ມະຕິຕົກລົງຂອງຄະນະກຳມະການສູນກາງພັກກອມມູນິດຈີນ ກ່ຽວກັບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດ ຈາກການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາ

2021-11-24 19:41:16

ມະຕິຕົກລົງຂອງຄະນະກຳມະການສູນກາງພັກກອມມູນິດຈີນ
ກ່ຽວກັບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດ
ຈາກການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາ

(ຮັບຮອງໃນກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການ
ສູນກາງພັກກອມມູນິດຈີນສະໄໝທີ 19 ເມື່ອວັນທີ 11 ພະຈິກ 2021
)

 

ຄຳນຳ

 

ນັບແຕ່ການສ້າງຕັ້ງຂຶ້ນເມື່ອປີ 1921 ເປັນຕົ້ນມາ, ພັກກອມມູນິດຈີນໄດ້ຖືເອົາການສະແຫວງຫາຄວາມສຸກເພື່ອປະຊາຊົນ ແລະ ການສະແຫວງຫາການຟື້ນຟູຄວາມຈະເລີນຮຸ່ງເຮືອງຄືນໃໝ່ເພື່ອປະ ຊາຊາດຈີນເປັນອຸດົມການແຕ່ຫົວທີ ແລະ ພາລະກຳຂອງຕົນຢ່າງສະເໝີຕົ້ນສະເໝີປາຍ, ໄດ້ຍຶດໝັ້ນອຸດົມການລັດທິກອມມູນິດ ແລະ ຄວາມເຊື່ອຖືສັງຄົມນິຍົມຢ່າງສະເໝີຕົ້ນສະເໝີປາຍ, ສາມັກຄີ ແລະ ນຳພາປະຊາຊົນບັນດາເຜົ່າໃນທົ່ວປະເທດ ບຸກບືນສູ້ຊົນຢ່າງບໍ່ລົດລະ ເພື່ອຍາດເອົາຄວາມເປັນເອກະ ລາດຂອງຊາດ ການປົດປ່ອຍປະຊາຊົນ ແລະເພື່ອບັນລຸຄວາມມັ່ງຄັ່ງເຂັ້ມແຂງຂອງຊາດ ແລະ ປະຊາ ຊົນມີຄວາມສຸກ, ໄດ້ຜ່ານປະຫວັດສາດອັນສະຫງ່າຜ່າເຜີຍເປັນເວລາຮ້ອຍປີແລ້ວ.

ໃນໄລຍະ 100 ປີມານີ້, ພັກໄດ້ນຳພາປະຊາຊົນ ດຳເນີນການຕໍ່ສູ້ຢ່າງນອງເລືອດ ແລະ ບໍ່ທໍ້ຖອຍ,ໄດ້ສ້າງຜົນງານອັນຍິ່ງໃຫຍ່ຂອງການປະຕິວັດລັດທິປະຊາທິປະໄຕໃໝ່; ພັກໄດ້ນຳພາປະຊາຊົນເພິ່ງຕົນເອງ, ບາກບັ່ນສູ້ຊົນ, ໄດ້ສ້າງຜົນງານອັນຍິ່ງໃຫຍ່ແຫ່ງການປະຕິວັດ ແລະ ການສ້າງສັງຄົມນິຍົມ; ປົດປ່ອຍແນວຄິດ ແລະ ບຸກບືນກ້າວໄປໜ້າ, ໄດ້ສ້າງຜົນງານອັນຍິ່ງໃຫຍ່ໃນການປະຕິຮູບ ເປີດປະຕູສູ່ພາຍນອກ ແລະ ການສ້າງສັງຄົມນິຍົມທີ່ທັນສະໄໝ; ມີຄວາມໝັ້ນໃຈຕົນເອງ, ສ້າງຄວາມເຂັ້ມແຂງໃຫ້ກັບຕົນເອງ, ຮັກສາເສັ້ນທາງທີ່ຖືກຕ້ອງ, ປະດິດສ້າງໃໝ່, ໄດ້ສ້າງຜົນງານອັນຍິ່ງໃຫຍ່ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່. ການບຸກບືນສູ້ຊົນຂອງພັກ ແລະ ປະຊາຊົນໃນຮອບ 100 ປີຜ່ານມາ ເປັນການຂຽນມະຫາກາບປະຫວັດສາດທີ່ສະຫງ່າລາສີທີ່ສຸດ ໃນປະຫວັດສາດປະຊາຊາດຈີນ ນັບເປັນຫຼາຍພັນປີ.

ການສະຫຼຸບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາ ແມ່ນຄວາມຮຽກຮ້ອງຕ້ອງການຂອງການເປີດຂະບວນການເດີນທາງຄັ້ງໃໝ່ ແຫ່ງການສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານພາຍໃຕ້ເງື່ອນໄຂປະຫວັດສາດການສ້າງຕັ້ງພັກຄົບຮອບ 100 ປີ ແລະ ການຍຶດໝັ້ນ ແລະ ພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່; ແມ່ນຄວາມຮຽກຮ້ອງຕ້ອງການຂອງການເພີ່ມທະວີສະຕິດ້ານການເມືອງ ສະຕິຕໍ່ສ່ວນ ລວມ ສະຕິແກນກາງ ແລະ ສະຕິເປັນເອກະພາບກັບສູນກາງ, ມີຄວາມເດັດດ່ຽວໃນຄວາມໝັ້ນໃຈຕົນເອງດ້ານເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ຄວາມໝັ້ນໃຈຕົນເອງດ້ານທິດສະດີ ຄວາມ  ໝັ້ນໃຈຕົນເອງດ້ານລະບອບ ແລະ ຄວາມໝັ້ນໃຈຕົນເອງດ້ານວັດທະນະທຳ, ເຮັດໄດ້ເຖິງຂັ້ນປົກປັກຮັກສາຖານະຂອງສະຫາຍ ສີຈິ້ນຜິງ ທີ່ເປັນແກນກາງຂອງສູນກາງພັກ ແລະ ເປັນແກນກາງຂອງທົ່ວພັກຢ່າງເດັດດ່ຽວ, ປົກປັກຮັກສາອິດທິພົນ ແລະ ການນຳພາຢ່າງໂຮມສູນເປັນເອກະພາບກັນຂອງສູນກາງພັກຢ່າງເດັດດ່ຽວ, ທັງຮັບປະກັນທົ່ວພັກໃຫ້ກ້າວໄປໜ້າດ້ວຍຈັງຫວະດຽວກັນ; ແມ່ນຄວາມຮຽກ ຮ້ອງຕ້ອງການຂອງການຊຸກຍູ້ການປະຕິວັດໂດຍຕົນເອງຂອງພັກ, ຍົກສູງຄວາມສາມາດໃນການຕໍ່ສູ້ ແລະ ຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍຂອງທົ່ວພັກ, ຮັກສາຄວາມມີຊີວິດຊີວາ ແລະ ພະລັງຊີວິດຂອງພັກຕະຫຼອດໄປ, ສາມັກຄີ ແລະ ນຳພາປະຊາຊົນບັນດາເຜົ່າໃນທົ່ວປະເທດສືບຕໍ່ບຸກບືນສູ້ຊົນເພື່ອບັນລຸຄວາມໃຝ່ຝັນຂອງຈີນ ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຄືນ ໃໝ່ນັ້ນປາກົດຜົນເປັນຈິງ. ສະມາຊິກທົ່ວພັກຕ້ອງຍຶດໝັ້ນທັດສະນະປະຫວັດສາດວັດຖຸນິຍົມ ແລະ ທັດສະນະກ່ຽວກັບປະຫວັດສາດຂອງພັກທີ່ຖືກຕ້ອງ, ສັງເກດຈາກການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາຢ່າງຈະແຈ້ງວ່າ, ເປັນຫຍັງພວກເຮົາສາມາດປະສົບຜົນສຳເລັດໄດ້ໃນອະດີດ, ເຂົ້າໃຈຢ່າງຈະແຈ້ງວ່າ ໃນອະນາຄົດ ພວກເຮົາຈະເຮັດແນວໃດຈຶ່ງຈະສາມາດປະສົບຜົນສຳເລັດໄດ້ຕໍ່ໄປ, ແລ້ວມີຄວາມເດັດດ່ຽວຫຼາຍກວ່າເກົ່າ ແລະ ມີຄວາມຮູ້ສຶກຕື່ນຕົວຫຼາຍກວ່າເກົ່າ ໃນການຈັດຕັ້ງປະຕິ ບັດຕາມອຸດົມການແຕ່ຫົວທີ ແລະ ພາລະກຳ ພ້ອມທັງຍຶດໝັ້ນ ແລະ ພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ໃຫ້ດີກວ່າເກົ່າ.

“ມະຕິຕົກລົງກ່ຽວກັບບາງບັນຫາປະຫວັດສາດ” ທີ່ຮັບຮອງໃນກອງປະຊຸມຄົບຄະນະສູນກາງພັກຄັ້ງທີ 7 ສະໄໝທີ 6 ເມື່ອປີ 1945 ແລະ “ມະຕິຕົກລົງກ່ຽວກັບບາງບັນຫາປະຫວັດສານັບແຕ່ການສະຖາປະນາປະເທດເປັນຕົ້ນມາ” ທີ່ຮັບຮອງໃນກອງປະຊຸມຄົບຄະນະສູນກາງພັກຄັ້ງທີ 6 ສະໄໝທີ 11 ເມື່ອປີ 1981 ໄດ້ສະຫຼຸບເຫດການສຳຄັນໃນປະຫວັດສາດ ແລະ ບົດຮຽນທາງບວກທາງລົບທີ່ສຳຄັນຂອງພັກດ້ວຍຫຼັກການສະແຫວງຫາສັດຈະທຳຈາກຄວາມເປັນຈິງ, ເຮັດໃຫ້ແນວຄິດ ແລະ ການ ເຄື່ອນໄຫວຂອງທົ່ວພັກເປັນເອກະພາບກັນໃນບາດລ້ຽວທີ່ສຳຄັນຄັ້ງປະຫວັດສາດ, ໄດ້ເສີມຂະຫຍາຍບົດບາດຊີ້ນຳນຳພາອັນສຳຄັນຕໍ່ກັບການຊຸກຍູ້ພາລະກິດຂອງພັກ ແລະ ປະຊາຊົນໃຫ້ກ້າວໄປໜ້າ ເຊິ່ງມາຮອດປັດຈຸບັນ ການບັນຍາຍ ແລະ ຂໍ້ສະຫຼຸບພື້ນຖານຂອງມະຕິຕົກລົງສອງສະບັບດັ່ງກ່າວນີ້ ຍັງ   ເໝາະສົມຄືເກົ່າ.

 

I ຍາດເອົາໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດລັດທິປະຊາທິປະໄຕໃໝ່

 

ໃນໄລຍະການປະຕິວັດລັດທິປະຊາທິປະໄຕໃໝ່, ໜ້າທີ່ຕົ້ນຕໍຂອງພັກກໍຄື: ຕໍ່ຕ້ານລັດທິຈັກກະ ພັດ ລັດທິສັກດີນາ ລັດທິທຶນນິຍົມອາດຍາສິດ, ຍາດແຍ່ງຄວາມເປັນເອກະລາດຂອງຊາດ ແລະ ການປົດປ່ອຍປະຊາຊົນ, ທັງສ້າງເງື່ອນໄຂທາງສັງຄົມອັນພື້ນຖານເພື່ອບັນລຸການຟື້ນຟູຄວາມຈະເລີນຮຸ່ງ ເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່.

ປະຊາຊາດຈີນແມ່ນປະຊາຊາດທີ່ເກົ່າແກ່ ແລະ ຍິ່ງໃຫຍ່ໃນໂລກ, ໄດ້ສ້າງອະລິຍະທຳອັນຈະເລີນຮຸ່ງເຮືອງທີ່ສືບທອດກັນມາໄດ້ຫຼາຍກວ່າ 5.000 ປີ, ປະຊາຊາດຈີນໄດ້ປະກອບສ່ວນທີ່ບໍ່ມີວັນເສົ້າໝອງ ເພື່ອຄວາມສິວິໄລ ແລະ ຄວາມກ້າວໜ້າຂອງມວນມະນຸດ. ພາຍຫຼັງເກີດສົງຄາມຢາຝິ່ນໃນປີ 1840, ຍ້ອນປະເທດມະຫາອຳນາດຕ່າງໆຂອງຕາເວັນຕົກເຂົ້າມາຮຸກຮານ ທັງຍ້ອນການປົກຄອງທີ່ເປື່ອຍເຍື່ອຍຂອງສັກດີນາ, ຈີນຈຶ່ງຄ່ອຍໆກາຍເປັນສັງຄົມເຄິ່ງຫົວເມືອງຂຶ້ນ ແລະ ເຄິ່ງສັກດີນາ, ປະເທດໄດ້ຮັບຄວາມອັບອາຍ ປະຊາຊົນໄດ້ຮັບຄວາມເດືອດຮ້ອນ ແລະ ອະລິຍະທຳກໍໄດ້ຮັບຄວາມມືດມົນ, ປະຊາຊາດຈີນໄດ້ປະສົບໄພອັນຕະລາຍທີ່ບໍ່ເຄີຍມີມາກ່ອນ. ເພື່ອກູ້ຊາດ, ປະຊາຊົນຈີນໄດ້ລຸກຮືຂຶ້ນຕໍ່ສູ້, ຜູ້ຮັກຊາດໄດ້ເຄື່ອນໄຫວຢ່າງຫ້າວຫັນເພື່ອລະດົມຂົນຂວາຍ, ໂດຍດຳເນີນການຕໍ່ສູ້ທີ່ໜ້າຍ້ອງຍໍສັນລະເສີນ. ຂະບວນການລັດຟ້າໄທ້ພິງ ຂະບວນການຮຽນນຳປະເທດຕາເວັນຕົກ ການປ່ຽນ ແປງໃໝ່ 100 ວັນ ແລະ ຂະບວນການຢີ້ເຮີທວນ ໄດ້ກຳເນີດເກີດຂຶ້ນຕາມລຳດັບ, ແຜນການກູ້ຊາດຕ່າງໆໄດ້ປາກົດຂຶ້ນຢ່າງຕໍ່ເນື່ອງ, ແຕ່ກໍສິ້ນສຸດລົງດ້ວຍຄວາມປະລາໄຊ. ການປະຕິວັດ 1911 ທີ່ນຳໂດຍດຣ. ຊຸນຢັດເຊັນ ໄດ້ໂຄ່ນລົ້ມລະບອບຜະເດັດການລາຊາທິປະໄຕທີ່ປົກຄອງປະເທດມາໄດ້ຫຼາຍພັນປີ, ແຕ່ກໍບໍ່ສາມາດປ່ຽນແປງລັກສະນະສັງຄົມຂອງຈີນທີ່ເປັນເຄິ່ງຫົວເມືອງຂຶ້ນເຄິ່ງສັກດີນາ ແລະ ຊາຕາກຳທີ່ໜ້າສັງເວດຂອງປະຊາຊົນຈີນໄດ້. ຈີນຕ້ອງໄດ້ຊອກຫາແນວຄິດໃໝ່ເພື່ອນຳພາຂະບວນການກູ້ຊາດຢ່າງຮີບດ່ວນ, ຕ້ອງການມີອົງການຈັດຕັ້ງໃໝ່ ເພື່ອເຕົ້າໂຮມກຳລັງການປະຕິວັດຢ່າງຮີບດ່ວນ.

ໄຊຊະນະຂອງການປະຕິວັດເດືອນຕຸລາ ໄດ້ນຳເອົາລັດທິມາກ-ເລນິນ ມາສູ່ປະເທດຈີນ. ຂະບວນການ 4 ພຶດສະພາ ໄດ້ຊຸກຍູ້ການເຜີຍແຜ່ລັດທິມາກຢູ່ຈີນ. ທ່າມກາງການສະດຸ້ງຕື່ນອັນຍິ່ງໃຫຍ່ຂອງປະຊາຊົນຈີນ ແລະ ປະຊາຊາດຈີນ, ທ່າມກາງການປະສົມປະສານລະຫວ່າງລັດທິມາກ-ເລນິນກັບຂະ ບວນການກຳມະກອນຂອງຈີນຢ່າງແໜ້ນແຟ້ນ, ພັກກອມມູນິດຈີນ ໄດ້ກຳເນີດເກີດຂຶ້ນໃນເດືອນກໍລະ ກົດ 1921. ຈີນສາມາດສ້າງຕັ້ງພັກກອມມູນິດຂຶ້ນ, ນີ້ແມ່ນເຫດການອັນຍິ່ງໃຫຍ່ ທີ່ພິກແຜ່ນດິນປີ້ນແຜ່ນຟ້າ, ນັບແຕ່ນັ້ນເປັນຕົ້ນມາ ໂສມໜ້າຂອງການປະຕິວັດຈີນຈຶ່ງໄດ້ປ່ຽນໃໝ່ໝົດ.

ພັກໄດ້ຮັບຮູ້ຢ່າງເລິກເຊິ່ງວ່າ, ຄວາມຂັດແຍ້ງຕົ້ນຕໍຂອງສັງຄົມຈີນໃນສະໄໝໃໝ່ ແມ່ນຄວາມຂັດແຍ້ງກັນລະຫວ່າງຈັກກະພັດນິຍົມກັບປະຊາຊາດຈີນ ແລະ ແມ່ນຄວາມຂັດແຍ້ງກັນລະຫວ່າງລັດທິສັກດີນາ ກັບ ປະຊາຊົນອັນໄພສານ. ຖ້າຢາກບັນລຸເປົ້າໝາຍແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນປາກົດຜົນເປັນຈິງ ກໍຕ້ອງດຳເນີນການຕໍ່ສູ້ຕ້ານຈັກກະພັດຕ້ານສັກດີນາ.

ໃນໄລຍະຕົ້ນຂອງການສ້າງຕັ້ງພັກ ແລະ ໄລຍະສົງຄາມປະຕິວັດກາງເມືອງຄັ້ງທີໜຶ່ງ, ພັກໄດ້ສ້າງໂຄງການປະຕິວັດປະຊາທິປະໄຕ, ກໍ່ຂະບວນການກຳມະກອນ ຂະບວນການຊາວໜຸ່ມ ຂະບວນການຊາວນາ ແລະ ຂະບວນການແມ່ຍິງ, ຊຸກຍູ້ ແລະ ຊ່ວຍເຫຼືອພັກກົກມິນຕັງດຳເນີນການປັບປຸງ ແລະ ສ້າງຕັ້ງກອງທັບປະຕິວັດປະຊາຊົນ, ນຳພາການຕໍ່ສູ້ອັນຍິ່ງໃຫຍ່ແຫ່ງການຕ້ານຈັກກະພັດຕ້ານສັກດີນາໃນທົ່ວປະເທດ, ເຊິ່ງເປັນການສ້າງກະແສສູງຂອງສົງຄາມປະຕິວັດກາງເມືອງຄັ້ງທີໜຶ່ງ. ປີ 1927 ກຸ່ມປະຕິການພາຍໃນພັກກົກມິນຕັງ ໄດ້ທໍລະຍົດຕໍ່ການປະຕິວັດ, ແລ້ວສັງຫານຊາວພັກກອມມູນິດ ແລະ ປະຊາຊົນປະຕິວັດຢ່າງທາລຸນ, ຍ້ອນຄວາມຜິດພາດພາຍໃນພັກ ຄື: ແນວຄິດອ່ຽງຂວາທີ່ມີທ່ານ ເຊີນຕູຊິ້ວ ເປັນຕົວແທນ ໄດ້ຂະຫຍາຍຕົວເປັນລັດທິສວຍໂອກາດອ່ຽງຂວາ ທັງໄດ້ຄອງຖານະປົກຄອງພາຍໃນອົງການນຳພາຂອງພັກ, ພັກ ແລະ ປະຊາຊົນ ຈຶ່ງບໍ່ສາມາດຈັດຕັ້ງການຕໍ່ຕ້ານໄດ້ຢ່າງບັງເກີດຜົນ, ຈຶ່ງເຮັດໃຫ້ສົງຄາມປະຕິວັດກາງເມືອງຄັ້ງທຳອິດໄດ້ປະລາໄຊຢ່າງແສນແສບ ພາຍໃຕ້ການຫຼອນໂຈມຕີຂອງສັດຕູທີ່ເຂັ້ມແຂງຢ່າງກະທັນຫັນ.

ໃນໄລຍະສົງຄາມປະຕິວັດທີ່ດິນ, ພັກໄດ້ສັງເກດສະພາບຄວາມເປັນຈິງທີ່ໂຫດຫ້ຽມ ແລ້ວຮັບຮູ້ວ່າ, ຖ້າບໍ່ມີກຳລັງອາວຸດຂອງການປະຕິວັດ ກໍບໍ່ສາມາດເອົາຊະນະພວກຕໍ່ຕ້ານປະຕິວັດທີ່ມີກຳລັງອາ ວຸດນັ້ນໄດ້, ກໍບໍ່ສາມາດຍາດເອົາໄຊຊະນະຂອງການປະຕິວັດຈີນໄດ້, ທັງບໍ່ສາມາດປ່ຽນແປງຊາຕາກຳຂອງປະຊາຊົນຈີນ ກໍຄືປະຊາຊາດຈີນໄດ້, ສະນັ້ນ ຈຶ່ງຕ້ອງຕໍ່ຕ້ານພວກຕ້ານການປະຕິວັດທີ່ປະກອບອາວຸດ ດ້ວຍການປະຕິວັດທີ່ປະກອບອາວຸດ. ການລຸກຮືຂຶ້ນຕໍ່ສູ້ຢູ່ເມືອງນານຊ່າງ ເປັນການຍິງປືນນັດທຳອິດໃນການຕໍ່ຕ້ານພວກປະຕິການດ້ວຍກຳລັງອາວຸດ, ເປັນສັນຍະລັກຂອງການເລີ່ມຕົ້ນທີ່ພັກກອມ ມູນິດຈີນນຳພາສົງຄາມປະຕິວັດຢ່າງເປັນອິດສະຫຼະ ສ້າງຕັ້ງກອງທັບປະຊາຊົນ ແລະ ຍຶດອຳນາດການປົກຄອງດ້ວຍກຳລັງອາວຸດ. ກອງປະຊຸມ 7 ສິງຫາໄດ້ກຳນົດທິດທາງທີ່ດຳເນີນການປະຕິວັດທີ່ດິນ ແລະ ຈັດການລຸກຮືຂຶ້ນຕໍ່ສູ້ດ້ວຍກຳລັງອາວຸດ. ພັກໄດ້ນຳພາການລຸກຮືຂຶ້ນຕໍ່ສູ້ໃນຍາມເກັບກ່ຽວໃນລະ ດູໃບໄມ້ຫຼົ່ນ ການລຸກຮືຂຶ້ນຕໍ່ສູ້ຢູ່ນະຄອນກວາງໂຈ່ວ ແລະ ການລຸກຮືຂຶ້ນຕໍ່ສູ້ຢູ່ຫຼາຍເຂດອື່ນໆ, ແຕ່ຍ້ອນວ່າກຳລັງຂອງສັດຕູມີຫຼາຍກວ່າຝ່າຍເຮົາຢ່າງຫຼວງຫຼາຍ, ການລຸກຮືຂຶ້ນຕໍ່ສູ້ເຫຼົ່ານີ້ ສ່ວນຫຼາຍໄດ້ປະລາໄຊ. ສະພາບຄວາມເປັນຈິງໄດ້ພິສູດໃຫ້ເຫັນວ່າ, ພາຍໃຕ້ເງື່ອນໄຂພາວະວິໄສໃນຄາວນັ້ນ, ຊາວພັກກອມມູນິດຈີນບໍ່ສາມາດຍາດເອົາໄຊຊະນະຂອງການປະຕິວັດໃນທົ່ວປະເທດໄດ້ ໂດຍຜ່ານການຍຶດຄອງຕົວເມືອງໃຈກາງກ່ອນຄືກັບການປະຕິວັດເດືອນຕຸລາຂອງຣັດເຊຍ, ພັກຈຶ່ງຕ້ອງໄດ້ຊອກພົບເສັ້ນທາງປະຕິວັດທີ່ສອດຄ່ອງກັບສະພາບແຫ່ງຊາດຂອງຈີນຢ່າງຮີບດ່ວນ.

ຈາກການບຸກໂຈມຕີຕົວເມືອງໃຫຍ່ ຫັນໄປສູ່ການເຄື່ອນທັບໄປຊົນນະບົດນັ້ນ ແມ່ນຈຸດເລີ່ມຕົ້ນ  ໃໝ່ທີ່ມີຄວາມໝາຍຕັດສິນຊີ້ຂາດຂອງການປະຕິວັດຈີນ. ສະຫາຍ ເໝົາເຈີຕຸ່ງ ໄດ້ນຳພາກອງທັບ ແລະ ປະຊາຊົນສ້າງຕັ້ງເຂດທີ່ໝັ້ນປະຕິວັດຊົນນະບົດແຫ່ງທຳອິດຢູ່ພູຈິງກ່າງ, ພັກໄດ້ນຳພາປະຊາຊົນປາບປາມເຈົ້າທີ່ດິນ ແລະ ແບ່ງປັນດິນນາ. ກອງປະຊຸມກູທຽນໄດ້ກຳນົດຫຼັກການກໍ່ສ້າງພັກດ້ວຍແນວຄິດ ແລະ ກໍ່ສ້າງກອງທັບດ້ວຍການເມືອງ. ຄຽງຄູ່ກັບການຂະຫຍາຍຕົວຂອງການຕໍ່ສູ້, ພັກໄດ້ສ້າງຕັ້ງເຂດທີ່ໝັ້ນປະຕິວັດສູນກາງ ແລະ ເຂດທີ່ໝັ້ນຢູ່ທ້ອງຖິ່ນຕ່າງໆ, ເຊັ່ນ: ພາກຕາເວັນຕົກຮູນານ-ຮູ  ເປີຍ, ໄຫລູ້ເຟິ່ງ, ຮູນານ-ເຮີນານ-ອ່ານຮຸ່ຍ, ຊົງຢາ, ຟູຈ້ຽນ-ເຈີ້ຈ່ຽງ-ຈ່ຽງຊີ່, ຮູນານ-ຮູເປີຍ-ຈ່ຽງຊີ່, ຮູນານ-ຈ່ຽງຊີ່, ແມ່ນ້ຳໂຈຈ່ຽງ-ແມ່ນ້ຳໂຢ້ຈ່ຽງ, ເສສວນ-ສານຊີ່, ສານຊີ່-ກ່ານຊູ້, ຮູນານ-ຮູເປີຍ-ເສສວນ-ກຸ້ຍໂຈ່ວ ແລະອື່ນໆ. ຢູ່ເຂດຂາວພາຍໃຕ້ການປົກຄອງຂອງພັກກົກມິນຕັງ, ພັກພວກເຮົາກໍໄດ້ພັດທະ ນາການຈັດຕັ້ງຂອງຕົນ ແລະ ອົງການປະຕິວັດອື່ນໆ, ເພື່ອດຳເນີນການຕໍ່ສູ້ປະຕິວັດຂອງມະຫາຊົນ. ແຕ່ວ່າ, ຍ້ອນການນຳພາອັນຜິດພາດຂອງທ່ານ ວາງມິງ ທີ່ມີລັດທິຄຳພີຕາຍຕົວແບບອ່ຽງ “ຊ້າຍ” ພາຍໃນພັກ, ການຕ້ານ “ການປິດລ້ອມ-ປາບປາມ” ຄັ້ງທີ 5 ຂອງເຂດທີ່ໝັ້ນສູນກາງ ໄດ້ປະລາໄຊ, ກອງ ທັບແດງ ຈຳເປັນຕ້ອງດຳເນີນການເຄື່ອນຍ້າຍທາງຍຸດທະສາດ, ຜ່ານການເຄື່ອນທັບທາງໄກທີ່ແສນລຳບາກຍາກເຂັນ ຈຶ່ງໄດ້ຍ້າຍໄປເຖິງພາກເໜືອແຂວງສານຊີ່. ຄວາມຜິດພາດຂອງເສັ້ນທາງອ່ຽງ “ຊ້າຍ” ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ກັບກຳລັງປະຕິວັດຢູ່ເຂດທີ່ໝັ້ນ ແລະ ເຂດຂາວ.

ເດືອນມັງກອນ 1935, ກົມການເມືອງສູນກາງພັກ ໄດ້ໄຂກອງປະຊຸມຈຸ່ນຢີ້ຢູ່ກາງທາງເຄື່ອນທັບທາງໄກ, ໂດຍໄດ້ກຳນົດຖານະການນຳພາຂອງສະຫາຍ ເໝົາເຈີຕຸ່ງ ຢູ່ໃນສູນກາງພັກ ແລະ ກອງທັບແດງໃນດ້ານຄວາມຈິງ, ເປັນການເລີ່ມກຳນົດຖານະການນຳພາຂອງແນວທາງລັດທິມາກທີ່ຖືກຕ້ອງໂດຍມີສະຫາຍ ເໝົາເຈີຕຸ່ງ ເປັນຕົວແທນຕົ້ນຕໍນັ້ນຢູ່ໃນສູນກາງພັກ, ເປັນການເລີ່ມກຳເນີດຄະນະນຳສູນກາງພັກຮຸ້ນທີ 1 ໂດຍມີສະຫາຍ ເໝົາເຈີຕຸ່ງ ເປັນແກນກາງ, ທັງເປັນການເລີ່ມຕົ້ນໄລຍະໃໝ່ທີ່ພັກແກ້ໄຂບັນຫາຕົວຈິງຂອງການປະຕິວັດຈີນຢ່າງເປັນເອກະລາດເປັນເຈົ້າຕົນເອງ, ເຊິ່ງໄດ້ກອບກູ້ພັກ ກອບກູ້ກອງທັບແດງ ແລະ ກອບກູ້ການປະຕິວັດຂອງຈີນໃນເວລາທີ່ອັນຕະລາຍທີ່ສຸດ, ແລະຫຼັງຈາກນີ້ ກໍໄດ້ເຮັດໃຫ້ພັກສາມາດເອົາຊະນະລັດທິແບ່ງແຍກຂອງທ່ານ ຈ່າງກົວທ່າວ, ປະສົບຜົນສຳເລັດໃນການເຄື່ອນທັບທາງໄກ ແລະ ສ້າງສະພາບໃໝ່ຂອງການປະຕິວັດຈີນ. ນີ້ແມ່ນຈຸດຫົວລ້ຽວຫົວຕໍ່ທີ່ພົວ ພັນເຖິງຄວາມເປັນຕາຍໃນປະຫວັດສາດຂອງພັກ.

ໃນໄລຍະສົງຄາມຕໍ່ຕ້ານຟາຊິດຍີ່ປຸ່ນ, ພາຍຫຼັງເກີດເຫດການ 18 ກັນຍາ, ຄວາມຂັດແຍ້ງລະ ຫວ່າງຊົນຊາດຈີນ ກັບ ຊົນຊາດຍີ່ປຸ່ນ ໄດ້ຄ່ອຍໆລື່ນກາຍຄວາມຂັດແຍ້ງລະຫວ່າງຊົນຊັ້ນພາຍໃນປະ ເທດ ແລ້ວກາຍເປັນຄວາມຂັດແຍ້ງຕົ້ນຕໍ. ໃນເວລາຈັກກະພັດຍີ່ປຸ່ນຂ້ຽວເລັ່ງຮຸກຮານປະເທດພວກເຮົາ ແລະ ວິກິດການຂອງຊາດພວກເຮົາໜັກໜ່ວງກວ່າຍາມໃດໝົດ, ພັກໄດ້ນຳໜ້າຊູຄັນທຸງແຫ່ງການຕໍ່ ຕ້ານຟາຊິດຍີ່ປຸ່ນດ້ວຍກຳລັງອາວຸດ, ດຳເນີນຂະບວນການຕໍ່ຕ້ານຟາຊິດຍີ່ປຸ່ນເພື່ອກູ້ຊາດຢ່າງກວ້າງ ຂວາງ, ຊຸກຍູ້ການແກ້ໄຂເຫດການຊີ່ອ່ານໂດຍສັນຕິ ເຊິ່ງໄດ້ເສີມຂະຫຍາຍບົດບາດສຳຄັນຄັ້ງປະຫວັດ ສາດໃນການຊຸກຍູ້ໃຫ້ພັກກົກມິນຕັງ ແລະ ພັກກອມມູນິດດຳເນີນການຮ່ວມມືກັນອີກຄັ້ງໜຶ່ງ ແລະ ສາ ມັກຄີກັນຕໍ່ຕ້ານຟາຊິດຍີ່ປຸ່ນ. ພາຍຫຼັງເຫດການ 7 ກໍລະກົດ, ພັກໄດ້ປະຕິບັດນະໂຍບາຍແນວໂຮມເອ ກະພາບແຫ່ງຊາດ ຕໍ່ຕ້ານຟາຊິດຍີ່ປຸ່ນທີ່ຖືກຕ້ອງ, ຍຶດໝັ້ນແນວທາງຕໍ່ຕ້ານການຮຸກຮານ ຢ່າງຮອບ ດ້ານ, ໄດ້ສະເໜີ ແລະ ປະຕິບັດທິດທາງຍຸດທະສາດລວມທີ່ດຳເນີນການຕໍ່ສູ້ຍາວນານ ແລະ ຍຸດທະສາດຍຸດທະວິທີກ່ຽວກັບສົງຄາມປະຊາຊົນທີ່ຄົບຊຸດ, ບຸກເບີກສະໜາມຮົບ ແລະ ເຂດທີ່ໝັ້ນຕໍ່ຕ້ານຟາຊິດຍີ່ປຸ່ນທີ່ກວ້າງຂວາງຢູ່ແນວຫຼັງສັດຕູ, ນຳພາກອງທັບສາຍທີ 8 ກອງທັບສາຍທີ 4 ໃໝ່ ກອງກຳລັງປະສົມຕໍ່ຕ້ານຟາຊິດຍີ່ປຸ່ນຢູ່ພາກຕາເວັນອອກສຽງເໜືອ ແລະ ກອງປະກອບອາວຸດຕໍ່ຕ້ານຟາຊິດຍີ່ປຸ່ນຂອງປະຊາຊົນກອງອື່ນໆ ເພື່ອດຳເນີນການຕໍ່ສູ້ຢ່າງອົງອາດກ້າຫານ, ກາຍເປັນກຳລັງຫຼັກແຫຼ່ງໃນສົງ ຄາມຕໍ່ຕ້ານຟາຊິດຍີ່ປຸ່ນຂອງທົ່ວຊົນຊາດ, ຈົນເຖິງການໄດ້ຮັບໄຊຊະນະຂອງສົງຄາມປະຊາຊົນຈີນຕໍ່ ຕ້ານຟາຊິດຍີ່ປຸ່ນໃນທີ່ສຸດ. ນີ້ແມ່ນຄັ້ງທຳອິດທີ່ປະຊາຊົນຈີນໄດ້ຮັບໄຊຊະນະຢ່າງສົມບູນໃນສົງຄາມຕໍ່ ຕ້ານການຮຸກຮານຂອງສັດຕູພາຍນອກ ແລະ ປົດປ່ອຍຊາດ ນັບແຕ່ປີ 1840 ເປັນຕົ້ນມາ, ຍັງແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງໄຊຊະນະໃນສົງຄາມຕ້ານຟາຊິດໂລກ.

ໃນໄລຍະສົງຄາມປົດປ່ອຍຊາດ, ໂດຍຜະເຊີນໜ້າກັບພວກປະຕິການຂອງພັກກົກມິນຕັງທີ່ກໍ່ສົງ ຄາມກາງເມືອງຮອບດ້ານຢ່າງບັງອາດ, ພັກພວກເຮົາໄດ້ນຳພາກອງທັບ ແລະ ປະຊາຊົນອັນໄພສານຫັນຈາກການປ້ອງກັນຢ່າງຕັ້ງໜ້າ ໄປສູ່ການບຸກໂຈມຕີທາງຍຸດທະສາດຢ່າງເປັນກ້າວໆ, ໂດຍໄດ້ເອົາຊະນະໃນບັ້ນຮົບໃຫຍ່ 3 ຄັ້ງຄື: ລຽວນິງ-ເສີນຢາງ, ຮວາຍໄຫ ແລະ ປັກກິ່ງ-ທຽນສິນ ພ້ອມດ້ວຍບັ້ນຮົບຂ້າມແມ່ນ້ຳຢາງຊີກຽງ, ແລ້ວໄດ້ເຄື່ອນທັບໄປສູ່ພາກກາງພາກໃຕ້ ພາກຕາເວັນຕົກສຽງເໜືອ ແລະ ພາກຕາເວັນຕົກສຽງໃຕ້ຢ່າງມີໄຊ, ໄດ້ດັບສູນກອງທັບຂອງພວກປະຕິການພັກກົກມິນຕັງໃນຈຳນວນ 8 ລ້ານຄົນ, ໂຄ່ນລົ້ມລັດຖະບານປະຕິການຂອງພັກກົກມິນຕັງ, ໂຄ່ນລົ້ນລັດທິຈັກກະພັດ ລັດທິສັກດີນາ ແລະ ລັດທິທຶນນິຍົມອາດຍາສິດ ທີ່ຖືກປຽບທຽບວ່າເປັນ “3  ໜ່ວຍພູໃຫຍ່” ທີ່ກົດຂີ່ປະຊາຊົນຈີນ. ພາຍໃຕ້ການສະໜັບສະໜູນຈາກປະຊາຊົນ, ກອງທັບປະຊາຊົນທີ່ນຳໂດຍພັກ ໄດ້ຕໍ່ສູ້ກັບສັດຕູທີ່ໂຫດ ຮ້າຍສາມານທີ່ສຸດ ຢ່າງເອົາເປັນເອົາຕາຍ ດ້ວຍຄວາມອົງອາດກ້າຫານທີ່ບໍ່ມີຄວາມຢ້ານກົວແມ່ນແຕ່  ໜ້ອຍດຽວ, ອັນໄດ້ສ້າງຄຸນງາມຄວາມດີຄັ້ງປະຫວັດສາດ ເພື່ອຍາດເອົາໄຊຊະນະຂອງການປະຕິວັດລັດທິປະຊາທິປະໄຕໃໝ່.

ໃນການຕໍ່ສູ້ປະຕິວັດ, ຊາວພັກກອມມູນິດຈີນທີ່ມີສະຫາຍ ເໝົາເຈີຕຸ່ງ ເປັນຕົວແທນຕົ້ນຕໍ ໄດ້ນຳເອົາຫຼັກມູນພື້ນຖານຂອງລັດທິມາກ-ເລນິນ ໄປປະສົມປະສານກັບສະພາບຄວາມເປັນຈິງຂອງຈີນ, ໄດ້ສັງເຂບໃນດ້ານທິດສະດີ ຕໍ່ບົດຮຽນແບບປະດິດສ້າງໂດຍຕົນເອງຕ່າງໆ ທີ່ສະສົມມາໄດ້ຈາກການຊອກສະແຫວງຫາຢ່າງທໍລະຫົດອົດທົນ ແລະ ການເສຍສະຫຼະຊີວິດຢ່າງມະຫາສານ, ໄດ້ບຸກເບີກເສັ້ນ ທາງປະຕິວັດອັນຖືກຕ້ອງທີ່ຊົນນະບົດປິດລ້ອມຕົວເມືອງ ແລະ ຍາດເອົາອຳນາດການປົກຄອງດ້ວຍກຳລັງອາວຸດ, ໄດ້ປະດິດສ້າງແນວຄິດເໝົາເຈີຈຸ່ງ, ເປັນການຊີ້ທິດທາງທີ່ຖືກຕ້ອງໃຫ້ແກ່ການຍາດເອົາໄຊຊະນະຂອງການປະຕິວັດລັດທິປະຊາທິປະໄຕໃໝ່.

ໃນການຕໍ່ສູ້ປະຕິວັດ, ພັກໄດ້ສົ່ງເສີມຈິດໃຈສ້າງຕັ້ງພັກທີ່ຍິ່ງໃຫຍ່ຄື: ຍຶດໝັ້ນສັດຈະທຳ ຍຶດຖືອຸ ດົມການ ປະຕິບັດຕາມອຸດົມການແຕ່ຫົວທີ ແບກຫາບພາລະກຳ ບໍ່ຢ້ານການເສຍສະຫຼະຊີວິດ ຕໍ່ສູ້ຢ່າງອົງອາດກ້າຫານ ຈົງຮັກພັກດີຕໍ່ພັກ ແລະ ບໍ່ໃຫ້ປະຊາຊົນຜິດຫວັງ, ປະຕິບັດ ແລະ ຊຸກຍູ້ໂຄງການອັນຍິ່ງໃຫຍ່ແຫ່ງການກໍ່ສ້າງພັກ, ໄດ້ກຳນົດຫຼັກການທີ່ກໍ່ສ້າງພັກ ໂດຍເຈາະຈົງຈາກດ້ານແນວຄິດ, ຍຶດໝັ້ນລະບຽບການໂຮມສູນປະຊາທິປະໄຕ, ຍຶດໝັ້ນໃນ 3 ແບບແຜນທີ່ດີຄື: ເອົາທິດສະດີໄປຕິດພັນກັບສະພາບຄວາມເປັນຈິງ, ໃກ້ຊິດຕິດແທດກັບມະຫາຊົນ, ຕຳໜິເຊິ່ງກັນແລະກັນ ແລະ ຕຳໜິຕົນເອງ, ໄດ້ກໍ່ຕົວເປັນ 3 ເຄັດລັບທີ່ສຳຄັນຄື: ແນວໂຮມເອກະພາບ ການຕໍ່ສູ້ດ້ວຍກຳລັງອາວຸດ ແລະ ການກໍ່ສ້າງພັກ, ພະຍາຍາມສ້າງພັກການເມືອງລັດທິມາກໃນຂອບເຂດທົ່ວປະເທດ ມີສ່ວນຮ່ວມຂອງມະຫາຊົນອັນໄພສານ ແລະ ມີຄວາມໝັ້ນຄົງຢ່າງສົມບູນໃນດ້ານແນວຄິດ-ການເມືອງ-ການຈັດຕັ້ງ. ເລີ່ມແຕ່ປີ 1942 ພັກພວກເຮົາໄດ້ດຳເນີນການປັບປຸງແບບແຜນໃນທົ່ວພັກ, ຂະບວນການສຶກສາອົບຮົມແນວຄິດລັດທິມາກຄັ້ງນີ້ ໄດ້ຮັບປະສິດທິຜົນຢ່າງໃຫຍ່ຫຼວງ. ພັກໄດ້ຮ່າງ “ມະຕິຕົກລົງກ່ຽວກັບບາງບັນຫາປະ ຫວັດສາດ” ເຊິ່ງໄດ້ເຮັດໃຫ້ສະມາຊິກທົ່ວພັກ ມີຄວາມຮັບຮູ້ເປັນເອກະພາບກັນ ຕໍ່ກັບບັນຫາພື້ນຖານຂອງການປະຕິວັດຈີນ. ກອງປະຊຸມໃຫຍ່ຄັ້ງທີ 7 ຂອງພັກ ໄດ້ຈັດວາງແນວທາງນະໂຍບາຍທີ່ຖືກຕ້ອງເພື່ອການສະຖາປະນາປະເທດຈີນໃໝ່ຕາມທິດລັດທິປະຊາທິປະໄຕໃໝ່, ເຮັດໃຫ້ສະມາຊິກທົ່ວພັກ ໄດ້ບັນລຸຄວາມເປັນເອກະພາບກັນ ແລະ ຄວາມສາມັກຄີທີ່ບໍ່ເຄີຍມີມາກ່ອນໃນດ້ານແນວຄິດ-ການເມືອງ-ການຈັດຕັ້ງ.

ເມື່ອໄດ້ດຳເນີນການຕໍ່ສູ້ແບບນອງເລືອດເປັນເວລາ 28 ປີ, ໂດຍມີການຮ່ວມມືຈາກບັນດາພັກຝ່າຍປະຊາທິປະໄຕ ແລະ ບຸກຄົນປະຊາທິປະໄຕທີ່ບໍ່ສັງກັດພັກຝ່າຍໃດຢ່າງຕັ້ງໜ້າ, ວັນທີ 1 ຕຸລາ 1949, ພັກພວກເຮົາໄດ້ນຳພາປະຊາຊົນປະກາດການສະຖາປະນາປະເທດສາທາລະນະລັດປະຊາຊົນຈີນ, ບັນລຸຄວາມເປັນເອກະລາດຂອງຊາດ ແລະ ການປົດປ່ອຍປະຊາຊົນ, ເຮັດໃຫ້ປະຫວັດສາດທີ່ເປັນສັງຄົມເຄິ່ງຫົວເມືອງຂຶ້ນເຄິ່ງສັກດີນາຂອງປະເທດຈີນເກົ່ານັ້ນ ສິ້ນສຸດລົງຢ່າງເຖິງຖອງ, ເຮັດໃຫ້ປະຫວັດສາດທີ່ຜູ້ຂູດຮີດສ່ວນໜ້ອຍທີ່ສຸດປົກຄອງປະຊາຊົນຜູ້ອອກ ແຮງງານອັນໄພສານນັ້ນ ສິ້ນສຸດລົງຢ່າງເຖິງຖອງ, ເຮັດໃຫ້ສະພາບການແຕກແຍກຄວາມສາມັກຄີຂອງປະເທດຈີນເກົ່ານັ້ນສິ້ນສຸດລົງຢ່າງເຖິງຖອງ, ໄດ້ຍົກເລີກສັນຍາບໍ່ສະເໝີພາບທີ່ປະເທດມະຫາອຳນາດຕ່າງໆບັງຄັບໃຫ້ຈີນລົງນາມ ແລະ ອະພິສິດທຸກຢ່າງຂອງຈັກກະພັດນິຍົມທີ່ມີຢູ່ຈີນນັ້ນຢ່າງເຖິງຖອງ, ໄດ້ບັນລຸການກ້າວກະໂດດຂັ້ນອັນຍິ່ງໃຫຍ່ຂອງປະເທດຈີນຈາກອຳນາດການປົກຄອງແບບຜະ ເດັດການສັກດີນາມາເປັນເວລາຫຼາຍພັນປີ ໄປສູ່ປະຊາທິປະໄຕປະຊາຊົນ, ແລະ ກໍໄດ້ປ່ຽນແປງສະພາບການດ້ານການເມືອງຂອງໂລກຢ່າງໃຫຍ່ຫຼວງ ທັງໄດ້ເຊີດຊູກຳລັງໃຈໃຫ້ແກ່ຊົນຊາດ ແລະ ປະຊາຊົນທີ່ຖືກກົດຂີ່ໃນໂລກໃນການດຳເນີນການຕໍ່ສູ້ເພື່ອຍາດແຍ່ງການປົດປ່ອຍ.

ພຶດຕິກຳໄດ້ຢັ້ງຢືນໃຫ້ເຫັນຢ່າງເຕັມທີ່ວ່າ, ປະຫວັດສາດ ແລະ ປະຊາຊົນ ໄດ້ເລືອກເອົາພັກກອມ ມູນິດຈີນ, ຖ້າບໍ່ມີການນຳພາຂອງພັກກອມມູນິດຈີນ, ຄວາມເປັນເອກະລາດຂອງຊາດ ແລະ ການປົດປ່ອຍປະຊາຊົນ ກໍບໍ່ສາມາດປາກົດຜົນເປັນຈິງໄດ້. ດ້ວຍການບຸກບືນສູ້ຊົນຢ່າງອົງອາດກ້າຫານ ແລະ ເດັດດ່ຽວໜຽວແໜ້ນ, ພັກກອມມູນິດຈີນ ແລະ ປະຊາຊົນຈີນ ໄດ້ປະກາດຕໍ່ທົ່ວໂລກຢ່າງເຄັ່ງຂຶມວ່າ: ນັບແຕ່ເວລານີ້ເປັນຕົ້ນໄປ, ປະຊາຊົນຈີນໄດ້ລຸກຢືນຂຶ້ນ, ຍຸກສະໄໝທີ່ປະຊາຊາດຈີນຖືກຜູ້ອື່ນກົດຂີ່ ແລະ ຂົ່ມເຫັງຕາມລຳພັງໃຈນັ້ນ ໄດ້ສິ້ນສຸດລົງ ແລະບໍ່ມີວັນກັບຄືນມາອີກ, ນັບແຕ່ເວລານີ້ເປັນຕົ້ນໄປ ການພັດທະນາຂອງຈີນໄດ້ເລີ່ມໄຂສັງກາດໃໝ່.

 

II ສຳເລັດການປະຕິວັດສັງຄົມນິຍົມ ແລະ ຊຸກຍູ້ການສ້າງສັງຄົມນິຍົມ

 

ໃນໄລຍະການປະຕິວັດ ແລະ ການສ້າງສັງຄົມນິຍົມ,  ໜ້າທີ່ຕົ້ນຕໍຂອງພັກກໍຄື: ບັນລຸການຫັນ ປ່ຽນຈາກລັດທິປະຊາທິປະໄຕໃໝ່ໄປສູ່ສັງຄົມນິຍົມ, ດຳເນີນການປະຕິວັດສັງຄົມນິຍົມ, ຊຸກຍູ້ການສ້າງສັງຄົມນິຍົມ, ສ້າງປະຖົມປັດໄຈດ້ານການເມືອງອັນຮາກຖານ ແລະ ລະບອບພື້ນຖານ ໃຫ້ແກ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່.

ພາຍຫຼັງສະຖາປະນາ ສປ ຈີນແລ້ວ, ພັກໄດ້ນຳພາປະຊາຊົນເອົາຊະນະສິ່ງທ້າທາຍອັນຂ້ຽວຂາດຕ່າງໆໃນດ້ານການເມືອງ ເສດຖະກິດ ການທະຫານ ແລະອື່ນໆ, ປາບປາມກຳລັງອາວຸດທີ່ເສດເຫຼືອຂອງພວກປະຕິການພັກກົກມິນຕັງ ແລະ ພວກໂຈນ, ປົດປ່ອຍເຂດຕິເຂດໂດຍສັນຕິ ແລະໄດ້ບັນລຸການທ້ອນໂຮມແຜ່ນດິນໃຫຍ່ຂອງປະເທດຊາດ ໃຫ້ເປັນເອກະພາບຢ່າງສົມບູນ; ໄດ້ເຮັດໃຫ້ລາຄາສິນຄ້າມີຄວາມໝັ້ນທ່ຽງ, ເຮັດໃຫ້ວຽກງານເສດຖະກິດການເງິນເປັນເອກະພາບກັນ, ສຳເລັດການປະຕິຮູບທີ່ດິນ, ດຳເນີນການປະຕິຮູບປະຊາທິປະໄຕໃນດ້ານຕ່າງໆທາງສັງຄົມ, ປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ, ປາບປາມພວກຕໍ່ຕ້ານປະຕິວັດ, ດຳເນີນຂະບວນການ “ຄັດຄ້ານ 3 ຢ່າງ” “ຄັດ ຄ້ານ 5 ຢ່າງ” ເພື່ອກວາດລ້າງສິ່ງເປິເປື້ອນທີ່ຕົກຄ້າງມາແຕ່ສັງຄົມເກົ່າ, ເຮັດໃຫ້ໂສມໜ້າທາງສັງຄົມປ່ຽນໃໝ່ໝົດ. ກອງທັບອາສາສະໝັກປະຊາຊົນຈີນ ໄດ້ຂ້າມຜ່ານແມ່ນ້ຳຢ່າລູ້ ຢ່າງອົງອາດຜ່າເຜີຍ, ຄຽງບ່າຄຽງໄຫຼ່ສູ້ຮົບກັບປະຊາຊົນ ແລະ ກອງທັບຂອງສປປເກົາຫຼີ, ໄດ້ເອົາຊະນະສັດຕູອັນເຂັ້ມແຂງທີ່ມີອາວຸດຍຸດໂທປະກອນຊັ້ນດີ, ໄດ້ສະແດງໃຫ້ຊາວໂລກເຫັນອະນຸພາບຂອງຊາດຈີນກໍຄືກອງທັບຈີນ ພ້ອມດ້ວຍຈິດໃຈເຂັ້ມແຂງຂອງປະຊາຊົນຈີນ, ໄດ້ຮັບໄຊຊະນະອັນຍິ່ງໃຫຍ່ຂອງສົງຄາມຊ່ວຍເຫຼືອ ສປປ ເກົາຫຼີຕໍ່ຕ້ານອາເມຣິກາ, ໄດ້ປົກປ້ອງຄວາມໝັ້ນຄົງຂອງ ສປ ຈີນ, ທັງໄດ້ສະແດງໃຫ້ເຫັນເຖິງຖານະທີ່ເປັນປະເທດໃຫຍ່ຂອງ ສປ ຈີນ. ຈາກນັ້ນ ສປ ຈີນໄດ້ມີຄວາມໝັ້ນຄົງໃນສະພາບແວດລ້ອມທັງພາຍໃນປະເທດ ແລະ ສາກົນທີ່ສະຫຼັບສັບຊ້ອນ.

ພັກໄດ້ນຳພາການສ້າງຕັ້ງ ແລະ ປັບປຸງອຳນາດການປົກຄອງແບບຜະເດັດການປະຊາທິປະໄຕປະຊາຊົນທີ່ນຳພາໂດຍຊົນຊັ້ນກຳມະກອນ ແລະ ຖືພັນທະພາບກຳມະກອນຊາວນາເປັນພື້ນຖານນັ້ນໃຫ້ໝັ້ນຄົງ, ເປັນການສ້າງເງື່ອນໄຂໃຫ້ແກ່ການພັດທະນາປະເທດຊາດຢ່າງວ່ອງໄວ. ປີ 1949 ກອງປະຊຸມຄົບຄະນະຂອງສະພາປຶກສາການເມືອງປະຊາຊົນຈີນຄັ້ງທີ 1 ໄດ້ຈັດວາງ “ໂຄງການຮ່ວມຂອງສະພາປຶກສາການເມືອງປະຊາຊົນຈີນ”. ປີ 1953 ພັກໄດ້ກຳນົດແນວທາງລວມໃນໄລຍະຂ້າມຜ່ານຢ່າງເປັນທາງການ, ຄື ໃນໄລຍະໜຶ່ງທີ່ຂ້ອນຂ້າງຍາວ, ຈະບັນລຸການຫັນເປັນອຸດສາຫະກຳສັງຄົມນິ ຍົມຂອງຊາດ ຢ່າງເປັນກ້າວໆ, ທັງບັນລຸເປົ້າໝາຍທີ່ລັດດຳເນີນການດັດສ້າງສັງຄົມນິຍົມ ຕໍ່ກະສິກຳ ຫັດຖະກຳ ແລະ ອຸດສາຫະກຳການຄ້າທຶນນິຍົມ ຢ່າງເປັນກ້າວໆ. ປີ 1954 ໄດ້ໄຂກອງປະຊຸມຄັ້ງທີ 1 ຂອງສະພາຜູ້ແທນປະຊາຊົນທົ່ວປະເທດສະໄໝທີ 1 ໂດຍໄດ້ຮັບຮອງເອົາລັດຖະທຳມະນູນຂອງສາທາລະນະລັດປະຊາຊົນຈີນ. ປີ 1956, ປະເທດພວກເຮົາໄດ້ສຳເລັດການດັດສ້າງສັງຄົມນິຍົມຕໍ່ລະ ບອບກຳມະສິດສ່ວນຕົວດ້ານປັດໄຈການຜະລິດໂດຍພື້ນຖານ, ໄດ້ບັນລຸລະບອບກຳມະສິດສ່ວນລວມດ້ານປັດໄຈການຜະລິດ ແລະ ການແບ່ງປັນຕາມແຮງງານໂດຍພື້ນຖານ, ທັງໄດ້ສ້າງຕັ້ງລະບອບເສດ ຖະກິດສັງຄົມນິຍົມຂຶ້ນ. ພັກໄດ້ນຳພາການກຳນົດລະບອບສະພາຜູ້ແທນປະຊາຊົນ ລະບອບຫຼາຍພັກຮ່ວມມືແລະປຶກສາການເມືອງພາຍໃຕ້ການນຳພາຂອງພັກກອມມູນິດຈີນ ແລະ ລະບອບການປົກຄອງຕົນເອງຢູ່ເຂດຊົນເຜົ່າສ່ວນໜ້ອຍ ເຊິ່ງເປັນການຮັບປະກັນໃນດ້ານລະບອບໃຫ້ແກ່ປະຊາຊົນເປັນເຈົ້າຂອງປະເທດຊາດ. ພັກໄດ້ນຳພາການສ້າງ ແລະ ປັບປຸງມະຫາສາມັກຄີຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດໃຫ້ໝັ້ນຄົງ, ໃຫ້ກໍ່ຕົວ ແລະ ພັດທະນາການພົວພັນຊົນເຜົ່າສັງຄົມນິຍົມທີ່ບັນດາເຜົ່າມີຄວາມສະເໝີພາບກັນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ, ສ້າງ ແລະ ປັບປຸງມະຫາສາມັກຄີລະຫວ່າງກຳມະກນ ຊາວນາ ປັນຍາຊົນ ແລະ ປະຊາຊົນຊັ້ນຄົນອື່ນໆໃນທົ່ວປະເທດໃຫ້ໝັ້ນຄົງ, ໄດ້ເພີ່ມທະວີ ແລະ ເປີດກວ້າງແນວໂຮມເອກະພາບອັນກວ້າງຂວາງ. ການສ້າງຕັ້ງລະບອບສັງຄົມນິຍົມຂຶ້ນ ເປັນການສ້າງພື້ນຖານທີ່ສຳຄັນໃຫ້ແກ່ຄວາມກ້າວໜ້າ ແລະ ການພັດທະນາທຸກຢ່າງຂອງປະເທດພວກເຮົາ.

