້ອງ, ທັງໄດ້ຮັບຜົນງານທີ່ປະຈັກຕາຊາວໂລກ. ບົນພື້ນຖານດັ່ງກ່າວ, ມະຕິຕົກລົງຂອງກອງປະຊຸມຄົບຄະນະຄັ້ງນີ້ ຕ້ອງສຸມໃສ່ສະຫຼຸບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບຮ້ອຍປີຜ່ານມາ ເພື່ອຊຸກຍູ້ສະມາຊິກທົ່ວພັກໃຫ້ເພີ່ມສະຕິປັນ ຍາ ເພີ່ມຄວາມສາມັກຄີ ເພີ່ມຄວາມໝັ້ນໃຈ ແລະ ເພີ່ມນ້ຳໃຈສູ້ຊົນ.

ຂໍ້ທີສອງ, ເຮັດໃຫ້ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ທີ່ເປັນຈຸດໜັກນັ້ນພົ້ນເດັ່ນຂຶ້ນ. ການທີ່ມະຕິຕົກລົງຂອງກອງປະຊຸມຄົບຄະນະຄັ້ງນີ້ ຈະເຈາະຈົງສະຫຼຸບຜົນງານຄັ້ງປະຫວັດສາດທີ່ໄດ້ຮັບ ການປ່ຽນແປງຄັ້ງປະຫວັດສາດທີ່ໄດ້ເກີດຂຶ້ນ ແລະ ບົດຮຽນໃໝ່ໆທີ່ໄດ້ສະສົມຈາກພາລະກິດຂອງພັກ ແລະ ປະເທດຊາດໃນຍຸກໃໝ່ນັ້ນ ຕົ້ນຕໍແມ່ນຍ້ອນພິຈາລະນາວ່າ ກ່ຽວກັບປະຫວັດສາດຂອງພັກໃນໄລຍະປະຕິວັດລັດທິປະຊາທິປະໄຕໃໝ່, ໄລຍະການປະຕິວັດ ແລະ ການສ້າງສາສັງຄົມນິຍົມ ພ້ອມດ້ວຍໄລຍະນັບແຕ່ກອງປະຊຸມຄົບຄະນະຂອງສູນກາງພັກຄັ້ງທີ 3 ສະໄໝທີ 11 ຈົນຮອດກອງປະຊຸມຄົບຄະນະຂອງສູນກາງພັກຄັ້ງທີ 6 ສະໄໝທີ 11, ມະຕິຕົກລົງໃນປະຫວັດສາດສອງສະ ບັບກ່ອນ ໄດ້ມີການສະຫຼຸບຢ່າງເປັນລະບົບແລ້ວ; ກ່ຽວກັບຜົນງານ ແລະ ບົດຮຽນໃນໄລຍະໃໝ່ແຫ່ງການປະຕິຮູບ ເປີດປະຕູສູ່ພາຍນອກ ແລະ ການສ້າງສັງຄົມນິຍົມທີ່ທັນສະໄໝ, ສູນກາງພັກກໍໄດ້ດຳ ເນີນການສະຫຼຸບຢ່າງຕັ້ງໃຈ ໃນເວລາການໄຂກອງປະຊຸມຄົບຄະນະສູນກາງພັກຄັ້ງທີ 3 ສະໄໝທີ 11 ຄົບຮອບ 20 ປີ ແລະ ຄົບຮອບ 30 ປີ, ນອກນີ້ ໃນເວລາກ່າວຄຳປາໄສໃນພິທີສະຫຼອງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຄົບຮອບ 40 ປີ, ຂ້າພະເຈົ້າກໍໄດ້ດຳເນີນການສະຫຼຸບຢ່າງເປັນລະບົບ. ດັ່ງນັ້ນ, ສຳລັບໄລຍະປະຫວັດສາດກ່ອນກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກ, ມະຕິຕົກລົງຂອງກອງປະຊຸມຄົບຄະນະຄັ້ງນີ້ ຕ້ອງໄດ້ສັງເຂບບົນພື້ນຖານການສະຫຼຸບ ແລະ ຂໍ້ສະຫຼຸບທີ່ມີຢູ່ແລ້ວ. ການທີ່ເຮັດໃຫ້ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ທີ່ເປັນຈຸດໜັກນັ້ນພົ້ນເດັ່ນຂຶ້ນ ມີຜົນດີຕໍ່ການຊັກນຳທົ່ວພັກ ໃຫ້ມີຄວາມໝັ້ນໃຈອັນເດັດດ່ຽວຕື່ມອີກ, ສຸມໃສ່ວຽກງານທີ່ພວກເຮົາກຳລັງປະຕິບັດ ເພື່ອກ້າວໄປສູ່ຂະບວນການໃໝ່ ແລະ ສ້າງຄຸນງາມຄວາມດີໃນຍຸກໃໝ່ດ້ວຍຈິດໃຈທີ່ຫ້າວຫັນກວ່າເກົ່າ.

ຂໍ້ທີສາມ, ການຕີລາຄາຕໍ່ເຫດການສຳຄັນ, ກອງປະຊຸມສຳຄັນ ແລະ ບຸກຄົນສຳຄັນນັ້ນ ຕ້ອງເອົາໃຈໃສ່ການເຊື່ອມຕໍ່ກັບຂໍ້ສະຫຼຸບທີ່ມີຢູ່ແລ້ວຂອງສູນກາງພັກ. ກ່ຽວກັບເຫດການສຳຄັນ ກອງປະ ຊຸມສຳຄັນ ແລະ ບຸກຄົນສຳຄັນໃນປະຫວັດສາດກ່ອນກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກ, ມະຕິຕົກ ລົງໃນປະຫວັດສາດສອງສະບັບກ່ອນ ແລະ ເອກະສານທີ່ສຳຄັນອື່ນໆຂອງພັກ ລ້ວນແຕ່ໄດ້ບັນລະຍາຍຢ່າງຫຼວງຫຼາຍແລ້ວ ທັງໄດ້ມີຂໍ້ສະຫຼຸບຢ່າງເຄັ່ງຂຶມ. ມະຕິຕົກລົງຂອງກອງປະຊຸມຄົບຄະນະຄັ້ງນີ້ ຈະຍຶດໝັ້ນຄຳບັນຍາຍ ແລະ ຂໍ້ສະຫຼຸບອັນພື້ນຖານເຫຼົ່ານີ້. ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ໃນພິທີທີ່ສຳຄັນຕ່າງໆ ເຊັ່ນ: ພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບ ຮອບ 95 ປີິ, ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 90 ປີ, ພິທີສະເຫຼີມສະຫຼອງວັນສ້າງຕັ້ງປະເທດສາທາລະນະລັດປະຊາຊົນຈີນຄົບຮອບ 70 ປີ ໂດຍສະເພາະແມ່ນ ພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ, ຂ້າພະເຈົ້າລ້ວນແຕ່ໄດ້ບັນລະຍາຍ ແລະ ມີຂໍ້ສະຫຼຸບກ່ຽວກັບປະຫວັດສາດຂອງພັກ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມເຂົ້າໃຈ ໃໝ່ຂອງສູນກາງພັກທີ່ມີຕໍ່ການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາ. ມະຕິຕົກລົງຂອງກອງປະຊຸມຄົບຄະນະຄັ້ງນີ້ ຕ້ອງໄດ້ສະແດງໃຫ້ເຫັນເຖິງຄວາມຮັບຮູ້ໃໝ່ເຫຼົ່ານີ້.

