ຖະແຫຼງການຂອງກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການ ສູນກາງພັກກອມມູນິດຈີນສະໄໝທີ 19

2021-11-24 19:41:17

ຖະແຫຼງການຂອງກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການ
ສູນກາງພັກກອມມູນິດຈີນສະໄໝທີ 19

(ຜ່ານໃນກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການ
ສູນກາງພັກກອມມູນິດຈີນສະໄໝທີ 19 ເມື່ອວັນທີ
11 ພະຈິກ 2021)

ກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 19 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 811 ພະຈິກ 2021.

ເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງນີ້ມີ: ກຳມະການສູນກາງພັກ  ຄົນ, ກຳມະການສຳຮອງຂອງສູນກາງພັກ   ຄົນ. ກຳມະການປະຈຳຂອງຄະນະກວດກາສູນກາງພັກ ແລະ ສະຫາຍທີ່ຮັບຜິດຊອບຝ່າຍທີ່ກ່ຽວຂ້ອງ ໄດ້ນັ່ງຟັງໃນກອງປະຊຸມ. ຜູ້ແທນກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກບາງສະຫາຍທີ່ເຮັດວຽກຢູ່ຂັ້ນຮາກຖານ ພ້ອມດ້ວຍຜູ້ຊ່ຽວຊານ ແລະ ນັກວິຊາການຈຳນວນໜຶ່ງກໍໄດ້ເຂົ້ານັ່ງຟັງໃນກອງປະຊຸມເຊັ່ນກັນ.

ກອງປະຊຸມຄົບຄະນະຄັ້ງນີ້ ໄດ້ໄຂຂຶ້ນໂດຍມີກົມການເມືອງສູນກາງພັກເປັນປະທານ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ ໄດ້ກ່າວຄຳປາໄສອັນສຳຄັນ.

ກອງປະຊຸມຄົບຄະນະ ໄດ້ຮັບຟັງ ແລະ ປຶກສາຫາລືບົດລາຍງານວຽກງານທີ່ຜ່ານໂດຍທ່ານ ສີຈິ້ນຜິງ ເຊິ່ງໄດ້ຮັບການມອບໝາຍຈາກກົມການເມືອງສູນກາງພັກ, ໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງ “ມະຕິຕົກລົງຂອງສູນກາງພັກກອມມູນິດຈີນກ່ຽວກັບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບຮ້ອຍປີຜ່ານມາ”, ໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງ “ມະຕິຕົກລົງກ່ຽວກັບການໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກ”. ທ່ານ ສີຈິ້ນຜິງ ໄດ້ກ່າວຄຳອະທິບາຍກ່ຽວກັບ “ມະຕິຕົກລົງຂອງສູນກາງພັກກອມມູນິດຈີນກ່ຽວກັບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກ ໃນຮອບຮ້ອຍປີຜ່ານມາ (ສະບັບປຶກສາຫາລື)” ຕໍ່ກອງປະຊຸມຄົບຄະນະ.

ກອງປະຊຸມຄົບຄະນະໄດ້ຢືນຢັນຢ່າງເຕັມທີ່ຕໍ່ວຽກງານຂອງກົມການເມືອງສູນກາງພັກ ນັບແຕ່ການໄຂກອງປະຊຸມຄົບຄະນະສູນກາງພັກຄັ້ງທີ 5 ສະໄໝທີ 19 ເປັນຕົ້ນມາ, ໂດຍມີຄວາມເຫັນເປັນເອກະພາບກັນວ່າ, ໜຶ່ງປີມານີ້, ສະພາບການປ່ຽນແປງໃຫຍ່ທີ່ບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີຂອງໂລກ ແລະ ການແຜ່ລະບາດຢ່າງຂະໜາດໃຫຍ່ຂອງພະຍາດໂຄວິດ-19 ໃນທົ່ວໂລກ ໄດ້ສົ່ງຜົນສະ ທ້ອນແບບປະສົມປະສານກັນ, ສະພາບແວດລ້ອມຢູ່ພາຍນອກແຮ່ງສະຫຼັບສັບຊ້ອນ ແລະ ຂ້ຽວຂາດ, ວຽກງານຕ່າງໆຢູ່ພາຍໃນປະເທດ ເຊັ່ນ: ການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ແລະ ການພັດທະນາເສດຖະກິດ-ສັງຄົມເປັນຕົ້ນ ແມ່ນໜັກໜາທີ່ສຸດ. ກົມການເມືອງສູນກາງພັກ ໄດ້ຊູຄັນທຸງອັນຍິ່ງໃຫຍ່ແຫ່ງສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ, ຍຶດໝັ້ນຖືເອົາລັດທິມາກ-ເລນິນ ແນວຄິດ  ເໝົາເຈີຈຸ່ງ ທິດສະດີເຕີ້ງສຽວພິງ ແນວຄິດສຳຄັນ “3 ຕົວແທນ” ທັດສະນະການພັດທະນາຕາມຫຼັກວິທະຍາສາດ ແລະ ແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີ ສັນພິເສດຂອງຈີນໃນຍຸກໃໝ່ ເປັນແນວຄິດຊີ້ນຳ, ຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກ ພ້ອມດ້ວຍກອງປະຊຸມຄົບຄະນະຄັ້ງທີ 2 ຄັ້ງທີ 3 ຄັ້ງທີ 4 ແລະ ຄັ້ງທີ 5 ສະໄໝທີ 19 ຢ່າງຮອບດ້ານ, ວາງແຜນຢ່າງເປັນເອກະພາບກັນກ່ຽວກັບສອງພາກສ່ວນໃຫຍ່ຄື: ພາຍໃນປະເທດ ແລະ ຕ່າງປະເທດ, ວາງແຜນຢ່າງເປັນເອກະພາບກັນ ກ່ຽວກັບການປ້ອງກັນ-ຄວບຄຸມພະຍາດໂຄວິດ-19 ແລະ ການພັດທະນາເສດຖະກິດ-ສັງຄົມ, ທັງວາງແຜນຢ່າງເປັນເອກະພາບກັນກ່ຽວກັບການພັດທະນາ ແລະ ຄວາມໝັ້ນຄົງ, ຍຶດໝັ້ນຫຼັກການລວມຂອງການປະຕິບັດງານ ຄື: ຕ້ອງມີຄວາມຄືບໜ້າທ່າມກາງຄວາມໝັ້ນທ່ຽງ, ຈັດຕັ້ງປະຕິບັດຕາມແນວຄວາມຄິດການພັດທະນາອັນໃໝ່ຢ່າງຮອບດ້ານ, ເລັ່ງລັດການສ້າງສະພາບການພັດທະນາແບບໃໝ່, ຈຶ່ງເຮັດໃຫ້ເສດຖະກິດໄດ້ຮັກ ສາທ່ວງທ່າການພັດທະນາດີສົມຄວນ, ການພັດທະນາວິທະຍາສາດ-ເຕັກໂນໂລຊີໃຫ້ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງນັ້ນ ໄດ້ຮັບການຊຸກຍູ້ກ້າວໄປໜ້າເປັນຢ່າງດີ, ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ໄດ້ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ບັ້ນການແກ້ຂອດຍາກໃນການລຶບລ້າງຄວາມທຸກຍາກນັ້ນ ໄດ້ຮັບໄຊຊະນະຕາມເວລາກຳນົດ, ການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບ ປຸງໃຫ້ດີຂຶ້ນຢ່າງບັງເກີດຜົນ, ພາກສ່ວນໃຫຍ່ທາງສັງຄົມ ໄດ້ຮັບການຮັກສາຢ່າງໝັ້ນທ່ຽງ, ການຫັນເປັນທັນສະໄໝໃນດ້ານການປ້ອງກັນປະເທດ ແລະ ກອງທັບ ໄດ້ຮັບການຊຸກຍູ້ໃຫ້ກ້າວໄປໜ້າຢ່າງໜັກແໜ້ນ, ວຽກງານການຕ່າງປະເທດຂອງປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນ ໄດ້ຮັບການຊຸກຍູ້ໃຫ້ກ້າວໄປໜ້າຢ່າງ ຮອບດ້ານ, ການຮຽນການສຶກສາປະຫວັດສາດຂອງພັກໄດ້ປະຕິບັດຢ່າງໝັ້ນທ່ຽງ ແລະ ບັງເກີດຜົນ, ແລະໄດ້ເອົາຊະນະໄພທຳມະຊາດອັນໜັກໜ່ວງຫຼາຍຊະນິດ, ເວົ້າລວມແລ້ວ, ພາລະກິດຕ່າງໆຂອງພັກ ແລະ ປະເທດຊາດ ໄດ້ຮັບຜົນງານໃໝ່ອັນໃຫຍ່ຫຼວງ. ນອກນີ້, ຍັງໄດ້ຈັດກິດຈະກຳຕ່າງໆເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີຢ່າງສຳເລັດຜົນ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ ໄດ້ກ່າວຄຳປາໄສອັນສຳຄັນ ໂດຍໄດ້ປະກາດຢ່າງເປັນທາງການວ່າ, ຈີນໄດ້ສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານແລ້ວ, ເຊິ່ງໄດ້ກະຕຸ້ນໃຫ້ທົ່ວພັກ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດກ້າວໄປສູ່ຂະບວນການເດີນທາງຄັ້ງໃໝ່ເພື່ອບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີສອງດ້ວຍຈິດໃຈຫ້າວຫັນ.