ໂດຍອີງຕາມສະພາບການທີ່ປະເທດພວກເຮົາໄດ້ສຳເລັດການດັດສ້າງສັງຄົມນິຍົມໂດຍພື້ນຖານ ແລ້ວ, ກອງປະຊຸມໃຫຍ່ຄັ້ງທີ 8 ຂອງພັກໄດ້ຊີ້ໃຫ້ເຫັນວ່າ, ຄວາມຂັດແຍ້ງຕົ້ນຕໍພາຍໃນປະເທດ ບໍ່ແມ່ນຄວາມຂັດແຍ້ງລະຫວ່າງຊົນຊັ້ນກຳມະກອນ ກັບ ຊົນຊັ້ນນາຍທຶນອີກແລ້ວ, ແຕ່ແມ່ນຄວາມຂັດແຍ້ງລະຫວ່າງຄວາມຕ້ອງການຂອງປະຊາຊົນທີ່ມີຕໍ່ການພັດທະນາເສດຖະກິດວັດທະນະທຳຢ່າງວ່ອງ ໄວ ກັບ ສະພາບທີ່ເສດຖະກິດວັດທະນະທຳໃນສະເພາະໜ້າ ບໍ່ສາມາດຕອບສະໜອງກັບຄວາມຕ້ອງ ການຂອງປະຊາຊົນໄດ້, ໜ້າທີ່ຕົ້ນຕໍຂອງປະຊາຊົນທົ່ວປະເທດ ແມ່ນສຸມກຳລັງພັດທະນາກຳລັງການຜະລິດຂອງສັງຄົມ, ບັນລຸການຫັນເປັນອຸດສາຫະກຳຂອງຊາດ, ຄ່ອຍໆຕອບສະໜອງກັບຄວາມຕ້ອງ ການຂອງປະຊາຊົນທີ່ມີຕໍ່ວັດຖຸ ແລະ ວັດທະນະທຳທີ່ນັບມື້ນັບເພີ່ມຂຶ້ນ. ພັກໄດ້ສະເໜີໃຫ້ສ້າງປະເທດພວກເຮົາໃຫ້ເປັນປະເທດສັງຄົມນິຍົມ ທີ່ເຂັ້ມແຂງ ທີ່ມີກະສິກຳທັນສະໄໝ ອຸດສາຫະກຳທັນສະໄໝ ການປ້ອງກັນປະເທດທີ່ທັນສະໄໝ ແລະ ວິທະຍາສາດ-ເຕັກໂນໂລຊີທີ່ທັນສະໄໝນັ້ນຢ່າງເປັນກ້າວໆ, ແລະໄດ້ນຳພາປະຊາຊົນດຳເນີນການສ້າງສັງຄົມນິຍົມຢ່າງຂະໜາດໃຫຍ່ຮອບດ້ານ. ເມື່ອໄດ້ປະຕິບັດແຜນການ 5 ປີຫຼາຍສະບັບແລ້ວ, ປະເທດພວກເຮົາໄດ້ສ້າງລະບົບອຸດສາຫະກຳ ແລະ ລະບົບເສດຖະ ກິດແຫ່ງຊາດທີ່ເປັນເອກະລາດ ແລະ ອ່າວຄົບຖ້ວນຂຶ້ນ, ເງື່ອນໄຂການຜະລິດກະສິກຳ ໄດ້ຮັບການປ່ຽນແປງຢ່າງພົ້ນເດັ່ນ, ວຽກງານດ້ານການສຶກສາ ວິທະຍາສາດ ວັດທະນະທຳ ສາທາລະນະສຸກ ແລະ ກິລາໄດ້ຮັບການພັດທະນາຢ່າງຫຼວງຫຼາຍ. ວິທະຍາສາດ-ເຕັກໂນໂລຊີທີ່ກ້າວໜ້າທີ່ສຸດໃນດ້ານການປ້ອງກັນປະເທດ ເຊັ່ນ: “ຂີປະນາວຸດນຳວິຖີ, ລູກລະເບີດປະລະມານູ ແລະ ດາວທຽມ” ເປັນຕົ້ນໄດ້ຮັບການບຸກທະລຸຢ່າງບໍ່ຢຸດຢັ້ງ, ອຸດສາຫະກຳປ້ອງກັນປະເທດ ຈາກບໍ່ມີສູ່ມີ ແລະໄດ້ພັດທະນາຂຶ້ນເປັນກ້າວໆ. ກອງທັບປະຊາຊົນຈີນໄດ້ຮັບການເຕີບໃຫຍ່ ແລະ ຍົກສູງຂຶ້ນ ໂດຍໄດ້ຈາກກອງທັບບົກພຽງແຕ່ເຫຼົ່າທັບດຽວເທົ່ານັ້ນ ຂະຫຍາຍຕົວເປັນກອງທັບປະສົມທີ່ລວມທັງກອງທັເຮືອ ກອງທັບອາກາດ ແລະເຫຼົ່າທັບວິຊາການອື່ນໆ, ເປັນການສະໜອງສິ່ງໜູນຫຼັງອັນເຂັ້ມແຂງໃຫ້ກັບການປັບປຸງອຳນາດການປົກຄອງຂອງປະຊາຊົນ ທີ່ກຳເນີດເກີດຂຶ້ນໃໝ່ໃຫ້ໝັ້ນຄົງຂຶ້ນ ການກຳນົດຖານະທີ່ເປັນປະເທດໃຫຍ່ຂອງຈີນ ແລະ ການປົກປັກຮັກສາກຽດສັກສີຂອງປະຊາຊາດຈີນ.

ພັກໄດ້ຍຶດໝັ້ນນະໂຍບາຍການຕ່າງປະເທດສັນຕິພາບທີ່ເປັນເອກະລາດເປັນເຈົ້າຕົນເອງ, ລິເລີ່ມ ແລະ ຍຶດໝັ້ນຫຼັກ 5 ປະການຢູ່ຮ່ວມກັນໂດຍສັນຕິ, ເດັດດ່ຽວປົກປັກຮັກສາຄວາມເປັນເອກະລາດ ອະ ທິປະໄຕ ແລະ ກຽດສັກສີຂອງຊາດ, ສະໜັບສະໜູນ ແລະ ຊ່ວຍເຫຼືອພາລະກິດປົດປ່ອຍຊາດທີ່ຖືກກົດຂີ່ ພາລະກິດການກໍ່ສ້າງຂອງປະເທດທີ່ເປັນເອກະລາດໃໝ່ ແລະ ການຕໍ່ສູ້ຢ່າງເປັນທຳຂອງປະ ຊາຊົນບັນດາປະເທດໃນໂລກ, ຄັດຄ້ານລັດທິຈັກກະພັດ ລັດທິເຈົ້າອຳນາດ ລັດທິລ່າເມືອງຂຶ້ນ ແລະ ລັດທິຈຳແນກເຊື້ອຊາດຜິວພັນ, ເຮັດໃຫ້ການຕ່າງປະເທດແບບອັບປະຍົດຂອງປະເທດຈີນເກົ່າສິ້ນສຸດລົງຢ່າງເຖິງຖອງ. ໂດຍພິຈາລະນາ ແລະ ວິໄຈສະພາບການ, ພັກໄດ້ປັບປຸງຍຸດທະສາດການຕ່າງປະ ເທດ, ຊຸກຍູ້ການຟື້ນຟູສິດທຸກຢ່າງທີ່ຊອບດ້ວຍກົດໝາຍຂອງປະເທດພວກເຮົາ ໃນອົງການສະຫະປະ ຊາຊາດ, ບຸກເບີກສະພາບການໃໝ່ຂອງວຽກງານຕໍ່ຕ່າງປະເທດ, ຊຸກຍູ້ໃຫ້ປະຊາຄົມໂລກຍຶດໝັ້ນຫຼັກການປະເທດຈີນດຽວ. ພັກໄດ້ກຳນົດຍຸດທະສາດກ່ຽວກັບການຂີດແບ່ງ 3 ໂລກ, ໃຫ້ຄຳໝັ້ນສັນຍາຢ່າງໜັກແໜ້ນວ່າ ຈີນຈະບໍ່ເປັນເຈົ້າໂລກຈົນເທົ່າໃດໆ, ເຊິ່ງໄດ້ຮັບການເຄົາລົບ ແລະ ການຍ້ອງຍໍຊົມເຊີຍຈາກປະຊາຄົມໂລກ ໂດຍສະເພາະແມ່ນປະເທດພວມພັດທະນາອັນໄພສານ.

ພັກໄດ້ມີການຄາດຄະເນຢ່າງເຕັມທີ່ເຖິງສິ່ງທ້າທາຍໃໝ່ທີ່ຈະຜະເຊີນໃນເວລາກຳອຳນາດທົ່ວປະ ເທດ, ຈຶ່ງໄດ້ຮຽກຮ້ອງມາຍັງທົ່ວພັກໃນກອງປະຊຸມຄົບຄະນະຄັ້ງທີ 2 ສະໄໝທີ 7 ທີ່ໄຂຂຶ້ນກ່ອນສົງ ຄາມປົດປ່ອຍຈະໄດ້ຮັບໄຊຊະນະໃນທົ່ວປະເທດວ່າ, ຕ້ອງສືບຕໍ່ຮັກສາແບບແຜນທີ່ຖ່ອມຕົວ ສຸຂຸມຮອບຄອບ ບໍ່ອວດອົ່ງ ແລະ ບໍ່ຟ້າວຟັ່ງ, ຕ້ອງສືບຕໍ່ຮັກສາແບບແຜນທີ່ບຸກບືນສູ້ຊົນຢ່າງທໍລະຫົດອົດ ທົນ. ພາຍຫຼັງສະຖາປະນາສປຈີນແລ້ວ, ພັກໄດ້ເຈາະຈົງສະເໜີຫົວຂໍ້ອັນສຳຄັນກ່ຽວກັບການກໍ່ສ້າງພັກພາຍໃຕ້ເງື່ອນໄຂກຳອຳນາດ, ເພີ່ມທະວີການກໍ່ສ້າງພັກ ແລະ ປັບປຸງການນຳພາຂອງພັກໃຫ້ໝັ້ນຄົງຈາກດ້ານແນວຄິດ ການຈັດຕັ້ງ ແລະ ແບບແຜນ. ພັກໄດ້ເພີ່ມທະວີການຮຽນທິດສະດີ ແລະ ການອົບ ຮົມຄວາມຮູ້ຮອບຕົວໃຫ້ແກ່ພະນັກງານ, ຍົກສູງລະດັບການນຳພາຂອງພັກ, ຮຽກຮ້ອງສະມາຊິກທົ່ວພັກ ໂດຍສະເພາະແມ່ນພະນັກງານຂັ້ນສູງຂອງພັກ ຕ້ອງເພີ່ມທະວີຄວາມຮູ້ສຶກຕື່ນຕົວໃນການປົກປັກຮັກສາຄວາມສາມັກຄີ ແລະ ຄວາມເປັນເອກະພາບຂອງພັກ. ພັກໄດ້ດຳເນີນການປັບປຸງແບບແຜນ ແລະ ປັບປຸງພັກ, ເພີ່ມທະວີການສຶກສາອົບຮົມພາຍໃນພັກ, ປັບປຸງການຈັດຕັ້ງຂັ້ນຮາກຖານ, ຍົກສູງເງື່ອນໄຂທີ່ເປັນສະມາຊິກພັກ, ຄັດຄ້ານລັດທິອາດຍາສິດ ລັດທິຄຳສັ່ງ ການຍັກຍອກເອົາເງິນຫຼວງ ແລະ ການຟຸມເຟືອຍ. ພັກມີສະຕິລະວັງຕົວໃນລະດັບສູງ ແລະ ອອກແຮງປ້ອງກັນບໍ່ໃຫ້ສະມາຊິກພັກ ແລະ ພະນັກງານເສຍທາດຂາດຄຸນ, ເດັດດ່ຽວປາບປາມການສໍ້ລາດບັງຫຼວງ. ມາດຕະການທີ່ສຳຄັນເຫຼົ່ານີ້ ໄດ້ເພີ່ມທະວີຄວາມບໍລິສຸດຂອງພັກ ແລະ ຄວາມສາມັກຄີໃນທົ່ວພັກ, ເຮັດໃຫ້ການພົວພັນລະ ຫວ່າງພັກກັບປະຊາຊົນໃກ້ຊິດຍິ່ງຂຶ້ນ, ໄດ້ສະສົມບົດຮຽນເບື້ອງຕົ້ນໃນການກໍ່ສ້າງພັກກຳອຳນາດ.

ໃນໄລຍະນີ້ ສະຫາຍ ເໝົາເຈີຕຸ່ງ ໄດ້ສະເໜີໃຫ້ເອົາຫຼັກມູນພື້ນຖານຂອງລັດທິມາກ-ເລນິນປະສົມປະສານກັບສະພາບຄວາມເປັນຈິງຂອງຈີນ “ຄັ້ງທີ 2”, ຊາວພັກກອມມູນິດຈີນ ທີ່ມີສະຫາຍ ເໝົາເຈີຕຸ່ງ ເປັນຕົວແທນຕົ້ນຕໍ ໄດ້ປະສົມປະສານກັບສະພາບຄວາມເປັນຈິງອັນໃໝ່ ແລ້ວພັດທະນາແນວຄິດເໝົາເຈີຕຸ່ງໃຫ້ອຸດົມສົມບູນຍິ່ງຂຶ້ນ, ໄດ້ສະເໜີແນວຄວາມຄິດທີ່ສຳຄັນຕ່າງໆກ່ຽວກັບການສ້າງສັງຄົມນິຍົມ, ລວມທັງສັງຄົມສັງຄົມນິຍົມແມ່ນໄລຍະປະຫວັດສາດທີ່ຍາວນານຫຼາຍ, ຈຳແນກຢ່າງເຄັ່ງຄັດ ແລະ ແກ້ໄຂຄວາມຂັດແຍ້ງລະຫວ່າງສັດຕູກັບເຮົາ ແລະ ຄວາມຂັດແຍ້ງ ຢູ່ພາຍໃນປະຊາຊົນຢ່າງຖືກຕ້ອງ, ແກ້ໄຂການພົວພັນ 10 ຢ່າງໃນການສ້າງສັງຄົມນິຍົມຂອງປະເທດພວກເຮົາຢ່າງຖືກຕ້ອງ, ເດີນຕາມເສັ້ນ ທາງການຫັນເປັນອຸດສາຫະກຳທີ່ສອດຄ່ອງກັບສະພາບແຫ່ງຊາດຂອງປະເທດພວກເຮົາ, ເຄົາລົບກົດ ເກນຄຸນຄ່າ, ປະຕິບັດທິດທາງ “ຢູ່ຮ່ວມກັນເປັນເວລາຍາວນານ ແລະ ຕິດຕາມກວດກາເຊິ່ງກັນແລະກັນ” ໃນດ້ານການພົວພັນລະຫວ່າງພັກເຮົາກັບພັກຝ່າຍປະຊາທິປະໄຕ, ປະຕິບັດທິດທາງ “ໝູ່ມາລາແຂ່ງຂັນບານ, ໝູ່ນັກປາດແຂ່ງຂັນເວົ້າ” ໃນວຽກງານວິທະຍາສາດແລະວັດທະນທຳ ແລະອື່ນໆ. ມາຮອດປັດຈຸບັນ ໝາກຜົນດ້ານທິດສະດີທີ່ມີຫົວຄິດປະດິດສ້າງແຕ່ຝ່າຍດຽວເຫຼົ່ານີ້ ຍັງມີຄວາມໝາຍຊີ້ນຳທີ່ສຳຄັນ.

ແນວຄິດເໝົາເຈີຕຸ່ງ ແມ່ນການໝູນໃຊ້ ແລະ ການພັດທະນາລັດທິມາກ-ເລນິນຢ່າງມີຫົວຄິດປະ ດິດສ້າງຢູ່ຈີນ, ແມ່ນຫຼັກການທິດສະດີ ແລະ ການສະຫຼຸບບົດຮຽນກ່ຽວກັບການປະຕິວັດ ແລະ ການສ້າງສາປະເທດຈີນທີ່ຖືກພຶດຕິກຳຢັ້ງຢືນແລ້ວວ່າຖືກຕ້ອງ, ແມ່ນການກ້າວກະໂດດຂັ້ນທີ່ຫັນລັດທິມາກໃຫ້ເປັນແບບຈີນຄັ້ງທີໜຶ່ງໃນປະຫວັດສາດ. ວິນຍານທີ່ມີຊີວິດຂອງແນວຄິດເໝົາເຈີຕຸ່ງ ແມ່ນຫຼັກໝັ້ນ ທັດສະນະ ແລະ ວິທີການທີ່ມີຢູ່ໃນພາກສ່ວນຕ່າງໆ ເຊິ່ງສະແດງອອກໃນສາມດ້ານພື້ນຖານ, ຄື: ສະ ແຫວງຫາສັດຈະຈຳຈາກຄວາມເປັນຈິງ ແນວທາງມະຫາຊົນ ແລະ ຄວາມເປັນເອກະລາດເປັນເຈົ້າຕົນເອງ, ເປັນທິດຊີ້ນຳການພັດທະນາພາລະກິດຂອງພັກ ແລະ ປະຊາຊົນຢ່າງມີວິທະຍາສາດ.

ແຕ່ສິ່ງທີ່ໜ້າເສຍດາຍນັ້ນແມ່ນ, ແນວທາງທີ່ຖືກຕ້ອງທີ່ກຳນົດໃນກອງປະຊຸມໃຫຍ່ຄັ້ງທີ 8 ຂອງພັກ ບໍ່ໄດ້ຖືກຍຶດໝັ້ນຢ່າງຕໍ່ເນື່ອງ ໂດຍໄດ້ເກີດມີຄວາມຜິດພາດຕ່າງໆ, ເຊັ່ນ: ຂະບວນການ “ກ້າວກະໂດດຂັ້ນໃຫຍ່” ຂະບວນການຫັນເປັນສະຫະກອນປະຊາຊົນ ແລະອື່ນໆຕາມລຳດັບ, ການຕໍ່ສູ້ຕ້ານຝ່າຍຂວາກໍໄດ້ຖືກເປີດກວ້າງເກີນຂອບເຂດຢ່າງໜັກໜ່ວງ. ໂດຍຜະເຊີນໜ້າກັບສະພາບແວດລ້ອມພາຍນອກທີ່ຂ້ຽວຂາດ ແລະ ສະຫຼັບສັບຊ້ອນໃນຄາວນັ້ນ, ພັກໄດ້ເອົາໃຈໃສ່ທີ່ສຸດຕໍ່ການປັບປຸງອຳນາດການປົກຄອງສັງຄົມນິຍົມໃຫ້ໝັ້ນຄົງ, ແລະໄດ້ພະຍາຍາມຢ່າງຫຼວງຫຼາຍເພື່ອເລື່ອງນີ້. ແຕ່ວ່າ ຄວາມຜິດພາດຂອງສະຫາຍ ເໝົາເຈີຕຸ່ງ ໃນດ້ານທິດສະດີ ແລະ ພຶດຕິກຳກ່ຽວກັບການຕໍ່ສູ້ລະຫວ່າງຊົນຊັ້ນໃນສັງຄົມສັງຄົມນິຍົມ ນັບມື້ນັບໜັກໜ່ວງ, ສູນກາງພັກບໍ່ໄດ້ແກ້ໄຂຄວາມຜິດພາດເຫຼົ່ານີ້ຢ່າງທັນການ. ສະຫາຍ ເໝົາເຈີຕຸ່ງ ໄດ້ມີການຄາດຄະເນຢ່າງຜິດພາດໝົດ ຕໍ່ກັບສະພາບການຊົນຊັ້ນ ພ້ອມດ້ວຍສະ ພາບການເມືອງຂອງພັກ ແລະ ປະເທດພວກເຮົາໃນເວລານັ້ນ, ຈຶ່ງໄດ້ກໍ່ຂຶ້ນ ແລະ ນຳພາ “ມະຫາປະຕິວັດວັດທະນະທຳ”, ສອງກຸ່ມຕໍ່ຕ້ານປະຕິວັດຄື: ລິນປ່ຽວ ແລະ ຈ່ຽງຊິ່ງ ໄດ້ສວຍໃຊ້ຄວາມຜິດພາດຂອງສະຫາຍ ເໝົາເຈີຕຸ່ງ, ດຳເນີນການເຄື່ອນໄຫວຊົ່ວຮ້າຍທີ່ທຳລາຍປະເທດຊາດ ແລະ ປະຊາຊົນຢ່າງຫຼວງຫຼາຍ, ຈົນສ້າງເປັນຄວາມວຸ້ນວາຍພາຍໃນປະເທດເປັນເວລາ 10 ປີ, ຈຶ່ງເຮັດໃຫ້ພັກ ປະເທດ ແລະ ປະຊາຊົນ ໄດ້ປະສົບກັບຄວາມລົ້ມເຫຼວ ແລະ ຄວາມເສຍຫາຍທີ່ໜັກໜ່ວງທີ່ສຸດ ນັບແຕ່ການສະຖາປະນາ ສປ ຈີນເປັນຕົ້ນມາ, ບົດຮຽນທາງລົບນີ້ແມ່ນເຈັບແສບທີ່ສຸດ. ເດືອນຕຸລາ 1976, ກົມການເມືອງສູນກາງພັກໄດ້ປະຕິບັດເຈຕະນາລົມຂອງພັກ ແລະ ປະຊາຊົນ ໂດຍໄດ້ທັບມ້າງ “ກຸ່ມ 4 ຄົນ” ຢ່າງບໍ່ລັ່ງເລໃຈ, ເຮັດໃຫ້ໄພພິບັດ “ມະຫາປະຕິວັດວັດທະນະທຳ” ຄັ້ງນີ້ສິ້ນສຸດລົງ.

ນັບແຕ່ການສະຖາປະນາ ສປ ຈີນຈົນຮອດກ່ອນດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ພັກໄດ້ນຳພາປະຊາຊົນສຳເລັດການປະຕິວັດສັງຄົມນິຍົມ, ດັບສູນລະບອບຂູດຮີດທຸກຢ່າງ, ໄດ້ບັນລຸການປ່ຽນແປງສັງຄົມທີ່ກວ້າງຂວາງ ແລະ ເລິກເຊິ່ງທີ່ສຸດໃນປະຫວັດສາດຂອງປະຊາຊາດຈີນ, ໄດ້ບັນລຸການກ້າວກະໂດດຂັ້ນອັນຍິ່ງໃຫຍ່ ຈາກປະເທດໃຫຍ່ຕາເວັນອອກ ທີ່ທຸກຍາກຫຼ້າຫຼັງ ທັງມີປະ ຊາກອນຫຼວງຫຼາຍ ໄປສູ່ສັງຄົມສັງຄົມນິຍົມ. ໃນຂະບວນການຊອກສະແຫວງຫາ, ເຖິງວ່າໄດ້ປະສົບກັບຄວາມລະອິດລະອ້ຽວ ທີ່ໜັກໜ່ວງກໍຕາມ, ແຕ່ໝາກຜົນດ້ານທິດສະດີທີ່ມີຫົວຄິດປະດິດສ້າງແຕ່ຝ່າຍດຽວ ແລະ ຜົນງານອັນມະຫາສານທີ່ພັກໄດ້ຮັບຈາກການປະຕິວັດ ແລະ ການສ້າງສັງຄົມນິຍົມນັ້ນ ໄດ້ສະໜອງບົດຮຽນອັນປະເສີດ ການກະກຽມດ້ານທິດສະດີ ແລະ ພື້ນຖານດ້ານວັດຖຸໃຫ້ແກ່ການບຸກ ເບີກສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນໄລຍະປະຫວັດສາດໃໝ່.

ດ້ວຍການບຸກບືນສູ້ຊົນທີ່ອົງອາດກ້າຫານ ແລະ ເດັດດ່ຽວໜຽວແໜ້ນ, ພັກກອມມູນິດຈີນ ແລະ ປະຊາຊົນຈີນ ໄດ້ປະກາດຕໍ່ທົ່ວໂລກຢ່າງເຄັ່ງຂຶມວ່າ, ປະຊາຊົນຈີນບໍ່ພຽງແຕ່ຮູ້ວິທີໃນການທຳລາຍໂລກເກົ່າເທົ່ານັ້ນ, ຍັງຮູ້ວິທີໃນການສ້າງໂລກໃໝ່ນຳອີກ, ມີແຕ່ສັງຄົມນິຍົມເທົ່ານັ້ນ ຈຶ່ງສາມາດກູ້ຊາດຈີນໄດ້, ມີແຕ່ສັງຄົມນິຍົມເທົ່ານັ້ນ ຈຶ່ງສາມາດພັດທະນາປະເທດຈີນໄດ້.

 

III ດຳເນີນການປະຕິຮູບ ເປີດປະຕູສູ່ພາຍນອກ ແລະ ການສ້າງສັງຄົມນິຍົມທີ່ທັນສະໄໝ

 

ໃນໄລຍະໃໝ່ແຫ່ງການປະຕິຮູບ ເປີດປະຕູສູ່ພາຍນອກ ແລະ ການສ້າງສັງຄົມນິຍົມທີ່ທັນສະໄໝ, ໜ້າທີ່ຕົ້ນຕໍຂອງພັກກໍຄື: ສືບຕໍ່ຊອກສະແຫວງຫາເສັ້ນທາງທີ່ຖືກຕ້ອງຂອງການສ້າງສັງຄົມນິຍົມຂອງຈີນ, ປົດປ່ອຍ ແລະ ພັດທະນາກຳລັງການຜະລິດ, ເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຮັ່ງມີຂຶ້ນໂດຍໄວ, ສະໜອງການຮັບປະກັນດ້ານໂຄງປະກອບ ທີ່ເຕັມໄປດ້ວຍພະລັງຊີວິດໃໝ່ ແລະ ເງື່ອນໄຂດ້ານວັດຖຸຂອງການພັດທະນາຢ່າງວ່ອງໄວ ໃຫ້ແກ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່.

ພາຍຫຼັງ “ມະຫາປະຕິວັດວັດທະນະທຳ” ສິ້ນສຸດລົງ, ໃນເວລາອັນສຳຄັນທີ່ພັກ ແລະ ປະເທດຊາດໄດ້ພົບບັນຫາທີ່ວ່າຈະໄປທາງໃດ, ພັກໄດ້ມີຄວາມຮັບຮູ້ຢ່າງເລິກເຊິ່ງວ່າ, ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ແມ່ນທາງອອກພຽງເສັ້ນດຽວ, ຖ້າບໍ່ດັ່ງນັ້ນ, ພາລະກິດສ້າງສາທັນສະໄໝ ແລະ ພາລະກິດການສ້າງສັງຄົມນິຍົມຂອງພວກເຮົາ ກໍຈະຖືກດັບສູນໄປ. ເດືອນທັນວາ 1978, ພັກໄດ້ໄຂກອງປະຊຸມຄົບຄະນະຂອງສູນກາງພັກຄັ້ງທີ 3 ສະໄໝທີ 11, ໂດຍໄດ້ຢຸດຕິ “ການຖືເອົາການຕໍ່ສູ້ຂອງຊົນຊັ້ນເປັນໂຄງການ” ຢ່າງເດັດຂາດ, ໄດ້ບັນລຸການປ່ຽນແປງວຽກງານໃຈກາງຂອງພັກ ແລະ ປະເທດຊາດໃນດ້ານຍຸດທະສາດ, ເລີ່ມຕົ້ນໄລຍະໃໝ່ແຫ່ງການປະຕິຮູບ ເປີດປະຕູສູ່ພາຍນອກ ແລະ ການສ້າງສັງຄົມນິຍົມທີ່ທັນສະໄໝ, ໄດ້ບັນລຸການປ່ຽນແປງທີ່ຍິ່ງໃຫຍ່ທີ່ມີຄວາມໝາຍເລິກເຊິ່ງຍາວໄກໃນປະຫວັດສາດຂອງພັກ ນັບແຕ່ການສະຖາປະນາ ສປ ຈີນເປັນຕົ້ນມາ. ພັກໄດ້ຕັດສິນນະໂຍບາຍອັນສຳຄັນ ຄື ປະຕິເສດ “ມະຫາປະຕິວັດວັດທະນະທຳ” ຢ່າງເຖິງຖອງ. ໃນຮອບ 40 ກວ່າປີຜ່ານມາ ພັກໄດ້ຍຶດໝັ້ນທິດທາງນະໂຍບາຍທີ່ຖືກກຳນົດໃນກອງປະຊຸມຄົບຄະນະຄັ້ງນີ້ຢ່າງສະເໝີຕົ້ນສະເໝີປາຍ.

ພາຍຫຼັງກອງປະຊຸມຄົບຄະນະຂອງສູນກາງພັກຄັ້ງທີ 3 ສະໄໝທີ 11, ຊາວພັກກອມມູນິດຈີນທີ່ມີສະຫາຍ ເຕີ້ງສຽວພິງ ເປັນຕົວແທນຕົ້ນຕໍ ໄດ້ສາມັກຄີ ແລະ ນຳພາທົ່ວພັກ ແລະ ປະຊາຊົນບັນດາ ເຜົ່າທົ່ວປະເທດຈີນ ສະຫຼຸບບົດຮຽນທາງບວກ ແລະ ທາງລົບ ນັບແຕ່ສ້າງຕັ້ງ ສປ ຈີນເປັນຕົ້ນມາຢ່າງເລິກເຊິ່ງ, ໂດຍປິ່ນອ້ອມບັນຫາພື້ນຖານທີ່ວ່າ ສັງຄົມນິຍົມແມ່ນຫຍັງ ແລະ ຈະສ້າງສັງຄົມນິຍົມແນວ ໃດ, ໄດ້ຖອດຖອນບົດຮຽນປະຫວັດສາດຂອງສັງຄົມນິຍົມໃນໂລກ, ປະດິດສ້າງທິດສະດີເຕີ້ງສຽວພິງ, ໄດ້ປົດປ່ອຍແນວຄິດ, ສະແຫວງຫາສັດຈະທຳຈາກຄວາມເປັນຈິງ, ໄດ້ຈັດວາງນະໂຍບາຍທີ່ມີລັກສະ ນະປະຫວັດສາດ ຄື: ປ່ຽນວຽກງານໃຈກາງຂອງພັກ ແລະ ປະເທດຊາດມາສູ່ການສ້າງເສດຖະກິດ ທັງດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ໄດ້ຊີ້ໃຫ້ເຫັນທາດແທ້ຂອງສັງຄົມນິຍົມຢ່າງເລິກ ເຊິ່ງ, ກຳນົດແນວທາງພື້ນຖານໃນໄລຍະຕົ້ນຂອງສັງຄົມນິຍົມ, ໄດ້ສະເໜີອອກຢ່າງຈະ ແຈ້ງວ່າ ຈະເດີນຕາມເສັ້ນທາງຂອງຕົນ ແລະ ສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ໄດ້ຕອບບັນ ຫາພື້ນຖານຕ່າງໆ ກ່ຽວກັບການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ຕາມຫຼັກວິທະຍາສາດ, ໄດ້ກຳນົດຍຸດທະສາດການພັດທະນາ ເພື່ອບັນລຸການຫັນເປັນທັນສະໄໝຂອງສັງຄົມນິຍົມ ໂດຍພື້ນຖານ ໂດຍແບ່ງເປັນສາມບາດກ້າວ ນັບແຕ່ເວລານັ້ນຈົນຮອດກາງສະຕະວັດທີ 21, ໄດ້ບຸກເບີກສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງສຳເລັດຜົນ.

ພາຍຫຼັງກອງປະຊຸມຄົບຄະນະຂອງສູນກາງພັກຄັ້ງທີ 4 ສະໄໝທີ 13, ຊາວພັກກອມມູນິດຈີນທີ່ມີສະຫາຍ ຈ່ຽງເຈີມິນ ເປັນຕົວແທນຕົ້ນຕໍ ໄດ້ສາມັກຄີ ແລະ ນຳພາທົ່ວພັກ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດ ຍຶດໝັ້ນທິດສະດີພື້ນຖານ ແລະ ແນວທາງພື້ນຖານຂອງພັກ, ໄດ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າເກົ່າຕໍ່ກັບບັນຫາທີ່ວ່າ ສັງຄົມນິຍົມແມ່ນຫຍັງ? ຈະສ້າງສັງຄົມນິຍົມແນວໃດ? ຈະສ້າງພັກໃຫ້ເປັນພັກແບບໃດ? ແລະຈະສ້າງພັກແນວໃດ? ໄດ້ກາຍ ເປັນແນວຄິດສຳຄັນ “3 ຕົວແທນ”, ເມື່ອຜະເຊີນກັບການທົດສອບອັນຂ້ຽວຂາດ ຍ້ອນສະພາບການຢູ່ພາຍໃນ ແລະ ຕ່າງປະເທດ ມີຄວາມສະ ຫຼັບສັບຊ້ອນທີ່ສຸດ ແລະ ສັງຄົມນິຍົມໃນໂລກໄດ້ປາກົດມີຄວາມຄົດລ້ຽວຢ່າງໜັກໜ່ວງນັ້ນ, ໄດ້ປົກປ້ອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ໄດ້ວາງເປົ້າໝາຍດ້ານການປະຕິຮູບ ແລະ ໄດ້ສ້າງໂຄງຮ່າງພື້ນຖານກ່ຽວກັບໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມ, ໄດ້ກຳນົດລະບອບເສດຖະກິດພື້ນຖານ ທີ່ຖືລະບອບກຳມະສິດສ່ວນລວມເປັນຫຼັກ ທັງພັດທະນາເສດຖະກິດໃນລະບອບກຳມະສິດຫຼາຍຊະນິດຮ່ວມກັນໃນໄລຍະຕົ້ນຂອງສັງຄົມນິຍົມ ພ້ອມດ້ວຍລະ ບຽບການແບ່ງປັນທີ່ຖືການແບ່ງປັນຕາມແຮງງານເປັນຫຼັກ ທັງມີຮູບການແບ່ງປັນຫຼາຍຊະນິດຮ່ວມກັນ, ໄດ້ສ້າງສະພາບການໃໝ່ແຫ່ງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງຮອບດ້ານ, ຊຸກຍູ້ໂຄງການຍິ່ງໃຫຍ່ອັນໃໝ່ຂອງການກໍ່ສ້າງພັກ, ແລະໄດ້ຊຸກຍູ້ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃຫ້ກ້າວໄປສູ່ສະຕະວັດທີີ 21 ຢ່າງສຳ ເລັດຜົນ.

ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 16 ຂອງພັກ, ຊາວພັກກອມມູນິດຈີນທີ່ມີສະຫາຍ ຮູຈິນທ່າວ ເປັນຕົວແທນຕົ້ນຕໍ ໄດ້ສາມັກຄີ ແລະ ນຳພາທົ່ວພັກ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ຊຸກຍູ້ການປະດິດສ້າງພຶດຕິກຳໃໝ່ ປະດິດສ້າງທິດສະດີໃໝ່ ແລະ ປະດິດສ້າງລະບຽບການໃໝ່ໃນຂະບວນການຊຸກຍູ້ການສ້າງສັງຄົມທີ່ອີ່ມໜຳສຳລານຢ່າງຮອບດ້ານ, ໄດ້ຮັບຮູ້ຢ່າງເລິກເຊິ່ງ ແລະ ຕອບບັນຫາທີ່ສຳຄັນຕ່າງໆ ເຊັ່ນ: ຄວນບັນລຸການພັດທະນາແບບໃດ ແລະ ຈະພັດທະນາແນວໃດ ພາຍໃຕ້ສະພາບການໃໝ່, ເຊິ່ງໄດ້ກາຍເປັນທັດສະນະການພັດທະນາຕາມຫຼັກວິທະຍາສາດ, ໄດ້ກຳແໜ້ນໄລຍະໂອ ກາດທາງຍຸດທະສາດ, ສຸມຈິດສຸມໃຈດຳເນີນການກໍ່ສ້າງ, ສະແຫວງຫາການພັດທະນາຢ່າງຕັ້ງອົກຕັ້ງ ໃຈ, ໄດ້ກ່າວເນັ້ນໜັກເຖິງການຍຶດໝັ້ນຖືຄົນເປັນກົກ ແລະ ການພັດທະນາແບບຍືນຍົງທີ່ປະສານກົມ ກຽວກັນຢ່າງຮອບດ້ານ, ສຸມໃສ່ຮັບປະກັນ ແລະ ປັບປຸງຊີ ວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຊຸກ ຍູ້ຄວາມຍຸຕິທຳ ແລະ ຄວາມເປັນທຳທາງສັງຄົມ, ຊຸກຍູ້ການສ້າງຄວາມສາມາດການກຳອຳນາດ ແລະ ລັກສະນະກ້າວໜ້າຂອງພັກ, ໄດ້ຍຶດໝັ້ນ ແລະ ພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນພາຍໃຕ້ສະພາບການໃໝ່ຢ່າງສຳເລັດຜົນ.

ເພື່ອຊຸກຍູ້ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກໃຫ້ກ້າວໄປໜ້າ, ພັກໄດ້ກຳນົດແນວທາງດ້ານແນວຄິດ ດ້ານການເມືອງ ແລະ ດ້ານການຈັດຕັ້ງຂອງລັດທິມາກຄືນໃໝ່, ຢັບຢັ້ງທິດທາງອັນຜິດ ພາດ “2 ບໍ່ວ່າອັນໃດ” ຢ່າງເຖິງຖອງ, ທັງໄດ້ຕີລາຄາຢ່າງຖືກຕ້ອງຕໍ່ກັບຖານະໃນປະຫວັດສາດຂອງສະຫາຍ ເໝົາເຈີຕຸ່ງ ແລະ ລະບົບວິທະຍາສາດຂອງແນວຄິດເໝົາເຈີຕຸ່ງ. ພັກໄດ້ໃຫ້ຄວາມກະຈ່າງແຈ້ງວ່າ, ຄວາມຂັດແຍງຕົ້ນຕໍໃນສັງຄົມປະເທດພວກເຮົາ ແມ່ນຄວາມຂັດແຍງລະຫວ່າງຄວາມຕ້ອງ ການທາງດ້ານວັດຖຸ ແລະ ວັດທະນະທຳທີ່ນັບມື້ນັບເພີ່ມຂຶ້ນຂອງປະຊາຊົນ ກັບ ການຜະລິດທາງສັງ ຄົມທີ່ຫຼ້າຫຼັງ, ການແກ້ໄຂຄວາມຂັດແຍ້ງຕົ້ນຕໍນີ້ ກໍແມ່ນໜ້າທີ່ໃຈກາງຂອງພວກເຮົາ, ທັງໄດ້ສະເໜີເປົ້າໝາຍການສ້າງສັງຄົມທີ່ອີ່ມໜຳສຳລານ. ພັກໄດ້ຟື້ນຟູນ ແລະ ຈັດວາງນະໂຍບາຍທີ່ຖືກຕ້ອງຕ່າງໆໃນວຽກງານດ້ານຕ່າງໆ ເພື່ອປັບປຸງເສດຖະກິດແຫ່ງຊາດ. ພັກໄດ້ນຳພາການຟື້ນຟູຄວາມເປັນລະບຽບຮຽບຮ້ອຍໃນດ້ານແນວຄິດ ການເມືອງ ການຈັດຕັ້ງ ແລະ ຂົງເຂດອື່ນໆຢ່າງຮອບດ້ານ, ແກ້ໄຂຄະດີຜິດພາດຫຼາຍໆຄະດີ ແລະ ປັບປຸງການພົວພັນທາງສັງຄົມ. ພັກໄດ້ຮ່າງ “ມະຕິຕົກລົງກ່ຽວກັບບາງບັນຫາປະຫວັດສາດຂອງພັກນັບແຕ່ການສະຖາປະນາປະເທດເປັນຕົ້ນມາ” ເຊິ່ງເປັນສັນຍະລັກສະແດງໃຫ້ເຫັນວ່າ ການຟື້ນຟູຄວາມເປັນລະບຽບຮຽບຮ້ອຍໃນດ້ານແນວຄິດຊີ້ນຳຂອງພັກ ໄດ້ເຮັດສຳເລັດຢ່າງມີໄຊແລ້ວ.

ພັກໄດ້ຮັບຮູ້ຢ່າງເລິກເຊິ່ງວ່າ, ຖ້າຢາກບຸກເບີກສະພາບການໃໝ່ແຫ່ງການປະຕິຮູບ ເປີດປະຕູສູ່ພາຍນອກ ແລະ ສ້າງສັງຄົມນິຍົມທີ່ທັນສະໄໝ, ຕ້ອງຊີ້ນຳການພັດທະນາພາລະກິດດ້ວຍການປະດິດສ້າງໃໝ່ໃນດ້ານທິດສະດີ. ສະຫາຍ ເຕີ້ງສຽວພິງ ໄດ້ຊີ້ໃຫ້ເຫັນວ່າ, ຖ້າວ່າພັກໜຶ່ງ, ປະເທດໜຶ່ງ ຫຼື ຊົນຊາດໜຶ່ງ ທຸກສິ່ງທຸກຢ່າງກໍເລີ່ມຈາກປຶ້ມຕຳລາ, ມີແນວຄິດແຂງກະດ້າງ, ມີຄວາມເຊື່ອຖືງົມງວາຍຫຼາຍ, ມັນກໍບໍ່ສາມາດກ້າວໄປໜ້າໄດ້, ຄວາມມີຊີວິດຊີວາຂອງມັນກໍຢຸດເຊົາແລ້ວ, ພັກ ແລະ ປະເທດກໍຈະດັບສູນໄປ. ພັກໄດ້ນຳພາ ແລະ ສະໜັບສະໜູນການດຳເນີນການປຶກສາຫາລືຢ່າງໃຫຍ່ກ່ຽວກັບມາດ ຕະຖານຂອງສັດຈະທຳ, ໂດຍເລີ່ມຈາກພຶດຕິກຳໃໝ່ ແລະ ຈຸດພິເສດຂອງຍຸກສະໄໝ, ພັກໄດ້ຍຶດໝັ້ນ ແລະ ພັດທະນາລັດທິມາກ, ໄດ້ຕອບບັນຫາພື້ນຖານຕ່າງໆຢ່າງມີວິທະຍາສາດ ກ່ຽວກັບການສ້າງສັງ ຄົມນິຍົມທີ່ມີສີສັນພິເສດຂອງຈີນ ເຊັ່ນ: ເສັ້ນທາງພັດທະນາ, ໄລຍະການພັດທະນາ, ໜ້າທີ່ພື້ນຖານ, ພະລັງແຮງການພັດທະນາ, ຍຸດທະສາດການພັດທະນາ, ການຮັບປະກັນດ້ານການເມືອງ, ການທ້ອນ ໂຮມປະເທດຊາດເຂົ້າເປັນເອກະພາບກັນ, ຍຸດທະສາດການຕ່າງປະເທດ ແລະ ສາກົນ, ພະລັງແຮງການຊີ້ນຳນຳພາ, ກຳລັງແຮງທີ່ຕ້ອງເພິ່ງພາອາໄສ ແລະອື່ນໆ, ໄດ້ກາຍເປັນລະບົບທິດສະດີສັງຄົມນິ ຍົມທີ່ມີສີສັນພິເສດຂອງຈີນ, ໄດ້ບັນລຸການກ້າວກະໂດດຂັ້ນຄັ້ງໃໝ່ໃນການຫັນລັດທິມາກໃຫ້ເປັນແບບຈີນ.

ໂດຍອີງຕາມການພັດທະນາ ແລະ ການປ່ຽນແປງຂອງສະພາບການຢູ່ພາຍໃນປະເທດ ແລະສາ ກົນ ແລະ ເລີ່ມຈາກຄວາມຮຽກຮ້ອງຕ້ອງການໃໝ່ໃນການພັດທະນາຂອງປະເທດພວກເຮົາ, ກອງປະ ຊຸມໃຫຍ່ຂອງພັກຄັ້ງທີ 12 ຄັ້ງທີ 13 ຄັ້ງທີ 14 ຄັ້ງທີ 15 ຄັ້ງທີ 16 ແລະ ຄັ້ງທີ 17 ໄດ້ສືບຕໍ່ວາງແຜນການຢ່າງຮອບດ້ານກ່ຽວກັບການຊຸກຍູ້ການປະຕິຮູບ ເປີດປະຕູສູ່ພາຍນອກ ແລະ ການສ້າງຄົມນິຍົມທີ່ທັນສະໄໝ, ທັງໄດ້ໄຂກອງປະຊຸມຄົບຄະນະຂອງສູນກາງພັກຫຼາຍຄັ້ງ ເພື່ອຄົ້ນຄວ້າ ແລະ ຈັດວາງວຽກງານສຳຄັນໃນດ້ານການປະຕິຮູບ ການພັດທະນາ ແລະ ການຮັກສາຄວາມສະຫງົບໂດຍສະເພາະ. ການປະຕິຮູບຂອງປະເທດພວກເຮົາ ໄດ້ຮັບການບຸກທະລຸກ່ອນ ໃນການປະຕິບັດລະບຽບການຮັບຜິດຊອບການຮັບເໝົາທີ່ດິນເປັນລາຍຄອບຄົວຢູ່ຊົນນະບົດ, ຄ່ອຍໆຫັນໄປສູ່ການປະຕິຮູບໂຄງປະກອບເສດຖະກິດໃນຕົວເມືອງ ພ້ອມທັງດຳເນີນໄປຢ່າງຮອບດ້ານ, ໄດ້ກຳນົດທິດທາງການປະຕິຮູບ ຄື: ສ້າງເສດຖະກິດຕະຫຼາດສັງຄົມນິຍົມ, ເສີມຂະຫຍາຍບົດບາດທີ່ເປັນພື້ນຖານຂອງຕະຫຼາດໃນການຈັດສັນຊັບພະຍາກອນໃຫ້ຫຼາຍກວ່າເກົ່າໃນຂອບເຂດກວ້າງກວ່າເກົ່າ, ຍຶດໝັ້ນ ແລະ ປັບປຸງລະບອບເສດຖະກິດ ແລະ ລະບອບການແບ່ງປັນອັນພື້ນຖານໃຫ້ສົມບູນແບບ. ພັກໄດ້ຊຸກຍູ້ການປະຕິຮູບໂຄງປະກອບເສດຖະກິດຢ່າງເດັດດ່ຽວ, ຂະນະດຽວກັນນັ້ນ ກໍໄດ້ດຳເນີນການປະຕິຮູບໃນຂົງເຂດການເມືອງ ວັດທະນະທຳ ສັງຄົມ ແລະ ຂົງເຂດອື່ນໆ, ຊຸກຍູ້ການປະຕິຮູບລະບຽບການກໍ່ສ້າງພັກ, ສ້າງ ແລະ ພັດທະນາໂຄງປະກອບ ແລະ ກົນໄກທີ່ສອດຄ່ອງກັບສະພາບແຫ່ງຊາດຂອງຈີນໃນຍຸກປັດຈຸບັນ ທັງເຕັມໄປດ້ວຍຄວາມມີຊີວິດຊີວາ ແລະ ພະລັງຊີວິດນັ້ນຢ່າງບໍ່ຢຸດຢັ້ງ. ພັກໄດ້ກຳນົດເອົາການເປີດປະຕູສູ່ພາຍນອກ ເປັນນະໂຍບາຍພື້ນຖານຂອງຊາດ, ຈາກການສ້າງເຂດເສດ ຖະກິດພິເສດຕ່າງໆ ເຊັ່ນ: ເຊີ່ນເຈີ້ນເປັນຕົ້ນ, ການພັດທະນາ ແລະ ເປີດປະຕູເຂດຜູຕົ່ງ, ຊຸກຍູ້ການເປີດປະຕູຂອງຕົວເມືອງຢູ່ແຄມທະເລ ແຄມຊາຍແດນ ແຄມແມ່ນ້ຳ ແຄມທາງລົດໄຟຄວາມໄວສູງ-ທາງດ່ວນ ແລະ ຕົວເມືອງໃຈກາງຢູ່ໃນແຜ່ນດິນໃຫຍ່ ຈົນຮອດການເຂົ້າຮ່ວມອົງການການຄ້າໂລກ, ຈາກ “ການນຳເຂົ້າ” ຈົນຮອດ “ການໄປຕ່າງປະເທດ”, ນຳໃຊ້ສອງຕະຫຼາດ ແລະ ສອງຊັບພະຍາ ກອນຢູ່ສາກົນ ແລະ ພາຍໃນປະເທດຢ່າງເຕັມສ່ວນ. ເມື່ອໄດ້ຊຸກຍູ້ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງຕໍ່ເນື່ອງ, ປະ ເທດພວກເຮົາໄດ້ບັນລຸການຫັນປ່ຽນຄັ້ງປະຫວັດສາດ ຈາກໂຄງປະກອບເສດຖະກິດແຜນການ ທີ່ໂຮມສູນໃນລະດັບສູງ ໄປສູ່ໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມ ແລະ ຈາກການປິດປະຕູເຄິ່ງປິດປະຕູ ໄປສູ່ການເປີດປະຕູຢ່າງຮອບດ້ານ.

ເພື່ອເລັ່ງລັດຊຸກຍູ້ສັງຄົມນິຍົມໃຫ້ຫັນເປັນທັນສະໄໝ, ພັກໄດ້ນຳພາປະຊາຊົນດຳເນີນການສ້າງເສດຖະກິດ ການເມືອງ ວັດທະນະທຳ ແລະ ສັງຄົມ, ໂດຍໄດ້ຮັບຜົນງານທີ່ໃຫຍ່ຫຼວງຕ່າງໆ. ພັກໄດ້ຍຶດໝັ້ນຖືເອົາການສ້າງເສດຖະກິດເປັນວຽກງານໃຈກາງ, ຍຶດໝັ້ນໃນຄວາມຄິດທີ່ວ່່າ ການພັດທະນາແມ່ນສັດຈະທຳອັນທ່ຽງແທ້, ສະເໜີອອກມາວ່າ ວິທະຍາສາດ-ເຕັກໂນໂລຊີແມ່ນກຳລັງການຜະລິດທີໜຶ່ງ, ປະຕິບັດຍຸດທະສາດອັນສຳຄັນຕ່າງໆ, ເຊັ່ນ: ສ້າງປະເທດໃຫ້ຈະເລີນດ້ວຍວິທະຍາສາດ-ການສຶກສາ ການພັດທະນາແບບຍືນຍົງ ສ້າງປະເທດໃຫ້ເຂັ້ມແຂງດ້ວຍຜູ້ມີຄວາມຮູ້ຄວາມສາມາດ ແລະອື່ນໆ, ຊຸກຍູ້ການພັດທະນາພາກຕາເວັນຕົກຢ່າງຂະໜາດໃຫຍ່, ສ້າງຖານອຸດສາຫະກຳ ເຊັ່ນ: ພາກພື້ນຕາເວັນອອກສຽງເໜືອເປັນຕົ້ນໃຫ້ຈະເລີນຂຶ້ນ, ຊຸກຍູ້ການພັດທະນາພາກກາງ, ສະໜັບສະໜູນການນຳໜ້າພັດທະນາຂອງເຂດພາກຕາເວັນອອກ, ຊຸກຍູ້ການພັດທະນາຢ່າງກົມກຽວກັນ ລະ ຫວ່າງຕົວເມືອງກັບຊົນນະບົດ ແລະ ລະຫວ່າງເຂດແຄວ້ນຕ່າງໆ, ຊຸກຍູ້ການປະຕິຮູບ ແລະ ການພັດທະນາລັດວິສາຫະກິດ, ສົ່ງເສີມ ແລະ ສະໜັບສະໜູນການພັດທະນາເສດຖະກິດທີ່ບໍ່ແມ່ນກຳມະ ສິດສ່ວນລວມ, ເລັ່ງລັດຫັນປ່ຽນຮູບການພັດທະນາເສດຖະກິດໃຫ້ໄວຂຶ້ນ, ເພີ່ມທະວີການອະນຸລັກສິ່ງ ແວດລ້ອມນິເວດ, ຊຸກຍູ້ການພັດທະນາເສດຖະກິດຢ່າງຕໍ່ເນື່ອງ ແລະ ວ່ອງໄວ, ກຳລັງແຮງສັງລວມຂອງຊາດ ຈຶ່ງໄດ້ຍົກສູງຂຶ້ນຢ່າງຫຼວງຫຼາຍ. ພັກໄດ້ຍຶດໝັ້ນການເປັນເອກະພາບກັນແບບກາຍອິນຊີລະຫວ່າງການນຳພາຂອງພັກ ປະຊາຊົນເປັນເຈົ້າຂອງປະເທດຊາດ ແລະ ການປົກຄອງປະເທດຕາມກົດໝາຍ, ພັດທະນາການເມືອງປະຊາທິປະໄຕສັງຄົມນິຍົມ, ສ້າງຄວາມສິວິໄລດ້ານການເມືອງຂອງສັງຄົມນິຍົມ, ຊຸກຍູ້ການປະຕິຮູບໂຄງປະກອບການເມືອງຢ່າງຕັ້ງໜ້າ ແລະ ໝັ້ນທ່ຽງ, ຍຶດໝັ້ນການປະສົມປະສານກັນລະຫວ່າງການປົກຄອງປະເທດດ້ວຍກົດໝາຍ ແລະ ການປົກຄອງປະເທດດ້ວຍຄຸນນະທຳ, ສ້າງລັດຖະທຳມະນູນສະບັບໃໝ່, ສ້າງປະເທດສັງຄົມນິຍົມທີ່ປົກຄອງດ້ວຍກົດໝາຍ, ສ້າງໃຫ້ມີລະບົບກົດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ເຄົາລົບ ແລະ ປົກປ້ອງສິດທິມະນຸດ, ປັບປຸງ ແລະ ພັດທະນາແນວໂຮມເອກະພາບຮັກຊາດທີ່ກວ້າງຂວາງທີ່ສຸດໃຫ້ໝັ້ນຄົງຍິ່ງຂຶ້ນ. ພັກໄດ້ເພີ່ມທະວີການສຶກສາອົບຮົມໃນດ້ານອຸດົມການ ແລະ ການເຊື່ອຖື, ຊຸກຍູ້ການສ້າງລະບົບຄ່ານິຍົມຕົ້ນ ຕໍຂອງສັງຄົມນິຍົມ, ສ້າງຄວາມສິວິໄລດ້ານຈິດໃຈຂອງສັງຄົມນິຍົມ, ພັດທະນາວັດທະນະທຳທີ່ກ້າວໜ້າຂອງສັງຄົມນິຍົມ, ຊຸກຍູ້ວັດທະນະທຳຂອງສັງຄົມນິຍົມໃຫ້ມີການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຢ່າງຂະໜາດໃຫຍ່. ພັກໄດ້ເລັ່ງລັດຊຸກຍູ້ການສ້າງສັງຄົມທີ່ຖືການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນນັ້ນເປັນວຽກງານຈຸດໜັກ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຍົກເລີກອາກອນກະສິກຳ, ຊຸກຍູ້ໃຫ້ນັກຮຽນນັກສຶກສາສາມາດໄດ້ຮັບການສິດການສອນທີ່ດີ, ຊາວຜູ້ອອກແຮງງານສາມາດມີລາຍຮັບໄດ້ເທົ່າທີ່ຄວນ, ຄົນເຈັບສາມາດໄດ້ຮັບການປິ່ນປົວທີ່ດີິ, ຜູ້ອາຍຸສູງສາມາດໄດ້ຮັບການລ້ຽງດູທີ່ດີ, ປະຊາຊົນສາມາດມີເຮືອນຂອງຕົນໄດ້, ຊຸກຍູ້ໃຫ້ສັງຄົມມີຄວາມປອງດອງກົມກຽວກັນ ແລະ ຄວາມສະຫງົບ. ພັກໄດ້ວາງເປົ້າໝາຍລວມທີ່ສ້າງກອງທັບປະຕິວັດທີ່ທັນສະໄໝ ເປັນລະບຽບແບບແຜນ ແລະ ເຂັ້ມແຂງ, ກຳນົດຈຸດພື້ນຖານຂອງການກະກຽມການຕໍ່ສູ້ທາງການທະຫານຄື ເອົາຊະນະສົງຄາມພາກພື້ນ ພາຍໃຕ້ເງື່ອນໄຂເຕັກໂນໂລຊີຂໍ້ມູນຂ່າວສານ, ຊຸກຍູ້ການປ່ຽນແປງດ້ານການທະຫານທີ່ມີສີສັນພິເສດຂອງຈີນ, ເດີນຕາມເສັ້ນທາງການຫຼຸດກຳລັງຮົບທີ່ມີສີສັນພິເສດຂອງຈີນ.

ໂດຍຜະເຊີນໜ້າກັບສະພາບການສາກົນທີ່ມີການຜັນແປຢ່າງສະຫຼັບສັບຊ້ອນ, ພັກໄດ້ຍຶດໝັ້ນ 4 ຫຼັກການພື້ນຖານຢ່າງບໍ່ຫວັ່ນໄຫວຄອນແຄນແມ່ນແຕ່ໜ້ອຍດຽວ, ເດັດດ່ຽວກຳຈັດສິ່ງລົບກວນຊະນິດຕ່າງໆ, ຮັບມືກັບຄວາມສ່ຽງ ແລະ ການທົດສອບຕ່າງໆທີ່ກະທົບເຖິງພາກສ່ວນລວມແຫ່ງການປະຕິຮູບ ການພັດທະນາ ແລະ ການຮັກສາຄວາມສະຫງົບຂອງປະເທດພວກເຮົານັ້ນຢ່າງທຸ່ນທ່ຽງ. ເມື່ອທ້າຍຊຸມປີ 1980 ຮອດຕົ້ນຊຸມປີ 1990, ສະຫະພາບໂຊວຽດໄດ້ແຕກສະຫຼາຍ, ບັນດາປະເທດເອີລົບຕາເວັນອອກໄດ້ເກີດການປ່ຽນແປງຢ່າງໄວພະລັນ. ເນື່ອງຈາກການສະໜັບສະໜູນ ແລະ ການປຸກປັ່ນຂອງອິດທິກຳລັງປໍລະປັກທີ່ຕ້ານກອມມູນິດຕ້ານສັງຄົມນິຍົມໃນສາກົນ, ສະພາບແວດລ້ອມໃຫຍ່ໃນສາກົນ ແລະ ສະພາບແວດລ້ອມນ້ອຍພາຍໃນປະເທດ ໄດ້ເຮັດໃຫ້ເກີດຄວາມປັ່ນປ່ວນດ້ານການ ເມືອງທີ່ໜັກໜ່ວງຂຶ້ນຢູ່ປະເທດພວກເຮົາ ໃນລະຫວ່າງລະດູໃບໄມ້ປົ່ງຮອດລະດູຮ້ອນຂອງປີ 1989. ພັກ ແລະ ລັດໄດ້ອາໄສປະຊາຊົນ, ຊູຄັນທຸງທີ່ຄັດຄ້ານຄວາມປັ່ນປ່ວນຢ່າງຊັດເຈນ, ໄດ້ປົກປ້ອງອຳນາດການປົກຄອງຂອງປະເທດສັງຄົມນິຍົມ ແລະ ໄດ້ປົກປັກຮັກສາຜົນປະໂຫຍດພື້ນຖານຂອງປະຊາຊົນ. ພັກໄດ້ນຳພາປະຊາຊົນຮັບມືກັບວິກິດການການເງິນຂອງອາຊີ ວິກິດການການເງິນຂອງໂລກ ແລະ ຄວາມສ່ຽງດ້ານເສດຖະກິດອື່ນໆຢ່າງສຳເລັດຜົນ, ໄດ້ຈັດງານມະຫາກຳກິລາໂອລິມປິກ ແລະ ງານມະຫາກຳກິລາໂອລິມປິກຄົນພິການປັກກິ່ງ 2008 ຢ່າງສຳເລັດຜົນ, ເອົາຊະນະໄພນ້ຳຖ້ວມອັນຮ້າຍແຮງຢູ່ລຸ່ມແມ່ນ້ຳຢາງຊີກຽງ ແມ່ນ້ຳເນີ້ນຈ່ຽງ ແລະ ແມ່ນ້ຳຊົ່ງຮົ່ວ ພ້ອມດ້ວຍໄພແຜ່ນດິນໄຫວທີ່ຮ້າຍແຮງທີ່ສຸດຢູ່ເມືອງເວີ້ນຊ່ວນ ແລະ ໄພທຳມະຊາດຄັ້ງອື່ນໆ, ເອົາຊະນະສະພາບການແຜ່ລະ ບາດຂອງພະຍາດຊາສ໌, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມສາມາດຂອງພັກໃນການຕ້ານຄວາມສ່ຽງ ແລະ ຄວບຄຸມສະພາບທີ່ສະຫຼັບສັບຊ້ອນ.