II.    ຂະບວນການຮ່າງມະຕິຕົກລົງ

ເດືອນມີນາປີນີ້, ກົມການເມືອງສູນກາງພັກໄດ້ຕົກລົງວ່າ, ກອງປະຊຸມຄົບຄະນະສູນກາງພັກຄັ້ງທີ 6 ສະໄໝທີ 19 ຈະເຈາະຈົງຄົ້ນຄວ້າບັນຫາຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາຢ່າງຮອບດ້ານ, ໂດຍໄດ້ສ້າງຕັ້ງໜ່ວຍງານຮ່າງມະຕິຕົກລົງ, ໃຫ້ຂ້າພະເຈົ້າເປັນຫົວໜ້າໜ່ວຍງານ, ສະຫາຍ ວາງຮູ້ນິງ ແລະ ສະຫາຍ ຈ້າວເລີ້ຈີ້ ເປັນຮອງຫົວໜ້າ, ສະຫາຍຜູ້ນຳທີ່ກ່ຽວຂ້ອງຂອງພັກ ແລະ ລັດທ່ານອື່ນໆ ພ້ອມດ້ວຍຜູ້ຮັບ ຜິດຊອບພາກສ່ວນສູນກາງ ແລະ ທ້ອງຖິ່ນໄດ້ເຂົ້າຮ່ວມວຽກງານຮ່າງມະຕິຕົກລົງ ພາຍໃຕ້ການນຳພາຂອງຄະນະກຳມະການປະຈຳກົມການເມືອງສູນກາງພັກ.

ວັນທີ 1 ເມສາ, ສູນກາງພັກໄດ້ອອກ “ແຈ້ງການກ່ຽວກັບການຂໍຄວາມເຫັນຕໍ່ບັນຫາທີ່ກອງປະ ຊຸມຄົບຄະນະສູນກາງພັກຄັ້ງທີ 6 ສະໄໝທີ 19 ຈະເຈາະຈົງຄົ້ນຄວ້າ ແລະ ສະຫຼຸບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຂອງພັກຢ່າງຮອບດ້ານ” ເພື່ອຂໍຄວາມເຫັນໃນຂອບເຂດໃດໜຶ່ງຢູ່ພາຍໃນ ແລະ ນອກພັກ.

ເມື່ອເບິ່ງຄວາມເຫັນທີ່ສົ່ງມາໃຫ້ແລ້ວເຫັນວ່າ, ບັນດາທ້ອງຖິ່ນ ບັນດາພາກສ່ວນ ແລະ ບັນດາຝ່າຍມີຄວາມເຫັນເປັນເອກະພາບກັນວ່າ, ການທີ່ສູນກາງພັກຕົກລົງໄຂກອງປະຊຸມຄົບຄະນະສູນກາງພັກຄັ້ງທີ 6 ສະໄໝທີ 19 ເພື່ອສະຫຼຸບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາຢ່າງຮອບດ້ານນັ້ນ ເປັນການຕົກລົງທີ່ມີລັກສະນະປະ ຫວັດສາດ ແລະ ຍຸດທະສາດທີ່ເຄັ່ງຂຶມ, ເປັນການສະແດງໃຫ້ເຫັນຢ່າງເຕັມສ່ວນເຖິງເຈດຕະນາລົມອັນເຂັ້ມແຂງ ແລະ ຄວາມຕັດສິນໃຈອັນເດັດດ່ຽວຂອງພັກໃນການຈື່ຈຳອຸດົມການແຕ່ຫົວທີ ແລະພາ ລະກຳ ທັງຮັກສາຄວາມມີຊີວິດຊີວາ ແລະ ພະລັງຊີວິດຕະຫຼອດໄປ, ເປັນການສະແດງໃຫ້ເຫັນຢ່າງເຕັມສ່ວນວ່າ ພັກໄດ້ເຂົ້າໃຈກົດເກນການພັດທະນາປະຫວັດສາດຢ່າງເລິກເຊິ່ງ, ໄດ້ກຳແໜ້ນຄວາມເປັນເຈົ້າການທາງປະຫວັດສາດ ທັງມີການແບກຫາບພາລະກຳໃນການພັດທະນາພາລະກິດຂອງພັກ ແລະ ປະເທດຊາດຢ່າງສະເໝີຕົ້ນສະເໝີປາຍ, ເປັນການສະແດງໃຫ້ເຫັນຢ່າງເຕັມສ່ວນເຖິງການເບິ່ງກວ້າງມອງໄກ ແລະ ການພິຈາລະນາໃນໄລຍະຍາວຂອງພັກທີ່ເລີ່ມຈາກສະພາບໃນປັດຈຸບັນ ເລັງສາຍຕາໃສ່ອະນາຄົດ ເອົາໃຈໃສ່ການສະຫຼຸບ ແລະ ນຳໃຊ້ບົດຮຽນປະຫວັດສາດ. ໄດ້ເປັນເອກະສັນກັນເຫັນດີໃຫ້ກອງປະຊຸມຄົບຄະນະຄັ້ງນີ້ ເຈາະຈົງສະຫຼຸບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະ ຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາ, ທັງໄດ້ປະກອບຄຳເຫັນ ແລະ ສະ ເໜີຂໍ້ສະເໜີທີ່ດີຢ່າງຫຼວງຫຼາຍ ກ່ຽວກັບບັນຫາອັນໃຫຍ່ຫຼວງທີ່ມະຕິຕົກລົງຕ້ອງໄດ້ຄົ້ນຄວ້າແກ້ໄຂ.

ບັນດາທ້ອງຖິ່ນ ບັນດາພາກສ່ວນ ແລະ ບັນດາຝ່າຍມີຄວາມເຫັນໂດຍທົ່ວໄປວ່າ, ໃນຮອບຮ້ອຍປີຜ່ານມາ, ພັກໄດ້ສາມັກຄີ ແລະ ນຳພາປະຊາຊົນດຳເນີນການບຸກບືນສູ້ຊົນຢ່າງຕໍ່ເນື່ອງໃນແຕ່ລະໄລຍະປະຫວັດສາດຄື: ການປະຕິວັດ, ການກໍ່ສ້າງ ແລະ ການປະຕິຮູບ, ໂດຍໄດ້ສ້າງສິ່ງມະຫັດສະຈັນໃນປະຫວັດການພັດທະນາຂອງປະຊາຊາດຈີນ ປະຫວັດການພັດທະນາສັງຄົມນິຍົມຂອງໂລກ ແລະ ປະຫວັດການພັດທະນາສັງຄົມມະນຸດ, ໄດ້ປ່ຽນແປງປະຫວັດສາດຂອງປະຊາຊາດຈີນ ນັບແຕ່ປີ 1840 ເປັນຕົ້ນມາຢ່າງເຖິງຖອງ, ເປັນການຂຽນປະຫວັດສາດໜ້າໃໝ່ທີ່ສະຫງ່າງາມ ກ່ຽວກັບການພັດທະນາສັງຄົມນິຍົມໃນໂລກຢ່າງມີຊີວິດຊີວາ, ໄດ້ສ້າງສະພາບການໃໝ່ຂອງລັດທິມາກຢ່າງສຳເລັດຜົນ, ໄດ້ສ້າງຄຸນງາມຄວາມດີທີ່ບໍ່ມີວັນເສົ້າໝອງ ເພື່ອບັນລຸການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ, ແລະໄດ້ປະກອບສ່ວນອັນໃຫຍ່ຫຼວງເພື່ອຊຸກຍູ້ຄວາມກ້າວໜ້າຂອງມວນມະ ນຸດ. ໃນຂະບວນການອັນຍິ່ງໃຫຍ່ດັ່ງກ່າວນີ້, ພັກ ແລະ ປະຊາຊົນ ໄດ້ສະສົມບົດຮຽນອັນລ້ຳຄ່າຢ່າງຫຼວງຫຼາຍທີ່ສຸດ, ທັງໝົດເຫຼົ່ານີ້ລ້ວນແຕ່ເປັນຕາສະຫຼຸບຢ່າງເປັນລະບົບ. ບັນດາທ້ອງຖິ່ນ ບັນດາພາກສ່ວນ ແລະ ບັນດາຝ່າຍມີຄຳສະເໜີໃຫ້ກອງປະຊຸມຄົບຄະນະຄັ້ງນີ້ຢູ່ບົນພື້ນຖານທີ່ສະຫຼຸບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບ100 ປີຜ່ານມາຢ່າງຮອບດ້ານນັ້ນ, ເຈາະຈົງສະຫຼຸບຜົນງານລັກສະນະປະຫວັດສາດ ການປ່ຽນແປງລັກສະນະປະຫວັດສາດ ແລະ ບົດຮຽນໃໝ່ໃນພາລະກິດຂອງພັກ ແລະ ປະເທດຊາດໃນຍຸກໃໝ່.