ກອງປະຊຸມຄົບຄະນະເຫັນວ່າ, ການສະຫຼຸບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບຮ້ອຍປີຜ່ານມາ ແມ່ນຄວາມຮຽກຮ້ອງຕ້ອງການຂອງການເປີດຂະບວນການເດີນທາງຄັ້ງໃໝ່ ແຫ່ງການສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານພາຍໃຕ້ເງື່ອນໄຂປະຫວັດສາດການສ້າງຕັ້ງພັກຄົບຮອບ 100 ປີ ແລະ ການຍຶດໝັ້ນ ແລະ ພັດທະນາສັງ ຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່; ແມ່ນຄວາມຮຽກຮ້ອງຕ້ອງການຂອງການເພີ່ມທະວີສະຕິດ້ານການເມືອງ ສະຕິຕໍ່ສ່ວນລວມ ສະຕິແກນກາງ ແລະ ສະຕິເປັນເອກະພາບກັບສູນກາງ, ມີຄວາມເດັດດ່ຽວໃນຄວາມໝັ້ນໃຈຕົນເອງດ້ານເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ຄວາມໝັ້ນໃຈຕົນເອງດ້ານທິດສະດີ ຄວາມໝັ້ນໃຈຕົນເອງດ້ານລະບອບ ແລະ ຄວາມໝັ້ນໃຈຕົນເອງດ້ານວັດທະ ນະທຳ, ເຮັດໄດ້ເຖິງຂັ້ນປົກປັກຮັກສາຖານະຂອງສະຫາຍ ສີຈິ້ນຜິງ ທີ່ເປັນແກນກາງຂອງສູນກາງພັກ ແລະ ເປັນແກນກາງຂອງທົ່ວພັກຢ່າງເດັດດ່ຽວ, ປົກປັກຮັກສາອິດທິພົນ ແລະ ການນຳພາຢ່າງໂຮມສູນເປັນເອກະພາບກັນຂອງສູນກາງພັກຢ່າງເດັດດ່ຽວ, ທັງຮັບປະກັນທົ່ວພັກໃຫ້ກ້າວໄປໜ້າດ້ວຍຈັງ ຫວະດຽວກັນ; ແມ່ນຄວາມຮຽກຮ້ອງຕ້ອງການຂອງການຊຸກຍູ້ການປະຕິວັດໂດຍຕົນເອງຂອງພັກ, ຍົກສູງຄວາມສາມາດໃນການຕໍ່ສູ້ ແລະ ຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍຂອງທົ່ວພັກ, ຮັກສາຄວາມມີຊີວິດຊີວາ ແລະ ພະລັງຊີວິດຂອງພັກຕະຫຼອດໄປ, ສາມັກຄີ ແລະ ນຳພາປະຊາຊົນບັນດາ ເຜົ່າໃນທົ່ວປະເທດສືບຕໍ່ບຸກບືນສູ້ຊົນເພື່ອບັນລຸຄວາມໃຝ່ຝັນຂອງຈີນແຫ່ງການຟື້ນຟູຄວາມຈະເລີນຮຸ່ງ ເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່ນັ້ນປາກົດຜົນເປັນຈິງ. ສະມາຊິກທົ່ວພັກຕ້ອງຍຶດໝັ້ນທັດ ສະນະປະຫວັດສາດວັດຖຸນິຍົມ ແລະ ທັດສະນະກ່ຽວກັບປະຫວັດສາດຂອງພັກທີ່ຖືກຕ້ອງ, ສັງເກດຈາກການບຸກບືນສູ້ຊົນຂອງພັກໃນຮອບຮ້ອຍປີຜ່ານມາຢ່າງຈະແຈ້ງວ່າ, ເປັນຫຍັງພວກເຮົາສາມາດປະສົບຜົນສຳເລັດໄດ້ໃນອະດີດ, ເຂົ້າໃຈຢ່າງຈະແຈ້ງວ່າ ໃນອະນາຄົດ ພວກເຮົາຈະເຮັດແນວໃດຈຶ່ງຈະສາມາດປະສົບຜົນສຳເລັດໄດ້ຕໍ່ໄປ, ແລ້ວມີຄວາມເດັດດ່ຽວຫຼາຍກວ່າເກົ່າ ແລະ ມີຄວາມຮູ້ສຶກຕື່ນຕົວຫຼາຍກວ່າເກົ່າ ໃນການຈັດຕັ້ງປະຕິບັດຕາມອຸດົມການແຕ່ຫົວທີ ແລະ ພາລະກຳ ພ້ອມທັງຍຶດໝັ້ນ ແລະ ພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ໃຫ້ດີກວ່າເກົ່າ.

ກອງປະຊຸມຄົນຄະນະໄດ້ຊີ້ໃຫ້ເຫັນວ່າ, ນັບແຕ່ການສ້າງຕັ້ງຂຶ້ນເມື່ອປີ 1921 ເປັນຕົ້ນມາ, ພັກກອມມູນິດຈີນໄດ້ຖືເອົາການສະແຫວງຫາຄວາມສຸກເພື່ອປະຊາຊົນ ແລະ ການສະແຫວງຫາການຟື້ນຟູຄວາມຈະເລີນຮຸ່ງເຮືອງຄືນໃໝ່ເພື່ອປະຊາຊາດຈີນເປັນອຸດົມການແຕ່ຫົວທີ ແລະ ພາລະກຳຂອງຕົນຢ່າງສະເໝີຕົ້ນສະເໝີປາຍ, ໄດ້ຍຶດໝັ້ນອຸດົມການລັດທິກອມມູນິດ ແລະ ຄວາມເຊື່ອຖືສັງຄົມນິຍົມຢ່າງສະເໝີຕົ້ນສະເໝີປາຍ, ສາມັກຄີ ແລະ ນຳພາປະຊາຊົນບັນດາເຜົ່າໃນທົ່ວປະເທດບຸກບືນສູ້ຊົນຢ່າງບໍ່ລົດລະເພື່ອຍາດເອົາຄວາມເປັນເອກະລາດຂອງຊາດ ການປົດປ່ອຍປະຊາຊົນ ແລະເພື່ອບັນລຸຄວາມມັ່ງຄັ່ງເຂັ້ມແຂງຂອງຊາດ ແລະ ປະຊາຊົນມີຄວາມສຸກ, ໄດ້ຜ່ານປະຫວັດສາດອັນສະຫງ່າຜ່າເຜີຍເປັນເວລາຮ້ອຍປີແລ້ວ. ການບຸກບືນສູ້ຊົນຂອງພັກ ແລະ ປະຊາຊົນໃນຮອບຮ້ອຍປີຜ່ານມາ ເປັນການຂຽນມະຫາກາບປະຫວັດສາດທີ່ສະຫງ່າລາສີທີ່ສຸດໃນປະຫວັດສາດປະຊາຊາດຈີນ ນັບເປັນຫຼາຍພັນປີ.

ກອງປະຊຸມຄົບຄະນະໄດ້ຊີ້ໃຫ້ເຫັນວ່າ, ໃນໄລຍະການປະຕິວັດລັດທິປະຊາທິປະໄຕໃໝ່, ໜ້າທີ່ຕົ້ນຕໍຂອງພັກກໍຄື: ຕໍ່ຕ້ານລັດທິຈັກກະພັດ ລັດທິສັກດີນາ ລັດທິທຶນນິຍົມອາດຍາສິດ, ຍາດແຍ່ງຄວາມເປັນເອກະລາດຂອງຊາດ ແລະ ການປົດປ່ອຍປະຊາຊົນ, ທັງສ້າງເງື່ອນໄຂທາງສັງຄົມອັນພື້ນຖານເພື່ອບັນລຸການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່. ໃນການຕໍ່ສູ້ປະຕິວັດ, ຊາວພັກກອມມູນິດຈີນທີ່ມີສະຫາຍ ເໝົາເຈີຕຸ່ງ ເປັນຕົວແທນຕົ້ນຕໍ ໄດ້ນຳເອົາຫຼັກມູນພື້ນຖານຂອງລັດທິມາກ-ເລນິນ ໄປປະສົມປະສານກັບສະພາບຄວາມເປັນຈິງຂອງຈີນ, ໄດ້ສັງເຂບໃນດ້ານທິດສະດີ ຕໍ່ບົດຮຽນແບບປະດິດສ້າງໂດຍຕົນເອງຕ່າງໆທີ່ສະສົມມາໄດ້ຈາກການຊອກສະແຫວງ ຫາຢ່າງທໍລະຫົດອົດທົນ ແລະ ການເສຍສະຫຼະຊີວິດຢ່າງມະຫາສານ, ໄດ້ບຸກເບີກເສັ້ນທາງປະຕິວັດອັນຖືກຕ້ອງທີ່ຊົນນະບົດປິດລ້ອມຕົວເມືອງ ແລະ ຍາດເອົາອຳນາດການປົກຄອງດ້ວຍກຳລັງອາວຸດ, ໄດ້ປະດິດສ້າງແນວຄິດເໝົາເຈີຈຸ່ງ, ເປັນການຊີ້ທິດທາງທີ່ຖືກຕ້ອງໃຫ້ແກ່ການຍາດເອົາໄຊຊະນະຂອງການປະຕິວັດລັດທິປະຊາທິປະໄຕໃໝ່. ພັກໄດ້ນຳພາປະຊາຊົນ ດຳເນີນການຕໍ່ສູ້ຢ່າງນອງເລືອດ ແລະ ບໍ່ທໍ້ຖອຍ, ໄດ້ສ້າງຜົນງານອັນຍິ່ງໃຫຍ່ຂອງການປະຕິວັດລັດທິປະຊາທິປະໄຕໃໝ່, ສ້າງຕັ້ງປະເທດສາທາ ລະນະລັດປະຊາຊົນຈີນ, ບັນລຸຄວາມເປັນເອກະລາດຂອງຊາດ ແລະ ການປົດປ່ອຍປະຊາຊົນ, ເຮັດໃຫ້ປະຫວັດສາດທີ່ເປັນສັງຄົມເຄິ່ງຫົວເມືອງຂຶ້ນເຄິ່ງສັກດີນາຂອງປະເທດຈີນເກົ່ານັ້ນ ສິ້ນສຸດລົງຢ່າງເຖິງຖອງ, ເຮັດໃຫ້ປະຫວັດສາດທີ່ຜູ້ຂູດຮີດສ່ວນໜ້ອຍທີ່ສຸດປົກຄອງປະຊາຊົນຜູ້ອອກ ແຮງງານອັນໄພສານນັ້ນ ສິ້ນສຸດລົງຢ່າງເຖິງຖອງ, ເຮັດໃຫ້ສະພາບການແຕກແຍກຄວາມສາມັກຄີຂອງປະເທດຈີນເກົ່ານັ້ນສິ້ນສຸດລົງຢ່າງເຖິງຖອງ, ໄດ້ຍົກເລີກສັນຍາບໍ່ສະເໝີພາບທີ່ປະເທດມະຫາອຳນາດຕ່າງໆບັງຄັບໃຫ້ຈີນລົງນາມ ແລະ ອະພິສິດທຸກຢ່າງຂອງຈັກກະພັດນິຍົມທີ່ມີຢູ່ຈີນນັ້ນຢ່າງເຖິງຖອງ, ໄດ້ບັນລຸການກ້າວກະໂດດອັນຍິ່ງໃຫຍ່ຂອງປະເທດຈີນຈາກອຳນາດການປົກຄອງແບບຜະ ເດັດການສັກດີນາມາເປັນເວລາຫຼາຍພັນປີ ໄປສູ່ປະຊາທິປະໄຕປະຊາຊົນ, ແລະ ກໍໄດ້ປ່ຽນແປງສະ ພາບການດ້ານການເມືອງຂອງໂລກຢ່າງໃຫຍ່ຫຼວງ ທັງໄດ້ເຊີດຊູກຳລັງໃຈໃຫ້ແກ່ຊົນຊາດ ແລະ ປະ ຊາຊົນທີ່ຖືກກົດຂີ່ໃນໂລກໃນການດຳເນີນການຕໍ່ສູ້ເພື່ອຍາດແຍ່ງການປົດປ່ອຍ. ດ້ວຍການບຸກບືນສູ້ຊົນຢ່າງອົງອາດກ້າຫານ ແລະ ເດັດດ່ຽວໜຽວແໜ້ນ, ພັກກອມມູນິດຈີນ ແລະ ປະຊາຊົນຈີນ ໄດ້ປະກາດຕໍ່ທົ່ວໂລກຢ່າງເຄັ່ງຂຶມວ່າ: ນັບແຕ່ເວລານີ້ເປັນຕົ້ນໄປ, ປະຊາຊົນຈີນໄດ້ລຸກຢືນຂຶ້ນ, ຍຸກສະ ໄໝທີ່ປະຊາຊາດຈີນຖືກຜູ້ອື່ນກົດຂີ່ ແລະ ຂົ່ມເຫັງຕາມລຳພັງໃຈນັ້ນ ໄດ້ສິ້ນສຸດລົງ ແລະບໍ່ມີວັນກັບຄືນມາອີກ, ນັບແຕ່ເວລານີ້ເປັນຕົ້ນໄປ ການພັດທະນາຂອງຈີນໄດ້ເລີ່ມໄຂສັງກາດໃໝ່.