ພັກໄດ້ຖືເອົາການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບກັນ ເປັນໜ້າທີ່ອັນໜັກໜາໃນປະ ຫວັດສາດ, ໄດ້ສຸມຄວາມພະຍາຍາມຢ່າງບໍ່ລົດລະເພື່ອເລື່ອງນີ້. ສະຫາຍ ເຕີ້ງສຽວພິງ ໄດ້ສະເໜີໂຄງຄວາມຄິດ “ປະເທດດຽວສອງລະບອບ” ຢ່າງມີວິທະຍາສາດ ແລະ ມີຫົວຄິດປະດິດສ້າງ, ໂດຍໄດ້ບຸກເບີກຊ່ອງທາງໃໝ່ໃນການບັນລຸການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບກັນ ດ້ວຍສັນ ຕິວິທີ. ເມື່ອໄດ້ປະຕິບັດງານ ແລະ ທຳການຕໍ່ສູ້ຢ່າງລຳບາກໜັກໜາ, ລັດຖະບານຂອງປະເທດພວກເຮົາໄດ້ຟື້ນຟູການໃຊ້ສິດອະທິປະໄຕເໜືອຮົງກົງ ແລະ ມາກາວຕາມລຳດັບ, ອັນເປັນການລຶບລ້າງຄວາມອັບປະຍົດຂອງປະຊາຊາດຈີນໃນຮອບ 100 ປີຜ່ານມາ. ພາຍຫຼັງຮົງກົງ ແລະ ມາກາວກັບຄືນສູ່ປະເທດຊາດແລ້ວ, ລັດຖະບານກາງໄດ້ປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍພື້ນຖານຂອງເຂດບໍລິຫານພິເສດຢ່າງເຄັ່ງຄັດ ໂດຍໄດ້ຮັກສາຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບຂອງຮົງກົງ ແລະ ມາກາວເປັນເວລາຍາວນານ. ພັກໄດ້ກຳແໜ້ນພາກສ່ວນໃຫຍ່ແຫ່ງການແກ້ໄຂບັນ ຫາໄຕ້ຫວັນ, ກຳນົດທິດທາງພື້ນຖານທີ່ວ່າ “ໂຮມເປັນເອກະພາບກັນໂດຍສັນຕິ, ປະເທດດຽວສອງລະບອບ”, ຊຸກຍູ້ໃຫ້ສອງຝັ່ງຊ່ອງແຄບໄດ້ບັນລຸ “ຄວາມຮັບຮູ້ທີ່ເປັນເອກະພາບກັນ 1992” ທີ່ສະແດງໃຫ້ເຫັນເຖິງຫຼັກການປະເທດຈີນດຽວ, ຊຸກຍູ້ໃຫ້ສອງຝັ່ງດຳເນີນການປຶກສາຫາລື ແລະ ເຈລະຈາກັນ, ບັນລຸ “ການຕິດຕໍ່ກັນໃນ 3 ດ້ານ” ໂດຍກົງຢ່າງຮອບດ້ານ, ເລີ່ມຕົ້ນການແລກປ່ຽນຄວາມຄິດເຫັນລະ ຫວ່າງພັກການເມືອງຂອງສອງຝັ່ງ. ໄດ້ສ້າງກົດໝາຍຕ້ານການແບ່ງແຍກປະເທດ, ເດັດດ່ຽວສະກັດກັ້ນອິດທິກຳລັງ “ແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດ”, ຊຸກຍູ້ການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບກັນ, ເອົາຊະນະກົນອຸບາຍໃນທຸກຮູບແບບທີ່ຢາກປັ້ນແຕ່ງ “ສອງປະເທດຈີນ” “ຈີນໜຶ່ງໄຕ້ຫວັນໜຶ່ງ” ແລະ “ໄຕ້ຫວັນເປັນເອກະລາດ” ຢ່າງແຂງແຮງ.

ພັກໄດ້ວິນິດໄສຈຸດພິເສດຂອງຍຸກສະໄໝ ແລະ ສະພາບການສາກົນຢ່າງມີວິທະຍາສາດ, ສະເໜີວ່າ, ສັນຕິພາບ ແລະ ການພັດທະນາ ແມ່ນຫົວຂໍ້ຫຼັກໃນຍຸກປັດຈຸບັນ. ພັກໄດ້ຍຶດໝັ້ນຈຸດປະສົງຂອງນະໂຍບາຍການຕ່່າງປະເທດທີ່ຮັກສາສັນຕິພາບຂອງໂລກ ແລະ ຊຸກຍູ້ການພັດທະນາຮ່ວມກັນ, ໄດ້ປັບປຸງສາຍພົວພັນກັບປະເທດໃຫຍ່ອັນຕົ້ນຕໍ, ຂະຫຍາຍການພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນກັບປະເທດອ້ອມຂ້າງ, ລົງເລິກການຮ່ວມມືບົນຈິດໃຈໄມຕີຈິດມິດຕະພາບກັບປະເທດພວມພັດທະນາອັນໄພສານ, ຕັ້ງໜ້າເຂົ້າຮ່ວມກິດຈະການຂອງສາກົນ ແລະ ພາກພື້ນ, ໄດ້ສ້າງສະ ພາບການໃໝ່ ກ່ຽວກັບການພົວພັນກັບຕ່າງປະເທດທີ່ມີຫຼາຍລະດັບ ແລະ ຫຼາຍຊັ້ນຢ່າງຮອບດ້ານ. ພັກໄດ້ຕັ້ງໜ້າຊຸກຍູ້ໃຫ້ໂລກຫັນເປັນຫຼາຍຂົ້ວ ແລະ ໃຫ້ການພົວພັນສາກົນຫັນເປັນແບບປະຊາທິປະ ໄຕ, ຊຸກຍູ້ເສດຖະກິດໂລກາພິວັດ ໃຫ້ຂະຫຍາຍຕົວໄປສູ່ທິດທາງທີ່ມີຜົນດີຕໍ່ຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ຊູຄັນທຸງທີ່ຊັດເຈນໃນການຄັດຄ້ານລັດທິເຈົ້າອຳນາດ ແລະ ການເມືອງມະຫາອຳນາດ, ເດັດດ່ຽວປົກປັກຮັກສາຜົນປະໂຫຍດຂອງປະເທດພວມພັດທະນາອັນໄພສານ, ຊຸກຍູ້ການສ້າງລະ ບຽບໃໝ່ດ້ານການເມືອງ ແລະ ເສດຖະກິດສາກົນທີ່ຍຸຕິທຳ ແລະ ສົມເຫດສົມຜົນ, ຊຸກຍູ້ໃຫ້ໂລກມີສັນຕິພາບຖາວອນ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ.

ພັກໄດ້ກ່າວເນັ້ນໜັກສະເໝີວ່າ, ໃນການບໍລິຫານປະເທດນັ້ນ ຕ້ອງບໍລິຫານພັກກ່ອນ, ສ່ວນການບໍລິຫານພັກ ຕ້ອງມີຄວາມເຂັ້ມງວດ, ຕ້ອງສຸມຈິດສຸມໃຈໃນການກໍ່ສ້າງພັກໃຫ້ດີ, ບຸກເບີກ ແລະ ຊຸກຍູ້ໂຄງການໃໝ່ອັນຍິ່ງໃຫຍ່ແຫ່ງການກໍ່ສ້າງພັກ. ພັກໄດ້ສ້າງກົດລະບຽບບາງຂໍ້ ກ່ຽວກັບຊີວິດການ ເມືອງພາຍໃນພັກ, ປັບປຸງລະບຽບການໂຮມສູນປະຊາທິປະໄຕໃຫ້ສົມບູນແບບ, ເສີມຂະຫຍາຍປະ ຊາທິປະໄຕພາຍໃນພັກ, ເຮັດໃຫ້ຊີວິດການເມືອງພາຍໃນພັກຫັນເປັນປົກກະຕິ; ດຳເນີນການປັບປຸງພັກຢ່າງມີແຜນການ ແລະ ມີຂັ້ນຕອນ, ອອກແຮງແກ້ໄຂບັນຫາທີ່ບໍ່ມີຄວາມບໍລິສຸດຜຸດຜ່ອງໃນດ້ານແນວຄິດ ແບບແຜນ ແລະ ການຈັດຕັ້ງພາຍໃນພັກ; ເພີ່ມທະວີການສ້າງຖັນແຖວພະນັກງານຕາມທິດທາງທີ່ຫັນມານຳໃຊ້ຜູ້ມີຈິດໃຈປະຕິວັດ ຊາວໜຸ່ມ ຜູ້ມີຄວາມຮູ້ຮອບຕົວ ແລະ ຜູ້ມີວິຊາສະເພາະ, ອອກແຮງຄັດເລືອກນຳໃຊ້ພະນັກງານທີ່ເປັນໄວກາງຄົນ ແລະ ຊາວໜຸ່ມ, ຊຸກຍູ້ໃຫ້ພະນັກງານຜູ້ໃໝ່ເຂົ້າແທນຜູ້ເກົ່າ. ໂດຍປິ່ນອ້ອມການແກ້ໄຂສອງບັນຫາຄັ້ງປະຫວັດສາດໃຫ້ດີ ຄື: ຍົກສູງລະດັບການນຳພາ-ການກຳອຳນາດຂອງພັກ ແລະ ຍົກສູງຄວາມສາມາດໃນການຕ້ານການສໍ້ລາດບັງຫຼັງ-ຕ້ານຄວາມສ່ຽງ, ຖືເອົາການສ້າງຂີດຄວາມສາມາດໃນການກຳອຳນາດ ແລະ ການສ້າງລັກສະນະກ້າວໜ້າເປັນວຽກງານຫຼັກ, ພັກໄດ້ທຳການຕົກລົງກ່ຽວກັບບັນຫາສຳຄັນຕ່າງໆ ເຊັ່ນ: ເພີ່ມທະວີການພົວ ພັນລະຫວ່າງພັກກັບປະຊາຊົນ, ເພີ່ມທະວີ ແລະ ປັບປຸງການສ້າງແບບແຜນທີ່ດີຂອງພັກ, ເພີ່ມທະວີການສ້າງຂີດຄວາມສາມາດໃນການກຳອຳນາດຂອງພັກ ແລະອື່ນໆ, ຈັດຕັ້ງດຳເນີນບັ້ນການສຶກສາທີ່ “ສົ່ງເສີມການຮຽນຮູ້, ສົ່ງເສີມການເມືອງ ແລະ ສົ່ງເສີມຄວາມເປັນທຳ”, ບັ້ນການສຶກສາຮົບຮົມແນວຄິດສຳຄັນ “3 ຕົວແທນ”, ບັ້ນການສຶກສາກ່ຽວກັບການຮັກສາລັກສະນະກ້າວໜ້າຂອງສະມາຊິກພັກກອມມູນິດ, ບັ້ນການຮຽນແລະປະຕິບັດຕົວຈິງກ່ຽວກັບທັດສະນະການພັດທະນາຕາມຫຼັກວິທະຍາ ສາດ ແລະ ບັ້ນການຮຽນການສຶກສາແບບໂຮມສູນອື່ນໆ. ພັກໄດ້ຍົກຖານະຂອງການສ້າງແບບແຜນທີ່ດີຂອງພັກ ການປົກຄອງແບບປອດໃສຂາວສະອາດ ແລະ ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ໃຫ້ສູງເຖິງລະດັບທີ່ພົວພັນເຖິງຄວາມເປັນຄວາມຕາຍຂອງພັກ ແລະ ປະເທດຊາດ, ຊຸກຍູ້ການສ້າງລະບົບລົງໂທດ ແລະ ປ້ອງກັນການສໍ້ລາດບັງຫຼວງ.

ເນື່ອງໃນໂອກາດການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຄົບຮອບ 40 ປີ, ສູນກາງພັກ ໄດ້ຈັດພິທີສະເຫຼີມສະຫຼອງຢ່າງຄຶກຄື້ນ, ສະຫາຍ ສີຈິ້ນຜິງ ໄດ້ກ່າວຄຳປາໄສອັນສຳຄັນ ໂດຍໄດ້ສະຫຼຸບຜົນງານອັນຍິ່ງໃຫຍ່ ແລະ ບົດຮຽນອັນປະເສີດທີ່ໄດ້ຮັບມາຈາກການປະຕິຮູບ ແລະ ເປີດປະຕູສູ່ພາຍ ນອກເປັນເວລາ 40 ປີຢ່າງຮອບດ້ານ, ກ່າວເນັ້ນໜັກວ່າ ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ແມ່ນການສະດຸ້ງຕື່ນທີ່ຍິ່ງໃຫຍ່ຄັ້ງໜຶ່ງຂອງພັກ, ແມ່ນການປະຕິວັດທີ່ຍິ່ງໃຫຍ່ຄັ້ງໜຶ່ງ ໃນປະຫວັດການພັດທະນາຂອງປະຊາຊົນຈີນ ແລະ ປະຊາຊາດຈີນ, ແລະໄດ້ອອກຂໍ້ຮຽກຮ້ອງອັນຍິ່ງໃຫຍ່ໃຫ້ດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຈົນເຖິງສຸດທ້າຍ. ຜົນງານອັນຍິ່ງໃຫຍ່ຂອງການປະຕິຮູບ ເປີດປະຕູສູ່ພາຍນອກ ແລະ ການສ້າງສັງຄົມນິຍົມທີ່ທັນສະໄໝ ແມ່ນປະຈັກຕາຊາວໂລກ, ປະເທດພວກເຮົາ ໄດ້ບັນລຸການບຸກທະລຸຄັ້ງປະຫວັດສາດຈາກສະພາບທີ່ກຳລັງການຜະລິດຫຼ້າຫຼັງໂດຍທຽບຖານ ຫັນໄປສູ່ລວມຍອດເສດຖະກິດເພີ່ມຂຶ້ນເປັນອັບດັບ 2 ຂອງໂລກ, ໄດ້ບັນລຸການພັດທະນາຄັ້ງປະຫວັດສາດທີ່ລະດັບຊີວິດການເປັນຢູ່ຂອງປະຊາຊົນ ຈາກການກິນບໍ່ອີ່ມນຸ່ງບໍ່ອຸ່ນ ໄປສູ່ຄວາມອີ່ມໜຳສຳລານໂດຍລວມ ແລະ ກ້າວໄປສູ່ຄວາມອີ່ມໜຳສຳລານຢ່າງຮອບດ້ານ, ອັນໄດ້ຊຸກຍູ້ປະຊາຊາດຈີນບັນລຸການກ້າວກະໂດດຂັ້ນອັນຍິ່ງໃຫຍ່ ຄື: ຈາກການລຸກຢືນຂຶ້ນ ຈົນຮອດຮັ່ງມີຂຶ້ນ.

ດ້ວຍການບຸກບືນສູ້ຊົນຢ່າງອົງອາດກ້າຫານ ແລະ ເດັດດ່ຽວໜຽວແໜ້ນ, ພັກກອມມູນິດຈີນ ແລະ ປະຊາຊົນຈີນ ໄດ້ປະກາດຕໍ່ທົ່ວໂລກຢ່າງເຄັ່ງຂຶມວ່າ, ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ແມ່ນມາດຕະການທີ່ເປັນຂໍກຸນແຈ ເຊິ່ງຕັດສິນອະນາຄົດ ແລະ ຊາຕາກຳຂອງປະເທດຈີນໃນຍຸກປັດ ຈຸບັນ, ເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ແມ່ນເສັ້ນທາງທີ່ຖືກຕ້ອງໃນການຊຸກຍູ້ປະເທດຈີນ ໃຫ້ພັດທະນາໄປສູ່ຄວາມຈະເລີນຮຸ່ງເຮືອງ, ປະເທດຈີນໄດ້ກ້າວໄປທ່ວງທັນກັບຍຸກສະໄໝດ້ວຍບາດກ້າວໃຫຍ່.

 

IV ບຸກເບີກຍຸໃໝ່ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ

 

ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໄດ້ ກ້າວເຂົ້າສູ່ຍຸກໃໝ່. ໜ້າທີ່ຕົ້ນຕໍຂອງພັກກໍຄື: ເຮັດໃຫ້ເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີໜຶ່ງ ປາກົດຜົນເປັນຈິງ, ເປີດຂະບວນການເດີນທາງຄັ້ງໃໝ່ ເພື່ອເຮັດໃຫ້ເປົ້າໝາຍສູ້ຊົນຄົບຮອບ 100 ປີ ເຫດການທີສອງປາກົດຜົນເປັນຈິງ, ແລະສືບຕໍ່ກ້າວເດີນໄປໜ້າ ເພື່ອເຮັດໃຫ້ເປົ້າໝາຍອັນຍິ່ງໃຫຍ່ ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນຄືນໃໝ່ນັ້ນ ປາກົດຜົນເປັນຈິງ.

ຄະນະກຳມະການສູນກາງພັກທີ່ມີສະຫາຍ ສີຈິ້ນຜິງ ເປັນແກນກາງ ໄດ້ກຳແໜ້ນພາກສ່ວນລວມທາງຍຸດທະສາດ ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ ຄືນໃໝ່ ແລະ ສະພາບການປ່ຽນແປງຢ່າງຂະໜາດໃຫຍ່ຂອງໂລກ ເຊິ່ງບໍ່ເຄີຍມີໃນຮອບ100 ປີຜ່ານມານັ້ນຢ່າງເປັນເອກະພາບກັນ, ກ່າວເນັ້ນໜັກວ່າ ຍຸກໃໝ່ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ແມ່ນຍຸກສະໄໝທີ່ສືບທອດອັນກ່ອນ ຕໍ່ອັນລຸນ ເພື່ອສືບຕໍ່ຍາດເອົາໄຊຊະນະອັນຍິ່ງໃຫຍ່ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ພາຍໃຕ້ເງື່ອນໄຂປະຫວັດສາດອັນໃໝ່, ແມ່ນຍຸກສະໄໝທີ່ເຮັດສຳເລັດການສ້າງສັງຄົມທີ່ອີ່ມໜຳສຳລານຢ່າງຮອບດ້ານ ແລ້ວສ້າງປະເທດສັງຄົມນິຍົມທີ່ທັນສະໄໝ ແລະ ເຂັ້ມແຂງຢ່າງຮອບດ້ານ, ແມ່ນຍຸກສະໄໝທີ່ປະຊາຊົນບັນດາເຜົ່າທົ່ວປະເທດສາມັກຄີບຸກບືນສູ້ຊົນ ເພື່ອສ້າງຊີວິດການເປັນຢູ່ທີ່ດີງາມຢ່າງບໍ່ຢຸດຢັ້ງ ແລະ ຄ່ອຍໆບັນລຸຄວາມຮັ່ງມີຮ່ວມກັນຂອງປະຊາຊົນທຸກຖ້ວນໜ້າ, ແມ່ນຍຸກສະໄໝທີ່ລູກຫຼານປະຊາຊາດຈີນທຸກຖ້ວນໜ້າຮ່ວມແຮງຮ່ວມໃຈກັນ ບຸກບືນສູ້ຊົນເພື່ອເຮັດໃຫ້ຄວາມໃຝ່ຝັນຂອງຈີນ ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່ນັ້ນປາກົດຜົນເປັນຈິງ, ແມ່ນຍຸກສະໄໝທີ່ປະເທດພວກເຮົາປະກອບສ່ວນທີ່ໃຫຍ່ກວ່າເກົ່າເພື່ອມວນມະນຸດຢ່າງບໍ່ຢຸດຢັ້ງ. ຍຸກໃໝ່ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ແມ່ນທີ່ຕັ້ງປະຫວັດສາດອັນໃໝ່ຂອງການພັດທະນາປະເທດພວກເຮົາ.

ຊາວພັກກອມມູນິດຈີນທີ່ມີສະຫາຍ ສີຈິ້ນຜິງ ເປັນຕົວແທນຕົ້ນຕໍ ໄດ້ຍຶດໝັ້ນນຳເອົາຫຼັກມູນພື້ນ ຖານຂອງລັດທິມາກ ໄປປະສົມປະສານກັບສະພາບຄວາມເປັນຈິງຂອງຈີນ ແລະ ວັດທະນະທຳທີ່ມີມູນເຊື້ອອັນດີງາມຂອງປະຊາຊາດຈີນ, ໄດ້ຍຶດໝັ້ນແນວຄິດເໝົາເຈີຕຸ່ງ ທິດສະດີເຕີ້ງສຽວພິງ ແນວຄິດສຳຄັນ “3 ຕົວແທນ” ແລະ ທັດສະນະການພັດທະນາຕາມຫຼັກວິທະຍາສາດ, ໄດ້ສະຫຼຸບຢ່າງເລິກ ເຊິ່ງ ແລະ ໝູນໃຊ້ບົດຮຽນປະຫວັດສາດນັບແຕ່ການສ້າງຕັ້ງພັກເປັນຕົ້ນມານັ້ນຢ່າງເຕັມທີ່, ເລີ່ມຈາກສະພາບຄວາມເປັນຈິງອັນໃໝ່, ສ້າງແນວຄິດສີຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່, ໃຫ້ຄວາມກະຈ່າງແຈ້ງວ່າ ຈຸດພິເສດທີ່ເປັນທາດແທ້ທີ່ສຸດຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນກໍຄື ການນຳພາຂອງພັກກອມມູນິດຈີນ, ທ່າແຮງໃຫຍ່ທີ່ສຸດຂອງລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ແມ່ນການນຳພາຂອງພັກກອມມູນິດຈີນ, ພັກກອມມູນິດຈີນແມ່ນກຳລັງນຳພາດ້ານການເມືອງສູງສຸດ, ສະມາຊິກທົ່ວພັກຕ້ອງເພີ່ມທະວີ “4 ສະຕິ”, ມີຄວາມເດັດດ່ຽວໃນ “4 ຄວາມໝັ້ນໃຈຕົນເອງ”, ເຮັດໄດ້ເຖິງ “2 ປົກປັກຮັກສາ”; ກຳນົດຢ່າງຈະແຈ້ງວ່າ ຕ້ອງຍຶດໝັ້ນ ແລະ ພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ໜ້າທີ່ລວມແມ່ນບັນລຸສັງຄົມນິຍົມທີ່ທັນສະໄໝ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່, ບົນພື້ນຖານທີ່ສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ, ຈະສ້າງປະເທດສັງຄົມນິຍົມທີ່ທັນສະໄໝ ມັ່ງຄັ່ງເຂັ້ມແຂງ ມີປະຊາທິປະໄຕ ມີຄວາມສິວິໄລ ມີຄວາມກົມກຽວ ແລະ ສວຍສົດງົດງາມນັ້ນໃນກາງສະຕະວັດນີ້ ໂດຍແບ່ງເປັນສອງບາດກ້າວ, ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນດ້ວຍຄວາມທັນສະໄໝແບບຈີນ; ໃຫ້ຄວາມກະຈ່າງແຈ້ງວ່າ ຄວາມຂັດແຍ້ງຕົ້ນຕໍໃນສັງຄົມປະເທດພວກເຮົາໃນຍຸກໃໝ່ ແມ່ນຄວາມຕ້ອງການຕໍ່ຊີວິດການເປັນຢູ່ທີ່ດີງາມ ທີ່ນັບມື້ນັບເພີ່ມຂຶ້ນຂອງປະຊາຊົນ ກັບ ການພັດທະນາທີ່ບໍ່ດຸນດ່ຽງ ແລະ ບໍ່ເຕັມທີ່, ຕ້ອງຍຶດໝັ້ນແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງ, ພັດທະນາປະຊາທິປະໄຕປະຊາຊົນໃນທົ່ວຂັ້ນຕອນ, ຊຸກຍູ້ການພັດທະນາຢ່າງຮອບດ້ານຂອງຄົນ ແລະ ການສ້າງຄວາມຮັ່ງມີຮ່ວມກັນຂອງປະຊາຊົນທຸກຖ້ວນໜ້ານັ້ນໃຫ້ໄດ້ຮັບຄວາມຄືບໜ້າທີ່ມີລັກສະນະທາດແທ້ຢ່າງພົ້ນເດັ່ນກວ່າເກົ່າ; ກຳນົດຢ່າງຈະແຈ້ງວ່າ ແຜນລວມຂອງພາລະກິດການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນແມ່ນການກໍ່ສ້າງໃນ 5 ດ້ານເປັນເອກະພາບກັນ ຄື: ເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ ແລະ ຄວາມສິວິໄລດ້ານນິເວດ, ແຜນຍຸດທະສາດແມ່ນ “4 ຮອບດ້ານ” ຄື: ການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ, ການລົງເລິກການປະຕິຮູບຢ່າງຮອບດ້ານ, ການປົກຄອງປະເທດຕາມກົດໝາຍຢ່າງຮອບດ້ານ ແລະ ການ ຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ; ກຳນົດຢ່າງຈະແຈ້ງວ່າ ເປົ້າໝາຍລວມຂອງການລົງເລິກການປະຕິຮູບຢ່າງຮອບດ້ານແມ່ນ: ປັບປຸງ ແລະ ພັດທະນາລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃຫ້ສົມບູນແບບ, ຊຸກຍູ້ລະບົບ ແລະ ຄວາມສາມາດການປົກຄອງປະເທດໃຫ້ຫັນເປັນທັນສະໄໝ; ກຳນົດຢ່າງຈະແຈ້ງວ່າ ເປົ້າໝາຍລວມຂອງການຊຸກຍູ້ການປົກຄອງປະເທດຕາມກົດໝາຍ ຢ່າງຮອບດ້ານແມ່ນ: ສ້າງລະບົບກົດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ແລະ ສ້າງປະເທດສັງຄົມນິຍົມທີ່ປົກຄອງດ້ວຍກົດໝາຍ; ກຳນົດຢ່າງຈະແຈ້ງວ່າ ຕ້ອງຍຶດໝັ້ນ ແລະ ປັບປຸງລະບອບເສດຖະກິດສັງຄົມນິຍົມຂັ້ນພື້ນຖານໃຫ້ສົມບູນແບບ, ເຮັດໃຫ້ຕະຫຼາດເສີມຂະຫຍາຍບົດບາດຕັດສິນຊີ້ຂາດໃນການຈັດສັນຊັບພະຍາກອນ, ເສີມຂະຫຍາຍບົດບາດຂອງລັດຖະບານໃຫ້ດີກວ່າເກົ່າ, ກຳແໜ້ນໄລຍະການພັດທະນາອັນໃໝ່, ຈັດຕັ້ງປະຕິບັດແນວຄວາມຄິດການພັດທະນາອັນໃໝ່ທີ່ປະດິດສ້າງໃໝ່ ປະສານກົມກຽວ ສີຂຽວ ເປີດປະຕູ ແລະ ຊົມໃຊ້ຮ່ວມກັນ, ເລັ່ງລັດສ້າງສະພາບການພັດທະນາອັນໃໝ່ທີ່ຖືເອົາການເຄື່ອນໄຫວທາງເສດຖະກິດຢູ່ພາຍໃນປະເທດເປັນຫຼັກ ທັງເຮັດໃຫ້ການເຄື່ອນໄຫວທາງເສດຖະກິດຢູ່ພາຍໃນປະເທດ ແລະ ສາກົນຊ່ວຍຊູຍູ້ໜູນກັນ, ຊຸກຍູ້ການພັດທະນາໃນຄຸນນະພາບສູງ, ວາງແຜນການພັດທະນາ ແລະ ຄວາມໝັ້ນຄົງ ຢ່າງເປັນເອກະພາບກັນ; ກຳນົດຢ່າງຈະແຈ້ງວ່າ ເປົ້າໝາຍຂອງພັກໃນການສ້າງກອງທັບໃຫ້ເຂັ້ມແຂງໃນຍຸກໃໝ່ແມ່ນ: ສ້າງກອງທັບປະຊາຊົນທີ່ຟັງການບັນຊາຂອງພັກ ສາມາດເອົາຊະນະໄດ້ໃນສົງຄາມ ແລະ ມີແບບແຜນທີ່ດີ, ສ້າງກອງທັບປະຊາຊົນໃຫ້ເປັນກອງທັບລະດັບໜຶ່ງຂອງໂລກ; ກຳນົດຢ່າງຈະແຈ້ງວ່າ ວຽກງານການຕ່າງປະເທດຂອງປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນ ຕ້ອງຮັບໃຊ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງ ຂອງປະຊາຊາດຈີນ ແລະ ຊຸກຍູ້ຄວາມກ້າວໜ້າຂອງມະນຸດ, ຊຸກຍູ້ການສ້າງການພົວພັນລະຫວ່າງຊາດແບບໃໝ່, ທັງຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ; ກຳນົດຢ່າງຈະແຈ້ງເຖິງທິດທາງຍຸດທະສາດການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ, ສະເໜີຂໍ້ຮຽກຮ້ອງລວມໃນການກໍ່ສ້າງພັກໃນຍຸກໃໝ່, ຊຸກຍູ້ການກໍ່ສ້າງພັກໃນດ້ານການເມືອງ ແນວຄິດ ການຈັດຕັ້ງ ແບບແຜນ ແລະ ລະບຽບວິໄນຢ່າງຮອບດ້ານ, ດຳເນີນການສ້າງລະບຽບການໃນການກໍ່ສ້າງເຫຼົ່ານີ້, ລົງເລິກຊຸກຍູ້ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ຈັດຕັ້ງປະຕິບັດໜ້າທີ່ຮັບຜິດຊອບດ້ານການເມືອງໃນການຄຸ້ມຄອງບໍລິຫານພັກ, ຊັກນຳການປະຕິວັດທາງສັງຄົມທີ່ຍິ່ງໃຫຍ່ດ້ວຍການປະຕິວັດໂດຍຕົນເອງທີ່ຍິ່ງໃຫຍ່. ແນວຄິດຍຸດທະສາດ ແລະ ທັດສະນະຄະຕິທີ່ມີຫົວຄິດປະດິດສ້າງເຫຼົ່ານີ້ ເປັນໝາກຜົນອັນໃຫຍ່ຫຼວງທີ່ພັກໄດ້ຮັບຈາກການລົງເລິກຮັບຮູ້ກົດເກນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ແລະ ການປະດິດສ້າງໃໝ່ດ້ານທິດສະດີ.

ສະຫາຍ ສີຈິ້ນຜິງ ໄດ້ດຳເນີນການຄົ້ນຄິດຢ່າງເລິກເຊິ່ງ ແລະ ຕີລາຄາຢ່າງມີວິທະຍາສາດຕໍ່ກັບທິດສະດີສຳຄັນ ແລະ ບັນຫາພຶດຕິກຳຕົວຈິງຕ່າງໆທີ່ຕິດພັນກັບການພັດທະນາພາລະກິດຂອງພັກ ແລະ ປະເທດຊາດໃນຍຸກໃໝ່. ກ່ຽວກັບຫົວຂໍ້ຍຸກສະໄໝທີ່ສຳຄັນຕ່າງໆ ເປັນຕົ້ນແມ່ນ: ໃນຍຸກໃໝ່ ຈະຍຶດໝັ້ນ ແລະ ພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນແບບໃດ, ຍຶດໝັ້ນ ແລະ ພັດທະນາສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນແນວໃດ, ຈະສ້າງປະເທດສັງຄົມນິຍົມທີ່ທັນສະໄໝເຂັ້ມແຂງແບບໃດ, ສ້າງປະເທດສັງຄົມນິຍົມທີ່ທັນສະໄໝເຂັ້ມແຂງແນວໃດ, ຈະສ້າງພັກການເມືອງລັດທິມາກທີ່ກຳອຳນາດຢ່າງຍາວນານແບບໃດ, ສ້າງພັກການເມືອງລັດທິມາກທີ່ກຳອຳນາດຢ່າງຍາວນານແນວໃດ ແລະອື່ນໆ, ສະຫາຍ ສີຈິ້ນຜິງ ໄດ້ສະເໜີທັດສະນະໃໝ່ ແນວຄິດໃໝ່ ແລະ ຍຸດທະສາດໃໝ່ຢ່າງເປັນລະບົບ ກ່ຽວກັບການປົກຄອງ ແລະ ການບໍລິຫານປະເທທີ່ມີຫົວຄິດປະດິດສ້າງໂດຍຕົນເອງ, ເປັນຜູ້ສຳຄັນຕົ້ນຕໍ ໃນການປະດິດສ້າງແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່. ແນວຄິດສີຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ເປັນລັດທິມາກແບບຈີນໃນຍຸກປັດຈຸບັນ, ລັດທິມາກໃນສະຕະວັດທີ 21, ເປັນຫົວກະທິຍຸກສະໄໝຂອງວັດທະນະທຳຈີນ ແລະ ຈິດໃຈຈີນ, ໄດ້ບັນລຸການກ້າວກະໂດດຂັ້ນຄັ້ງໃໝ່ຈາກລັດທິມາກຫັນເປັນແບບຈີນ. ການທີ່ພັກກຳນົດຖານະຂອງສະຫາຍ ສີຈິ້ນຜິງ ເປັນແກນກາງຂອງສູກາງພັກ ແລະ ເປັນແກນກາງທົ່ວພັກ, ກຳນົດຖານະຊີ້ນຳຂອງແນວຄິດສີຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກໃໝ່, ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມປາຖະໜາຮ່ວມຂອງທົ່ວພັກ ທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດ, ມີຄວາມໝາຍລັກສະນະຕັດສິນ ຕໍ່ກັບກາພັທະນາພາລະກິດຂອງພັກ ແລະ ປະເທດຊາດໃນຍຸກໃໝ່, ຕໍ່ກັບການຊຸກຍູ້ຂະບວນການປະຫວັດສາດ ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ.

ພາຍຫຼັງດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກແລ້ວ, ພາລະກິດຂອງພັກ ແລະ ປະເທດຊາດໄດ້ຮັບຜົນງານອັນໃຫຍ່ຫຼວງ, ເຊິ່ງເປັນການສ້າງພື້ນຖານອັນໝັ້ນແກ່ນ ແລະ ເປັນການສ້າງເງື່ອນໄຂທີ່ເອື້ອຍອຳນວຍໃຫ້ແກ່ການພັດທະນາພາລະກິດການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່. ຂະນະດຽວກັນນັ້ນ ພັກກໍໄດ້ມີຄວາມຮັບຮູ້ຢ່າງຈະແຈ້ງວ່າ, ການປ່ຽນແປງຂອງສະພາບແວດລ້ອມພາຍນອກ ໄດ້ນຳມາເຊິ່ງຄວາມສ່ຽງ ແລະ ສິ່ງທ້າທາຍໃໝ່ຢ່າງຫຼວງຫຼາຍ, ການປະຕິຮູບ ການພັດທະນາ ແລະ ການຮັກສາຄວາມສະຫງົບຢູ່ພາຍໃນປະເທດ ໄດ້ຜະເຊີນໜ້າກັບຄວາມຂັດແຍ້ງ ແລະ ບັນຫາໃນຫຼືບເລິກທີ່ບໍ່ທັນໄດ້ແກ້ໄຂໃຫ້ຕົກໄປເປັນເວລາຍາວນານນັ້ນບໍ່ໜ້ອຍ ພ້ອມດ້ວຍຄວາມຂັດແຍ້ງ ແລະ ບັນຫາຈຳນວນໜຶ່ງທີ່ເກີດຂຶ້ນໃໝ່, ການຄຸ້ມຄອງບໍລິຫານພັກຢ່າງໂຍະຍານໃນຊົ່ວໄລຍະໜຶ່ງນັ້ນ ໄດ້ນຳມາເຊິ່ງການແຜ່ລະບາດຂອງປາກົດການຫຍໍ້ທໍ້ ແລະ ການສໍ້ລາດບັງຫຼວງຢູ່ພາຍໃນພັກ, ສະພາບແວດລ້ອມດ້ານການເມືອງປາກົດມີບັນຫາທີ່ໜັກໜ່ວງ, ການພົວພັນລະຫວ່າງພັກກັບມະຫາຊົນ, ລະຫວ່າງພະນັກງານກັບມະຫາຊົນຖືກທຳລາຍ, ຫົວຄິດປະດິດສ້າງ ແຮງເຕົ້າໂຮມສາມັກຄີ ແລະ ກຳລັງຕໍ່ສູ້ຂອງພັກຖືກຕັດຮອນ, ການປົກຄອງປະເທດຂອງພັກຈຶ່ງປະສົບກັບການທົດສອບທີ່ໃຫຍ່ຫຼວງ.

ດ້ວຍຈິດໃຈເປັນເຈົ້າການທາງປະຫວັດສາດທີ່ຍິ່ງໃຫຍ່ ຄວາມກ້າຫານທາງການເມືອງອັນມະຫາສານ ແລະ ຄວາມຮັບຜິດຊອບອັນແຮງກ້າ, ສູນກາພັກທີ່ມີສະຫາຍ ສີຈິ້ນຜິງ ເປັນແກນກາງ ໄດ້ປະສານສົມທົບສອງພາກສ່ວນໃຫຍ່ທັງພາຍໃນ ແລະ ສາກົນໃຫ້ເປັນເອກະພາບກັນ, ຜັນຂະຫຍາຍທິດສະດີພື້ຖານ ແນວທາງພື້ນຖານ ແລະ ຍຸດທະສາດພື້ນຖານຂອງພັກ, ກຳກັບການຕໍ່ສູ້ທີ່ຍິ່ງໃຫຍ່ ໂຄງການທີ່ຍິ່ງໃຫຍ່ ພາລະກິດທີ່ຍິ່ງໃຫຍ່ ແລະ ຄວາມໃຝ່ຝັນທີ່ຍິ່ງໃຫຍ່ໃຫ້ເປັນເອກະພາບກັນ, ຍຶດໝັ້ນຫຼັກການພື້ນຖານລວມໃນການປະຕິບັດງານ ໂດຍສະແຫວງຫາການພັດທະນາຢ່າງໜັກແໜ້ນ, ຈັດວາງທິດທາງນະໂຍບາຍສຳຄັນຕ່າງໆ ແລະ ມາດຕະການສຳຄັນຕ່າງໆ, ຊຸກຍູ້ວຽກງານສຳຄັນຕ່າງໆ, ເອົາຊະນະຄວາມສ່ຽງ ແລະ ສິ່ງທ້າທາຍສຳຄັນຕ່າງໆ, ໄດ້ແກ້ໄຂບັນຫາຫຍຸ້ງຍາກຫຼາຍປະການທີ່ຕົກຄ້າງມາເປັນເວລາດົນນານ, ໄດ້ສຳເລັດຫຼາຍວຽກສຳຄັນ ທີ່ພັກເຮົາຢາກເຮັດໃນເມື່ອກ່ອນແຕ່ບໍ່ທັນໄດ້ເຮັດຊຸກຍູ້ພາລະກິດຂອງພັກ ແລະ ປະເທດຊາດໃຫ້ໄດ້ຮັບຜົນສຳເລັດເປັນຄັ້ງປະຫວັດສາດ, ເກີດມີການປ່ຽແປງຄັ້ງປະຫວັດສາດ.

1, ການຍຶດໝັ້ນການນຳພາຂອງພັກຢ່າງຮອບດ້ານ

ພາຍຫຼັງດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ພັກໄດ້ສຸມຄວາມພະຍາຍາມຢ່າງຕໍ່ເນື່ອງ ເພື່ອເພີ່ມທະວີ ແລະ ປັບປຸງການນຳພາຂອງພັກໃຫ້ດີຂຶ້ນ, ເປັນການສະໜອງຫຼັກປະກັນດ້ານການເມືອງອັນພື້ນຖານໃຫ້ແກ່ການພັດທະນາພາລະກິດຂອງພັກ ແລະ ປະເທດຊາດ. ຂະນະດຽວກັນ, ຢູ່ພາຍໃນພັກ ຍັງມີບັນຫາບໍ່ໜ້ອຍກ່ຽວກັບການນຳພາຂອງພັກ ເຊັ່ນ: ມີຄວາມຮັບຮູ້ບໍ່ຈະແຈ້ງ, ຈັດຕັ້ງປະຕິບັດບໍ່ແຂງແຮງ, ຈັດຕັ້ງປະຕິບັດບໍ່ຈິງຈັງ, ຈັດຕັ້ງປະຕິບັດແບບເຮັດພໍແລ້ວມື້ແລ້ວເວັນ ແລະ ຈັດຕັ້ງປະຕິບັດໂດຍຖືເປັນວຽກບໍ່ສຳຄັນ, ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດນະໂຍບາຍອັນສຳຄັນຂອງສູນກາງພັກບໍ່ແຂງແຮງ, ບາງຄົນເຮັດໃນແບບ “ຂັ້ນເທິງສັ່ງການ, ຂັ້ນລຸ່ມຂີ້ຕົວະ”, ຈົນກະທັ້ງເວົ້າແບບໜຶ່ງ ພັດຄິດອີກແບບໜຶ່ງໃນໃຈ ຫຼື ເຮັດຕາມລຳພັງໃຈ. ສູນກາງພັກທີ່ມີສະຫາຍ ສີຈິ້ນຜິງ ເປັນແກນກາງ ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ, ການນຳພາຂອງພັກ ແມ່ນຮາກຖານ ແລະ ຊີບພະຈອນຂອງພັກ ແລະ ປະເທດຊາດ ເຊິ່ງພົວພັນກັບຜົນປະໂຫຍດ ແລະ ຊາຕາກຳຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດ, ສະມາຊິກທົ່ວພັກຕ້ອງໄດ້ເປັນເອກະພາບກັນໃນລະດັບສູງກັບສູນກາງພັກໃນດ້ານແນວຄິດ ການເມືອງ ແລະ ການກະທຳຢ່າງມີຄວາມຮູ້ສຶກຕື່ນຕົວ, ຍົກສູງລະດັບການກຳອຳນາດຕາມຫຼັກວິທະຍາສາດ ການກຳອຳນາດໃນແບບປະຊາທິປະໄຕ ແລະ ການກຳອຳນາດຕາມກົດໝາຍ, ຍົກສູງຂີດຄວາມສາມາດໃນການກຳແໜ້ນທິດທາງ ວາງແຜນລວມ ກຳນົດນະໂຍບາຍ ແລະ ຊຸກຍູ້ການປະຕິຮູບ, ຮັບປະກັນໃຫ້ເສີມຂະຫຍາຍບົດບາດທີ່ເປັນແກນນຳຂອງພັກ ໃນການກຳກັບພາກສ່ວນລວມ ແລະ ປະສານງານບັນດາຝ່າຍຢ່າງເຕັມສ່ວນ.

ພັກໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ, ການນຳພາຂອງພັກ ແມ່ນມີລັກສະນະຮອບດ້ານ ເປັນລະບົບ ແລະ ເປັນຕົນໂຕດຽວກັນ, ການຮັບປະກັນຄວາມສາມັກຄີເປັນເອກະພາບກັນຂອງພັກ ແມ່ນຊີວິດຂອງພັກ; ການນຳພາແບບໂຮມສູນເປັນເອກະພາບກັນຂອງສູນກາງພັກ ແມ່ນຫຼັກການສູງສຸດຂອງການນຳພາຂອງພັກ, ການເພີ່ມທະວີ ແລະ ປົກປັກຮັກສາການນຳພາແບບໂຮມສູນເປັນເອກະພາບກັນຂອງສູນກາງພັກ ແມ່ນໜ້າທີ່ດ້ານການເມືອງຮ່ວມກັນຂອງສະມາຊິກທົ່ວພັກ, ການຍຶດໝັ້ນການນຳພາຂອງພັກນັ້ນ ກ່ອນອື່ນ ຕ້ອງສົ່ງເສີມການເມືອງຢ່າງຈະແຈ້ງ, ຮັບປະກັນໃຫ້ທົ່ວພັກຟັງຄຳສັ່ງຂອງສູນກາງພັກ. ກອງປະຊຸມຄົບຄະນະສູນກາງພັກຄັ້ງທີ 6 ສະໄໝທີ 18 ໄດ້ຮັບຮອງເອົາກົດລະບຽບບາງຂໍ້ກ່ຽວກັບຊີວິດການເມືອງພາຍໃນພັກພາຍໃຕ້ສະພາບການໃໝ່, ສູນກາງພັກໄດ້ອອກກົດຂໍ້ກຳນົດບາງຂໍ້ຂອງກົມການເມືອງສູນກາງພັກໃນການເພີ່ມທະວີ ແລະ ປົກປັກຮັກສາການນຳພາແບບໂຮມສູນເປັນເອກະພາບກັນຂອງສູນກາງພັກ, ເປັນການກຳນົດລະບຽບວິໄນທາງການເມືອງ ແລະ ກົດລະບຽບທາງການເມືອງຂອງພັກຢ່າງຈະແຈ້ງ, ປ້ອງກັນ ແລະ ຄັດຄ້ານລັດທິເອກະຊົນ ລັດທິຫຼາຍເຄົ້າຫຼາຍຝ່າຍ ລັດທິເສລີ ລັດທິພາກສ່ວນ ແລະ ລັດທິຄົນດີ (ລັດທິຈົງຈຽມກັນ) ເປັນຕົ້ນ, ພັດທະນາວັດທະນະທຳການເມືອງພາຍໃນພັກທີ່ຕັ້ງໜ້າ ແລະ ປອດໄສ, ຊຸກຍູ້ການສ້າງສະພາບແວດລ້ອມທາງການເມືອງທີ່ດີທີ່ປອດໃສ ແລະ ທ່ຽງທຳ. ສູນກາງພັກຮຽກຮ້ອງໃຫ້ພະນັກງານການນຳຂອງພັກ ຕ້ອງຍົກສູງຄວາມສາມາດວິນິດໄສດ້ານການເມືອງ ຄວາມສາມາດເຊື່ອມຊຶມດ້ານການເມືອງ ແລະ ຄວາມສາມາດຈັດຕັ້ງປະຕິບັດດ້ານການເມືອງ, ຫ່ວງໃຍພາລະກິດສຳຄັນຂອງປະເທດຊາດ, ຈົງຮັກພັກດີຕໍ່ພັກ, ຟັງການບັນຊາຂອງພັກ ແລະ ແບກຫາບໜ້າທີ່ຮັບຜິດຊອບເພື່ອພັກ. ພັກໄດ້ປັບປຸງລະບົບລະບຽບການນຳພາຂອງພັກໃຫ້ສົມບູນແບບ, ປັບປຸງລະບຽບການນຳພາຂອງພັກທີ່ມີຕໍ່ສະພາປະຊາຊົນ ລັດຖະບານ ສະພາປຶກສາການເມືອງປະຊາຊົນ ອົງການກວດກາ ສານ ອົງການໄອຍະການ ກອງກຳລັງປະກອບອາວຸດ ອົງການຈັດຕັ້ງປະຊາຊົນ ວິສາຫະກິດ ຫົວໜ່ວຍວິຊາການ ອົງການປົກຄອງຕົນເອງແບບມວນຊົນຢູ່ຮາກຖານ ອົງການຈັດຕັ້ງທາງສັງຄົມ ແລະອື່ນໆ, ເພື່ອຮັບປະກັນໃຫ້ພັກເສີມຂະຫຍາຍບົດບາດການນຳພາໃນອົງການຈັດຕັ້ງຊະນິດຕ່າງໆ. ພັກໄດ້ຍຶດໝັ້ນລະບຽບການໂຮມສູນປະຊາທິປະໄຕ, ໄດ້ສ້າງ ແລະ ປັບປຸງກົນໄກການນຳພາຂອງພັກຕໍ່ວຽກງານສຳຄັນນັ້ນໃຫ້ສົມບູນຂຶ້ນ, ເສີມສ້າງພາລະບົດບາດຂອງອົງການຕັດສິນນະໂຍບາຍ ຫາລືວຽກງານ ແລະ ປະສານງານຂອງສູນກາງພັກ, ປັບປຸງກົນໄກທີ່ຊຸກຍູ້ການຈັດຕັ້ງປະຕິບັດຕາມນະໂຍບາຍສຳຄັນຂອງສູນກາງພັກນັ້ນໃຫ້ສົມບູນຂຶ້ນ, ປະຕິບັດລະບຽບການຮ້ອງຂໍ ແລະ ລາຍງານຕໍ່ສູນກາງພັກຢ່າງເຂັ້ມງວດ, ເສີມສ້າງການຕິດຕາມກວດກາດ້ານການເມືອງ, ລົງເລິກການລາດຕະເວນກວດກາດ້ານການເມືອງ, ສືບສວນ ແລະ ລົງໂທດຜູ້ທີ່ລະເມີດທິດທາງນະໂຍບາຍຂອງພັກ ແລະ ທຳລາຍການນຳພາແບບໂຮມສູນເປັນເອກະພາບກັນຂອງພັກ, ລຶບລ້າງ “ຄົນສອງໜ້າ”, ຮັບປະກັນໃຫ້ສະມາຊິກທົ່ວພັກເປັນເອກະພາບກັບສູນກາງພັກຢ່າງສູງໃນດ້ານຫຼັກໝັ້ນການເມືອງ ທິດທາງການເມືອງ ຫຼັກການການເມືອງ ແລະ ເສັ້ນທາງການເມືອງ.

ນັບແຕ່ກອງຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ອິດທິພົນ ແລະ ການນຳພາແບບໂຮສູນເປັນເອກະພາບກັນຂອງສູນກາງພັກ ໄດ້ມີການຮັບປະກັນຢ່າງແຂງແຮງ, ລະບົບລະບຽບການນຳພາຂອງພັກໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ, ຮູບການນຳພາຂອງພັກມີວິທະຍາສາດຫຼາຍກວ່າເກົ່າ, ທົ່ວພັກມີຄວາມເປັນເອກະພາບກັນຫຼາຍກວ່າເກົ່າໃນດ້ານແນວຄິດ, ມີຄວາມສາມັກຄີຫຼາຍກວ່າເກົ່າໃນດ້ານການເມືອງ, ມີຄວາມເປັນເອກະພາບກັນຫຼາຍກວ່າເກົ່າໃນການດຳເນີນງານ, ກຳລັງການນຳພາທາງການເມືອງ ກຳລັງການຊັກຈູງດ້ານແນວຄິດ ກຳລັງການຈັດຕັ້ງມະຊົນ ແລະ ກຳລັງລະດົມຂົນຂວາຍໃນສັງຄົມຂອງພັກ ໄດ້ເພີ່ມທະວີຂຶ້ນຢ່າງພົ້ນເດັ່ນ.

2, ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ

ພາຍຫຼັງດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ພັກໄດ້ຍຶດໝັ້ນພັກຕ້ອງຄຸ້ມຄອງພັກ ແລະ ຕ້ອງຄຸ້ມຄອງພັກຢ່າງເຂັ້ມງວດ, ໄດ້ຊຸກຍູ້ການກໍ່ສ້າງພັກໃຫ້ໄດ້ຮັບປະສິດທິຜົນ ຢ່າງເດັ່ນຊັດ. ຂະນະດຽວກັນນັ້ນ ຍ້ອນວ່າເຄີຍເກີດມີບັນຫາທີ່ຄຸ້ມຄອງບໍ່ແຂງແຮງ ແລະ ບໍ່ເຂັ້ມງວດໃນຊົ່ວໄລຍະໜຶ່ງ, ຈຶ່ງເຮັດໃຫ້ສະມາຊິກພັກ ແລະ ພະນັກງານບາງຄົນເກີດມີວິກິດການອັນໜັກໜ່ວງໃນດ້ານການເຊື່ອຖືທາງການເມືອງ, ບາງທ້ອງຖິ່ນ ແລະ ບາງພາກສ່ວນມີແບບແຜນທີ່ບໍ່ດີໃນການຄັດເລືອກ ແລະ ນຳໃຊ້ພະນັກງານ, ເກີດມີກະແສລັດທິຮູບການ ລັດທິອາດຍາສິດ ລັດທິສະເຫວີຍສຸກ ແລະ ການມັກຫຼູຫຼາຟຸມເຟືອຍ, ແນວຄິດ ແລະ ປາກົດການດ້ານອະພິສິດມີຢູ່ຂ້ອນຂ້າງທົ່ວໄປ. ໂດຍສະເພາະແມ່ນບາງຄົນເລືອກແຕ່ຄົນທີ່ສະໜິດສະໜົມ ແລະ ປັດປ່າຍຄົນທີ່ມີຄວາມເຫັນຕ່າງກັນ, ບາງຄົນມັກສ້າງກຸ່ມສ້າງພັກພວກຂອງຕົນເອງ, ບາງຄົນເຮັດການຕູ່ຫາວ່າຮ້າຍແບບບໍ່ບົງຊື່ ແລະ ປັ້ນແຕ່ງຂ່າວປອມ, ບາງຄົນຮັບຊື້ໃຈຄົນ ແລະ ຫາສຽງໃຫ້ຕົນເອງ, ບາງຄົນຮັບປາກຈະເລື່ອນຂັ້ນຕຳແໜ່ງໃຫ້ ແລະ ສະຫຼອງຮ່ວມກັນ, ບາງຄົນເຮັດຕາມລຳພັງໃຈ ເວົ້າແບບໜຶ່ງ ແຕ່ເຮັດໃນອີກແບບໜຶ່ງ, ບາງຄົນວິຈານສູນກາງພັກຢ່າງໂລເລ, ບັນຫາການເມືອງ ແລະ ບັນຫາເສດຖະກິດປະປົນກັນ, ລະດັບການສໍ້ລາດບັງຫຼວງເບິ່ງແລ້ວຈົນຕົກສະເງີ້. ບັນຫາຂອງຄົນ 7 ປະເພດເຫຼົ່ານີ້ ກະທົບເຖິງພາບພົດ ແລະ ອິດທິພົນຂອງພັກຢ່າງໜັກໜ່ວງ, ທຳລາຍການພົວພັນລະຫວ່າງພັກ ກັບ ມະຫາຊົນ ແລະ ລະຫວ່າງພະນັກງານ ກັບ ມະຫາຊົນຢ່າງໜັກໜ່ວງ, ສະມາຊິກພັກ ພະນັກງານ ແລະ ມວນຊົນອັນໄພສານແມ່ນບໍ່ພໍໃຈຢ່າງແຮງ ແລະ ຄຽດແຄ້ນທີ່ສຸດ. ສະຫາຍ ສີຈິ້ນຜິງ ກ່າວເນັ້ນໜັກວ່າ, ຖ້າຢາກຕີເຫຼັກໄດ້, ຕົນເອງກໍຕ້ອງແຂງ, ຖ້າຢາກເຮັດວຽກຂອງຈີນໃຫ້ດີ, ຂໍກຸນແຈແມ່ນຂຶ້ນຢູ່ກັບພັກ, ຂຶ້ນຢູ່ກັບວ່າ ພັກຕ້ອງຄຸ້ມຄອງພັກ ແລະ ຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ. ຕ້ອງຖືເອົາການເພີ່ມທະວີການກໍ່ສ້າງພັກໃນດ້ານຄວາມສາມາດການບໍລິຫານເປັນເວລາຍາວນານ ລັກສະນະກ້າວໜ້າ ແລະ ຄວາມບໍລິສຸດເປັນຫຼັກ, ຖືເອົາການກໍ່ສ້າງພັກໃນດ້ານການເມືອງເປັນສິ່ງຊີ້ນຳ, ຖືເອົາການສ້າງອຸດົມການ ຄວາມເຊື່ອຖື ແລະ ຈຸດປະສົມທີ່ເດັດດ່ຽວເປັນພື້ນຖານ, ຖືເອົາການລະດົມຂົນຂວາຍຄວາມຫ້າວຫັນ ຄວາມເປັນເຈົ້າການ ແລະ ຫົວຄິດປະດິດສ້າງຂອງສະມາຊິກທົ່ວພັກ ເປັນຈຸດທີ່ຕ້ອງອອກແຮງລົງມືປະຕິບັດ, ຍົກສູງຄຸນນະພາບຂອງການກໍ່ສ້າງພັກຢ່າງບໍ່ຢຸດຢັ້ງ, ກໍ່ສ້າງພັກໃຫ້ເປັນພັກກຳອຳນາດລັດທິມາກທີ່ກ້າວເດີນຢູ່ແຖວໜ້າຂອງຍຸກສະໄໝຢູ່ສະເໝີ ປະຊາຊົນອູ້ມຊູສະໜັບສະໜູນດ້ວຍຄວາມຈິງໃຈ ກ້າປະຕິວັດໂດຍຕົນເອງ ສາມາດຜ່ານຜ່າການທົດສອບຕ່າງໆນານາ ແລະ ເຕັມໄປດ້ວຍຄວາມມີຊີວິດຊີວາ. ດ້ວຍຄວາມຮັບຮູ້ຢ່າງຈະແຈ້ງ ແລະ ຄວາມເດັດດ່ຽວໜຽວແໜ້ນຢ່າງສະເໝີຕົ້ນສະເໝີປາຍ, ພັກໄດ້ຍຶດໝັ້ນຫຼັກການພື້ນຖານທີ່ວ່າຕ້ອງຄຸ້ມຄອງຢ່າງເຂັ້ມງວດ, ກຳເອົາ “ສ່ວນໜ້ອຍທີ່ເປັນຂໍກຸນແຈ” ຢ່າງພົ້ນເດັ່ນ, ຈັດຕັ້ງປະຕິບັດໜ້າທີ່ຮັບຜິດຊອບທີ່ເປັນພາກສ່ວນຫຼັກ ແລະ ໜ້າທີ່ຕິດຕາມກວດກາ, ເສີມສ້າງການຕິດຕາມກວດກາ ການປະຕິບັດລະບຽບວິໄນ ແລະ ການສອບຖາມໜ້າທີ່ຮັບຜິດຊອບ, ຈັດຕັ້ງປະຕິບັດການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານຢູ່ໃນການກໍ່ສ້າງພັກໃນດ້ານຕ່າງໆ. ສູນກາງພັກໄດ້ໄຂກອງປະຊຸມວຽກງານການກໍ່ສ້າງພັກໃນຂົງເຂດຕ່າງໆ ເພື່ອຈັດວາງວຽກງານນີ້ຢ່າງແຂງແຮງ, ຊຸກຍູ້ການກໍ່ສ້າງພັກໃຫ້ມີຄວາມກ້າວໜ້າຢ່າງຮອບດ້ານ.