   ອີງຕາມແຜນການຂອງສູນກາງພັກ, ໜ່ວຍງານຮ່າງມະຕິຕົກລົງ ໄດ້ຕັ້ງໃຈເຊື່ອມຊຶມເອກະສານປະຫວັດສາດອັນສຳຄັນຂອງພັກ, ຮັບເອົາຄວາມຄິດເຫັນ ແລະ ຂໍ້ສະເໜີຂອງບັນດາທ້ອງຖິ່ນ ບັນດາພາກສ່ວນ ແລະບັນດາຝ່າຍຢ່າງເຕັມສ່ວນ, ລົງເລິກຄົ້ນຄວ້າບັນຫາສຳຄັນ ທັງເອົາໃຈໃສ່ດຳເນີນ ວຽກງານການຮ່າງມະຕິ.

  ວັນທີ 6 ກັນຍາ, ອີງຕາມຂໍ້ຕົກລົງຂອງກອງປະຊຸມກົມການເມືອງສູນກາງພັກ, ໄດ້ແຈກຢາຍມະຕິຕົກລົງສະບັບຂໍຄວາມເຫັນໄປໃຫ້ຂອບເຂດໃດໜຶ່ງພາຍໃນພັກເພື່ອຂໍຄວາມເຫັນ ເຊິ່ງລວມທັງການຂໍຄວາມເຫັນຂອງສະຫາຍອາວຸໂສຈຳນວນໜຶ່ງພາຍໃນພັກ, ຍັງໄດ້ຮັບຟັງຄວາມຄິດເຫັນຂອງສູນກາງພັກຝ່າຍປະຊາທິປະໄຕຕ່າງໆ, ຜູ້ຮັບຜິດຊອບສະຫະພັນອຸດສາຫະກຳການຄ້າແຫ່ງຊາດ ແລະ ຜູ້ຕາງໜ້າບຸກຄົນທີ່ບໍ່ສັງກັດພັກຝ່າຍໃດ.

ເມື່ອເບິ່ງຄວາມເຫັນທີ່ສົ່ງມາໃຫ້ແລ້ວເຫັນວ່າ, ບັນດາທ້ອງຖິ່ນ ບັນດາພາກສ່ວນ ແລະ ບັນດາຝ່າຍ ໄດ້ໃຫ້ການຢືນຢັນຢ່າງເຕັມສ່ວນຕໍ່ມະຕິຕົກລົງສະບັບຂໍຄວາມເຫັນ ໂດຍເປັນເອກະພາບກັນເຫັນດີນຳໂຄງຮ່າງ ແລະ ເນື້ອໃນຕົ້ນຕໍຂອງມະຕິຕົກລົງສະບັບຂໍຄວາມເຫັນ. ຍັງເປັນເອກະພາບກັນເຫັນວ່າ: ຈຸດພິເສດອັນພົ້ນເດັ່ນທີ່ສຸດຂອງມະຕິຕົກລົງສະບັບຂໍຄວາມເຫັນຄື ສະແຫວງຫາສັດຈະທຳຈາກຄວາມເປັນຈິງ ເຄົາລົບປະຫວັດສາດ ໄດ້ສ່ອງແສງໃຫ້ເຫັນອຸດົມການແຕ່ຫົວທີ ແລະ ພາລະກຳແຫ່ງການສູ້ຊົນ100 ປີຂອງພັກ, ສອດຄ່ອງກັບສະພາບຄວາມເປັນຈິງໃນປະຫວັດສາດ; ມະຕິຕົກລົງສະບັບຂໍຄວາມເຫັນໄດ້ບັນຍາຍ ແລະ ຕີລາຄາຕໍ່ເຫດການສຳຄັນ ກອງປະຊຸມສຳຄັນ ແລະ ບຸກຄົນສຳຄັນ ໂດຍເຊື່ອມຕໍ່ກັບຄຳບັນຍາຍ ແລະ ຂໍ້ສະຫຼຸບທີ່ມີຢູ່ແລ້ວໃນເອກະສານປະຫວັດສາດຂອງພັກ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມຮັບຮູ້ໃໝ່ຂອງສູນກາງພັກ ກ່ຽວກັບປະຫວັດສາດຂອງພັກ ນັບຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ. “ຄວາມໝາຍປະຫວັດສາດແຫ່ງການສູ້ຊົນ 100 ປີຂອງພັກກອມມູນິດຈີນ” ເຊິ່ງມະຕິຕົກລົງສະບັບຂໍຄວາມເຫັນໄດ້ສະຫຼຸບສັງເຂບນັ້ນ ໄດ້ສ່ອງແສງໃຫ້ເຫັນເຖິງການປະກອບສ່ວນລັກສະນະປະຫວັດສາດຂອງພັກ ທີ່ມີຕໍ່ປະເທດຈີນ ກໍຄືມວນມະນຸດຢ່າງຮອບດ້ານ ເລິກເຊິ່ງ ແລະ ເປັນລະບົບ; “ບົດຮຽນປະຫວັດສາດແຫ່ງການສູ້ຊົນ100 ປີຂອງພັກກອມມູນິດຈີນ” ທີ່ໄດ້ສະຫຼຸບສັງເຂບນັ້ນໄດ້ກວມເຖິງອະດີດ ປັດຈຸບັນ ແລະ ອະນາຄົດ, ມີຄວາມໝາຍສຳຄັນທາງປະຫວັດສາດ ແລະ ຄວາມໝາຍສຳຄັນໃນການຊີ້ນຳວຽກງານຕົວຈິງໃນປັດຈຸບັນ.