ກອງປະຊຸມຄົບຄະນະ ໄດ້ຊີ້ໃຫ້ເຫັນວ່າ, ໃນໄລຍະການປະຕິວັດ ແລະ ການສ້າງສັງຄົມນິຍົມ,  ໜ້າທີ່ຕົ້ນຕໍຂອງພັກກໍຄື: ບັນລຸການຫັນປ່ຽນຈາກລັດທິປະຊາທິປະໄຕໃໝ່ໄປສູ່ສັງຄົມນິຍົມ, ດຳເນີນການປະຕິວັດສັງຄົມນິຍົມ, ຊຸກຍູ້ການສ້າງສັງຄົມນິຍົມ, ສ້າງປະຖົມປັດໄຈດ້ານການເມືອງອັນຮາກຖານ ແລະ ລະບອບພື້ນຖານ ໃຫ້ແກ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່. ໃນໄລຍະນີ້, ຊາວພັກກອມມູນິດຈີນທີ່ມີສະຫາຍ ເໝົາເຈີຕຸ່ງ ເປັນຕົວແທນຕົ້ນຕໍ ໄດ້ສະເໜີແນວຄິດອັນສຳຄັນຕ່າງໆ ກ່ຽວກັບການສ້າງສັງຄົມນິຍົມ. ແນວຄິດເໝົາເຈີຕຸ່ງ ເປັນການໝູນໃຊ້ ແລະ ການຂະຫຍາຍຕົວ ຢ່າງມີຫົວຄິດປະດິດສ້າງຂອງລັດທິມາກ-ເລນິນຢູ່ຈີນ, ແມ່ນຫຼັກການທິດສະດີ ແລະ ເປັນການສະຫຼຸບບົດຮຽນກ່ຽວກັບກັບການປະຕິວັດ ແລະ ການກໍ່ສ້າງຂອງຈີນທີ່ຖືກພຶດຕິກຳຢັ້ງ ຢືນວ່າຖືກຕ້ອງ, ແມ່ນການກ້າວກະໂດດແຫ່ງການຫັນລັດທິມາກໃຫ້ເປັນແບບຈີນຄັ້ງທີ 1 ໃນປະຫວັດສາດ. ພັກໄດ້ນຳພາປະຊາຊົນເພິ່ງຕົນເອງ, ບາກບັ່ນສູ້ຊົນ, ໄດ້ສ້າງຜົນງານອັນຍິ່ງໃຫຍ່ແຫ່ງການປະຕິວັດ ແລະ ການສ້າງສັງຄົມນິຍົມ, ໄດ້ບັນລຸການປ່ຽນແປງສັງຄົມທີ່ກວ້າງຂວາງ ແລະ ເລິກເຊິ່ງທີ່ສຸດໃນປະຫວັດສາດຂອງປະຊາຊາດຈີນ, ໄດ້ບັນລຸການກ້າວກະໂດດອັນຍິ່ງໃຫຍ່ ຈາກປະເທດໃຫຍ່ຕາເວັນອອກ ທີ່ທຸກຍາກຫຼ້າຫຼັງ ທັງມີປະຊາກອນຫຼວງຫຼາຍ ໄປສູ່ສັງຄົມສັງຄົມນິຍົມ. ປະເທດພວກເຮົາໄດ້ສ້າງລະບົບອຸດສາຫະກຳ ແລະ ລະບົບເສດຖະກິດແຫ່ງຊາດທີ່ຂ້ອນຂ້າງຄົບຖ້ວນ ແລະ ເປັນອິດສະຫຼະ, ເງື່ອນໄຂການຜະລິດດ້ານກະສິກຳ ໄດ້ຮັບການປ່ຽນແປງຢ່າງພົ້ນເດັ່ນ, ວຽກງານການສຶກສາ ວິທະຍາສາດ ວັດທະນະທຳ ສາທາລະນະສຸກ ແລະ ກິລາ ໄດ້ມີການພັດທະນາຢ່າງໃຫຍ່ຫຼາຍ, ກອງທັບປົດປ່ອຍປະຊາຊົນ ໄດ້ຮັບການເຕີບໃຫຍ່ ແລະ ຍົກສູງຂຶ້ນ, ທັງໄດ້ເຮັດໃຫ້ວຽກງານການຕ່າງປະເທດທີ່ອັບປະຍົດຂອງປະເທດຈີນເກົ່າສິ້ນສຸດລົງຢ່າງເຖິງຖອງ. ດ້ວຍການບຸກບືນສູ້ຊົນທີ່ອົງ ອາດກ້າຫານ ແລະ ເດັດດ່ຽວໜຽວແໜ້ນ, ພັກກອມມູນິດຈີນ ແລະ ປະຊາຊົນຈີນ ໄດ້ປະກາດຕໍ່ທົ່ວໂລກຢ່າງເຄັ່ງຂຶມວ່າ, ປະຊາຊົນຈີນບໍ່ພຽງແຕ່ຮູ້ວິທີໃນການທຳລາຍໂລກເກົ່າເທົ່ານັ້ນ, ຍັງຮູ້ວິທີໃນການສ້າງໂລກໃໝ່ນຳອີກ, ມີແຕ່ສັງຄົມນິຍົມເທົ່ານັ້ນ ຈຶ່ງສາມາດກູ້ຊາດຈີນໄດ້, ມີແຕ່ສັງຄົມນິຍົມເທົ່ານັ້ນ ຈຶ່ງສາມາດພັດທະນາປະເທດຈີນໄດ້.

ກອງປະຊຸມຄົບຄະນະ ໄດ້ຊີ້ໃຫ້ເຫັນວ່າ, ໃນໄລຍະໃໝ່ແຫ່ງການປະຕິຮູບ  ເປີດປະຕູສູ່ພາຍນອກ ແລະ ການສ້າງສັງຄົມນິຍົມທີ່ທັນສະໄໝ, ໜ້າທີ່ຕົ້ນຕໍຂອງພັກກໍຄື: ສືບຕໍ່ຊອກສະແຫວງຫາເສັ້ນທາງທີ່ຖືກຕ້ອງຂອງການສ້າງສັງຄົມນິຍົມຂອງຈີນ, ປົດປ່ອຍ ແລະ ພັດທະນາກຳລັງການຜະ ລິດ, ເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຮັ່ງມີຂຶ້ນໂດຍໄວ, ສະໜອງການຮັບປະກັນດ້ານໂຄງປະກອບທີ່ເຕັມໄປດ້ວຍພະລັງຊີວິດໃໝ່ ແລະ ເງື່ອນໄຂດ້ານວັດຖຸຂອງການພັດ ທະນາຢ່າງວ່ອງໄວ ໃຫ້ແກ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່. ພາຍຫຼັງກອງປະຊຸມຄົບຄະນະຂອງສູນກາງພັກຄັ້ງທີ 3 ສະໄໝທີ 11, ຊາວພັກກອມມູນິດຈີນທີ່ມີສະຫາຍ ເຕີ້ງສຽວພິງ ເປັນຕົວແທນຕົ້ນຕໍ ໄດ້ສາມັກຄີ ແລະ ນຳພາທົ່ວພັກ ແລະ ປະຊາຊົນບັນດາ ເຜົ່າທົ່ວປະເທດຈີນ ສະຫຼຸບບົດຮຽນທາງບວກ ແລະ ທາງລົບ ນັບແຕ່ສ້າງຕັ້ງ ສປ ຈີນເປັນຕົ້ນມາຢ່າງເລິກເຊິ່ງ, ໂດຍປິ່ນອ້ອມບັນຫາພື້ນຖານທີ່ວ່າ ສັງຄົມນິຍົມແມ່ນຫຍັງ ແລະ ຈະສ້າງສັງຄົມນິຍົມແນວໃດ, ໄດ້ຖອດຖອນບົດຮຽນປະຫວັດສາດຂອງສັງຄົມນິຍົມໃນໂລກ, ປະດິດສ້າງທິດສະດີເຕີ້ງສຽວພິງ, ໄດ້ປົດປ່ອຍແນວຄິດ, ສະແຫວງຫາສັດຈະທຳຈາກຄວາມເປັນຈິງ, ໄດ້ຈັດວາງນະໂຍບາຍທີ່ມີລັກສະນະປະຫວັດສາດ ຄື: ປ່ຽນວຽກງານໃຈກາງຂອງພັກ ແລະ ປະເທດຊາດມາສູ່ການສ້າງເສດຖະກິດ ທັງດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ໄດ້ຊີ້ໃຫ້ເຫັນທາດແທ້ຂອງສັງຄົມນິຍົມຢ່າງເລິກເຊິ່ງ, ກຳນົດແນວທາງພື້ນຖານໃນໄລຍະຕົ້ນຂອງສັງຄົມນິຍົມ, ໄດ້ສະເໜີອອກຢ່າງຈະ ແຈ້ງວ່າ ຈະເດີນຕາມເສັ້ນທາງຂອງຕົນ ແລະ ສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ໄດ້ຕອບບັນ ຫາພື້ນຖານຕ່າງໆ ກ່ຽວກັບການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ຕາມຫຼັກວິທະຍາສາດ, ໄດ້ກຳນົດຍຸດທະສາດການພັດທະນາ ເພື່ອບັນລຸການຫັນເປັນທັນສະໄໝຂອງສັງຄົມນິຍົມ ໂດຍພື້ນຖານ ໂດຍແບ່ງເປັນສາມບາດກ້າວ ນັບແຕ່ເວລານັ້ນຈົນຮອດກາງສະຕະວັດທີ 21, ໄດ້ສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງສຳເລັດຜົນ.

ກອງປະຊຸມຄົບຄະນະໄດ້ຊີ້ໃຫ້ເຫັນວ່າ, ພາຍຫຼັງກອງປະຊຸມຄົບຄະນະຂອງສູນກາງພັກຄັ້ງທີ 4 ສະໄໝທີ 13, ຊາວພັກກອມມູນິດຈີນທີ່ມີສະຫາຍ ຈ່ຽງເຈີມິນ ເປັນຕົວແທນຕົ້ນຕໍ ໄດ້ສາມັກຄີ ແລະ ນຳພາທົ່ວພັກ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດ ຍຶດໝັ້ນທິດສະດີພື້ນຖານ ແລະ ແນວທາງພື້ນຖານຂອງພັກ, ໄດ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າເກົ່າຕໍ່ກັບບັນຫາທີ່ວ່າ ສັງຄົມນິຍົມແມ່ນຫຍັງ? ຈະສ້າງສັງຄົມນິຍົມແນວໃດ? ຈະສ້າງພັກໃຫ້ເປັນພັກແບບໃດ? ແລະຈະສ້າງພັກແນວໃດ? ໄດ້ກາຍ ເປັນແນວຄິດສຳຄັນ “3 ຕົວແທນ”, ເມື່ອຜະເຊີນກັບການທົດສອບອັນຂ້ຽວຂາດ ຍ້ອນສະພາບການຢູ່ພາຍໃນ ແລະ ຕ່າງປະເທດ ມີຄວາມສະຫຼັບສັບຊ້ອນທີ່ສຸດ ແລະ ສັງຄົມນິຍົມໃນໂລກໄດ້ປາກົດມີຄວາມຄົດລ້ຽວຢ່າງໜັກໜ່ວງນັ້ນ, ໄດ້ປົກປ້ອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ໄດ້ວາງເປົ້າໝາຍດ້ານການປະຕິຮູບ ແລະ ໄດ້ສ້າງໂຄງຮ່າງພື້ນຖານກ່ຽວກັບໂຄງປະກອບເສດຖະກິດຕະຫຼາດສັງຄົມນິ ຍົມ, ໄດ້ກຳນົດລະບອບເສດຖະກິດພື້ນຖານທີ່ຖືລະບອບກຳມະສິດສ່ວນລວມເປັນຫຼັກ ທັງພັດທະນາເສດຖະກິດໃນລະບອບກຳມະສິດຫຼາຍຊະນິດຮ່ວມກັນໃນໄລຍະຕົ້ນຂອງສັງຄົມນິຍົມ ພ້ອມດ້ວຍລະ ບຽບການແບ່ງປັນທີ່ຖືການແບ່ງປັນຕາມແຮງງານເປັນຫຼັກທັງມີຮູບການແບ່ງປັນຫຼາຍຊະນິດຮ່ວມກັນ, ໄດ້ສ້າງສະພາບການໃໝ່ແຫ່ງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງຮອບດ້ານ, ຊຸກຍູ້ໂຄງ ການຍິ່ງໃຫຍ່ອັນໃໝ່ຂອງການກໍ່ສ້າງພັກ, ແລະໄດ້ຊຸກຍູ້ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃຫ້ກ້າວໄປສູ່ສະຕະວັດທີີ 21 ຢ່າງສຳເລັດຜົນ.