ສູນກາງພັກກ່າວເນັ້ນໜັກວ່າ, ພັກພວກເຮົາມາຈາກປະຊາຊົນ ຢັ່ງຮາກຢູ່ໃນປະຊາຊົນ ແລະ ຮັບໃຊ້ປະຊາຊົນ, ຕາບໃດຫ່າງເຫີນອອກຈາກປະຊາຊົນແລ້ວ ກໍຈະສູນເສຍພະລັງຊີວິດ, ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານນັ້ນ ຕ້ອງເລີ່ມລົງມືຈາກແກ້ໄຂບັນຫາແບບແຜນທີ່ປະຊາຊົນມີຄວາມບໍ່ພໍໃຈຢ່າງແຮງ. ສູນກາງພັກ ໄດ້ເລີ່ມລົງມືຈາກການຮ່າງ ແລະ ຈັດຕັ້ງປະຕິບັດກົດເຫຼັກ 8 ຂໍ້ຂອງສູນກາງພັກ, ຍຶດໝັ້ນເລີ່ມເຮັດຈາກກົມການເມືອງສູນກາງພັກ, ເລີ່ມປະຕິບັດຈາກພະນັກງານການນຳ, ໃຫ້ພະນັກງານການນຳຂັ້ນສູງເປັນແບບຢ່າງທີ່ດີໃຫ້ກັບຂັ້ນຕ່ຳ ເພື່ອປັບປຸງແບບແຜນວິທີເຮັດວຽກ. ແຕ່ລະປີ ກົມການເມືອງສູນກາງພັກ ກໍຕ້ອງໄດ້ໄຂກອງປະຊຸມຊີວິດປະຊາທິປະໄຕ ເພື່ອຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດກົດເຫຼັກ 8 ຂໍ້, ດຳເນີນການຕຳໜິເຊິ່ງກັນແລະກັນ ແລະ ຕຳໜິຕົນເອງ. ສູນກາງພັກໄດ້ເສີມຂະຫຍາຍຈິດໃຈຕອກຕະປູ, ກຳຈັດ “4 ແບບແຜນ” ຢ່າງບໍ່ລົດລະ, ຄັດ ຄ້ານແນວຄິດ ແລະ ປາກົດການອະພິສິດ, ອອກແຮງແກ້ໄຂແບບແຜນທີ່ບໍ່ດີຕ່າງໆ, ເຊັ່ນ: ໃຊ້ເງິນຫຼວງຊື້ຂອງຂວັນມອບໃຫ້ພະນັກງານການນຳ, ໃຊ້ເງິນຫຼວງໃນດ້ານການກິນດື່ມ, ໃຊ້ເງິນຫຼວງໄປທ່ອງທ່ຽວ, ຫຼູຫຼາຟຸມເຟືອຍ ແລະອື່ນໆ, ແກ້ໄຂບັນຫາພົ້ນເດັ່ນທີ່ປະຊາຊົນບໍ່ພໍໃຈຢ່າງແຮງ ແລະ ທຳລາຍຜົນປະ ໂຫຍດຂອງມວນຊົນ, ຊຸກຍູ້ການຫຼຸດພາລະຂອງຂັ້ນຮາກຖານໃຫ້ໜ້ອຍລົງ, ສົ່ງເສີມການປະຢັດມັດ ທະຍັດ, ຄັດຄ້ານການຟຸມເຟືອຍ, ໄດ້ຢຸດຕິແບບແຜນທີ່ບໍ່ດີຈຳນວນໜຶ່ງເຊິ່ງແຕ່ກ່ອນຖືວ່າບໍ່ສາມາດຢຸດ ຕິໄດ້, ໄດ້ແກ້ໄຂບັນຫາຫຍໍ້ທໍ້ທີ່ຕົກຄ້າງມາຫຼາຍປີແລ້ວນັ້ນໃຫ້ຕົກໄປ, ແບບແຜນຂອງພັກ ແບບແຜນການບໍລິຫານ ແລະ ແບບແຜນໃນສັງຄົມໄດ້ເກີດມີການປ່ຽນໃໝ່.

ແຕ່ໃດມາ ພັກກໍໄດ້ກ່າວເນັ້ນໜັກວ່າ, ສະມາຊິກທົ່ວພັກຕ້ອງເຮັດໄດ້ເຖິງຂັ້ນມີອຸດົມການ ແລະ ຄວາມເຊື່ອຖືທີ່ເດັດດ່ຽວ ມີລະບົບການຈັດຕັ້ງທີ່ຖີ່ຖ້ວນ ແລະ ມີລະບຽບວິໄນທີ່ເຄັ່ງຂຶມ. ຄວາມເຊື່ອ ຖືຕໍ່ລັດທິມາກ ອຸດົມການອັນສູງສົ່ງຕໍ່ລັດທິກອມມູນິດ ແລະ ອຸດົມການຮ່ວມກັນຕໍ່ສັງຄົມນິຍົມທີ່ມີສີສັນ ພິເສດຂອງຈີນ ແມ່ນເສົາຄ້ຳຈິດໃຈ ແລະ ວິນຍານການເມືອງຂອງຊາວພັກກອມມູນິດຈີນ, ຍັງເປັນພື້ນ ຖານດ້ານແນວຄິດໃນການຮັກສາຄວາມສາມັກຄີເປັນເອກະພາບກັນຂອງພັກ. ສູນກາງພັກກ່າວເນັ້ນ ໜັກວ່າ, ອຸດົມການ ແລະ ຄວາມເຊື່ອຖື ແມ່ນ “ຄານຊ່ຽມ” ດ້ານຈິດໃຈຂອງຊາວພັກກອມມູນິດ, ຖ້າ ຊາວພັກກອມມູນິດບໍ່ມີອຸດົມການ ແລະ ຄວາມເຊື່ອຖື, ກໍຈະຂາດແຄນ “ຄານຊ່ຽມ” ໃນດ້ານຈິດໃຈ, ກໍຈະເປັນ “ພະຍາດກະດູກພຸ”, ແນ່ນອນຈະພາໃຫ້ເສຍທາດຂາດຄຸນໃນດ້ານການເມືອງ ໂລບມາກ ໂລພາໃນດ້ານເສດຖະກິດ ເສື່ອມໂຊມໃນດ້ານຄຸນນະທຳ ແລະ ເປື່ອຍເນົ່າໃນດ້ານຊີວິດການເປັນຢູ່. ພັກຍຶດໝັ້ນອອກແຮງກໍ່ສ້າງພັກໃນດ້ານແນວຄິດ ແລະ ດ້ານລະບຽບການພ້ອມກັນ, ໂດຍໄດ້ດຳເນີນ ບັ້ນການສຶກສາອົບຮົມ ແລະ ພຶດຕິກຳກ່ຽວກັບແນວທາງມະຫາຊົນຂອງພັກ,  ບັ້ນການສຶກສາອົບຮົມ ໃນຫົວຂໍ້ສະເພາະ “ຝຶກຝົນຫຼໍ່ຫຼອມຕົນເອງຢ່າງເຂັ້ມງວດ ໃຊ້ສິດອຳນາດຢ່າງເຂັ້ມງວດ ແລະ ມີວິໄນ ຕໍ່ກັບຕົນເອງ ຢ່າງເຂັ້ມງວດ, ດຳເນີນວຽກງານຢ່າງແທດເໝາະກັບຕົວຈິງ  ສ້າງພາລະກິດຢ່າງແທດ ເໝາະກັບຕົວຈິງ ແລະ ເປັນຄົນທີ່ຊື່ສັດສຸດຈະລິດແລະແທດເໝາະກັບຕົວຈິງ”, ບັ້ນການຮຽນການສຶກ ສາ “ຮຽນກົດລະບຽບຂອງພັກ, ຮຽນຂໍ້ກຳນົດຂອງພັກ, ຮຽນຄຳປາໄສຕ່າງໆ, ເປັນສະມາຊິກພັກທີ່ໄດ້ ມາດຖານ”, ບັ້ນການສຶກສາອົບຮົມຫົວຂໍ້ຫຼັກ “ບໍ່ລືອຸດົມການແຕ່ຫົວທີ ແລະ ຈື່ຈຳພາລະກຳຢ່າງໜັກແໜ້ນ”, ບັ້ນການຮຽນການສຶກສາປະຫວັດສາດຂອງພັກ ແລະອື່ນໆ, ໃຫ້ສະມາຊິກທົ່ວພັກຮຽນຮູ້ທິດສະດີແບບປະດິດສ້າງໃໝ່ຂອງພັກ, ຊຸກຍູ້ການສ້າງພັກໃຫ້ເປັນພັກການເມືອງແບບຮ່ຳຮຽນ, ສຶກສາ ແລະ ຊັກນຳໃຫ້ສະມາຊິກພັກ ແລະ ພະນັກງານອັນໄພສານ ໂດຍສະເພາະແມ່ນພະນັກງານການນຳມີຄວາມກະຈ່າງແຈ້ງໃນດ້ານແນວຄິດ, ມີພື້ນຖານອັນໝັ້ນແກ່ນໃນດ້ານຄວາມເຊື່ອຖື, ບຳລຸງ “ຄານຊ່ຽມ” ໃນດ້ານຈິດໃຈ, ກຳແໜ້ນທິດທາງຂອງແນວຄິດ, ຮັກສາທາດແທ້ດ້ານການເມືອງຂອງຊາວພັກກອມມູນິດ, ເຮັດໃຫ້ຫຼັງດ້ານຈິດໃຈຕັ້ງໃຫ້ຊື່. ພັກໄດ້ສະເໜີ ແລະ ຜັນຂະຫຍາຍແນວທາງການຈັດຕັ້ງຂອງພັກໃນຍຸກໃໝ່, ໃຫ້ກຳນົດຢ່າງຈະແຈ້ງ ກ່ຽວກັບມາດຖານຂອງພະນັກງານທີ່ດີໃນຍຸກໃໝ່ຄື: ມີຄວາມເຊື່ອຖືຢ່າງເດັດດ່ຽວ, ຮັບໃຊ້ປະຊາຊົນ, ດຸໝັ່ນພາກພຽນໃນໜ້າທີ່ວຽກງານ, ແທດເໝາະກັບສະພາບຄວາມເປັນຈິງ, ກ້າແບກຫາບໜ້າທີ່ຮັບຜິດຊອບ ແລະ ປອດໃສຂາວສະອາດ, ເຮັດໃຫ້ຂໍ້ຮຽກຮ້ອງຕໍ່ຄຸນນະພາບດ້ານການເມືອງນັ້ນພົ້ນເດັ່ນຂຶ້ນ, ກຳນົດທິດທາງການນຳໃຊ້ຄົນທີ່ຖືກຕ້ອງ, ຍຶດໝັ້ນໃຊ້ຄົນທີ່ມີທັງຄຸນນະທຳ ມີທັງຄວາມຮູ້ຄວາມສາມາດ ແຕ່ຄຸນນະທຳຕ້ອງມາກ່ອນ, ຍຶດໝັ້ນເລືອກນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດຈາກແຫ່ງຕ່າງໆ, ຍຶດໝັ້ນເລືອກຄົນທີ່ຖືພາລະກິດເປັນຫຼັກ ມີຄວາມຍຸຕິທຳ ແລະ ມີຄຸນນະທຳ, ຍຶດໝັ້ນບໍ່ໃຫ້ຄວາມສຳຄັນພຽງແຕ່ຄະແນນ ສຽງ ລວມຍອດຜະລິດຕະພັນ ແລະ ອາຍຸເທົ່ານັ້ນ, ບໍ່ດຳເນີນການຄັດເລືອກຢ່າງຂະໜາດໃຫຍ່, ເສີມສ້າງບົດບາດການນຳພາ ແລະ ຮັກສາບໍ່ໃຫ້ຜິດພາດຂອງການຈັດຕັ້ງພັກ, ປ່ຽນແປງແບບແຜນທີ່ບໍ່ດີໃນການເລືອກນຳໃຊ້ຄົນ. ພັກຮຽກຮ້ອງໃຫ້ພະນັກງານການທຳທຸກຂັ້ນ ຕ້ອງແກ້ໄຂບັນຫາກ່ຽວກັບໂລກະທັດ ຊີວະທັດ ແລະ ຄ່ານິຍົມທີ່ເປັນບັນຫາລວມ, ຖະໜອມສິດອຳນາດ, ຄຸ້ມຄອງສິດອຳນາດໃຫ້ດີ, ນຳໃຊ້ສິດອຳນາດຢ່າງສຸຂຸມຮອບຄອບ, ຮັບເອົາການຕິດຕາມກວດກາຈາກຝ່າຍຕ່າງໆຢ່າງຕື່ນຕົວ, ຄິດຢູ່ໃນໃຈໃນທຸກເວລາວ່າ ຕ້ອງຊ່ວຍບັນເທົາຄວາມກັງວົນຂອງພັກ, ຕ້ອງອຸທິດຕົນເພື່ອປະເທດຊາດ ແລະ ຕ້ອງສ້າງຄວາມສຸກໃຫ້ແກ່ປະຊາ ຊົນ. ພັກຍຶດໝັ້ນໃນຫຼັກການທີ່ພັກຄຸ້ມຄອງຜູ້ມີຄວາມຮູ້ຄວາມສາມາດ, ປະຕິບັດນະໂຍບາຍຜູ້ມີຄວາມຮູ້ຄວາມສາມາດທີ່ຕັ້ງໜ້າກວ່າເກົ່າ ເປີດກວ້າງກວ່າເກົ່າ ແລະ ບັງເກີດຜົນກວ່າເກົ່າ, ລົງເລິກປະຕິບັດຍຸດທະສາດສ້າງຊາດໃຫ້ເຂັ້ມແຂງ ໂດຍຜູ້ມີຄວາມຮູ້ຄວາມສາມາດໃນຍຸກໃໝ່, ເລັ່ງລັດສ້າງສູນຜູ້ມີຄວາມຮູ້ຄວາມສາມາດ ແລະ ສູນປະດິດສ້າງໃໝ່ທີ່ສຳຄັນໃນໂລກ, ເພື່ອເຕົ້າໂຮມ ແລະ ນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດໃນໂລກ. ພັກໄດ້ປັບປຸງລະບົບການຈັດຕັ້ງໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ, ຖືເອົາການຍົກສູງຄວາມສາມາດການຈັດຕັ້ງເປັນວຽກງານຈຸດໜັກ, ເພີ່ມທະວີບົດບາດການເມືອງ ແລະ ບົດບາດການຈັດຕັ້ງຂອງອົງການຈັດຕັ້ງພັກ, ກຳນົດທິດທາງອັນຈະແຈ້ງທີ່ພັດທະນາອົງການຈັດຕັ້ງຂັ້ນຮາກຖານຢ່າງແຂງແຮງ, ຊຸກຍູ້ອົງການຈັດຕັ້ງຂອງພັກ ແລະ ວຽກງານຂອງພັກໃຫ້ປົກຄຸມທົ່ວເຖິງ. ພັກຍຶດໝັ້ນໃຫ້ລະບຽບວິໄນເຂັ້ມງວດກວ່າກົດໝາຍ, ໃຫ້ການປະຕິບັດລະບຽບວິໄນ ແລະ ການປະຕິບັດກົດໝາຍເຊື່ອມຕໍ່ເຂົ້າກັນ, ນຳໃຊ້ “4 ຮູບການ” ຂອງການຕິດຕາມກວດກາການປະຕິບັດລະບຽບວິໄນໃຫ້ດີ, ເສີມສ້າງລະບຽບວິໄນການເມືອງ ແລະ ລະບຽບວິໄນການຈັດຕັ້ງ, ເພື່ອຊັກນຳໃຫ້ລະບຽບວິໄນຂໍ້ຕ່າງໆມີຄວາມເຂັ້ມງວດຂຶ້ນຢ່າງຮອບດ້ານ. ພັກໄດ້ຍຶດໝັ້ນການຄຸ້ມຄອງພັກຕາມຂໍ້ກຳນົດ, ປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ, ສ້າງລະບົບກົດໝາຍຂໍ້ກຳນົດພາຍໃນພັກທີ່ອ່າວຄົບຖ້ວນ, ປະຕິບັດລະບຽບການຢ່າງເຄັ່ງຄັດ, ລະດັບການມີວິທະຍາສາດ ການຫັນເປັນລະບຽບການ ແລະ ການຫັນເປັນລະບຽບແບບແຜນຂອງການກໍ່ສ້າງພັກ ໄດ້ຍົກສູງຂຶ້ນຢ່າງເດັ່ນຊັດ.

ສູນກາງພັກກ່າວເນັ້ນໜັກວ່າ, ການສໍ້ລາດບັງຫຼວງ ແມ່ນໄພຂົ່ມຂູ່ໃຫຍ່ທີ່ສຸດຕໍ່ກັບການກຳອຳນາດເປັນເວລາຍາວນານຂອງພັກ, ການຕ້ານການສໍ້ລາດບັງຫຼວງແມ່ນການຕໍ່ສູ້ດ້ານການເມືອງທີ່ສຳຄັນທີ່ປະລາໄຊບໍ່ໄດ້ຢ່າງເດັດຂາດ, ຖ້າບໍ່ຜິດໃຈກັບພວກສໍ້ລາດບັງຫຼວງນັບເປັນພັນເປັນຮ້ອຍຄົນ, ກໍຕ້ອງຜິດໃຈກັບປະຊາຊົນ 1,4 ຕື້ຄົນ, ຕ້ອງເອົາອຳນາດກັກຂັງໄວ້ໃນຄອກຂອງລະບຽບການ, ກຳນົດອຳນາດ ສ້າງລະບຽບແບບແຜນໃຫ້ກັບອຳນາດ ຜູກມັດອຳນາດ ແລະ ຕິດຕາມກວດກາອຳນາດໂດຍອີງຕາມລະບຽບວິໄນ ແລະ ກົດໝາຍ. ພັກຍຶດໝັ້ນຊຸກຍູ້ກົນໄກທີ່ບໍ່ກ້າສໍ້ລາດບັງຫຼວງ ບໍ່ສາມາດສໍ້ລາດບັງຫຼວງໄດ້ ແລະ ບໍ່ຢາກສໍ້ລາດບັງຫຼວງໄປພ້ອມກັນ, ນຳໃຊ້ວິທີການລົງໂທດ ການສ້າງຄວາມໜ້າເກງຂາມ ການຜູກມັດດ້ວຍລະບຽບການ ແລະ ຍົກສູງສະຕິຕື່ນຕົວຢ່າງແຂງແຮງພ້ອມກັນ, ຮັບປະກັນໃຫ້ອຳນາດທີ່ມອບໂດຍພັກ ແລະ ປະຊາຊົນນັ້ນ ຖືກນຳໃຊ້ໃນການສ້າງຄວາມສຸກໃຫ້ແກ່ປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ. ຍຶດໝັ້ນການບໍ່ມີເຂດຕ້ອງຫ້າມ ປົກຄຸມທົ່ວເຖິງ ແລະ ບໍ່ອົດທົນແມ່ນແຕ່ກໍລະນີດຽວຕໍ່ປາກົດການສໍ້ລາດບັງຫຼວງ, ຍຶດໝັ້ນໃຫ້ຄວາມສຳຄັນຕໍ່ການສະກັດກັ້ນ, ໃຊ້ຄວາມກົດດັນສູງ ແລະ ສ້າງຄວາມໜ້າເກງຂາມເປັນເວລາຍາວນານຕໍ່ການສໍ້ລາດບັງຫຼວງ, ຍຶດໝັ້ນການສືບສວນຄະດີກິນສິນບົນ ແລະ ໃຫ້ສິນບົນພ້ອມກັນ, ຍຶດໝັ້ນການສືບສວນຄະດີທຸກລາຍ ແລະ ລົງໂທດຜູ້ສໍ້ລາດບັງຫຼວງທຸກຄົນ, ຕ້ອງຕັດສິນໃຈເດັດຂາດໃຊ້ຢາແຮງ ເພື່ອປາບພະຍາດອັນໜັກໜ່ວງ, ຕ້ອງກ້າຂູດ ກະດູກເພື່ອໄລ່ພິດ ຫຼື ຈົນກະທັ້ງກ້າຕັດບາງສ່ວນຂອງຮ່າງກາຍເພື່ອຮັກສາຊີວິດ, ເດັດດ່ຽວປາບປາມທັງ “ເສືອ” (ຜູ້ມີຕຳແໜ່ງສູງ) ແລະ “ແມງວັນ” (ຜູ້ມີຕຳແໜ່ງຕ່ຳ) ທັງໄລ່ຈັບ “ໝາຈອກ” (ຜູ້ສໍ້ລາດບັງ ຫຼວງທີ່ໂຕນໜີໄປຕ່າງປະເທດ). ເດັດດ່ຽວແກ້ໄຂບັນຫາສໍ້ລາດບັງຫຼວງທີ່ເກີດຂຶ້ນຢູ່ໃກ້ໂຕມະຫາຊົນ, ລົງເລິກດຳເນີນການໄລ່ຈັບຜູ້ໂຕນໜີ ແລະ ໄລ່ຮິບຂອງກາງຢູ່ຕ່າງປະເທດ, ກຳຈັດພວກສໍ້ລາດບັງ ຫຼວງໝົດທຸກຄົນ. ພັກໄດ້ສຸມໃສ່ຄະດີສໍ້ລາດບັງຫຼວງທີ່ມີບັນຫາການເມືອງ ແລະ ບັນຫາເສດຖະກິດປະປົນກັນ, ປ້ອງກັນບໍ່ໃຫ້ເກີດກຸ່ມຫາຜົນປະໂຫຍດຢູ່ພາຍໃນພັກ, ສືບສວນ ແລະ ລົງໂທດຄະດີທີ່ລະເມີດລະບຽບວິໄນ ແລະ ກົດໝາຍຢ່າງໜັກໜ່ວງຂອງໂຈ່ວຢົງຄ່າງ ໂປຊີ່ລາຍ ຊຸ່ນເຈີ້ນຊາຍ ລີ້ງຈີ້ຮວ້າ ແລະຜູ້ອື່ນໆ. ພັກໄດ້ນຳພາການປັບປຸງລະບົບກວດກາຂອງພັກ ແລະ ປະເທດໃຫ້ສົມບູນຂຶ້ນ, ຊຸກຍູ້ການສ້າງຕັ້ງຄະນະກຳມະການກວດກາແຫ່ງຊາດ ແລະ ຄະນະກຳມະການກວດກາຂອງທ້ອງຖິ່ນຂັ້ນຕ່າງໆ, ສ້າງສະພາບການລາດຕະເວນກວດກາຂອງຂັ້ນເທິງ ແລະ ຂັ້ນລຸ່ມປະສານສົມທົບກັນ, ສ້າງກົນໄກທີ່ຖືການຕິດຕາມກວດກາພາຍໃນພັກເປັນຫຼັກ ການຕິດຕາມກວດກາປະເພດອື່ນໆເຊື່ອມຕໍ່ປະສານສົມທົບກັນ, ເພື່ອເພີ່ມທະວີການຜູກມັດ ແລະ ການຕິດຕາມກວດກາການໃຊ້ອຳນາດ.

ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ຜ່ານການຕໍ່ສູ້ຢ່າງເດັດດ່ຽວ, ບົດບາດການນຳພາດ້ານການເມືອງ ແລະ ການຮັບປະກັນດ້ານການເມືອງຂອງການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານນັ້ນ ໄດ້ຮັບການເສີມຂະຫຍາຍຢ່າງເຕັມທີ່, ຄວາມສາມາດຂອງພັກ ໃນການສະສາງລ້າງສວ່າຍຕົນເອງ ປັບປຸງຕົນເອງ ປະຕິຮູບຕົນເອງ ແລະ ຍົກລະດັບຕົນເອງໄດ້ຍົກສູງຂຶ້ນຢ່າງພົ້ນເດັ່ນ, ສະພາບການຄຸ້ມຄອງພັກແບບໂຍະຍານ ໄດ້ມີການຫັນປ່ຽນຈາກຂັ້ນພື້ນຖານ, ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ໄດ້ຮັບໄຊຊະນະຢ່າງເດັດຂາດ ທັງໄດ້ຮັບການປັບປຸງໃຫ້ໝັ້ນຄົງຢ່າງຮອບດ້ານ, ອັນໄດ້ລຶບລ້າງຄວາມສ່ຽງອັນໜັກໜ່ວງທີ່ແຝງຊ້ອນຢູ່ພາຍໃນພັກ ປະເທດ ແລະ ກອງທັບ, ພັກມີຄວາມເຂັ້ມແຂງກວ່າເກົ່າໃນຂະບວນການຝຶກຝົນຫຼໍ່ຫຼອມລັກສະນະປະຕິວັດ.

3, ການກໍ່ສ້າງດ້ານເສດຖະກິດ

ພາຍຫຼັງດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ພັກໄດ້ກຳແໜ້ນການສ້າງເສດຖະກິດທີ່ເປັນວຽກງານໃຈກາງ, ນຳພາປະຊາຊົນທຳຄວາມພະຍາຍາມຢ່າງທໍລະຫົດອົດທົນ, ໄດ້ສ້າງສິ່ງມະຫັດສະຈັນຄືເສດຖະກິດໄດ້ຮັບການພັດທະນາຢ່າງວ່ອງໄວ, ກຳລັງເສດຖະກິດຂອງຊາດໄດ້ຍົກສູງຂຶ້ນຢ່າງຫຼວງຫຼາຍ. ຂະນະດຽວກັນ, ຍ້ອນວ່າຢູ່ບາງທ້ອງຖິ່ນ ແລະ ບາງພາກສ່ວນມີບັນຫາທີ່ສະແຫວງຫາຄວາມໄວ ແລະ ຂະໜາດແຕ່ຢ່າງດຽວ ທັງມີຮູບການພັດທະນາແບບຊະຊາຍ, ບວກກັບຜົນກະທົບຈາກວິກິດການການເງິນສາກົນ ທີ່ເຮັດໃຫ້ເສດຖະກິດໂລກພັດທະນາຢ່າງຊັກຊ້າຕໍ່ເນື່ອງ, ຄວາມຂັດແຍ້ງດ້ານອົງປະກອບ ແລະ ໂຄງປະກອບເສດຖະກິດໄດ້ສະສົມຢ່າງຕໍ່ເນື່ອງ, ເຮັດໃຫ້ບັນຫາທີ່ການພັດທະນາບໍ່ດຸນດ່ຽງ ບໍ່ກົມກຽວກັນ ແລະ ບໍ່ສາມາດຍືນຍົງນັ້ນໄດ້ພົ້ນເດັ່ນທີ່ສຸດ. ສູນກາງພັກສະເໜີວ່າ ການພັດທະນາເສດຖະກິດຂອງປະເທດພວກເຮົາ ໄດ້ເຂົ້າສູ່ສະພາບປົກກະຕິອັນໃໝ່, ໄດ້ຈາກໄລຍະທີ່ເຕີບໂຕຢ່າງວ່ອງໄວ ຫັນໄປສູ່ໄລຍະການພັດທະນາໃນຄຸນນະພາບສູງ, ຜະເຊີນໜ້າກັບສະພາບການທີ່ສາມໄລຍະ ຄື: ໄລຍະປ່ຽນແປງຄວາມໄວການເຕີບໂຕ ໄລຍະການປັບປຸງອົງປະກອບ ແລະ ໄລຍະທີ່ການປະຕິບັດນະໂຍບາຍກະຕຸ້ນໃນກ່ອນໜ້ານີ້ຍັງບໍ່ທັນໄດ້ຮັບໝາກຜົນນັ້ນສະຫຼັບສັບຊ້ອນກັນ, ຮູບແບບພັດທະນາດັ້ງເດີມ ຍາກທີ່ຈະໄດ້ຮັບໝາກຜົນຕໍ່ໄປ. ສູນກາງພັກກ່າວເນັ້ນໜັກວ່າ, ການຜັນຂະຫຍາຍແນວຄວາມຄິດການພັດທະນາອັນໃໝ່ ແມ່ນການປ່ຽນແປງອັນເລິກເຊິ່ງທີ່ພົວພັນເຖິງພາກສ່ວນລວມຂອງການພັດທະນາປະເທດພວກເຮົາ, ຈະຕີລາຄາດ້ວຍລວມຍອດຜະລິດຕະພັນ ແຕ່ຢ່າງດຽວແບບງ່າຍດາຍນັ້ນບໍ່ໄດ້, ຕ້ອງໄດ້ບັນລຸການພັດທະນາໃນຄຸນນະພາບສູງທີ່ມີການປະດິດສ້າງໃໝ່ກາຍເປັນແຮງຂັບເຄື່ອນອັນດັບທີໜຶ່ງ ຄວາມກົມກຽວກັນກາຍເປັນຈຸດພິເສດຢູ່ພາຍໃນໂຕມັນເອງ ສີຂຽວກາຍເປັນຮູບແບບທົ່ວໄປ ການເປີດປະຕູກາຍເປັນເສັ້ນທາງທີ່ຕ້ອງເດີນຜ່ານ ແລະ ການຊົມໃຊ້ຮ່ວມກັນກາຍເປັນຈຸດປະສົງພື້ນຖານ, ຊຸກຍູ້ການປ່ຽນແປງໃໝ່ໃນດ້ານຄຸນນະພາບ ດ້ານປະສິດທິພາບ ແລະ ດ້ານແຮງຂັບເຄື່ອນຂອງການພັດທະນາເສດຖະກິດ.

ພັກໄດ້ເພີ່ມທະວີການວາງແຜນຍຸດທະສາດ ແລະ ການນຳພາທີ່ເປັນເອກະພາບກັນຕໍ່ວຽກງານ ເສດຖະກິດ, ທັງໄດ້ປັບປຸງໂຄງປະກອບ ແລະ ກົນໄກກ່ຽວກັບພັກນຳພາວຽກງານເສດຖະກິດນັ້ນໃຫ້ສົມບູນຂຶ້ນ. ກອງປະຊຸມຄົບຄະນະສູນກາງພັກຄັ້ງທີ 5 ສະໄໝທີ 18 ກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກ ກອງປະຊຸມຄົບຄະນະສູນກາງພັກຄັ້ງທີ 5 ສະໄໝທີ 19 ແລະ ກອງປະຊຸມວຽກງານເສດຖະກິດຂັ້ນສູນກາງທຸກຄັ້ງທີ່ຜ່ານມາ ໄດ້ຈັດວາງການພັດທະນາຂອງປະເທດພວກເຮົາຢ່າງໂຮມສູນ, ໂດຍໄດ້ມີການຕັດສິນນະໂຍບາຍທີ່ສຳຄັນຕ່າງໆ ເຊັ່ນ: ຍຶດໝັ້ນຖືການພັດທະນາໃນຄຸນນະພາບສູງເປັນຫຼັກ, ຖືການປະຕິຮູບອົງປະກອບດ້ານການສະໜອງເປັນສາຍຫຼັກ, ສ້າງລະບົບເສດຖະກິດທີ່ທັນສະໄໝ, ກຳແໜ້ນຈຸດຍຸດທະສາດພື້ນຖານໃນການເປີດກວ້າງຄວາມຕ້ອງການພາຍໃນ, ດຳເນີນບັ້ນການແກ້ຂອດຍາກ 3 ຂໍ້ ຄື ປ້ອງກັນ ແລະ ແກ້ໄຂຄວາມສ່ຽງທີ່ສຳຄັນ, ລຶບລ້າງຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍ ແລະ ປ້ອງກັນແກ້ໄຂມົນລະພິດ ແລະອື່ນໆ. ພັກໄດ້ປັບປຸງ ແລະ ພັດທະນາເສດຖະກິດລະບອບກຳມະສິດສ່ວນລວມໃຫ້ໝັ້ນຄົງຢ່າງບໍ່ຫວັ່ນໄຫວຄອນແຄນ, ສົ່ງເສີມ ສະໜັບສະໜູນ ແລະ ຊຸກນຳການພັດທະນາເສດຖະກິດທີ່ບໍ່ແມ່ນລະບອບກຳມະສິດສ່ວນລວມຢ່າງບໍ່ຫວັ່ນໄຫວຄອນແຄນ, ສະໜັບສະໜູນການພັດທະນາທຶນຂອງລັດ ແລະ ລັດວິສາຫະກິດໃຫ້ເຂັ້ມແຂງຂຶ້ນ ດີຂຶ້ນ ແລະ ມີຂະໜາດໃຫຍ່ຂຶ້ນ, ສ້າງຕັ້ງລະບຽບການວິສາຫະກິດທັນສະໄໝທີ່ມີສີສັນພິເສດຂອງຈີນ, ເພີ່ມທະວີກຳລັງແຂ່ງຂັນ ກຳລັງປະດິດສ້າງໃໝ່ ກຳລັງຄວບຄຸມ ອິດທິພົນ ແລະ ຄວາມສາມາດຕ້ານຄວາມສ່ຽງຂອງເສດຖະກິດແຫ່ງລັດ; ສ້າງການພົວພັນລະຫວ່າງພາກລັດ ກັບ ພາກທຸລະກິດທີ່ສະໜິດສະໜົມ ແລະ ປອດໃສ, ຊຸກຍູ້ເສດຖະກິດທີ່ບໍ່ແມ່ນລະບອບກຳມະສິດສ່ວນລວມໃຫ້ພັດທະນາຢ່າງປອດໃສ, ຊຸກຍູ້ບຸກຄົນໃນເສດຖະກິດທີ່ບໍ່ແມ່ນລະບອບກຳມະສິດສ່ວນລວມໃຫ້ເຕີບໃຫຍ່ຢ່າງປອດໃສ. ພັກຍຶດໝັ້ນປະຕິບັດຍຸດທະສາດການພັດທະນາທີ່ຂັບເຄື່ອນໂດຍການປະດິດສ້າງໃໝ່, ຖືເອົາການເພິ່ງຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນດ້ານວິທະຍາສາດ-ເຕັກໂນໂລຊີເປັນເສົ້າຄ້ຳຍຸດທະເສດຂອງການພັດທະນາປະເທດ. ປັບປຸງໂຄງປະກອບທົ່ວປະເທດແບບໃໝ່ໃຫ້ສົມບູນຂຶ້ນ, ເສີມສ້າງກຳລັງວິທະຍາສາດ-ເຕັກໂນໂລຊີດ້ານຍຸດທະສາດຂອງຊາດ, ເພີ່ມທະວີການຄົ້ນຄວ້າວິທະຍາສາດ ພື້ນຖານ, ຊຸກຍູ້ການແກ້ຂອດຍາກ ແລະ ການປະດິດສ້າງໃໝ່ໂດຍຕົນເອງໃນເຕັກນິກທີ່ເປັນຂໍກຸນແຈ ແລະ ໃຈກາງ, ເພີ່ມທະວີການປະດິດສ້າງ ການປົກປ້ອງ ແລະ ການໝູນໃຊ້ຊັບສິນທາງປັນຍາ, ເລັ່ງລັດການສ້າງປະເທດແບບປະດິດສ້າງໃໝ່ ແລະ ປະເທດເຂັ້ມແຂງໃນດ້ານວິທະຍາສາດ-ເຕັກໂນໂລຊີຂອງໂລກ. ດຳເນີນການປະຕິຮູບໃນລັກສະນະອົງປະກອບ ດ້ານການສະໜອງຢ່າງຮອບດ້ານ, ຊຸກຍູ້ການຫຼຸດຜ່ອນຂີດຄວາມສາມາດການຜະລິດທີ່ເກີນຄວາມຕ້ອງການ ຫຼຸດຜ່ອນຈຳນວນຜະລິດຕະພັນໃນສາງ ຫຼຸດຜ່ອນໄມ້ງັດ ຫຼຸດຕົ້ນທຶນໃຫ້ໜ້ອຍລົງ ແລະ ພັດທະນາຈຸດອ່ອນໃຫ້ແຂງຂຶ້ນ, ຈັດຕັ້ງປະຕິບັດຕາມຂໍ້ຮຽກຮ້ອງທີ່ໃຫ້ປັບປຸງໃຫ້ໝັ້ນຄົງ ເພີ່ມຄວາມເຂັ້ມແຂງຂຶ້ນ ຍົກລະດັບໃຫ້ສູງຂຶ້ນ ແລະ ໃຫ້ດຳເນີນໄປຢ່າງລຸລ່ວງ, ຊຸກຍູ້ການສ້າງປະເທດເຂັ້ມແຂງ ໃນດ້ານການຜະລິດ, ເລັ່ງລັດພັດທະນາລະບົບອຸດສາຫະກຳທັນສະໄໝໃຫ້ໄວຂຶ້ນ, ຂະຫຍາຍເສດຖະກິດຮູບປະທຳໃຫ້ໃຫຍ່ຂຶ້ນ ແລະ ພັດທະນາເສດຖະກິດດິຈິຕອນ. ປັບປຸງການຄຸ້ມຄອງເສດຖະກິດມະຫາພາກໃຫ້ສົມບູນຂຶ້ນ, ປະດິດສ້າງແນວຄວາມຄິດໃໝ່ ແລະ ຮູບການໃໝ່ຂອງການດັດສົມຄວບຄຸມມະຫາພາກ, ເສີມສ້າງຄວາມເປັນເຈົ້າຕົນເອງໃນດ້ານນະໂຍບາຍມະຫາພາກ, ປະຕິບັດນະໂຍບາຍການເງິນທີ່ຕັ້ງໜ້າ ແລະ ນະໂຍບາຍເງິນຕາທີ່ໝັ້ນທ່ຽງ, ຍຶດໝັ້ນການຊຸກຍູ້ການເຮັດໃຫ້ການບໍລິຫານກະທັດຮັດ ກະຈາຍສິດອຳນາດໃຫ້ຂັ້ນລຸ່ມ ເອົາການກະຈາຍສິດອຳນາດໃຫ້ຂັ້ນລຸ່ມກັບການຄຸ້ມຄອງບໍລິຫານປະສົມປະສານກັນ ແລະ ປັບປຸງການບໍລິການໃຫ້ດີຂຶ້ນ, ຮັບປະກັນ ຄວາມໝັ້ນຄົງດ້ານສະບຽງອາຫານ ຄວາມໝັ້ນຄົງດ້ານພະລັງງານ-ຊັບພະຍາກອນ ແລະ ຄວາມໝັ້ນຄົງຂອງຕ່ອງໂສ້ອຸດສາຫະກຳ-ຕ່ອງໂສ້ການສະໜອງ, ຍຶດໝັ້ນທິດທາງທີ່ການທະນາຄານຮັບໃຊ້ເສດຖະກິດຮູບປະທຳ, ເພີ່ມທະວີການຕິດຕາມຄຸ້ມຄອງດ້ານການທະນາຄານ ຢ່າງຮອບດ້ານ, ປ້ອງກັນ ແລະ ແກ້ໄຂຄວາມສ່ຽງ ໃນຂົງເຂດການທະນາຄານເສດຖະກິດ, ເສີມສ້າງການຕິດຕາມຄຸ້ມຄອງຕະ ຫຼາດ ແລະ ການວາງຂໍ້ກຳນົດໃນການຕ້ານການຜູກຂາດ, ປ້ອງກັນບໍ່ໃຫ້ເງິນທຶນເປີດກວ້າງອອກຢ່າງບໍ່ເປັນລະບຽບຮຽບຮ້ອຍ, ປົກປັກຮັກສາລະບຽບຂອງຕະຫຼາດ, ກະຕຸກຊຸກຍູ້ພະລັງຊີວິດຂອງພາກສ່ວນ ຫຼັກຊະນິດຕ່າງໆໃນຕະຫຼາດ ໂດຍສະເພາະແມ່ນ ວິສາຫະກິດຂະໜາດກາງ-ວິສາຫະກິດຂະໜາດນ້ອຍ-ຈຸນລະວິສາຫະກິດ, ປົກປ້ອງສິດຜົນປະໂຫຍດຂອງຊາວຜູ້ອອກແຮງງານ ແລະ ຜູ້ບໍລິໂພກອັນໄພສານ. ພັກໄດ້ປະຕິບັດຍຸດທະສາດການພັດທະນາພາກພື້ນຕ່າງໆຢ່າງກົມກຽວກັນ, ຊຸກຍູ້ການພັດທະນາປັກກິ່ງ-ທຽນສິນ-ເຮີເປີຍ ຢ່າງກົມກຽວກັນ ການພັດທະນາແລວເສດຖະກິດແມ່ນ້ຳຢາງຊີກຽງ ການສ້າງເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ  ການພັດທະນາເຂດສາມຫຼ່ຽມປາກແມ່ນ້ຳຢາງຊີກຽງໃຫ້ເປັນອັນໜຶ່ງອັນດຽວກັນ ການອະນຸລັກຊີວະພາບ ແລະ ການພັດທະນາໃນຄຸນນະພາບສູງຢູ່ເຂດລຸ່ມແມ່ນ້ຳເຫຼືອງ, ສ້າງເຂດໃໝ່ຊົງອ່ານຕາມມາດຖານສູງຢ່າງມີຄຸນນະພາບສູງ, ຊຸກຍູ້ການພັດທະນາພາກຕາເວັນຕົກຢ່າງຂະໜາດໃຫຍ່ ໃຫ້ເກີດມີສະພາບການໃໝ່, ຊຸກຍູ້ການສ້າງພາກຕາເວັນອອກສຽງເໜືອໃຫ້ຈະເລີນນັ້ນໃຫ້ໄດ້ຮັບການບຸກທະລຸໃໝ່, ຊຸກຍູ້ການພັດທະນາເຂດພາກກາງໃນຄຸນນະພາບສູງ, ສົ່ງເສີມໃຫ້ພາກຕາເວັນອອກເລັ່ງລັດການສ້າງທັນສະໄໝໃຫ້ໄວຂຶ້ນ, ສະໜັບສະໜູນເຂດປະຕິວັດເກົ່າ ເຂດຊົນເຜົ່າສ່ວນໜ້ອຍ ເຂດຊາຍແດນ ແລະ ເຂດທຸກຍາກປັບປຸງເງື່ອນໄຂການຜະລິດ ແລະ ການດຳລົງຊີວິດໃຫ້ດີຂຶ້ນ. ຊຸກຍູ້ການຫັນເປັນຕົວເມືອງແບບໃໝ່ທີ່ຖືຄົນເປັນໃຈກາງ, ເພີ່ມທະວີການຜັງເມືອງ, ການກໍ່ສ້າງ ແລະຄຸ້ມຄອງຕົວເມືອງ. ພັກໄດ້ຖືກເອົາການແກ້ໄຂບັນຫາ “ກະສິ  ກຳ-ຊົນນະບົດ-ຊາວກະສິກອນ” ໃຫ້ດີນັ້ນ ເປັນວຽກງານສຳຄັນທີ່ສຸດຂອງທົ່ວພັກ, ໄດ້ປະຕິບັດຍຸດທະສາດພັດທະນາຊົນນະບົດໃຫ້ຈະເລີນ, ເລັ່ງລັດຊຸກຍູ້ກະສິກຳ ແລະ ຊົນນະບົດໃຫ້ຫັນເປັນທັນສະໄໝໃຫ້ໄວຂຶ້ນ, ຍຶດໝັ້ນການສະສົມສະບຽງອາຫານຢູ່ດິນປູກຝັງ ແລະ ເຕັກນິກກະສິກຳ, ປະຕິບັດລະບຽບການອະນຸລັກດິນປູກຝັງທີ່ເຂັ້ມງວດທີ່ສຸດ, ຊຸກຍູ້ການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບຕົນເອງໃນດ້ານວິທະຍາດສາດເຕັກນິກອຸດສາຫະກຳແນວພັນ, ຊຸກຍູ້ການເປັນເຈົ້າຕົນເອງ ແລະ ສາມາດຄວບຄຸມໄວ້ໄດ້ໃນດ້ານແຫຼ່ງແນວພັນ, ຮັບປະກັນການກຸ້ມຕົນເອງໃນດ້ານສະບຽງອາຫານຂອງຊາວຈີນພວກເຮົາ.

ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ການພັດທະນາເສດຖະກິດຂອງປະເທດພວກເຮົາມີລັກສະນະດຸນດ່ຽງ ລັກສະນະກົມກຽວ ແລະ ລັກສະນະຍືນຍົງຫຼາຍຂຶ້ນຢ່າງເດັ່ນຊັດ, ລວມ  ຍອດຜະລິດຕະພັນພາຍໃນ ໄດ້ບັນລຸຫຼາຍກວ່າ 100.000 ຕື້ຢວນ, ສະເລ່ຍຕາມຫົວຄົນໄດ້ຫຼາຍກວ່າ 10.000 ໂດລາສະຫະລັດ, ກຳລັງຕົວຈິງໃນດ້ານເສດຖະກິດ ກຳລັງຕົວຈິງໃນດ້ານເຕັກນິກວິທະຍາສາດ ແລະ ກຳລັງສັງລວມແຫ່ງຊາດ ໄດ້ພັດທະນາກ້າວຂຶ້ນສູ່ລະດັບໃໝ່, ເສດຖະກິດຂອງປະເທດພວກເຮົາໄດ້ກ້າວຂຶ້ນສູ່ເສັ້ນທາງພັດທະນາທີ່ມີຄຸນນະພາບສູງກວ່າເກົ່າ ມີປະສິດທິພາບກວ່າເກົ່າ ມີຄວາມຍຸຕິທຳກວ່າເກົ່າ ຍືນຍົງກວ່າເກົ່າ ແລະ ໝັ້ນຄົງກວ່າເກົ່າ.

4, ການລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງຮອບດ້ານ

ພາຍຫຼັງກອງປະຊຸມຄົບຄະນະສູນກາງພັກຄັ້ງທີ 3 ສະໄໝທີ 11, ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງປະເທດພວກເຮົາ ໄດ້ເດີນຜ່ານຂະບວນການທີ່ສະຫງ່າຜ່າເຜີຍ, ແລະໄດ້ຮັບຜົນງານທີ່ປະຈັກຕາຊາວໂລກ.  ຄຽງຄູ່ກັບການພັດທະນາຂອງພຶດຕິກຳ,  ບາງບັນຫາດ້ານກົນໄກ ແລະ ໂຄງປະກອບໃນຫຼືບເລິກ ແລະ ອຸປະສັກຈາກຜົນປະໂຫຍດທີ່ຫັນເປັນຄົງທີ່ ກໍນັບມື້ນັບສະແດງອອກມາ, ການປະຕິຮູບຈຶ່ງໄດ້ເຂົ້າສູ່ໄລຍະແກ້ຂອດຍາກ ແລະ ແກ້ໄຂບັນຫາເລິກເຊິ່ງ. ສູນກາງພັກໄດ້ມີຄວາມຮັບຮູ້ຢ່າງເລິກເຊິ່ງວ່າ, ການພັດທະນາຂອງພຶດຕິກຳແມ່ນບໍ່ມີວັນສ້ຽງສຸດ, ການປົດປ່ອຍແນວຄິດ ແມ່ນບໍ່ມີວັນສ້ຽງສຸດ, ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ກໍບໍ່ມີວັນສ້ຽງສຸດເຊັ່ນກັນ, ການປະຕິຮູບ ມີແຕ່ສະພາບການກຳລັງດຳເນີນຢູ່ເທົ່ານັ້ນ, ບໍ່ມີສະພາບການສິ້ນສຸດລົງແລ້ວ, ຖ້າຢຸດສະງັກ ຫຼື ຖອຍຫຼັງ ແມ່ນບໍ່ມີທາງອອກ, ຈຶ່ງຕ້ອງມີຄວາມອົງອາດກ້າຫານດ້ານການເມືອງ ແລະ ສະຕິປັນຍາຫຼາຍກວ່າເກົ່າ ເພື່ອຊຸກຍູ້ການປະຕິຮູບຢ່າງເລິກເຊິ່ງຮອບດ້ານ, ຕ້ອງກ້າທີ່ຈະແກ້ຂອດຍາກ, ກ້າທີ່ຈະຜ່ານຜ່າຄວາມອັນຕະລາຍ, ເຮັດໃຫ້ການສ້າງລະບຽບການພົ້ນເດັ່ນຂຶ້ນ, ເອົາໃຈໃສ່ລັກສະນະພົວພັນກັນ ແລະ ລັກສະນະເຊື່ອມຈອດກັນ, ຊຸກຍູ້ການປະຕິຮູບຢ່າງແທ້ຈິງ, ແກ້ຂໍ້ບົກຜ່ອງຂອງໂຄງປະກອບ ແລະ ກົນໄກໃນດ້ານຕ່າງໆຢ່າງບັງເກີດຜົນ.

ກອງປະຊຸມຄົບຄະນະສູນກາງພັກຄັ້ງທີ 3 ສະໄໝທີ 18 ໄດ້ດຳເນີນການຈັດວາງຕໍ່ການປະຕິຮູບໂຄງປະກອບເສດຖະກິດ ໂຄງປະກອບການເມືອງ ໂຄງປະກອບວັດທະນະທຳ ໂຄງປະກອບສັງຄົມ ໂຄງປະກອບຄວາມສິລິໄລດ້ານນິເວດ ແລະ ການປ້ອງກັນປະເທດ-ກອງທັບ ພ້ອມດ້ວຍການປະຕິຮູບລະບຽບການກໍ່ສ້າງພັກ, ໄດ້ກຳນົດເປົ້າໝາຍລວມ ຈຸດໜັກຍຸດທະສາດ ການລຽງລຳດັບ ທິດທາງຕົ້ນຕໍ ກົນໄກເຮັດວຽກ ຮູບການຊຸກຍູ້ ແລະ ຕາຕະລາງເວລາຂອງການປະຕິຮູບຢ່າງເລິກເຊິ່ງຮອບດ້ານ. ກອງປະຊຸມຄົບຄະນະສູນກາງພັກຄັ້ງທີ 3 ສະໄໝທີ 11 ແມ່ນມີຄວາມໝາຍຂີດແບ່ງຍຸກສະໄໝ, ເຊິ່ງເປັນການເລີ່ມຕົ້ນໄລຍະໃໝ່ຂອງການປະຕິຮູບ ເປີດປະຕູສູ່ພາຍນອກ ແລະ ການສ້າງສັງຄົມນິຍົມທີ່ທັນສະໄໝ. ກອງປະຊຸມຄົບຄະນະສູນກາງພັກຄັ້ງທີ 3 ສະໄໝທີ 18 ກໍມີຄວາມໝາຍຂີດແບ່ງຍຸກສະໄໝເຊັ່ນກັນ, ເຊິ່ງໄດ້ບັນລຸການປ່ຽນແປງຂອງການປະຕິຮູບຈາກການທົດລອງໃນບາງພາກສ່ວນ ໄປສູ່ການດຳເນີນຢ່າງເປັນລະບົບ ແລະ ລົງເລິກຮອບດ້ານ, ໂດຍໄດ້ບຸກເບີກສະພາບການໃໝ່ແຫ່ງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງປະເທດພວກເຮົາ.

ພັກໄດ້ຍຶດໝັ້ນທິດທາງການປະຕິຮູບທີ່ຖືກຕ້ອງ, ຖືການຊຸກຍູ້ຄວາມຍຸຕິກຳຄວາມເປັນທຳທາງສັງຄົມ ແລະ ເພີ່ມຄວາມສຸກໃຫ້ແກ່ປະຊາຊົນ ເປັນຈຸດເລີ່ມຕົ້ນ ແລະ ຈຸດປະສົງ, ເນັ້ນການແກ້ໄຂບັນຫາເປັນທິດຊີ້ນຳ, ສຸມໃສ່ປົດປ່ອຍແນວຄິດຕື່ມອີກ, ປົດປ່ອຍ ແລະ ພັດທະນາກຳລັງການຜະລິດທາງສັງຄົມ, ປົດປ່ອຍ ແລະ ເພີ່ມພະລັງຊີວິດຂອງສັງຄົມ, ໄດ້ເພີ່ມທະວີການອອກແບບຈາກຂັ້ນສູງສຸດ ແລະ ການວາງແຜນພາກສ່ວນລວມທັງໝົດ, ເຮັດໃຫ້ການປະຕິຮູບດຳເນີນໄປເປັນລະບົບກວ່າເກົ່າ ດຳເນີນໄປໃນພາກສ່ວນທັງໝົດກວ່າເກົ່າ ແລະ ດຳເນີນໄປຢ່າງປະສານກົມກຽວກວ່າເກົ່າ, ກະຕຸ້ນຈິດໃຈປະດິດສ້າງໃໝ່ຂອງປະຊາຊົນ, ຊຸກຍູ້ການປະຕິຮູບໃນຂົງເຂດສຳຄັນ ແລະ ໃນຂອດທີ່ເປັນຂໍກຸນແຈໃຫ້ດຳເນີນໄປຢ່າງແທ້ຈິງ ແລະ ເລິກເຊິ່ງ. ພັກໄດ້ຊຸກຍູ້ການອອກແຮງປະຕິຮູບຢ່າງຮອບດ້ານ, ໃຫ້ມີການບຸກທະລຸໃນຫຼາຍຈຸດ, ໃຫ້ດຳເນີນໄປທັງວ່ອງໄວທັງມີບາດກ້າວໝັ້ນທ່ຽງ ແລະໃຫ້ກ້າວໄປໜ້າຢ່າງເລິກເຊິ່ງ, ຈາກການສ້າງພື້ນຖານ ແລະ ສ້າງໂຄງຮ່າງ ໄປຮອດການຊຸກຍູ້ຢ່າງຮອບດ້ານ ແລະ ການສ້າງເປັນທ່ວງທ່າ ຕະຫຼອດຮອດການສ້າງເປັນລະບົບ ທັງມີການປະສານສົມທົບຢ່າງມີປະສິດທິພາບສູງ, ໂຄງຮ່າງລະບຽບການອັນພື້ນຖານໃນຂົງເຂດຕ່າງໆ ໄດ້ຖືກກຳນົດໂດຍພື້ນຖານ, ຢູ່ຫຼາຍຂົງເຂດ ໄດ້ບັນລຸການປ່ຽນແປງຄັ້ງປະຫວັດສາດ ການສ້າງລະບົບຄືນໃໝ່ ແລະ ການສ້າງພາກສ່ວນທັງໝົດຄືນໃໝ່.

ສູນກາງພັກໄດ້ມີຄວາມຮັບຮູ້ຢ່າງເລິກເຊິ່ງວ່າ, ການເປີດປະຕູ ໄດ້ນຳມາເຊິ່ງຄວາມກ້າວໜ້າ, ການປິດປະຕູ ຍ່ອມຈະພາໃຫ້ຫຼ້າຫຼັງ; ຖ້າການພັດທະນາຂອງປະເທດພວກເຮົາຢາກໄດ້ຮັບທ່າແຮງ ໄດ້ຮັບທ່າບຸກ ແລະ ໄດ້ຮັບອະນາຄົດ, ກໍຕ້ອງໄດ້ໄປຕາມກະແສແຫ່ງເສດຖະກິດໂລກາພິວັດ, ໂດຍອາໄສທ່າແຮງດ້ານຕະຫຼາດຂະໜາດໃຫຍ່ພິເສດຂອງປະເທດພວກເຮົາ, ປະຕິບັດຍຸດທະສາດເປີດປະຕູທີ່ຕັ້ງໜ້າ ແລະ ເປັນເຈົ້າການກວ່າເກົ່າ. ປະເທດພວກເຮົາໄດ້ຍຶດໝັ້ນການປຶກສາຫາລືຮ່ວມກັນ ການສ້າງສາຮ່ວມກັນ ແລະ ການຊົມໃຊ້ຮ່ວມກັນ, ຊຸກຍູ້ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຮ່ວມກັນນັ້ນໃຫ້ພັດທະນາໃນຄຸນນະພາບສູງ, ຊຸກຍູ້ໂຄງການຮ່ວມມືຫຼາຍໂຄງການທີ່ພົວພັນເຖິງການພັດທະນາເສດຖະກິດ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຂອງປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”, ສ້າງເສັ້ນທາງແຫ່ງສັນຕິພາບ ເສັ້ນທາງແຫ່ງຄວາມຈະເລີນຮຸ່ງເຮືອງ ເສັ້ນທາງແຫ່ງການເປີດປະຕູ ເສັ້ນທາງສີຂຽວ ເສັ້ນທາງປະດິດສ້າງໃໝ່ ແລະ ເສັ້ນທາງທີ່ມີຄວາມສິວິໄລ, ເຮັດໃຫ້ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກາຍເປັນຜະລິດຕະພັນສາທາລະນະສາກົນ ແລະ ເວທີການຮ່ວມມືສາກົນທີ່ໄດ້ຮັບຄວາມນິຍົມຊົມຊອບຢ່າງສູງໃນໂລກປັດຈຸບັນ. ປະເທດພວກເຮົາໄດ້ຍຶດໝັ້ນໃນການເຮັດໃຫ້ການເປີດປະຕູຢູ່ພາຍໃນ ແລະ ການເປີດປະຕູຕໍ່ພາຍນອກຊ່ວຍຊູຍູ້ໜູນກັນ, ເຮັດໃຫ້ການ “ນຳເຂົ້າ” ກັບ “ການໄປຕ່າງປະເທດ” ປະສານສົມທົບກັນໃຫ້ດີກວ່າເກົ່າ, ຊຸກຍູ້ການຄ້າ ແລະ ການລົງທຶນໃຫ້ເປັນແບບເສລີ ແລະ ມີຄວາມສະດວກ, ສ້າງເຄືອຂ່າຍເຂດການຄ້າເສລີມາດຕະຖານສູງທີ່ຫັນໜ້າສູ່ໂລກ, ສ້າງເຂດທົດລອງການຄ້າເສລີ ແລະ ເຂດການຄ້າເສລີໄຫຫຼຳ, ຊຸກຍູ້ການເປີດປະຕູດ້ານລະບຽບການຕ່າງໆ, ເຊັ່ນ: ຂໍ້ກຳນົດ ການວາງຂໍ້ກຳນົດ ການຄຸ້ມຄອງ ແລະ ມາດຕະຖານເປັນຕົ້ນ, ກາຍເປັນສະພາບການເປີດປະຕູສູ່ພາຍນອກໃນຂອບເຂດກວ້າງກວ່າເກົ່າ ຂົງເຂດຫຼາຍກວ່າເກົ່າ ແລະ ມີລະດັບເລິກເຊິ່ງກວ່າເກົ່າ, ສ້າງລະບົບເສດຖະກິດແບບເປີດປະຕູທີ່ຕ່າງຝ່າຍຕ່າງມີຜົນຜະໂຫຍດ ມີ ຫຼາຍເຄົ້າ ດຸນດ່ຽງ ປອດໄພ ແລະ ມີປະສິດທິພາບສູງ, ເສີມສ້າງທ່າແຮງໃໝ່ຂອງປະເທດພວກເຮົາໃນການຮ່ວມມື ແລະ ການແຂ່ງຂັນດ້ານເສດຖະກິດໃນສາກົນ.

ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ພັກໄດ້ຊຸກຍູ້ການລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງຮອບດ້ານໃຫ້ຂະຫຍາຍຕົວກ້າວສູ່ລວງກວ້າງ ແລະ ລວງເລິກຢ່າງບໍ່ຢຸດຢັ້ງ, ລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຂະຫຍາຍຕົວໄດ້ສຸກງອມກວ່າເກົ່າ ແລະ ໝັ້ນຄົງກວ່າເກົ່າ, ລະດັບການຫັນເປັນທັນສະໄໝດ້ານລະບົບ ແລະ ຄວາມສາມາດການປົກຄອງບໍລິຫານປະເທດໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ພາລະກິດຂອງພັກ ແລະ ປະເທຊາດໄດ້ປາກົດມີພະລັງຊີວິດອັນໃໝ່

5. ການກໍ່ສ້າງໃນດ້ານການເມືອງ

ພາຍຫຼັງດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ພັກໄດ້ນຳພາປະຊາຊົນຍຶດໝັ້ນເສັ້ນທາງພັດທະນາການເມືອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ພັດທະນາປະຊາທິປະໄຕສັງຄົມນິຍົມ, ໄດ້ຮັບຄວາມຄືບໜ້າຢ່າງໃຫຍ່ຫຼວງ. ພັກໄດ້ຮັບຮູ້ຢ່າງເລິກເຊິ່ງຈາກບົດຮຽນທາງບວກ ແລະ ທາງລົບຂອງການພັດທະນາການເມືອງທັງພາຍໃນ ແລະ ຕ່າງປະເທດວ່າ, ການເດັດດ່ຽວມີຄວາມໝັ້ນໃຈຕົນເອງດ້ານລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ກ່ອນອື່ນ ຕ້ອງເດັດດ່ຽວມີຄວາມໝັ້ນໃຈຕົນເອງໃນດ້ານລະບອບການເມືອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ກໍ່ສ້າງການເມືອງປະຊາທິປະໄຕສັງຄົມນິຍົມ, ພັດທະນາຄວາມສິວິໄລດ້ານການເມືອງສັງຄົມນິຍົມ, ຕ້ອງເຮັດໃຫ້ລະບອບການເມືອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢັ່ງຮາກເລິກລົງສູ່ດິນແດນສັງຄົມຈີນ, ການທີ່ລອກແບບເອົາລະບອບການເມືອງຂອງປະເທດອື່ນແມ່ນເປັນໄປບໍ່ໄດ້, ຍິ່ງໄປກວ່ານັ້ນ ຍັງຈະເຮັດໃຫ້ປະເທດຊາດເສຍອະນາຄົດ. ຕ້ອງຍຶດໝັ້ນໃນຄວາມເປັນເອກະພາບກັນແບບກາຍອິນຊີລະຫວ່າງ ການນຳພາຂອງພັກ ປະຊາຊົນເປັນເຈົ້າຂອງປະເທດຊາດ ແລະ ການປົກຄອງປະເທດຕາມກົດໝາຍ, ຕັ້ງໜ້າພັດທະນາປະຊາທິປະໄຕປະຊາຊົນໃນທົ່ວຂັ້ນຕອນ, ບູລະນະລະບົບລະບຽບການກ່ຽວກັບປະຊາຊົນເປັນເຈົ້າຂອງປະເທດຊາດທີ່ຮອບດ້ານ ກວ້າງຂວາງ ແລະ ມີການເຊື່ອມຈອດແບບກາຍອິນຊີນັ້ນໃຫ້ສົມບູນຂຶ້ນ, ສ້າງຊ່ອງທາງປະຊາທິປະໄຕທີ່ມີຫຼາຍຊ່ອງ ລຸລ່ວງ ແລະ ເປັນລະບຽບຮຽບຮ້ອຍ, ພັດທະນາຮູບການປະຊາທິປະໄຕໃຫ້ອຸດົມສົມບູນຂຶ້ນ, ເປີດກວ້າງການມີສ່ວນຮ່ວມໃນດ້ານການເມືອງຢ່າງເປັນລະບຽບຮຽບຮ້ອງຂອງປະຊາຊົນຈາກທຸກລະດັບທຸກຂົງເຂດ, ເຮັດໃຫ້ລະບຽບການດ້ານຕ່າງໆ ແລະ ການບໍລິຫານປະເທດສາມາດສ່ອງແສງເຖິງຄວາມປາຖະໜາຂອງປະຊາຊົນ ຮັບປະກັນສິດທິຜົນປະໂຫຍດຂອງປະຊາຊົນ ແລະ ກະຕຸ້ນຫົວຄິດປະດິດສ້າງຂອງປະຊາຊົນໃຫ້ມີປະສິດທິຜົນຫຼາຍກວ່າເກົ່າ. ຕ້ອງມີສະຕິລະວັງຕົວ ແລະ ປ້ອງກັນຜົນກະທົບທີ່ບໍ່ດີຈາກກະແສແນວຄິດການເມືອງຕ່າງໆຂອງປະເທດຕາເວັນຕົກເປັນຕົ້ນແມ່ນ: “ການປົກຄອງລະບອບລັດຖະທຳມະນູນ”, ຫຼາຍພັກຜັດປ່ຽນກັນກຳອຳນາດ, “ການແຍກເປັນ 3 ອຳນາດ” ແລະອື່ນໆ.

ກອງປະຊຸມຄົບຄະນະຄັ້ງທີ 4 ສະໄໝທີ 19 ຂອງສູນກາງພັກໄດ້ສຸມໃສ່ການກຳອຳນາດຢ່າງຍາວນານຂອງພັກ ແລະ ຄວາມສະຫງົບຖາວອນຂອງປະເທດຊາດ, ໄດ້ວາງແຜນແມ່ບົດກ່ຽວກັບການຍຶດໝັ້ນ ແລະ ບູລະນະລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ແລະ ການຊຸກຍູ້ການຫັນເປັນທັນສະໄໝດ້ານລະບົບ ແລະ ຄວາມສາມາດການປົກຄອງບໍລິຫານປະເທດ, ເອົາໃຈໃສ່ເປັນພິເສດໃນການວາງແຜນກ່ຽວກັບການຍຶດໝັ້ນ ແລະ ບູລະນະລະບຽບການຮາກຖານ  ລະບຽບການພື້ນຖານ ແລະ ລະບຽບການສຳຄັນສະເພາະ ທີ່ຄ້ຳຊູລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ. ສູນກາງພັກເນັ້ນໜັກວ່າ: ຕ້ອງຍຶດໝັ້ນຖານະທີ່ເປັນພາກສ່ວນຫຼັກຂອງປະຊາຊົນ, ຮັບປະກັນໃຫ້ປະຊາຊົນດຳເນີນການເລືອກຕັ້ງ ປຶກສາຫາລື ກຳນົດນະໂຍບາຍ ຄຸ້ມຄອງບໍລິຫານ ແລະ ຕິດຕາມກວດກາຢ່າງມີປະຊາທິປະໄຕຕາມກົດໝາຍ. ພັກໄດ້ຍຶດໝັ້ນ ແລະ ບູລະນະລະບອບສະພາປະຊາຊົນໃຫ້ສົມບູນຂຶ້ນ, ສະໜັບສະໜູນ ແລະ ຮັບປະກັນໃຫ້ປະຊາຊົນປະຕິບັດສິດອຳນາດຂອງຊາດຜ່ານຈາກສະພາປະຊາຊົນ, ສະໜັບສະໜູນ ແລະ ຮັບປະກັນໃຫ້ສະພາປະຊາຊົນປະຕິບັດສິດນິຕິບັນຍັດ ສິດຕິດຕາມກວດກາ ສິດຕັດສິນເລື່ອງໃຫຍ່ຂອງຊາດ ແລະ ສິດແຕ່ງຕັ້ງ-ປົດຕຳແໜ່ງ, ສືບສວນ ແລະ ແກ້ໄຂຄະດີກ່ຽວກັບການໃຫ້ສິນບົນເພື່ອຫາສຽງໃນການເລືອກຕັ້ງຢ່າງບໍ່ລັ່ງເລໃຈ, ປົກປັກຮັກສາອິດທິພົນ ແລະ ກຽດສັກສີຂອງລະບອບສະພາປະຊາຊົນ, ເສີມຂະຫຍາຍບົດບາດຂອງລະບອບສະພາປະຊາຊົນໃນຖານະເປັນລະບອບການເມືອງພື້ນຖານ. ພັກໄດ້ຍຶດໝັ້ນ ແລະ ບູລະນະລະບອບຫຼາຍພັກຮ່ວມມືກັນ ແລະ ປຶກສາການເມືອງທີ່ນຳພາໂດຍພັກກອມມູນິດຈີນ, ບູລະນະລະບຽບການຕ່າງໆເຊັ່ນ: ສູນກາງພັກຝ່າຍປະຊາທິປະໄຕປະຕິບັດການຕິດຕາມກວດກາສະເພາະ ຕໍ່ສະພາບການຈັດຕັ້ງປະຕິບັດແຜນນະໂຍບາຍສຳຄັນ, ສະເໜີຂໍ້ສະເໜີໂດຍກົງຕໍ່ສູນກາງພັກກອມມູນິດຈີນ ແລະອື່ນໆ, ເພີ່ມທະວີການສ້າງລະບຽບການກ່ຽວກັບສະພາປຶກສາການເມືອງ ເຊິ່ງເປັນອົງການປຶກສາສະເພາະ, ຊຸກຍູ້ການປຶກສາແບບປະຊາທິປະໄຕສັງຄົມນິຍົມໃຫ້ພັດທະນາຢ່າງກວ້າງກວາງ ມີຫຼາຍລະດັບ ແລະ ຫັນເປັນລະບຽບການ, ກາຍເປັນລະບົບການປຶກສາແບບປະຊາທິປະໄຕທີ່ມີສີສັນພິເສດຂອງຈີນ. ພັກໄດ້ຍຶດໝັ້ນໃນການປັບປຸງອຳນາດການປົກຄອງຂັ້ນຮາກຖານໃຫ້ໝັ້ນຄົງ, ບູລະນະລະບຽບການປະຊາທິປະໄຕຂັ້ນຮາກຖານ, ບູລະນະລະບຽບການເປີດເຜີຍວຽກງານບໍລິຫານ, ຮັບປະກັນໃຫ້ປະຊາຊົນມີສິດຮັບຮູ້ ສິດມີສ່ວນຮ່ວມ ສິດປະກອບຄຳເຫັນ ແລະ ສິດຕິດຕາມກວດກາ. ອີງຕາມຫຼັກການທີ່ວ່າ ຍຶດໝັ້ນການນຳພາຂອງພັກຢ່າງຮອບດ້ານ ຍຶດໝັ້ນການຖືປະຊາຊົນເປັນໃຈກາງ ຍຶດໝັ້ນການປັບປຸງໃຫ້ດີຂຶ້ນ-ປະສານງານ-ມີປະສິດທິພາບສູງ ແລະ ຍຶດໝັ້ນການປົກຄອງປະເທດຕາມກົດໝາຍຢ່າງຮອບດ້ານ, ໄດ້ລົງເລິກການປະຕິຮູບກົງຈັກຂອງພັກ-ລັດຢ່າງຮອບດ້ານ, ພາລະບົດບາດຂອງກົງຈັກພັກ-ລັດໄດ້ບັນລຸການປັບປຸງຄືນໃໝ່ຢ່າງເປັນລະບົບໂດຍລວມ.  ພັກໄດ້ຍຶດໝັ້ນ ແລະ ບູລະນະລະບອບເຂດປົກຄອງຕົນເອງຂອງຊົນເຜົ່າສ່ວນໜ້ອຍ, ເດີນຕາມເສັ້ນທາງອັນຖືກຕ້ອງແຫ່ງການແກ້ໄຂບັນຫາຊົນເຜົ່າທີ່ມີສີສັນພິເສດຂອງຈີນຢ່າງເດັດດ່ຽວໜຽວແໜ້ນ, ຍຶດໝັ້ນຖືເອົາການປູກຈິດສຳນຶກປະຊາຄົມຊົນຊາດຈີນໃຫ້ປະຊາຊົນຢ່າງໜັກແໜ້ນເປັນເນື້ອໃນຕົ້ນຕໍຂອງວຽກງານຊົນເຜົ່າ, ກຳນົດແຜນຍຸດທະສາດຂອງພັກໃນການຄຸ້ມຄອງເຂດຕິເບດ ແລະ ເຂດຊິ່ນຈ່ຽງໃນຍຸກໃໝ່, ປັບປຸງ ແລະ ພັດທະນາການພົວພັນຊົນເຜົ່າສັງຄົມນິຍົມທີ່ສະເໝີພາບ ສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ກົມກຽວກັນ, ຊຸກຍູ້ບັນດາຊົນເຜົ່າສາມັກຄີສູ້ຊົນຮ່ວມກັນ ແລະ ພັດທະນາໃຫ້ຈະເລີນຮຸ່ງເຮືອງຮ່ວມກັນ. ພັກໄດ້ຍຶດໝັ້ນທິດທາງພື້ນຖານຂອງພັກກ່ຽວກັບວຽກງານສາສະໜາ, ຍຶດໝັ້ນທິດທາງຫັນສາສະໜາຂອງປະເທດພວກເຮົາໃຫ້ເປັນແບບຈີນ, ຕັ້ງໜ້າຊຸກນຳສາສະໜາໃຫ້ສອດຄ່ອງກັບສັງຄົມສັງຄົມນິຍົມ. ພັກໄດ້ປັບປຸງພາກສ່ວນໃຫຍ່ຂອງວຽກງານແນວໂຮມເອກະພາບ, ພະຍາຍາມສະແຫວງຫາຄວາມເປັນເອກະພາບກັນຫຼາຍທີ່ສຸດຂອງກຳລັງທຸກດ້ານໃນທົ່ວສັງຄົມ, ເຕົ້າໂຮມກຳລັງແຮງສັງລວມອັນໃຫຍ່ຫຼວງໃນການບັນລຸເປົ້າໝາຍຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ. ໂດຍປິ່ນອ້ອມການເພີ່ມທະວີລັກສະນະການເມືອງ ລັກສະນະກ້າວໜ້າ ແລະ ລັກສະນະມະຫາຊົນ, ພັກໄດ້ຊຸກຍູ້ການປະຕິຮູບ ແລະ ການປະດິດສ້າງໃໝ່ໃນວຽກງານອົງການຈັດຕັ້ງມະຫາຊົນ, ເສີມຂະຫຍາຍບົດບາດຂອງຄະນະຈັດຕັ້ງປະຊາຊົນ ແລະ ອົງການຈັດຕັ້ງມະຫາຊົນຕ່າງໆເຊັ່ນ:  ກຳມະບານ, ຄະນະຊາວໜຸ່ມກອມມູນິດ, ສະຫະພັນແມ່ຍິງ ແລະອື່ນໆ ໃຫ້ເກີດມີປະສິດທິຜົນທີ່ດີກວ່າເກົ່າ. ພວກເຮົາໄດ້ຖືເອົາການຮັບປະກັນສິດຢູ່ລອດ ແລະ ສິດພັດທະນາຂອງປະຊາຊົນເປັນສິ່ງສຳຄັນອັນດັບໜຶ່ງໃນການຊຸກຍູ້ພາລະກິດສິດທິມະນຸດໃຫ້ພັດທະນາຢ່າງຮອບດ້ານ.

ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ການເມືອງປະຊາທິປະໄຕສັງຄົມນິຍົມຂອງປະເທດພວກເຮົາໄດ້ຮັບການຊຸກຍູ້ໃຫ້ຫັນເປັນລະບຽບການ ຫັນເປັນລະບຽບແບບແຜນ ແລະ ຫັນເປັນຂັ້ນຕອນຢ່າງຮອບດ້ານ, ລັກສະນະດີເດັ່ນຂອງລະບອບການເມືອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໄດ້ຮັບການເສີມຂະຫຍາຍໃຫ້ດີກວ່ເກົ່າ, ສະພາບການເມືອງທີ່ມີຊີວິດຊີວາ ສະຫງົບໝັ້ນຄົງ ແລະ ມີຄວາມສາມັກຄີໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວ.

6. ການປົກຄອງປະເທດຕາມກົດໝາຍຢ່າງຮອບດ້ານ

ພາຍຫຼັງດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ພັກໄດ້ຍຶດໝັ້ນໃນການປົກຄອງປະເທດຕາມກົດໝາຍ, ຊຸກຍູ້ການສ້າງລະບົບກົດໝາຍສັງຄົມນິຍົມຢ່າງບໍ່ຢຸດຢັ້ງ. ໃນຂະນະດຽວກັນນັ້ນ, ຍັງມີບັນຫາຄົງຄ້າງທີ່ໜັກໜ່ວງຕ່າງໆເຊັ່ນ: ບໍ່ປະຕິບັດຕາມກົດໝາຍ ປະຕິບັດກົດໝາຍບໍ່ເຂັ້ມງວດ  ການດຳເນີນຂັ້ນຕອນຕຸລາການບໍ່ເປັນທຳ ແລະ ບໍ່ລົງໂທດຜູ້ກະທຳຜິດກົດໝາຍເປັນຕົ້ນ, ປາກົດການສໍ້ລາດບັງຫຼວງທາງດ້ານຕຸລາການ ຍັງເກີດຂຶ້ນບາງຄັ້ງບາງຄາວ, ເຈົ້າໜ້າທີ່ປະຕິບັດກົດໝາຍ ແລະ ເຈົ້າໜ້າທີ່ຕຸລາການຈຳນວນໜຶ່ງກະທຳຜິດກົດໝາຍເພື່ອຜົນປະໂຫຍດສ່ວນຕົວ, ຍິ່ງໄປກວ່ານັ້ນ ຍັງເປັນຜູ້ຄຸ້ມກັນໃຫ້ກັບພວກກະທຳຜິດກົດໝາຍ, ເຊິ່ງໄດ້ທຳລາຍຄວາມສັກສິດຂອງກົດໝາຍຢ່າງໜັກໜ່ວງ, ສ້າງຜົນກະທົບຢ່າງໜັກໜ່ວງໃຫ້ກັບຄວາມຍຸຕິທຳ ແລະ ຄວາມເປັນທຳທາງສັງຄົມ. ພັກໄດ້ຮັບຮູ້ຢ່າງເລິກເຊິ່ງວ່າ: ສິດອຳນາດເປັນ “ມີດສອງຄົມ”, ການປະຕິບັດສິດອຳນາດຕາມລະບຽບກົດໝາຍຈະສາມາດສ້າງຄວາມຜາສຸກໃຫ້ກັບປະຊາຊົນ, ຫາກປະຕິບັດສິດອຳນາດຢ່າງຜິດລະບຽບກົດໝາຍ ກໍຈະສ້າງໄພຮ້າຍໃຫ້ກັບປະເທດຊາດ ແລະ ປະຊາຊົນຢ່າງແນ່ນອນ. ສູນກາງພັກໄດ້ເນັ້ນວ່າ: ເມື່ອລະບຽບກົດໝາຍມີການພັດທະນາແລ້ວ ປະເທດຊາດກໍຈະພັດທະນາມີຄວາມຈະເລີນ, ເມື່ອລະບຽບກົດໝາຍຊຸດໂຊມ ປະເທດຊາດກໍຈະຕົກໃນຄວາມວຸ້ນວາຍ; ການປົກຄອງປະເທດຕາມກົດໝາຍຢ່າງຮອບດ້ານ ເປັນຄວາມຮຽກຮ້ອງຕາມທາດແທ້ ແລະ ເປັນສິ່ງຮັບປະກັນອັນສຳຄັນຕໍ່ກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ເປັນການປະຕິວັດຢ່າງເລິກເຊິ່ງຄັ້ງໜຶ່ງໃນການບໍລິຫານປະເທດ; ການຍຶດໝັ້ນການປົກຄອງປະເທດຕາມກົດໝາຍນັ້ນ ກ່ອນອື່ນ ຕ້ອງຍຶດໝັ້ນໃນການປົກຄອງປະເທດຕາມລັດຖະທຳມະນູນ, ການຍຶດໝັ້ນການກຳອຳນາດຕາມກົດໝາຍນັ້ນ ກ່ອນອື່ນ ຕ້ອງຍຶດໝັ້ນການກຳອຳນາດຕາມລັດຖະທຳມະນູນ. ຕ້ອງຍຶດໝັ້ນເສັ້ນທາງກົດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຈັດຕັ້ງປະຕິບັດຕາມທິດສະດີກົດໝາຍສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ, ຍຶດໝັ້ນໃນການຊຸກຍູ້ການປົກຄອງປະເທດຕາມກົດໝາຍ ກຳອຳນາດຕາມກົດໝາຍ ແລະ ການບໍລິຫານຕາມກົດໝາຍໄປຄຽງຄູ່ກັນ, ຍຶດໝັ້ນການສ້າງປະເທດທີ່ປົກຄອງຕາມກົດໝາຍ ລັດຖະບານທີ່ບໍລິຫານຕາມກົດໝາຍ ແລະ ສັງຄົມທີ່ຄຸ້ມຄອງຕາມກົດໝາຍ ໃຫ້ເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນ, ເຮັດໃຫ້ທົ່ວສັງຄົມເພີ່ມສະຕິ ແລະ ເສີມສ້າງຄວາມສາມາດໃຫ້ສູງຂຶ້ນຢ່າງຮອບດ້ານໃນການເຄົາລົບກົດໝາຍ ຮຽນຮູ້ກົດໝາຍ ປະຕິບັດຕາມກົດໝາຍ ແລະ ນຳໃຊ້ກົດໝາຍ.

   ກອງປະຊຸມຄົບຄະນະຄັ້ງທີ 4 ສະໄໝທີ 18 ຂອງສູນກາງພັກ ແລະ ກອງປະຊຸມວຽກງານການປົກຄອງປະເທດຕາມກົດໝາຍຢ່າງຮອບດ້ານຂັ້ນສູນກາງ ໄດ້ຄົ້ນຄວ້າບັນຫາການປົກຄອງປະເທດຕາມກົດໝາຍຢ່າງຮອບດ້ານໂດຍຈັດເປັນຫົວຂໍ້ສະເພາະ, ໄດ້ອອກແບບໃນຂັ້ນສູງສຸດ ແລະ ວາງແຜນນະໂຍບາຍສຳຄັນກ່ຽວກັບການສ້າງກົດໝາຍຕາມຫຼັກວິທະຍາສາດ ການປະຕິບັດກົດໝາຍຢ່າງເຂັ້ມງວດ ການດຳເນີນງານດ້ານຕຸລາການຢ່າງຍຸຕິທຳ ແລະ ທົ່ວປວງຊົນເຄົາລົບກົດໝາຍ, ວາງແຜນເປັນເອກະພາບກັນໃນການຊຸກຍູ້ການກໍ່ສ້າງລະບົບລະບຽບກົດໝາຍ ລະບົບການຈັດຕັ້ງປະຕິບັດກົດໝາຍ ລະບົບການຕິດຕາມກວດກາດ້ານກົດໝາຍ ລະບົບຮັບປະກັນດ້ານກົດໝາຍ ແລະ ລະບົບກົດໝາຍຂໍ້ກຳນົດພາຍໃນພັກ.

ພັກໄດ້ເນັ້ນວ່າ: ພື້ນຖານອັນກວ້າງຂວາງທີ່ສຸດ ແລະ ເລິກເຊິ່ງທີ່ສຸດໃນການປົກຄອງປະເທດຕາມກົດໝາຍຢ່າງຮອບດ້ານ ກໍຄືປະຊາຊົນ, ຕ້ອງນຳເອົາວຽກງານທີ່ສະແດງໃຫ້ເຫັນຜົນປະໂຫຍດຂອງປະຊາຊົນ ສ່ອງແສງຄວາມມຸ່ງມາດປາຖະໜາຂອງປະຊາຊົນ ປົກປ້ອງສິດຜົນປະໂຫຍດຂອງປະຊາຊົນ ແລະ ເພີ່ມພູນຄູນສ້າງຄວາມສຸກໃຫ້ກັບປະຊາຊົນນັ້ນໄປຈັດຕັ້ງປະຕີບັດໃຫ້ເປັນຮູບປະທຳໃນບັນດາຂົງເຂດ ແລະ ທົ່ວຂັ້ນຕອນຂອງການປົກຄອງປະເທດຕາມກົດໝາຍຢ່າງຮອບດ້ານ, ຮັບປະກັນ ແລະ ສົ່ງເສີມຄວາມຍຸຕິທຳ ແລະ ຄວາມເປັນທຳທາງສັງຄົມ, ສຸມຄວາມພະຍາຍາມເຮັດໃຫ້ປະຊາຊົນໄດ້ຮູ້ສຶກເຖິງຄວາມຍຸຕິທຳ ແລະ ຄວາມເປັນທຳໃນລະບຽບການກົດໝາຍທຸກປະການ ຂໍ້ຕົກລົງການປະຕິບັດກົດໝາຍທຸກຄັ້ງ ແລະ ຄະດີກົດໝາຍທຸກລາຍ. ພັກໄດ້ນຳພາການບູລະນະໂຄງປະກອບ ແລະ ກົນໄກເພື່ອຮັບປະກັນການປະຕິບັດລັດຖະທຳມະນູນຢ່າງຮອບດ້ານ, ສ້າງລະບຽບການສາບານ ຕົວຕໍ່ໜ້າລັດຖະທຳມະນູນ, ເສີມຂະຫຍາຍຈິດໃຈກົດໝາຍສັງຄົມນິຍົມ, ຍົກສູງຄວາມສາມາດຂອງກົງຈັກລັດໃນການປະຕິບັດໜ້າທີ່ຕຳແໜ່ງຕາມກົດໝາຍ, ຍົກສູງຄວາມສາມາດຂອງພະນັກງານການນຳທຸກຂັ້ນໃນການໝູນໃຊ້ແນວຄິດກົດໝາຍ ແລະ ວິທີກົດໝາຍມາແກ້ໄຂບັນຫາ ແລະ ຊຸກຍູ້ການພັດທະນາ, ເຮັດໃຫ້ທົ່ວສັງຄົມມີສະຕິກົດໝາຍເພີ່ມຂຶ້ນ. ໄດ້ຮັບຮອງລັດຖະທຳມະນູນສະບັບດັດແກ້, ໄດ້ສ້າງປະມວນກົດໝາຍແພ່ງ ກົດໝາຍວ່າດ້ວຍການລົງທຶນຂອງນັກທຸລະກິດຕ່າງປະເທດ ກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດ ກົດໝາຍກວດກາ ແລະກົດໝາຍອື່ນໆ, ປັບປຸງກົດໝາຍວ່າດ້ວຍນິຕິບັນຍັດ ກົດໝາຍວ່າດ້ວຍການປ້ອງກັນປະເທດ ກົດໝາຍວ່າດ້ວຍການອະນຸລັກສິ່ງແວດລ້ອມ ແລະກົດໝາຍອື່ນໆ, ເພີ່ມທະວີການສ້າງກົດໝາຍໃນຂົງເຂດຈຸດສຸມ ຂົງເຂດພັດທະນາໃໝ່ ແລະ ຂົງເຂດທີ່ຕິດພັນກັບຕ່າງປະເທດ, ເລັ່ງລັດບູລະນະລະບົບກົດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນທີ່ມີລັດຖະທຳມະນູນເປັນແກນກາງ. ພັກໄດ້ນຳພາການລົງເລິກການປະຕິຮູບໂຄງປະກອບຕຸລາການໂດຍຖືລະບຽບການຮັບຜິດຊອບທາງຕຸລາການເປັນຈຸດສຸມ, ຊຸກຍູ້ການລົງເລິກການປະຕິຮູບຢ່າງຮອບດ້ານໃນຂົງເຂດການເມືອງ ແລະ ກົດໝາຍ, ເພີ່ມທະວີການຕິດຕາມກວດກາ ແລະ ຜູກມັດການເຄື່ອນໄຫວປະຕິບັດກົດໝາຍ ແລະ ໃນດ້ານຕຸລາການ, ດຳເນີນການສຶກສາອົບຮົມ ແລະ ປັບປຸງຖັນແຖວພະນັກງານການເມືອງ ແລະ ກົດໝາຍ, ດັດແກ້ການຕັດສິນຄະດິີຢ່າງຜິດພາດ ຫຼືບໍ່ເປັນທຳນັ້ນຕາມກົດໝາຍ, ລົງໂທດການກະທຳສໍ້ລາດບັງຫຼວງໃນການປະຕິບັດກົດໝາຍ ແລະ ໃນລະບົບຕຸລາການຢ່າງເຂັ້ມງວດ, ຮັບປະກັນໃຫ້ການປະຕິບັດກົດໝາຍ ແລະ ຕຸລາການມີຄວາມຍຸຕິທຳ ມີຄວາມປອດໃສຂາວສະອາດ ມີປະສິດທິພາບສູງ ແລະ ມີຄວາມສັກສິດ.

ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ລະບົບກົດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໄດ້ຮັບກາປັບປຸງໃຫ້ສົບູນຂຶ້ນຢ່າງບໍ່ຢຸດຢັ້ງ, ການກໍ່ສ້າງປະເທດຈີນທີ່ປົກຄອງຕາມກົດໝາຍໄດ້ຢວ່າງບາດກ້າວອັນໜັກແໜ້ນ, ບົດບາດຂອງການປົກຄອງຕາມກົດໝາຍໃນການຮັບປະກັນໃຫ້ພື້ນຖານມີຄວາມໝັ້ນແກ່ນ ເຮັດໃຫ້ການຄາດໝາຍມີຄວາມໝັ້ນທ່ຽງ ແລະ ມີປະໂຫຍດຕໍ່ການພັດທະນາໃນໄລຍະຍາວນັ້ນໄດ້ເສີມຂະຫຍາຍຕື່ມອີກ, ຄວາມສາມາດຂອງພັກໃນການໝູນໃຊ້ຮູບການປົກຄອງຕາມກົດໝາຍເຂົ້າໃນການນຳພາ ແລະ ບໍລິຫານປະເທດນັ້ນ ໄດ້ເພີ່ມທະວີຂຶ້ນຢ່າງພົ້ນເດັ່ນ.

7. ການກໍ່ສ້າງໃນດ້ານວັດທະນະທຳ

ພາຍຫຼັງດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ພັກໄດ້ຍຶດໝັ້ນໃນການພັດທະນາຄວາມສິວິໄລດ້ານວັດຖຸ ແລະ ຄວາມສິວິໄລດ້ານຈິດໃຈໄປຄຽງຄູ່ກັນ ແລະ ອອກແຮງພັດທະນາວຽກງານທັງສອງດ້ານນີ້, ຊຸກຍູ້ການພັດທະນາວັດທະນະທຳສັງຄົມນິຍົມໃຫ້ຈະເລີນຮຸ່ງເຮືອງ, ໄດ້ກະຕຸ້ນຈິດໃຈແຫ່ງຊາດ, ແລະໄດ້ເຕົ້າໂຮມກຳລັງແຮງຂອງຊາດ. ພ້ອມດຽວກັນນັ້ນ, ກະແສແນວຄິດອັນຜິດພາດຕ່າງໆເຊັ່ນ: ລັດທິບູຊາເງິນ ລັດທິສະເຫວີຍສຸກ ລັດທິເອກະຊົນທີ່ແຮງສຸດ ລັດທິສູນຍະພາບປະຫວັດສາດ ແລະອື່ນໆໄດ້ປາກົດຂຶ້ນບາງຄັ້ງບາງຄາວ, ຫາງສຽງທາງອິນເຕີເນັດໄດ້ມີປາກົດການຫຍໍ້ທໍ້ຕ່າງໆ, ພະນັກງານການນຳຈຳນວນໜຶ່ງມີຫຼັກໝັ້ນການເມືອງທີ່ຄຸມເຄືອ, ບໍ່ມີນ້ຳໃຈຕໍ່ສູ້, ເຊິ່ງໄດ້ກະທົບເຖິງແນວຄິດຂອງປະຊາຊົນ ແລະ ສະພາບແວດລ້ອມດ້ານຫາງສຽງໃນສັງຄົມຢ່າງໜັກໜ່ວງ. ພັກໄດ້ຮັບຮູ້ຢ່າງຖືກຕ້ອງຕໍ່ກັບທ່າອ່ຽງ ກ່ຽວກັບແນວຄິດວັດທະນະທຳໃນຂອບເຂດທົ່ວໂລກໄດ້ສົ່ງຜົນສະທ້ອນໃຫ້ແກ່ກັນ, ແນວຄິດ ແລະ ທັດສະນະໃນສັງຄົມປະເທດພວກເຮົາໄດ້ເກີດມີການປ່ຽນແປງຢ່າງເລິກເຊິ່ງ, ຈຶ່ງໄດ້ເນັ້ນວ່າ: ວຽກງານຮູບຖານຈິດສຳນຶກເປັນວຽກງານທີ່ສ້າງຈິດວິນຍານເພື່ອປະເທດຊາດ ແລະ ປະຊາຊາດ, ຄວາມໝັ້ນໃຈຕົນເອງດ້ານວັດທະນະທຳ ເປັນຄວາມໝັ້ນໃຈຕົນເອງທີ່ເປັນພື້ນຖານກວ່າ ກວ້າງຂວາງກວ່າ ແລະ ເລິກເຊິ່ງກວ່າ, ເປັນກຳລັງແຮງ  ທີ່ພື້ນຖານທີ່ສຸດ ເລິກເຊິ່ງທີ່ສຸດ ແລະ ຍືນຍົງທີ່ສຸດໃນການພັດທະນາຂອງປະເທດໜຶ່ງ ແລະ ຊົນຊາດໜຶ່ງ, ຖ້າບໍ່ມີຄວາມເຊື່ອໝັ້ນຕົນເອງດ້ານວັດທະນະທຳໃນລະດັບສູງ ແລະ ບໍ່ມີຄວາມຈະເລີນຮຸ່ງເຮືອງດ້ານວັດທະນະທຳ ກໍຈະບໍ່ມີການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ. ຕ້ອງຍຶດໝັ້ນທິດທາງການເຮັດວຽກທີ່ຖືປະຊາຊົນເປັນໃຈກາງ, ຊູຄັນທຸງທີ່ຊັດເຈນ, ເຕົ້າໂຮມຈິດໃຈຂອງປະຊາຊົນ, ສ້າງຄົນໃໝ່, ພັດທະນາວັດທະນະທຳ, ສະແດງພາບພົດຂອງຊາດ, ກຳເອົາສິດນຳພາວຽກງານຮູບຖານຈິດສຳນຶກໄວ້ໃຫ້ແໜ້ນ, ສ້າງຮູບຖານຈິດສຳນຶກສັງຄົມນິຍົມທີ່ມີກຳລັງເຕົ້າໂຮມ ແລະ ກຳລັງນຳພາທີ່ເຂັ້ມແຂງ, ສ້າງປະເທດສັງຄົມນິຍົມທີ່ເຂັ້ມແຂງ ໃນດ້ານວັດທະນະທຳ, ກະຕຸ້ນພະລັງຊີວິດໃນການປະດິດສ້າງໃໝ່ດ້ານວັດທະນະທຳຂອງທົ່ວຊົນຊາດ, ສ້າງຈິດໃຈຈີນ ຄ່ານິຍົມຈີນ ແລະ ກຳລັງແຮງຈີນໃຫ້ດີກວ່າເກົ່າ, ປັບປຸງພື້ນຖານແນວຄິດຮ່ວມໃນການສາມັກຄີສູ້ຊົນຂອງທົ່ວພັກ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດໃຫ້ໝັ້ນຄົງ.

 ພັກໄດ້ສຸມໃສ່ແກ້ໄຂບັນຫາການນຳພາຂອງພັກອ່ອນແຮງລົງໃນຂົງເຂດຮູບຖານຈິດສຳນຶກ, ໄດ້ວາງແຜນການກ່ຽວກັບບັນຫາຫຼາຍຢ່າງທີ່ມີລັກສະນະທິດທາງ ແລະ ລັກສະນະຍຸດທະສາດໃນຂົງເຂດຮູບຖານຈິດສຳນຶກ ໂດຍໃຊ້ມາດຕະການທັງສ້າງລະບຽບກົນໄກອັນໃໝ່ ແລະ ຍົກເລີກລະບຽບກົນໄກອັນເກົ່າໄປຄວບຄູ່ກັນ ເພື່ອກຳຈັດແນວຄິດຊຸດໂຊມ ທັງສົ່ງເສີມແນວຄິດບໍລິສຸດຂາວສະອາດ, ສ້າງ ແລະ ຍຶດໝັ້ນລະບຽບການພື້ນຖານກ່ຽວກັບລັດທິມາກມີຖານະເປັນແນວຄິດຊີ້ນຳໃນຂົງເຂດຮູບຖານຈິດສຳນຶກ, ປັບປຸງລະບຽບການວ່າດ້ວຍຄວາມຮັບຜິດຊອບຕໍ່ວຽກງານຮູບການຈິດສຳນຶກໃຫ້ສົມບູນຂຶ້ນ, ຊຸກຍູ້ທົ່ວພັກໃຫ້ລົງມືປະຕິບັດວຽກງານໂຄສະນາແນວຄິດ, ປະຕິບັດຕາມຫຼັກການ “ມີໜ້າທີ່ຮັບຜິດຊອບ, ປະຕິບັດໜ້າທີ່ຕາມຄວາມຮັບຜິດຊອບ ແລະ ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ,” ກ້າຮັບຜິດຊອບ, ກ້າຄຸ້ມຄອງ ແລະ ກ້າຕໍ່ສູ້, ຄັດຄ້ານ ແລະ ຕໍ່ຕ້ານທັດສະນະທີ່ຜິດພາດຊະນິດຕ່າງໆດ້ວຍຫຼັກໝັ້ນອັນຈະແຈ້ງ. ພັກໄດ້ເພີ່ມທະວີວຽກງານໂຄສະນາແນວຄິດໂດຍລົງມືຈາກການໃຫ້ຄວາມກະຈ່າງແຈ້ງກ່ຽວກັບບັນຫາພື້ນຖານ, ຈັດກອງປະຊຸມວຽກງານໂຄສະນາແນວຄິດທົ່ວປະເທດ, ຈັດກອງປະຊຸມສຳມະນາໂດຍແຍກຂົງເຂດວຽກງານຕ່າງໆເຊັ່ນ: ວຽກງານສິລະປະວັນນະຄະດີ, ວຽກງານສື່ມວນຊົນຂອງພັກ, ວຽກງານຄວາມປອດໄພທາງອິນເຕີເນັດ ແລະ ຂໍ້ມູນຂ່າວສານ, ວຽກງານປັດຊະຍາ ແລະ ວິທະຍາສາດສັງຄົມ ແລະ ກອງປະຊຸມວຽກງານແນວຄິດການເມືອງຂອງໂຮງຮຽນຊັ້ນສູງທົ່ວປະເທດ, ໄດ້ຊີ້ແຈງຫຼັກໝັ້ນ ແລະ ຫຼັກການກ່ຽວກັບບັນຫາພື້ນຖານຕ່າງໆ, ໄດ້ໃຫ້ຄວາມກະຈ່າງແຈ້ງກ່ຽວກັບທິດສະດີອັນໃດຜິດອັນໃດຖືກ, ດັດແກ້ທິດທາງດຳເນີນງານໃຫ້ຖືກຕ້ອງ, ຂົງເຂດແນວຄິດວັດທະນະທຳມີທ່ວງທ່າຂະຫຍາຍຕົວໄປສູ່ທິດທາງທີ່ດີ ແລະ ປອດໃສຢ່າງບໍ່ຢຸດຢັ້ງ. ຊຸກຍູ້ການຝຶກຝົນຫຼໍ່ຫຼອມແນວຄິດສະມາຊິກທົ່ວພັກ ສຶກສາອົບຮົມປະຊາຊົນ ແລະ ຊີ້ນຳພຶດຕິກຳຕົວຈິງດ້ວຍທິດສະດີທີ່ປະດິດສ້າງໃໝ່ຂອງພັກ, ລົງເລິກຄົ້ນຄວ້າ ແລະ ກໍ່ສ້າງໃນດ້ານທິດສະດີລັດທິມາກ,  ຊຸກຍູ້ການກໍ່ສ້າງລະບົບຂະແໜງວິຊາ ລະບົບວິຊາການ ແລະ ລະບົບການໂຄສະນາຂອງປັດຊະຍາວິທະຍາສາດສັງຄົມທີ່ມີສີສັນພິເສດຂອງຈີນ. ໃຫ້ຄວາມສຳຄັນຢ່າງສູງຕໍ່ກັບການກໍ່ສ້າງ ແລະ ການປະດິດສ້າງພາຫະນະການເຜີຍແຜ່ໂຄສະນາ, ຊຸກຍູ້ສື່ມວນຊົນໃຫ້ພັດທະນາແບບເຊື່ອມໂຍງເຂົ້າກັນ, ຍົກສູງກຳລັງການເຜີຍແຜ່ໂຄສະນາ ກຳລັງການຊັກຈູງ ອິດທິພົນ ແລະ ຄວາມໜ້າຊື່ຖືຂອງສື່ມວນຊົນ. ສູນກາງພັກໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ, ຫາກບໍ່ສາມາດແກ້ໄຂສິ່ງທ້າທາຍຈາກອິນເຕີເນັດໄດ້, ກໍຈະບໍ່ສາມາດກຳອຳນາດຢ່າງຍາວນານໄດ້. ພັກໃຫ້ຄວາມສຳຄັນຢ່າງສູງຕໍ່ກັບອິນເຕີເນັດທີ່ເປັນທີ່ໝັ້ນຕົ້ນຕໍ ສະໜາມຮົບຕົ້ນຕໍ ແລະ ແນວໜ້າທີ່ສຸດຂອງການຕໍ່ສູ້ດ້ານຮູບຖານຈິດສຳນຶກ, ໄດ້ປັບປຸງໂຄງປະກອບການນຳພາ ແລະ ການຄຸ້ມຄອງອິນເຕີເນັດໃຫ້ສົມບູນ, ຍຶດໝັ້ນຄຸ້ມຄອງບໍລິຫານອິນເຕີເນັດຕາມກົດໝາຍ, ສ້າງພື້ນທີ່ອິນເຕີເນັດທີ່ປອດໃສສະອາດ.

ພັກໄດ້ຍຶດໝັ້ນໃນການນຳພາການກໍ່ສ້າງວັດທະນະທຳດ້ວຍຄ່ານິຍົມຕົ້ນຕໍສັງຄົມນິຍົມ, ເອົາໃຈໃສ່ການຝຶກຝົນຫຼໍ່ຫຼອມພື້ນຖານ ແລະ ຈິດວິນຍານ ດ້ວຍວັດທະນະທຳທີ່ກ້າວໜ້າຂອງສັງຄົມນິຍົມ  ວັດທະນະນຳປະຕິວັດ ແລະ ວັດທະນະທຳອັນເປັນມູນເຊື້ອທີ່ດີງາມຂອງຊົນຊາດຈີນ, ດຳເນີນການໂຄສະນາສຶກສາອົບຮົມ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ແລະ ຄວາມໃຝ່ຝັນຂອງຈີນຢ່າງ ກວ້າງຂວາງ, ຊຸກຍູ້ການສຶກສາອົບຮົມດ້ານອຸດົມການ ແລະ ຄວາມເຊື່ອຖືໃຫ້ຫັນເປັນສະພາບປົກກະຕິ ແລະ ຫັນເປັນລະບຽບການ, ປັບປຸງລະບົບວຽກງານແນວຄິດການເມືອງໃຫ້ສົມບູນຂຶ້ນ, ສ້າງແລະ ບູລະນະລະບຽບການກ່ຽວກັບການມອບກຽດຕິຍົດ ແລະ ຫຼຽນໄຊລະດັບທົ່ວພັກ ແລະ ລະດັບຊາດ, ສ້າງຕັ້ງວັນລະນຶກຜູ້ເສຍສະຫຼະຊີວິດເພື່ອປະເທດຊາດ, ລົງເລິກການສ້າງຄວາມສິວິໄລດ້ານຈິດໃຈທີ່ມີລັກສະນະມະຫາຊົນ, ກໍ່ສ້າງສູນພຶດຕິກຳແຫ່ງການສ້າງຄວາມສິວິໄລໃນຍຸກໃໝ່, ຊຸກຍູ້ກໍ່ສ້າງປະເທດໃຫຍ່ແຫ່ງການຮຽນຮູ້. ພັກໄດ້ຊຸກຍູ້ການຮຽນປະຫວັດສາດຂອງພັກ ປະຫວັດສາດຂອງ ສປ ຈີນ ປະຫວັດສາດຂອງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ແລະ ປະຫວັດສາດການພັດທະນາສັງຄົມນິຍົມ, ໄດ້ສ້າງຫໍພິພິທະພັນປະຫວັດສາດພັກກອມມູນິດຈີນໃຫ້ສຳເລັດ, ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ, ກິດຈະກຳສະເຫຼີມສະຫຼອງວັນຊາດສາທາລະນະລັດປະຊາຊົນຈີນຄົບຮອບ 70 ປີ, ກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 90 ປີ, ກິດຈະກຳມສະເຫຼີມສະຫຼອງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຄົບຮອບ 40 ປີ, ກິດຈະກຳລະນຶກສົງຄາມປະຊາຊົນຈີນຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນແລະ ສົງຄາມຕໍ່ຕ້ານຟາຊິດໂລກໄດ້ຮັບໄຊຊະນະຄົບຮອບ 70 ປີ, ກິດຈະກຳລະນຶກກອງທະຫານອາສາສະໝັກປະຊາຊົນຈີນອອກນອກປະເທດສູ້ຮົບເພື່ອຊ່ວຍເຫຼືອສປປເກົາຫຼີຕໍ່ຕ້ານອາເມຣິກາຄົບຮອບ 70 ປີ ແລະກິດຈະກຳອື່ນໆ, ທັງໝົດເຫຼົ່ານີ້ໄດ້ສະແດງໃຫ້ເຫັນຈິດໃຈຂອງພັກ ແລະ ປະຊາຊົນ, ສະແດງໃຫ້ເຫັນເຖິງອານຸພາບຂອງປະເທດຊາດ ແລະ ກອງທັບຢ່າງແຂງແຮງ, ເປັນການສ້າງກະແສແນວຄິດ ແລະ ວັດທະນະທຳຕົ້ນຕໍທີ່ມີຄວາມໂດດເດັ່ນໃນທົ່ວສັງຄົມ. ພັກໄດ້ຍຶດໝັ້ນໃນການຖືເອົາປະສິດທິຜົນດ້ານສັງຄົມໄວ້ຢູ່ຖານະອັນດັບໜຶ່ງ, ປະສົມປະສານປະສິດທິຜົນດ້ານສັງຄົມ ກັບ ປະສິດທິຜົນດ້ານເສດຖະກິດໃຫ້ເປັນເອກະພາບກັນ, ຊຸກຍູ້ວຽກງານວັດທະນະທຳ ແລະ ອຸດສາຫະກຳວັດທະນະທຳໃຫ້ພັດທະນາຢ່າງຮອບດ້ານ, ເຮັດໃຫ້ການປະດິດຄິດແຕ່ງສິລະປະວັນນະຄະດີແຕກດອກອອກຜົນຢ່າງຈະເລີນງອກງາມ, ບູລະນະລະບົບບໍລິການສາທາລະນະດ້ານວັດທະນະທຳ, ໄດ້ສະໜອງອາຫານດ້ານຈິດໃຈທີ່ດີກວ່າເກົ່າ ແລະ ຫຼາຍກວ່າເກົ່າໃຫ້ປະຊາຊົນ.

ສູນກາງພັກໄດ້ເນັ້ນວ່າ: ວັດທະນະທຳອັນເປັນມູນເຊື້ອທີ່ດີງາມຂອງຊົນຊາດຈີນເປັນທ່າແຮງພົ້ນເດັ່ນຂອງປະຊາຊາດຈີນ, ເປັນພື້ນຖານທີ່ເຮັດໃຫ້ພວກເຮົາມີຖານະໝັ້ນຄົງໃນຂະບວນການແລກປ່ຽນກັນລະຫວ່າງວັດທະນະທຳຕ່າງໆໃນໂລກ, ຕ້ອງສົມທົບກັບເງື່ອນໄຂຍຸກສະໄໝອັນໃໝ່ ເພື່ອສືບທອດ ແລະ ເສີມຂະຫຍາຍໃຫ້ດີ. ພວກເຮົາປະຕິບັດໂຄງການສືບທອດ ແລະ ພັດທະນາວັດທະນະທຳອັນເປັນມູນເຊື້ອທີ່ດີງາມຂອງຊົນຊາດຈີນ, ຊຸກຍູ້ວັດທະນະທຳອັນເປັນມູນເຊື້ອທີ່ດີງາມຂອງຊົນຊາດຈີນໃຫ້ມີການຫັນປ່ຽນແບບປະດິດສ້າງ ແລະ ການພັດທະນາແບບປະດິດສ້າງໃໝ່, ເພີ່ມສະຕິດໃຫ້ປະຊາຊົນໃນທົ່ວສັງຄົມໃນການອະນຸລັກວັດຖຸບູຮານ, ເພີ່ມຄວາມແຮງໃນການອະນຸລັກມໍລະດົກວັດທະນະທຳ. ເລັ່ງລັດກໍ່ສ້າງຄວາມສາມາດການໂຄສະນາເຜີຍແຜ່ໃນສາກົນ, ເລົ່າເລື່ອງລາວຂອງຈີນ ແລະ ເລື່ອງລາວຂອງພັກກອມມູນິດຈີນສູ່ໂລກຟັງໃຫ້ດີ, ເຜີຍແຜ່ສຽງຂອງຈີນໃຫ້ດີ, ຊຸກຍູ້ການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນໃນດ້ານອະລິຍະທຳຂອງມະນຸດ, ກຳລັງໄມ້ອ່ອນ ຫຼື ຊອຟພາວເອີດ້ານວັດທະນະທຳ ແລະ ອິດທິພົນຂອງວັດທະນະທຳຈີນ ໄດ້ເພີ່ມຂຶ້ນຢ່າງເດັ່ນຊັດ.

ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ສະພາບການໃນຂົງເຂດຮູບຖານຈິດສຳນຶກຢູ່ປະເທດພວກເຮົາໄດ້ເກີດມີການປ່ຽນແປງໃນພາກສ່ວນລວມ ແລະ ມີລັກສະນະຂັ້ນພື້ນຖານ. ທົ່ວພັກ ແລະ ປຊົນບັດດາເຜົ່າທົ່ວປະເທດ ມີຄວາມໝັ້ນໃຈຕົນເອງດ້ານວັດທະນະທຳເພີ່ມຂຶ້ນຢ່າງເດັ່ນຊັດ, ຄວາສາມັກຄີ ແລະ ຄວາມສັດທາໃນທົ່ວສັງຄົມໄດ້ເພີ່ມຂຶ້ນຢ່າງຫຼວງຫຼາ, ເຊິ່ງເປັນການສະໜອງການຮັບປະກັນດ້ານແນວຄິດ ແລະ ກຳລັງຈິດໃຈອັນເຂັ້ມແຂງໃຫ້ກັບການສ້າງສະພາບການໃໝ່ຂອງພາລະກິດຂອງພັກ ແລະ ປະເທດຊາດໃນຍຸກໃໝ່.

8. ການກໍ່ສ້າງທາງສັງຄົມ

ພາຍຫຼັງດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ຊີວິດການເປັນຢູ່ຂອງປະຊາຊົນປະເທດພວກເຮົາໄດ້ຮັບການປົວແປງໃຫ້ດີຂຶ້ນຢ່າງພົ້ນເດັ່ນ, ການຄຸ້ມຄອງສັງຄົມໄດ້ຮັບການປັບປຸງໃດ້ດີຂຶ້ນຢ່າງເດັ່ນຊັດ. ພ້ອມດຽວກັນນັ້ນ, ໄປຄຽງຄູ່ກັບການພັດທະນາຂອງຍຸກສະໄໝ ແລະ ຄວາມກ້າວໜ້າທາງສັງຄົມ, ປະຊາຊົນມີຄວາມມຸ່ງຫວັງຢ່າງແຮງກ້າກວ່າເກົ່າທີ່ຢາກມີຊີວິດການເປັນຢູ່ທີ່ດີງາມ, ມີຄວາມຮຽກຮ້ອງຕ້ອງການນັບມື້ນັບເພີ່ມຂຶ້ນໃນດ້ານປະຊາທິປະໄຕ ການປົກຄອງຕາມກົດໝາຍ ຄວາມຍຸຕິທຳ ຄວາມເປັນທຳ ຄວາມປອດໄພ ແລະ ສິ່ງແວດລ້ອມ ເປັນຕົ້ນ. ສູນກາງພັກໄດ້ເນັ້ນວ່າ: ຄວາມມຸ່ງຫວັງຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ທີ່ດີງານ ກໍຄືເປົ້າໝາຍສູ້ຊົນຂອງພວກເຮົາ, ການເພີ່ມຄວາມຜາສຸກໃຫ້ກັບປະຊາຊົນ ກໍແມ່ນຄວາມຮຽກຮ້ອງຕ້ອງການດ້ານທາດແທ້ທີ່ພວກເຮົາຍຶດໝັ້ນໃນການສ້າງພັກເພື່ອສ່ວນລວມ ແລະ ກຳອຳນາດເພື່ອປະຊາຊົນ, ການເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີ ກໍແມ່ນຈຸດເລີ່ມຕົ້ນ ແລະ ຈຸດປະສົງຂອງວຽກງານທຸກຢ່າງຂອງພວກເຮົາ, ການແກ້ໄຂຈຸດອ່ອນດ້ານການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ແລະ ແກ້ໄຂບັນຫາທີ່ປະຊາຊົນມີຄວາມເດືອດຮ້ອນ ຫຍຸ້ງຍາກ ແລະ ມີຄວາມກັງວົນໃຈນັ້ນໃຫ້ດີ ເປັນໜ້າທີ່ອັນຮີບດ່ວນໃນການກໍ່ສ້າງທາງສັງຄົມ. ຕ້ອງຖືເອົາການຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນເປັນຈຸດສຸມໃນການເພີ່ມທະວີການກໍ່ສ້າງທາງສັງຄົມ, ອອກແຮງສຸດຂີດ ແລະ ເຮັດຕາມຄວາມສາມາດ, ແກ້ໄຂບັນຫາໜຶ່ງໃຫ້ຕົກໄປແລ້ວ ແກ້ໄຂອີກບັນຫາໜຶ່ງຕໍ່, ເຮັດແບບນີ້ທຸກປີຢ່າງບໍ່ຢຸດຢັ້ງ, ອອກແຮງຢ່າງຕໍ່ເນື່ອງເຂົ້າໃນວຽກງານຕ່າງໆຄື: ນັກຮຽນນັກສຶກສາສາມາດໄດ້ຮັບການສິດການສອນທີ່ດີ, ຊາວຜູ້ອອກແຮງງານສາມາດມີລາຍຮັບໄດ້ເທົ່າທີ່ຄວນ, ຄົນເຈັບສາມາດໄດ້ຮັບການປິ່ນປົວທີ່ດີິ, ຜູ້ອາຍຸສູງສາມາດໄດ້ຮັບການລ້ຽງດູທີ່ດີ, ປະຊາຊົນສາມາດມີເຮືອນຂອງຕົນໄດ້  ແລະ ກຸ່ມຄົນດ້ອຍໂອກາດສາມາດໄດ້ຮັບການອຸດໜູນ, ເພີ່ມທະວີ ແລະ ປະດິດສ້າງໃໝ່ໃນດ້ານການຄຸ້ມຄອງສັງຄົມ, ເຮັດໃຫ້ປະຊາຊົນມີຄວາມຮູ້ສຶກວ່າໄດ້ຮັບຜົນປະໂຫຍດ ມີຄວາມສຸກ ແລະ ມີຄວາມປອດໄພເພີ່ມຂຶ້ນຫຼາຍກວ່າເກົ່າ ມີການຮັບປະກັນກວ່າເກົ່າ ແລະ ຍືນຍົງກວ່າເກົ່າ.