ບັນດາທ້ອງຖິ່ນ ບັນດາພາກສ່ວນ ແລະ ບັນດາຝ່າຍເຫັນໂດຍທົ່ວໄປວ່າ: ມະຕິຕົກລົງສະບັບຂໍຄວາມເຫັນ ເປັນຄຳຖະແຫຼງທາງການເມືອງຂອງຊາວພັກກອມມູນິດຈີນຍຸກໃໝ່ ທີ່ຈະຈື່ຈຳອຸດດົມການແຕ່ຫົວທີແລະພາລະກຳຢ່າງໜັກແໜ້ນ, ຍຶດໝັ້ນ ແລະ ພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ເປັນທິດຊີ້ນຳການດຳເນີນງານທີ່ຖືປະຫວັດສາດເປັນແວ່ນແຍງ ບຸກເບີກອະນາຄີດ ແລະ ບັນລຸເປົ້າໝາຍການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ, ເຊິ່ງເປັນການສືບທອດຈາກເນື້ອໃນຈິດໃຈຂອງມະຕິຕົກລົງຄັ້ງປະຫວັດສາດສອງສະບັບກ່ອນຂອງພັກ ທັງມີເນື້ອໃນຈິດໃຈທີ່ກ້າວໄປໜ້າພ້ອມກັບຍຸກສະໄໝ, ຍ່ອມຈະເຊີດຊູກຳລັງໃຈໃຫ້ທົ່ວພັກຍາດເອົາກຽດສະຫງ່າທີ່ຍິ່ງໃຫຍ່ກວ່າເກົ່າບົນຂະບວນການເດີນທາງຄັ້ງໃໝ່ໃນຍຸກໃໝ່.

ໃນຂະບວນການຂໍຄວາມເຫັນ, ບັນດາທ້ອງຖິ່ນ ບັນດາພາກສ່ວນ ແລະ ບັນດາຝ່າຍໄດ້ສະເໜີຄຳຄິດເຫັນ ແລະ ຂໍ້ສະເໜີທີ່ດີຈຳນວນຫຼາຍ. ໜ່ວຍງານຮ່າງມະຕິຕົກລົງ ໄດ້ວິເຄາະຄຳຄິດເຫັນ ແລະ ຂໍ້ສະເໜີເຫຼົ່ານີ້ແຕ່ລະຂໍ້, ແລ້ວຮັບເອົາໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ຜ່ານການຄົ້ນຄວ້າພິຈາລະນາຫຼາຍລົບຫຼາຍຕ່າວ, ໄດ້ປັບປຸງເນື້ອໃນເຖິງ 547 ບ່ອນ, ເຊິ່ງໄດ້ສ່ອງແສງຢ່າງເຕັມສ່ວນເຖິງຄວາມເຫັນ ແລະ ຂໍ້ສະເໜີຂອງບັນດາທ້ອງຖິ່ນ ບັນດາພາກສ່ວນ ແລະ ບັນດາຝ່າຍ.

ໃນຂະບວນການຮ່າງມະຕິຕົກລົງສະບັບນີ້, ຄະນະກຳມະການປະຈຳກົມການເມືອງສູນກາງພັກໄດ້ຈັດກອງປະຊຸມ 3 ເທື່ອ, ກົມການເມືອງສູນກາງພັກໄດ້ຈັດກອງປະຊຸມ 2 ເທື່ອເພື່ອຄົ້ນຄວ້າພິຈາລະນາ, ແລ້ວກາຍເປັນມະຕິຕົກລົງທີ່ໄດ້ຍື່ນໃຫ້ກອງປະຊຸມຄົບຄະນະຄັ້ງນີ້ ເພື່ອນຳໄປຄົ້ນຄວ້າພິຈາລະນາ.

ສາມ, ໂຄງຮ່າງພື້ນຖານ ແລະ ເນື້ອໃນຕົ້ນຕໍຂອງມະຕິຕົກລົງ

ນອກຈາກຄຳນຳ ແລະ ຄຳມ້ວນທ້າຍແລ້ວ ມະຕິຕົກລົງສະບັບນີ້ລວມທັງໝົດໄດ້ແບ່ງອອກເປັນ 7 ພາກ.

ພາກທີໜຶ່ງ: “ຍາດເອົາໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດລັດທິປະຊາທິປະໄຕໃໝ່”. ໄດ້ຊີ້ແຈງຢ່າງຈະແຈ້ງກ່ຽວກັບໜ້າທີ່ຕົ້ນຕໍຂອງພັກໃນໄລຍະນີ້, ຄື: ຕໍ່ຕ້ານຈັກກະພັດນິຍົມ, ລັດທິສັກດີນາ ແລະ ລັດທິທຶນນິຍົມອາຍາສິດ, ຍາດເອົາຄວາມເປັນເອກະລາດແຫ່ງຊາດ ແລະ ການປົດປ່ອຍປະຊາຊົນ, ສ້າງເງື່ອນໄຂພື້ນຖານທາງສັງຄົມໃຫ້ແກ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ. ວິໄຈສະພາບປະຫວັດສາດແຫ່ງການກຳເນີດຂອງພັກ, ສະຫຼຸບຂະບວນວິວັດປະຫວັດ ສາດທີ່ພັກນຳພາປະຊາຊົນດຳເນີນການຕໍ່ສູ້ປະຕິວັດໃນໄລຍະເບື້ອງຕົ້ນຂອງການສ້າງຕັ້ງພັກ ໄລຍະ ສົງຄາມກາງເມືອງຄັ້ງທີໜຶ່ງ ໄລຍະສົງຄາມປະຕິວັດທີ່ດິນ ໄລຍະສົງຄາມຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນ ແລະ ໄລຍະສົງຄາມປົດປ່ອຍຊາດ ພ້ອມດ້ວຍຜົນງານອັນຍິ່ງໃຫຍ່ທີ່ສ້າງຂຶ້ນໃນໄລຍະດັ່ງກ່າວ ກໍຄືຜົນງານອັນສຳຄັນໃນການສ້າງຕັ້ງແນວຄິດເໝົາເຈີຕຸ່ງ, ຈັດຕັ້ງປະຕິບັດ ແລະ ຊຸກຍູ້ໂຄງການຍິ່ງໃຫຍ່ແຫ່ງການກໍ່ສ້າງພັກ. ເນັ້ນໜັກເຖິງການສະຖາປະນາປະເທດສາທາລະນະລັດປະຊາຊົນຈີນ, ບັນລຸຄວາມເປັນເອກະລາດຂອງຊາດ ແລະ ການປົດປ່ອຍປະຊາຊົນ, ບັນລຸການກ້າວກະໂດດຂັ້ນຄັ້ງຍິ່ງໃຫຍ່ຂອງຈີນ ຈາກອຳນາດການປົກຄອງແບບຜະເດັດການສັກດີນາທີ່ມີມາເປັນເວລາຫຼາຍພັນປີສູ່ປະຊາທິປະໄຕປະຊາຊົນ; ດ້ວຍການບຸກບືນສູ້ຊົນຢ່າງອົງອາດກ້າຫານ ແລະ ເດັດດ່ຽວໜຽວແໜ້ນ, ພັກກອມມູນິດຈີນ ແລະ ປະຊາຊົນຈີນໄດ້ປະກາດຕໍ່ຊາວໂລກຢ່າງເຄັ່ງຂຶມວ່າ: ນັບແຕ່ເວລານີ້ເປັນຕົ້ນໄປ ປະຊາຊົນຈີນ ໄດ້ລຸກຢືນຂຶ້ນແລ້ວ, ຍຸກສະໄໝທີ່ປະຊາຊາດຈີນຖືກປະເທດອື່ນກົດຂີ່ຂົ່ມເຫັງຕາມລຳພັງໃຈນັ້ນໄດ້ຜ່ານພົ້ນໄປໂດຍບໍ່ມີວັນກັບຄືນມາອີກແລ້ວ, ນັບແຕ່ເວລານີ້ເປັນຕົ້ນໄປ, ການພັດທະນາຂອງຈີນໄດ້ເປີດສັງກາດໃໝ່.