ກອງປະຊຸມໄດ້ຊີ້ໃຫ້ເຫັນວ່າ, ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 16 ຂອງພັກ, ຊາວພັກກອມມູນິດຈີນທີ່ມີສະຫາຍ ຮູຈິນທ່າວ ເປັນຕົວແທນຕົ້ນຕໍ ໄດ້ສາມັກຄີ ແລະ ນຳພາທົ່ວພັກ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ຊຸກຍູ້ການປະດິດສ້າງພຶດຕິກຳໃໝ່ ປະດິດສ້າງທິດສະດີໃໝ່ ແລະ ປະດິດສ້າງລະບຽບການໃໝ່ໃນຂະບວນການຊຸກຍູ້ການສ້າງສັງຄົມທີ່ອີ່ມໜຳສຳລານຢ່າງຮອບດ້ານ, ໄດ້ຮັບຮູ້ຢ່າງເລິກເຊິ່ງ ແລະ ຕອບບັນຫາທີ່ສຳຄັນຕ່າງໆ ເຊັ່ນ: ຄວນບັນລຸການພັດທະນາແບບໃດ ແລະ ຈະພັດທະນາແນວໃດ ພາຍໃຕ້ສະພາບການໃໝ່, ເຊິ່ງໄດ້ກາຍເປັນທັດສະນະການພັດທະນາຕາມຫຼັກວິທະຍາສາດ, ໄດ້ກຳແໜ້ນໄລຍະໂອກາດທາງຍຸດທະສາດ, ສຸມຈິດສຸມໃຈດຳເນີນການກໍ່ສ້າງ, ສະ ແຫວງຫາການພັດທະນາຢ່າງຕັ້ງອົກຕັ້ງໃຈ, ໄດ້ກ່າວເນັ້ນໜັກເຖິງການຍຶດໝັ້ນຖືຄົນເປັນກົກ ແລະ ການພັດທະນາແບບຍືນຍົງທີ່ປະສານກົມກຽວກັນຢ່າງຮອບດ້ານ, ສຸມໃສ່ຮັບປະກັນ ແລະ ປັບປຸງຊີ ວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຊຸກຍູ້ຄວາມຍຸຕິທຳ ແລະ ຄວາມເປັນທຳທາງສັງຄົມ, ຊຸກຍູ້ການສ້າງຄວາມສາມາດການກຳອຳນາດ ແລະ ລັກສະນະກ້າວໜ້າຂອງພັກ, ໄດ້ຍຶດໝັ້ນ ແລະ ພັດ ທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນພາຍໃຕ້ສະພາບການໃໝ່ຢ່າງສຳເລັດຜົນ.

ກອງປະຊຸມຄົບຄະນະໄດ້ເນັ້ນວ່າ, ໃນໄລຍະນີ້, ໂດຍເລີ່ມຈາກພຶດຕິກຳໃໝ່ ແລະ ຈຸດພິເສດຂອງຍຸກສະໄໝ, ພັກໄດ້ຍຶດໝັ້ນ ແລະ ພັດທະນາລັດທິມາກ, ໄດ້ຕອບບັນຫາພື້ນຖານຕ່າງໆຢ່າງມີວິທະຍາສາດ ກ່ຽວກັບການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ເຊັ່ນ: ເສັ້ນທາງພັດທະນາ, ໄລຍະການພັດທະນາ, ໜ້າທີ່ພື້ນຖານ, ພະລັງແຮງການພັດທະນາ, ຍຸດທະສາດການພັດທະນາ, ການຮັບ ປະກັນດ້ານການເມືອງ, ການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບກັນ, ຍຸດທະສາດການຕ່າງ ປະເທດ ແລະ ສາກົນ, ພະລັງແຮງການຊີ້ນຳນຳພາ, ກຳລັງແຮງທີ່ຕ້ອງເພິ່ງພາອາໄສ ແລະອື່ນໆ, ໄດ້ກາຍເປັນລະບົບທິດສະດີສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ໄດ້ບັນລຸການກ້າວກະໂດດຄັ້ງໃໝ່ໃນການຫັນລັດທິມາກໃຫ້ເປັນແບບຈີນ. ພັກໄດ້ນຳພາປະຊາຊົນປົດປ່ອຍແນວຄິດ ແລະ ບຸກບືນກ້າວໄປໜ້າ, ໄດ້ສ້າງຜົນງານອັນຍິ່ງໃຫຍ່ໃນການປະຕິຮູບ ການເປີດປະຕູສູ່ພາຍນອກ ແລະ ການສ້າງສັງຄົມນິຍົມທີ່ທັນສະໄໝ, ປະເທດພວກເຮົາໄດ້ບັນລຸການຫັນປ່ຽນຄັ້ງປະຫວັດສາດ ຈາກໂຄງປະ ກອບເສດຖະກິດແຜນການ ທີ່ໂຮມສູນໃນລະດັບສູງ ຫັນໄປສູ່ໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມ ແລະ ຈາກການປິດປະຕູເຄິ່ງປິດປະຕູ ຫັນໄປສູ່ການເປີດປະຕູຢ່າງຮອບດ້ານ, ໄດ້ບັນລຸການບຸກທະລຸຄັ້ງປະຫວັດສາດຈາກສະພາບທີ່ກຳລັງການຜະລິດຫຼ້າຫຼັງໂດຍທຽບຖານ ຫັນໄປສູ່ລວມຍອດເສດຖະກິດເພີ່ມຂຶ້ນເປັນອັບດັບ 2 ຂອງໂລກ, ໄດ້ບັນລຸການກ້າວກະໂດດຄັ້ງປະຫວັດສາດທີ່ລະດັບຊີວິດການເປັນຢູ່ຂອງປະຊາຊົນ ຈາກການກິນບໍ່ອີ່ມນຸ່ງບໍ່ອຸ່ນ ໄປສູ່ຄວາມອີ່ມໜຳສຳລານໂດຍລວມ ແລະ ກ້າວໄປສູ່ຄວາມອີ່ມໜຳສຳລານຢ່າງຮອບດ້ານ, ອັນໄດ້ຊຸກຍູ້ປະຊາຊາດຈີນບັນລຸການກ້າວກະ ໂດດອັນຍິ່ງໃຫຍ່ ຄື: ຈາກການລຸກຢືນຂຶ້ນ ຈົນຮອດຮັ່ງມີຂຶ້ນ. ດ້ວຍການບຸກບືນສູ້ຊົນຢ່າງອົງອາດກ້າ ຫານ ແລະ ເດັດດ່ຽວໜຽວແໜ້ນ, ພັກກອມມູນິດຈີນ ແລະ ປະຊາຊົນຈີນ ໄດ້ປະກາດຕໍ່ທົ່ວໂລກຢ່າງເຄັ່ງຂຶມວ່າ, ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ແມ່ນມາດຕະການທີ່ເປັນຂໍກຸນແຈ ເຊິ່ງຕັດ ສິນອະນາຄົດ ແລະ ຊາຕາກຳຂອງປະເທດຈີນໃນຍຸກປັດຈຸບັນ, ເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ແມ່ນເສັ້ນທາງທີ່ຖືກຕ້ອງໃນການຊຸກຍູ້ປະເທດຈີນ ໃຫ້ພັດທະນາໄປສູ່ຄວາມຈະເລີນຮຸ່ງ ເຮືອງ, ປະເທດຈີນໄດ້ກ້າວໄປທ່ວງທັນກັບຍຸກສະໄໝດ້ວຍບາດກ້າວໃຫຍ່.

ກອງປະຊຸມຄົບຄະນະໄດ້ຊີ້ໃຫ້ເຫັນວ່າ, ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໄດ້ກ້າວເຂົ້າສູ່ຍຸກໃໝ່. ໜ້າທີ່ຕົ້ນຕໍຂອງພັກກໍຄື: ເຮັດໃຫ້ເປົ້າ   ໝາຍສູ້ຊົນຄົບຮອບ 100 ປີເຫດການທີໜຶ່ງປາກົດຜົນເປັນຈິງ, ເປີດຂະບວນການເດີນທາງຄັ້ງໃໝ່ ເພື່ອເຮັດໃຫ້ເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີສອງປາກົດຜົນເປັນຈິງ, ແລະສືບຕໍ່ກ້າວເດີນໄປໜ້າ ເພື່ອເຮັດໃຫ້ເປົ້າໝາຍອັນຍິ່ງໃຫຍ່ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນຄືນໃໝ່ນັ້ນ ປາກົດຜົນເປັນຈິງ. ພັກໄດ້ນຳພາປະຊາຊົນມີຄວາມໝັ້ນໃຈຕົນເອງ, ສ້າງຄວາມເຂັ້ມແຂງໃຫ້ກັບຕົນເອງ, ຮັກສາເສັ້ນທາງທີ່ຖືກຕ້ອງ, ປະດິດສ້າງໃໝ່, ໄດ້ສ້າງຜົນງານອັນຍິ່ງໃຫຍ່ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່.