ພັກໄດ້ຮັບຮູ້ຢ່າງເລິກເຊິ່ງວ່າ: ຈະມີຄວາມອີ່ມໜຳສຳລານແທ້ຫຼືບໍ ສຳຄັນແມ່ນຕ້ອງເບິ່ງພີ່ນ້ອງຊາວບ້ານ; ການແກ້ຂອດຍາກໃນການລຶບລ້າງຄວາມທຸກຍາກ ເປັນໜ້າທີ່ພື້ນຖານຂອງການສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ, ມີພຽງແຕ່ເອົາຊະນະບັ້ນການແກ້ຂອດຍາກໃນການລຶບລ້າງຄວາມທຸກຍາກເທົ່ານັ້ນ ຈິ່ງຈະສາມາດຮັບປະກັນການສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ ແລະ ບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີໜຶ່ງໄດ້; ຕ້ອງມີຄວາມຕັດສິນໃຈທີ່ສູງກວ່າເກົ່າ ມີແລວຄວາມຄິດທີ່ຖືກຕ້ອງແມ່ນຢຳກວ່າເກົ່າ ແລະ ມີມາດຕະການທີ່ເຂັ້ມແຂງກວ່າເກົ່າ, ໃຊ້ມາດຕະການເກີນປົກກະຕິ ໃນການປະຕິບັດໂຄງການແກ້ຂອດຍາກໃນການລຶບລ້າງຄວາມ ທຸກຍາກ. ພັກໄດ້ຍຶດໝັ້ນໃນການຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍທີ່ນ່ນອນ, ຕັ້ງເປົ້າໝາຍວຽກງານຫຼຸດຜ່ອນຄວາມທຸກຍາກຕາມມາດຕະຖານ “ບໍ່ກັງວົນນຳການກິນການນຸ່ງ, ຮັບປະ ກັນການສຶກສາພາກບັງຄັບ ການປິ່ນປົວຂັ້ນພື້ນຖານ ແລະ ການມີເຮືອນຢູ່ອາໄສ”, ປະຕິບັດລະບຽບການຮັບຜິດຊອບແບບ “ໃບປະຕິຍານໃນການປະຕິບັດຕາມຄຳສັ່ງແບບການທະຫານ”, ລະດົມຂົນຂວາຍກຳລັງທົ່ວພັກ ທົ່ວປະເທດ ແລະ ທົ່ວສັງຄົມ, ສາມັກຄີເປັນຈິດໜຶ່ງໃຈດຽວກັນ, ກ້າວເຂົ້າສູ່ແນວຮົບດ້ວຍກຳລັງເກັ່ງກ້າທັງໝົດ, ຜ່ານຜ່າອຸປະສັກທີ່ໃຫຍ່ທີ່ສຸດ, ແກ້ໄຂຂອດຫຍຸ້ງຍາກທີ່ສຸດ, ຈັດຕັ້ງດຳເນີນບັ້ນການແກ້ຂອດຍາກໃນການລຶບລ້າງຄວາມທຸກຍາກທີ່ມີຂະໜາດໃຫຍ່ທີ່ສຸດ ແລະ ມີຄວາມແຂງແຮງທີ່ສຸດໃນປະຫວັດສາດຂອງມະນຸດ, ໄດ້ກຳເນີດໃຫ້ເປັນຈິດໃຈລຶບລ້າງຄວາມທຸກຍາກທີ່ຍິ່ງໃຫຍ່. ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ເມືອງທຸກຍາກ 832 ເມືອງ, ບ້ານທຸກຍາກ 128.000 ບ້ານ ໄດ້ລຶບລ້າງຄວາມທຸກຍາກທັງໝົດ, ປະຊາກອນຜູ້ທຸກຍາກໃນຊົນນະບົດເກືອບ 100 ລ້ານຄົນໄດ້ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກ, ໄດ້ບັນລຸເປົ້າໝາຍຫຼຸດຜ່ອນຄວາມທຸກຍາກຕາມວາລະການພັດທະນາແບບຍືນຍົງປີ 2030 ຂອງອົງການສະຫະປະຊາຊາດໂດຍໄວກວ່າ 10 ປີ, ໄດ້ແກ້ໄຂບັນຫາທຸກຍາກເດັດຖານຢ່າງມີລັກສະນະປະຫວັດສາດ, ແລະໄດ້ສ້າງສິ່ງມະຫັດສະຈັນໃນປະຫວັດການຫຼຸດຜ່ອນຄວາມທຸກຍາກຂອງມວນມະນຸດ.

ໃນປີ 2020, ເມື່ອຜະເຊີນໜ້າກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນຢ່າງກະທັນຫັນ, ສູນກາງພັກໄດ້ວາງນະໂຍບາຍດ້ວຍຄວາມຕັດສິນໃຈອັນເດັດຂາດ, ຮັບມືດ້ວຍຄວາມທຸ່ນທ່ຽງ, ຍຶດໝັ້ນໃນຫຼັກການຖືປະຊາຊົນສຳຄັນກວ່າໝູ່ ແລະ ຖືຊີວິດສຳຄັນກວ່າໝູ່, ໄດ້ມີຂໍ້ຮຽກຮ້ອງລວມທີ່ວ່າ ມີຄວາມໝັ້ນໃຈຢ່າງເດັດດ່ຽວ ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ ປ້ອງກັນ ແລະປິ່ນປົວພະຍາດຕາມຫຼັກວິທະຍາສາດ ແລະ ໃຊ້ນະໂຍບາຍໃຫ້ຖືກກັບເປົ້າໝາຍ, ໄດ້ດຳເນີນບັ້ນຮົບປະຊາຊົນ ບັ້ນຮົບພາກສ່ວນທັງໝົດ ແລະ ບັ້ນການສະກັດກັ້ນ ເພື່ອຕໍ່ຕ້ານພະຍາດໂຄວິດ-19, ໄດ້ວາງແຜນຢ່າງຮັດກຸມຮອບຄອບໃນການດຳເນີນບັ້ນປ້ອງກັນນະຄອນອູຮັ້ນ ແລະ ບັ້ນປ້ອງກັນແຂວງຮູເປີຍ, ເຕົ້າໂຮມກຳລັງແຮງທົ່ວປະເທດເຂົ້າໃນການກອບກູ້ຊີວິດປະຊາຊົນຢ່າງຂະໜາດໃຫຍ່ ແບບບໍ່ເຄີຍມາມາກ່ອນ, ມີສະຕິລະວັງຕົວຢ່າງສະເໝີຕົ້ນສະເໝີປາຍ ໃນການປະຕິບັດມາດຕະການປ້ອງກັນການແຜ່ເຊື້ອຈາກຕ່າງປະເທດ ທັງປ້ອງກັນບໍ່ໃຫ້ເກີດການແຜ່ລະບາດຮອບໃໝ່ຢູ່ພາຍໃນປະເທດ, ຍຶດໝັ້ນໃນການວາງແຜນເປັນເອກະພາບກັນໃນການປ້ອງກັນ-ຄວບຄຸມພະຍາດ ແລະ ການພັດທະນາເສດຖະກິດສັງຄົມ, ໄດ້ປົກປ້ອງຄວາມປອດໄພດ້ານຊີວິດ ແລະ ສຸຂະພາບທາງຮ່າງກາຍຂອງປະຊາຊົນໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ເປັນປະເທດນຳໜ້າກ່ອນໝູ່ໃນທົ່ວໂລກທີ່ສາມາດຄວບຄຸມສະພາບການແຜ່ລະບາດຂອງພະຍາດໃຫ້ໄດ້ ສາມາດຟື້ນຟູກິດຈະການ-ການຜະລິດ ແລະ ສາມາດຟື້ນຟູການພັດທະນາເສດຖະກິດສັງຄົມ, ການຕໍ່ສູ້ຕ້ານກັບພະຍາດໄດ້ຮັບໝາກຜົນລັກສະນະຍຸດທະສາດອັນສຳຄັນ, ໄດ້ສ້າງຈິດໃຈຕ້ານພະຍາດທີ່ຍິ່ງໃຫຍ່.

ເພື່ອຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ໂດຍອີງຕາມທິດທາງທີ່ຍຶດໝັ້ນເສັ້ນເພດານຕ່ຳສຸດ ເນັ້ນຈຸດສຸມ ບູລະນະລະບຽບການ ແລະ ຊີ້ນຳຄາດໝາຍ, ພັກໄດ້ວາງມາດຕະການສຳຄັນຕ່າງໆໃນດ້ານການແບ່ງປັນລາຍໄດ້ ການປະກອບອາຊີບ ການສຶກສາ ການປະກັນສັງຄົມ  ສາທາລະນະສຸກ ການຮັບປະກັນດ້ານເຮືອນຢູ່ ແລະດ້ານອື່ນໆ, ເອົາໃຈໃສ່ເພີ່ມທະວີການກໍ່ສ້າງໂຄງການເພື່ອຊີວິດການເປັນຢູ່ຂອງປະຊາຊົນທີ່ມີລັກສະນະໃຫ້ຜົນປະໂຫຍດທົ່ວເຖິງ ໃຫ້ຜົນປະໂຫຍດພື້ນຖານແລະ ຮັບປະກັນຜົນປະໂຫຍດຕ່ຳສຸດ, ຊຸກຍູ້ການບໍລິການສາທາລະນະຂັ້ນພື້ນຖານໃຫ້ເຂົ້າເຖິງປະຊາຊົນເທົ່າທຽມກັນ. ພວກເຮົາພະຍາຍາມກໍ່ສ້າງລະບົບແບ່ງປັນລາຍໄດ້ທີ່ສ່ອງແສງເຖິງປະສິດທິພາບ ແລະ ສົ່ງເສີມຄວາມຍຸຕິທຳ, ປັບລາຍຮັບທີ່ສູງເກີນໄປ, ຮິບເອົາລາຍຮັບທີ່ຜິດກົດໝາຍ, ເພີ່ມລາຍຮັບໃຫ້ກັບກຸ່ມຄົນທີ່ມີລາຍຮັບຕ່ຳ, ເປີດກວ້າງກຸ່ມຄົນທີ່ມີລາຍຮັບປານກາງຢ່າງໜັກແໜ້ນ, ຊຸກຍູ້ໃຫ້ກຳເນີດເປັນໂຄງສ້າງການແບ່ງປັນລາຍໄດ້ແບບ “ຮູບໄຂ່”, ການເຕີບໂຕດ້ານລາຍໄດ້ຂອງປະຊາຊົນ ມີຈັງຫວະດຽວກັນກັບການເຕີບໂຕດ້ານເສດຖະກິດໂດຍພື້ນຖານ, ຈັງຫວະການເຕີບໂຕດ້ານລາຍໄດ້ຂອງປະຊາຊົນໃນຊົນນະບົດ ໄວກວ່າປະຊາຊົນຕົວເມືອງ. ໄດ້ປະຕິບັດນະໂຍບາຍໃຫ້ບູລິມະສິດແກ່ການປະກອບອາຊີບ, ຊຸກຍູ້ການປະກອບອາຊີບໃຫ້ຫຼາຍກວ່າເກົ່າ ແລະ ມີຄຸນນະພາບສູງກວ່າເກົ່າ. ຈັດຕັ້ງປະຕິບັດທິດທາງຂອງພັກໃນດ້ານການສຶກສາຢ່າງຮອບດ້ານ, ໃຫ້ບູລິມະສິດແກ່ການພັດທະນາວຽກງານການສຶກສາ, ກຳນົດຢ່າງຈະແຈ້ງວ່າ ໜ້າທີ່ພື້ນຖານຂອງການສຶກສາແມ່ນບຳລຸງສ້າງຜູ້ມີຄຸນສົມບັດທີ່ດີ ບຳລຸງສ້າງຜູ້ກໍ່ສ້າງ ແລະ ຜູ້ສືບທອດພາລະກິດສັງຄົມນິຍົມທີ່ມີການພັດທະນາຮອບດ້ານຄື: ຄຸນສົມບັດ ປັນຍາ ພະລະ ສິລະປະ ແລະ ແຮງງານ. ລົງເລິກການປະຕິຮູບ ແລະ ການປະດິດສ້າງໃໝ່ດ້ານການສຶກສາ ແລະ ການຮຽນການສອນ, ສົ່ງເສີມຄວາມຍຸຕິທຳ ແລະ ຍົກສູງຄຸນນະພາບ, ຊຸກຍູ້ການສຶກສາພາກບັງຄັບໃຫ້ມີການພັທະນາຢ່າງສະໝ່ຳສະເໝີ ທັງເຊື່ອມໂຍງຕົວເມືອງ ແລະ ຊົນນະບົດເຂົ້າເປັນອັນໜຶ່ອັນດຽວກັນ, ປະຕິບັດການຮຽນການສອນພາສາ ແລະ ຕົວໜັງສືທີ່ນຳໃຊ້ໂດທົ່ວໄປຂອງຊາດຢ່າງຮອບດ້ານ, ປັບປຸງະຖາບັນຝຶກອົບຮົມວິຊາຮຽນນອກໂຮງຮຽນ ໃຫ້ເປັນລະບຽບແບບແຜນ, ຕັ້ງໜ້າພັດທະນາອາຊີວະສຶກສາ, ຊຸກຍູ້ການສຶກສາຊັ້ນສູງໃຫ້ມີການພັດທະນາໂດຍການປະດິດສ້າງແບບໃນໂຕ, ຊຸຍູ້ການສ້າງປະເທດເຂັ້ມແຂງດ້ານການສຶກສາ, ພັດທະນາການສຶກສາທີ່ປະຊາຊົນເພິ່ງພໍໃຈ. ປະເທດພວກເຮົາໄດ້ສ້າງລະບົບປະກັນສັງຄົມທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກໃຫ້ສຳເລັດ, ປະຊາຊົນ 1,02 ຕື້ຄົນມີປະກັນໄພບຳນານຂັ້ນພື້ນຖານ, ປະຊາຊົນ 1,36 ຕື້ຄົນມີປະກັນສຸຂະພາບຂັ້ນພື້ນຖານ. ໄດ້ຊຸກຍູ້ການກໍ່ສ້າງປະເທດຈີນທີ່ມີສຸຂະພາບຢ່າງຮອບດ້ານ, ຍຶດໝັ້ນທິດທາງທີ່ຖືການປ້ອງກັນເປັນຫຼັກ, ລົງເລິກການປະຕິຮູບໂຄງປະກອບສາທາລະນະສຸກ, ຊັກນຳການຫັນຈຸດສຸມວຽກງານສາທາລະນະສຸກ ແລຊັບພະຍາກອນດ້ານການແພດລົງສູ່ຮາກຖານ, ຊຸກຍູ້ການບູລະນະໂຄງປະກອບ ແລະ ກົນໄກປ້ອງກັນ ແລະ ຄວບຄຸມພະຍາດຕິດແປດຮ້າຍແຮງຢ່າງທັນການ, ບູລະນະລະບົບຄຸ້ມຄອງເຫດການສຸກເສີນດ້ານສາທາລະນະສຸກແຫ່ງຊາດ, ຊຸກຍູ້ການສືບທອດ ການປະດິດສ້າງໃໝ່ ແລະ ການພັດທະນາແພດແຜນຈີນ ແລະ ຢາພື້ນເມືອງຈີນ, ບູລະນະລະບົບບໍລິການສາທາລະນະສຸກທີ່ປົກຄຸມຕົວເມືອງ ແລະ ຊົນນະບົດຢ່າງທົ່ວເຖິງນັ້ນໃຫ້ສົມບູນຂຶ້ນ. ເລັ່ງລັດການສ້າງປະເທດເຂັ້ມແຂງດ້ານກິລາໃຫ້ໄວຂຶ້ນ, ດຳເນີນການເຄື່ອນໄຫວອອກກຳລັງກາຍທົ່ວປວງຊົນຢ່າງກວ້າງຂວາງ, ອອກແຮງເຊີດຊູຈິດໃຈກິລາຊາດຈີນ. ເພີ່ມທະວີການຄົ້ນຄວ້າຍຸດທະສາດການພັດທະນາປະຊາກອນ, ຕັ້ງໜ້າຮັບມືກັບບັນຫາອັດຕາສ່ວນຜູ້ເຖົ້າເພີ່ມຂຶ້ນ, ເລັ່ງລັດກໍ່ສ້າງລະບົບບໍລິການລ້ຽງດູຜູ້ເຖົ້າ, ປັບປຸງນະໂຍບາຍກຳເນີດໃຫ້ດີຂຶ້ນ, ຊຸກຍູ້ການພັດທະນາປະຊາກອນໃຫ້ດຸນດ່ຽງ ແລະ ສະໝ່ຳສະເໝີຢ່າງຍາວນານ. ເອົາໃຈໃສ່ການສຶກສາໃນຄອບຄົວ ແລະ ການສ້າງແບບແຜນທີ່ດີໃນຄອບຄົວ, ປົກປ້ອງສິດທິຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ. ເລັ່ງລັດພັດທະນາວຽກງານຄົນພິການໃຫ້ໄວຂຶ້ນ. ຍຶດໝັ້ນໃນຫຼັກການທີ່ເອົາເຮືອນເປັນທີ່ຢູ່ພັກເຊົາ, ຫາກບໍ່ແມ່ນເພື່ອຫາຜົນກຳໄລ, ເລັ່ງລັດສ້າງລະບຽບການເຮືອນຢູ່ທີ່ມີຜູ້ສະໜອງຫຼາຍຝ່າຍ ມີການຮັບປະກັນຈາກຫຼາຍຊ່ອງທາງ ມີການໃຫ້ເຊົ່າ ແລະ ການໃຫ້ຊື້ໄປພ້ອມກັນ, ເພີ່ມງົບປະມານໃນການສ້າງເຮືອນນະໂຍບາຍໃຫ້ຫຼາຍຂຶ້ນ, ເງື່ອນໄຂດ້ານເຮືອນຢູ່ຂອງປະຊາຊົນໃນຕົວເມືອງ ແລະ ຊົນນະບົດໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງເດັ່ນຊັດ.

    ໂດຍສຸມໃສ່ເປົ້າໝາຍທີ່ເຮັດໃຫ້ປະເທດຊາດມີຄວາມສະຫງົບຖາວອນ ປະຊາຊົນຢູ່ເຢັນເປັນສຸກ ແລະ ສ້າງປະເທດຈີນທີ່ມີຄວາມສະຫງົບໃນລະດັບສູງກວ່າເກົ່າ, ພັກໄດ້ບູລະນະລະບົບຄຸ້ມຄອງສັງຄົມ, ບູລະນະນະລະບົບຄຸ້ມຄອງຂັ້ນຮາກຖານໃນຕົວເມືອງ ແລະ ຊົນນະບົດ ໂດຍປະສົມປະສານການຄຸ້ມຄອງຕົນເອງ ການຄຸ້ມຄອງຕາມກົດໝາຍ ແລະ ການຄຸ້ມຄອງດ້ວຍສິນທຳ ທີ່ນຳພາໂດຍອົງການພັກ, ຊຸກຍູ້ໃຫ້ຫັນຈຸດສຸມຂອງການຄຸ້ມຄອງສັງຄົມລົງສູ່ຮາກຖານ, ສ້າງລະບຽບການຄຸ້ມຄອງສັງຄົມຕາມທິດສ້າງສາຮ່ວມກັນ ຄຸ້ມຄອງຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ, ສ້າງປະຊາຄົມຮ່ວມຄຸ້ມຄອງສັງຄົມທີ່ທຸກຄົນມີຄວາມຮັບຜິດຊອບ ທຸກຄົນປະຕິບັດຕາມຄວາມຮັບຜິດຊອບ ແລະ ເປັນຂອງທຸກຄົນ. ເພີ່ມທະວີວຽກງານຕ້ານໄພ ກູ້ໄພ ແລະ ການຜະລິດຢ່າງປອດໄພ, ເພີ່ມທະວີການສ້າງລະບົບ ແລະ ຄວາມສາມາດຂອງການຄຸ້ມຄອງເຫດການສຸກເສີນແຫ່ງຊາດ. ຍຶດໝັ້ນ ແລະ ພັດທະນາ “ບົດຮຽນເຟີ່ງຊຽວ” ໃນຍຸກໃໝ່, ຍຶດໝັ້ນການຄຸ້ມຄອງຢ່າງເປັນລະບົບ ການຄຸ້ມຄອງຕາມກົດໝາຍ  ການຄຸ້ມຄອງແບບສັງລວມ ແລະ ການຄຸ້ມຄອງແຫຼ່ງກຳເນີດ, ບູລະນະລະບຽບການຮັບການຮ້ອງຟ້ອງຂອງປະຊາຊົນ, ບູລະນະກົນໄກສັງລວມກ່ຽວກັບການປ້ອງກັນ ສືບສວນ ແກ້ໄຂ ແລະ ໄກ່ເກ່ຍ ຂໍ້ຂັດແຍ້ງໃນສັງຄົມດ້ວຍຫຼາຍຊ່ອງທາງ, ເພີ່ມທະວີການຄຸ້ມຄອງຄວາມສະຫງົບທາງສັງຄົມໂດຍສັງລວມ, ດຳເນີນບັ້ນ ການປາບປາມກຸ່ມແກ້ງອາຊະຍາກຳໂດຍສະເພາະ, ລົງວິໄນສະມາຊິກພັກ ແລະ ພະນັກງານທີ່ປ່ອຍປະລະເລີຍ ຫຼືຍິ່ງໄປກວ່ານັ້ນ ຍອມເປັນຜູ້ປົກປ້ອງອິດທິກຳລັງກຸ່ມແກ້ງອາຊະຍາກຳ, ປ້ອງກັນ ແລະ ປາບປາມການກໍ່ການຮ້າຍດ້ວຍຄວາມຮຸນແຮງ ອາຊະຍາກຳທາງອິນເຕີເນັດແບບໃໝ່ ແລະ ອາລະຍາກຳຂ້າມຊາດ.

ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ການກໍ່ສ້າງທາງສັງຄົມຂອງປະເທດພວກເຮົາໄດ້ເພີ່ມທະວີຂຶ້ນຢ່າງຮອບດ້ານ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບກາປັບປຸງໃຫ້ດີຂຶ້ນຢ່າງຮອບດ້ານ, ລະດັບການຄຸ້ຄອງສັງຄົມແບບມີສ່ວນຮ່ວມຈາກສັງຄົມ ຄຸ້ມຄອງຕາມກົດໝາຍ ຫັນເປັນແບບອັດສະລີຍະ ແລະ ລັກສະນະວິຊາການໄດ້ຍົກສູງຂຶ້ນຢ່າງຫຼວງຫຼາຍ, ໄດ້ພັດທະນາໃຫ້ມີສະພາບທີ່ດີງາມຄື: ປະຊາຊົນຢູ່ເຢັນເປັນສຸກ ສັງຄົມປອດໄພສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເປັນການສືບຕໍ່ສ້າງສິ່ງມະຫັດສະຈັນທີ່ສັງຄົມມີສະຖຽນລະພາບຢ່າງຍາວນານ.

9. ການກໍ່ສ້າງໃນດ້ານຄວາມສິວິໄລລະບົບນິເວດ

ພາຍຫຼັງດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ພັກໄດ້ໃຫ້ຄວາມສຳຄັນນັບມື້ນັບ ຫຼາຍຂຶ້ນໃນການອະນຸລັກສິ່ງແວດລ້ອມນິເວດ. ພ້ອມດຽວກັນນັ້ນ, ການສ້າງຄວາມສິວິໄລດ້ານນິເວດ ຍັງຄົງເປັນຈຸດອ່ອນອັນພົ້ນເດັ່ນ,  ຄວາມກົດດັນໃນດ້ານຊັບພະຍາກອນ ແລະ ສິ່ງແວດລ້ອມເພີ່ມຂຶ້ນ, ລະບົບນິເວດຊຸດໂຊມລົງ ແລະ ບັນຫາອື່ນໆນັບມື້ນັບພົ້ນເດັ່ນຂຶ້ນ, ໂດຍສະເພາະມົນລະພິດ ທາງສິ່ງແວດລ້ອມປະເພດຕ່າງໆ ແລະ ການທຳລາຍສິ່ງແວດລ້ອມນິເວດ ໄດ້ປາກົດມີທ່ວງທ່າເກີດຂຶ້ນຢ່າງ ຫຼວງຫຼາຍ ຈົນໄດ້ສ້າງຄວາມເສຍຫາຍໃຫ້ກັບທີ່ດິນແຫ່ງຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ຖ້າວ່າບໍ່ເລັ່ງລັດປ່ຽນແປງທ່າອ່ຽງທີ່ສິ່ງແວດລ້ອມນິເວດຊຸດໂຊມລົງ, ກໍຈະຕ້ອງເສຍຄ່າຕອບແທນອັນໜັກໜ່ວງທີ່ສຸດຢ່າງແນ່ນອນ. ສູນກາງພັກໄດ້ເນັ້ນວ່າ: ການສ້າງຄວາມສິວິໄລດ້ານນິເວດເປັນພາລະກິດພື້ນຖານທີ່ຕິດພັນກັບການພັດທະນາແບບຍືນຍົງຖາວອນຂອງປະຊາຊາດຈີນ, ການອະນຸລັກສິ່ງແວດລ້ອມນິເວດ ກໍແມ່ນການອະນຸລັກກຳລັງການຜະລິດ, ການປັບປຸງສິ່ງແວດລ້ອມນິເວດໃຫ້ດີ ກໍແມ່ນການພັດທະນາກຳລັງການຜະລິດ, ເດັດຂາດຈະບໍ່ນຳເອົາການທຳລາຍສິ່ງແວດລ້ອມມາແລກເອົາການເຕີບໂຕດ້ານເສດຖະກິດໃນໄລຍະຊົ່ວຄາວ.  ຕ້ອງຍຶດໝັ້ນແນວຄວາມຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”, ຍຶດໝັ້ນໃນການອະນຸລັກພູຜາແມ່ນ້ຳ ປ່າໄມ້ ໜອງບຶງ ທົ່ງນາ ທົ່ງຫຍ້າ ແລະ ທະເລຊາຍໃຫ້ເປັນອັນໜຶ່ງອັນດຽວກັນ ແລະ ຄຸ້ມຄອງຢ່າງເປັນລະບົບ, ອະນຸລັກສິ່ງແວດລ້ອມນິເວດປານຮັກສາດວງຕາຂອງຕົນ, ປະຕິບັດຕໍ່ສິ່ງແວດລ້ອມນິເວດປານປະຕິບັດຕໍ່ຊີວິດຂອງຕົນ, ມີສະຕິຕື່ນຕົວຫຼາຍ ກວ່າເກົ່າໃນການຊຸກຍູ້ການພັດທະນາສີຂຽວ ການພັດທະນາແບບໝູນວຽນ ແລະ ການພັດທະນາແບບກາກບອນຕ່ຳ, ຍຶດໝັ້ນເດີນຕາມເສັ້ນທາງພັດທະນາຄວາມສິວິໄລທີ່ການຜະລິດມີການພັດທະນາ ຊີວິດຮັ່ງມີ ແລະ ສິ່ງແວດລ້ອມນິເວດດີງາມ.

ພັກໄດ້ສຸມຄວາມພະຍາຍາມຢ່າງຮອບດ້ານເຂົ້າໃນດ້ານແນວຄິດ ກົດໝາຍ ໂຄງປະກອບ ການຈັດຕັ້ງ ແລະ ແບບແຜນ, ເພີ່ມທະວີການອະນຸລັກສິ່ງແວດລ້ອມນິເວດຢ່າງຮອບທິດ ກວມທົ່ວເຂດແຄວ້ນ ແລະ ທົ່ວຂັ້ນຕອນ, ຊຸກຍູ້ການກຳນົດເສັ້ນເພດານຕ່ຳສຸດ ແຫ່ງການອະນຸລັກສິ່ງແວດລ້ອມນິເວດ ເສັ້ນເພດານຕ່ຳສຸດແຫ່ງຄຸນນະພາບສິ່ງແວດລ້ອມ ແລະ ເສັ້ນເພດານສູງສຸດແຫ່ງການນຳໃຊ້ຊັບພະຍາກອນ, ດຳເນີນວຽກງານຕ່າງໆທີ່ເປັນພື້ນຖານ ມີຫົວຄິດປະດິດສ້າງ ແລະເປັນປະໂຫຍດຍາວນານ. ພັກໄດ້ຈັດຕັ້ງປະຕິບັດຍຸດທະສາດກ່ຽວກັບເຂດບົດບາດຕົ້ນຕໍ, ສ້າງ ແລະ ບູລະນະລະບຽບການຕ່າງໆ ເຊັ່ນ: ລະບຽບການກຳມະສິດຂອງຊັບສິນທີ່ເປັນຊັບພະຍາກອນທຳມະຊາດ, ລະບຽບການພັດທະນາ ແລະ ອະນຸລັກພື້ນທີ່ເທິງທີ່ດິນແຫ່ງຊາດ, ລະບຽບການປະເມີນ ແລະ ກວດສອບເປົ້າໝາຍການສ້າງຄວາມສິວິໄລດ້ານນິເວດ ພ້ອມດ້ວຍລະບຽບການທາວຫາຄວາມຮັບຜິດຊອບ, ລະບຽບການຊົດເຊີຍດ້ານສິ່ງແວດລອມນິເວດ, ລະບຽບການຫົວໜ້າຜູ້ຄຸ້ມຄອງແມ່ນ້ຳລຳເຊ ແລະ ຫ້ວຍໜອງຄອງບຶງ, ລະບຽບການຫົວໜ້າຜູ້ຄຸ້ມຄອງປ່າໄມ້, ລະບຽບການກ່ຽວກັບ “ພັກ-ລັດມີຄວາມຮັບຜິດຊອບຮ່ວມກັນ” ແລະ “ຕຳແໜ່ງດຽວມີຄວາມຮັບຜິດຊອບສອງຢ່າງ” ໃນການອະນຸລັກສິ່ງແວດລ້ອມ ແລະອື່ນໆ, ສ້າງ ແລະ ປັບປຸງກົດໝາຍຂໍ້ກຳນົດທີ່ກ່ຽວຂ້ອງ. ປັບປຸງສະພາບການພັດທະນາ ແລະ ອະນຸລັກພື້ນທີ່ເທິງທີ່ດິນແຫ່ງຊາດໃຫ້ດີຂຶ້ນ, ສ້າງລະບົບເຂດສະຫງວນທຳມະຊາດ ທີ່ຖືສວນສາທາລະນະແຫ່ງຊາດເປັນຫຼັກ, ດຳເນີນການປູກຕົ້ນໄມ້ຕົ້ນຫຍ້າຢ່າງຂະໜາດໃຫຍ່ ແລະ ຕໍ່ເນື່ອງ, ເພີ່ມທະວີການອະນຸລັກ ແລະ ປົວແປງຢ່າງເປັນລະບົບຕໍ່ສິ່ງແວດລ້ອມນິເວດຂອງແມ່ນ້ຳໃຫຍ່ ໜອງບຶງ ແລະ ດິນທາມທີ່ສຳຄັນ ກໍຄືແລວຝັ່ງທະເລ, ເພີ່ມຄວາມແຮງໃນການອະນຸລັກ ແລະ ຟື້ນຟູລະບົບນິເວດ, ເພີ່ມທະວີການອະນຸລັກຊີວະນານາພັນ, ຊຸກຍູ້ໃຫ້ຈໍ່ຕົວເປັນສະພາບການ ໂຄງສ້າງອຸດສາຫະກຳ ຮູບການຜະລິດ ແລະ ວິຖີດຳລົງຊີວິດຂອງການປະຢັດຊັບພະຍາກອນ ແລະ ອະນຸລັກສິ່ງແວດລ້ອມ. ພັກໄດ້ນຳພາການສຸມກຳລັງເຂົ້າໃນການຍາດເອົາໄຊຊະນະໃນບັ້ນການແກ້ຂອດຍາກໃນການປ້ອງກັນ ແລະ ປົວແປງມົນລະພິດ, ລົງເລິກຈັດຕັ້ງປະຕິບັດແຜນການດຳເນີນງານຂະໜາດໃຫຍ່ 3 ປະການຄື: ປ້ອງກັນ ແລະ ປົວແປງມົນລະພິດດ້ານອາກາດ ນ້ຳ ແລະ ດິນ, ຍາດເອົາໄຊຊະນະໃນບັ້ນການປົກປ້ອງທ້ອງຟ້າສີຄາມ ນ້ຳໃສ ແລະ ດິນສະອາດ, ດຳເນີນການປົວແປງສິ່ງແວດລ້ອມທີ່ຢູ່ອາໄສຂອງຊົນນະບົດ, ເກືອດຫ້າມການນຳເຂົ້າຂີ້ເຫຍື້ອຈາກຕ່າງປະເທດ ຢ່າງຮອບດ້ານ. ດຳເນີນການຕິດຕາມກວດກາວຽກງານອະນຸລັກສິ່ງແວດລ້ອມນິເວດຂັ້ນສູນກາງ, ເດັດດ່ຽວສືບສວນ ແລະ ລົງໂທດຜູ້ກະທຳຜິດໃນຄະດີລາຍໃຫຍ່ຈຳນວນໜຶ່ງ ກ່ຽວກັບການທຳລາຍສິ່ງແວດລ້ອມນິເວດ, ແກ້ໄຂບັນຫາພົ້ນເດັ່ນໃນດ້ານສິ່ງແວດລ້ອມຈຳນວນ ໜຶ່ງທີ່ປະຊາຊົນມີຫາງສຽງແຮງຫຼາຍ. ປະເທດພວກເຮົາ ໄດ້ຕັ້ງໜ້າເຂົ້າຮ່ວມການປົວແປງສິ່ງແວດລ້ອມ ແລະ ດິນຟ້າອາກາດຂອງໂລກ, ໄດ້ໃຫ້ຄຳໝັ້ນສັນຍາອັນໜັກແໜ້ນທີ່ພະຍາຍາມສູ້ຊົນໃຫ້ບັນລຸ ເປົ້າໝາຍການລະບາຍກາກບອນໃຫ້ເຖິງຈຸດສູງສຸດກ່ອນປີ 2030 ແລະ ບັນລຸການປອດການປ່ອຍ ກາກບອນກ່ອນປີ 2060, ອັນໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງຈີນ ໃນຖານະເປັນປະເທດໃຫຍ່.

ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ສູນກາງພັກໄດ້ອອກແຮງດຳເນີນການສ້າງຄວາມສິວິໄລດ້ານນິເວດ ແບບບໍ່ເຄີຍມີມາກ່ອນ, ທົ່ວພັກ ທົ່ວປະເທດມີສະຕິຕື່ນຕົວ ແລະ ຄວາມເປັນເຈົ້າການຫຼາຍຂຶ້ນຢ່າງພົ້ນເດັ່ນໃນການຊຸກຍູ້ການພັດທະນາສີຂຽວ, ການສ້າງປະເທດຈີນທີ່ສວຍງາມໄດ້ຢວ່າງບາດກ້າວສຳຄັນ, ການອະນຸລັກສິ່ງແວດລ້ອມນິເວດຢູ່ປະເທດພວກເຮົາໄດ້ເກີດມີການປ່ຽແປງທີ່ມີລັກສະນະປະຫວັດສາດ ລັກສະນະບາດລ້ຽວ ແລະ ລັກສະນະພາກສ່ວນລວມ.

10. ການກໍ່ສ້າງໃນດ້ານການປ້ອງກັນປະເທດ ແລະ ກອງທັບ

ພາຍຫຼັງດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ລະດັບການຫັນເປັນປະຕິວັດ ຫັນເປັນທັນສະໄໝ ແລະ ຫັນເປັນແບບແຜນຂອງກອງທັບປະຊາຊົນໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ກຳລັງຕົວຈິງດ້ານການປ້ອງກັນປະເທດໄດ້ນັບມື້ນັບເພີ່ມທະວີຂຶ້ນ, ເຊິ່ງໄດ້ສະໜອງການຮັບປະກັນຄວາມປອດໄພທີ່ໄວ້ໃຈໄດ້ໃຫ້ກັບການປະຕິຮູບ ການພັດທະນາ ແລະ ການຮັກສາຄວາມສະຫງົບຂອງຊາດ. ສູນກາງພັກໄດ້ເນັ້ນວ່າ: ຖ້າຢາກສ້າງປະເທດທີ່ເຂັ້ມແຂງ ຕ້ອງສ້າງກອງທັບທີ່ເຂັ້ມແຂງ, ກອງທັບມີຄວາມເຂັ້ມແຂງ, ປະເທດ ຈຶ່ງມີຄວາມໝັ້ນຄົງໄດ້, ຕ້ອງກໍ່ສ້າງການປ້ອງກັນປະເທດທີ່ໝັ້ນຄົງ ແລະ ກອງທັບປະຊາຊົນທີ່ເຂັ້ມແຂງ ໃຫ້ສອດຄ່ອງກັບຖານະບົດບາດໃນເວທີສາກົນຂອງປະເທດພວກເຮົາ ທັງສອດຄ່ອງກັບຄວາມໝັ້ນຄົງແຫ່ງຊາດ ແລະ ຜົນປະໂຫຍດດ້ານການພັດທະນາ.

ພັກໄດ້ວາງເປົ້າໝາຍການສ້າງກອງທັບໃຫ້ເຂັ້ມແຂງ ໃນຍຸກໃໝ່, ກຳນົດແນວທາງຍຸດທະສາດການທະຫານໃນຍຸກໃໝ່, ສ້າງຍຸດທະສາດ “3 ບາດກ້າວ” ອັນໃໝ່ກ່ຽວກັບການຫັນເປັນທັນສະໄໝຂອງການປ້ອງກັນປະເທດ ແລະ ກອງທັບຄື: ເມື່ອຮອດປີ 2027 ບັນລຸເປົ້າໝາຍສູ້ຊົນໃນການສ້າງຕັ້ງກອງທັບຄົບຮອບ 100 ປີ, ຮອດປີ 2035 ບັນລຸເປົ້າໝາຍການຫັນເປັນທັນສະໄໝຂອງການປ້ອງກັນປະເທດ ແລະ ກອງທັບໂດຍພື້ນຖານ, ຮອດກາງສະຕະວັດນີ້ ສ້າງກອງທັບລະດັບໜຶ່ງຂອງໂລກໃຫ້ສຳເລັດຢ່າງຮອບດ້ານ, ຊຸກຍູ້ການສ້າງກອງທັບດ້ວຍການເມືອງ, ສ້າງກອງທັບໃຫ້ເຂັ້ມແຂງຜ່ານການປະຕິຮູບ,  ສ້າງກອງທັບໃຫ້ເຂັ້ມແຂງຜ່ານວິທະຍາສາດ-ເຕັກໂນໂລຊີ, ສ້າງກອງທັບໃຫ້ເຂັ້ມແຂງດ້ວຍຜູ້ມີຄວາມຮູ້ຄວາມສາມາດ ແລະ ບໍລິຫານກອງທັບຕາມກົດໝາຍ, ເລັ່ງລັດການຫັນເປັນທັນສະໄໝໃນດ້ານທິດສະດີການທະຫານ, ການຫັນເປັນທັນສະໄໝດ້ານຮູບແບບການຈັດຕັ້ງກອງທັບ, ການຫັນເປັນທັນສະໄໝດ້ານບຸກຄະລາກອນການທະຫານ ແລະ ການຫັນເປັນທັນສະໄໝດ້ານອາວຸດຍຸດໂທປະກອນ, ເລັ່ງລັດການພັດທະນາແບບເຊື່ອມໂຍງການຫັນເປັນກົນຈັກ ຫັນເປັນຂໍ້ມູນຂ່າວສານ ແລະ ຫັນເປັນອັດສະລີຍະ, ເພີ່ມທະວີການຝຶກຊ້ອມທະຫານ ແລະ ກຽມພ້ອມເພື່ອສູ້ຮົບຢ່າງຮອບດ້ານ, ຍຶດໝັ້ນໃນການເດີນຕາມເສັ້ນທາງສ້າງກອງທັບໃຫ້ເຂັ້ມແຂງທີ່ມີສີສັນພິເສດຂອງຈີນ.

 ການສ້າງກອງທັບປະຊາຊົນໃຫ້ເຂັ້ມແຂງນັ້ນ, ສິ່ງສຳຄັນອັນດັບໜຶ່ງກໍຄື ຍຶດໝັ້ນຫຼັກການ ແລະລະບຽບການພື້ນຖານ ທີ່ການນຳພາຂອງພັກແບບເດັດຖານທີ່ມີຕໍ່ກອງທັບປະຊາຊົນນັ້ນຢ່າງໝັ້ນໜຽວບໍ່ຫວັ່ນໄຫວຄອນແຄນ, ຍຶດໝັ້ນວ່າ ສິດນຳພາ ແລະ ສິດບັນຊາການສູງສຸດຕໍ່ກອງທັບປະຊາຊົນ ແມ່ນເປັນຂອງສູນກາງພັກ ແລະ ຄະນະກຳມະການການທະຫານສູນກາງ, ລົງເລິກຈັດຕັ້ງປະຕິບັດລະບຽບການຮັບຜິດຊອບຂອງປະທານຄະນະກຳມະການການທະຫານຢ່າງຮອບດ້ານ. ເຄີຍມີໄລຍະໜຶ່ງ, ໄດ້ປາກົດມີບັນຫາພົ້ນເດັ່ນຄື ການນຳພາຂອງພັກທີ່ມີຕໍ່ກອງທັບປະຊາຊົນໄດ້ອ່ອນແອລົງ, ຖ້າບໍ່ແກ້ໄຂຢ່າງສິ້ນເຊີງ, ບໍ່ພຽງແຕ່ຈະກະທົບເຖິງກຳລັງສູ້ຮົບເທົ່ານັ້ນ, ແຕ່ຍັງຕິດພັນກັບຫຼັກການການເມືອງອັນສຳຄັນຄື: ພັກເປັນຜູ້ຊີ້ນຳນຳພາກອງທັບ. ສູນກາງພັກ ແລະ ຄະນະກຳມະການການທະຫານສູນກາງ ໄດ້ສຸມຄວາມພະຍາຍາມສຸດຂີດໃນການຄຸ້ມຄອງກອງທັບຢ່າງເຂັ້ມງວດຮອບດ້ານ, ຈັດວາງມາດຕະການຢ່າງເດັດຂາດ ເພື່ອປັບປຸງລະບຽບວິໄນທາງການເມືອງຂອງກອງທັບປະຊາຊົນໃຫ້ເຂັ້ມງວດ, ໄດ້ຈັດກອງປະຊຸມວຽກງານການເມືອງທົ່ວກອງທັບຢູ່ເມືອງກູທຽນ, ໄດ້ວາງແຜນນະໂຍບາຍກ່ຽວກັບການສ້າງກອງທັບດ້ວຍການເມືອງໃນຍຸກໃໝ່, ຟື້ນຟູ ແລະ ເສີມຂະຫຍາຍມູນເຊື້ອທີ່ມີກຽດສະຫງ່າ ແລະ ແບບແຜນທີ່ດີຂອງພັກ ແລະ ກອງທັບພວກເຮົາ, ຊຸກຍູ້ການປັບປຸງອົບຮົມສັ່ງສອນດ້ານການເມືອງດ້ວຍຈິດໃຈປັບປຸງແບບແຜນຢູ່ຢຽນອ່ານ, ເພີ່ມທະວີການນຳພາຂອງພັກ  ແລະ ການກໍ່ສ້າງພັກໃນກອງທັບຢ່າງຮອບດ້ານ, ລົງເລິກຊຸກຍູ້ການສ້າງແບບແຜນທີ່ດີ ແລະ ການບໍລິຫານແບບປອດໃສຂາວສະອາດ ກໍຄືການຕໍ່ຕ້ານການສໍ້ລາດບັງຫຼວງຢູ່ໃນກອງທັບ, ໄດ້ສືບສວນຄະດີກ່ຽວກັບການກະທຳຜິດລະບຽບວິໄນ ແລະ ຜິດກົດໝາຍອັນໜັກໜ່ວງ ໂດຍໄດ້ລົງໂທດພວກກະທຳຜິດຕ່າງໆເຊັ່ນ: ໂກ່ວໂປຊົງ, ຊວີຊາຍໂຮ້, ຟາງເຟີ່ງຮຸ່ຍ, ຈ່າງຢາງ ແລະຜູ້ອື່ນໆຢ່າງເດັດຂາດ ທັງໄດ້ກຳຈັດຜົນຮ້າຍຂອງພວກເຂົາເຈົ້າ, ຊຸກຍູ້ການປັບປຸງສິ່ງແວດລ້ອມທາງການເມືອງຂອງກອງທັບປະຊາຊົນໃຫ້ປ່ຽນແປງດີຂຶ້ນໃນຂັ້ນພື້ນຖານ.

ພັກໄດ້ສະເໜີຍຸດທະສາດສ້າງກອງທັບໃຫ້ເຂັ້ມແຂງຜ່ານການປະຕິຮູບ, ນຳພາການດຳເນີນການປະຕິຮູບວຽກງານການປ້ອງກັນປະເທດ ແລະ ກອງທັບຢ່າງກວ້າງຂວາງທີ່ສຸດ ແລະ ເລິກເຊິ່ງທີ່ສຸດນັບແຕ່ສະຖາປະນາ ສປ ຈີນຂຶ້ນເປັນຕົ້ນມາ, ປັບປຸງໂຄງປະກອບນຳພາ ແລະ ບັນຊາການກອງທັບປະຊາຊົນ ລະບົບກຳລັງການທະຫານຍຸກປັດຈຸບັນ ແລະ ລະບຽບການນະໂຍບາຍການທະຫານຄືນໃໝ່, ໄດ້ ຫຼຸດກຳລັງຮົບທີ່ປະຈຳການໃນປັດຈຸບັນຈຳນວນ 300.000 ຄົນ, ໄດ້ກາຍເປັນສະພາບການໃໝ່ຄື: ຄະນະກຳມະການການທະຫານຄຸ້ມຄອງໂດຍລວມ, ເຂດທະຫານຮັບຜິດຊອບການສູ້ຮົບ ແລະ ເຫຼົ່າທັບຮັບຜິດຊອບການກໍ່ສ້າງ. ເມື່ອຜະເຊີນໜ້າກັບການປະຕິວັດການທະຫານອັນໃໝ່ຂອງໂລກ, ພວກເຮົາໄດ້ປະຕິບັດຍຸດທະສາດສ້າງກອງທັບໃຫ້ເຂັ້ມແຂງຜ່ານວິທະຍາສາດ-ເຕັກໂນໂລຊີ, ກໍ່ສ້າງກອງທັບປະຊາຊົນແບບປະດິດສ້າງໃໝ່, ກໍ່ສ້າງພະລາທິການ ທີ່ທັນສະໄໝເຂັ້ມແຂງ, ການກໍ່ສ້າງວິທະຍາສາດ-ເຕັກນິກການປ້ອງກັນປະເທດ ແລະ ອາວຸດຍຸດໂທປະກອນ ໄດ້ຮັບຄວາມຄືບໜ້າອັນໃຫຍ່ຫຼວງ. ໄດ້ປະຕິບັດຍຸດທະສາດສ້າງກອງທັບໃຫ້ເຂັ້ມແຂງ ດ້ວຍຜູ້ມີຄວາມຮູ້ຄວາມສາມາດ, ກຳນົດທິດທາງການສຶກສາການທະຫານໃນຍຸກໃໝ່, ກຳນົດຢ່າງຈະແຈ້ງກ່ຽວກັບມາດຕະຖານຂອງພະນັກງານທີ່ດີຂອງກອງທັບ, ຊຸກຍູ້ການສ້າງລະບົບການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດ ດ້ານການທະຫານ ແບບໃໝ່ທີ່ພັດທະນາ 3 ດ້ານໃຫ້ເປັນເອກະພາບກັນ, ບຳລຸງສ້າງທະຫານປະຕິວັດຍຸກໃໝ່ທີ່ມີແນວຄິດ ມີຄວາມສາມາດ ມີຄວາມກ້າຫານ ແລະ ມີຄຸນສົມບັດ, ຝຶກຝົນຫຼໍ່ຫຼອມກອງທະຫານອັນເຂັ້ມແຂງທີ່ມີຄວາມເຊື່ອຖືປານເຫຼັກ ມີຄວາມເຊື່ອໝັ້ນປານເຫຼັກ ມີລະບຽບວິໄນປານເຫຼັກ ແລະ ມີຄວາມຮັບຜິດຊອບປານເຫຼັກ. ຈັດຕັ້ງປະຕິບັດຍຸດທະສາດບໍລິຫານກອງທັບຕາມກົດໝາຍ, ສ້າງລະບົບການບໍລິຫານດ້ວຍກົດໝາຍດ້ານການທະຫານທີ່ມີສີສັນພິເສດຂອງຈີນ, ເລັ່ງລັດການຫັນປ່ຽນຮູບການບໍລິຫານ ກອງທັບໃນລັກສະນະຂັ້ນພື້ນຖານ. ຊຸກຍູ້ການສ້າງລະບົບກຽດຕິຍົດຂອງທະຫານ.

ພັກໄດ້ສະເໜີພາລະໜ້າທີ່ຂອງກອງທັບປະຊາຊົນໃນຍຸກໃໝ່, ປະດິດສ້າງໃໝ່ໃນການຊີ້ນຳຍຸດທະສາດການທະຫານ, ປັບປຸງໂຄງສ້າງຍຸດທະສາດການທະຫານໃຫ້ດີຂຶ້ນ, ເສີມສ້າງບົດບາດຍຸດທະສາດຂອງກອງທັບປະຊາຊົນໃຫ້ເຂັ້ມແຂງໃນດ້ານການສ້າງສະພາບການ ຄຸ້ມຄອງ ແລະ ຄວບຄຸມວິກິດການ ສະກັດກັ້ນສົງຄາມ ແລະ ຍາດເອົາໄຊຊະນະໃນສົງຄາມ. ກອງທັບປະຊາຊົນໄດ້ກຳແໜ້ນ ກຳລັງສູ້ຮົບ ເຊິ່ງເປັນມາດຕະຖານພື້ນຖານພຽງໜຶ່ງດຽວ, ກຳແໜ້ນທິດທາງພື້ນຖານທີ່ສູ້ຮົບໄດ້ ແລະສູ້ຮົບຢ່າງມີໄຊ,  ເສີມສ້າງກຳລັງຍຸດທະສາດ ແລະ ກຳລັງສູ້ຮົບໃນຂົງເຂດໃໝ່ ແລະເວທີໃໝ່, ເພີ່ມທະວີການສ້າງລະບົບ ແລະ ຄວາມສາມາດບັນຊາການສູ້ຮົບແບບປະສົມ, ອອກແຮງດັດແກ້ “ບັນຫາບົກຜ່ອງໃນຍຸກສັນຕິພາບ”, ອອກແຮງດຳເນີນການຝຶກຊ້ອມທະຫານແບບສູ້ຮົບຈິງ, ກໍ່ສ້າງກຳລັງປ້ອງກັນຊາຍແດນ ທາງທະເລ ແລະ ທາງອາກາດທີ່ທັນສະໄໝ ເຂັ້ມແຂງ ແລະ ໝັ້ນແກ່ນ, ເດັດດ່ຽວດຳເນີນການຕໍ່ສູ້ທາງການທະຫານຢ່າງຄ່ອງແຄ້ວ, ຮັບມືກັບການທ້າທາຍເກາະຜິດທາງການທະຫານທີ່ມາຈາກພາຍນອກຢ່າງມີປະສິດທິຜົນ, ສ້າງຄວາມໜ້າເກງຂາມ ໃຫ້ກັບການກະທຳທີ່ແບ່ງແຍກໄຕ້ຫວັນ ໃຫ້ເປັນເອກະລາດ, ປະຕິບັດໜ້າທີ່ສຳຄັນຕ່າງໆເຊັ່ນ: ການຕໍ່ສູ້ປ້ອງກັນຊາຍແດນ, ການປົກປ້ອງອະທິປະໄຕທາງທະເລ, ການຕ້ານການກໍ່ການຮ້າຍເພື່ອຮັກສາຄວາມໝັ້ນຄົງ, ການຕ້ານໄພກູ້ໄພ, ການຕ້ານສະພາບການແຜ່ລະບາດຂອງພະຍາດ, ການປ້ອງກັນການເດີນເຮືອເພື່ອຮັກສາສັນຕິພາບ, ການຊ່ວຍເຫຼືອແບບມະນຸດສະທຳ ແລະ ການຮ່ວມມືສາກົນທາງການທະຫານເປັນຕົ້ນ.

ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ພາຍໃຕ້ການນຳພາອັນເຂັ້ມແຂງຂອງພັກ, ກອງທັບປະຊາຊົນໄດ້ບັນລຸການປັບປຸງຄືນໃໝ່ໂດຍລວມ ແລະ ມີລັກສະນະປະຕິວັດ ແລ້ວອອກເດີນທາງອີກຄັ້ງໃໝ່, ກຳລັຕົວຈິງດ້ານການປ້ອງກັນປະເທດ ແລະ ກຳລັງຕົວຈິງດ້ານເສດຖະກິດໄດ້ຍົກສູງຂຶ້ນພ້ອມກັນ, ລະບົບ ແລະ ຄວາມສາມາດດ້ານຍຸດທະສາດແຫ່ງຊາດທີ່ເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນໄດ້ຮັບການເລັ່ງລັດກໍ່ສ້າງ, ສ້າງ ແລະ ບູລະນະໂຄງປະກອບການຄຸ້ມຄອງ ແລະ ຮັບປະກັນທະຫານຈົບພັນທະ, ການລະດົມຂົນຂວາຍທາງດ້ານການປ້ອງກັນປະເທດມີປະສິດທິພາບສູງ ກວ່າເກົ່າ, ຄວາມສາມັກຄີລະຫວ່າງກອງທັບກັບລັດ ແລະ ລະຫວ່າງກອງທັບກັບປະຊາຊົນ ໄດ້ຮັບການປັບປຸງໃຫ້ໝັ້ນຄົງກວ່າເກົ່າ. ກອງທັບປະຊາຊົນເດັດດ່ຽວປະຕິບັດພາລະໜ້າທີ່ໃນຍຸກໃໝ່, ໄດ້ປົກປ້ອງອະທິປະໄຕ ຄວາໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາຂອງຊາດ ດ້ວຍຈິດໃຈຕໍ່ສູ້ຢ່າງເດັດດ່ຽວໜຽແໜ້ນ ແລະ ການກະທຳຕົວຈິງ.

11. ການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ

ພາຍຫຼັງດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ພັກໄດ້ໃຫ້ຄວາມສຳຄັນຢ່າງສູງໃນການແກ້ໄຂການພົວພັນລະຫວ່າງການປະຕິຮູບ ການພັດທະນາ ແລະ ການຮັກສາຄວາມສະຫງົບ ຢ່າງຖືກຕ້ອງ, ປະຕິບັດວຽກງານປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມສະຫງົບທາງສັງຄົມ ໂດຍກຳນົດໃຫ້ເປັນວຽກງານພື້ນຖານຂອງພັກ ແລະ ປະເທດຊາດ, ໄດ້ສ້າງສະພາບແວດລ້ອມຄວາມໝັ້ນຄົງທີ່ດີໃຫ້ກັບການປະຕິຮູບ ເປີດປະຕູສູ່ພາຍນອກ ແລະ ການສ້າງສັງຄົມນິຍົມທີ່ທັນສະໄໝ. ເມື່ອກ້າວເຂົ້າສູ່ຍຸກໃໝ່, ປະເທດພວກເຮົາ ໄດ້ຜະເຊີນໜ້າກັບສະພາບຄວາມໝັ້ນຄົງແຫ່ງຊາດທີ່ຂ້ຽວຂາດ ກວ່າເກົ່າ, ປະສົບແຮງກົດດັນຈາກພາຍນອກແບບບໍ່ເຄີຍມີມາກ່ອນ, ໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ໄດ້ປະສົມປະສານກັນ,  ເຫດການແບບຄາດຄຶດບໍ່ເຖິງໄດ້ເກີດຂຶ້ນບາງຄັ້ງບາງຄາວ. ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການຕາມສະພາບການ ແລະ ໜ້າທີ່ແລ້ວ, ຄວາມສາມາດໃນການຮັກສາຄວາມໝັ້ນຄົງແຫ່ງຊາດຂອງປະເທດພວກເຮົາບໍ່ພຽງພໍ, ຄວາມສາມາດໃນການຮັບມືກັບຄວາມສ່ຽງໜັກໜ່ວງປະເພດຕ່າງໆແມ່ນບໍ່ເຂັ້ມແຂງ, ກົນໄກປະສານງານໃຫ້ເປັນເອກະພາບກັນໃນການຮັກສາຄວາມໝັ້ນຄົງແຫ່ງຊາດແມ່ນບໍ່ສົມບູນ. ສູນກາງພັກໄດ້ເນັ້ນວ່າ: ປະເທດສະຫງົບປອດໄພ ແລະ ປະຊາຊົນຢູ່ເຢັນເປັນສຸກ ຄືຄວາມປາຖະໜາພື້ນຖານທີ່ສຸດ ແລະ ທົ່ວໄປທີ່ສຸດຂອງປະຊາຊົນ. ຕ້ອງຍຶດໝັ້ນແນວຄິດກ່ຽວກັບເສັ້ນເພດານຕ່ຳສຸດ, ຍາມສະຫງົບກໍຕ້ອງຄຳນຶງເຖິງໄພ, ກຽມພ້ອມລ່ວງໜ້າ, ຍຶດໝັ້ນໃນການຖືຜົນປະໂຫຍດແຫ່ງຊາດຢູ່ເໜືອທຸກສິ່ງຢ່າງ, ຖືຄວາມປອດໄພຂອງປະຊາຊົນເປັນຈຸດປະສົງ, ຖືຄວາມໝັ້ນຄົງດ້ານການເມືອງເປັນຮາກຖານ, ຖືຄວາມໝັ້ນຄົງດ້ານເສດຖະກິດເປັນພື້ນຖານ, ຖືຄວາມໝັ້ນຄົງດ້ານການທະຫານ ວິທະຍາສາດ-ເຕັກໂນໂລຊີ ວັດທະນະທຳ ແລະ ສັງຄົມເປັນການຮັບປະກັນ, ອີງໃສ່ການສົ່ງເສີມຄວາມໝັ້ນຄົງສາກົນ, ວາງແຜນຢ່າງເປັນເອກະພາບກັນ ກ່ຽວກັບການພັດທະນາກັບຄວາມໝັ້ນຄົງ ການເປີດປະຕູສູ່ພາຍນອກກັບຄວາມໝັ້ນຄົງ ຄວາມໝັ້ນຄົງແບບເກົ່າກັບແບບໃໝ່ ຄວາມໝັ້ນຄົງຂອງຕົນເອງກັບຄວາມໝັ້ນຄົງຮ່ວມກັນ ແລະ ການຮັກສາຄວາມໝັ້ນຄົງແຫ່ງຊາດກັບການສ້າງຄວາມໝັ້ນຄົງແຫ່ງຊາດ.