ພາກທີສອງ, “ສຳເລັດການປະຕິວັດສັງຄົມນິຍົມ ແລະ ຊຸກຍູ້ການສ້າງສັງຄົມນິຍົມ.” ໄດ້ຊີ້ແຈງຢ່າງຈະແຈ້ງ ກ່ຽວກັບໜ້າທີ່ຕົ້ນຕໍຂອງພັກໃນໄລຍະນີ້ຄື: ບັນລຸການຫັນປ່ຽນຈາກລັດທິປະຊາທິປະໄຕໃໝ່ສູ່ສັງຄົມນິຍົມ, ດຳເນີນການປະຕິວັດສັງຄົມນິຍົມ, ຊຸກຍູ້ການສ້າງສັງຄົມນິຍົມ, ສ້າງປະຖົມປັດໄຈທາງການເມືອງ ແລະພື້ນຖານດ້ານລະບອບ ໃຫ້ແກ່ການບັນລຸເປົ້າໝາຍການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ. ສະຫຼຸບຂະບວນວິວັດປະຫວັດສາດ ຫຼັງສະຖາປະນາປະເທດຈີນໃໝ່, ພັກນຳພາປະຊາຊົນເອົາຊະນະສິ່ງທ້າທາຍທີ່ຂ້ຽວຂາດຕ່າງໆ, ປັບປຸງອຳນາດການປົກຄອງທີ່ກຳເນີດໃໝ່ໃຫ້ໝັ້ນຄົງ, ປະສົບຜົນສຳເລັດໃນການດັດສ້າງສັງຄົມນິຍົມ, ສ້າງຕັ້ງລະບອບສັງຄົມນິຍົມ, ດຳເນີນການສ້າງສັງຄົນິຍົມຢ່າງຂະໜາດໃຫຍ່ ແລະ ຮອບດ້ານ, ບຸກເບີກສະພາບການໃໝ່ຂອງວຽກງານການຕ່າງປະເທດ ພ້ອມດ້ວຍຜົນງານອັນຍິ່ງໃຫຍ່ທີ່ສ້າງຂຶ້ນໃນໄລຍະດັ່ງກ່າວ. ສະຫຼຸບຄວາມພະຍາຍາມຂອງພັກໃນການເພີ່ມທະວີການກໍ່ສ້າງພັກກຳອຳນາດ ແລະ ບົດຮຽນເບື້ອງຕົ້ນທີ່ສະສົມມາໄດ້, ຕີລາຄາຕາມຫຼັກວິທະຍາສາດຕໍ່ແນວຄິດເໝົາເຈີຕຸ່ງ ບົນພື້ນຖານທີ່ຊີ້ແຈງໝາກຜົນດ້ານທິດສະດີທີ່ມີຫົວຄິດປະດິດສ້າງແຕ່ຝ່າຍດຽວ ເຊິ່ງພັກໄດ້ຮັບໃນໄລຍະນີ້. ເນັ້ນໜັກເຖິງຜົນງານອັນຍິ່ງໃຫຍ່ທີ່ພັກນຳພາປະຊາຊົນປະດິດສ້າງຂຶ້ນໃນໄລຍະນີ້, ໄດ້ບັນລຸການພັດທະນາແບບກ້າວກະໂດດຂັ້ນທີ່ຍິ່ງໃຫຍ່ຈາກປະເທດໃຫຍ່ຕາເວັນອອກທີ່ທຸກຍາກຫຼ້າຫຼັງ ທັງມີປະຊາກອນຢ່າງຫຼວງຫຼາຍນັ້ນ ກ້າວໄປສູ່ສັງຄົມສັງຄົມນິຍົມ; ດ້ວຍການບຸກບືນສູ້ຊົນຢ່າງອົງອາດກ້າຫານ ແລະ ເດັດດ່ຽວໜຽວແໜ້ນ, ພັກກອມມູນິດຈີນ ແລະ ປະຊາຊົນຈີນໄດ້ປະກາດຕໍ່ຊາວໂລກຢ່າງເຄັ່ງຂຶມວ່າ: ປະຊາຊົນຈີນບໍ່ພຽງແຕ່ຮູ້ວິທີທຳລາຍໂລກເກົ່າເທົ່ານັ້ນ ຍັງຮູ້ຈັກວິທີກໍ່ສ້າງໂລກໃໝ່, ມີແຕ່ສັງຄົມນິຍົມເທົ່ານັ້ນຈິ່ງຈະສາມາດກູ້ຊາດຈີນໄດ້, ມີແຕ່ສັງຄົມນິຍົມເທົ່ານັ້ນ ຈິ່ງຈະສາມາດພັດທະນາຈີນໄດ້.