ກອງປະຊຸມໄດ້ເນັ້ນວ່າ, ຊາວພັກກອມມູນິດຈີນທີ່ມີສະຫາຍ ສີຈິ້ນຜິງ ເປັນຕົວແທນຕົ້ນຕໍ ໄດ້ຍຶດໝັ້ນນຳເອົາຫຼັກມູນພື້ນຖານຂອງລັດທິມາກ ໄປປະສົມປະ ສານກັບສະພາບຄວາມເປັນຈິງຂອງຈີນ ແລະ ວັດທະນະທຳດັ້ງເດີມທີ່ດີເລີດຂອງປະຊາຊາດຈີນ, ໄດ້ຍຶດໝັ້ນແນວຄິດເໝົາເຈີຕຸ່ງ ທິດສະດີເຕີ້ງສຽວພິງ ແນວຄິດສຳຄັນ “3 ຕົວແທນ” ແລະ ທັດສະນະການພັດທະນາຕາມຫຼັກວິທະຍາສາດ, ໄດ້ສະຫຼຸບຢ່າງເລິກເຊິ່ງ ແລະ ໝູນໃຊ້ບົດຮຽນປະຫວັດສາດນັບແຕ່ການສ້າງຕັ້ງພັກເປັນຕົ້ນມານັ້ນຢ່າງເຕັມທີ່, ເລີ່ມຈາກສະພາບຄວາມເປັນຈິງອັນໃໝ່, ສ້າງແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່. ສະຫາຍ ສີຈິ້ນຜິງ ໄດ້ດຳເນີນການຄົ້ນຄິດຢ່າງເລິກເຊິ່ງ ແລະ ຕີລາຄາຢ່າງມີວິທະຍາສາດຕໍ່ກັບທິດສະດີສຳຄັນ ແລະ ບັນຫາພຶດຕິກຳຕົວຈິງຕ່າງໆທີ່ຕິດພັນກັບການພັດທະນາພາລະກິດຂອງພັກ ແລະ ປະເທດຊາດໃນຍຸກໃໝ່. ກ່ຽວກັບຫົວຂໍ້ຍຸກສະໄໝທີ່ສຳຄັນຕ່າງໆ ເປັນຕົ້ນແມ່ນ: ໃນຍຸກໃໝ່ ຈະຍຶດໝັ້ນ ແລະ ພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນແບບໃດ, ຍຶດໝັ້ນ ແລະ ພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນແນວໃດ, ຈະສ້າງປະເທດສັງຄົມນິຍົມທີ່ທັນສະໄໝເຂັ້ມແຂງແບບໃດ, ສ້າງປະເທດສັງຄົມນິຍົມທີ່ທັນສະໄໝເຂັ້ມແຂງແນວໃດ, ຈະສ້າງພັກການເມືອງລັດທິມາກທີ່ກຳອຳນາດຢ່າງຍາວນານແບບໃດ, ສ້າງພັກການເມືອງລັດທິມາກທີ່ກຳອຳນາດຢ່າງຍາວນານແນວໃດ ແລະອື່ນໆ, ສະຫາຍ ສີຈິ້ນຜິງ ໄດ້ສະເໜີທັດສະນະໃໝ່ ແນວຄິດໃໝ່ ແລະ ຍຸດທະສາດໃໝ່ຢ່າງເປັນລະບົບ ກ່ຽວກັບການປົກຄອງ ແລະ ການບໍລິຫານປະເທທີ່ມີຫົວຄິດປະດິດສ້າງໂດຍຕົນເອງ, ເປັນຜູ້ສຳຄັນຕົ້ນຕໍ ໃນການປະດິດສ້າງແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່. ແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ເປັນລັດທິມາກແບບຈີນໃນຍຸກປັດຈຸບັນ, ລັດທິມາກໃນສະຕະວັດທີ 21, ເປັນຫົວກະທິຍຸກສະໄໝຂອງວັດທະນະທຳຈີນ ແລະ ຈິດໃຈຈີນ, ໄດ້ບັນລຸການກ້າວກະໂດດຄັ້ງໃໝ່ຈາກລັດທິມາກຫັນເປັນແບບຈີນ. ການທີ່ພັກກຳນົດຖານະຂອງສະຫາຍ ສີຈິ້ນຜິງ ເປັນແກນກາງຂອງສູກາງພັກ ແລະ ເປັນແກນກາງທົ່ວພັກ, ກຳນົດຖານະຊີ້ນຳຂອງແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່, ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມປາຖະໜາຮ່ວມຂອງທົ່ວພັກ ທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດ, ມີຄວາມໝາຍລັກສະນະຕັດສິນ ຕໍ່ກັບກາພັທະນາພາລະກິດຂອງພັກ ແລະ ປະເທດຊາດໃນຍຸກໃໝ່, ຕໍ່ກັບການຊຸກຍູ້ຂະບວນການປະຫວັດສາດແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ.

ກອງປະຊຸມຄົບຄະໄດ້ຊີ້ໃຫ້ເຫັນວ່າ: ສູນກາພັກທີ່ມີສະຫາຍ ສີຈິ້ນຜິງ ເປັນແກນກາງ ໄດ້ມີຈິດໃຈເປັນເຈົ້າການທາງປະຫວັດສາດທີ່ຍິ່ງໃຫຍ່, ມີຄວາມກ້າຫານທາງການເມືອງອັນມະຫາສານ, ມີຄວາມຮັບຜິດຊອບອັນແຮງກ້າໃນການປະສານສົມທົບສອງພາກສ່ວນໃຫຍ່ທັງພາຍໃນ ແລະ ສາກົນໃຫ້ເປັນເອກະພາບກັນ, ຜັນຂະຫຍາຍທິດສະດີພື້ຖານ ແນວທາງພື້ນຖານ ແລະ ຍຸດທະສາດພື້ນຖານຂອງພັກ, ກຳກັບການຕໍ່ສູ້ທີ່ຍິ່ງໃຫຍ່ ໂຄງການທີ່ຍິ່ງໃຫຍ່ ພາລະກິດທີ່ຍິ່ງໃຫຍ່ ແລະ ຄວາມໃຝ່ຝັນທີ່ຍິ່ງໃຫຍ່ໃຫ້ເປັນເອກະພາບກັນ, ຍຶດໝັ້ນຫຼັກການພື້ນຖານລວມໃນການປະຕິບັດງານ ໂດຍສະແຫວງຫາການພັດທະນາຢ່າງໜັກແໜ້ນ, ຈັດວາງທິດທາງນະໂຍບາຍສຳຄັນຕ່າງໆ ແລະ ມາດຕະການສຳຄັນຕ່າງໆ, ຊຸກຍູ້ວຽກງານສຳຄັນຕ່າງໆ, ເອົາຊະນະຄວາມສ່ຽງ ແລະ ສິ່ງທ້າທາຍສຳຄັນຕ່າງໆ, ໄດ້ແກ້ໄຂບັນຫາຫຍຸ້ງຍາກຫຼາຍປະການທີ່ຕົກຄ້າງມາເປັນເວລາດົນນານ, ໄດ້ສຳເລັດຫຼາຍວຽກສຳຄັນ ທີ່ພັກເຮົາຢາກເຮັດໃນເມື່ອກ່ອນແຕ່ບໍ່ທັນໄດ້ເຮັດຊຸກຍູ້ພາລະກິດຂອງພັກ ແລະ ປະເທດຊາດໄດ້ຮັບຜົນສຳເລັດເປັນຄັ້ງປະຫວັດສາດ, ເກີດມີການປ່ຽແປງຄັ້ງປະຫວັດສາດ.