ສະຫາຍ ສີຈິ້ນຜິງ ໄດ້ເນັ້ນໜັກວ່າ, ການຮັບປະກັນຄວາມໝັ້ນຄົງແຫ່ງຊາດເປັນວຽກງານສຳຄັນອັນດັບໜຶ່ງ, ໄດ້ສະເໜີທັດສະນະຄວາມໝັ້ນຄົງແຫ່ງຊາດໂດຍລວມ, ເຊິ່ງກວມເຖິງຫຼາຍຂົງເຂດເຊັ່ນ: ການເມືອງ, ການທະຫານ, ທີ່ດິນແຫ່ງຊາດ, ເສດຖະກິດ, ວັດທະນະທຳ, ສັງຄົມ, ວິທະຍາສາດ-ເຕັກໂນໂລຊີ, ເຄືອນຂ່າຍອິນເຕີເນັດ, ລະບົບນິເວດ, ຊັບພະຍາກອນ, ນິວເຄລຍ, ຜົນປະໂຫຍດຢູ່ຕ່າງປະເທດ, ອະວະກາດ, ທະເລເລິກ, ຂົ້ວໂລກ, ຊີວະພາບ ແລະອື່ນໆ, ຮຽກຮ້ອງໃຫ້ທົ່ວພັກເພີ່ມທະວີຈິດໃຈຕໍ່ສູ້ ແລະ ຍົກສູງຄວາມສາມາດການຕໍ່ສູ້, ຈັດຕັ້ງປະຕິບັດຕາມໜ້າທີ່ການນຳ ແລະ ໜ້າທີ່ປະຕິບັດງານໃນການປ້ອງກັນ ແລະ ແກ້ໄຂຄວາມສ່ຽງຕ່າງໆ. ສູນກາງພັກໄດ້ຮັບຮູ້ຢ່າງເລິກເຊິ່ງວ່າ: ເມື່ອຜະເຊີນໜ້າກັບການກະທຳຕ່າງໆຂອງພາຍນອກໃນການປິດລ້ອມ ບີບກັ້ນ ກໍ່ກວນ ແລະ ໂຄ່ນລົ້ມ, ຕ້ອງເຊີດຊູຈິດໃຈທີ່ບໍ່ຢ້ານກົວຕໍ່ສິ່ງໃດໆ, ຕໍ່ສູ້ຢ່າງເດັດຂາດຈົນເຖິງສຸດທ້າຍກັບອິດທິກຳລັງທຸກຮູບແບບທີ່ເຈດຕະນາຢາກໂຄ່ນລົ້ມການນຳພາຂອງພັກກອມມູນິດຈີນ ແລະ ລະບອບສັງຄົມນິຍົມຂອງປະເທດພວກເຮົາ, ເຈດຕະນາຢາກກົດໜ່ວງຖ່ວງດຶງຈົນກະທັ້ງຢາກສະກັດກັ້ນຂະບວນການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ, ຫາກປະນີປະນອມແຕ່ຢ່າງດຽວ, ມີແຕ່ຈະຖືກຂົ່ມເຫັງນັບມື້ນັບຮຸນແຮງຂຶ້ນ, ການອົດກັ້ນແຕ່ຢ່າງດຽວມີແຕ່ຈະພາໃຫ້ຕົກຢູ່ໃນສະພາບອັບປະຍົດກວ່າເກົ່າ.

ພັກໄດ້ສຸມກຳລັງເຂົ້າໃນການຊຸກຍູ້ການກໍ່ສ້າງລະບົບ ແລະ ຄວາມສາມາດດ້ານຄວາມໝັ້ນຄົງແຫ່ງຊາດ, ສ້າງຕັ້ງຄະນະກຳມະການຄວາມໝັ້ນຄົງແຫ່ງຊາດສູນກາງ, ບູລະນະໂຄງປະກອບການນຳພາດ້ານຄວາມໝັ້ນຄົງແຫ່ງຊາດທີ່ໂຮມສູນເປັນເອກະພາບ ມີປະສິດທິພາບສູງ ແລະ ມີອິດທິພົນ, ບູລະນະລະບົບກົດໝາຍ ລະບົບຍຸດທະສາດ ແລະ ລະບົບນະໂຍບາຍໃນດ້ານຄວາມໝັ້ນຄົງແຫ່ງຊາດ, ສ້າງກົນໄກປະສານງານ ແລະ ກົນໄກຄຸ້ມຄອງເຫດສຸກເສີນໃນດ້ານຄວາມໝັ້ນຄົງແຫ່ງຊາດ. ພັກໄດ້ປະຕິບັດວຽກງານຄວາມໝັ້ນຄົງແຫ່ງຊາດເຂົ້າໃນທຸກຂົງເຂດ ແລະ ທົ່ວຂະບວນການພັດທະນາຂອງຊາດ, ເອົາໃຈໃສ່ປ້ອງກັນ ແລະ ແກ້ໄຂຄວາມສ່ຽງອັນຮ້າຍແຮງທີ່ສົ່ງຜົນກະທົບຕໍ່ຂະບວນການຫັນເປັນທັນສະໄໝຂອງປະເທດພວກເຮົາ, ເດັດດ່ຽວປົກປັກຮັກສາຄວາມໝັ້ນຄົງດ້ານອຳນາດການປົກຄອງ ຄວາມໝັ້ນຄົງດ້ານລະບອບ ແລະ ຄວາມໝັ້ນຄົງດ້ານຮູບຖານຈິດສຳນຶກຂອງຊາດ, ເພີ່ມທະວີການໂຄສະນາສຶກສາອົບຮົມດ້ານຄວາມໝັ້ນຄົງແຫ່ງຊາດ ແລະ ການສຶກສາອົບຮົມດ້ານການປ້ອງກັນປະເທດໃຫ້ທົ່ວປວງຊົນ, ບູລະນະແນວປ້ອງກັນຄວາມໝັ້ນຄົງແຫ່ງຊາດຂອງປະຊາຊົນ, ຊຸກຍູ້ການພັດທະນາເຂດຊາຍແດນ, ສ້າງຄວາມຮັ່ງມີໃຫ້ກັບປະຊາຊົນ, ຮັກສາສະຖຽນລະພາບຢູ່ເຂດຊາຍແດນ, ປ້ອງກັນຢ່າງຮັດກຸມ ແລະ ປາບປາມຢ່າງເຂັ້ມງວດຕໍ່ການກະທຳຂອງອິດທິກຳລັງປໍລະປັກໃນການແຊມຊຶມ ທຳລາຍ ໂຄ່ນລົ້ມ ແລະ ແບ່ງແຍກ, ສູ້ຢັນ ແລະ ຕໍ່ຕ້ານຄືນຕໍ່ການບີບບັງຄັບ ແລະ ສະກັດກັ້ນແບບແຮງທີ່ສຸດຈາກພາຍນອກ, ດຳເນີນການຕໍ່ສູ້ກ່ຽວກັບຮົງກົງ ໄຕ້ຫວັນ ຊິ່ນຈ່ຽງ ຕິເບດ ແລະ ທະເລ, ເລັ່ງລັດການສ້າງປະເທດເຂັ້ມແຂງທາງທະເລ, ປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດຢ່າງມີປະສິດທິຜົນ.

ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ຄວາມໝັ້ນຄົງແຫ່ງຊາດໄດ້ຮັບການເພີ່ມທະວີຂຶ້ນຢ່າງຮອບດ້ານ, ສາມາດຜ່ານຜ່າການທົດສອບຈາກຄວາມສ່ຽງ ແລະ ສິ່ງທ້າທາຍໃນດ້ານຕ່າງໆ, ເຊັ່ນ: ການເມືອງ ເສດຖະກິດ ຮູບຖານຈິດສຳນຶກ ແລະ ວົງທຳມະຊາດເປັນຕົ້ນ, ໄດ້ສະໜອງການຮັບປະກັນອັນເຂັ້ມແຂງໃຫ້ພັກ ແລະ ປະເທຊາດມີວາມຈະເລີນຮຸ່ງເຮືອງ ແລະ ມີຄວາມສະຫງົບຢ່າງຖາວອນ.

12. ການຍຶດໝັ້ນທິດທາງ ປະເທດດຽວສອງລະບອບແລະ ຊຸກຍູ້ການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບກັນ

ພາຍຫຼັງຮົງກົງ ແລະ ມາກາວກັບຄືນສູ່ປະເທດຊາດແລ້ວ, ໄດ້ຖືກຈັດເຂົ້າໃນລະບົບການຄຸ້ມຄອງບໍລິຫານຂອງຊາດຄືນໃໝ່, ໄດ້ເດີນໄປສູ່ເສັ້ນທາງອັນກວ້າງຂວາງທີ່ມີທ່າແຮງຊ່ວຍຊູຍູ້ໜູນກັນ ແລະ ພັດທະນາຮ່ວມກັນກັບແຜ່ນດິນໃຫຍ່ປະເທດຊາດ, ພຶດຕິກຳ “ປະເທດດຽວສອງລະບອບ” ໄດ້ຮັບຜົນສຳເລັດທີ່ຖືກຮັບຮອງໂດຍທົ່ວໄປໃນໂລກ. ຂະນະດຽວກັນ, ໃນຊົ່ວໄລຍະໜຶ່ງ, ເນື່ອງຈາກໄດ້ຮັບຜົນກະທົບຈາກປັດໄຈອັນສະຫຼັບສັບຊ້ອນຊະນິດຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ, ການເຄື່ອນໄຫວ “ຕໍ່ຕ້ານປະເທດຈີນ ແລະ ກໍ່ຄວາມວຸ້ນວາຍຢູ່ຮົງກົງ” ແມ່ນຂຶງຂັງມັງມໍທີ່ສຸດ, ສະພາບການຢູ່ຮົງກົງ ໄດ້ເກີດມີຄວາມຂ້ຽວຂາດໃນໄລຍະໜຶ່ງ. ສູນກາງພັກໄດ້ເນັ້ນວ່າ: ຕ້ອງຈັດຕັ້ງປະຕິບັດແນວທາງ ປະເທດດຽວສອງລະບອບຢ່າງຮອບດ້ານ ຖືກຕ້ອງ ແລະ ບໍ່ຫວັ່ນຫວັນຄອນແຄນ, ຍຶດໝັ້ນ ແລະ ບູລະນະລະບົບລະບອບ “ປະເທດດຽວສອງລະບອບ”, ຍຶດໝັ້ນປົກຄອງຮົງກົງ-ມາກາວຕາມກົດໝາຍ, ປົກປັກຮັກສາລະບຽບຕາມລັດຖະທຳມະນູນຢູ່ເຂດບໍລິຫານພິເສດ ຕາມທີ່ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍພື້ນຖານ,  ຈັດຕັ້ງປະຕິບັດສິດຄຸ້ມຄອງບໍລິຫານຢ່າງຮອບດ້ານຂອງສູນກາງຢູ່ເຂດບໍລິຫານພິເສດ, ເດັດດ່ຽວຈັດຕັ້ງປະຕິບັດແນວທາງ ໃຫ້ຜູ້ຮັກຊາດປົກຄອງຮົງກົງແລະໃຫ້ຜູ້ຮັກຊາດປົກ ຄອງມາກາວ”.

ຜ່ານຈາກການວິໄຈສະຖານະການ ແລະ ທ່າອ່ຽງຍຸກສະໄໝ, ສູນກາງພັກໄດ້ຕັດສິນນະໂຍບາຍອັນສຳຄັນ ກ່ຽວກັບການປັບປຸງການປະຕິບັດສິດຄຸ້ມຄອງບໍລິຫານຢ່າງຮອບດ້ານຂອງສູນກາງຢູ່ເຂດບໍລິຫານພິເສດໃຫ້ສົມບູນຂຶ້ນໂດຍອີງຕາມລັດຖະທຳມະນູນ ແລະ ກົດໝາຍພື້ນຖານ ພ້ອມດ້ວຍການບູລະນະລະບຽບການ ແລະ ກົນໄກຂອງເຂດບໍລິຫານພິເສດທີ່ກ່ຽວພັນກັບການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍພື້ນຖານ, ຊຸກຍູ້ການສ້າງ ແລະ ບູລະນະລະບຽບກົດໝາຍ ແລະ ກົນໄກປະຕິບັດກ່ຽວກັບການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ ຢູ່ເຂດບໍລິຫານພິເສດ, ສ້າງ “ກົດໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດ ຢູ່ເຂດບໍລິຫານພິເສດຮົງກົງສາທາລະນະລັດປະຊາຊົນຈີນ”, ບູລະນະລະບຽບການເລືອກຕັ້ງຂອງເຂດບໍລິຫານພິເສດຮົງກົງ, ຈັດຕັ້ງປະຕິບັດຕາມຫຼັກການ “ໃຫ້ຜູ້ຮັກຊາດປົກຄອງຮົງກົງ”, ສະໜັບສະໜູນເຂດບໍລິຫານພິເສດຮົງກົງບູລະນະລະບຽບການສາບານຕົວຂອງລັດຖະກອນ. ລັດຖະບານກາງປະຊາຊົນ ໄດ້ສ້າງຕັ້ງອົງການຮັກສາຄວາມໝັ້ນຄົງແຫ່ງຊາດປະຈຳເຂດບໍລິຫານພິເສດຮົງກົງຕາມກົດໝາຍ, ເຂດບໍລິຫານພິເສດຮົງກົງໄດ້ສ້າງຕັ້ງຄະນະກຳມະການຮັກສາຄວາມໝັ້ນຄົງແຫ່ງຊາດຕາມກົດໝາຍ. ລັດຖະບານກາງເດັດດ່ຽວສະໜັບສະໜູນເຂດບໍລິຫານພິເສດຮົງກົງສະກັດກັ້ນ ແລະ ປາບປາມການໃຊ້ຄວາມຮຸນແຮງ ແລະ ຄວາມວຸ້ນວາຍ ທັງຟື້ນຟູຄວາມເປັນລະບຽບຮຽບຮ້ອຍຕາມກົດໝາຍ, ສະໜັບສະໜູນຜູ້ວ່າການເຂດບໍລິຫານພິເສດ ແລະ ອົງການປົກຄອງເຂດບໍລິຫານພິເສດດຳເນີນການບໍລິຫານຕາມກົດໝາຍ, ເດັດດ່ຽວປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ອິດທິກຳລັງພາຍນອກແຊກແຊງວຽກງານພາຍໃນຮົງກົງ ແລະ ມາກາວ, ປາບປາມການກະທຳແບ່ງແຍກ ໂຄ່ນລົ້ມ ແຊກຊຶມ ແລະ ທຳລາຍຢ່າງເຂັ້ມງວດ. ສະໜັບສະໜູນຢ່າງຮອບດ້ານໃຫ້ຮົງກົງ ແລະ ມາກາວເຊື່ອມໂຍງເຂົ້າກັບພາກສ່ວນໃຫຍ່ແຫ່ງການພັດທະນາຂອງປະເທດຊາດ ໃຫ້ດີກວ່າເກົ່າ, ກໍ່ສ້າງເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວດ້ວຍຄຸນນະພາບສູງ, ສະໜັບສະໜູນຮົງກົງ ແລະ ມາກາວພັດທະນາເສດຖະກິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຍົກສູງສະຕິຄວາມເປັນຊາດ ແລະ ຈິດໃຈຮັກຊາດຂອງພີ່ນ້ອງຮ່ວມຊາດຮົງກົງ ແລະ ມາກາວ. ມາດຕະການຕ່າງເຫຼົ່ານີ້ທີ່ແກ້ໄຂບັນຫາຈາກທັງຕົ້ນເຫດ ແລະ ປາຍເຫດ ໄດ້ຊຸກຍູ້ໃຫ້ສະຖານະການຢູ່ຮົງກົງບັນລຸການປ່ຽນແປງອັນສຳຄັນຄື ຈາກຄວາມວຸ້ນວາຍ ສູ່ການຄຸ້ມຄອງໃຫ້ມີສະຖຽນລະພາບ, ໄດ້ສ້າງພື້ນຖານອັນໝັ້ນແກ່ນໃຫ້ກັບການຊຸກຍູ້ການປົກຄອງຮົງກົງ-ມາກາວຕາມກົດໝາຍ ແລະ ຊຸກຍູ້ພຶດຕິກຳຕົວຈິງໃນການປະຕິບັດແນວທາງປະເທດດຽວສອງລະບອບຢ່າງໜັກແໜ້ນຍາວນານ.

ການແກ້ໄຂບັນຫາໄຕ້ຫວັນ ເພື່ອບັນລຸເປົ້າໝາຍທ້ອນໂຮມປະເທດຊາດເຂົ້າເປັນເອກະພາບກັນຢ່າງສົມບູນແມ່ນໜ້າທີ່ປະຫວັດສາດອັນເດັດດ່ຽວໜຽວແໜ້ນຂອງພັກກອມມູນິດຈີນ, ແມ່ນຄວາມປາຖະໜາຮ່ວມຂອງລູກຫຼານປະຊາຊາດຈີນທຸກຖ້ວນໜ້າ, ເປັນຄວາມຮຽກຮ້ອງອັນແນ່ນອນເພື່ອບັນລຸເປົ້າໝາຍການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ. ພັກໄດ້ກຳແໜ້ນການປ່ຽນແປງຕາມຍຸກສະໄໝຂອງການພົວພັນສອງຝັ່ງຊ່ອງແຄບໄຕ້ຫວັນ, ໄດ້ພັດທະນາທິດສະດີ ກ່ຽວກັບການທ້ອນໂຮມປະເທດເຂົ້າເປັນເອກະພາບ ແລະ ແນວທາງນະໂຍບາຍຕໍ່ໄຕ້ຫວັນໃຫ້ອຸດົມສົມບູນຂຶ້ນ, ໄດ້ຊຸກຍູ້ໃຫ້ການພົວພັນລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນ ຂະຫຍາຍຕົວໄປສູ່ທິດທາງທີ່ຖືກຕ້ອງ. ສະຫາຍ ສີຈິ້ນຜິງ ໄດ້ສະເໜີທັດສະນະອັນສຳຄັນ ແລະ ຈຸດຢືນດ້ານນະໂຍບາຍອັນສຳຄັນຕ່າງໆກ່ຽວກັບວຽກງານໄຕ້ຫວັນ, ໄດ້ກາຍເປັນແຜນຍຸດທະສາດລວມຂອງພັກໃນການແກ້ໄຂບັນຫາໄຕ້ຫວັນໃນຍຸກໃໝ່. ພວກເຮົາໄດ້ຊຸກຍູ້ການບັນລຸໃຫ້ມີການພົບປະຄັ້ງທຳອິດລະຫວ່າງຜູ້ນຳສອງຝັ່ງຊ່ອງແຄບໄຕ້ຫວັນ ແລະ ການສົນທະນາໂດຍກົງລະຫວ່າງຜູ້ນຳສອງຝັ່ງຊ່ອງແຄບໄຕ້ຫວັນນັບແຕ່ປີ 1949 ເປັນຕົ້ນມາ. ພັກໄດ້ຍຶດໝັ້ນປະຕິບັດຕາມແນວຄວາມຄິດ “ພີ່ນ້ອງສອງຝັ່ງຊ່ອງແຄບໄຕ້ຫວັນເປັນຄອບຄົວດຽວກັນທີ່ສະໜິດສະໜົມ”, ຊຸກຍູ້ການພົວພັນລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນໃຫ້ພັດທະນາໂດຍສັນຕິ, ໄດ້ວາງນະໂຍບາຍຕ່າງໆທີ່ສ້າງຜົນປະໂຫຍດ ໃຫ້ກັບພີ່ນ້ອງຮ່ວມຊາດໄຕ້ຫວັນອັນໄພສານ, ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືກັນໃນດ້ານເສດຖະກິດ ແລະ ວັດທະນະທຳລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນ. ນັບແຕ່ປີ 2016 ເປັນຕົ້ນມາ, ທາງການໄຕ້ຫວັນໄດ້ເລັ່ງລັດດຳເນີນການເຄື່ອນໄຫວແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດ, ເຊິ່ງເຮັດໃຫ້ທ່ວງທ່າຂະຫຍາຍຕົວໂດຍສັນຕິຂອງການພົວພັນສອງຝັ່ງຊ່ອງແຄບໄຕ້ຫວັນໄດ້ຮັບຜົນກະທົບຢ່າງໜັກໜ່ວງ. ພວກເຮົາຍຶດໝັ້ນໃນຫຼັກການປະເທດຈີນດຽວ ແລະ ຄວາມຮັບຮູ້ທີ່ເປັນເອກະພາບກັນໃນປີ 1992, ເດັດດ່ຽວຄັດຄ້ານການກະທຳແບ່ງແຍກໄຕ້ຫວັນອອກຈາກຈີນ ໃຫ້ເປັນເອກະລາດ, ເດັດດ່ຽວຄັດຄ້ານການແຊກແຊງ ຈາກອິດທິກຳລັງພາຍນອກ, ກຳແໜ້ນສິດນຳພາ ແລະ ສິດໃນລັກສະນະເປັນທ່າບຸກໃນດ້ານການພົວພັນລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນ.  ກາລະໂອກາດ ແລະ ເງື່ອນໄຂເອື້ອອຳນວຍໃນການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບຢ່າງສົມບູນນັ້ນຈະຢູ່ນຳຝ່າຍພວກເຮົາສະເໝີ.

ພຶດຕິກຳໄດ້ພິສູດໃຫ້ເຫັນວ່າ: ເມື່ອມີການນຳພາອັນເຂັ້ມແຂງຂອງພັກກອມມູນິດຈີນ, ມີການຄ້ຳຊູອັນເຂັ້ມແຂງຂອງປະເທດຊາດທີ່ຍິ່ງໃຫຍ່, ມີຄວາມພະຍາຍາມຮ່ວມແຮງຮ່ວມໃຈກັນຂອງປະຊາຊົນບັດດາເຜົ່າໃນທົ່ວປະເທດເຊິ່ງລວມທັງພີ່ນ້ອງຮ່ວມຊາດເຂດບໍລິຫານພິເສດຮົງກົງ ເຂດບໍລິຫານພິເສດມາກາວ ແລະ ພີ່ນ້ອງຮ່ວມຊາດໄຕ້ຫວັນ, ຮົງກົງ ແລະ ມາກາວຍ່ອມຈະສາມາດຮັກສາຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບຢ່າງຍາວນານໄດ້ແນ່ນອນ, ການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບຢ່າງສົມບູນຍ່ອມຈະບັນລຸຜົນເປັນຈິງໄດ້ແນ່ນອນ.

13. ວຽການການຕ່າງປະເທດ

ພາຍຫຼັງດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ພັກໄດ້ຍຶດໝັ້ນປະຕິບັດນະໂຍບາຍການຕ່າງປະເທດທີ່ສັນຕິພາບ ເອກະລາດ ແລະ ເປັນເຈົ້າຕົນເອງ, ໄດ້ສ້າງສະພາບແວດລ້ອມພາຍນອກທີ່ດີໃຫ້ແກ່ການພັດທະນາປະເທດພວກເຮົາ, ໄດ້ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດຄວາມກ້າວໜ້າຂອງມະນຸດ. ເມື່ອກ້າວເຂົ້າສູ່ຍຸກໃໝ່, ການປຽບທຽບລະຫວ່າງກຳລັງຕ່າງໆໃນສາກົນໄດ້ມີການປັບປຸງຢ່າງເລິກເຊິ່ງ, ໄພຂົ່ມຂູ່ຈາກລັດທິຝ່າຍດຽວ ລັດທິປົກປ້ອງ ລັດທິເຈົ້າອຳນາດ ແລະ ການເມືອງມະຫາອຳນາດທີ່ມີຕໍ່ສັນຕິພາບ ແລະ ການພັດທະນາຂອງໂລກໄດ້ເພີ່ມຂຶ້ນ, ກະແສຕ້ານໂລກະພິວັດໄດ້ຮຸນແຮງຂຶ້ນ, ໂລກໄດ້ເຂົ້າສູ່ໄລຍະປັ່ນປ່ວນ ທັງມີການປ່ຽນແປງ. ສູນກາງພັກໄດ້ເນັ້ນວ່າ: ເມື່ອຜະເຊີນໜ້າກັບສະພາບສາກົນທີ່ສະຫຼັບສັບຊ້ອນ ແລະ ຂ້ຽວຂາດ ພ້ອມດ້ວຍຄວາມສ່ຽງ ແລະ ສິ່ງທ້າທາຍຈາກພາຍນອກແບບບໍ່ເຄີຍມີມາກ່ອນ, ຕ້ອງປະສານສົມທົບສອງພາກສ່ວນໃຫຍ່ທັງພາຍໃນປະເທດ ແລະ ສາກົນໃຫ້ເປັນເອກະພາບກັນ, ບູລະນະໂຄງປະກອບ ແລະ ກົນໄກການນຳພາຂອງພັກທີ່ມີຕໍ່ວຽກງານການຕ່າງປະເທດ, ເພີ່ມທະວີການອອກແບບໃນຂັ້ນສູງສຸດຕໍ່ວຽກງານການຕ່າງປະເທດ, ວາງແຜນຍຸດທະສາດ ກ່ຽວກັບວຽກງານການຕ່າງປະເທດຂອງປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນ, ຊຸກຍູ້ການສ້າງສາຍພົວພັນສາກົນແບບໃໝ່, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ເສີມຂະຫຍາຍຄ່ານິຍົມຮ່ວມຂອງມວນມະນຸດ ຄື: ສັນຕິພາບ ການພັດທະນາ ຍຸຕິທຳ ເປັນທຳ ປະຊາທິປະໄຕ ແລະ ເສລີພາບ, ນຳພາກະແສກ້າວໜ້າຂອງມະນຸດ.

ພັກໄດ້ກຳແໜ້ນພາກສ່ວນໃຫຍ່ຂອງວຽກງານການຕ່າງປະເທດໃນຍຸກໃໝ່, ຍຶດໝັ້ນໃນທິດທາງທີ່ຮັບໃຊ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດ ແລະ ສົ່ງເສີມຄວາມກ້າວໜ້າຂອງມະນຸດ, ຊູຄັນທຸງສັນຕິພາບ ການພັດທະນາ ການຮ່ວມມື ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຊຸກຍູ້ ແລະປັບປຸງແຜນຍຸດທະຍາດການຕ່າງປະເທດທີ່ຮອບດ້ານ ແລະ ມີຫຼາຍລະດັບ, ຕັ້ງໜ້າພັດທະນາການພົວພັນຄູ່ຮ່ວມມືໃນໂລກ. ພວກເຮົາ ໄດ້ວາງແຜນຍຸດທະສາດກ່ຽວກັບການພົວພັນ ລະຫວ່າງປະເທດໃຫຍ່, ຊຸກຍູ້ການປະສານງານ ແລະ ການຮ່ວມມືກັນລະຫວ່າງປະເທດໃຫຍ່. ໂດຍອີງຕາມທັດສະນະຄະຕິທີ່ວ່າ “ສະໜິດສະໜົມ, ຈິງໃຈ, ໃຫ້ປະໂຫຍດ ແລະ ກວມລວມ” ແລະແນວທາງການຕ່າງປະເທດຕໍ່ປະເທດອ້ອມຂ້າງທີ່ວ່າ “ເປັນມິດກັບປະເທດໃກ້ຄຽງ ແລະ ຖືປະເທດໃກ້ຄຽງເປັນໝູ່ຄູ່”, ລົງເລິກພັດທະນາການພົວພັນກັບປະເທດອ້ອມຂ້າງ, ຮັດແໜ້ນການພົວພັນກັບປະເທດອ້ອມຂ້າງທີ່ເປັນ ບ່ອນອີງທາງຍຸດທະສາດ, ສ້າງຄູ່ຮ່ວມຊາຕາກຳກັບປະເທດອ້ອມຂ້າງ. ຍຶດຖືທັດສະນະທີ່ຖືກຕ້ອງກ່ຽວກັບຈະລິຍະທຳ ແລະ ຜົນປະໂຫຍດ ແລະ ທັດສະນະ “ແທ້ຈິງ, ໜັກແໜ້ນ, ສະໜິດສະໜົມ ແລະ ຈິງໃຈ” ເພື່ອເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືກັບບັນດາປະເທດພວມພັດທະນາທັງຫຼາຍ, ກົນໄກຮ່ວມມືໂດຍລວມໄດ້ປົກຄຸມຢ່າງທົ່ວເຖິງ. ພັກໄດ້ຮັກສາການພົວພັນຢ່າງເປັນປະຈຳກັບ 500 ກວ່າພັກການເມືອງ ແລະ ອົງການຈັດຕັ້ງການເມືອງໃນໂລກ, ໄດ້ລົງເລິກການແລກປ່ຽນ ແລະ ການຮ່ວມມືກັບພັກການເມືອງຕ່າງປະເທດ. ໂດຍປັບຕົວເຂົ້າກັບສະພາບການໃໝ່ທີ່ “ການໄປຕ່າງປະເທດ” ນັບມື້ນັບເປີດກວ້າງອອກ, ໄດ້ປັບປຸງລະບົບປົກປ້ອງຜົນປະໂຫຍດຢູ່ຕ່າງປະເທດໃຫ້ສົມບູນຂຶ້ນ, ໄດ້ຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍຕ່າງໆຕໍ່ຜົນປະໂຫຍດຢູ່ຕ່າງປະເທດຢ່າງມີປະສິດທິຜົນ.

ປະເທດພວກເຮົາໄດ້ຕັ້ງໜ້າເຂົ້າຮ່ວມການປະຕິຮູບ ແລະ ການກໍ່ສ້າງລະບົບບໍລິຫານໂລກ, ປົກປັກຮັກສາລະບົບສາກົນທີ່ຖືອົງການສະຫະປະຊາຊາດເປັນແກນກາງ ລະບຽບສາກົນທີ່ຖືກົດໝາຍສາກົນເປັນພື້ນຖານ ແລະ ກົດລະບຽບພື້ນຖານແຫ່ງການພົວພັນສາກົນທີ່ຖືຈຸດປະສົງ ແລະ ຫຼັກການຂອງກົດບັດສະຫະປະຊາຊາດເປັນພື້ນຖານ, ປົກປັກຮັກສາ ແລະ ປະຕິບັດຕາມລັດທິຫຼາຍຝ່າຍທີ່ແທ້ຈິງ, ເດັດດ່ຽວຄັດຄ້ານລັດທິຝ່າຍດຽວ ລັດທິປົກປ້ອງ ລັດທິເຈົ້າອຳນາດ ແລະ ການເມືອງມະຫາອຳນາດ, ຕັ້ງໜ້າຊຸກຍູ້ໃຫ້ເສດຖະກິດໂລກະພິວັດຂະຫຍາຍຕົວໄປຕາມທິດທາງທີ່ເປີດປະຕູ ກວມລວມ  ໃຫ້ຜົນປະໂຫຍດຢ່າງທົ່ວເຖິງ ດຸນດ່ຽງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຫຼາຍກວ່າເກົ່າ. ປະເທດພວກເຮົາໄດ້ມີສ່ວນຮ່ວມຢ່າງສ້າງສັນເຂົ້າໃນການແກ້ໄຂບັນຫາຈຸດສຸມໃນສາກົນ ແລະ ພາກພື້ນ, ໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າ ໃນຂົງເຂດຕ່າງໆ ເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ການຫຼຸດຜ່ອນຄວາມທຸກຍາກ, ການຕ້ານການກໍ່ການຮ້າຍ, ຄວາມປອດໄພທາງອິນເຕີເນັດ ແລະ ການຮັກສາຄວາມໝັ້ນຄົງໃນພາກພື້ນເປັນຕົ້ນ.  ປະເທດພວກເຮົາໄດ້ດຳເນີນການຮ່ວມມືສາກົນເພື່ອຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ໄດ້ດຳເນີນການປະຕິບັດງານສຸກເສີນເພື່ອມະນຸດສະທຳໃນໂລກທີ່ມີຂະໜາດໃຫຍ່ທີ່ສຸດນັບແຕ່ສະຖາປະນາ ສປ ຈີນຂຶ້ນເປັນຕົ້ນມາ, ໄດ້ສະໜອງການຊ່ວຍເຫຼືອດ້ານອຸປະກອນ ການສະໜັບສະໜູນດ້ານການແພດ ການຊ່ວຍເຫຼືອ ແລະ ການຮ່ວມມືດ້ານວັກຊີນໃຫ້ຫຼາຍປະເທດ ໂດຍສະເພາະແມ່ນປະເທດພວມພັດທະນາທັງຫຼາຍ ເຊິ່ງໄດ້ສະແດງໃຫ້ເຫັນເຖິງພາບພົດຂອງປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ.

ຜ່ານຈາກຄວາມພະຍາຍາມຢ່າງຕໍ່ເນື່ອງ, ວຽກງານການຕ່າງປະເທດຂອງປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນ ໄດ້ຮັບການຊຸກຍູ້ໄປໜ້າຢ່າງຮອບດ້ານ, ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໄດ້ກາຍເປັນຄັນທຸງທີ່ໂດດເດັ່ນໃນການນຳພາກະແສຍຸສະໄໝ ແລະ ທິດທາງກ້າວໄປໜ້າຂອງມວນມະນຸດ, ທ່າມກາງສະພາບການປ່ຽແປງອັນໃຫຍ່ຫຼວງຂອງໂລກ, ວຽກງານການຕ່າງປະເທດຂອງປະເທດພວກເຮົາ ໄດ້ບຸກເບີກສະພາບການໃໝ່, ໄດ້ຫັນວິກິດການໃຫ້ເປັນກາລະໂອກາດທ່າມກາງສະພາບວຸ້ນວາຍຂອງໂລກ, ບົດບາດອິດທິພົນ ແຮງຈູງໃຈ ແລະ ກຳລັງສ້າງສັນຂອງປະເທດພວກເຮົາໃນເວທີສາກົນໄດ້ສູງເດັ່ນຂຶ້ນ.

ເວົ້າລວມແລ້ວ, ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ສູນກາງພັກກອມມູນິດຈີນທີ່ມີສະຫາຍ ສີຈິ້ນຜິງ ເປັນແກນກາງໄດ້ນຳພາທົ່ວພັກ ທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດບຸກບືນກ້າວໄປໜ້າ, ໄດ້ບັນລຸເປົ້າໝາຍສ້າງສັງຄົມອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານຕາມເວລາກຳນົດ, ພາລະກິດຂອງພັກ ແລະ ປະເທດຊາດໄດ້ຮັບຜົນສຳເລັດເປັນຄັ້ງປະຫວັດສາດ ທັງໄດ້ເກີດມີການປ່ຽນແປງຄັ້ງປະຫວັດສາດ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມມີຊີວິດຊີວາ ແລະ ພະລັງຊີວິດອັນເຂັ້ມແຂງຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ໄດ້ກະຕຸ້ນ ແລະ ເຕົ້າໂຮມຈິດໃຈຂອງພັກ ກອງທັບ ແລະ ປະຊາຊົນແບບບໍ່ເຄີຍມີມາກ່ອນ,  ເປັນການສ້າງສິ່ງຮັບປະກັນດ້ານລະບຽບການທີ່ສົມບູນກວ່າເກົ່າ ພື້ນຖານດ້ານວັດຖຸທີ່ໜັກແໜ້ນກວ່າເກົ່າ ແລະ ພະລັງຈິດໃຈທີ່ເປັນເຈົ້າການກວ່າເກົ່າໃຫ້ແກ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ. ດ້ວຍການບຸກບືນສູ້ຊົນຢ່າງອົງອາດກ້າຫານ ແລະ ເດັດດ່ຽວໜຽວແໜ້ນ, ພັກກອມມູນິດຈີນ ແລະ ປະຊາຊົນຈີນ ໄດ້ປະກາດຕໍ່ທົ່ວໂລກຢ່າງເຄັ່ງຂຶມວ່າ, ປະຊາຊາດຈີນໄດ້ຮັບການພັດທະນາແບບກ້າວກະໂດດຂັ້ນຈາກການລຸກຢືນຂຶ້ນ ຮັ່ງມີຂຶ້ນ ຈົນຮອດເຂັ້ມແຂງຂຶ້ນ.

 

V. ຄວາມໝາຍປະຫວັດສາດຂອງການບຸກບືນສູ້ຊົນ 100 ປີຂອງພັກກອມມູນິດຈີນ

 

ໃນໄລຍະ 100 ປີຜ່ານມາ, ພັກກອມມູນິດຈີນໄດ້ປະຕິບັດຕາມອຸດົມການແຕ່ຫົວທີ ແລະ ພາລະກຳຢ່າງສະເໝີຕົ້ນສະເໝີປາຍ, ສາມັກຄີ ແລະ ນຳພາປະຊາຊົນບັນດາເຜົ່າທົ່ວປະເທດສ້າງຜົນງານ ອັນສະຫງ່າງາມໃນປະຫວັດສາດການພັດທະນາຂອງມວນມະນຸດ, ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນໄດ້ປາກົດໃຫ້ເຫັນອະນາຄົດທີ່ສະຫວ່າງສະໄຫວແບບບໍ່ເຄີຍມີມາກ່ອນ.

1. ການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາ ໄດ້ປ່ຽນແປງອະນາຄົດ ແລະ ຊາຕາກຳຂອງປະຊາຊົນຈີນຈາກຂັ້ນພື້ນຖານ. ພາຍຫຼັງສົງຄາມຢາຝິ່ນເມື່ອປີ 1840, ປະຊາຊົນຈີນໄດ້ຖືກພວກຈັກກະພັດນິຍົມ ລັດທິສັກດີນາ ແລະ ລັດທິທຶນນິຍົມອາດຍາສິດກົດຂີ່ຢ່າງໜັກໜ່ວງ, ຖືກປະເທດມະຫາອຳນາດຕ່າງໆໃນຕາເວັນຕົກໃສ່ຊື່ອັບປະຍົດວ່າ “ຄົນເຈັບອາຊີຕາເວັນອອກ”. ໃນໄລຍະ 100 ປີຜ່ານມາ, ພັກໄດ້ນຳພາປະຊາຊົນຜ່ານຈາກການຕໍ່ສູ້ທີ່ຍິ່ງໃຫຍ່ຢ່າງເປັນຂະບວນຟົດຟື້ນ, ປະຊາຊົນຈີນໄດ້ຫຼຸດພົ້ນອອກຈາກຊາຕາກຳທີ່ຖືກຂົ່ມເຫັງ ແລະ ຖືກກົດຂີ່ເປັນຂ້ອຍຂ້ານັ້ນຢ່າງສິ້ນເຊີງ, ກາຍເປັນເຈົ້າຂອງປະເທດຊາດ ສັງຄົມ ແລະ ຊາຕາກຳຂອງຕົນ, ປະຊາທິປະໄຕປະຊາຊົນໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ປະຊາກອນ 1,4 ຕື້ກວ່າຄົນໄດ້ບັນລຸຄວາມອີ່ມໜຳສຳລານຢ່າງຮອບດ້ານ, ຄວາມມຸ່ງຫວັງຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ທີ່ດີງາມໄດ້ປາກົດຜົນເປັນຈິງຢ່າງບໍ່ຢຸດຢັ້ງ. ທຸກມື້ນີ້, ປະຊາຊົນຈີນໝັ້ນໃຈຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຫຼາຍກວ່າເກົ່າ,  ມີຄວາມອາດຫານກ້າແກ່ນ ແລະ ຄວາມໝັ້ນໃຈເພີ່ມຂຶ້ນຢ່າງຫຼວງຫຼາຍ, ພະລັງແຮງອັນເຂັ້ມແຂງທີ່ສະສົມມາຈາກຂະບວນວິວັດປະຫວັດສາດ ໄດ້ສະແດງອອກມາຢ່າງເຕັມສ່ວນ, ກາຍເປັນຈິດໃຈເປັນເຈົ້າການຄັ້ງປະຫວັດສາດ ແລະ ຈິດໃຈປະດິດສ້າງຄັ້ງປະຫວັດສາດແບບບໍ່ເຄີຍມີມາກ່ອນ, ແລະກຳລັງຂຽນປະຫວັດສາດໜ້າຍິ່ງໃຫຍ່ແຫ່ງການພັດທະນາຂອງຈີນໃນຍຸກໃໝ່ດ້ວຍຄວາມໝັ້ນໃຈເຕັມປ່ຽມ.

2. ການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາ ໄດ້ບຸກເບີກເສັ້ນທາງອັນຖືກຕ້ອງໃນການບັນລຸເປົ້າໝາຍການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ. ພາຍຫຼັງສົງຄາມຢາຝິ່ນເມື່ອປີ 1840, ປະຊາຊາດຈີນທີ່ໄດ້ສ້າງອະລິຍະທຳອັນຈະເລີນຮຸ່ງເຮືອງນັ້ນ ໄດ້ປະສົບກັບວິກິດການອັນໜັກໜ່ວງທີ່ອະລິຍະທຳຍາກທີ່ຈະສືບຕໍ່ກັນໄປອີກ, ຢູ່ໃນເວທີໂລກ ຊົນຊາດຈີນຊຸດໂຊມທີ່ສຸດ. ໃນໄລຍະ 100 ປີຜ່ານມາ, ພັກໄດ້ນຳພາປະຊາຊົນສູ້ຊົນຢ່າງບໍ່ລົດລະ, ບຸກບືນກ້າວໄປໜ້າຢ່າງບໍ່ຢຸດຢັ້ງ, ໄດ້ປະສົບຜົນສຳເລັດໃນການບຸກເບີກເສັ້ນທາງອັນຖືກຕ້ອງແຫ່ງການບັນລຸເປົ້າໝາຍການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ. ປະເທດຈີນຈາກຄວາມແຕກແຍກ ບໍ່ມີຄວາມສາມັກຄີ ສູ່ຄວາມເປັນເອກະພາບໃນລະດັບສູງ ແລະທົ່ວທັງຊາດມີຄວາມສາມັກຄີກັນ, ຈາກຄວາມອ່ອນແອທີ່ສຸດ ແລະ ທຸກຍາກຫຼ້າຫຼັງ ສູ່ຄວາມອີ່ມໜຳສຳລານຮອບດ້ານ ແລະ ຄວາມຈະເລີນເຂັ້ມແຂງຮັ່ງມີ, ຈາກການຖືກກົດຂີ່ຂົ່ມເຫັງໃນທ່າຮັບ ສູ່ຄວາມເປັນເອກະລາດ ເປັນເຈົ້າຕົນເອງ ແລະ ໝັ້ນໃຈຕົນເອງຢ່າງເດັດດ່ຽວໜຽວແໜ້ນ, ຈີນໄດ້ໃຊ້ເວລາພຽງຫຼາຍສິບປີເທົ່ານັ້ນ ກໍສາມາດບັນລຸເປົ້ໝາຍຫັນເປັນອຸດສາຫະກຳ ແຕ່ປະເທດທີ່ພັດທະນາແລ້ວ ຕ້ອງໄດ້ໃຊ້ເວລາຫຼາຍ100 ປີຈິ່ງສາມາດເຮັດສຳເລັດໄດ້, ເຊິ່ງໄດ້ສ້າງສິ່ງມະຫັດສະຈັນສອງຢ່າງຄື: ເສດຖະກິດພັດະນາຢ່າງວ່ອງໄວ ແລະ ສັງຄົມມີສະຖຽລະພາບຢ່າງຍາວນານ. ໃນທຸກມື້ນີ້, ຊົນຊາດຈີນໄດ້ສະແດງໃຫ້ທົ່ວໂລກເຫັນເຖິງຄວາມມີຊີວິດຊີວາຢູ່ທຸກແຫ່ງຫົນ ແລະ ຢືນສະຫງ່າຢູ່ທິດຕາເວັນອອກຂອງໂລກ.

3. ການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາ ໄດ້ສະແດງໃຫ້ເຫັນພະລັງຊີວິດອັນເຂັ້ມແຂງຂອງລັດທິມາກ. ລັດທິມາກໄດ້ຊີ້ໃຫ້ເຫັນກົດເກນການພັດທະນາສັງຄົມມະນຸດ, ເປັນສັດຈະທຳທີ່ມີວິທະຍາສາດໃນການຮັບຮູ້ໂລກ ແລະ ດັດສ້າງໂລກ. ພ້ອມດຽວກັນນັ້ນ, ການຍຶດໝັ້ນ ແລະ ພັດທະນາລັດທິມາກ, ຈາກທິດສະດີຈົນຮອດພຶດຕິກຳ ລ້ວນແຕ່ຕ້ອງການໃຫ້ນັກລັດທິມາກໃນທົ່ວໂລກພະຍາຍາມຢ່າງແສນລຳບາກ ເຊິ່ງເປັນສິ່ງທ້າທາຍໃຫຍ່ທີ່ສຸດ. ໃນໄລຍະ 100 ປີຜ່ານມາ, ພັກໄດ້ຍຶດໝັ້ນໃນການຖືເອົາລັດທິມາກເປັນທິດຊີ້ນຳຂອງຕົນ, ຊຸກຍູ້ການຫັນລັດທິມາກໃຫ້ເປັນແບບຈີນໄປພ້ອມກັບຍຸກສະໄໝຢ່າງບໍ່ຢຸດຢັ້ງ, ຖອດຖອນບົດຮຽນຈາກໝາກຜົນຂອງອະລິຍະທຳທີ່ດີເດັ່ນທຸກຢ່າງ ທີ່ມະນຸດເຮົາສ້າງຂຶ້ນດ້ວຍຈິດໃຈກວ້າງຂວາງ, ນຳໃຊ້ທິດສະດີວິທະຍາສາດຂອງລັດທິມາກໃນແບບຈີນມານຳພາພຶດຕິກຳທີ່ຍິ່ງໃຫຍ່. ຄວາມເປັນວິທະຍາສາດ ແລະ ຄວາມເປັນສັດຈະທຳຂອງລັດທິມາກໄດ້ຜ່ານການກວດສອບຢ່າງເຕັມສ່ວນຢູ່ຈີນ, ຄວາມເປັນຂອງຊາຊົນ ແລະ ຄວາມອາດສາມາດທີ່ປະຕິບັດຕົວຈິງໄດ້ຂອງລັດທິມາກ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຕັມສ່ວນຢູ່ຈີນ, ການເປີດປະຕູ ແລະ ການກ້າວໜ້າໄປພ້ອມກັບຍຸກສະໄໝຂອງລັດທິມາກໄດ້ສະແດງໃຫ້ເຫັນຢ່າງເຕັມສ່ວນຢູ່ຈີນ. ລັດທິມາກໄດ້ປະສົບຜົນສຳເລັດຢ່າງບໍ່ຢຸດຢັ້ງໃນການຫັນເປັນແບບຈີນ ແລະ ກ້າວໜ້າໄປພ້ອມກັບຍຸກສະໄໝນັ້ນ ເຮັດໃຫ້ຊາວໂລກ ໄດ້ເຫັນພາບພົດໃໝ່ຂອງລັດທິມາກ. ເຮັດໃຫ້ວິວັດທະນາການໃນປະຫວັດສາດ ແລະ ການຕໍ່ລອງກຳລັງ ລະຫວ່າງສອງຮູບຖານຈິດສຳນຶກ ແລະ ສອງລະບອບສັງຄົມຄື ສັງຄົມນິຍົມ ແລະ ທຶນນິຍົມໃນຂອບເຂດທົ່ວໂລກ ໄດ້ເກີດມີການປ່ຽນແປງໃຫຍ່ທີ່ມີຜົນດີຕໍ່ສັງຄົມນິຍົມ.

4. ການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາ ໄດ້ສົ່ງຜົນສະທ້ອນອັນເລິກເຊິ່ງໃຫ້ກັບຂະບວນວິວັດປະຫວັດສາດຂອງໂລກ. ພາລະກິດຂອງພັກ ແລະ ປະຊາຊົນເປັນພາກສ່ວນອັນສຳຄັນຂອງພາລະກິດຄວາມກ້າວໜ້າຂອງມະນຸດ. ໃນໄລຍະ 100 ປີຜ່ານມາ, ພັກບໍ່ພຽງແຕ່ໄດ້ສະແຫວງຫາຄວາມສຸກເພື່ອປະຊາຊົນ ແລະ ສະແຫວງຫາການຟື້ນຟູຄວາມຈະເລີນຮຸ່ງເຮືອງເພື່ອປະຊາຊາດຈີນ ເທົ່ານັ້ນ, ຍັງໄດ້ສະແຫວງຫາຄວາມກ້າວໜ້າເພື່ອມວນມະນຸດ ແລະ ສະແຫວງຫາຄວາມກົມກຽວກັນເພື່ອສັງຄົມໂລກອີກດ້ວຍ, ໄດ້ປ່ຽນແປງທ່າອ່ຽງ ແລະ ສະພາບການພັດທະນາຂອງໂລກດ້ວຍການສູ້ຊົນໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງບໍ່ລົດລະ. ພັກໄດ້ນຳພາປະຊາຊົນບຸກເບີກເສັ້ນທາງຫັນເປັນທັນສະໄໝໃນແບບຈີນຢ່າງສຳເລັດຜົນ, ໄດ້ສ້າງຮູບແບບໃໝ່ຂອງອະລິຍະທຳຂອງມະນຸດ, ໄດ້ເປີດກວ້າຊ່ອງທາງກ້າວໄປສູ່ທັນສະໄໝສຳລັບປະເທດພວມພັດທະນາ, ໄດ້ສະໜອງທາງເລືອກອັນໃໝ່ໃຫ້ກັບປະເທດ ແລະ ຊົນຊາດທັງຫຼາຍໃນໂລກທີ່ຫວັງຢາກເລັ່ງລັດພັດທະນາ ທັງຫວັງຢາກຮັກສາຄວາມເປັນເອກະລາດຂອງຊາດຕົນ. ພັກໄດ້ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ໄດ້ປະກອບສ່ວນໃນດ້ານສະຕິປັນຍາ ແມ່ແບບ ແລະ ກຳລັງຂອງຈີນເຂົ້າໃນການແກ້ໄຂບັນຫາສຳຄັນຂອງມວນມະນຸດ, ເຂົ້າໃນການສ້າງໂລກທີ່ມີສັນຕິພາບຖາວອນ ມີຄວາໝັ້ນຄົງທົ່ວເຖິງ ມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ ເປີດປະຕູ ກວມລວມ ສະອາດ ແລະ ສວຍງາມ, ໄດ້ກາຍເປັນກຳລັງສຳຄັນໃນການຊຸກຍູ້ການພັດທະນາ ແລະ ຄວາມກ້າວໜ້າຂອງມະນຸດ.

5. ການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາໄດ້ຝຶກຝົນຫຼໍ່ຫຼອມພັກກອມມູນິດຈີນໃຫ້ສາມາດກ້າວເດີນຢູ່ແຖວໜ້າຂອງຍຸກສະໄໝ. ໃນເວລາພັກກອມມູນິດຈີນຫາກໍ່ສ້າງຕັ້ງຂຶ້ນ, ມີແຕ່ສະມາຊິກພັກພຽງ 50 ກວ່າຄົນເທົ່ານັ້ນ, ປັດຈຸບັນໄດ້ກາຍເປັນພັກກຳອຳນາດທີ່ໃຫຍ່ອັນດັບໜຶ່ງໃນໂລກ ເຊິ່ງມີສະມາຊິກຫຼາຍເຖິງ 95 ລ້ານກວ່າຄົນ, ສາມາດນຳພາປະເທດໃຫຍ່ທີ່ມີປະຊາກອນ 1,4 ຕື້ຄົນ ແລະ ມິອິດທິພົນຕໍ່ໂລກຫຼາຍທີ່ສຸດ. ໃນໄລຍະ 100 ປີຜ່ານມາ, ພັກໄດ້ຍຶດໝັ້ນລັກສະນະທາດແທ້ ແລະ ຈຸດປະສົງຂອງຕົນ, ຍຶດໝັ້ນອຸດົມການ ແລະ ຄວາມເຊື່ອຖື, ຍຶດໝັ້ນອຸດົມການແຕ່ຫົວທີ ແລະພາລະກຳ, ກ້າປະຕິວັດໂດຍຕົນເອງ, ໄດ້ຜ່ານຜ່າຄວາມສ່ຽງ ແລະ ການທົດສອບຕ່າງໆໃນການຕໍ່ສູ້ຢ່າງເອົາເປັນເອົາຕາຍ ແລະ ການສູ້ຊົນດ້ວຍຄວາມທໍລະຫົດອົນທົນ, ໄດ້ເສຍສະຫະຊີວິດຢ່າງຫຼວງຫຼາຍ, ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງທີ່ພົ້ນເດັ່ນ, ໄດ້ກຳເນີດໃຫ້ເປັນລະບົບຈິດໃຈທີ່ມີຈິດໃຈສ້າງຕັ້ງພັກອັນຍິ່ງໃຫຍ່ເປັນແຫຼ່ງກຳເນີດ, ໄດ້ຮັກສາຄວາມກ້າວໜ້າ ແລະ ຄວາມບໍລິສຸດຂອງພັກ, ຄວາມສາມາດກຳອຳນາດ ແລະ ລະດັບການນຳພາຂອງພັກໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ກຳລັງນຳພາປະຊາຊົນຈີນກ້າວໄປສູ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ ບົນເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໂດຍບໍ່ສາມາດຕ່າວປີ້ນໄດ້, ພັກກອມມູນິດຈີນສົມເປັນພັກທີ່ຍິ່ງໃຫຍ່ ມີກຽດສະຫງ່າ ແລະ ຖືກຕ້ອງ.

 

VIບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກກອມມູນິດຈີນໃນຮອບ 100 ປີຜ່ານມາ

 

ໃນໄລຍະ 100 ປີຜ່ານມາ, ພັກໄດ້ສຳພາປະຊາຊົນດຳເນີນການຕໍ່ສູ້ທີ່ຍິ່ງໃຫຍ່, ໂດຍໄດ້ບຸກທະລຸໃນການບຸກບືນກ້າວໄປໜ້າ, ບຸກໜ້າບືນຕົວທ່າມກາງຄວາມຫຼົ້ມເຫຼວ, ຍົກລະດັບສູງຂຶ້ນຈາກການສະຫຼຸບບົດຮຽນ, ໄດ້ສະສົມບົດຮຽນປະຫວັດສາດອັນປະເສີດດັ່ງນີ້ຄື:

1.    ຍຶດໝັ້ນການນຳພາຂອງພັກ. ພັກກອມມູນິດຈີນເປັນກຳລັງແກນກາງໃນການນຳພາພາລະກິດຂອງພວກເຮົາ. ການທີ່ປະຊາຊົນຈີນ ແລະ ປະຊາຊາດຈີນສາມາດປ່ຽນແປງຊາຕາກຳໃນປະຫວັດສາດຫຼັງປີ 1840 ແລະ ສາມາດປະສົບຜົນສຳເລັດທີ່ຍິ່ງໃຫຍ່ໄດ້ໃນທຸກມື້ນີ້, ສາເຫດພື້ນຖານທີ່ສຸດກໍຄື ມີການນຳພາອັນເຂັ້ມແຂງຂອງພັກກອມມູນິດຈີນ. ປະຫວັດສາດ ແລະ ສະພາບຄວາມເປັນຈິງ ລ້ວນແຕ່ໄດ້ພິສູດໃຫ້ເຫັນວ່າ, ຖ້າບໍ່ມີພັກກອມມູນິດຈີນ ກໍຈະບໍ່ມີ ສປ ຈີນ,  ແລະບໍ່ມີການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ. ການບໍລິຫານພັກການເມືອງທີ່ມີສະມາຊິກຫຼາຍທີ່ສຸດ ແລະ ບໍລິຫານປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກໃຫ້ດີນັ້ນ, ຕ້ອງຍຶດໝັ້ນການນຳພາຢ່າງຮອບດ້ານຂອງພັກ ໂດຍສະເພາະແມ່ນການນຳພາແບບໂຮມສູນເປັນເອກະພາບກັນຂອງສູນກາງພັກ, ຍຶດໝັ້ນລະບອບໂຮມສູນປະຊາທິປະໄຕ, ຮັບປະກັນໃຫ້ພັກກຳແໜ້ນພາກສ່ວນລວມ ແລະ ປະສານງານບັນດາຝ່າຍຢ່າງສະເໝີຕົ້ນສະເໝີປາຍ. ຂໍແຕ່ວ່າພວກເຮົາຍຶດໝັ້ນການນຳພາຢ່າງຮອບດ້ານຂອງພັກຢ່າງບໍ່ຫວັ່ນໄຫວຄອນແຄນ, ເດັດດ່ຽວປົກປັກຮັກສາແກນກາງຂອງພັກ ແລະ ອິດທິພົນຂອງສູນກາງພັກ, ເສີມຂະຫຍາຍທ່າແຮງດ້ານການເມືອງຂອງການນຳພາຂອງພັກຢ່າງເຕັມສ່ວນ, ຈັດຕັ້ງປະຕິບັດການນຳພາຂອງພັກເຂົ້າໃນທຸກຂົງເຂດ ທຸກດ້ານ ແລະ ທຸກຂອດຂອງພາລະກິດຂອງພັກ ແລະ ປະເທດຊາດ, ກໍຈະສາມາດຮັບປະກັນໃຫ້ທົ່ວພັກ ທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດສາມັກຄີເປັນເອກະພາບກັນກ້າວໄປໜ້າໄດ້ຢ່າງແນ່ນອນ.