ພາກທີສາມ, “ດຳເນີນການປະຕິຮູບ ເປີດປະຕູສູ່ພາຍນອກ ແລະ ສ້າງສັງຄົມນິຍົມທີ່ທັນສະໄໝ”. ໄດ້ຊີ້ແຈງຢ່າງຈະແຈ້ງກ່ຽວກັບໜ້າທີ່ຕົ້ນຕໍຂອງພັກໃນໄລຍະນີ້ຄື: ສືບຕໍ່ຊອກສະແຫວງຫາເສັ້ນທາງອັນຖືກຕ້ອງໃນການສ້າງສັງຄົມນິຍົມຢູ່ຈີນ, ປົດປ່ອຍ ແລະ ພັດທະນາກຳລັງການຜະລິດທາງສັງຄົມ, ເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຮັ່ງມືຂຶ້ນໂດຍໄວ, ສະໜອງຫຼັກປະກັນດ້ານໂຄງປະກອບທີ່ເຕັມໄປດ້ວຍພະລັງຊີວິດອັນໃໝ່ ແລະ ເງື່ນໄຂດ້ານວັດຖຸທີ່ພັດທະນາຢ່າງວ່ອງໄວ ໃຫ້ແກ່ການບັນລຸເປົ້າໝາຍ ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ. ເນັ້ນເຖິງຄວາມໝາຍປະຫວັດສາດຂອງກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 11, ສະຫຼຸບການປະກອບສ່ວນທາງປະຫວັດສາດຂອງຊາວພັກກອມມູນິດຈີນທີ່ມີສະຫາຍ ເຕີ້ງສ້ຽວພິງ ເປັນຕົວແທນຕົ້ນຕໍ ຊາວພັກກອມມູນິດຈີນທີ່ມີສະຫາຍ ຈ່ຽງເຈີມິນ ເປັນຕົວແທນຕົ້ນຕໍ ແລະ ຊາວພັກກອມມູນິດຈີນທີ່ມີສະຫາຍ ຮູຈິນທ່າວ ເປັນຕົວແທນຕົ້ນຕໍ, ສະແດງໃຫ້ເຫັນເຖິງຂະບວນວິວັດປະຫວັດສາດອັນສະຫງ່າຜ່າເຜີຍ ແລະ ຜົນງານອັນຍິ່ງໃຫຍ່ທີ່ປະຈັກຕາຊາວໂລກໃນຍຸກໃໝ່ຈາກດ້ານຕ່າງໆ, ເຊັ່ນ: ພັກນຳພາດຳເນີນການຟື້ນຟູຄວາມເປັນລະບຽບຮຽບຮ້ອຍຂອງພັກຢ່າງຮອບດ້ານກຳເນີດໃຫ້ເປັນລະບົບທິດສະດີສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ, ຊຸກຍູ້ການປະຕິຮູບ ເປີດປະຕູສູ່ພາຍນອກ ແລະ ການສ້າງສັງຄົມນິຍົມທີ່ທັນສະໄໝ, ຮັບມືກັບຄວາມສ່ຽງ ແລະ ການທົດສອບຕ່າງໆທີ່ກະທົບເຖິງພາກສ່ວນລວມຂອງການປະຕິຮູບ ການພັດທະນາ ແລະ ການຮັກສາຄວາມສະຫງົບຂອງປະເທດພວກເຮົານັ້ນ ຢ່າງທຸ່ນທ່ຽງ, ຊຸກຍູ້ພາລະກິດອັນຍິ່ງໃຫຍ່ໃນການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບ, ປົກປັກຮັກສາສັນຕິພາບຂອງໂລກກັບການສົ່ງເສີມການພັດທະນາຮ່ວມກັນ, ສ້າງສັນ ແລະ ຊຸກຍູ້ໂຄງການຍິ່ງໃຫຍ່ອັນໃໝ່ໃນການກໍ່ສ້າງພັກເປັນຕົ້ນ. ເນັ້ນໜັກເຖິງຜົນງານອັນຍິ່ງໃຫຍ່ທີ່ພັກນຳພາປະຊາຊົນປະດິດສ້າງຂຶ້ນໃນໄລຍະນີ້, ຊຸກຍູ້ໃຫ້ປະຊາຊາດຈີນໄດ້ພັດທະນາແບບກ້າວກະໂດດຂັ້ນອັນຍິ່ງໃຫຍ່ຈາກການລຸກຢືນຂຶ້ນຈົນຮອດຮັ່ງມີຂຶ້ນ; ດ້ວຍການບຸກບືນສູ້ຊົນຢ່າງອົງອາດກ້າຫານ ແລະ ເດັດດ່ຽວໜຽວແໜ້ນ, ພັກກອມມູນິດຈີນ ແລະ ປະຊາຊົນຈີນໄດ້ປະກາດຕໍ່ຊາວໂລກຢ່າງເຄັ່ງຂຶມວ່າ: ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກແມ່ນມາດຕະການທີ່ເປັນຂໍກຸນແຈ ເຊິ່ງຕັດສິນອະນາຄົດ ແລະ ຊາຕາກຳຂອງຈີນໃນຍຸກປັດຈຸບັນ, ເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ເປັນເສັ້ນທາງທີ່ຖືກຕ້ອງໃນການຊີ້ນຳການພັດທະນາຈີນໃຫ້ຈະເລີນຮຸ່ງເຮືອງ, ຈີນໄດ້ກ້າວໄປທ່ວງທັນກັບຍຸກສະໄໝດ້ວຍບາດກ້າວໃຫຍ່!

ພາກທີສີ່, “ເປີດຍຸກໃໝ່ແຫ່ງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ”. ໄດ້ຊີ້ແຈງຢ່າງຈະແຈ້ງກ່ຽວກັບໜ້າທີ່ຕົ້ນຕໍຂອງພັກໃນໄລຍະນີ້ຄື: ບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີໜຶ່ງ ຄືການສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດ ຢ່າງຮອບດ້ານ, ເປີດການເດີນທາງຄັ້ງໃໝ່ ເພື່ອບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີສອງ ຄືການສ້າງປະເທດສັງຄົມນິຍົມທີ່ທັນສະໄໝເຂັ້ມແຂງໃຫ້ສຳເລັດຢ່າງຮອບດ້ານ, ສືບຕໍ່ກ້າວເດີນໄປໜ້າສູ່ເປົ້າໝາຍອັນຍິ່ງໃຫຍ່ໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ. ຊີ້ແຈງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ເຊິ່ງເປັນທີ່ຕັ້ງປະຫວັດສາດອັນໃໝ່ແຫ່ງການພັດທະນາຂອງປະເທດພວກເຮົາ, ສັງເຂບໝາກຜົນໃໝ່ດ້ານການປະດິດສ້າງທິດສະດີຂອງພັກນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ລົງເລິກວິໄຈສະຖານະການ ແລະ ສິ່ງທ້າທາຍທີ່ພັກພວມຜະເຊີນໃນຍຸກໃໝ່, ສຸມໃສ່ຂົງເຂດວຽກງານຕ່າງໆເປັນຕົ້ນແມ່ນ: ການຍຶດໝັ້ນການນຳພາຢ່າງຮອບດ້ານຂອງພັກ, ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ, ການກໍ່ສ້າງດ້ານເສດຖະກິດ, ລົງເລິກການປະຕິຮູບ ແລະເປີດປະຕູສູ່ພາຍນອກຢ່າງຮອບດ້ານ, ການກໍ່ສ້າງດ້ານການເມືອງ, ການປົກຄອງປະເທດຕາມກົດໝາຍຢ່າງຮອບດ້ານ, ການກໍ່ສ້າງດ້ານວັດທະນະທຳ, ການກໍ່ສ້າງດ້ານສັງຄົມ, ການກໍ່ສ້າງດ້ານຄວາມສິວິໄລລະບົບນິເວດ, ການກໍ່ສ້າງດ້ານການປ້ອງກັນປະເທດ ແລະ ກອງທັບ, ການປົກປ້ອງຄວາມໝັ້ນຄົງແຫ່ງຊາດ, ການຍຶດໝັ້ນແນວທາງ “ປະເທດດຽວສອງລະບອບ” ກັບການຊຸກຍູ້ການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບ ແລະ ວຽກງານການຕ່າງປະເທດ ລວມທັງໝົດ 13 ດ້ານ, ໂດຍແນໃສ່ແຕ່ລະຂົງເຂດວຽກງານ ເພື່ອສະຫຼຸບຜົນງານເປັນຄັ້ງປະຫວັດສາດ ແລະ ການປ່ຽນແປງຄັ້ງປະຫວັດສາດຂອງພາລະກິດຂອງພັກ ແລະ ປະເທດຊາດໃນຍຸກໃໝ່, ໃນນັ້ນ ໄດ້ເຈາະຈົງສະຫຼຸບແນວຄິດທີ່ປະດິດສ້າງດ້ວຍຕົນເອງ ພຶດຕິກຳຕົວຈິງໃນລັກສະນະປ່ຽນແປງໃໝ່ ຄວາມຄືບໜ້າແບບບຸກທະລຸ ແລະ ໝາກຜົນທີ່ເປັນຂີດໝາຍໃນຮອບ 9 ປີຜ່ານມາ.  ເນັ້ນໜັກເຖິງຜົນງານອັນຍິ່ງໃຫຍ່ ທີ່ພັກນຳພາປະຊາຊົນປະດິດສ້າງຂຶ້ນ ໃນໄລຍະນີ້, ເປັນການສ້າງສິ່ງຮັບປະກັນດ້ານລະບຽບການທີ່ສົມບູນກວ່າເກົ່າ ພື້ນຖານວັດຖຸທີ່ໜັກແໜ້ນກວ່າເກົ່າ ແລະ ກຳລັງໃຈທີ່ເປັນເຈົ້າການກວ່າເກົ່າໃຫ້ແກ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ; ດ້ວຍການບຸກບືນສູ້ຊົນຢ່າງອົງອາດກ້າຫານ ແລະ ເດັດດ່ຽວໜຽວແໜ້ນ, ພັກກອມມູນິດຈີນ ແລະ ປະຊາຊົນຈີນ ໄດ້ປະກາດຕໍ່ຊາວໂລກຢ່າງເຄັ່ງຂຶມວ່າ, ປະຊາຊາດຈີນໄດ້ບັນລຸການກ້າວກະໂດດຂັ້ນອັນຍິ່ງໃຫຍ່ຈາກການລຸກຢືນຂຶ້ນ ຮັ່ງມີຂຶ້ນ ຮອດເຂັ້ມແຂງຂຶ້ນ.