ອງຊຸມຄົບຄະນະ ໄດ້ເນັ້ນວ່າ: ນັບແຕ່ກອງຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ໃນດ້ານການຍຶດໝັ້ນການນຳພາຮອບດ້ານຂອງພັກ, ອິດທິພົນ ແລະ ການນຳພາແບບໂຮສູນເປັນເອກະພາບກັນຂອງສູນກາງພັກ ໄດ້ມີການຮັບປະກັນຢ່າງແຂງແຮງ, ລະບົບລະບຽບການນຳພາຂອງພັກໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ, ຮູບການນຳພາຂອງພັກມີວິທະຍາສາດຫຼາຍກວ່າເກົ່າ, ທົ່ວພັກມີຄວາມເປັນເອກະພາບກັນຫຼາຍກວ່າເກົ່າໃນດ້ານແນວຄິດ, ມີຄວາມສາມັກຄີຫຼາຍກວ່າເກົ່າໃນດ້ານການເມືອງ, ມີຄວາມເປັນເອກະພາບກັນຫຼາຍກວ່າເກົ່າໃນການດຳເນີນງານ, ກຳລັງການນຳພາທາງການເມືອງ ກຳລັງການຊັກຈູງດ້ານແນວຄິດ ກຳລັງການຈັດຕັ້ງມະຊົນ ແລະ ກຳລັງລະດົມຂົນຂວາຍໃນສັງຄົມຂອງພັກ ໄດ້ເພີ່ມທະວີຂຶ້ນຢ່າງພົ້ນເດັ່ນ. ໃນດ້ານການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ, ຄວາມສາມາດຂອງພັກໃນການສະສາງລ້າງສວ່າຍຕົນເອງ ປັບປຸງຕົນເອງ ປະຕິຮູບຕົນເອງ ແລະ ຍົກລະດັບຕົນເອງໄດ້ຍົກສູງຂຶ້ນຢ່າງພົ້ນເດັ່ນ, ສະພາບການຄຸ້ມຄອງພັກແບບໂຍະຍານໄດ້ມີການຫັນປ່ຽນຈາກຂັ້ນພື້ນຖານ. ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງໄດ້ຮັບໄຊຊະນະຢ່າງເດັດຂາດ ທັງໄດ້ຮັບການປັບປຸງໃຫ້ໝັ້ນຄົງຢ່າງຮອບດ້ານ, ພັກມີຄວາມເຂັ້ມແຂງກວ່າເກົ່າໃນຂະບວນການຝຶກຝົນຫຼໍ່ຫຼອມລັກສະນະປະຕິວັດ. ໃນດ້ານການກໍ່ສ້າງເສດຖະກິດ, ການພັດທະນາເສດຖະກິດຂອງປະເທດພວກເຮົາມີລັກສະນະດຸນດ່ຽງ ລັກສະນະກົມກຽວ ແລະ ລັກສະນະຍືນຍົງຫຼາຍຂຶ້ນຢ່າງເດັ່ນຊັດ, ກຳລັງຕົວຈິງໃນດ້ານເສດຖະກິດ ກຳລັງຕົວຈິງໃນດ້ານເຕັກນິກວິທະຍາສາດ ແລະ ກຳລັງສັງລວມແຫ່ງຊາດໄດ້ພັດທະນາກ້າວຂຶ້ນສູ່ລະດັບໃໝ່, ເສດຖະກິດຂອງປະເທດພວກເຮົາໄດ້ກ້າວຂຶ້ນສູ່ເສັ້ນທາງພັດທະນາທີ່ມີຄຸນນະພາບສູງກວ່າເກົ່າ ມີປະສິດທິພາບກວ່າເກົ່າ ມີຄວາມຍຸຕິທຳກວ່າເກົ່າ ຍືນຍົງກວ່າເກົ່າ ແລະ ໝັ້ນຄົງກວ່າເກົ່າ. ໃນດ້ານການລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງຮອບດ້ານ, ພັກໄດ້ຊຸກຍູ້ການລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງຮອບດ້ານໃຫ້ຂະຫຍາຍຕົວກ້າວສູ່ລວງກວ້າງ ແລະ ລວງເລິກຢ່າງບໍ່ຢຸດຢັ້ງ, ລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຂະຫຍາຍຕົວໄດ້ສຸກງອມກວ່າເກົ່າ ແລະ ໝັ້ນຄົງກວ່າເກົ່າ, ລະດັບການຫັນເປັນທັນສະໄໝດ້ານລະບົບ ແລະ ຄວາມສາມາດການປົກຄອງບໍລິຫານປະເທດໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ພາລະກິດຂອງພັກ ແລະ ປະເທຊາດ ໄດ້ປາກົດມີພະລັງຊີວິດອັນໃໝ່. ໃນດ້ານການກໍ່ສ້າງທາງການເມືອງ, ຕັ້ງໜ້າພັດທະນາປະຊາທິປະໄຕປະຊາຊົນໃນທົ່ວຂັ້ນຕອນ, ການເມືອງປະຊາທິປະໄຕສັງຄົມນິຍົມຂອງປະເທດພວກເຮົາ ໄດ້ຮັບການຊຸກຍູ້ໃຫ້ຫັນເປັນລະບຽບການ ຫັນເປັນລະບຽບແບບແຜນ ແລະ ຫັນເປັນຂັ້ນຕອນຢ່າງຮອບດ້ານ, ລັກສະນະດີເດັ່ນຂອງລະບອບການເມືອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໄດ້ຮັບການເສີມຂະຫຍາຍໃຫ້ດີກວ່ເກົ່າ, ສະພາບການເມືອງທີ່ມີຊີວິດຊີວາ ສະຫງົບໝັ້ນຄົງ ແລະ ມີຄວາມສາມັກຄີໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວ. ໃນດ້ານການປົກຄອງປະເທດຕາມກົດໝາຍຢ່າງຮອບດ້ານ, ລະບົບກົດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໄດ້ຮັບກາປັບປຸງໃຫ້ສົບູນຂຶ້ນຢ່າງບໍ່ຢຸດຢັ້ງ, ການກໍ່ສ້າງປະເທດຈີນຕາມກົດໝາຍໄດ້ຢວ່າງບາດກ້າວອັນໜັກແໜ້ນ, ຄວາມສາມາດຂອງພັກໃນການໝູນໃຊ້ຮູບການປົກຄອງຕາມກົດໝາຍເຂົ້າໃນການນຳພາ ແລະ ບໍລິຫານປະເທດນັ້ນໄດ້ເພີ່ມທະວີຂຶ້ນຢ່າງພົ້ນເດັ່ນ. ໃນດ້ານການກໍ່ສ້າງວັດທະນະທຳ, ສະພາບການໃນຂົງເຂດຮູບຖານຈິດສຳນຶກຢູ່ປະເທດພວກເຮົາ ໄດ້ເກີດມີການປ່ຽນແປງໃນພາກສ່ວນລວມ ແລະ ມີລັກສະນະຂັ້ນພື້ນຖານ. ທົ່ວພັກ ແລະ ປຊົນບັດດາເຜົ່າທົ່ວປະເທດ ມີຄວາມໝັ້ນໃຈຕົນເອງດ້ານວັດທະນະທຳເພີ່ມຂຶ້ນຢ່າງເດັ່ນຊັດ, ຄວາສາມັກຄີ ແລະ ຄວາມສັດທາໃນທົ່ວສັງຄົມໄດ້ເພີ່ມຂຶ້ນຢ່າງຫຼວງຫຼາ, ເຊິ່ງເປັນການສະໜອງການຮັບປະກັນດ້ານແນວຄິດ ແລະ ກຳລັງຈິດໃຈອັນເຂັ້ມແຂງໃຫ້ກັບການສ້າງສະພາບການໃໝ່ຂອງພາລະກິດຂອງພັກ ແລະ ປະເທດຊາດໃນຍຸກໃໝ່. ໃນດ້ານການກໍ່ສ້າງທາງສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບກາປັບປຸງໃຫ້ດີຂຶ້ນຢ່າງຮອບດ້ານ, ລະດັບການຄຸ້ຄອງສັງຄົມແບບມີສ່ວນຮ່ວມຈາກສັງຄົມ ຄຸ້ມຄອງຕາມກົດໝາຍ ຫັນເປັນແບບອັດສະລີຍະ ແລະ ລັກສະນະວິຊາການໄດ້ຍົກສູງຂຶ້ນຢ່າງຫຼວງຫຼາຍ, ໄດ້ພັດທະນາໃຫ້ມີສະພາບທີ່ດີງາມຄື: ປະຊາຊົນຢູ່ເຢັນເປັນສຸກ ສັງຄົມປອດໄພສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເປັນການສືບຕໍ່ສ້າງສິ່ງມະຫັດສະຈັນທີ່ສັງຄົມມີສະຖຽນລະພາບຢ່າງຍາວນານ. ໃນດ້ານການສ້າງຄວາມສິວິໄລດ້ານນິເວດ, ສູນກາງພັກໄດ້ອອກແຮງດຳເນີນການສ້າງຄວາມສິວິໄລດ້ານນິເວດ ແບບບໍ່ເຄີຍມີມາກ່ອນ, ການສ້າງປະເທດຈີນທີ່ສວຍງາມໄດ້ຢວ່າງບາດກ້າວສຳຄັນ, ການອະນຸລັກສິ່ງແວດລ້ອມນິເວດຢູ່ປະເທດພວກເຮົາໄດ້ເກີດມີການປ່ຽແປງທີ່ມີລັກສະນະປະຫວັດສາດ ລັກສະນະບາດລ້ຽວ ແລະ ລັກສະນະພາກສ່ວນລວມ. ໃນດ້ານການກໍ່ສ້າງການປ້ອງກັນປະເທດ ແລະ ກອງທັບ, ກອງທັບປະຊາຊົນໄດ້ບັນລຸການປັບປຸງຄືນໃໝ່ໂດຍລວມ ແລະ ມີລັກສະນະປະຕິວັດ ແລ້ວອອກເດີນທາງອີກຄັ້ງໃໝ່, ກຳລັຕົວຈິງດ້ານການປ້ອງກັນປະເທດ ແລະ ກຳລັງຕົວຈິງດ້ານເສດຖະກິດໄດ້ຍົກສູງຂຶ້ນພ້ອມກັນ, ກອງທັບປະຊາຊົນເດັດດ່ຽວປະຕິບັດພາລະໜ້າທີ່ໃນຍຸກໃໝ່, ໄດ້ປົກປ້ອງອະທິປະໄຕ ຄວາດ  ໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາຂອງຊາດ ດ້ວຍຈິດໃຈຕໍ່ສູ້ຢ່າງເດັດດ່ຽວໜຽແໜ້ນ ແລະ ການກະທຳຕົວຈິງ. ໃນດ້ານການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຄວາມໝັ້ນຄົງແຫ່ງຊາດໄດ້ຮັບການເພີ່ມທະວີຂຶ້ນຢ່າງຮອບດ້ານ, ສາມາດຜ່ານຜ່າການທົດສອບຈາກຄວາມສ່ຽງ ແລະ ສິ່ງທ້າທາຍໃນດ້ານຕ່າງໆ, ເຊັ່ນ: ການເມືອງ ເສດຖະກິດ ຮູບຖານຈິດສຳນຶກ ແລະ ວົງທຳມະຊາດເປັນຕົ້ນ, ໄດ້ສະໜອງການຮັບປະກັນອັນເຂັ້ມແຂງໃຫ້ພັກ ແລະ ປະເທຊາດມີວາມຈະເລີນຮຸ່ງເຮືອງ ແລະ ມີຖຽນລະພາບຢ່າງຖາວອນ. ໃນດ້ານການຍຶດໝັ້ນແນວທາງ ປະເທດດຽວສອງລະບອບແລະ ຊຸກຍູ້ການທ້ອນໂຮມປະເທດຊາດໃຫ້ເປັນເອກະພາບ, ສູນກາງພັກໄດ້ນຳໃຊ້ມາດຕະການຕ່າງໆທີ່ແກ້ໄຂບັນຫາຈາກທັງຕົ້ນເຫດ ແລະ ປາຍເຫດ, ເດັດດ່ຽວຈັດຕັ້ງປະຕິບັດແນວທາງ    ໃຫ້ຜູ້ຮັກຊາດປົກຄອງຮົງກົງແລະໃຫ້ຜູ້ຮັກຊາດປົກຄອງມາກາວ”, ຊຸກຍູ້ໃຫ້ສະຖານະການຢູ່ຮົງກົງບັນລຸການປ່ຽນແປງອັນສຳຄັນຄື ຈາກຄວາມວຸ້ນວາຍ ສູ່ການຄຸ້ມຄອງໃຫ້ມີສະຖຽນລະພາບ, ໄດ້ສ້າງພື້ນຖານອັນໝັ້ນແກ່ນໃຫ້ກັບການຊຸກຍູ້ການປົກຄອງຮົງກົງ-ມາກາວຕາມກົດໝາຍ ແລະ ຊຸກຍູ້ພຶດຕິກຳຕົວຈິງໃນການປະຕິບັດແນວທາງປະເທດດຽວສອງລະບອບຢ່າງໜັກແໜ້ນຍາວນານ; ຍຶດໝັ້ນໃນຫຼັກການປະເທດຈີນດຽວ ແລະ ຄວາມຮັບຮູ້ທີ່ເປັນເອກະພາບກັນໃນປີ 1992, ເດັດດ່ຽວຄັດຄ້ານການກະທຳແບ່ງແຍກໄຕ້ຫວັນອອກຈາກຈີນໃຫ້ເປັນເອກະລາດ, ເດັດດ່ຽວຄັດຄ້ານການແຊກແຊງຈາກອິດທິກຳລັງພາຍນອກ, ກຳແໜ້ນສິດນຳພາ ແລະ ສິດໃນລັກສະນະເປັນທ່າບຸກໃນດ້ານການພົວພັນລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນ. ໃນດ້ານວຽການການຕ່າງປະເທດ, ວຽກງານການຕ່າງປະເທດຂອງປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນ ໄດ້ຮັບການຊຸກຍູ້ໄປໜ້າຢ່າງຮອບດ້ານ, ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໄດ້ກາຍເປັນຄັນທຸງທີ່ໂດດເດັ່ນໃນການນຳພາກະແສຍຸສະໄໝ ແລະ ທິດທາງກ້າວໄປໜ້າຂອງມວນມະນຸດ, ທ່າມກາງສະພາບການປ່ຽແປງອັນໃຫຍ່ຫຼວງຂອງໂລກ, ວຽກງານການຕ່າງປະເທດຂອງປະເທດພວກເຮົາໄດ້ບຸກເບີກສະພາບການໃໝ່, ໄດ້ຫັນວິກິດການໃຫ້ເປັນກາລະໂອກາດທ່າມກາງສະພາບວຸ້ນວາຍຂອງໂລກ, ບົດບາດອິດທິພົນ ແຮງຈູງໃຈ ແລະ ກຳລັງສ້າງສັນຂອງປະເທດພວກເຮົາໃນເວທີສາກົນໄດ້ສູງເດັ່ນຂຶ້ນ. ດ້ວຍການບຸກບືນສູ້ຊົນຢ່າງອົງ ອາດກ້າຫານ ແລະ ເດັດດ່ຽວໜຽວແໜ້ນ, ພັກກອມມູນິດຈີນ ແລະ ປະຊາຊົນຈີນ ໄດ້ປະກາດຕໍ່ທົ່ວໂລກຢ່າງເຄັ່ງຂຶມວ່າ, ປະຊາຊາດຈີນ ໄດ້ພັດທະນາແບບກ້າວກະໂດດຈາກການລຸກຢືນຂຶ້ນ ຮັ່ງມີຂຶ້ນ ຈົນຮອດເຂັ້ມແຂງຂຶ້ນ.