2. ຍຶດໝັ້ນຖືປະຊາຊົນສຳຄັນກວ່າໝູ່. ພັກກອມມູນິດຈີນມີຮາກຢູ່ປະຊາຊົນ ມີສາຍເລືອດຢູ່ປະຊາຊົນ ແລະ ມີກຳລັງຢູ່ປະຊາຊົນ, ປະຊາຊົນຄືຄວາມໝັ້ນໃຈທີ່ແຂງແຮງທີ່ສຸດຂອງພັກໃນການກຳອຳນາດ ເພື່ອພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ. ຄວາມສັດທາຂອງປະຊາຊົນ ຄືການເມືອງທີ່ໃຫຍ່ທີ່ສຸດ, ຄວາມເປັນທຳຄືກຳລັງແຮງທີ່ເຂັ້ມແຂງທີ່ສຸດ. ທ່າແຮງດ້ານການເມືອງທີ່ໃຫຍ່ທີ່ສຸດຂອງພັກກໍຄື ໃກ້ຊິດຕິດແທດກັບປະຊາຊົນ, ຄວາມອັນຕະລາຍໃຫຍ່ທີ່ສຸດຫຼັງພັກກຳອຳນາດກໍຄື ຫ່າງເຫີນຈາກປະຊາຊົນ. ພັກເປັນຕົວແທນໃຫ້ແກ່ຜົນປະໂຫຍດພື້ນຖານຂອງປະຊາຊົນຈີນຈຳນວນຫຼວງຫຼາຍທີ່ສຸດ, ເວລາໃດກໍບໍ່ມີຜົນປະໂຫຍດພິເສດສ່ວນຕົວແຕ່ຢ່າງໃດ ແລະບໍ່ເຄີຍເປັນຕົວແທນໃຫ້ແກ່ກຸ່ມຜົນປະໂຫຍດໃດໆ ກຸ່ມອຳນາດໃດໆ ແລະ ຊັ້ນຄົນອະພິສິດໃດໆ, ນີ້ຄືສາເຫດພື້ນຖານທີ່ສຸດທີ່ພັກສາມາດມີໄຊໄດ້ຕະຫຼອດການ. ຂໍພຽງແຕ່ພວກເຮົາຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍໃນຈຸດປະສົງພື້ນຖານຄື ຮັບໃຊ້ປະຊາຊົນຢ່າງສຸດອົກສຸດໃຈ, ຍຶດໝັ້ນແນວທາງມະຫາຊົນຂອງພັກ, ຈື່ຈຳສະເໝີວ່າ ປະເທດຊາດກໍແມ່ນປະຊາຊົນ, ປະຊາຊົນກໍແມ່ນປະເທດຊາດ, ຍຶດໝັ້ນເຮັດທຸກຢ່າງເພື່ອປະຊາຊົນ ແລະ ອາໄສປະຊາຊົນ,  ຍຶດໝັ້ນໃນການກຳອຳນາດເພື່ອປະຊາຊົນ ແລະ ກຳອຳນາດໂດຍອາໄສປະຊາຊົນ, ຍຶດໝັ້ນໃນການພັດທະນາເພື່ອປະຊາຊົນ ພັດທະນາໂດຍອາໄສປະຊາຊົນ ແລະ ໃຫ້ປະຊາຊົນຮ່ວມກັນຊົມໃຊ້ໝາກຜົນຂອງການພັດທະນາ, ກ້າວເດີນຕາມເສັ້ນທາງທົ່ວປວງຊົນຮັ່ງມີຮ່ວມກັນຢ່າງເດັດດ່ຽວໜຽວແໜ້ນ, ກໍຈະສາມາດນຳພາປະຊາຊົນຍາດເອົາໄຊຊະນະໃໝ່ທີ່ໃຫຍ່ຫຼວງກວ່າເກົ່າຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໄດ້ຢ່າງແນ່ນອນ, ກົນອຸບາຍທຸກຮູບແບບທີ່ຢາກແບ່ງແຍກ ແລະ ເຮັດໃຫ້ພັກກອມມູນິດຈີນ ແລະ ປະຊາຊົນຈີນເປັນປໍລະປັກກັນນັ້ນ ຈະບໍ່ປະສົບຜົນສຳເລັດເດັດຂາດ!

3. ຍຶດໝັ້ນການປະດິດສ້າງທິດສະດີໃໝ່. ລັດທິມາກແມ່ນແນວຄິດພື້ນຖານທີ່ຊີ້ນຳພວກເຮົາໃນການສ້າງພັກ ສ້າງປະເທດ ພັດທະນາພັກ ແລະ ປະເທດໃຫ້ຈະເລີນເຂັ້ມແຂງຂຶ້ນ. ທິດສະດີລັດທິມາກບໍ່ແມ່ນຄຳພີຕາຍຕົວ ແຕ່ແມ່ນຄູ່ມືດຳເນີນງານ, ຕ້ອງມີການພັດທະນາໄປພ້ອມກັບການພັດທະນາຂອງພຶດຕິກຳຕົວຈິງ, ຕ້ອງຫັນເປັນແບບຈີນ ຈິ່ງຈະສາມາດປົ່ງໜໍ່ຈໍ່ດອກ, ຫັນເປັນແບບຈີນແລ້ວ ຈິ່ງຈະສາມາດເຂົ້າເຖິງຈິດໃຈປະຊາຊົນໄດ້ຢ່າງເລິກເຊິ່ງ. ການທີ່ພັກກອມມູນິດຈີນສາມາດນຳພາປະຊາຊົນເຮັດໜ້າທີ່ອັນໜັກໜ່ວງໃຫ້ສຳເລັດທ່າມກາງການຊອກສະແຫວງຫາ ການລົ້ມເຫຼວ ແລະ ການບຸກເບີກບໍ່ຈັກວ່າເທົ່າໃດຄັ້ງ ເຊິ່ງກຳລັງການເມືອງຝ່າຍອື່ນໆຂອງຈີນບໍ່ອາດສາມາດເຮັດສຳເລັດໄດ້ນັ້ນ, ສາເຫດຕົ້ນຕໍທີ່ສຸດກໍຄື ຍຶດໝັ້ນໃນການປົດປ່ອຍແນວຄິດ ການສະແຫວງຫາສັດຈະທຳຈາກຄວາມເປັນຈິງ ການກ້າວໄປໜ້າພ້ອມກັບຍຸກສະໄໝ ການສະແຫວງຫາຄວາມເປັນຈິງ ແລະ ການຕິດແທດຕົວຈິງ, ຍຶດໝັ້ນການຖືເອົາຫຼັກມູນພື້ນຖານຂອງລັດທິມາກ ປະສົມປະສານກັບສະພາບຄວາມເປັນຈິງຂອງຈີນ ແລະ ວັດທະນະທຳອັນເປັນມູນເຊື້ອທີ່ດີງາມຂອງຊົນຊາດຈີນ, ຍຶດໝັ້ນໃນຫຼັກການທີ່ວ່າ ພຶດຕິກຳຕົວຈິງຄືມາດຕະຖານພຽງໜຶ່ງດຽວໃນການກວດສອບສັດຈະທຳ, ຍຶດໝັ້ນເຮັດທຸກສິ່ງຢ່າງຕ້ອງໄດ້ເລີ່ມຈາກສະພາບຄວາມເປັນຈິງ, ແກ້ໄຂບັນຫາຂອງຍຸກສະໄໝ ແລະ ບັນຫາຂອງປະຊາຊົນຢ່າງທັນການ, ຊຸກຍູ້ການຫັນລັດທິມາກໃຫ້ເປັນແບບຈີນ ແລະໃຫ້ກ້າວໜ້າໄປພ້ອມກັບຍຸກສະໄໝຢ່າງບໍ່ຢຸດຢັ້ງ. ສະຫາຍ ສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນວ່າ: ການປ່ຽນແປງໃໝ່ທາງສັງຄົມທີ່ຍິ່ງໃຫຍ່ຂອງຈີນໃນຍຸກປັດຈຸບັນ ບໍ່ແມ່ນການສືບທອດແມ່ແບບຂອງວັດທະນະທຳ ແລະ ປະຫວັດສາດປະເທດພວກເຮົາຢ່າງງ່າຍດາຍ, ບໍ່ແມ່ນນຳໃຊ້ຮູບແບບຕາມທີ່ນັກປະພັນຕຳລາອະມະຕະລັດທິມາກໄດ້ຄາດຄິດຢ່າງງ່າຍດາຍ, ບໍ່ແມ່ນການລອກແບບພຶດຕິກຳຕົວຈິງໃນການພັດທະນາສັງຄົມນິຍົມຂອງປະເທດອື່ນ, ແລະກໍບໍ່ແມ່ນການລອກແບບການພັດທະນາທີ່ທັນສະໄໝຂອງຕ່າງປະເທດ. ຂໍພຽງແຕ່ພວກເຮົາກ້າປະສົມປະສານກັບພຶດຕິກຳອັນໃໝ່, ຊຸກຍູ້ການປະດິດສ້າງໃໝ່ໃນດ້ານທິດສະດີຢ່າງບໍ່ຢຸດຢັ້ງ, ຮູ້ວິທີໃນການນຳໃຊ້ທິດສະດີໃໝ່ມາຊີ້ນຳພຶດຕິກຳໃໝ່, ກໍຈະສາມາດເຮັດໃຫ້ລັດທິມາກສະແດງໃຫ້ເຫັນພະລັງແຮງທີ່ເປັນສັດຈະທຳທີ່ເຂັ້ມແຂງກວ່າເກົ່າ ແລະ ໜ້າເຊື່ອຖືກວ່າເກົ່າຢູ່ດິນແດນຈີນໄດ້ຢ່າງແນ່ນອນ.

4. ຍຶດໝັ້ນຫຼັກການເປັນເອກະລາດເປັນເຈົ້າຕົນເອງ. ຄວາມເປັນເອກະລາດ ເປັນເຈົ້າຕົນເອງ ແມ່ນດວງວິນຍານຂອງຈິດໃຈຊົນຊາດຈີນ, ແມ່ນຫຼັກການສຳຄັນຂອງພວກເຮົາໃນການສ້າງພັກສ້າງປະເທດ.  ການເດີນຕາມເສັ້ນທາງຂອງຕົນ ເປັນຂໍ້ສະຫຼຸບທາງປະຫວັດສາດ ທີ່ພັກໄດ້ຮັບຈາກການບຸກບືນສູ້ຊົນໃນຮອບ 100 ປີຜ່ານມາ. ແຕ່ໃດມາ ພັກກໍຍຶດໝັ້ນໃນການບຸກເບີກເສັ້ນທາງກ້າວໄປໜ້າຢ່າງເປັນເອກະລາດ ເປັນເຈົ້າຕົນເອງ, ຍຶດໝັ້ນພັດທະນາປະເທດຊາດ ແລະ ຊົນຊາດໂດຍອີງໃສ່ກຳລັງແຮງຂອງຕົນເປັນພື້ນຖານ, ຍຶດໝັ້ນໃນທິດທາງທີ່ວຽກງານຂອງຈີນ ຕ້ອງໃຫ້ປະຊາຊົນຈີນເປັນຜູ້ຕັດສິນ ແລະແກ້ໄຂດ້ວຍຕົນເອງ. ໃນປະຫວັດສາດຂອງມວນມະນຸດ, ບໍ່ມີຊົນຊາດໃດ ແລະ ປະເທດໃດ ທີ່ສາມາດບັນລຸຄວາມເຂັ້ມແຂງ ແລະ ຄວາມຈະເລີນຮຸ່ງເຮືອງໄດ້ ໂດຍຜ່ານຈາກການອາໄສກຳລັງພາຍນອກ ການລອກແບບຂອງຕ່າງປະເທດ ແລະ ການໄປນຳຫຼັງປະເທດອື່ນຢ່າງບໍ່ມີຈຸດຢືນຂອງຕົນ. ເຮັດແນວນັ້ນ, ຜົນສຸດທ້າຍກໍຄື ຕ້ອງປະສົບຄວາມລົ້ມເຫຼວແນ່ນອນ, ຫຼື ຈະຕ້ອງກາຍເປັນປະເທດບໍລິວານຂອງປະເທດອື່ນຢ່າງແນ່ນອນ. ຂໍພຽງແຕ່ພວກເຮົາຍຶດໝັ້ນຄວາມເປັນເອກະລາດ ເປັນເຈົ້າຕົນເອງ ແລະ ເພິ່ງຕົນເອງ, ຖອດຖອນບົດຮຽນທີ່ມີປະໂຫຍດຂອງຕ່າງປະເທດຢ່າງຖ່ອມຕົວ, ທັງມີຄວາມເດັດດ່ຽວໃນດ້ານສະຕິຊາດ ແລະ ໝັ້ນໃຈຕົນເອງ, ມີຄວາມເດັດດ່ຽວໜຽວແໜ້ນ ແລະ ບໍ່ຢ້ານຄວາມກົດດັນ, ກໍຈະສາມາດກຳແໜ້ນຊາຕາກຳແຫ່ງການພັດທະນາ ແລະ ຄວາມກ້າວໜ້າຂອງປະເທດຈີນໄວ້ໃນກຳມືຂອງຕົນໄດ້ຢ່າງແນ່ນອນ.

5. ຍຶດໝັ້ນເສັ້ນທາງຈີນ. ທິດທາງຕັດສິນເສັ້ນທາງ, ເສັ້ນທາງຕັດສິນຊາຕາກຳ. ໃນການບຸກບືນສູ້ຊົນໃນຮອບ 100 ປີຜ່ານມາ, ພັກໄດ້ຍຶດໝັ້ນເລີ່ມຈາກສະພາບຕົວຈິງຂອງປະເທດພວກເຮົາຢ່າງສະເໝີຕົ້ນສະເໝີປາຍ, ຊອກສະແຫວງຫາ ແລະ ກໍ່ຕົວເປັນເສັ້ນທາງອັນຖືກຕ້ອງທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງຈີນ. ເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ເປັນເສັ້ນທາງອັນກວ້າງຂວາງສຳລັບການສ້າງຊີວິດທີ່ດີງາມໃຫ້ກັບປະຊາຊົນ ແລະ ບັນລຸເປົ້າໝາຍການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ. ເມື່ອອີງໃສ່ດິນແດນຈີນເປັນພື້ນຖານ ສືບທອດອະລິຍະທຳຊົນ ຊາດຈີນ ແລະ ກ້າວເດີນຕາມເສັ້ນທາງອັນຖືກຕ້ອງ ທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງຈີນ ແລ້ວ, ພັກ ແລະ ປະຊາຊົນກໍຈະມີເວທີອັນກວ້າງຂວາງທີ່ສຸດ, ມີພື້ນຖານປະຫວັດສາດອັນໜາແໜ້ນທີ່ສຸດ ແລະມີຄວາມເດັດດ່ຽວໜຽວແໜ້ນອັນເຂັ້ມແຂງທີ່ສຸດເພື່ອກ້າວໄປໜ້າ. ຂໍພຽງແຕ່ພວກເຮົາບໍ່ກ້າວເດີນໄປຕາມເສັ້ນທາງເກົ່າທີ່ປິດປະຕູ ແລະ ແຂງກະດ້າງ, ແລະບໍ່ເດີນຕາມເສັ້ນທາງເຂວທີ່ປ່ຽນຄັນທຸງ, ຍຶດໝັ້ນເດີນຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງເດັດດ່ຽວໜຽວແໜ້ນ, ກໍຈະສາມາດສ້າງປະເທດພວກເຮົາ ໃຫ້ເປັນປະເທດສັງຄົມນິຍົມທີ່ທັນສະໄໝ ຮັ່ງມີເຂັ້ມແຂງ ມີປະຊາທິປະໄຕ ມີຄວາມສິວິໄລ ມີຄວາມກົມກຽວ ແລະ ສວຍສົດງົດງາມໄດ້ຢ່າງແນ່ນອນ.

6. ຍຶດໝັ້ນໃນການຫ່ວງໃຍຊາຕາກຳຂອງໂລກ. ຄຳບູຮານຈີນກ່າວໄວ້ວ່າ: “ເມື່ອປະຕິບັດຕາມອຸດົມການສູງສຸດດ້ານການເມືອງແລ້ວ ທົ່ວບ້ານເມືອງກໍຈະເປັນຂອງມວນມະຫາປະຊາຊົນ.” ພັກໄດ້ເອົາໃຈໃສ່ອະນາຄົດ ແລະ ຊາຕາກຳຂອງມວນມະນຸດດ້ວຍວິໄສທັດໂລກຢ່າງສະເໝີຕົ້ນສະເໝີປາຍ, ໂດຍເລີ່ມຈາກທ່າອ່ຽງໃຫຍ່ແຫ່ງການພັດທະນາຂອງມະນຸດ, ພາກສ່ວນໃຫຍ່ແຫ່ງການປ່ຽນແປງຂອງໂລກ ແລະ ປະຫວັດສາດໃຫຍ່ແຫ່ງການພັດທະນາຂອງຈີນ, ໄດ້ຮັບຮູ້ ແລະ ແກ້ໄຂການພົວພັນກັບໂລກພາຍນອກຢ່າງຖືກຕ້ອງ, ຍຶດໝັ້ນການເປີດປະຕູສູ່ພາຍນອກ, ບໍ່ປິດປະຕູ, ຍຶດໝັ້ນໃນຫຼັກການຕ່າງຝ່າຍຕ່າງມີຜົນປະໂຫຍດ, ບໍ່ດຳເນີນການແຂ່ງຂັນແບບເກມຜົນລວມເປັນສູນ, ຍຶດໝັ້ນຫຼັກການຄວາມຍຸຕິທຳ ແລະສົ່ງເສີມຄວາມເປັນທຳ, ເລືອກເອົາຝ່າຍທີ່ຖືກຕ້ອງໃນປະຫວັດສາດ, ເລືອກເອົາຝ່າຍທີ່ກ້າວໜ້າຂອງມວນມະນຸດ. ຂໍພຽງແຕ່ພວກເຮົາຍຶດໝັ້ນເສັ້ນທາງພັດທະນາໂດຍສັນຕິ, ບໍ່ພຽງແຕ່ຜ່ານຈາກການປົກປັກຮັກສາສັນຕິພາບຂອງໂລກເພື່ອພັດທະນາຕົນເອງເທົ່ານັ້ນ, ຍັງປົກປັກຮັກສາສັນຕິພາບຂອງໂລກດ້ວຍການພັດທະນາຂອງຕົນອີກດ້ວຍ, ຮ່ວມກັບກຳລັງທີ່ກ້າວໜ້າທຸກຝ່າຍໃນໂລກເກາະແຂນກັນກ້າວໄປໜ້າ, ບໍ່ເພິ່ງຜູ້ອື່ນ, ບໍ່ປຸ້ນສະດົມຜູ້ອື່ນ, ຈະບໍ່ເປັນເຈົ້າອຳນາດຂອງໂລກຕະຫຼອດໄປ, ກໍຈະສາມາດປະກອບສ່ວນສະຕິປັນຍາ ແລະ ກຳລັງເພື່ອຄວາມສິລິໄລ ແລະ ຄວາມກ້າວໜ້າຂອງມວນມະນຸດຢ່າງບໍ່ຢຸດຢັ້ງໄດ້ແນ່ນອນ, ຮ່ວມກັບປະຊາຊົນບັນດາປະເທດໃນໂລກ ຊຸກຍູ້ກົງລໍ້ປະຫວັດສາດໃຫ້ກ້າວໄປສູ່ອະນາຄົດທີ່ສະຫວ່າງສະໄຫວ.

7. ຍຶດໝັ້ນການບຸກເບີກປະດິດສ້າງໃໝ່. ການປະດິດສ້າງໃໝ່ເປັນກຳລັງແຮງທີ່ບໍ່ມີວັນເຫືອດແຫ້ງໃນການຊຸກຍູ້ການພັດທະນາ ແລະ ຄວາມກ້າວໜ້າຂອງປະເທດໜຶ່ງ ແລະ ຊົນຊາດໜຶ່ງ. ພາລະກິດທີ່ຍິ່ງໃຫຍ່ຂະໜາດໃດ, ຈະເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ ອຸປະສັກ ແລະ ຄວາມອັນຕະລາຍຢ່າງຫຼວງຫຼາຍຂະໜາດນັ້ນ, ຈຶ່ງຕ້ອງການການບຸກບືນສູ້ຊົນຢ່າງທໍລະຫົດອົດທົນ, ແຮ່ງຕ້ອງການການບຸກເບີກປະດິດສ້າງໃໝ່. ພັກໄດ້ນຳພາປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆນານາ, ຊອກສະແຫວງຫາຢ່າງບໍ່ລົດລະ, ສູ້ຊົນບຸກເບີກ, ບຸກບືນກ້າວໄປໜ້າ, ຊຸກຍູ້ການປະດິດສ້າງໃໝ່ໃນດ້ານທິດສະດີ ດ້ານພຶດຕິກຳ ດ້ານລະບອບ ດ້ານວັດທະນະທຳ ແລະດ້ານອື່ນໆ, ກ້າໄປກ່ອນໝູ່ໃນໂລກ, ໄດ້ບຸກເບີກເສັ້ນທາງທີ່ຄົນລຸ້ນກ່ອນບໍ່ເຄີຍບຸກເບີກຜ່ານນັ້ນໃຫ້ສຳເລັດຜົນ, ບໍ່ວ່າຄວາມຫຍຸ້ງຍາກ ອຸປະສັກ ແລະ ຄວາມອັນຕະລາຍໃດໆກໍຕາມ ລ້ວນແຕ່ບໍ່ສາມາດຂັດຂວາງບາດກ້າວເດີນໄປໜ້າຂອງພັກ ແລະ ປະຊາຊົນໄດ້. ຂໍພຽງແຕ່ພວກເຮົາປະຕິບັດໄປຕາມກະແສຍຸກສະໄໝ, ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ, ກ້າຊຸກຍູ້ການປະຕິຮູບ, ຮັບຮູ້ສະພາບ ການປ່ຽນແປງຢ່າງຖືກຕ້ອງ, ຮັບມືກັບສະພາບການປ່ຽນແປງຢ່າງມີວິທະຍາສາດ, ເປັນເຈົ້າການໃນການສະແຫວງຫາການປ່ຽນແປງ, ບໍ່ມີແນວຄິດແຂງກະດ້າງຈົນເທົ່າໃດໆ, ບໍ່ຢຸດຈຶ້ງຈົນເທົ່າໃດໆ, ກໍຈະສາມາດສ້າງສິ່ງມະຫັດສະຈັນທີ່ປະຈັກຕາຕໍ່ຊາວໂລກໃຫ້ໄດ້ຫຼາຍກວ່າເກົ່າຢ່າງແນ່ນອນ.

8. ຍຶດໝັ້ນໃນການກ້າຕໍ່ສູ້.  ການກ້າຕໍ່ສູ້ ກ້າເອົາຊະນະ ແມ່ນພະລັງຈິດໃຈທີ່ເຂັ້ມແຂງຂອງພັກ ແລະ ປະຊາຊົນ ເຊິ່ງບໍ່ມີຝ່າຍໃດສາມາດເອົາຊະນະໄດ້. ຜົນງານທຸກຢ່າງທີ່ພັກ ແລະ ປະຊາຊົນໄດ້ຮັບນັ້ນ ບໍ່ແມ່ນຕົກລົງມາຈາກທ້ອງຟ້າ, ບໍ່ແມ່ນສິ່ງທີ່ຜູ້ອື່ນທານໃຫ້, ແຕ່ແມ່ນຍາດມາໄດ້ໂດຍຜ່ານການຕໍ່ສູ້ຢ່າງບໍ່ຢຸດຢັ້ງ. ພັກໄດ້ກຳເນີດຂຶ້ນຈາກຄວາມວຸ້ນວາຍຢູ່ພາຍໃນ ແລະ ໄພຄຸກຄາມຈາກພາຍນອກ ເຕີບໃຫຍ່ຂຶ້ນທ່າມກາງຄວາມທຸກທໍລະມານ ແລະ ເຂັ້ມແຂງຂຶ້ນກ່າມກາງການຜ່ານຜ່າຄວາມຫຍຸ້ງຍາກຕ່າງໆນາໆ, ເພື່ອປະຊາຊົນ ເພື່ອປະເທດຊາດ ເພື່ອຊົນຊາດ, ເພື່ອອຸດົມການ ແລະຄວາມເຊື່ອຖື, ບໍ່ວ່າສັດຕູຈະເຂັ້ມແຂງປານໃດ ເສັ້ນທາງຈະທຸລະກັນດານປານໃດ ສິ່ງທ້າທາຍຈະຂ້ຽວຂາດປານໃດກໍຕາມ, ພັກກໍບໍ່ຢ້ານກົວເດັດຂາດ, ບໍ່ທໍ້ຖອຍເດັດຂາດ, ບໍ່ຢ້ານການເສຍສະຫຼະຊີວິດ ແລະ ບໍ່ງໍ້ງ່ຽງຕໍ່ອຸປະສັກໃດໆ. ຂໍພຽງແຕ່ພວກເຮົາກຳແໜ້ນຈຸດພິເສດປະຫວັດສາດຂອງການຕໍ່ສູ້ທີ່ຍິ່ງໃຫຍ່ອັນໃໝ່, ກຳແໜ້ນ ແລະ ນຳໃຊ້ກາລະໂອກາດທາງປະຫວັດສາດໃຫ້ດີ, ດຳເນີນງານໃຫ້ໄດ້ຮັບຜົນດີເລີ່ມແຕ່ຕອນຕົ້ນດ້ວຍຄວາມເປັນເຈົ້າການ, ເຊີນຊູຈິດໃຈຕໍ່ສູ້, ເສີມສ້າງຄວາມສາມາດຕໍ່ສູ້, ເຕົ້າໂຮມຈິດໃຈ  ແລະ ກຳລັງແຮງຂອງທົ່ວພັກ ແລະ ປະຊາຊົນທົ່ວປະເທດ, ກໍຈະສາມາດເອົາຊະນະຄວາມສ່ຽງ ແລະ ສິ່ງທ້າທາຍຕ່າງໆນານາທີ່ສາມາດຄາດຄະເນໄດ້ ແລະ ຍາກທີ່ຈະຄາດຄະເນໄດ້ນັ້ນຢ່າງແນ່ນອນ.

9. ຍຶດໝັ້ນແນວໂຮມເອກະພາບ. ຄວາມສາມັກຄີ ກໍຄືພະລັງ. ການສ້າງຕັ້ງແນວໂຮມເອກະພາບທີ່ກວ້າງຂວາງທີ່ສຸດເປັນເຄັດລັບທີ່ສຳຄັນຂອງພັກໃນການເອົາຊະນະສັດຕູ, ທັງເປັນເຄັດລັບທີ່ສຳຄັນຂອງພັກໃນການກຳອຳນາດ ແລະ ພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ. ພັກໄດ້ຍຶດໝັ້ນມະຫາສາມັກຄີ ແລະ ມະຫາສຳພັນຢ່າງສະເໝີຕົ້ນສະເໝີປາຍ, ເຕົ້າໂຮມຄວາມສາມັກຄີຂອງກຳລັງທຸກຝ່າຍ, ປຸກລະດົມປັດໄຈທີ່ຕັ້ງໜ້າທຸກຢ່າງທີ່ລະດົມໄດ້, ຊຸກຍູ້ຄວາມກົມກຽວກັນຂອງການພົວພັນລະຫວ່າງພັກການເມືອງ ການພົວພັນລະຫວ່າງຊົນເຜົ່າ ການພົວພັນລະຫວ່າງສາສະໜາ ການພົວພັນລະຫວ່າງຊັ້ນຄົນ ການພົວພັນລະຫວ່າງພີ່ນ້ອງຮ່ວມຊາດທັງພາຍໃນ ແລະ ຕ່າງປະເທດ, ເຕົ້າໂຮມກຳລັງເພື່ອບຸກບືນສູ້ຊົນຮ່ວມກັນໃຫ້ຫຼາຍທີ່ສຸດ. ຂໍພຽງແຕ່ພວກເຮົາຮັດແໜ້ນ ແລະ ພັດທະນາມະຫາສາມັກຄີລະຫວ່າງຊົນເຜົ່າຕ່າງໆ ມະຫາສາມັກຄີຂອງປະຊາຊົນທົ່ວປະເທດຊາດ ແລະ ມະຫາສາມັກຄີຂອງລູກຫຼານປະຊາຊາດຈີນທຸກຖ້ວນໜ້າ,  ປູກຈິດສຳນຶກປະຊາຄົມຊົນຊາດຈີນໃຫ້ໝັ້ນຄົງ, ສ້າງສະພາບການທີ່ມີຊີວິດຊີວາທີ່ລູກຫຼານປະຊາຊາດຈີນໃນທົ່ວໂລກຄຶດໃນເລື່ອງດຽວກັນ ແລະ ອອກແຮງສູ່ທິດດຽວກັນໃຫ້ເປັນຮູບເປັນຮ່າງຂຶ້ນມາແລ້ວ, ກໍຈະສາມາດເຕົ້າໂຮມກຳລັງທີ່ເຂັ້ມແຂງຍິ່ງໃຫຍ່ເພື່ອບັນລຸເປົ້າໝາຍໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນໄດ້ຢ່າງແນ່ນອນ.

10. ຍຶດໝັ້ນການປະຕິວັດໂດຍຕົນເອງ. ການກ້າປະຕິວັດໂດຍຕົນເອງ ເປັນຂີດໝາຍອັນພົ້ນເດັ່ນຂອງພັກກອມມູນິດຈີນທີ່ຕ່າງກັບພັກການເມືອງອື່ນໆ. ຈິດໃຈປະຕິວັດໂດຍຕົນເອງ ເປັນເສົາຄ້ຳອັນເຂັ້ມແຂງຂອງພັກໃນການຮັກສາພະລັງຊີວິດທີ່ຄຶກຄັກຄະນອງ. ພັກການເມືອງລັດທິມາກທີ່ກ້າວໜ້າບໍ່ແມ່ນເກີດຂຶ້ນມາຕາມທຳມະຊາດ, ແຕ່ແມ່ນກຳເນີດຂຶ້ນຜ່ານຈາກການຝຶກຝົນຫຼໍ່ຫຼອມດ້ວຍການປະຕິວັດໂດຍຕົນເອງຢ່າງບໍ່ຢຸດຢັ້ງ. ເມື່ອຜ່ານຜ່າຂະບວນວິວັດປະຫວັດສາດເປັນເວລາ 100 ປີ, ພັກເຕັມໄປດ້ວຍພະລັງຊີວິດຫຼາຍຂຶ້ນກວ່າເກົ່າ, ເຄັດລັບກໍຄືການຍຶດໝັ້ນສັດຈະທຳ ແລະ ດັດແປງຄວາມຜິດຢ່າງສະເໝີຕົ້ນສະເໝີປາຍ. ຄວາມຍິ່ງໃຫຍ່ຂອງພັກບໍ່ແມ່ນຍ້ອນວ່າບໍ່ມີຄວາມຜິດພາດ, ແຕ່ແມ່ນຍ້ອນວ່າບໍ່ເຄີຍຫຼົບຫຼີກຄວາມຜິດພາດຈັກເທື່ອ, ຍ້ອນວ່າ ຕັ້ງໜ້າດຳເນີນການຕຳໜິເຊິ່ງກັນແລະກັນ ແລະ ຕຳໜິຕົນເອງ, ກ້າຜະເຊີນໜ້າກັບບັນຫາ ແລະ ກ້າປະຕິວັດໂດຍຕົນເອງ. ຂໍພຽງແຕ່ພວກເຮົາຢຸດຢັ້ງທຸກປັດໄຈທີ່ສ້າງຜົນຮ້າຍຕໍ່ລັກສະນະກ້າວໜ້າ ແລະ ຄວາມບໍລິສຸດຜຸດຜ່ອງຂອງພັກຢ່າງບໍ່ຢຸດຢັ້ງ, ດັບສູນເຊື້ອພະຍາດທັງໝົດທີ່ສ້າງຜົນຮ້າຍຕໍ່ຄວາມເຂັ້ມແຂງຂອງພັກຢ່າງບໍ່ຢຸດຢັ້ງ, ກໍຈະສາມາດຮັບປະກັນໃຫ້ພັກບໍ່ປ່ຽນທາດແທ້ ບໍ່ປ່ຽນສີ ແລະ ບໍ່ປ່ຽກິ່ນ, ຮັບປະກັນໃຫ້ພັກເປັນແກນນຳທີ່ເຂັ້ມແຂງໃນຂະບວນການປະຫວັດສາດທີ່ຍຶດໝັ້ນ ແລະ ພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງສະເໝີ ຕົ້ນສະເໝີປາຍໄດ້ຢ່າງແນ່ນອນ.

10 ດ້ານດັ່ງກ່າວນີ້ ເປັນບົດຮຽນອັນປະເສີດທີ່ສະສົມມາໄດ້ ໂດຍຜ່ານຈາກພຶດຕິກຳຕົວຈິງເປັນໄລຍະຍາວນານ, ເປັນສົມບັດດ້ານຈິດໃຈທີ່ພັກ ແລະ ປະຊາຊົນຮ່ວມກັນສ້າງຂຶ້ນ, ຕ້ອງຖະໜອມຮັກສາຢ່າງສຸດຂີດ ແລະ ຍຶດໝັ້ນຢ່າງຍາວນານ ທັງເສີມຂະຫຍາຍໃຫ້ອຸດົມສົມບູນຂຶ້ນຢ່າງບໍ່ຢຸດຢັ້ງໃນການປະຕິບັດຕົວຈິງໃນຍຸກໃໝ່

 

VII“ພັກກອມມູນິດຈີນໃນຍຸກໃໝ່”

 

ບໍ່ລືມອຸດົມການແຕ່ຫົວທີ ຈິ່ງຈະໄດ້ຮັບຜົນສຳເລັດທີ່ສຸດທ້າຍ. ພັກກອມມູນິດຈີນມີອຸດົມການສ້າງພາລະກິດອັນຍິ່ງໃຫຍ່ຖາວອນຂອງຊົນຊາດຈີນ, ການສ້າງຕັ້ງຂຶ້ນຄົບຮອບ 100 ປີ ພໍດີແມ່ນໄລຍະທີ່ດີງາມ! ໃນຮອບ 100 ປີຜ່ານມາ, ພັກໄດ້ໃຫ້ບົດຕອບທີ່ດີງາມແກ່ປະຊາຊົນ ແລະ ປະຫວັດສາດ. ປັດຈຸບັນ, ພັກກອມມູນິດຈີນກໍ່ໄດ້ສືບຕໍ່ສາມັກຄີ ແລະ ນຳພາປະຊາຊົນຈີນເດີນຜ່ານການທົດສອບຂອງໄລຍະທາງ ເພື່ອບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີສອງ. ຍຸກສະໄໝເປັນຜູ້ອອກບົດສອບ, ພວກເຮົາເປັນຜູ້ຕອບບົດສອບ, ປະຊາຊົນເປັນຜູ້ກວດບົດຕອບ. ພວກເຮົາຕ້ອງສືບຕໍ່ເສັງໃຫ້ໄດ້ຄະແນນດີ, ສະແດງໃຫ້ເຫັນສະພາບການໃໝ່ ແລະ ສ້າງຜົນງານໃໝ່ບົນຂະບວນການເດີນທາງຄັ້ງໃໝ່ໃນຍຸກໃໝ່.

ກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກໄດ້ວາງແຜນຍຸດທະສາດກ່ຽວກັບການແບ່ງເປັນສອງໄລຍະເພື່ອບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີສອງຄື: ນັບແຕ່ປີ 2020 ຮອດປີ 2035, ໃຫ້ບັນລຸການຫັນເປັນສັງຄົມນິຍົມທີ່ທັນສະໄໝໂດຍພື້ນຖານ, ນັບແຕ່ປີ 2035 ຮອດກາງສະຕະວັດນີ້, ເຮັດສຳເລັດໃນການສ້າງປະເທດພວກເຮົາໃຫ້ເປັນປະເທດສັງຄົມນິຍົມທີ່ທັນສະໄໝເຂັ້ມແຂງ. ເມື່ອຮອດເວລານັ້ນ, ຄວາມສີວິໄລດ້ານວັດຖຸ ຄວາມສີວິໄລດ້ານການເມືອງ ຄວາມສີວິໄລດ້ານຈິດໃຈ ຄວາມສີວິໄລທາງສັງຄົມ ແລະ ຄວາມສີວິໄລດ້ານນິເວດຂອງປະເທດພວກເຮົາ ຈະໄດ້ຍົກລະດັບສູງຂຶ້ນຢ່າງຮອບດ້ານ, ຈະບັນລຸການຫັນເປັນທັນສະໄໝດ້ານລະບົບ ແລະ ຄວາມສາມາດການປົກຄອງບໍລິຫານປະເທດ, ກາຍເປັນປະເທດແຖວໜ້າໃນດ້ານກຳລັງແຮງສັງລວມແຫ່ງຊາດ ແລະ ບົດບາດອິດທິພົນໃນສາກົນ, ທົ່ວປວງຊົນຈະໄດ້ບັນລຸຄວາມຮັ່ງມີຮ່ວມກັນໂດຍພື້ນຖານ, ປະຊາຊົນປະເທດພວກເຮົາຈະມີຊີວິດທີ່ມີຄວາມສຸກ ແລະ ຄວາມສະຫງົບຫຼາຍກວ່າເກົ່າ, ປະຊາຊາດຈີນຈະຢືນຢູ່ທ່າມກາງຊົນຊາດຕ່າງໆໃນໂລກຢ່າງສະຫງ່າຜ່າເຜີຍກວ່າເກົ່າ.

ທຸກມື້ນີ້, ພວກເຮົາພວມຫຍັບເຂົ້າໃກ້ ທັງມີຄວາມໝັ້ນໃຈ ແລະ ຄວາມສາມາດຫຼາຍກວ່າໄລຍະໃດໝົດໃນປະຫວັດສາດທີ່ຜ່ານມາ ທີ່ຈະບັນລຸເປົ້າໝາຍແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນ. ໃນຂະນະດຽວກັນ, ທົ່ວພັກຕ້ອງຮັບຮູ້ຢ່າງຈະແຈ້ງວ່າ: ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ ເດັດຂາດຈະບໍ່ແມ່ນເປົ້າໝາຍທີ່ສາມາດປາກົດຜົນເປັນຈິງໄດ້ຢ່າງງ່າຍດາຍ, ບົນເສັ້ນທາງທີ່ກ້າວໄປໜ້າ ຍັງຄົງມີຄວາມສ່ຽງ ແລະ ສິ່ງທ້າທາຍຕ່າງໆນານາທີ່ສາມາດຄາດຄະເນໄດ້ ແລະ ຍາກທີ່ຈະຄາດຄະເນໄດ້; ຕ້ອງຮັບຮູ້ຢ່າງຈະແຈ້ງວ່າ, ປະເທດພວກເຮົາຍັງພວມຢູ່ໃນ ແລະ ຍັງຈະສືບຕໍ່ຢູ່ໃນໄລຍະເບື້ອງຕົ້ນຂອງສັງຄົມນິຍົມເປັນເວລາຍາວນານ, ປະເທດພວກເຮົາຍັງຄົງເປັນປະເທດພວມພັດທະນາທີ່ໃຫຍ່ທີ່ສຸດໃນໂລກ, ຄວາມຂັດແຍ້ງຕົ້ນຕໍໃນສັງຄົມແມ່ນ ຄວາມຂັດແຍ້ງລະຫວ່າງຄວາມຕ້ອງການດ້ານຊີວິດການເປັນຢູ່ອັນດີງາມທີ່ນັບມື້ນັບເພີ່ມຂຶ້ນ ຂອງປະຊາຊົນ ກັບ ການພັດທະນາທີ່ບໍ່ດຸນດ່ຽງ ແລະ ບໍ່ເຕັມສ່ວນ. ທົ່ວພັກຕ້ອງຈື່ຈຳໃຫ້ແໜ້ນກ່ຽວກັບບັນຫາພື້ນຖານທີ່ວ່າ ພັກກອມມູນິດຈີນແມ່ນຫຍັງ ແລະ ຈະເຮັດຫຍັງ, ກຳແໜ້ນທ່ວງທ່າຂະຫຍາຍລວມແຫ່ງການພັດທະນາຂອງປະຫວັດສາດ, ເດັດດ່ຽວອຸດົມການ ແລະ ຄວາມເຊື່ອຖື, ຈື່ຈຳອຸດົມການແຕ່ຫົວທີ ແລະ ພາລະກຳ, ເວລາໃດກໍຕ້ອງມີຄວາມຖະໜອມຖ່ອຕົວ ສຸຂຸມຮອບຄອບ ບໍ່ອວດອົ່ງ ບໍ່ຟ້າຟັ່ງ ແລະ ສູ້ຊົນຢ່າງທໍລະຫົດອົດທົນ, ກະຕຸ້ນກຳລັງແຮງໃນການສູ້ຊົນກ້າວໄປໜ້າຈາກໄຊຊະນະອັນຍິ່ງໃຫຍ່, ຖອດຖອນບົດຮຽນທາງລົບຈາກຄວາມລົ້ມເຫຼວ ແລະ ຄວາມລະອິດລະອ້ຽວໃນປະຫວັດສາດ,  ບໍ່ຢ້ານກົວຕໍ່ຄວາມສ່ຽງໃດໆ, ບໍ່ສັບສົນຍ້ອນຖືກສິ່ງລົບກວນໃດໆ, ເດັດຂາດບໍ່ເກີດມີຄວາມຜິດພາດລັກສະນະພິກປິ້ນໃນບັນຫາຂັ້ນພື້ນຖານ, ບຸກບືນສູ້ຊົນ ເພື່ອບັນລຸເປົ້າໝາຍທີ່ກຳນົດໄວ້ດ້ວຍຄວາມອົດທົນຄືດັ່ງກອນບູຮານຈີນທີ່ວ່າຍຶດເກາະພູຂຽວໄວ້ບໍ່ປ່ອຍວາງ”, ມີສະຕິຕື່ນຕົວຢ່າງຈະແຈ້ງດັ່ງຄຳສຸພາສິດຈີນທີ່ວ່າເດີນທາງ 100 ລີ້, ສຳເລັດ 90 ລີ້ແລ້ວກໍຍັງສ່ຳວ່າ ຫາກໍຮອດເຄິ່ງທາງເພື່ອຊຸກຍູ້ການຟື້ຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊາຊາດຈີນຢ່າງບໍ່ລົດລະ.

ທົ່ວພັກຕ້ອງຍຶດໝັ້ນລັດທິມາກ-ເລນິນ ແນວຄິດເໝົາເຈີຕຸ່ງ ທິດສະດີເຕີ້ງສຽວພິງ ແນວຄິສຳຄັນ “3 ຕົວແທນ” ແລະ ທັດສະນະພັດທະນາຕາມຫຼັກວິທະຍາສາດ, ຈັດຕັ້ງປະຕິບັດແນວຄິດສີຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຢ່າງຮອບດ້ານ, ນຳເອົາຫຼັກໝັ້ນ ທັດສະນະ ແລະ ວິທີຂອງລັດທິມາກມາສັງເກດຍຸກສະໄໝ ກຳແໜ້ນຍຸກສະໄໝ ແລະ ນຳພາຍຸສະໄໝ, ລົງເລິກຄວາມຮັບຮູ້ຕໍ່ກົດເກນກຳອຳນາດຂອງພັກກອມມູນິດ ກົດກນການສ້າງສັງຄົມນິຍົມ ແລະ ກົດເກນການພັດທະນາສັງຄົມມະນຸດຢ່າງບໍ່ຢຸດຢັ້ງ. ຕ້ອງຍຶດໝັ້ນທິດສະດີພື້ນຖານ ແນວທາງພື້ນຖານ ແລະ ຍຸດທະສາດພື້ນຖານຂອງພັກ, ເພີ່ມທະວີ “4 ສະຕິ”, ຍຶດໝັ້ນ “4 ຄວາມໝັ້ນໃຈຕົນເອງ”, ປະຕິບັດ “2 ປົກປັກຮັກສາ”, ຍຶດໝັ້ນທັດສະນະຄວາມເປັນລະບົບ, ຊຸ້ຍູ້ແຜນຍຸດສາດລວມການພັດທະນາພາລະກິດ 5 ດ້ານຢ່າງເປັນເອກະພາບກັນ”, ຊຸ້ກຍູ້ແຜນຍຸດທະສາດ “4 ຮອບດ້ານ ໃຫ້ສາມາດປະສານສົມທົບກັນ, ເລີ່ມຕົ້ນຈາກໄລຍະພັດທະນາອັນໃໝ່, ຈັດຕັ້ງປະຕິບັດແນວຄວາມຄິດການພັດທະນາອັນໃໝ່, ສ້າງສະພາບການພັດທະນາອັນໃໝ່, ຊຸຍູ້ການພັດທະນາທີ່ມີຄຸນນະພາບສູງ, ລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງຮອບດ້ານ, ຊຸກຍູ້ຄວາມຮັ່ງມີຮ່ວມກັນ, ຊຸກຍູ້ການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນດ້ານວິທະຍາສາດ-ເຕັກໂນໂລຊີ, ພັດທະນາປະຊາທິປະໄຕປະຊາຊົນໃນທົ່ວຂັ້ນຕອນ, ຮັບປະກັນໃຫ້ປະຊາຊົນເປັນເຈົ້າຂອງປະເທດຊາດ, ຍຶດໝັ້ນການປົກຄອງປະເທດຕາມກົດໝາຍຢ່າງຮອບດ້ານ, ຍຶດໝັ້ນລະບົບຄ່ານິຍົມຕົ້ນຕໍສັງຄົມນິຍົມ, ຍຶດໝັ້ນການຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນຂະບວນການພັດທະນາ, ຍຶດໝັ້ນການເຮັດໃຫ້ມະນຸດ  ແລະ ທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ, ປະສົມປະສານການພັດທະນາກັບຄວາມໝັ້ນຄົງ ໃຫ້ເປັນເອກະພາບກັນ, ເລັ່ງລັດການສ້າງການປ້ອງກັນປະເທດ ແລະ ກອງທັບໃຫ້ທັນສະໄໝ, ຮ່ວມກັນຊຸກຍູ້ໃຫ້ປະຊາຊົນຮັ່ງມີຂຶ້ນ ປະເທດເຂັ້ມແຂງ ແລະ ດິນແດນສວຍງາມ.

ທົ່ວພັກຕ້ອງຮັດແໜ້ນການພົວພັນກັບປະຊາຊົນແບບກາຍອິນຊີຕະຫຼອດໄປ, ຍຶດໝັ້ນໃນຫຼັກໝັ້ນ ປະຊາຊົນ, ຍຶດໝັ້ນຖານະທີ່ເປັນພາກສ່ວນຫຼັກຂອງປະຊາຊົນ, ເຄົາລົບນັບຖືຈິດໃຈປະດິດສ້າງ ຂອງປະຊາຊົນ, ປະຕິບັດຕາມແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງ, ປົກປັກຮັກສາຄວາມເປັນທຳ ແລະ ຄວາມຍຸຕິທຳທາງສັງຄົມ, ສຸມໃສ່ແກ້ໄຂບັນຫາການພັດທະນາທີ່ບໍ່ດຸນດ່ຽງກັນ ບໍ່ເຕັມສ່ວນ  ແລະ ບັນຫາທີ່ປະຊາຊົນມີຄວາມເດືອດຮ້ອນ, ເຮັດໃຫ້ຜົນປະໂຫຍດພື້ນຖານຂອງປະຊາຊົນອັນໄພສານທີ່ສຸດໄດ້ປາກົດຜົນເປັນຈິງໃຫ້ດີ ໄດ້ຮັບການປົກປັກຮັກສາໃຫ້ດີ ແລະ ໄດ້ຮັບການພັດທະນາໃຫ້ດີຢ່າງບໍ່ຢຸດຢັ້ງ, ສາມັກຄີ ແລະ ນຳພາປະຊາຊົນບັນດາເຜົ່າໃນທົ່ວປະເທດສູ້ຊົນເພື່ອຊີວິດທີ່ດີງາມຢ່າງບໍ່ຢຸດຢັ້ງ.

ທົ່ວພັກຕ້ອງຈື່ຈຳຄຳບູຮານທີ່ວ່າລອດຕົວຍ້ອນມີສະຕິລະວັງຕົວ, ຕາຍຍ້ອນຫຼົງໄຫຼນຳຄວາມສະໜຸກ”, ຕ້ອງມີສະຕິຫ່ວງໃຍເຖິງໄລຍະຍາວໄກ, ຍາມສະຫງົບກໍຕ້ອງຄຳນຶງເຖິງໄພ, ສືບຕໍ່ຊຸກຍູ້ໂຄງການຍິ່ງໃຫຍ່ອັນໃໝ່ໃນການກໍ່ສ້າງພັກໃນຍຸກໃໝ່, ຍຶດໝັ້ນໃນການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ, ຍຶດໝັ້ນໃນການຊຸກຍູ້ການກໍ່ສ້າງແບບແຜນຂອງພັກໃຫ້ປອດໃສຂາວສະອາດ ແລະ ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຢ່າງເດັດດ່ຽວໜຽວແໜ້ນ. ກ້າຜະເຊີນໜ້າກັບການທົດສອບຕໍ່ພັກ ໃນດ້ານ ການກຳອຳນາດຢ່າງຍາວນານ ການທົດສອບດ້ານການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ການທົດສອບດ້ານເສດຖະກິດຕະຫຼາດ ແລະ ການທົດສອບດ້ານສະພາບແວດລ້ອມພາຍນອກ, ເດັດດ່ຽວເອົາຊະນະຄວາມອັນຕະລາຍທີ່ບັ່ນທອນຈິດໃຈ ຄວາມສາມາດບໍ່ພຽງພໍ ຫ່າງເຫີນຈາກປະຊາຊົນ ຫຍໍ້ທໍ້ ແລະ ສໍ້ລາດບັງຫຼວງ. ຕ້ອງຮັກສາຈິດໃຈກ້າແກ່ນແບບວິລະຊົນທີ່ຍິ່ງພົບຄວາມຫຍຸ້ງຍາກຄວາມອັນຕະລາຍຍິ່ງບຸກບືນກ້າວໄປໜ້າ, ກ້າຕໍ່ສູ້, ຮູ້ວິທີຕໍ່ສູ້, ພົບບັນຫາອັນໃດ ແກ້ບັນຫາອັນນັ້ນ, ເຮັດໃຫ້ໄດ້ເຖິງຂັ້ນວ່າ ຫຍຸ້ງຍາກແນວໃດກໍຜ່ານຜ່າໄດ້, ກົດດັນແນວໃດກໍສູ້ທົນໄດ້, ຊຸກຍູ້ພາລະກິດການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃຫ້ພັດທະນາກ້າວໄປໜ້າຢ່າງສະຫງ່າຜ່າເຜີຍ.

ການພັດທະນາພາລະກິດຂອງພັກ ແລະ ປະຊາຊົນ ຕ້ອງການຊາວພັກກອມມູນິດຈີນແຕ່ລະເຊັ່ນຄົນສູ້ຊົນຢ່າງຕໍ່ເນື່ອງ, ຕ້ອງພັດທະນາວຽກງານກໍ່ສ້າງຜູ້ສືບທອດ ເຊິ່ງເປັນວຽກງານສຳຄັນຂັ້ນພື້ນຖານນັ້ນໃຫ້ດີ. ຕ້ອງຍຶດໝັ້ນໃນການສຶກສາອົບຮົມຄົນດ້ວຍແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່, ເຕົ້າໂຮມກຳລັງຈິດໃຈຄົນດ້ວຍອຸດົມການ ແລະ ຄວາມເຊື່ອຖືຂອງພັກ, ບຳລຸງສ້າງຄົນດ້ວຍຄ່ານິຍົມຕົ້ນຕໍສັງຄົມນິຍົມ, ກະຕຸ້ນກຳລັງໃຈຄົນດ້ວຍພາລະກຳປະຫວັດສາດແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ, ບຳລຸງສ້າງຜູ້ສືບທອດທີ່ສາມາດແບກຫາບໜ້າທີ່ຍຸກສະໄໝອັນໜັກໜ່ວງເປັນຈຳນວນຫຼວງຫຼາຍ. ຕ້ອງບຳລຸງສ້າງ ແລະ ຄັດເລືອກພະນັກງານວິຊາການທີ່ມີຄຸນສົມບັດ ແລະ ຄວາມຮູ້ຄວາມສາມາດສູງ ຈົງຮັກພັກດີ ບໍລິສຸດຜຸດຜ່ອງ ແລະ ກ້າແບກຫາບຄວາມຮັບຜິດຊອບ ໂດຍສະເພາະແມ່ນພະນັກງານໜຸ່ມທີ່ດີເດັ່ນຢ່າງບໍ່ຢຸດຢັ້ງ, ສຶກສາອົບຮົມ ແລະ ຊັກນຳໃຫ້ສະມາຊິກພັກ ແລະ ພະນັກງານອັນໄພສານມີສະຕິຕື່ນຕົວໃນການເປັນຜູ້ເຊື່ອຖືຢ່າງເດັດດ່ຽວ ແລະ ຜູ້ຈົງຮັກພັກດີໃນການປະຕິບັດຕົວຈິງຕາມແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່,  ຈື່ຈຳເຫດຜົນທີ່ວ່າ “ມີແຕ່ເວົ້າບໍ່ເຮັດ ຈະເຮັດໃຫ້ຊາດເສຍຫາຍ, ເຮັດແທ້ທຳຈິງ ຊາດຈິ່ງຈະເລີນ”, ມີນ້ຳໃຈຮັກປະເທດຊາດບ້ານເມືອງໂດຍບໍ່ເຮັດໃຫ້ປະຊາຊົນຜິດຫວັງ, ສະແຫວງຫາແນວຄິດຈິດໃຈທີ່ສູງສົ່ງ, ເສີມສ້າງຄວາມສາມາດໃນການແບກຫາບພາລະກຳໃຫ້ເຂັ້ມແຂງ. ຕ້ອງຮັບເອົາຜູ້ກ້າວໜ້າ ໂດຍສະເພາະແມ່ນຊາວໜຸ່ມທີ່ດີເດັ່ນຈາກຝ່າຍຕ່າງໆໃຫ້ເປັນສະມາຊິກພັກຢ່າງບໍ່ຢຸດຢັ້ງ, ສຶກສາອົບຮົມ ແລະ ຊັກນຳສະມາຊິກພັກຜູ້ໜຸ່ມແໜ້ນຖືຄັນທຸງຂອງພັກເປັນຄັນທຸງຂອງຕົນ, ຖືທິດທາງຂອງພັກເປັນທິດທາງຂອງຕົນ, ຖືຄວາມປາຖະໜາຂອງພັກເປັນຄວາມປາຖະໜາຂອງຕົນ, ສືບທອດຈິດໃຈປະຕິວັດ, ເສີມຂະຫຍາຍມູນເຊື້ອທີ່ດີງາມຂອງພັກ, ຜ່ານຜ່າຟ້າຝົນລົມແດງ, ເພີ່ມປະສົບການ, ເຕີບໃຫຍ່ຂະຫຍາຍຕົວ, ເພີ່ມຄວາມສາມາດທ່າມກາງການຕໍ່ສູ້. ຕ້ອງບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດທີ່ດີເດັ່ນທີ່ຮັກຊາດ ຍອມອຸທິດຕົນ ແລະ ກ້າປະດິດສ້າງໃໝ່ຢ່າງບໍ່ຢຸດຢັ້ງ, ຮັກແພງຜູ້ມີຄວາມຮູ້ຄວາມສາມາດຢ່າງຈິງໃຈ, ເອົາໃຈໃສ່ບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດ, ນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດຢ່າງຕັ້ງໜ້າຕັ້ງຕາ, ເຕົ້າໂຮມຜູ້ມີຄວາມຮູ້ຄວາມສາມາດທີ່ດີເດັ່ນໃນດ້ານຕ່າງໆເຂົ້າສູ່ການຕໍ່ສູ້ທີ່ຍິ່ງໃຫຍ່ຂອງພັກ ແລະ ປະຊາຊົນ.

ສູນກາງພັກໄດ້ຮຽກຮ້ອງໃຫ້ທົ່ວພັກ ທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດ ຕ້ອງສາມັກຄີຢ່າງແໜ້ນແຟ້ນກວ່າເກົ່າຢູ່ອ້ອມຂ້າງສູນກາງພັກທີ່ມີສະຫາຍ ສີຈິ້ນຜິງ ເປັນແກນກາງ, ຈັດຕັ້ງປະຕິບັດແນວຄິດສີຈິ້ຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຢ່າງຮອບດ້ານ, ອອກແຮງເຊີດຊູຈິດໃຈສ້າງຕັ້ງພັກອັນຍິ່ງໃຫຍ່, ຢ່າລືມຄວາມຍາກເຂັນ ແລະ ຄວາມສະຫງ່າລາສີໃນອະດີດ, ສົມກຽດຕໍ່ການແບກຫາພາລະກຳໃນທຸກມື້ນີ້, ເຮັດໃຫ້ຄວາມໃຝ່ຝັນທີ່ຍິ່ງໃຫຍ່ປາກົດຜົນເປັນຈິງໃນອະນາຄົດ, ຖືປະຫວັດສາດເປັນແວ່ນແຍງ, ບຸກເບີກອະນາຄົດ, ເຮັດວຽກຢ່າງຫ້າວຫັນອົດທົນ, ກ້າວເດີນໄປໜ້າຢ່າງກ້າຫານ, ບຸກບືນສູ້ຊົນຢ່າງບໍ່ລົດລະເພື່ອບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດ ການທີສອງ, ເພື່ອບັນລຸຄວາມໃຝ່ຝັນຂອງຈີນໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ. ພວກເຮົາເຊື່ອໝັ້ນວ່າ, ພັກກອມມູນິດຈີນ ແລະ ປະຊາຊົນຈີນທີ່ໄດ້ຮັບໄຊຊະນະ ແລະ ກຽດສະຫງ່າທີ່ຍິ່ງໃຫຍ່ໃນຮອບ 100 ປີຜ່ານມານັ້ນ ຍ່ອມຈະໄດ້ໄຊຊະນະ ແລະ ກຽດສະຫງ່າທີ່ຍິ່ງໃຫຍ່ກວ່າກົ່າໃນຂະບວນການເດີນທາງຄັ້ງໃໝ່ໃນຍຸກໃໝ່ຢ່າງແນ່ນອນ.