ພາກທີ 5 “ຄວາມໝາຍປະຫວັດສາດຂອງການບຸກບືນສູ້ຊົນຂອງພັກກອມມູນິດຈີນ ໃນຮອບ 100 ປີຜ່ານມາ”. ບົນພື້ນຖານທີ່ໄດ້ຫວນຄືນ ແລະ ສະຫຼຸບຂະບວນການ ແລະ ຜົນງານອັນໃຫຍ່ຫຼວງ ຂອງການບຸກບືນສູ້ຊົນໃນຮອບ 100 ປີຜ່ານມາຂອງພັກ, ຈາກແງ່ມູມທີ່ກວ້າງຂວາງກວ່າເກົ່າ, ເພື່ອສະຫຼຸບຄວາມໝາຍປະຫວັດສາດຂອງການບຸກບືນສູ້ຊົນຂອງພັກໃນຮອບຮ້ອຍປີຜ່ານມາ ຄື: ການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາ ໄດ້ປ່ຽນແປງອະນາຄົດ ແລະ ຊາຕາກຳຂອງປະຊາຊົນຈີນຈາກຂັ້ນພື້ນຖານ, ໄດ້ບຸກເບີກເສັ້ນທາງອັນຖືກຕ້ອງ ໃນການບັນລຸເປົ້າໝາຍການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ, ໄດ້ສະແດງໃຫ້ເຫັນພະລັງຊີວິດອັນເຂັ້ມແຂງຂອງລັດທິມາກ, ໄດ້ສົ່ງຜົນສະທ້ອນອັນເລິກເຊິ່ງໃຫ້ກັບຂະບວນວິວັດປະຫວັດສາດຂອງໂລກ, ໄດ້ຝຶກຝົນຫຼໍ່ຫຼອມພັກກອມມູນິດຈີນໃຫ້ສາມາດກ້າວເດີນຢູ່ແຖວໜ້າຂອງຍຸກສະໄໝ, ຊີ້ແຈງການປະກອບສ່ວນລັກສະນະປະຫວັດສາດຂອງພັກເພື່ອປະຊາຊົນຈີນ ເພື່ອປະຊາຊາດຈີນ ເພື່ອລັດທິມາກ ເພື່ອພາລະກິດຄວາມກ້າວໜ້າຂອງມະນຸດ ເພື່ອການກໍ່ສ້າງພັກການເມືອງລັດທິມາກ. ທັງ 5 ຂໍ້ນີ້ສັງເຂບແລ້ວກໍຄື: ອີງໃສ່ດິນແດນປະເທດຈີນເປັນພື້ນຖານ ທັງມີວິໄສທັດຕໍ່ອະນາຄົດຂອງມວນມະນຸດ, ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງການພົວພັນລະຫວ່າງພັກກອມມູນິດຈີນ ກັບ ປະຊາຊົນຈີນ ແລະ ປະຊາຊາດຈີນ, ສ່ອງແສງໃຫ້ເຫັນເຖິງການພົວພັນລະຫວ່າງພັກກອມມູນິດຈີນ ກັບ ລັດທິມາກ ສັງຄົມນິຍົມໂລກ ແລະ ການພັດທະນາສັງຄົມມະນຸດ, ໄດ້ຊີ້ແຈງໃຫ້ເຫັນເຫດຜົນດ້ານປະຫວັດສາດ ເຫດຜົນດ້ານທິດສະດີ ແລະ ເຫດຜົນດ້ານພຶດຕິກຳຂອງການບຸກບືນສູ້ຊົນຂອງພັກກອມມູນິດຈີນໃນຮອບຮ້ອຍປີຜ່ານມາຢ່າງຈະແຈ້ງ.

ພາກທີ 6 “ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກກອມມູນິດຈີນໃນຮອບ 100 ປີຜ່ານມາ”. ໄດ້ສັງເຂບບົດຮຽນປະຫວັດສາດ 10 ຂໍ້ທີ່ມີຄວາມໝາຍຂັ້ນພື້ນຖານ ແລະ ມີລັກສະນະຊີ້ນຳວຽກງານໃນໄລຍະຍາວໄກຄື: ຍຶດໝັ້ນການນຳພາຂອງພັກ, ຍຶດໝັ້ນຖືປະຊາຊົນສຳຄັນກວ່າໝູ່, ຍຶດໝັ້ນການປະດິດສ້າງໃໝ່ໃນດ້ານທິດສະດີ, ຍຶດໝັ້ນຄວາມເປັນເອກະລາດເປັນເຈົ້າຕົນເອງ, ຍຶດໝັ້ນເສັ້ນທາງຈີນ, ຍຶດໝັ້ນໃນການຫ່ວງໃຍຊາຕາກຳຂອງໂລກ, ຍຶດໝັ້ນການບຸກເບີກປະດິດສ້າງໃໝ່, ຍຶດໝັ້ນໃນການກ້າຕໍ່ສູ້, ຍຶດໝັ້ນແນວໂຮມເອກະພາບ ແລະ ຍຶດໝັ້ນການປະຕິວັດໂດຍຕົນເອງ. ບົດຮຽນປະຫວັດສາດ 10 ຂໍ້ນີ້ເປັນເອກະພົບດຽວແບບກາຍອິນຊີທີ່ມີລະບົບຄົບຖ້ວນ ແລະ ເຊື່ອມສານກັນ, ໄດ້ເປີດເຜີຍໃຫ້ເຫັນສິ່ງຮັບປະກັນຂັ້ນພື້ນຖານທີ່ເຮັດໃຫ້ພາລະກິດຂອງພັກ ແລະ ປະຊາຊົນປະສົບຜົນສຳເລັດຢ່າງບໍ່ຢຸດຢັ້ງ, ໄດ້ເປີດເຜີຍໃຫ້ເຫັນແຫຼ່ງກຳເນີດພະລັງແຮງທີ່ເຮັດໃຫ້ພັກຄອງຖານະມີໄຊຢ່າງສະເໝີຕົ້ນສະເໝີປາຍ, ໄດ້ເປີດເຜີຍໃຫ້ເຫັນສາເຫດພື້ນຖານທີ່ພັກກຳໄດ້ທ່າບຸກທາງປະຫວັດສາດຢ່າງສະເໝີຕົ້ນສະເໝີປາຍ ແລະ ໄດ້ເປີດເຜີຍໃຫ້ເຫັນຊ່ອງທາງພື້ນຖານທີ່ເຮັດໃຫ້ພັກມີຄວາມກ້າວໜ້າ ແລະ ຄວາມບໍລິສຸດຜຸດຜ່ອງຕະຫຼອດການ ທັງກ້າວເດີນຢູ່ແຖວໜ້າຂອງຍຸກສະໄໝຢ່າງສະເໝີຕົ້ນສະເໝີປາຍ. ເນັ້ນໜັກວ່າ ບົດຮຽນປະຫວັດສາດ 10 ຂໍ້ນີ້ ເປັນບົດຮຽນອັນປະເສີດທີ່ສະສົມມາໄດ້ໂດຍຜ່ານຈາກພຶດຕິກຳຕົວຈິງເປັນໄລຍະຍາວນານ, ເປັນສົມບັດດ້ານຈິດໃຈທີ່ພັກ ແລະ ປະຊາຊົນສ້າງຂຶ້ນຮ່ວມກັນ, ຕ້ອງໄດ້ຖະໜອມຮັກສາຢ່າງສຸດຂີດ ແລະ ຍຶດໝັ້ນປະຕິບັດຢ່າງຍາວນານ ທັງພັດທະນາໃຫ້ອຸດົມສົມບູນຂຶ້ນຢ່າງບໍ່ຢຸດຢັ້ງໃນການປະຕິບັດຕົວຈິງໃນຍຸກໃໝ່.