   ກອງປະຊຸມຄົບຄະນະ ໄດ້ຊີ້ໃຫ້ເຫັນເຖິງຄວາມໝາຍປະຫວັດສາດຂອງການບຸກບືນສູ້ຊົນຂອງພັກກອມມູນິດຈີນໃນຮອບຮ້ອຍປີຜ່ານມາຄື: ການບຸກບືນສູ້ຊົນຂອງພັກໃນຮອບຮ້ອຍປີຜ່ານມາໄດ້ປ່ຽນແປງອະນາຄົດ ແລະ ຊາຕາກຳຂອງປະຊາຊົນຈີນຈາກຂັ້ນພື້ນຖານ, ປະຊາຊົນຈີນໄດ້ຫຼຸດພົ້ນອອກຈາກຊາຕາກຳທີ່ຖືກຂົ່ມເຫັງ ແລະ ຖືກກົດຂີ່ເປັນຂ້ອຍຂ້ານັ້ນຢ່າງສິ້ນເຊີງ, ກາຍເປັນເຈົ້າຂອງປະເທດຊາດ ສັງຄົມ ແລະ ຊາຕາກຳຂອງຕົນ, ຄວາມມຸ່ງຫວັງຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ທີ່ດີງາມໄດ້ປາກົດຜົນເປັນຈິງຢ່າງບໍ່ຢຸດຢັ້ງ; ການບຸກບືນສູ້ຊົນຂອງພັກໃນຮອບຮ້ອຍປີຜ່ານມາ ໄດ້ບຸກເບີກເສັ້ນທາງອັນຖືກຕ້ອງ ໃນການບັນລຸເປົ້າໝາຍການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ, ຈີນໄດ້ໃຊ້ເວລາພຽງຫຼາຍສິບປີເທົ່ານັ້ນ ກໍສາມາດບັນລຸເປົ້ໝາຍຫັນເປັນອຸດສາຫະກຳແຕ່ປະເທດທີ່ພັດທະນາແລ້ວ ຕ້ອງໄດ້ໃຊ້ເວລາຫຼາຍຮ້ອຍປີຈິ່ງສາມາດເຮັດສຳເລັດໄດ້, ເຊິ່ງໄດ້ສ້າງສິ່ງມະຫັດສະຈັນສອງຢ່າງຄື: ເສດຖະກິດພັດະນາຢ່າງວ່ອງໄວ ແລະ ສັງຄົມມີສະຖຽລະພາບຢ່າງຍາວນານ; ການບຸກບືນສູ້ຊົນຂອງພັກໃນຮອບຮ້ອຍປີຜ່ານມາໄດ້ສະແດງໃຫ້ເຫັນເຖິງພະລັງຊີວິດອັນເຂັ້ມແຂງຂອງລັດທິມາກ, ລັກສະນະວິທະຍາສາດ ແລະ ລັກສະນະສັດຈະທຳຂອງລັດທິມາກໄດ້ຜ່ານການກວດສອບຢ່າງເຕັມສ່ວນຢູ່ຈີນ, ລັກສະນະຊາຊົນ ແລະ ລັກສະນະພຶດຕິກຳຕົວຈິງຂອງລັດທິມາກໄດ້ຮັບການຈັດຕັ້ງປະຕິບັດຢ່າງເຕັມສ່ວນຢູ່ຈີນ, ລັກສະນະເປີດປະຕູ ແລະ ລັກສະນະຍຸກສະໄໝຂອງລັດທິມາກໄດ້ສະແດງໃຫ້ເຫັນຢ່າງພົ້ນເດັ່ນຢູ່ຈີນ; ການບຸກບືນສູ້ຊົນຂອງພັກໃນຮອບຮ້ອຍປີຜ່ານມໄດ້ສົ່ງຜົນກະທົບອັນເລິກເຊິ່ງໃຫ້ກັບຂະບວນວິວັດປະຫວັດສາດຂອງໂລກ, ພັກໄດ້ນຳພາປະຊາຊົນບຸກເບີກເສັ້ນທາງຫັນເປັນທັນສະໄໝໃນແບບຈີນ ຢ່າງສຳເລັດຜົນ, ໄດ້ສ້າງຮູບແບບໃໝ່ຂອງຄວາມສິວິໄລຂອງມະນຸດ, ໄດ້ເປີດກວ້າຊ່ອງທາງກ້າວໄປສູ່ທັນສະໄໝສຳລັບປະເທດພວມພັດທະນາ; ການບຸກບືນສູ້ຊົນຂອງພັກໃນຮອບຮ້ອຍປີຜ່ານມາໄດ້ຝຶກຝົນຫຼໍ່ຫຼອມພັກກອມມູນິດຈີນ ໃຫ້ສາມາດກ້າວເດີນຢູ່ແຖວໜ້າຂອງຍຸກສະໄໝ, ໄດ້ກຳເນີດໃຫ້ເປັນລະບົບຈິດໃຈທີ່ມີຈິດໃຈສ້າງຕັ້ງພັກອັນຍິ່ງໃຫຍ່ເປັນແຫຼ່ງກຳເນີດ, ໄດ້ຮັກສາລັກສະນະກ້າວໜ້າ ແລະ ຄວາມບໍລິສຸດຜຸດຜ່ອງຂອງພັກ, ຄວາມສາມາດກຳອຳນາດ ແລະ ລະດັບການນຳພາຂອງພັກໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ພັກກອມມູນິດຈີນສົມເປັນພັກທີ່ຍິ່ງໃຫຍ່ ມີກຽດສະຫງ່າ ແລະ ຖືກຕ້ອງ.

    ກອງຊຸມຄົບຄະນະໄດ້ຊີ້ໃຫ້ເຫັນວ່າ: ໃນໄລຍະ 100 ປີຜ່ານມາ, ພັກໄດ້ສຳພາປະຊາຊົນດຳເນີນການຕໍ່ສູ້ທີ່ຍິ່ງໃຫຍ່, ໄດ້ສະສົມບົດຮຽນປະຫວັດສາດອັນປະເສີດ, ນັ້ນກໍຄື: ຍຶດໝັ້ນການນຳພາຂອງພັກ, ຍຶດໝັ້ນຖືປະຊາຊົນສຳຄັນກວ່າໝູ່, ຍຶດໝັ້ນການປະດິດສ້າງທິດສະດີໃໝ່, ຍຶດໝັ້ນຫຼັກການເປັນເອກະລາດເປັນເຈົ້າຕົນເອງ, ຍຶດໝັ້ນເສັ້ນທາງຈີນ, ຍຶດໝັ້ນໃນການຫ່ວງໃຍຊາຕາກຳຂອງໂລກ, ຍຶດໝັ້ນການບຸກເບີກປະດິດສ້າງໃໝ່, ຍຶດໝັ້ນໃນການກ້າຕໍ່ສູ້, ຍຶດໝັ້ນແນວໂຮມເອກະພາບ ແລະ ຍຶດໝັ້ນການປະຕິວັດໂດຍຕົນເອງ. 10 ດ້ານດັ່ງກ່າວນີ້ເປັນບົດຮຽນອັນປະເສີດທີ່ສະສົມມາໄດ້ ໂດຍຜ່ານຈາກພຶດຕິກຳຕົວຈິງເປັນໄລຍະຍາວນານ, ເປັນສົມບັດດ້ານຈິດໃຈທີ່ພັກ ແລະ ປະຊາຊົນຮ່ວມກັນສ້າງຂຶ້ນ, ຕ້ອງຖະໜອມຮັກສາຢ່າງສຸດຂີດ ແລະ ຍຶດໝັ້ນຢ່າງຍາວນານ ທັງເສີມຂະຫຍາຍໃຫ້ອຸດົມສົມບູນຂຶ້ນຢ່າງບໍ່ຢຸດຢັ້ງໃນການປະຕິບັດຕົວຈິງໃນຍຸກໃໝ່.

ກອງຊຸມຄົບຄະນະໄດ້ຊີ້ໃຫ້ເຫັນວ່າ: ຢ່າລືມອຸດົມການແຕ່ຫົວທີ ຈິ່ງຈະໄດ້ຮັບຜົນສຳເລັດທີ່ສຸດທ້າຍ. ພັກກອມມູນິດຈີນມີອຸດົມການສ້າງພາລະກິດອັນຍິ່ງໃຫຍ່ຖາວອນຂອງຊົນຊາດຈີນ, ການສ້າງຕັ້ງຂຶ້ນຄົບຮອບຮ້ອຍປີພໍດີແມ່ນໄລຍະທີ່ດີງາມ! ໃນຮອບຮ້ອຍປີຜ່ານມາ, ພັກໄດ້ໃຫ້ບົດຕອບທີ່ດີງາມແກ່ປະຊາຊົນ ແລະ ປະຫວັດສາດ. ປັດຈຸບັນ, ພັກກອມມູນິດຈີນກໍ່ໄດ້ສືບຕໍ່ສາມັກຄີ ແລະ ນຳພາປະຊາຊົນຈີນເດີນຜ່ານການທົດສອບຂອງໄລຍະທາງ ເພື່ອບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີສອງ. ທົ່ວພັກຕ້ອງຈື່ຈຳໃຫ້ແໜ້ນກ່ຽວກັບບັນຫາພື້ນຖານທີ່ວ່າ ພັກກອມມູນິດຈີນແມ່ນຫຍັງ ແລະ ຈະເຮັດຫຍັງ, ກຳແໜ້ນທ່ວງທ່າຂະຫຍາຍລວມແຫ່ງການພັດທະນາຂອງປະຫວັດສາດ, ເດັດດ່ຽວອຸດົມການ ແລະ ຄວາມເຊື່ອຖື, ຈື່ຈຳອຸດົມການແຕ່ຫົວທີ ແລະ ພາລະກຳ, ເວລາໃດກໍຕ້ອງມີຄວາມຖະໜອມຖ່ອຕົວ ສຸຂຸມຮອບຄອບ ບໍ່ອວດອົ່ງ ບໍ່ຟ້າຟັ່ງ ແລະ ສູ້ຊົນຢ່າງທໍລະຫົດອົດທົນ, ບໍ່ຢ້ານກົວຕໍ່ຄວາມສ່ຽງໃດໆ, ບໍ່ສັບສົນຍ້ອນຖືກສິ່ງລົບກວນໃດໆ, ເດັດຂາດບໍ່ເກີດມີຄວາມຜິດພາດລັກສະນະພິກປິ້ນໃນບັນຫາຂັ້ນພື້ນຖານ, ບຸກບືນສູ້ຊົນ ເພື່ອບັນລຸເປົ້າໝາຍທີ່ກຳນົດໄວ້ດ້ວຍຄວາມອົດທົນຄືກັນກັບຕົ້ນໄຜ່ຢັ່ງຮາກເລິກຢູ່ຫຼືບຫີນຢ່າງໝັ້ນໜຽວດັ່ງກອນບູຮານຈີນທີ່ວ່າຍຶດເກາະພູຂຽວໄວ້ບໍ່ປ່ອຍວາງ”, ມີສະຕິຕື່ນຕົວຢ່າງຈະແຈ້ງດັ່ງຄຳສຸພາສິດຈີນທີ່ວ່າເດີນທາງ 100 ລີ້, ສຳເລັດ 90 ລີ້ແລ້ວກໍຍັງສ່ຳວ່າ ຫາກໍຮອດເຄິ່ງທາງເພື່ອຊຸກຍູ້ການຟື້ຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງ  ປຊາຊາດຈີນຢ່າງບໍ່ລົດລະ.