ພາກທີ 7 “ພັກກອມມູນິດຈີນໃນຍຸກໃໝ່”. ໂດຍປິ່ນອ້ອມການບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີສອງ, ເນັ້ນໜັກວ່າ ທົ່ວພັກຕ້ອງບຸກບືນສູ້ຊົນ ເພື່ອບັນລຸເປົ້າໝາຍທີ່ກຳນົດໄວ້ດ້ວຍຄວາມອົດທົນຄືດັ່ງກອນບູຮານຈີນທີ່ວ່າຍຶດເກາະພູຂຽວໄວ້ບໍ່ປ່ອຍວາງ”, ມີສະຕິຕື່ນຕົວຢ່າງຈະແຈ້ງດັ່ງຄຳສຸພາສິດຈີນທີ່ວ່າເດີນທາງ 100 ລີ້, ສຳເລັດ 90 ລີ້ແລ້ວກໍຍັງສ່ຳວ່າ ຫາກໍຮອດເຄິ່ງທາງເພື່ອຊຸກຍູ້ການຟື້ຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊາຊາດຈີນຢ່າງບໍ່ລົດລະ; ເນັ້ນໜັກວ່າ ຕ້ອງຍຶດໝັ້ນທິດສະດີພື້ນຖານ ແນວທາງພື້ນຖານ ແລະ ຍຸດທະສາດພື້ນຖານຂອງພັກ, ເລີ່ມຕົ້ນຈາກໄລຍະພັດທະນາອັນໃໝ່, ຈັດຕັ້ງປະຕິບັດແນວຄວາມຄິດການພັດທະນາອັນໃໝ່, ສ້າງສະພາບການພັດທະນາອັນໃໝ່, ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ, ຮ່ວມກັນຊຸກຍູ້ໃຫ້ປະຊາຊົນຮັ່ງຂຶ້ນ ປະເທດເຂັ້ມແຂງ ແລະ ດິນແດນສວຍງາມ; ເນັ້ນໜັກວ່າ ຕ້ອງຮັດແໜ້ນສາຍພົວພັນກັບປະຊາຊົນແບບກາຍອີນຊີຕະຫຼອດໄປ, ເຮັດໃຫ້ຜົນປະໂຫຍດພື້ນຖານຂອງປະຊາຊົນອັນໄພສານທີ່ສຸດໄດ້ປາກົດຜົນເປັນຈິງໃຫ້ດີ ໄດ້ຮັບການປົກປັກຮັກສາໃຫ້ດີ ແລະ ໄດ້ຮັບການພັດທະນາໃຫ້ດີຢ່າງບໍ່ຢຸດຢັ້ງ; ເນັ້ນໜັກວ່າ ຕ້ອງຈື່ຈຳຄຳບູຮານທີ່ວ່າ “ລອດຕົວຍ້ອນມີສະຕິລະວັງຕົວ, ຕາຍຍ້ອນຫຼົງໄຫຼນຳຄວາມສະໜຸກ”, ຕ້ອງມີສະຕິຫ່ວງໃຍເຖິງໄລຍະຍາວໄກ, ຍາມສະໜຸກກໍຕ້ອງຄຳນຶງເຖິງໄພ, ສືບຕໍ່ຊຸກຍູ້ໂຄງການຍິ່ງໃຫຍ່ອັນໃໝ່ໃນການກໍ່ສ້າງພັກໃນຍຸກໃໝ່; ເນັ້ນໜັກວ່າ ຕ້ອງປະຕິບັດວຽກງານອົບຮົມບົ່ມສ້າງຜູ້ສືບທອດ ເຊິ່ງເປັນວຽກງານຂັ້ນພື້ນຖານໃຫ້ດີ. ຮຽກຮ້ອງໃຫ້ທົ່ວພັກ ທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດ ຢ່າລືມຄວາມຍາກເຂັນ ແລະ ຄວາມສະຫງ່າຜ່າເຜີຍໃນອະດີດ, ບໍ່ຮູ້ສຶກລະອາຍໃຈຕໍ່ກັບການແບກຫາບພາລະກຳໃນທຸກມື້ນີ້, ເຮັດໃຫ້ຄວາມໃຝ່ຝັນທີ່ຍິ່ງໃຫຍ່ປາກົດຜົນເປັນຈິງໃນອະນາຄົດ, ຖືປະຫວັດສາດເປັນແວ່ນແຍງ, ບຸກເບີກອະນາຄົດ, ເຮັດວຽກຢ່າງຫ້າວຫັນອົດທົນ, ກ້າວເດີນໄປໜ້າຢ່າງກ້າຫານ, ບຸກບືນສູ້ຊົນຢ່າງບໍ່ລົດລະເພື່ອບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີສອງ, ເພື່ອບັນລຸຄວາມໃຝ່ຝັນຂອງຈີນ ໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ.

ບັນດາສະຫາຍທັງຫຼາຍ! ການຄົ້ນຄວ້າພິຈາລະນາ ແລະ ຮັບຮອງມະຕິຕົກລົງສະບັບນີ້ ເປັນໜ້າທີ່ຕົ້ນຕໍຂອງກອງປະຊຸມຄົບຄະນະຄັ້ງນີ້. ບັນດາສະຫາຍ ຕ້ອງຈັດຕັ້ງປະຕິບັດຕາມຄວາມຮຽກຮ້ອງຂອງສູນກາງພັກ, ກຳແໜ້ນປະຫວັດສາດ ປັດຈຸບັນ ແລະ ອະນາຄົດໃຫ້ເຊື່ອມສານ, ລົງເລິກຄົ້ນຄິດ, ລົງເລິກຄົ້ນຄວ້າຫາລື, ສຸມຈິດສຸມໃຈ, ເຕົ້າໂຮມສະຕິປັນຍາຂອງຝ່າຍຕ່າງໆຢ່າງກວ້າງຂວາງ, ປະກອບຄຳເຫັນ ແລະ ຂໍ້ສະເໜີທີ່ສ້າງສັນ, ຮ່ວມກັນຈັດກອງປະຊຸມຄົບຄະນະຄັ້ງນີ້ໃຫ້ປະສົບຜົນສຳເລັດ  ແລະ ດັດແກ້ມະຕິຕົກລົງໃຫ້ດີ.