ກອງຊຸມຄົບຄະນະ ໄດ້ເນັ້ນວ່າ: ທົ່ວພັກ ຕ້ອງຍຶດໝັ້ນລັດທິມາກ-ເລນິນ ແນວຄິດເໝົາເຈີຕຸ່ງ ທິດສະດີເຕີ້ງສຽວພິງ, ແນວຄິສຳຄັນ “3 ຕົວແທນ”, ທັດສະນະພັດທະນາຕາມຫຼັກວິທະຍາສາດ, ຈັດຕັ້ງປະຕິບັດແນວຄິດສີຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ຢ່າງຮອບດ້ານ, ນຳເອົາຫຼັກໝັ້ນ ທັດສະນະ ແລະ ວິທີຂອງລັດທິມາກມາສັງເກດຍຸກສະໄໝ ກຳແໜ້ນຍຸກສະ ໄໝ ແລະ ນຳພາຍຸສະໄໝ, ລົງເລິກຄວາມຮັບຮູ້ຕໍ່ກົດເກນກຳອຳນາດຂອງພັກກອມມູນິດ ກົດການການສ້າງສັງຄົມນິຍົມ ແລະ ກົດເກນການພັດທະນາສັງຄົມມະນຸດຢ່າງບໍ່ຢຸດຢັ້ງ. ຕ້ອງຍຶດໝັ້ນທິດສະດີພື້ນຖານ ແນວທາງພື້ນຖານ ແລະ ຍຸດທະສາດພື້ນຖານຂອງພັກ,  ເພີ່ມທະວີ “4 ສະຕິ”, ຍຶດໝັ້ນ “4 ຄວາມໝັ້ນໃຈຕົນເອງ”, ປະຕິບັດ “2 ປົກປັກຮັກສາ”, ຍຶດໝັ້ນທັດສະນະຄວາມເປັນລະບົບ, ຊຸ້ຍູ້ແຜນຍຸດສາດລວມການພັດທະນາພາລະກິດ 5 ດ້ານຢ່າງເປັນເອກະພາບກັນ (ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ຄວາມສິວິໄລດ້ານນິເວດ) ຢ່າງເປັນເອກະພາບກັນ, ຊຸ້ກຍູ້ແຜນຍຸດທະສາດ “4 ຮອບດ້ານ (ສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ, ລົງເລິກການປະຕິຮູບຢ່າງຮອບດ້ານ, ປົກຄອງປະເທດຕາມກົດໝາຍຢ່າງຮອບດ້ານ ແລະ ຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ) ໃຫ້ສາມາດປະສານສົມທົບກັນ, ເລີ່ມຕົ້ນຈາກໄລຍະພັດທະນາອັນໃໝ່, ຈັດຕັ້ງປະຕິບັດແນວຄວາມຄິດການພັດທະນາອັນໃໝ່, ສ້າງສະພາບການພັດທະນາອັນໃໝ່, ຊຸຍູ້ການພັດທະນາທີ່ມີຄຸນນະພາບສູງ, ລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງຮອບດ້ານ, ຊຸກຍູ້ຄວາມຮັ່ງມີຮ່ວມກັນ, ຊຸກຍູ້ການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນດ້ານວິທະຍາສາດ-ເຕັກໂນໂລຊີ, ພັດທະນາປະຊາທິປະໄຕປະຊາຊົນໃນທົ່ວຂັ້ນຕອນ, ຮັບປະກັນໃຫ້ປະຊາຊົນເປັນເຈົ້າຂອງປະເທດຊາດ, ຍຶດໝັ້ນການປົກຄອງປະເທດຕາມກົດໝາຍຢ່າງຮອບດ້ານ, ຍຶດໝັ້ນລະບົບຄ່ານິຍົມຕົ້ນຕໍສັງຄົມນິຍົມ, ຍຶດໝັ້ນການຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນຂະບວນການພັດທະນາ, ຍຶດໝັ້ນການເຮັດໃຫ້ມະນຸດ  ແລະ ທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ, ປະສົມປະສານການພັດທະນາກັບຄວາມໝັ້ນຄົງ ໃຫ້ເປັນເອກະພາບກັນ, ເລັ່ງລັດການສ້າງການປ້ອງກັນປະເທດ ແລະ ກອງທັບໃຫ້ທັນສະໄໝ, ຮ່ວມກັນຊຸກຍູ້ໃຫ້ປະຊາຊົນຮັ່ງມີຂຶ້ນ ປະເທດເຂັ້ມແຂງ ແລະ ດິນແດນສວຍງາມ.

ກອງຊຸມຄົບຄະນະໄດ້ເນັ້ນວ່າ: ທົ່ວພັກຕ້ອງຮັດແໜ້ນການພົວພັນກັບປະຊາຊົນແບບກາຍອິນຊີຕະຫຼອດໄປ, ປະຕິບັດຕົວຈິງຕາມແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງ, ເຮັດໃຫ້ຜົນປະໂຫຍດພື້ນຖານຂອງປະຊາຊົນອັນໄພສານທີ່ສຸດໄດ້ປາກົດຜົນເປັນຈິງໃຫ້ດີ ໄດ້ຮັບການປົກປັກຮັກສາໃຫ້ດີ ແລະ ໄດ້ຮັບການພັດທະນາໃຫ້ດີຢ່າງບໍ່ຢຸດຢັ້ງ, ສາມັກຄີ ແລະ ນຳພາປະຊາຊົນບັນດາເຜົ່າໃນທົ່ວປະເທດສູ້ຊົນເພື່ອຊີວິດທີ່ດີງາມຢ່າງບໍ່ຢຸດຢັ້ງ. ທົ່ວພັກຕ້ອງຈື່ຈຳຄຳບູຮານທີ່ວ່າລອດຕົວຍ້ອນມີສະຕິລະວັງຕົວ, ຕາຍຍ້ອນຫຼົງໄຫຼນຳຄວາມສະໜຸກ”, ຕ້ອງມີສະຕິຫ່ວງໃຍເຖິງໄລຍະຍາວໄກ, ຍາມສະຫງົບກໍຕ້ອງຄຳນຶງເຖິງໄພ, ສືບຕໍ່ຊຸກຍູ້ໂຄງການຍິ່ງໃຫຍ່ອັນໃໝ່ໃນການກໍ່ສ້າງພັກໃນຍຸກໃໝ່, ຍຶດໝັ້ນໃນການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ, ຍຶດໝັ້ນໃນການຊຸກຍູ້ການກໍ່ສ້າງແບບແຜນທີ່ດີຂອງພັກ ການປົກຄອງແບບປອດໃສຂາວສະອາດ ແລະ ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຢ່າງເດັດດ່ຽວໜຽວແໜ້ນ. ເຮັດໃຫ້ໄດ້ເຖິງຂັ້ນວ່າ ຫຍຸ້ງຍາກແນວໃດກໍຜ່ານຜ່າໄດ້, ກົດດັນແນວໃດກໍສູ້ທົນໄດ້, ຊຸກຍູ້ພາລະກິດການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃຫ້ພັດທະນາກ້າວໄປໜ້າຢ່າງສະຫງ່າຜ່າເຜີຍ.

ກອງຊຸມຄົບຄະນະໄດ້ຕົກລົງວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນທ້າຍປີ 2022. ກອງປະຊຸມຄົບຄະເຫັນວ່າ, ກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກເປັນກອງປະຊຸມໃຫຍ່ທີ່ສຳຄັນທີ່ສຸດຄັ້ງໜຶ່ງ ທີ່ພັກເຮົາໄຂຂຶ້ນໃນເວລາອັນສຳຄັນ ທີ່ພວມກ້າວເຂົ້າສູ່ການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ ແລະ ເຂົ້າສູ່ການເດີນທາງຄັ້ງໃໝ່ແຫ່ງການມຸ່ງໜ້າສູ່ເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີສອງ, ເປັນເຫດການສຳຄັນໜຶ່ງໃນຊີວິດການເມືອງຂອງພັກ ແລະ ປະເທດຊາດ. ທົ່ວພັກຕ້ອງສາມັກຄີ ແລະ ນຳພາປະຊາຊົນບັນດາເຜົ່າໃນທົ່ວປະເທດຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກ, ບຸກບືນສູ້ຊົນກ້າວໄປໜ້າ, ປະກອບສ່ວນອັນໃໝ່ທີ່ໃຫຍ່ຫຼວງກວ່າເກົ່າເຂົ້າໃນການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ ຍາດເອົາໄຊຊະນະອັນຍິ່ງໃຫຍ່ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ແລະ ບັນລຸຄວາມໃຝ່ຝັນຂອຈີນ ໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ, ສ້າງຜົນງານອັນດີເດັ່ນເພື່ອຄຳນັບຮັບຕ້ອນກອງຊຸມໃຫຍ່ຄັ້ງທີ 20 ຂອງພັກ.

ສູນກາງພັກໄດ້ຮຽກຮ້ອງໃຫ້ທົ່ວພັກ ທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດ ຕ້ອງສາມັກຄີຢ່າງແໜ້ນແຟ້ນກວ່າເກົ່າຢູ່ອ້ອມຂ້າງສູນກາງພັກທີ່ມີສະຫາຍ ສີຈິ້ນຜິງ ເປັນແກນກາງ, ຈັດຕັ້ງຕິບັດແນວຄິດສີຈິ້ຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ຢ່າງຮອບດ້ານ, ອອກແຮງເຊີດຊູຈິດໃຈສ້າງຕັ້ງພັກອັນຍິ່ງໃຫຍ່, ຢ່າລືມຄວາມຍາກເຂັນ ແລະ ຄວາມສະຫງ່າລາສີໃນອະດີດ, ບໍ່ຮູ້ສຶກລະອາຍໃຈຕໍ່ການແບກຫາພາລະກຳໃນທຸກມື້ນີ້, ເຮັດໃຫ້ຄວາມໃຝ່ຝັນທີ່ຍິ່ງໃຫຍ່ປາກົດຜົນເປັນຈິງໃນອະນາຄົດ, ຖືປະຫວັດສາດເປັນແວ່ນແຍງ, ບຸກເບີກອະນາຄົດ, ເຮັດວຽກຢ່າງຫ້າວຫັນອົດທົນ, ກ້າວເດີນໄປໜ້າຢ່າງກ້າຫານ, ບຸກບືນສູ້ຊົນຢ່າງບໍ່ລົດລະເພື່ອບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີສອງ, ເພື່ອບັນລຸຄວາມໃຝ່ຝັນຂອງຈີນໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ. ພວກເຮົາເຊື່ອໝັ້ນວ່າ, ພັກກອມມູນິດຈີນ ແລະ ປະຊາຊົນຈີນທີ່ໄດ້ຮັບໄຊຊະນະ ແລະ ກຽດສະຫງ່າທີ່ຍິ່ງໃຫຍ່ໃນຮອບຮ້ອຍປີຜ່ານມານັ້ນ ຍ່ອມຈະໄດ້ໄຊຊະນະ ແລະ ກຽດສະຫງ່າທີ່ຍິ່ງໃຫຍ່ກວ່າກົ່າ ໃນຂະບວນການເດີນທາງຄັ້ງໃໝ່ໃນຍຸກໃໝ່ຢ່າງແນ່ນອນ.